ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 33

“ຄົນ​ທັງ​ຫຼາຍ​ທີ່​ຟັງ​ທ່ານ” ຈະ​ລອດ

“ຄົນ​ທັງ​ຫຼາຍ​ທີ່​ຟັງ​ທ່ານ” ຈະ​ລອດ

“ຈົ່ງ​ລະວັງ​ຕົວ​ເອງ​ແລະ​ໃນ​ການ​ສັ່ງ​ສອນ​ດ້ວຍ​ດີ. ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ສິ່ງ​ທັງ​ຫຼາຍ​ນີ້ ເຫດ​ວ່າ​ເມື່ອ​ກະທຳ​ຢ່າງ​ນັ້ນ​ທ່ານ​ຈະ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ແລະ​ຄົນ​ທັງ​ຫຼາຍ​ທີ່​ຟັງ​ທ່ານ​ດ້ວຍ.”—1 ຕີໂມ. 4:16

ເພງ 67 “ຈົ່ງ​ປະກາດ​ພະ​ຄຳ”

ໃຈ​ຄວາມ​ສຳຄັນ *

1. ເຮົາ​ຢາກ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ເຮັດ​ຫຍັງ?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ພໍລີນ *ບອກ​ວ່າ: “ໃນ​ໄລຍະ​ທຳອິດ​ທີ່​ຂ້ອຍ​ໄດ້​ຮຽນ​ຄວາມ​ຈິງ ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ໄດ້​ເຂົ້າ​ໂລກ​ໃໝ່​ນຳ​ກັນ​ກັບ​ຂ້ອຍ. ຂ້ອຍ​ຢາກ​ໃຫ້​ອ້າຍ​ເຫວນ​ຜົວ​ຂອງ​ຂ້ອຍ​ແລະ​ລູກ​ຊາຍ​ມາ​ຮັບໃຊ້​ພະ​ເຢໂຫວາ​ແທ້ໆ.” ເຈົ້າ​ມີ​ຄົນ​ໃນ​ຄອບຄົວ​ຫຼື​ຍາດ​ພີ່​ນ້ອງ​ທີ່​ຍັງ​ບໍ່​ທັນ​ໄດ້​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ​ບໍ? ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ພໍລີນ​ທີ່​ຢາກ​ໃຫ້​ຄົນ​ໃນ​ຄອບຄົວ​ມາ​ຮັບໃຊ້​ພະ​ເຢໂຫວາ.

2. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ບໍ່​ສາມາດ​ບັງຄັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ໃຫ້​ຍອມ​ຮັບ​ຂ່າວ​ດີ ແຕ່​ເຮົາ​ສາມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ເປີດ​ໃຈ​ຮັບ​ຟັງ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ໄດ້. (2 ຕີໂມ. 3:14, 15) ເປັນ​ຫຍັງ​ເຮົາ​ຄວນ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ? ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ຄິດ​ເຖິງ​ຮູ້ສຶກ​ຂອງ​ພວກ​ເຂົາ? ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ໃຫ້​ມາ​ຮັກ​ພະ​ເຢໂຫວາ​ຄື​ກັນ​ກັບ​ເຮົາ? ແລະ​ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຄວນ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ?

3. ຕາມ 2 ເປໂຕ 3:9 ເປັນ​ຫຍັງ​ເຮົາ​ຄວນ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ?

3 ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ນີ້. ມີ​ພຽງ​ແຕ່​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ” ເທົ່າ​ນັ້ນ​ທີ່​ຈະ​ລອດ. (ກິດ. 13:48, ລ.ມ.) ເຮົາ​ໃຊ້​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ຫຼາຍ​ອີ່ຫຼີ​ເພື່ອ​ປະກາດ​ກັບ​ຄົນ​ແປກ​ໜ້າ​ໃນ​ເຂດ​ຂອງ​ເຮົາ ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຢາກ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ມາ​ຮັບໃຊ້​ພະ​ເຢໂຫວາ. ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ “ບໍ່​ຢາກ​ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ຈິບຫາຍ ແຕ່​ວ່າ​ຈະ​ໃຫ້​ຄົນ​ທັງ​ປວງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.”—ອ່ານ 2 ເປໂຕ 3:9

4. ເຮົາ​ອາດ​ຈະ​ເຮັດ​ຫຍັງ​ຜິດ​ເມື່ອ​ປະກາດ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ?

