ບົດຄວາມສຶກສາທີ 11
ຟັງສຽງຂອງພະເຢໂຫວາ
“ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ . . . ທ່ານທັງຫຼາຍຈົ່ງຟັງພະອົງເຖີ້ນ.”—ມັດ. 17:5
ເພງ 89 ຟັງ ເຮັດຕາມ ແລ້ວຈະໄດ້ພອນ
ໃຈຄວາມສຳຄັນ *
1-2. (ກ) ພະເຢໂຫວາເຄີຍສື່ສານກັບມະນຸດແນວໃດ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ພະເຢໂຫວາມັກທີ່ຈະສື່ສານກັບເຮົາ. ໃນອະດີດ ພະອົງໃຊ້ຜູ້ພະຍາກອນ ທູດສະຫວັນ ແລະພະເຍຊູລູກຊາຍຂອງພະອົງເພື່ອບອກໃຫ້ເຮົາຮູ້ຄວາມຄິດຂອງພະອົງ. (ອາໂມດ 3:7; ຄລາ. 3:19; ຄຳປ. 1:1) ທຸກມື້ນີ້ ພະເຢໂຫວາສື່ສານກັບເຮົາໂດຍທາງຄຳພີໄບເບິນ. ພະອົງໃຫ້ສິ່ງນີ້ກັບເຮົາເພື່ອເຮົາຈະຮຽນຮູ້ຄວາມຄິດແລະເຂົ້າໃຈແນວທາງຕ່າງໆຂອງພະອົງ.
2 ຕອນທີ່ພະເຍຊູຢູ່ເທິງໂລກ ມີ 3 ໂອກາດທີ່ພະເຢໂຫວາໄດ້ເວົ້າຈາກສະຫວັນ. ຂໍໃຫ້ເຮົາມາພິຈາລະນາວ່າພະເຢໂຫວາໄດ້ເວົ້າຫຍັງແດ່ ເຮົາຈະໄດ້ຮຽນຮູ້ຫຍັງຈາກສິ່ງທີ່ພະອົງເວົ້າ ແລະເຮົາຈະໄດ້ຮັບປະໂຫຍດແນວໃດ.
“ພະອົງເປັນພະບຸດທີ່ຮັກຂອງເຮົາ”
3. ຕາມທີ່ອ່ານໃນມາລະໂກ 1:9-11 ພະເຢໂຫວາໄດ້ເວົ້າຫຍັງຕອນທີ່ພະເຍຊູຮັບບັບເຕມາ ແລະຄຳເວົ້ານັ້ນຢືນຢັນຄວາມຈິງທີ່ສຳຄັນຫຍັງແດ່?
3 ມາລະໂກ 1:9-11 ບັນທຶກຕອນທີ່ພະເຢໂຫວາເວົ້າຈາກສະຫວັນເທື່ອທຳອິດ. (ອ່ານ) ພະເຢໂຫວາເວົ້າວ່າ: “ພະອົງເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.” ພະເຍຊູຄົງຈະປະທັບໃຈຫຼາຍສ່ຳໃດເມື່ອໄດ້ຍິນສຽງພໍ່ທີ່ບອກວ່າຮັກແລະໝັ້ນໃຈໃນຕົວເພິ່ນ! ຄຳເວົ້າຂອງພະເຢໂຫວາຢືນຢັນຄວາມຈິງທີ່ສຳຄັນ 3 ຢ່າງກ່ຽວກັບພະເຍຊູຄື: (1) ພະເຍຊູເປັນລູກຂອງພະອົງ (2) ພະເຢໂຫວາຮັກພະເຍຊູ ແລະ (3) ພະເຢໂຫວາພໍໃຈໃນຕົວເພິ່ນ. ຂໍໃຫ້ເຮົາມາສຶກສາແຕ່ລະຢ່າງນີ້ນຳກັນ.
4. ຕອນທີ່ພະເຍຊູຮັບບັບເຕມາ ເພິ່ນເປັນລູກຂອງພະເຈົ້າໃນແງ່ມຸມໃໝ່ແນວໃດ?
