ພະເຢໂຫວາເຫັນຄ່າເມື່ອເຈົ້າເວົ້າວ່າ “ອາແມນ”
ພະເຢໂຫວາເຫັນຄຸນຄ່າການນະມັດສະການຂອງເຮົາ ພະອົງ “ສົນໃຈຟັງ” ຜູ້ຮັບໃຊ້ຂອງພະອົງ ແລະພະອົງເຫັນຄຸນຄ່າທຸກສິ່ງທີ່ເຮົາເຮັດເພື່ອສັນລະເສີນພະອົງບໍ່ວ່າຈະເປັນສິ່ງນ້ອຍໆກໍຕາມ. (ມລກີ. 3:16, ລ.ມ.) ຕົວຢ່າງ: ຂໍໃຫ້ຄິດເຖິງຄຳເວົ້າໜຶ່ງທີ່ເຮົາເຄີຍເວົ້າຢ່າງນັບບໍ່ຖ້ວນ ນັ້ນຄືຄຳວ່າ: “ອາແມນ.” ພະເຢໂຫວາເຫັນຄຸນຄ່າຄຳສັ້ນໆງ່າຍໆນີ້ບໍ? ເຫັນຄຸນຄ່າແນ່ນອນ! ແຕ່ເພື່ອຈະຮູ້ວ່າເປັນຫຍັງພະອົງຈຶ່ງເຫັນຄຸນຄ່າ ຂໍໃຫ້ເຮົາມາເບິ່ງຄວາມໝາຍຂອງຄຳນີ້ແລະວິທີໃຊ້ຄຳນີ້ໃນຄຳພີໄບເບິນ.
“ພວກຊຸມນຸມທັງປວງໄດ້ຕອບວ່າ ‘ອາແມນ.’”
ຄຳວ່າ “ອາແມນ” ໃນພາສາອັງກິດໝາຍເຖິງ “ຂໍໃຫ້ເປັນຢ່າງນັ້ນ” ຫຼື “ແນ່ນອນ.” ຄຳນີ້ມາຈາກຄຳເຄົ້າໃນພາສາເຫບເລີເຊິ່ງໝາຍເຖິງ “ຂໍໃຫ້ສັດຊື່” “ເຊື່ອຖືໄດ້.” ບາງຄັ້ງມີການໃຊ້ຄຳນີ້ໃນຄະດີຄວາມ. ຫຼັງຈາກກ່າວຄຳສາບານແລ້ວ ລາວຈະເວົ້າວ່າ “ອາແມນ” ເພື່ອຢືນຢັນວ່າສິ່ງທີ່ລາວຈະເວົ້າເປັນຄວາມຈິງ ແລະລາວຈະຮັບຜິດຊອບຕໍ່ຜົນຂອງຄຳເວົ້ານັ້ນ. (ຈົດເຊັນ. 5:22) ເມື່ອລາວເວົ້າວ່າ “ອາແມນ” ຕໍ່ໜ້າຄົນອື່ນ ລາວກໍແຮ່ງຕ້ອງເຮັດຕາມສິ່ງທີ່ເວົ້າໄວ້.—ນເຫ. 5:13
ຕົວຢ່າງໜຶ່ງໂດດເດັ່ນຂອງການໃຊ້ຄຳວ່າ “ອາແມນ” ແມ່ນບັນທຶກໃນພະບັນຍັດບົດ 27. ຫຼັງຈາກທີ່ຊາວອິດສະລາແອນເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ ເຂົາເຈົ້າກໍມາເຕົ້າໂຮມກັນຢູ່ລະຫວ່າງພູເອບານແລະພູຄາລີຊີມເພື່ອຟັງກົດໝາຍທີ່ໃຫ້ຜ່ານທາງໂມເຊ. ເຂົາເຈົ້າມາບໍ່ພຽງແຕ່ເພື່ອຟັງ ແຕ່ຍັງມາເພື່ອປະກາດວ່າເຂົາເຈົ້າຍອມຮັບກົດໝາຍນີ້. ເມື່ອໄດ້ຟັງຜົນຂອງການບໍ່ເຊື່ອຟັງແລ້ວ ເຂົາເຈົ້າກໍຕອບວ່າ “ອາແມນ.” (ບັນຍັດ. 