4 ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ມີ​ສິ່ງ​ທີ່​ຄວນ​ເຮັດ​ແລະ​ບໍ່​ຄວນ​ເຮັດ​ເມື່ອ​ປະກາດ​ຂ່າວ​ສານ​ເລື່ອງ​ຄວາມ​ລອດ. ຕົວຢ່າງ: ເຮົາ​ອາດ​ຈະ​ເວົ້າ​ມ່ວນໆ​ຢູ່​ແລ້ວ​ເມື່ອ​ປະກາດ​ກັບ​ຄົນ​ແປກ​ໜ້າ ແຕ່​ຕອນ​ທີ່​ເຮົາ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ ເຮົາ​ອາດ​ຈະ​ເວົ້າ​ກົງ​ໂພດ.

5. ກ່ອນ​ທີ່​ຈະ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ ເຮົາ​ຄວນ​ຈື່​ຫຍັງ​ໄວ້?

5 ເມື່ອ​ຄິດ​ຄືນ​ຫຼັງ​ຕອນ​ທີ່​ເຮົາ​ພະຍາຍາມ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ເທື່ອ​ທຳອິດ ພວກ​ເຮົາ​ຫຼາຍ​ຄົນ​ອາດ​ຮູ້ສຶກ​ບໍ່​ດີ. ອັກຄະສາວົກ​ໂປໂລ​ແນະນຳ​ຄລິດສະຕຽນ​ວ່າ: “ໃຫ້​ຖ້ອຍຄຳ​ຂອງ​ທ່ານ​ທັງ​ຫຼາຍ​ອອກ​ເລື້ອຍ ດ້ວຍ​ພະ​ຄຸນ ເຄັມ​ດ້ວຍ​ເກືອ ທ່ານ​ທັງ​ຫຼາຍ​ຕ້ອງ​ຮູ້ຈັກ​ວ່າ​ສົມຄວນ​ຈະ​ຕອບ​ແກ່​ທຸກ​ຄົນ​ດ້ວຍ​ຄຳ​ຢ່າງ​ໃດ.” (ໂກໂລ. 4:5, 6) ເປັນ​ເລື່ອງ​ດີ​ທີ່​ຈະ​ຈື່​ຄຳ​ແນະນຳ​ນີ້​ເມື່ອ​ເຮົາ​ລົມ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ ເພາະ​ເຮົາ​ອາດ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຄຽດ​ໄດ້​ແທນ​ທີ່​ພວກ​ເຂົາ​ຈະ​ຟັງ.

ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ?

ການ​ປະພຶດ​ຂອງ​ເຈົ້າ​ແລະ​ການ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ເປັນ​ການ​ປະກາດ​ທີ່​ດີ​ທີ່​ສຸດ (ເບິ່ງ​ຂໍ້ 6-8) *

6-7. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຄລິດສະຕຽນ​ຈະ​ຕ້ອງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄູ່​ແຕ່ງ​ດອງ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ດຽວ​ກັນ.

6 ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ. ພໍລີນ​ເຊິ່ງ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ທຳອິດ ຂ້ອຍ​ເວົ້າ​ແຕ່​ເລື່ອງ​ພະເຈົ້າ​ແລະ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຜົວ​ຕະຫຼອດ​ຈົນ​ບໍ່​ໄດ້​ເວົ້າ​ເລື່ອງ​ອື່ນ​ເລີຍ.” ແຕ່​ເຫວນ​ບໍ່​ຄ່ອຍ​ຮູ້ຈັກ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ເຂົ້າ​ໃຈ​ວ່າ​ພໍລີນ​ເວົ້າ​ເລື່ອງ​ຫຍັງ. ສຳລັບ​ເຫວນ​ແລ້ວ ເບິ່ງ​ຄື​ວ່າ​ໃນ​ຫົວ​ຂອງ​ເມຍ​ມີ​ແຕ່​ເລື່ອງ​ສາສະໜາ. ລາວ​ຢ້ານ​ວ່າ​ເມຍ​ອາດ​ຈະ​ຖືກ​ຕົວະ​ແລະ​ເປັນ​ພວກ​ນິກາຍ​ທີ່​ອັນຕະລາຍ.