4 “ພະບຸດ . . . ຂອງເຮົາ.” ໂດຍຄຳເວົ້ານີ້ ພະເຢໂຫວາສະແດງວ່າພະເຍຊູລູກຊາຍທີ່ຮັກຈະມີສາຍສຳພັນແບບໃໝ່ກັບພະອົງ. ຕອນທີ່ພະເຍຊູຢູ່ໃນສະຫວັນ ລືກາ 1:31-33; ເຫບ. 1:8, 9; 2:17) ດັ່ງນັ້ນ ຕອນທີ່ພະເຍຊູຮັບບັບເຕມາ ພໍ່ຂອງເພິ່ນຈຶ່ງບອກວ່າ: “ພະອົງເປັນພະບຸດ . . . ຂອງເຮົາ.”—ລືກາ 3:22
ເພິ່ນກໍເປັນລູກຂອງພະເຈົ້າຢູ່ແລ້ວ. ແຕ່ຕອນທີ່ພະເຍຊູຮັບບັບເຕມາ ເພິ່ນກໍຖືກເຈີມໂດຍພະລັງບໍລິສຸດແລະເປັນລູກຂອງພະເຈົ້າໃນແງ່ມຸມໃໝ່. ຕັ້ງແຕ່ຕອນນັ້ນ ເພິ່ນກໍມີຄວາມຫວັງທີ່ຈະກັບໄປສະຫວັນເພື່ອຈະເປັນກະສັດແລະປະໂລຫິດໃຫຍ່ທີ່ໄດ້ຮັບການແຕ່ງຕັ້ງຈາກພະເຈົ້າ. (5. ເຮົາຈະຮຽນແບບພະເຢໂຫວາໃນການສະແດງຄວາມຮັກແລະຄວາມພໍໃຈໄດ້ແນວໃດ?
5 “ພະບຸດທີ່ຮັກຂອງເຮົາ.” ຕົວຢ່າງຂອງພະເຢໂຫວາໃນການສະແດງຄວາມຮັກແລະຄວາມພໍໃຈເຕືອນເຮົາໃຫ້ຊອກໂອກາດທີ່ຈະໃຫ້ກຳລັງໃຈຄົນອື່ນ. (ໂຢ. 5:20) ເຮົາດີໃຈເມື່ອຄົນທີ່ເຮົາຮັກສະແດງຄວາມຮັກຕໍ່ເຮົາແລະຊົມເຊີຍໃນສິ່ງທີ່ເຮົາເຮັດ. ຄ້າຍຄືກັນ ພີ່ນ້ອງຂອງເຮົາໃນປະຊາຄົມແລະສະມາຊິກຄອບຄົວກໍຕ້ອງການຄວາມຮັກແລະກຳລັງໃຈຈາກເຮົາຄືກັນ. ເມື່ອເຮົາຊົມເຊີຍຄົນອື່ນ ເຮົາກໍເສີມສ້າງຄວາມເຊື່ອຂອງເຂົາເຈົ້າແລະຊ່ວຍໃຫ້ເຂົາເຈົ້າຮັບໃຊ້ພະເຢໂຫວາຢ່າງພັກດີ. ເປັນເລື່ອງສຳຄັນທີ່ພໍ່ແມ່ຕ້ອງໃຫ້ກຳລັງໃຈລູກ. ເມື່ອພໍ່ແມ່ຊົມເຊີຍລູກຈາກໃຈຈິງແລະສະແດງຄວາມຮັກຕໍ່ລູກ ເຂົາເຈົ້າກໍຊ່ວຍລູກໃຫ້ພັດທະນາຕົວເອງໃຫ້ເປັນຄົນດີ.
6. ເປັນຫຍັງເຮົາສາມາດໝັ້ນໃຈໃນພະເຍຊູ?
6 “ເຮົາຊອບໃຈຫຼາຍໃນພະອົງ.” ຄຳເວົ້າເຫຼົ່ານີ້ສະແດງວ່າພະເຢໂຫວາໝັ້ນໃຈວ່າພະເຍຊູຈະເຮັດຕາມໃຈປະສົງຂອງພະອົງຢ່າງສັດຊື່. ຍ້ອນພະເຢໂຫວາໝັ້ນໃຈໃນລູກຊາຍຫຼາຍແທ້ໆ ເຮົາກໍສາມາດໝັ້ນໃຈໄດ້ຄືກັນວ່າພະເຍຊູຈະເຮັດໃຫ້ຄຳສັນຍາຕ່າງໆຂອງພະເຢໂຫວາສຳເລັດ. (2 ໂກ. 1:20) ເມື່ອເຮົາຄິດກ່ຽວກັບຕົວຢ່າງຂອງພະເຍຊູ ເຮົາກໍຕັ້ງໃຈຫຼາຍຂຶ້ນທີ່ຈະຮຽນຮູ້ ຈາກເພິ່ນແລະຮຽນແບບເພິ່ນ. ຄືກັບທີ່ພະເຢໂຫວາໝັ້ນໃຈໃນພະເຍຊູ ພະອົງກໍໝັ້ນໃຈວ່າຜູ້ຮັບໃຊ້ຂອງພະອົງຈະຮຽນແບບຕົວຢ່າງລູກຊາຍຂອງພະອົງຕໍ່ໆໄປ.—1 ເປ. 2:21
“ຈົ່ງຟັງພະອົງເຖີ້ນ”
7. ຕາມທີ່ບອກໃນມັດທາຍ 17:1-5 ພະເຢໂຫວາເວົ້າຈາກສະຫວັນເທື່ອທີສອງຕອນໃດ ແລະພະອົງເວົ້າຫຍັງ?