27:15-26) ລອງນຶກພາບວ່າສຽງຄຳຕອບຂອງຫຼາຍລ້ານຄົນທັງຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍຈະດັງຫຼາຍສ່ຳໃດ! (ຢຊວຍ. 8:30-35) ແນ່ນອນເຂົາເຈົ້າຄົງຈະບໍ່ລືມຄຳເວົ້າຂອງຕົວເອງໃນມື້ນັ້ນ. ຊາວອິດສະລາແອນເຫຼົ່ານັ້ນກໍໄດ້ເຮັດຕາມຄຳເວົ້າແທ້ໆ ເພາະຄຳພີໄບເບິນບັນທຶກໄວ້ວ່າ: “ພວກຍິດສະລາເອນໄດ້ບົວລະບັດພະເຢໂຫວາຈົນສິ້ນຊີວິດທ່ານໂຢຊວຍ ແລະຈົນສິ້ນຊີວິດພວກຜູ້ເຖົ້າແກ່ທີ່ມີຊີວິດຍືນຍາວໄປພາຍຫຼັງທ່ານໂຢຊວຍ ແລະທີ່ໄດ້ຮູ້ຈັກກິດຈະການທັງຫຼາຍຂອງພະເຢໂຫວາທີ່ພະອົງໄດ້ກະທຳສຳລັບພວກຍິດສະລາເອນ.”—ຢຊວຍ. 24:31
ພະເຍຊູກໍໃຊ້ຄຳວ່າ “ອາແມນ” ເພື່ອຢືນຢັນວ່າສິ່ງທີ່ໄດ້ເວົ້າໄປເປັນຄວາມຈິງ ແຕ່ເພິ່ນເຮັດແບບນັ້ນໃນວິທີທີ່ພິເສດ. ແທນທີ່ຈະໃຊ້ຄຳວ່າ “ອາແມນ” ຫຼັງຈາກເວົ້າຈົບຄືກັບຄົນອື່ນ ເພິ່ນພັດໃຊ້ຄຳນີ້ (ໃນພາສາລາວແປວ່າ “ຈິງແທ້”) ກ່ອນສິ່ງທີ່ເພິ່ນຈະເວົ້າເພື່ອເນັ້ນວ່າສິ່ງນັ້ນເປັນຄວາມຈິງ. ບາງຄັ້ງມັດ. 5:18; ໂຢ. 1:51) ດັ່ງນັ້ນ ເພິ່ນຢືນຢັນກັບຜູ້ຟັງຂອງເພິ່ນວ່າຄຳເວົ້າຂອງເພິ່ນເປັນຄວາມຈິງແທ້ໆ. ພະເຍຊູເວົ້າດ້ວຍໝັ້ນໃຈໄດ້ເພາະເພິ່ນເປັນຄົນທີ່ພະເຈົ້າໃຊ້ມາເຮັດໃຫ້ຄຳສັນຍາທັງໝົດຂອງພະອົງເປັນຈິງ.—2 ໂກ. 1:20; ຄຳປ. 3:14
ເພິ່ນມັກເວົ້າຊ້ຳເຊັ່ນ “ຈິງແທ້ໆ.” (“ລາສະດອນທັງປວງໄດ້ກ່າວວ່າ ‘ອາແມນ’ ແລະໄດ້ສັນລະເສີນພະເຢໂຫວາ”
ຊາວອິດສະລາແອນຍັງໃຊ້ຄຳວ່າ “ອາແມນ” ເມື່ອສັນລະເສີນແລະອະທິດຖານເຖິງພະເຢໂຫວາ. (ນເຫ. 8:6; ເພງ. 41:13) ໂດຍເວົ້າ “ອາແມນ” ຫຼັງຈາກກ່າວຄຳອະທິດຖານແລ້ວ ຜູ້ຟັງສະແດງໃຫ້ເຫັນວ່າເຂົາເຈົ້າເຫັນດີກັບຄຳອະທິດຖານນັ້ນ. ດັ່ງນັ້ນ ທຸກຄົນສາມາດມີສ່ວນຮ່ວມເຊິ່ງເຮັດໃຫ້ມີຄວາມສຸກກັບການນະມັດສະການພະເຢໂຫວາ. ສິ່ງນີ້ເຄີຍເກີດຂຶ້ນເມື່ອກະສັດດາວິດເອົາຫີບສັນຍາຂອງພະເຢໂຫວາມາທີ່ເມືອງເຢຣຶຊາເລມ. ໃນລະຫວ່າງການສະຫຼອງທີ່ຫີບສັນຍາມາແລ້ວ ດາວິດອະທິດຖານຈາກໃຈເປັນເພງດັ່ງທີ່ບັນທຶກໃນ 1 ຂ່າວຄາວ 16:8-36. ປະຊາຊົນກໍຖືກກະຕຸ້ນເຖິງຂັ້ນ “ກ່າວວ່າ ‘ອາແມນ’ ແລະໄດ້ສັນລະເສີນພະເຢໂຫວາ.” ຄຳເວົ້າທີ່ພ້ອມພຽງກັນຂອງເຂົາເຈົ້າສະແດງວ່າເຂົາເຈົ້າມີຄວາມສຸກທີ່ໄດ້ນະມັດສະການພະເຢໂຫວານຳກັນ.
ຄລິດສະຕຽນໃນສະຕະວັດທຳອິດກໍໃຊ້ຄຳວ່າ “ອາແມນ” ຄືກັນເມື່ອສັນລະເສີນພະເຢໂຫວາ. ຜູ້ຂຽນຄຳພີໄບເບິນຫຼາຍຄົນຍັງມັກໃຊ້ຄຳນີ້ໃນຈົດໝາຍຂອງເຂົາເຈົ້າ. (ໂລມ 1:25; 16:27; 1 ເປ. 4:11) ພະທຳຄຳປາກົດບອກວ່າແມ່ນແຕ່ທູດສະຫວັນກໍຍັງສັນລະເສີນພະເຢໂຫວາໂດຍເວົ້າວ່າ: “ອາແມນ! ສັນລະເສີນພະເຈົ້າ!” (ຄຳປ. 19:1, 4, ທ.ປ.) ຄລິດສະຕຽນໃນສະຕະວັດທຳອິດມັກເວົ້າວ່າ “ອາແມນ” ຫຼັງຈາກຈົບຄຳອະທິດຖານຢູ່ການປະຊຸມຂອງເຂົາເຈົ້າ. (1 ໂກ. 14:16) ແຕ່ບໍ່ແມ່ນເວົ້າອອກມາແບບບໍ່ຄິດກ່ອນ.
ເປັນຫຍັງຄຳວ່າ “ອາແມນ” ຂອງເຈົ້າຈຶ່ງສຳຄັນ?
ຫຼັງຈາກທີ່ໄດ້ເບິ່ງຄວາມໝາຍແລະວິທີທີ່ຜູ້ຮັບໃຊ້ຂອງພະເຢໂຫວາເຄີຍໃຊ້ ເຮົາໄດ້ເຫັນວ່າເປັນເລື່ອງເໝາະສົມທີ່ຈະເວົ້າ “ອາແມນ” ໃນຕອນຈົບຄຳອະທິດຖານ. ເມື່ອເຮົາເວົ້າຄຳນີ້ໃນຕອນຈົບຄຳອະທິດຖານສ່ວນຕົວ ເຮົາຢືນຢັນວ່າມັນມາ
ຈາກໃຈແທ້ໆ. ຕອນທີ່ຄົນອື່ນອະທິດຖານຈົບ ແລ້ວເຮົາເວົ້າ “ອາແມນ” ແມ່ນແຕ່ໃນໃຈ ເຮົາກໍສະແດງວ່າເຫັນດີກັບຄຳອະທິດຖານນັ້ນ. ຂໍໃຫ້ມາເບິ່ງເຫດຜົນອື່ນໆອີກວ່າເປັນຫຍັງຄຳວ່າ “ອາແມນ” ຂອງເຮົາຈຶ່ງສຳຄັນ.ເພາະສະແດງວ່າເຮົາຕັ້ງໃຈນະມັດສະການພະເຢໂຫວາ. ໃນລະຫວ່າງການອະທິດຖານ ເຮົານະມັດສະການພະເຢໂຫວາບໍ່ພຽງແຕ່ໂດຍເວົ້າວ່າ “ອາແມນ” ແຕ່ຍັງລວມເຖິງສິ່ງທີ່ເຮົາເຮັດຕອນນັ້ນນຳ. ຖ້າເຮົາຢາກເວົ້າ “ອາແມນ” ຈາກໃຈແທ້ໆ ສິ່ງນີ້ຈະຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງແລະພະຍາຍາມຕັ້ງໃຈຟັງຄຳອະທິດຖານ.