7 ພໍລີນ​ຍອມ​ຮັບ​ວ່າ​ມີ​ໄລຍະ​ໜຶ່ງ​ລາວ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ໃນ​ຕອນ​ແລງ​ແລະ​ຕອນ​ທ້າຍ​ອາທິດ​ຫຼາຍ​ໂພດ ທັງ​ໄປ​ປະຊຸມ ໄປ​ປະກາດ ແລະ​ກໍ​ໄປ​ສັງ​ສັນ. ພໍລີນ​ບອກ​ວ່າ: “ອ້າຍ​ເຫວນ​ຮູ້ສຶກ​ເຫງົາ​ເພາະ​ບາງ​ເທື່ອ​ທີ່​ກັບ​ມາ​ເຮືອນ​ກໍ​ບໍ່​ເຈິ​ຜູ້​ໃດ​ເລີຍ.” ນີ້​ເຮັດ​ໃຫ້​ເຂົ້າ​ໃຈ​ໄດ້​ເລີຍ​ວ່າ​ເຫວນ​ຄິດ​ຮອດ​ເມຍ​ແລະ​ລູກ​ຊາຍ. ລາວ​ບໍ່​ຮູ້​ເລີຍ​ວ່າ​ເມຍ​ກັບ​ລູກ​ໄປ​ໃສ​ແລະ​ໄປ​ກັບ​ໃຜ ແລະ​ເບິ່ງ​ຄື​ວ່າ​ໝູ່​ໃໝ່​ຂອງ​ເມຍ​ສຳຄັນ​ຫຼາຍ​ກວ່າ​ລາວ ລາວ​ຈຶ່ງ​ຂູ່​ວ່າ​ຈະ​ຢ່າ​ຮ້າງ​ກັບ​ພໍລີນ. ເຈົ້າ​ຄິດ​ວ່າ​ສິ່ງ​ທີ່​ພໍລີນ​ເຮັດ​ນັ້ນ​ໄດ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜົວ​ບໍ?

8. ຕາມ 1 ເປໂຕ 3:1, 2 ສິ່ງ​ໃດ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ປະທັບ​ໃຈ​ຫຼາຍ​ທີ່​ສຸດ?

8 ໃຫ້​ພວກ​ເຂົາ​ເຫັນ​ການ​ປະພຶດ​ທີ່​ດີ​ຂອງ​ເຈົ້າ. ຫຼາຍ​ເທື່ອ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ປະທັບ​ໃຈ​ສິ່ງ​ທີ່​ເຮົາ​ເຮັດ ຫຼາຍ​ກວ່າ​ສິ່ງ​ທີ່​ເຮົາ​ເວົ້າ. (ອ່ານ 1 ເປໂຕ 3:1, 2) ໃນ​ທີ່​ສຸດ ພໍລີນ​ກໍ​ເຂົ້າ​ໃຈ​ເລື່ອງ​ນີ້. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້​ວ່າ​ອ້າຍ​ເຫວນ​ຮັກ​ຂ້ອຍ​ແລະ​ລູກ ລາວ​ບໍ່​ໄດ້​ຕ້ອງການ​ທີ່​ຈະ​ຢ່າ​ຮ້າງ​ກັບ​ຂ້ອຍ​ແທ້ໆ. ແຕ່​ຄຳ​ຂູ່​ຂອງ​ລາວ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເລີ່ມ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ເລື່ອງ​ຊີວິດ​ຄູ່. ແທນ​ທີ່​ຈະ​ມີ​ແຕ່​ເວົ້າ​ຢ່າງ​ດຽວ ຂ້ອຍ​ກໍ​ຕ້ອງ​ວາງ​ຕົວຢ່າງ​ທີ່​ດີ​ນຳ.” ພໍລີນ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຜົວ​ໜ້ອຍ​ລົງ ແລະ​ໄດ້​ເລີ່ມ​ລົມ​ເລື່ອງ​ທົ່ວໄປ​ແທນ. ເຫວນ​ກໍ​ເຫັນ​ວ່າ​ພໍລີນ​ສະຫງົບ​ຫຼາຍ​ຂຶ້ນ ແລະ​ລູກ​ຊາຍ​ກໍ​ຄຳ​ຮູ້​ແລະ​ຟັງ​ຄວາມ​ຫຼາຍ​ຂຶ້ນ. (ສຸພາສິດ 31:18, 27, 28) ເມື່ອ​ເຫວນ​ສັງເກດ​ເຫັນ​ວ່າ​ຄຳພີ​ໄບເບິນ​ສົ່ງ​ຜົນ​ດີ​ຕໍ່​ຄອບຄົວ ລາວ​ກໍ​ເລີ່ມ​ຄິດ​ແລະ​ເປີດ​ໃຈ​ຮັບ​ຟັງ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ.—1 ໂກ. 7:12-14, 16

9. ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຕໍ່ໆໄປ?