7 ອ່ານມັດທາຍ 17:1-5. ເທື່ອທີສອງທີ່ພະເຢໂຫວາເວົ້າຈາກສະຫວັນແມ່ນຕອນທີ່ພະເຍຊູ ‘ປ່ຽນລັກສະນະຮູບກາຍ.’ ພະເຍຊູໄດ້ຊວນເປໂຕ ຢາໂກໂບ ແລະໂຢຮັນໄປທີ່ພູເຂົາສູງ. ເມື່ອຢູ່ທີ່ນັ້ນເຂົາເຈົ້າໄດ້ເຫັນນິມິດທີ່ໜ້າງຶດງໍ້. ເຂົາເຈົ້າເຫັນໜ້າຂອງພະເຍຊູມີແສງແຈ້ງແລະເຄື່ອງນຸ່ງຂອງເພິ່ນຂາວເຫຼື້ອມສະຫວ່າງ. ເຂົາເຈົ້າຍັງເຫັນສອງຄົນເຊິ່ງເບິ່ງຄືກັບໂມເຊແລະເອລີຢາກຳລັງລົມກັບພະເຍຊູເລື່ອງການຕາຍແລະການຟື້ນຄືນຈາກຕາຍຂອງເພິ່ນ. ເຖິງວ່າອັກຄະສາວົກສາມຄົນຈະ “ເຫງົານອນ” ແຕ່ເຂົາເຈົ້າກໍເຫັນນິມິດທີ່ໜ້າອັດສະຈັນນີ້ຕອນທີ່ຕື່ນນອນແລ້ວ. (ລືກາ 9:29-32) ຕໍ່ມາກໍມີເມກທີ່ມີແສງສະຫວ່າງມາປົກຄຸມຕົວເຂົາເຈົ້າ ແລ້ວເຂົາເຈົ້າກໍໄດ້ຍິນສຽງອອກມາຈາກເມກ ນັ້ນຄືສຽງຂອງພະເຢໂຫວາ! ຄືກັບຕອນທີ່ພະເຍຊູຮັບບັບເຕມາ ພະເຢໂຫວາສະແດງໃຫ້ເຫັນວ່າຮັກແລະພໍໃຈພະເຍຊູ ພະເຢໂຫວາບອກວ່າ: “ພະອົງເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.” ແຕ່ເທື່ອນີ້ພະເຢໂຫວາເວົ້າຕື່ມວ່າ: “ຈົ່ງຟັງພະອົງເຖີ້ນ.”
8. ນິມິດການປ່ຽນຮູບກາຍສົ່ງຜົນແນວໃດຕໍ່ພະເຍຊູແລະລູກສິດ?
8 ນິມິດນີ້ສະແດງພາບລ່ວງໜ້າເຖິງສະຫງ່າລາສີແລະອຳນາດທີ່ພະເຍຊູຈະມີເມື່ອເປັນກະສັດໃນລາຊະອານາຈັກຂອງພະເຈົ້າ. ແນ່ນອນວ່າພະເຍຊູມີກຳລັງໃຈແລະຄວາມເຂັ້ມແຂງທີ່ຈະອົດທົນກັບຄວາມທຸກທໍລະມານແລະຄວາມເຈັບປວດຈົນຕາຍ. ນິມິດນີ້ຍັງເສີມຄວາມເຊື່ອພວກລູກສິດໃຫ້ເຂັ້ມແຂງຂຶ້ນເພື່ອຈະສາມາດອົດທົນກັບການທົດລອງຄວາມພັກດີແລະວຽກງານໜັກທີ່ເຂົາເຈົ້າຈະເຮັດໃນອະນາຄົດ. ປະມານ 30 ປີຕໍ່ມາ ອັກຄະສາວົກເປໂຕຍັງເວົ້າເຖິງນິມິດນີ້ເຊິ່ງສະແດງວ່າລາວຈື່ນິມິດນີ້ໄດ້ດີ.—2 ເປ. 1:16-18
9. ພະເຍຊູໃຫ້ຄຳແນະນຳທີ່ສຳຄັນຫຍັງກັບລູກສິດ?
9 “ຈົ່ງຟັງພະອົງເຖີ້ນ.” ພະເຢໂຫວາເຮັດໃຫ້ເຫັນແຈ້ງວ່າພະອົງຢາກໃຫ້ເຮົາຟັງແລະເຮັດຕາມລູກຊາຍຂອງພະອົງ. ພະເຍຊູເວົ້າຫຍັງຕອນທີ່ຢູ່ເທິງໂລກ? ເພິ່ນເວົ້າຫຼາຍເລື່ອງທີ່ສຳຄັນ ເຊັ່ນ: ເພິ່ນສອນລູກສິດດ້ວຍຄວາມຮັກເຖິງວິທີປະກາດຂ່າວດີ ແລະເຕືອນເຂົາເຈົ້າເລື້ອຍໆໃຫ້ເຝົ້າລະວັງຢູ່ສະເໝີ. (ມັດ. 24:42; 28:19, 20) ເພິ່ນຍັງກະຕຸ້ນເຂົາເຈົ້າໃຫ້ພະຍາຍາມສຸດຄວາມສາມາດແລະໃຫ້ກຳລັງໃຈເຂົາເຈົ້າບໍ່ໃຫ້ຍອມແພ້. (ລືກາ 13:24) ພະເຍຊູຍັງເນັ້ນໃຫ້ເຂົາເຈົ້າຮັກກັນ ເປັນໜຶ່ງດຽວກັນ ແລະເຮັດຕາມຄຳສັ່ງຂອງເພິ່ນ. (ໂຢ. 15:10, 12, 13) ຄຳແນະນຳທີ່ພະເຍຊູໃຫ້ລູກສິດເປັນປະໂຫຍດແທ້ໆ! ຄຳແນະນຳນັ້ນກໍໃຊ້ໄດ້ກັບເຮົາໃນທຸກມື້ນີ້ຄືກັນ.
10-11. ເຮົາຈະເຮັດຫຍັງເພື່ອສະແດງໃຫ້ເຫັນວ່າເຮົາຟັງສຽງພະເຍຊູ?
10 ພະເຍຊູບອກວ່າ: “ຄົນທຸກຄົນທີ່ເປັນຝ່າຍຄວາມຈິງກໍຟັງສຽງປາກຂອງເຮົາ.” (ໂຢ. 18:37) ເຮົາສະແດງວ່າເຮົາຟັງສຽງພະເຍຊູໂດຍ “ອົດກັ້ນໄວ້ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນ [ຢ່າງໃຈກວ້າງ].” (ໂກໂລ. 3:13; ລືກາ 17:3, 4) ເຮົາຍັງຟັງສຽງຂອງພະເຍຊູເມື່ອເຮົາປະກາດຂ່າວດີຢ່າງກະຕືລືລົ້ນ “ທັງໃນຕອນທີ່ສະດວກແລະຕອນທີ່ລຳບາກ.”—2 ຕີໂມ. 4:2, ລ.ມ.
11 ພະເຍຊູບອກວ່າ: “ແກະທັງຫຼາຍຂອງເຮົາກໍຟັງສຽງປາກຂອງເຮົາ.” (ໂຢ. 10:27) ລູກສິດຂອງພະເຍຊູບໍ່ພຽງແຕ່ຟັງສິ່ງທີ່ເພິ່ນເວົ້າ ແຕ່ຍັງໄດ້ລົງມືເຮັດນຳ. ເຂົາເຈົ້າບໍ່ຍອມໃຫ້ “ຄວາມອຸກໃຈ” ໃນຊີວິດມາເຮັດໃຫ້ວອກແວກ. (ລືກາ 21:34) ແຕ່ເຂົາເຈົ້າໃຫ້ການເຊື່ອຟັງຄຳສັ່ງຂອງພະເຍຊູເປັນສິ່ງສຳຄັນທີ່ສຸດເຖິງວ່າຈະ ເປັນເລື່ອງຍາກຫຼາຍ. ພີ່ນ້ອງຂອງເຮົາຫຼາຍຄົນໃນທຸກມື້ນີ້ກໍກຳລັງອົດທົນກັບການທົດສອບທີ່ຮຸນແຮງເຊັ່ນ: ການໂຈມຕີຈາກຄົນທີ່ຕໍ່ຕ້ານ ຄວາມທຸກຍາກຂາດແຄນ ແລະໄພທຳມະຊາດ. ເຖິງວ່າຈະປະສົບສິ່ງເຫຼົ່ານີ້ແລະໄດ້ຮັບຄວາມເສຍຫາຍຫຼາຍສ່ຳໃດກໍຕາມ ແຕ່ເຂົາເຈົ້າກໍຍັງສັດຊື່ຕໍ່ພະເຢໂຫວາສະເໝີ. ພະເຍຊູຮັບຮອງກັບເຂົາເຈົ້າວ່າ: “ທຸກຄົນທີ່ຮູ້ວ່າຂ້ອຍສັ່ງຫຍັງແລະເຮັດຕາມກໍຮັກຂ້ອຍ ພໍ່ຂ້ອຍຈະຮັກທຸກຄົນທີ່ຮັກຂ້ອຍ.”—ໂຢ. 14:21, ລ.ມ.
