ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ເຊື່ອ—ຄຸນ​ລັກສະນະ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ

ຄວາມ​ເຊື່ອ—ຄຸນ​ລັກສະນະ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ

ຄວາມ​ເຊື່ອ​ມີ​ພະລັງ​ຫຼາຍ. ຕົວຢ່າງ: ເຖິງ​ວ່າ​ຊາຕານ​ຢາກ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ແຕ່​ຄວາມ​ເຊື່ອ​ຊ່ວຍ​ເຮົາ “ກະທຳ​ລູກ​ສອນ​ອັນ​ຕິດ​ໄຟ​ຂອງ​ຜູ້​ຮ້າຍ​ນັ້ນ​ໃຫ້​ມອດ​ເສຍ.” (ເອເຟ. 6:16) ຖ້າ​ເຮົາ​ມີ​ຄວາມ​ເຊື່ອ ເຮົາ​ຈະ​ສາມາດ​ອົດ​ທົນ​ກັບ​ບັນຫາ​ທີ່​ໃຫຍ່​ປານ​ພູເຂົາ​ໄດ້. ພະ​ເຍຊູ​ບອກ​ລູກ​ສິດ​ວ່າ: “ຖ້າ​ທ່ານ​ມີ​ຄວາມ​ເຊື່ອ​ໃຫຍ່​ທໍ່​ໃນ​ຜັກ​ກາດ​ເມັດ​ໜຶ່ງ ທ່ານ​ຈະ​ສັ່ງ​ພູເຂົາ​ນີ້​ວ່າ ‘ຈົ່ງ​ເລື່ອນ​ໄປ​ຈາກ​ທີ່​ນີ້​ໄປ​ພຸ້ນ’ ແລະ​ມັນ​ຈະ​ໄປ.” (ມັດ. 17:20) ຍ້ອນ​ຄວາມ​ເຊື່ອ​ຊ່ວຍ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ ເຮົາ​ຈຶ່ງ​ຄວນ​ພິຈາລະນາ​ຄຳຖາມ​ຕໍ່​ໄປ​ນີ້: ຄວາມ​ເຊື່ອ​ແມ່ນ​ຫຍັງ? ສະພາບ​ຫົວໃຈ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ແນວ​ໃດ? ເຮົາ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ເຮົາ​ຄວນ​ຈະ​ເຊື່ອ​ຜູ້​ໃດ?—ໂລມ 4:3

ຄວາມ​ເຊື່ອ​ແມ່ນ​ຫຍັງ?

ຄວາມ​ເຊື່ອ​ບໍ່​ແມ່ນ​ພຽງ​ແຕ່​ຍອມ​ຮັບ​ວ່າ​ສິ່ງ​ທີ່​ພະ​ຄຳພີ​ບອກ​ເປັນ​ຄວາມ​ຈິງ ເພາະ​ແມ່ນ​ແຕ່ “ຜີ​ຮ້າຍ​ທັງ​ຫຼາຍ​ກໍ​ເຊື່ອ [ວ່າ​ພະເຈົ້າ​ມີ​ແທ້] ດ້ວຍ​ແລະ​ເຂົາ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ.” (ຢໂກ. 2:19) ຄວາມ​ເຊື່ອ​ແມ່ນ​ຫຍັງ?

ຄື​ກັບ​ທີ່​ເຮົາ​ໝັ້ນ​ໃຈ​ວ່າ​ກາງເວັນ​ກັບ​ກາງຄືນ​ຈະ​ຢູ່​ຕະຫຼອດ​ໄປ ເຮົາ​ກໍ​ໝັ້ນ​ໃຈ​ຄື​ກັນ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ

ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ເຊື່ອ​ມີ 2 ແງ່​ມຸມ. ທຳອິດ “ຄວາມ​ເຊື່ອ​ຄື​ຄວາມ​ໝັ້ນ​ໃຈ​ເພາະ​ມີ​ເຫດຜົນ​ໜັກແໜ້ນ​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ.” (ເຫບ. 11:1, ລ.ມ. ສ່ວນ ກ) ຖ້າ​ເຈົ້າ​ມີ​ຄວາມ​ເຊື່ອ ເຈົ້າ​ກໍ​ຈະ​ເຊື່ອ​ແທ້ໆວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ເປັນ​ຄວາມ​ຈິງ​ແລະ​ຈະ​ເກີດ​ຂຶ້ນ​ແທ້. ຕົວຢ່າງ ພະ​ເຢໂຫວາ​ບອກ​ຊາວ​ອິດສະລາແອນ​ວ່າ: “ເມື່ອ​ທ່ານ​ທັງ​ຫຼາຍ​ຈະ​ໃຫ້​ຄຳ​ສັນຍາ​ຂອງ​ເຮົາ​ກັບ​ກາງເວັນ​ແລະ​ກາງຄືນ​ຍົກ​ເລີກ​ເສຍ ຈົນ​ບໍ່​ມີ​ເວັນ​ບໍ່​ມີ​ຄືນ​ຕາມ​ຍາມ​ກຳນົດ​ໄວ້ ເມື່ອ​ນັ້ນ​ຄຳ​ສັນຍາ​ຂອງ​ເຮົາ​ກັບ​ດາວິດ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ເປັນ​ທີ່​ຍົກ​ເລີກ​ເສຍ​ດ້ວຍ.” (ຢເຣ. 33:20, 21) ເຈົ້າ​ເຄີຍ​ຢ້ານ​ວ່າ​ຕາເວັນ​ຈະ​ບໍ່​ຂຶ້ນ​ແລະ​ຈະ​ບໍ່​ຕົກ​ບໍ ເຊິ່ງ​ຈະ​ເຮັດ​ໃຫ້​ບໍ່​ມີ​ທັງ​ກາງເວັນ​ແລະ​ກາງຄືນ? ຖ້າ​ເຈົ້າ​ເຊື່ອ​ໃນ​ກົດ​ເກນ​ທຳມະຊາດ​ທີ່​ວ່າ​ໜ່ວຍ​ໂລກ​ປິ່ນ​ອ້ອມ​ຕົວ​ມັນ​ເອງ​ແລະ​ປິ່ນ​ອ້ອມ​ດວງ​ອາທິດ ເຈົ້າ​ກໍ​ຈະ​ເຊື່ອ​ວ່າ​ຜູ້​ທີ່​ສ້າງ​ກົດ​ເກນ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ພະອົງ​ເປັນ​ຈິງ.—ເອຊາ. 55:10, 11; ມັດ. 5:18

ທີ​ສອງ ຄວາມ​ເຊື່ອ​ເປັນ “ຄວາມ​ແນ່​ໃຈ​ເພາະ​ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ຈິງ.” (ເຫບ. 11:1, ລ.ມ. ສ່ວນ ຂ) ມີ​ຕົວຢ່າງ​ຫຍັງ​ທີ່​ເຮັດ​ໃຫ້​ເຊື່ອ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ແທ້? ສົມມຸດ​ມີ​ເດັກ​ນ້ອຍ​ຖາມ​ເຈົ້າ​ວ່າ: ‘ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ອາກາດ​ມີ​ແທ້?’ ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ເຫັນ​ອາກາດ ເຈົ້າ​ກໍ​ສາມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຫັນ​ຫຼັກ​ຖານ​ວ່າ​ອາກາດ​ມີ​ແທ້ ເຊັ່ນ: ການ​ຫາຍ​ໃຈ ຫຼື​ຕອນ​ທີ່​ມີ​ລົມ​ພັດ​ແລະ​ອື່ນໆ. ເມື່ອ​ເດັກ​ນ້ອຍ​ໝັ້ນ​ໃຈ​ໃນ​ຫຼັກ​ຖານ ລາວ​ກໍ​ຈະ​ຍອມ​ຮັບ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ແທ້. ຄ້າຍ​ຄື​ກັນ ຄວາມ​ເຊື່ອ​ກໍ​ອີງ​ໃສ່​ຫຼັກ​ຖານ​ທີ່​ໜັກແໜ້ນ.—ໂລມ 1:20