9 ພະຍາຍາມ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຕໍ່ໆໄປ. ພະ​ເຢໂຫວາ​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ. ພະອົງ​ໃຫ້​ໂອກາດ​ຜູ້​ຄົນ “ເທື່ອ​ແລ້ວ​ເທື່ອ​ອີກ” ເພື່ອ​ພວກ​ເຂົາ​ຈະ​ຕອບ​ຮັບ​ຄວາມ​ຈິງ​ແລະ​ໄດ້​ຮັບ​ຊີວິດ. (ຢເຣ. 44:4, ລ.ມ.) ອັກຄະສາວົກ​ໂປໂລ​ກໍ​ບອກ​ຕີໂມເຕ​ໃຫ້​ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ຕໍ່ໆໄປ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ການ​ເຮັດ​ແບບ​ນັ້ນ​ຈະ​ຊ່ວຍ​ທັງ​ລາວ​ແລະ​ຄົນ​ທີ່​ຟັງ​ລາວ​ໃຫ້​ລອດ. (1 ຕີໂມ. 4:16) ເຮົາ​ຮັກ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ ເຮົາ​ຈຶ່ງ​ຢາກ​ໃຫ້​ພວກ​ເຂົາ​ຮູ້ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ເມື່ອ​ເວລາ​ຜ່ານ​ໄປ ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ພໍລີນ​ໄດ້​ສົ່ງ​ຜົນ​ດີ​ຕໍ່​ຄອບຄົວ​ຂອງ​ລາວ. ຕອນ​ນີ້​ລາວ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ຜົວ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກັບ​ລາວ ເຊິ່ງ​ທັງ​ສອງ​ຄົນ​ກໍ​ເປັນ​ໄພໂອເນຍ​ແລະ​ຜົວ​ຂອງ​ລາວ​ກໍ​ເປັນ​ຜູ້​ເຖົ້າ​ແກ່.

10. ເປັນ​ຫຍັງ​ເຮົາ​ຕ້ອງ​ອົດ​ທົນ?

10 ອົດ​ທົນ. ຕອນ​ທີ່​ເຮົາ​ຕັດສິນ​ໃຈ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຮົາ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ຄວາມ​ເຊື່ອ​ຂອງ​ເຮົາ ນີ້​ອາດ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ຍອມ​ຮັບ​ໄດ້​ຍາກ. ສິ່ງ​ທຳອິດ​ທີ່​ພວກ​ເຂົາ​ສັງເກດ​ເຫັນ​ຄື ເຮົາ​ບໍ່​ສະຫຼອງ​ບຸນ​ຕ່າງໆທາງ​ສາສະໜາ​ແລະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ. ທຳອິດ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ບາງ​ຄົນ​ກໍ​ອາດ​ຈະ​ໃຈ​ຮ້າຍ​ໃຫ້​ເຮົາ​ຫຼາຍ. (ມັດ. 10:35, 36) ແຕ່​ເຮົາ​ຄວນ​ໝົດ​ຫວັງ​ໃນ​ຕົວ​ພວກ​ເຂົາ​ບໍ? ຖ້າ​ເຮົາ​ເຊົາ​ຊ່ວຍ​ພວກ​ເຂົາ​ໃຫ້​ເຂົ້າ​ໃຈ​ຄວາມ​ເຊື່ອ​ຂອງ​ເຮົາ ກໍ​ເທົ່າ​ກັບ​ວ່າ​ເຮົາ​ຕັດສິນ​ພວກ​ເຂົາ​ແລ້ວ​ວ່າ​ພວກ​ເຂົາ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ພະ​ເຢໂຫວາ​ບໍ່​ໄດ້​ມອບ​ວຽກ​ໃຫ້​ເຮົາ​ໄປ​ຕັດສິນ​ຄົນ​ອື່ນ ເພາະ​ພະອົງ​ມອບ​ໜ້າ​ທີ່​ນີ້​ໃຫ້​ພະ​ເຍຊູ. (ໂຢ. 5:22) ຖ້າ​ເຮົາ​ອົດ​ທົນ ໃນ​ທີ່​ສຸດ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ອາດ​ຈະ​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ.—ເບິ່ງ​ຂອບ “ ໃຊ້​ເວັບໄຊ​ຂອງ​ເຮົາ​ໃຫ້​ເປັນ​ປະໂຫຍດ.

11-13. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ອາລິດສ໌​ປະຕິບັດ​ກັບ​ພໍ່​ແມ່?