12. ອີກວິທີໜຶ່ງທີ່ເຮົາຟັງສຽງພະເຍຊູແມ່ນຫຍັງ?
12 ອີກວິທີໜຶ່ງທີ່ເຮົາຟັງສຽງພະເຍຊູຄື ໂດຍຮ່ວມມືກັບຄົນທີ່ເພິ່ນແຕ່ງຕັ້ງໃຫ້ນຳໜ້າເຮົາ. (ເຫບ. 13:7, 17) ອົງການຂອງພະເຈົ້າໄດ້ເຮັດການປັບປ່ຽນຫຼາຍຢ່າງໃນບໍ່ເທົ່າໃດປີມານີ້ ເຊັ່ນ: ໃຊ້ເຄື່ອງມືໃໝ່ໆແລະວິທີການໃໝ່ໆໃນການປະກາດ ການປະຊຸມກາງອາທິດຮູບແບບໃໝ່ ແລະວິທີກໍ່ສ້າງ ປັບປຸງ ແລະບຳລຸງຮັກສາຫໍປະຊຸມ. ເຮົາຮູ້ສຶກຂອບໃຈຫຼາຍແທ້ໆສຳລັບຄຳແນະນຳທີ່ຮອບຄອບແລະສະແດງເຖິງຄວາມຮັກ! ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມຂອງເຮົາທີ່ເຮັດຕາມຄຳແນະນຳຂອງອົງການ.
13. ເຮົາຈະໄດ້ຮັບປະໂຫຍດຫຍັງຖ້າເຮົາຟັງພະເຍຊູ?
13 ເຮົາຈະໄດ້ຮັບປະໂຫຍດຖ້າເຮົາຟັງທຸກສິ່ງທີ່ພະເຍຊູສອນ. ພະເຍຊູຢືນຢັນກັບລູກສິດວ່າສິ່ງທີ່ເພິ່ນສອນຈະເຮັດໃຫ້ສົດຊື່ນເຊົາເມື່ອຍ. ເພິ່ນບອກວ່າ: “ທ່ານທັງຫຼາຍຈະພົບຄວາມເຊົາເມື່ອຍໃນຈິດໃຈຂອງທ່ານ. ເຫດວ່າແອກຂອງເຮົາກໍງ່າຍແລະເຄື່ອງແບກຂອງເຮົາກໍເບົາ.” (ມັດ. 11:28-30) ຄຳພີໄບເບິນເຊິ່ງລວມມີກິດຕິຄຸນ 4 ພະທຳກ່ຽວກັບຊີວິດແລະວຽກຮັບໃຊ້ຂອງພະເຍຊູ ໄດ້ເຮັດໃຫ້ເຮົາສົດຊື່ນແລະເປັນຄົນສະຫຼາດ. (ເພງ. 19:7; 23:3) ພະເຍຊູບອກວ່າ: “ຄົນທັງຫຼາຍທີ່ຟັງພະຄຳຂອງພະເຈົ້າແລະຂັບຕາມພະຄຳນັ້ນກໍເປັນສຸກຫຼາຍ.”—ລືກາ 11:28
‘ເຮົາຈະເຮັດໃຫ້ຊື່ຂອງເຮົາໄດ້ຮັບການຍົກຍ້ອງ’
14-15. (ກ) ໃນໂຢຮັນ 12:27, 28 ໂອກາດທີສາມທີ່ພະເຢໂຫວາເວົ້າຈາກສະຫວັນແມ່ນຕອນໃດ? (ຂ) ເປັນຫຍັງຄຳເວົ້າຂອງພະເຢໂຫວາຈຶ່ງເຮັດໃຫ້ພະເຍຊູມີກຳລັງໃຈແລະເຂັ້ມແຂງຂຶ້ນ?