ສະພາບ​ຫົວໃຈ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ

ເນື່ອງ​ຈາກ​ຄວາມ​ເຊື່ອ​ເກີດ​ຈາກ​ຫຼັກ​ຖານ​ທີ່​ໜັກແໜ້ນ ດັ່ງ​ນັ້ນ ເພື່ອ​ຈະ​ມີ​ຄວາມ​ເຊື່ອ ຄົນ​ນັ້ນ​ຕ້ອງ​ຮັບ​ເອົາ “ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.” (1 ຕີໂມ. 2:4, ລ.ມ.) ການ​ມີ​ພຽງ​ແຕ່​ຄວາມ​ຮູ້​ຍັງ​ບໍ່​ພໍ ອັກຄະສາວົກ​ໂປໂລ​ບອກ​ວ່າ​ເຮົາ​ຕ້ອງ “ເຊື່ອ​ດ້ວຍ​ໃຈ.” (ໂລມ 10:10) ຄົນ​ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ເຊື່ອ​ໃນ​ຄວາມ​ຈິງ ແຕ່​ຕ້ອງ​ເຫັນ​ຄຸນຄ່າ​ຄວາມ​ຈິງ​ນຳ. ເພາະ​ການ​ເຫັນ​ຄຸນຄ່າ​ຈະ​ກະຕຸ້ນ​ເຮົາ​ໃຫ້​ສະແດງ​ຄວາມ​ເຊື່ອ​ອອກ​ມາ​ໂດຍ​ການ​ລົງ​ມື​ເຮັດ​ຕາມ​ຄວາມ​ຈິງ​ຫຼື​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ. (ຢໂກ. 2:20) ແຕ່​ຖ້າ​ຄົນ​ເຮົາ​ບໍ່​ເຫັນ​ຄຸນຄ່າ​ຄວາມ​ຈິງ​ແທ້ໆ ຕໍ່​ໃຫ້​ມີ​ຫຼັກ​ຖານ​ໜັກແໜ້ນ ຄົນ​ເຮົາ​ກໍ​ຍັງ​ຈະ​ຍຶດ​ໝັ້ນ​ກັບ​ຄວາມ​ຄິດ​ແບບ​ເກົ່າ​ຫຼື​ເຮັດ​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ. (2 ເປ. 3:3, 4; ຢູເດ 18) ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຫັນ​ວ່າ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ບໍ່​ແມ່ນ​ທຸກ​ຄົນ​ທີ່​ເຫັນ​ການ​ອັດສະຈັນ​ຈະ​ມີ​ຄວາມ​ເຊື່ອ. (ຈົດເຊັນ. 14:11; ໂຢ. 12:37) ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ຄົນ​ທີ່​ເຫັນ​ຄຸນຄ່າ​ຄວາມ​ຈິງ​ແທ້ໆເທົ່າ​ນັ້ນ​ໃຫ້​ມີ​ຄວາມ​ເຊື່ອ.—ຄລາ. 5:22; 2 ເທ. 2:10, 11

ວິທີ​ທີ່​ດາວິດ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ

ກະສັດ​ດາວິດ​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (ເຫບ. 11:32, 33) ແຕ່​ບໍ່​ແມ່ນ​ທຸກ​ຄົນ​ໃນ​ຄອບຄົວ​ດາວິດ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຕົວຢ່າງ: ເອລີອາບ​ເຊິ່ງ​ເປັນ​ອ້າຍ​ກົກ​ຂອງ​ດາວິດ ຕອນ​ທີ່​ລາວ​ໄດ້​ຍິນ​ດາວິດ​ເວົ້າ​ເຖິງ​ໂຄລີອາດ​ມາ​ທ້າທາຍ ລາວ​ຮ້າຍ​ດາວິດ​ເຊິ່ງ​ສະແດງ​ວ່າ​ລາວ​ຂາດ​ຄວາມ​ເຊື່ອ. (1 ຊາມ. 17:26-28) ບໍ່​ມີ​ໃຜ​ເກີດ​ມາ​ແລ້ວ​ຈະ​ມີ​ຄວາມ​ເຊື່ອ​ໂລດ ແລະ​ບໍ່​ມີ​ໃຜ​ສືບ​ທອດ​ຄວາມ​ເຊື່ອ​ໂດຍ​ທາງ​ກຳມະພັນ​ຈາກ​ພໍ່​ແມ່ ດັ່ງ​ນັ້ນ ຄວາມ​ເຊື່ອ​ຂອງ​ດາວິດ​ຈຶ່ງ​ເກີດ​ຈາກ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະເຈົ້າ.