11 ໃຫ້​ເຮັດ​ດີ​ແຕ່​ຕ້ອງ​ໜັກແໜ້ນ​ໃນ​ຄວາມ​ເຊື່ອ. (ສຸພາ. 15:2) ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ອາລິດສ໌. ຕອນ​ທີ່​ລາວ​ຢູ່​ໄກ​ຈາກ​ພໍ່​ແມ່ ລາວ​ໄດ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ ແຕ່​ພໍ່​ແມ່​ຂອງ​ລາວ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ​ແລະ​ຍັງ​ພົວ​ພັນ​ກັບ​ການ​ເມືອງ. ລາວ​ຮູ້​ວ່າ​ລາວ​ຕ້ອງ​ຟ້າວ​ບອກ​ພໍ່​ແມ່​ໃຫ້​ຮູ້​ກ່ຽວ​ກັບ​ຂ່າວ​ດີ​ທີ່​ລາວ​ໄດ້​ຮຽນ. ລາວ​ບອກ​ວ່າ: “ຖ້າ​ເຈົ້າ​ມີ​ແຕ່​ລໍ​ຖ້າ ບໍ່​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ໃໝ່​ແລະ​ກິດຈະກຳ​ທາງ​ສາສະໜາ​ໃຫ້​ຄົນ​ໃນ​ຄອບຄົວ​ຟັງ​ຈັກ​ເທື່ອ ພວກ​ເຂົາ​ກໍ​ຈະ​ຕົກໃຈ​ຫຼາຍ​ຖ້າ​ມາ​ຮູ້​ນຳ​ຫຼັງ.” ອາລິດສ໌​ພະຍາຍາມ​ຄິດ​ເຖິງ​ເລື່ອງ​ທີ່​ລາວ​ຫວັງ​ວ່າ​ພໍ່​ແມ່​ຈະ​ສົນ​ໃຈ​ເຊັ່ນ: ຄວາມ​ຮັກ. ຈາກ​ນັ້ນ ລາວ​ກໍ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພໍ່​ແມ່ ແລະ​ບອກ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້ ແລ້ວ​ກໍ​ຖາມ​ວ່າ​ພວກ​ເພິ່ນ​ຄິດ​ແນວ​ໃດ. (1 ໂກ. 13:1-13) ລາວ​ຂອບໃຈ​ພໍ່​ແມ່​ທີ່​ເບິ່ງ​ແຍງ​ລາວ​ຢ່າງ​ດີ​ແລະ​ລ້ຽງ​ລາວ​ຈົນ​ໃຫຍ່ ແລະ​ລາວ​ກໍ​ໄດ້​ສົ່ງ​ຂອງ​ຂວັນ​ໄປ​ໃຫ້​ພວກ​ເພິ່ນ. ຕອນ​ທີ່​ກັບ​ໄປ​ຢາມ​ພໍ່​ແມ່​ຢູ່​ເຮືອນ ລາວ​ໄດ້​ຊ່ວຍ​ແມ່​ເຮັດ​ວຽກ​ເຮືອນ​ທຸກ​ຢ່າງ. ທຳອິດ ພໍ່​ແມ່​ບໍ່​ມັກ​ທີ່​ລາວ​ບອກ​ວ່າ​ລາວ​ໄດ້​ປ່ຽນ​ຄວາມ​ເຊື່ອ​ໃໝ່.

12 ຕອນ​ທີ່​ອາລິດສ໌​ຢູ່​ເຮືອນ​ກັບ​ພໍ່​ແມ່ ລາວ​ຍັງ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້. ລາວ​ບອກ​ວ່າ: “ນີ້​ຊ່ວຍ​ແມ່​ໃຫ້​ເຂົ້າ​ໃຈ​ວ່າ​ຄຳພີ​ໄບເບິນ​ສຳຄັນ​ຫຼາຍ​ສ່ຳ​ໃດ​ສຳລັບ​ຂ້ອຍ.” ໃນ​ຂະນະ​ດຽວ​ກັນ ພໍ່​ຂອງ​ລາວ​ກໍ​ໄດ້​ຕັດສິນ​ໃຈ​ຮຽນ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ​ເພື່ອ​ເບິ່ງ​ວ່າ​ເປັນ​ຫຍັງ​ລູກ​ຈຶ່ງ​ປ່ຽນ​ໄປ ແລະ​ຍັງ​ຢາກ​ຈັບ​ຜິດ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ອາລິດສ໌​ບອກ​ວ່າ: “ຂ້ອຍ​ເອົາ​ຄຳພີ​ໄບເບິນ​ໃຫ້​ພໍ່​ຫົວ​ໜຶ່ງ ແລະ​ຂຽນ​ຂໍ້​ຄວາມ​ໃສ່​ເຈ້ຍ​ນ້ອຍ​ໃຫ້​ພໍ່​ນຳ.” ຜົນ​ເປັນ​ແນວ​ໃດ? ພໍ່​ຂອງ​ລາວ​ຈັບ​ຜິດ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ບໍ່​ໄດ້​ເລີຍ ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ປະທັບ​ໃຈ​ຫຼາຍ​ກັບ​ສິ່ງ​ທີ່​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ.