14 ອ່ານໂຢຮັນ 12:27, 28. * ພະທຳກິດຕິຄຸນໂຢຮັນເວົ້າເຖິງໂອກາດທີສາມທີ່ພະເຢໂຫວາເວົ້າຈາກສະຫວັນ. ໃນບໍ່ເທົ່າໃດມື້ກ່ອນທີ່ພະເຍຊູຕາຍ ເພິ່ນໄດ້ຢູ່ ເມືອງເຢຣຶຊາເລມເພື່ອສະຫຼອງປັດສະຄາ. ເພິ່ນບອກວ່າ: “ຂ້ອຍທຸກໃຈຫຼາຍ” ຕໍ່ມາເພິ່ນກໍອະທິດຖານວ່າ: “ພໍ່ເອີຍ ຂໍໃຫ້ຊື່ຂອງພະອົງໄດ້ຮັບການຍົກຍ້ອງ.” ແລ້ວເພິ່ນກໍໄດ້ຍິນສຽງພໍ່ເວົ້າຈາກສະຫວັນວ່າ: “ເຮົາເຮັດໃຫ້ຊື່ຂອງເຮົາໄດ້ຮັບການຍົກຍ້ອງແລ້ວ ແລະເຮົາຈະເຮັດໃຫ້ໄດ້ຮັບການຍົກຍ້ອງອີກ.”
15 ພະເຍຊູທຸກໃຈຍ້ອນເພິ່ນມີໜ້າທີ່ຮັບຜິດຊອບທີ່ໜັກຫຼາຍໃນການຮັກສາຄວາມສັດຊື່ພັກດີຕໍ່ພະເຢໂຫວາ. ພະເຍຊູຮູ້ວ່າຕົວເອງກຳລັງຈະຖືກທໍລະມານແລະຕາຍ. (ມັດ. 26:38) ແຕ່ທີ່ສຳຄັນທີ່ສຸດພະເຍຊູຢາກໃຫ້ຊື່ຂອງພໍ່ໄດ້ຮັບການຍົກຍ້ອງສັນລະເສີນ. ພະເຍຊູຖືກກ່າວຫາວ່າເປັນຄົນໝິ່ນປະໝາດ ແລະເພິ່ນຢ້ານວ່າການຕາຍຂອງເພິ່ນຈະເຮັດໃຫ້ພະເຈົ້າເສຍຊື່ສຽງ. ແນ່ນອນຄຳເວົ້າຂອງພະເຢໂຫວາໃນຕອນນັ້ນຄົງເຮັດໃຫ້ພະເຍຊູໝັ້ນໃຈວ່າຊື່ຂອງພະເຢໂຫວາຈະໄດ້ຮັບການຍົກຍ້ອງ. ດັ່ງນັ້ນ ຄຳເວົ້າຂອງພະເຢໂຫວາຄົງຕ້ອງໃຫ້ກຳລັງໃຈແລະເຮັດໃຫ້ເພິ່ນເຂັ້ມແຂງຫຼາຍແທ້ໆເພື່ອຈະຮັບມືກັບສິ່ງທີ່ກຳລັງຈະເກີດຂຶ້ນ. ເຖິງວ່າພະເຍຊູເປັນຜູ້ດຽວທີ່ເຂົ້າໃຈສິ່ງທີ່ພະເຢໂຫວາເວົ້າໃນຕອນນັ້ນ ແຕ່ພະເຢໂຫວາກໍໃຫ້ບັນທຶກຖ້ອຍຄຳຂອງພະອົງໄວ້ສຳລັບເຮົາທຸກຄົນ.—ໂຢ. 12:29, 30
16. ເປັນຫຍັງບາງຄັ້ງເຮົາອາດເປັນຫ່ວງກ່ຽວກັບຄຳຕຳໜິຕໍ່ຊື່ຂອງພະເຈົ້າ?
