ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 31

‘ເຮົາ​ບໍ່​ທໍ້​ຖອຍ’!

‘ເຮົາ​ບໍ່​ທໍ້​ຖອຍ’!

“ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ທໍ້​ຖອຍ.”—2 ໂກ. 4:16, ລ.ມ.

ເພງ 128 ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ໃຈ​ຄວາມ​ສຳຄັນ *

1. ຄລິດສະຕຽນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ແລ່ນ​ໄປ​ຮອດ​ເສັ້ນ​ໄຊ?

ຄລິດສະຕຽນ​ທຸກ​ຄົນ​ກຳລັງ​ແລ່ນ​ແຂ່ງ​ເພື່ອ​ຊີວິດ. ບໍ່​ວ່າ​ເຮົາ​ຫາ​ກໍ​ເລີ່ມ​ແລ່ນ​ຫຼື​ວ່າ​ແລ່ນ​ມາ​ຫຼາຍ​ປີ​ແລ້ວ ເຮົາ​ກໍ​ຕ້ອງ​ແລ່ນ​ຕໍ່ໆໄປ​ຈົນ​ກວ່າ​ຈະ​ຮອດ​ເສັ້ນ​ໄຊ. ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ຄລິດສະຕຽນ​ໃນ​ເມືອງ​ຟີລິບ​ສາມາດ​ຊ່ວຍ​ເຮົາ​ໃຫ້​ແລ່ນ​ຮອດ​ເສັ້ນ​ໄຊ​ໄດ້​ສຳເລັດ. ພີ່​ນ້ອງ​ບາງ​ຄົນ​ໃນ​ເມືອງ​ຟີລິບ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ຫຼາຍ​ປີ​ຕອນ​ທີ່​ພວກ​ເຂົາ​ໄດ້​ຮັບ​ຈົດ​ໝາຍ​ຂອງ​ໂປໂລ. ພວກ​ເຂົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຢູ່​ແລ້ວ ແຕ່​ໂປໂລ​ກໍ​ຍັງ​ເຕືອນ​ພວກ​ເຂົາ​ໃຫ້​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ຕໍ່ໆໄປ​ດ້ວຍ​ຄວາມ​ພຽນ​ອົດ​ທົນ. ລາວ​ຢາກ​ໃຫ້​ພວກ​ເຂົາ​ຮຽນ​ແບບ​ລາວ​ຕໍ່ໆໄປ​ໃນ​ການ “ແລ່ນ​ບາກບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫຼັກ​ໄຊ.”—ຟີລິບ 3:14, ທ.ປ.

2. ເປັນ​ຫຍັງ​ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ຈຶ່ງ​ຖືກ​ເວລາ​ແທ້ໆ?