13 ເຮົາ​ຕ້ອງ​ໜັກແໜ້ນ​ແລະ​ເຮັດ​ດີ​ຕໍ່​ໄປ ເຖິງ​ວ່າ​ຈະ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ. (1 ໂກ. 4:12 ສ່ວນ ຂ) ຕົວຢ່າງ: ອາລິດສ໌​ຕ້ອງ​ອົດ​ທົນ​ທີ່​ແມ່​ໄດ້​ຕໍ່​ຕ້ານ​ລາວ ລາວ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ຮັບ​ບັບເຕມາ ແມ່​ບອກ​ວ່າ​ຂ້ອຍ​ເປັນ ‘ລູກ​ຊົ່ວ.’” ອາລິດສ໌​ເຮັດ​ແນວ​ໃດ? ລາວ​ບອກ​ວ່າ: “ແທນ​ທີ່​ຂ້ອຍ​ຈະ​ເຊົາ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ໃໝ່​ຂອງ​ຂ້ອຍ ຂ້ອຍ​ອະທິບາຍ​ດ້ວຍ​ຄວາມ​ນັບຖື​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ຍຶດ​ໝັ້ນ​ກັບ​ການ​ຕັດສິນ​ໃຈ​ນັ້ນ. ຂ້ອຍ​ພະຍາຍາມ​ເຮັດ​ໃຫ້​ແມ່​ໝັ້ນ​ໃຈ​ວ່າ​ຂ້ອຍ​ຍັງ​ຮັກ​ແມ່​ແທ້ໆ. ເຮົາ​ສອງ​ຄົນ​ຮ້ອງໄຫ້​ນຳ​ກັນ ແລະ​ຂ້ອຍ​ກໍ​ເຮັດ​ອາຫານ​ແຊບໆໃຫ້​ແມ່​ກິນ. ຕັ້ງ​ແຕ່​ນັ້ນ​ມາ ແມ່​ຂອງ​ຂ້ອຍ​ກໍ​ເລີ່ມ​ຍອມ​ຮັບ​ວ່າ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຂ້ອຍ​ເປັນ​ຄົນ​ທີ່​ດີ​ຂຶ້ນ.”

14. ເປັນ​ຫຍັງ​ເຮົາ​ຕ້ອງ​ໜັກແໜ້ນ​ເມື່ອ​ຖືກ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ກົດ​ດັນ​ເຮົາ?

14 ມັນ​ອາດ​ຕ້ອງ​ໃຊ້​ເວລາ​ຊົ່ວ​ຊິ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ເຂົ້າ​ໃຈ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ເຮົາ. ຕົວຢ່າງ ຕອນ​ທີ່​ອາລິດສ໌​ຕັດສິນ​ໃຈ​ເປັນ​ໄພໂອເນຍ​ແທນ​ທີ່​ຈະ​ເຮັດ​ວຽກ​ຕາມ​ທີ່​ພໍ່​ແມ່​ຂອງ​ລາວ​ບອກ ແມ່​ລາວ​ກໍ​ຮ້ອງໄຫ້​ອີກ. ແຕ່​ອາລິດສ໌​ຍັງ​ຄົງ​ໜັກແໜ້ນ. ລາວ​ເວົ້າ​ວ່າ: “ຖ້າ​ເຈົ້າ​ຍອມ​ແພ້​ຕໍ່​ຄວາມ​ກົດ​ດັນ​ດ້ານ​ໃດ​ດ້ານ​ໜຶ່ງ ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ພະຍາຍາມ​ຫາ​ສິ່ງ​ອື່ນ​ມາ​ເຮັດ​ໃຫ້​ເຈົ້າ​ປ່ຽນ​ໃຈ. ແຕ່​ຖ້າ​ເຈົ້າ​ໜັກແໜ້ນ​ແລະ​ເຮັດ​ດີ​ຕໍ່​ໄປ ບາງ​ຄົນ​ໃນ​ຄອບຄົວ​ກໍ​ອາດ​ຈະ​ຟັງ​ເຈົ້າ.” ນີ້​ເປັນ​ສິ່ງ​ເກີດ​ຂຶ້ນ​ກັບ​ຄອບຄົວ​ອາລິດສ໌. ຕອນ​ນີ້​ທັງ​ພໍ່​ແລະ​ແມ່​ຂອງ​ລາວ​ຮັບໃຊ້​ເປັນ​ໄພໂອເນຍ ແລະ​ພໍ່​ຂອງ​ລາວ​ກໍ​ເປັນ​ຜູ້​ເຖົ້າ​ແກ່.

ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ມີ​ສ່ວນ​ຊ່ວຍ​ກັນ​ໄດ້​ແນວ​ໃດ?

ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ມີ​ສ່ວນ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 15-16) *

15. ຕາມ​ມັດທາຍ 5:14-16 ແລະ 1 ເປໂຕ 2:12 “ການ​ດີ” ອາດ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ໄດ້​ແນວ​ໃດ?

15 ພະ​ເຢໂຫວາ​ໃຊ້ “ການ​ດີ” ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ​ຊັກ​ນຳ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ຫາ​ພະອົງ. (ອ່ານ​ມັດທາຍ 5:14-16; 1 ເປໂຕ 2:12) ຖ້າ​ຄູ່​ຂອງ​ເຈົ້າ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ ລາວ​ເຄີຍ​ພົບ​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ບໍ? ພໍລີນ​ເຊິ່ງ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຊວນ​ພີ່​ນ້ອງ​ມາ​ຫຼິ້ນ​ຢູ່​ເຮືອນ​ຂອງ​ລາວ​ເພື່ອ​ໃຫ້​ຜົວ​ມີ​ໂອກາດ​ໄດ້​ຮູ້ຈັກ​ພີ່​ນ້ອງ​ຫຼາຍ​ຂຶ້ນ. ເຫວນ​ຄິດ​ເຖິງ​ຕອນ​ທີ່​ພີ່​ນ້ອງ​ຄົນ​ໜຶ່ງ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ແທ້ໆແລ້ວ​ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ແບບ​ໃດ ລາວ​ບອກ​ວ່າ: “ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ຍອມ​ລາ​ພັກ​ວຽກ​ເພື່ອ​ມາ​ເບິ່ງ​ເຕະ​ບານ​ນຳ​ຂ້ອຍ. ນີ້​ຊ່ວຍ​ໃຫ້​ຂ້ອຍ​ຮູ້​ວ່າ​ລາວ​ກໍ​ຄື​ກັບ​ຄົນ​ທຳມະດາ​ທົ່ວໄປ.”

16. ເປັນ​ຫຍັງ​ເຮົາ​ຄວນ​ຊວນ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ເຂົ້າ​ຮ່ວມ​ປະຊຸມ?

16 ວິທີ​ທີ່​ດີ​ເລີດ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ກໍ​ຄື ຊວນ​ໄປ​ປະຊຸມ​ກັບ​ເຮົາ. (1 ໂກ. 14:24, 25) ການ​ປະຊຸມ​ເທື່ອ​ທຳອິດ​ທີ່​ເຫວນ​ເຂົ້າ​ຮ່ວມ​ຄື​ການ​ປະຊຸມ​ອະນຸສອນ ເພາະ​ຈັດ​ຂຶ້ນ​ຫຼັງ​ເລີກ​ວຽກ​ແລະ​ໃຊ້​ເວລາ​ສັ້ນໆ. ເຫວນ​ເວົ້າ​ວ່າ: “ຂ້ອຍ​ກໍ​ບໍ່​ເຂົ້າ​ໃຈ​ປານ​ໃດ​ໃນ​ສິ່ງ​ທີ່​ຜູ້​ບັນລະຍາຍ​ເວົ້າ ແຕ່​ສິ່ງ​ທີ່​ຂ້ອຍ​ຈື່​ກໍ​ຄື​ຄົນ​ຢູ່​ຫັ້ນ. ພວກ​ເຂົາ​ຈັບ​ມື​ທັກທາຍ​ຂ້ອຍ ເຮັດ​ໃຫ້​ຂ້ອຍ​ຮູ້​ເລີຍ​ວ່າ​ພວກ​ເຂົາ​ເປັນ​ຄົນ​ຈິງ​ໃຈ.” ພີ່​ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ປະຊາຄົມ​ເຮັດ​ດີ​ກັບ​ພໍລີນ​ຫຼາຍ ພວກ​ເຂົາ​ຊ່ວຍ​ລາວ​ກັບ​ລູກ​ຊາຍ​ໄປ​ປະຊຸມ​ແລະ​ປະກາດ. ໃນ​ທີ່​ສຸດ​ເມື່ອ​ເຫວນ​ຕັດສິນ​ໃຈ​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ເຊື່ອ​ໃໝ່​ຂອງ​ພໍລີນ ເຫວນ​ກໍ​ໄດ້​ຂໍ​ຜູ້​ທີ່​ເປັນ​ຜົວ​ມາ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ.