16 ເຮົາອາດຮູ້ສຶກເປັນຫ່ວງຄືກັບພະເຍຊູກ່ຽວກັບຄຳຕຳໜິຕໍ່ຊື່ຂອງພະເຢໂຫວາ. ເຮົາອາດຖືກປະຕິບັດແບບບໍ່ຍຸຕິທຳຄືກັບພະເຍຊູ ຫຼືເຮົາອາດກັງວົນທີ່ພວກຕໍ່ຕ້ານໄດ້ເຜີຍແຜ່ເລື່ອງຕົວະກ່ຽວກັບເຮົາ. ເຮົາອາດຄິດວ່າເລື່ອງນີ້ຈະເຮັດໃຫ້ພະເຢໂຫວາແລະອົງການຟີລິບ 4:6, 7, ລ.ມ.) ພະເຢໂຫວາຈະໃຫ້ຊື່ຂອງພະອົງໄດ້ຮັບການຍົກຍ້ອງຢູ່ສະເໝີ. ພະອົງຈະໃຊ້ລາຊະອານາຈັກຂອງພະອົງແກ້ໄຂຄວາມເສຍຫາຍທຸກຢ່າງທີ່ຊາຕານແລະໂລກນີ້ເຮັດໃຫ້ເກີດຂຶ້ນກັບຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ.—ເພງ. 94:22, 23; ເອຊາ. 65:17
ຂອງພະອົງເສຍຊື່ສຽງ. ເມື່ອຮູ້ສຶກແບບນີ້ ຖ້ອຍຄຳຂອງພະອົງໃນໂຢຮັນໄດ້ໃຫ້ກຳລັງໃຈເຮົາແທ້ໆ. ແຕ່ເຮົາກໍບໍ່ຄວນກັງວົນຫຼາຍເກີນໄປ. ເຮົາໝັ້ນໃຈໄດ້ວ່າ: “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງຈະປົກປ້ອງຫົວໃຈແລະຄວາມຄິດຂອງພວກ [ເຮົາ] ໄວ້ໂດຍທາງພະຄລິດເຍຊູ.” (ປະໂຫຍດຈາກການຟັງສຽງຂອງພະເຢໂຫວາໃນທຸກມື້ນີ້
17. ຕາມທີ່ບອກໄວ້ໃນເອຊາອີ 30:21 ພະເຢໂຫວາເວົ້າກັບເຮົາໂດຍທາງໃດ?
17 ພະເຢໂຫວາຍັງເວົ້າກັບເຮົາໃນທຸກມື້ນີ້. (ອ່ານເອຊາອີ 30:21) ທີ່ຈິງ ເຮົາບໍ່ໄດ້ຍິນສຽງພະອົງເວົ້າກັບເຮົາຈາກສະຫວັນ. ແຕ່ພະອົງໄດ້ເວົ້າແລະໃຫ້ຄຳແນະນຳກັບເຮົາໂດຍທາງຖ້ອຍຄຳທີ່ຂຽນໄວ້ໃນຄຳພີໄບເບິນ. ນອກຈາກນັ້ນ ພະເຢໂຫວາຍັງໃຫ້ພະລັງບໍລິສຸດກັບ “ຄົນຮັບໃຊ້ທີ່ສັດຊື່ແລະສຸຂຸມ” ເພື່ອແຈກຈ່າຍອາຫານທີ່ເສີມຄວາມເຊື່ອ. (ລືກາ 12:42, ລ.ມ.) ເຮົາໄດ້ຮັບອາຫານບຳລຸງລ້ຽງຄວາມເຊື່ອຢ່າງຫຼວງຫຼາຍແທ້ໆບໍ່ວ່າຈະເປັນສັບພະໜັງສືຫຼືສື່ຕ່າງໆ ລວມທັງວິດີໂອ ແລະໄຟລບັນທຶກສຽງ!
18. ຄຳເວົ້າຂອງພະເຢໂຫວາເສີມຄວາມເຊື່ອແລະຄວາມກ້າຫານຂອງເຈົ້າແນວໃດ?