ໃນ​ຄຳເພງ 27 ດາວິດ​ໄດ້​ເປີດ​ເຜີຍ​ວິທີ​ທີ່​ລາວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (ເພງ. 27:1) ລາວ​ຄິດ​ຕຶກຕອງ ກ່ຽວ​ກັບ​ປະສົບການ​ທີ່​ຜ່ານ​ມາ​ໃນ​ຊີວິດ ແລະ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຈັດການ​ກັບ​ພວກ​ສັດຕູ. (ເພງ. 27:2, 3) ລາວ​ເຫັນ​ຄຸນຄ່າ ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ຈັດ​ກຽມ​ເລື່ອງ​ການ​ນະມັດສະການ. (ເພງ. 27:4) ນອກ​ຈາກ​ນັ້ນ ລາວ​ຍັງ​ນະມັດສະການ ພະເຈົ້າ​ຮ່ວມ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຂອງ​ລາວ​ໃນ​ເຕັ້ນ​ສັກສິດ. (ເພງ. 27:6) ລາວ​ເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ຢ່າງ​ຈິງ​ຈັງ. (ເພງ. 27:7, 8) ແລະ​ລາວ​ຍັງ​ໄດ້​ຮັບ​ການ​ສອນ ໃຫ້​ຢູ່​ໃນ​ແນວ​ທາງ​ຂອງ​ພະເຈົ້າ. (ເພງ. 27:11) ຄວາມ​ເຊື່ອ​ສຳຄັນ​ຫຼາຍ​ຕໍ່​ດາວິດ​ຈົນ​ເຮັດ​ໃຫ້​ລາວ​ເວົ້າ​ວ່າ: “ຖ້າ​ຂ້ອຍ​ບໍ່​ເຊື່ອ . . . ຕອນ​ນີ້​ຂ້ອຍ​ຈະ​ເປັນ​ແນວ​ໃດ?”—ເພງ. 27:13, ລ.ມ.

ວິທີ​ທີ່​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ

ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 27 ເຈົ້າ​ສາມາດ​ມີ​ຄວາມ​ເຊື່ອ​ຄື​ກັບ​ດາວິດ​ໄດ້ ຖ້າ​ເຈົ້າ​ຮຽນ​ແບບ​ສິ່ງ​ທີ່​ລາວ​ຄິດ​ແລະ​ເຮັດ. ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ກໍ​ຕ້ອງ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ ດັ່ງ​ນັ້ນ ແຮ່ງ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ແລະ​ໜັງສື​ຂອງ​ອົງການ​ຫຼາຍ​ເທົ່າ​ໃດ ກໍ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ເຈົ້າ​ຈະ​ມີ​ຄວາມ​ເຊື່ອ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ເພງ. 1:2, 3) ຂໍ​ໃຫ້​ໃຊ້​ເວລາ​ຄິດ​ຕຶກຕອງ​ຕອນ​ທີ່​ເຈົ້າ​ສຶກສາ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ເຫັນ​ຄຸນຄ່າ​ແລະ​ສຳນຶກ​ບຸນ​ຄຸນ​ຕໍ່​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເມື່ອ​ເຈົ້າ​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຢາກ​ຈະ​ສະແດງ​ຄວາມ​ເຊື່ອ​ໂດຍ​ນະມັດສະການ​ພະອົງ​ຢູ່​ການ​ປະຊຸມ​ປະຊາຄົມ ແລະ​ປະກາດ​ເລື່ອງ​ຄວາມ​ຫວັງ​ກັບ​ຄົນ​ອື່ນ. (ເຫບ. 10:23-25) ນອກ​ຈາກ​ນັ້ນ ເຮົາ​ຍັງ​ພິສູດ​ວ່າ​ເຮົາ​ສະແດງ​ຄວາມ​ເຊື່ອ​ເມື່ອ​ເຮົາ “ອະທິດຖານ​ແລະ​ບໍ່​ທໍ້​ຖອຍ.” (ລືກາ 18:1-8, ລ.ມ.) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ “ອ້ອນ​ວອນ [ພະ​ເຢໂຫວາ] ບໍ່​ເຊົາ​ບໍ່​ຂາດ” ແລະ​ໄວ້​ວາງໃຈ​ວ່າ ‘ພະອົງ​ເປັນ​ຫ່ວງ​ເຮົາ.’ (1 ເທ. 5:17; 1 ເປ. 5:7, ທ.ປ.) ຄວາມ​ເຊື່ອ​ຈະ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ.—ຢໂກ. 2:22

ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ

ໃນ​ຄືນ​ທີ່​ພະ​ເຍຊູ​ຕາຍ ເພິ່ນ​ໄດ້​ບອກ​ກັບ​ພວກ​ລູກ​ສິດ​ວ່າ: “ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ​ໃນ​ພະເຈົ້າ ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຕົວ​ຂ້ອຍ​ດ້ວຍ.” (ໂຢ. 14:1, ລ.ມ.) ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ແຕ່​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ນຳ. ແລ້ວ​ເຈົ້າ​ຈະ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ພິຈາລະນາ 3 ວິທີ.

ການ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ໝາຍ​ເຖິງ​ຫຍັງ?

ວິທີ​ທີ 1 ໃຫ້​ເບິ່ງ​ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ເຈົ້າ​ເປັນ​ສ່ວນ​ຕົວ. ອັກຄະສາວົກ​ໂປໂລ​ບອກ​ວ່າ: “ຂ້ອຍ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໃນ​ເພິ່ນ​ເຊິ່ງ​ເປັນ​ລູກ​ຂອງ​ພະເຈົ້າ ເພິ່ນ​ຮັກ​ຂ້ອຍ​ແລະ​ສະລະ​ຊີວິດ​ເພື່ອ​ຂ້ອຍ.” (ຄລາ. 2:20, ລ.ມ.) ຖ້າ​ເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ ເຈົ້າ​ກໍ​ຈະ​ເຊື່ອ​ແທ້ໆວ່າ​ຄ່າໄຖ່​ຂອງ​ເພິ່ນ​ມີ​ໄວ້​ສຳລັບ​ເຈົ້າ ເຊື່ອ​ວ່າ​ຄ່າໄຖ່​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ການ​ອະໄພ​ບາບ ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ເປັນ​ຫຼັກ​ຖານ​ທີ່​ໜັກແໜ້ນ​ທີ່​ສຸດ​ວ່າ​ພະເຈົ້າ​ຮັກ​ເຈົ້າ. (ໂລມ 8:32, 38, 39; ເອເຟ. 1:7) ຖ້າ​ເຈົ້າ​ເຊື່ອ​ແທ້ໆວ່າ​ຄ່າໄຖ່​ສາມາດ​ຊ່ວຍ​ເຈົ້າ​ໄດ້ ເຈົ້າ​ກໍ​ຈະ​ບໍ່​ຮູ້ສຶກ​ຜິດ​ແລະ​ຮູ້ສຶກ​ບໍ່​ດີ​ກັບ​ຕົວ​ເອງ.—2 ເທ. 2:16, 17

ວິທີ​ທີ 2 ອະທິດຖານ​ໂດຍ​ອາໄສ​ຄ່າໄຖ່​ຂອງ​ພະ​ເຍຊູ​ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ຍ້ອນ​ຄ່າໄຖ່ ເຮົາ​ຈຶ່ງ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ “ມີ​ໃຈ​ກ້າ​ຫຍັບ​ເຂົ້າ​ໄປ​ເຖິງ​ພະ​ທີ່​ນັ່ງ​ແຫ່ງ​ພະ​ຄຸນ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ອີ່ດູ​ແລະ​ຈະ​ໄດ້​ພົບ​ພະ​ຄຸນ​ຊ່ອຍ​ໃນ​ເວລາ​ທີ່​ຕ້ອງ​ປະສົງ.” (ເຫບ. 4:15, 16; 10:19-22) ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ບາບ.—ລືກາ 22:40