ເພາະເຮົາເປັນຜູ້ນະມັດສະການທີ່ເປັນໜຶ່ງດຽວກັນ. ເມື່ອມີຄົນນຳການອະທິດຖານໃນການປະຊຸມ ເຮົາທຸກຄົນກໍໄດ້ຍິນເລື່ອງດຽວກັນ. (ກິດ. 1:14; 12:5) ຖ້າເຮົາທຸກຄົນເວົ້າ “ອາແມນ” ພ້ອມກັນ ເຮົາກໍເປັນໜຶ່ງດຽວກັນຫຼາຍຂຶ້ນ. ບໍ່ວ່າເຮົາກັບພີ່ນ້ອງຈະເວົ້າ “ອາແມນ” ພ້ອມກັນອອກສຽງຫຼືໃນໃຈ ຄຳອະທິດຖານຂອງເຮົາອາດຈະກະຕຸ້ນພະເຢໂຫວາໃຫ້ເຮັດສິ່ງທີ່ເຮົາທຸກຄົນຂໍຈາກພະອົງ.
ເພາະເປັນການສັນລະເສີນພະເຢໂຫວາ. ພະເຢໂຫວາສັງເກດເຫັນທຸກສິ່ງທີ່ເຮົາເຮັດໃນການນະມັດສະການ. (ລືກາ 21:2, 3) ພະອົງເຫັນແຮງກະຕຸ້ນແລະສິ່ງທີ່ຢູ່ໃນຫົວໃຈຂອງເຮົາ. ແມ່ນແຕ່ເມື່ອເຮົາຕ້ອງຟັງການປະຊຸມໂດຍທາງໂທລະສັບ ເຮົາກໍສາມາດໝັ້ນໃຈໄດ້ວ່າພະເຢໂຫວາສັງເກດເຫັນຄຳວ່າ “ອາແມນ” ຈາກຫົວໃຈຖ່ອມຂອງເຮົາ. ເມື່ອເຮົາເວົ້າວ່າ “ອາແມນ” ເຮົາກໍສັນລະເສີນພະເຢໂຫວາຮ່ວມກັບພີ່ນ້ອງຢູ່ຫໍປະຊຸມ.
ຄຳວ່າ “ອາແມນ” ຂອງເຮົາເບິ່ງຄືວ່າມີຄ່ານ້ອຍໆ ແຕ່ມັນກໍເປັນຄຳທີ່ມີຄວາມໝາຍ. ສາລານຸກົມຄຳພີໄບເບິນແຫ່ງໜຶ່ງບອກວ່າ: “ໂດຍໃຊ້ຄຳນີ້” ຜູ້ຮັບໃຊ້ຂອງພະເຈົ້າສາມາດສະແດງ “ຄວາມໝັ້ນໃຈ ການເຫັນດີ ແລະຄວາມຫວັງທີ່ແຮງກ້າໃນຫົວໃຈ.” ຂໍໃຫ້ເຮົາເວົ້າຄຳວ່າ “ອາແມນ” ທຸກຄັ້ງໃນແບບທີ່ພະເຢໂຫວາພໍໃຈ.—ເພງ. 19:14