17. ເຮົາ​ບໍ່​ຄວນ​ໂທດ​ຕົວ​ເອງ​ເລື່ອງ​ຫຍັງ? ແຕ່​ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ຕໍ່ໆໄປ?

17 ເຮົາ​ຢາກ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ທຸກ​ຄົນ​ມາ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ​ກັບ​ເຮົາ. ແຕ່​ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ເຕັມທີ​ແລ້ວ​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ມາ​ຮັບໃຊ້​ພະເຈົ້າ ພວກ​ເຂົາ​ກໍ​ອາດ​ຈະ​ບໍ່​ມາ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ກໍ​ບໍ່​ຄວນ​ໂທດ​ຕົວ​ເອງ​ທີ່​ພວກ​ເຂົາ​ຕັດສິນ​ໃຈ​ແບບ​ນັ້ນ. ເຮົາ​ບໍ່​ສາມາດ​ບັງຄັບ​ໃຜ​ໃຫ້​ມາ​ເຊື່ອ​ແບບ​ເຮົາ. ແຕ່​ຖ້າ​ພວກ​ເຂົາ​ເຫັນ​ວ່າ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຍ້ອນ​ຮັບໃຊ້​ພະ​ເຢໂຫວາ ມັນ​ກໍ​ອາດ​ສົ່ງ​ຜົນ​ດີ​ຕໍ່​ພວກ​ເຂົາ​ຫຼາຍ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ອະທິດຖານ​ເພື່ອ​ພວກ​ເຂົາ ເວົ້າ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ ແລະ​ພະຍາຍາມ​ຊ່ວຍ​ພວກ​ເຂົາ​ຕໍ່ໆໄປ! (ກິດ. 20:20) ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຈົ້າ ແລະ​ຖ້າ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ຟັງ​ເຈົ້າ ພວກ​ເຂົາ​ກໍ​ຈະ​ລອດ!

ເພງ 57 ປະກາດ​ກັບ​ຄົນ​ທຸກ​ຊະນິດ

^ ຂໍ້ 5 ເຮົາ​ຢາກ​ໃຫ້​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ ແຕ່​ພວກ​ເຂົາ​ຕ້ອງ​ເລືອກ​ເອງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ໃຫ້​ຟັງ​ເຮົາ​ງ່າຍ​ຂຶ້ນ.

^ ຂໍ້ 1 ບາງ​ຊື່​ເປັນ​ຊື່​ສົມມຸດ.

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ກຳລັງ​ຊ່ວຍ​ພໍ່​ແປງ​ລົດ ເຊິ່ງ​ພໍ່​ຂອງ​ລາວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ ເມື່ອ​ໄດ້​ໂອກາດ​ເໝາະ​ສົມ​ລາວ​ກໍ​ເປີດ​ວິດີໂອ​ໃນ​ເວັບໄຊ jw.org® ໃຫ້​ພໍ່​ເບິ່ງ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຕັ້ງ​ໃຈ​ຟັງ​ຜົວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ເລົ່າ​ເລື່ອງ​ວຽກ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ຫຼິ້ນ​ເກມ​ກັບ​ລູກ​ກັບ​ຜົວ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ໄດ້​ຊວນ​ພີ່​ນ້ອງ​ໃນ​ປະຊາຄົມ​ມາ​ເຮືອນ​ຂອງ​ລາວ. ພີ່​ນ້ອງ​ພະຍາຍາມ​ທີ່​ຈະ​ຮູ້ຈັກ​ຜົວ​ຂອງ​ລາວ. ຕໍ່​ມາ ຜົວ​ຂອງ​ລາວ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ກັບ​ລາວ.