ວິທີ​ທີ 3 ເຊື່ອ​ຟັງ​ພະ​ເຍຊູ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ຜູ້​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ກໍ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ແຕ່​ວ່າ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພະ​ບຸດ​ນັ້ນ​ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ວ່າ​ຄວາມ​ຄຽດ​ຂອງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຜູ້​ນັ້ນ.” (ໂຢ. 3:36) ຂໍ​ສັງເກດ​ສິ່ງ​ທີ່​ໂຢຮັນ​ບອກ​ວ່າ ການ​ສະແດງ​ຄວາມ​ເຊື່ອ​ກົງ​ກັນ​ຂ້າມ​ກັບ​ການ​ບໍ່​ເຊື່ອ​ຟັງ. ດັ່ງ​ນັ້ນ ເຈົ້າ​ສາມາດ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ໄດ້​ເມື່ອ​ເຈົ້າ​ເຊື່ອ​ຟັງ​ເພິ່ນ. ເຈົ້າ​ຈະ​ເຊື່ອ​ຟັງ​ເພິ່ນ​ໄດ້​ໂດຍ​ເຮັດ​ຕາມ “ພະບັນຍັດ​ຂອງ​ພະ​ຄລິດ” ເຊິ່ງ​ກໍ​ຄື​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ເພິ່ນ​ສັ່ງ​ແລະ​ສອນ. (ຄລາ. 6:2) ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ເຊື່ອ​ຟັງ​ພະ​ເຍຊູ​ໄດ້​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເພິ່ນ​ໃຫ້​ຜ່ານ​ທາງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” (ມັດ. 24:45, ລ.ມ.) ຖ້າ​ເຈົ້າ​ເຊື່ອ​ຟັງ​ພະ​ເຍຊູ ເຈົ້າ​ກໍ​ຈະ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ທີ່​ເປັນ​ຄື​ກັບ​ພາຍຸ​ໄດ້.—ລືກາ 6:47, 48

“ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ”

ມີ​ເທື່ອ​ໜຶ່ງ ຜູ້​ຊາຍ​ຄົນ​ໜຶ່ງ​ເວົ້າ​ກັບ​ພະ​ເຍຊູ​ວ່າ: “ຂ້ອຍ​ເຊື່ອ ແຕ່​ຖ້າ​ຂ້ອຍ​ຍັງ​ບໍ່​ເຊື່ອ​ຫຼາຍ​ພໍ ຊ່ວຍ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່.” (ມໂກ. 9:24, ລ.ມ.) ຜູ້​ຊາຍ​ຄົນ​ນີ້​ມີ​ຄວາມ​ເຊື່ອ​ແດ່​ແລ້ວ ແຕ່​ລາວ​ຍອມ​ຮັບ​ຢ່າງ​ຖ່ອມ​ໃຈ​ວ່າ​ລາວ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ເຮົາ​ທຸກ​ຄົນ​ກໍ​ເປັນ​ຄື​ກັບ​ຜູ້​ຊາຍ​ຄົນ​ນີ້ ບາງ​ສະຖານະການ​ທີ່​ເຮົາ​ເຈິ​ອາດ​ເຮັດ​ໃຫ້​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ທີ່​ຈິງ ເຮົາ​ທຸກ​ຄົນ​ສາມາດ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ໃຫ້​ເຂັ້ມແຂງ​ຂຶ້ນ​ໄດ້​ຕັ້ງ​ແຕ່​ຕອນ​ນີ້. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໄດ້​ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ຄວາມ​ເຊື່ອ​ຂອງ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ນະມັດສະການ​ພະອົງ​ຮ່ວມ​ກັນ​ກັບ​ພີ່​ນ້ອງ ປະກາດ​ເລື່ອງ​ຄວາມ​ຫວັງ​ຂອງ​ເຮົາ​ກັບ​ຄົນ​ອື່ນ ແລະ​ອະທິດຖານ​ເປັນ​ປະຈຳ. ເມື່ອ​ເຮົາ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ ເຮົາ​ກໍ​ຈະ​ໄດ້​ຮັບ​ລາງວັນ​ທີ່​ຍິ່ງໃຫຍ່​ທີ່​ສຸດ. ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ວ່າ: “ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ເອີຍ ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ . . . ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.”—ຢູເດ 20, 21