18 ຂໍໃຫ້ຈື່ຄຳເວົ້າທີ່ພະເຢໂຫວາເວົ້າກັບພະເຍຊູລູກຊາຍຂອງພະອົງຕອນທີ່ຢູ່ເທິງໂລກໄວ້ສະເໝີ. ຂໍໃຫ້ຄຳເວົ້າຂອງພະອົງທີ່ບັນທຶກໄວ້ໃນຄຳພີໄບເບິນເຮັດໃຫ້ເຮົາໝັ້ນໃຈວ່າ ທຸກສິ່ງຢູ່ພາຍໃຕ້ການຄວບຄຸມຂອງພະເຢໂຫວາ ແລະພະອົງຈະແກ້ໄຂຄວາມເສຍຫາຍທຸກຢ່າງທີ່ຊາຕານແລະໂລກນີ້ເຮັດໃຫ້ເກີດຂຶ້ນກັບເຮົາ. ຂໍໃຫ້ເຮົາຕັ້ງໃຈຟັງສຽງຂອງພະເຢໂຫວາ. ຖ້າເຮົາເຮັດແບບນັ້ນ ເຮົາຈະອົດທົນໄດ້ບໍ່ວ່າເຮົາຈະເຈິບັນຫາໃດກໍຕາມໃນຕອນນີ້ຫຼືໃນອະນາຄົດ. ຄຳພີໄບເບິນເຕືອນເຮົາວ່າ: “ທ່ານທັງຫຼາຍຕ້ອງ . . . ພຽນທົນເອົາ ເພື່ອວ່າຄັນພວກທ່ານໄດ້ກະທຳນ້ຳໃຈຂອງພະເຈົ້າໃຫ້ສຳເລັດແລ້ວ ພວກທ່ານຈະໄດ້ຮັບຕາມຄຳປະຕິຍານໄວ້.”—ເຫບ. 10:36
ເພງ 4 “ພະເຢໂຫວາເປັນຜູ້ລ້ຽງຂ້ອຍ”
^ ຂໍ້ 5 ຕອນທີ່ພະເຍຊູຢູ່ເທິງໂລກ ພະເຢໂຫວາໄດ້ເວົ້າຈາກສະຫວັນເຖິງ 3 ເທື່ອ. ມີເທື່ອໜຶ່ງແມ່ນ ພະເຢໂຫວາບອກພວກລູກສິດໃຫ້ຟັງພະເຍຊູລູກຊາຍຂອງພະອົງ. ທຸກມື້ນີ້ພະເຢໂຫວາເວົ້າກັບເຮົາໂດຍທາງຄຳພີໄບເບິນເຊິ່ງລວມເຖິງຄຳສອນຂອງພະເຍຊູ ແລະໂດຍທາງອົງການຂອງພະອົງ. ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າການຟັງພະເຢໂຫວາແລະພະເຍຊູເຮັດໃຫ້ເຮົາໄດ້ຮັບປະໂຫຍດແນວໃດ.
^ ຂໍ້ 14 ໂຢຮັນ 12:27, 28 (ລ.ມ.): “‘ຕອນນີ້ ຂ້ອຍທຸກໃຈຫຼາຍ ຂ້ອຍບໍ່ຮູ້ຈະເວົ້າແນວໃດດີ ພໍ່ເອີຍ ຂໍຊ່ວຍຂ້ອຍໃຫ້ຜ່ານຊ່ວງເວລານີ້ໄປໄດ້. ແຕ່ແນວໃດກໍຕາມ ຂ້ອຍກໍຕ້ອງເຈິກັບຄວາມທຸກຄັ້ງນີ້ ທີ່ຂ້ອຍມາກໍເພາະເຫດຜົນນີ້. ພໍ່ເອີຍ ຂໍໃຫ້ຊື່ຂອງພະອົງໄດ້ຮັບການຍົກຍ້ອງ.’ ທັນໃດນັ້ນກໍມີສຽງເວົ້າຈາກຟ້າວ່າ: ‘ເຮົາເຮັດໃຫ້ຊື່ຂອງເຮົາໄດ້ຮັບການຍົກຍ້ອງແລ້ວ ແລະເຮົາຈະເຮັດໃຫ້ໄດ້ຮັບການຍົກຍ້ອງອີກ.’”
^ ຂໍ້ 53 ຄຳອະທິບາຍຮູບພາບ: ຜູ້ເຖົ້າແກ່ຄົນໜຶ່ງສັງເກດວ່າຜູ້ຊ່ວຍງານຮັບໃຊ້ຊ່ວຍເບິ່ງແຍງຫໍປະຊຸມແລະເຮັດວຽກຢູ່ພະແນກໜັງສື. ຜູ້ເຖົ້າແກ່ຊົມເຊີຍລາວຢ່າງອົບອຸ່ນ.
^ ຂໍ້ 55 ຄຳອະທິບາຍຮູບພາບ: ຜົວເມຍຄູ່ໜຶ່ງໃນເຊຍຣາເລໂອນໃຫ້ໃບເຊີນປະຊຸມກັບຄົນຫາປາ.
^ ຂໍ້ 57 ຄຳອະທິບາຍຮູບພາບ: ພະຍານພະເຢໂຫວາໃນປະເທດໜຶ່ງທີ່ວຽກປະກາດຂອງເຮົາຖືກຈຳກັດໄດ້ປະຊຸມຢູ່ເຮືອນສ່ວນຕົວ. ເຂົາເຈົ້າແຕ່ງຕົວທຳມະດາເພື່ອຈະບໍ່ເປັນຈຸດສົນໃຈ.