2 ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ແມ່ນ​ມາ​ຖືກ​ເວລາ​ແທ້ໆ. ພີ່​ນ້ອງ​ທີ່​ຢູ່​ເມືອງ​ນັ້ນ​ຖືກ​ຂົ່ມເຫງ​ຕັ້ງ​ແຕ່​ປະຊາຄົມ​ກໍ່​ຕັ້ງ​ຂຶ້ນ. ເລື່ອງ​ນີ້​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ ຄ.ສ 50 ຕອນ​ທີ່​ໂປໂລ​ແລະ​ສີລາ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະເຈົ້າ​ທີ່​ບອກ​ໃຫ້​ໄປ “ແຂວງ​ມາເຊດັວນ.” ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄປ​ປະກາດ​ຢູ່​ເມືອງ​ຟີລິບ​ເຊິ່ງ​ຢູ່​ໃນ​ແຂວງ​ນັ້ນ. (ກິດ. 16:9) ພວກ​ເຂົາ​ພົບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ລີດີ​ເຊິ່ງ​ລາວ ‘ໄດ້​ຟັງ​ແລະ​ພະ​ເຢໂຫວາ​ໄດ້​ເປີດ​ຈິດ​ເປີດ​ໃຈ​ຂອງ​ລາວ’ ໃຫ້​ສົນ​ໃຈ​ຂ່າວ​ດີ. (ກິດ. 16:14) ບໍ່​ດົນ ລີດີ​ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ​ກໍ​ຮັບ​ບັບເຕມາ. ແຕ່​ຊາຕານ​ພະຍາມານ​ບໍ່​ຢູ່​ລ້າໆ ມັນ​ໄດ້​ເລີ່ມ​ສ້າງ​ບັນຫາ​ໃຫ້​ໂປໂລ​ກັບ​ສີລາ​ທັນທີ. ຜູ້​ຊາຍ​ໃນ​ເມືອງ​ນັ້ນ​ໄດ້​ລາກ​ໂຕ​ໂປໂລ​ກັບ​ສີລາ​ໄປ​ຫາ​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກຄອງ ແລະ​ໄດ້​ກ່າວ​ຫາ​ພວກ​ເຂົາ​ແບບ​ຜິດໆວ່າ​ເປັນ​ສາເຫດ​ກໍ່​ໃຫ້​ເກີດ​ຄວາມ​ວຸ່ນວາຍ. ຜົນ​ກໍ​ຄື ທັງ​ສອງ​ຄົນ​ຖືກ​ຂ້ຽນ ຖືກ​ຂັງ​ຄຸກ ແລະ​ຕໍ່​ມາ​ກໍ​ຖືກ​ບອກ​ໃຫ້​ອອກ​ຈາກ​ເມືອງ. (ກິດ. 16:16-40) ພວກ​ເຂົາ​ຍອມ​ແພ້​ແລະ​ທໍ້​ຖອຍ​ບໍ? ບໍ່! ແລະ​ພວກ​ພີ່​ນ້ອງ​ໃນ​ປະຊາຄົມ​ທີ່​ຫາ​ກໍ່​ຕັ້ງ​ໃໝ່​ເປັນ​ແນວ​ໃດ? ພວກ​ເຂົາ​ກໍ​ບໍ່​ຍອມ​ແພ້​ແລະ​ບໍ່​ທໍ້​ຖອຍ​ຄື​ກັນ ເຊິ່ງ​ເປັນ​ເລື່ອງ​ທີ່​ໜ້າ​ຊົມ​ເຊີຍ​ແທ້ໆ! ແນ່ນອນ ພວກ​ເຂົາ​ຄົງ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ໂປໂລ​ແລະ​ສີລາ.

3. ໂປໂລ​ຮູ້​ຫຍັງ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ໂປໂລ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ທໍ້​ຖອຍ. (2 ໂກ. 4:16) ແຕ່​ລາວ​ກໍ​ຮູ້​ວ່າ ເພື່ອ​ຈະ​ແລ່ນ​ໄປ​ຮອດ​ເສັ້ນ​ໄຊ​ໄດ້ ລາວ​ຕ້ອງ​ເບິ່ງ​ໄປ​ທີ່​ເສັ້ນ​ໄຊ​ຢູ່​ສະເໝີ. ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂປໂລ? ຕົວຢ່າງ​ຂອງ​ຄົນ​ທີ່​ສັດ​ຊື່​ໃນ​ສະໄໝ​ນີ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສາມາດ​ອົດ​ທົນ​ໄດ້​ເຖິງ​ຈະ​ມີ​ບັນຫາ? ແລະ​ຄວາມ​ຫວັງ​ຂອງ​ເຮົາ​ໃນ​ອະນາຄົດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ທໍ້​ຖອຍ​ໄດ້​ແນວ​ໃດ?

ຕົວຢ່າງ​ຂອງ​ໂປໂລ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

4. ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ໂປໂລ ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້​ແນວ​ໃດ?

4 ລອງ​ຄິດ​ເຖິງ​ຄວາມ​ພະຍາຍາມ​ຂອງ​ໂປໂລ​ເມື່ອ​ລາວ​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ຟີລິບ. ລາວ​ຖືກ​ຂັງ​ໃນ​ເຮືອນ​ຫຼັງ​ໜຶ່ງ​ຢູ່​ໂລມ ແລະ​ບໍ່​ສາມາດ​ອອກ​ໄປ​ປະກາດ​ຢູ່​ທາງ​ນອກ ແຕ່​ລາວ​ກໍ​ຍັງ​ປະກາດ​ກັບ​ຄົນ​ທີ່​ມາ​ຢາມ​ລາວ​ແລະ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ໃນ​ປະຊາຄົມ​ທີ່​ຢູ່​ຫ່າງ​ໄກ. ຄ້າຍ​ກັນ ໃນ​ປັດຈຸບັນ​ນີ້​ຄລິດສະຕຽນ​ຫຼາຍ​ຄົນ​ທີ່​ບໍ່​ສາມາດ​ອອກ​ໄປ​ປະກາດ​ຢູ່​ນອກ​ເຮືອນ​ກໍ​ພະຍາຍາມ​ປະກາດ​ກັບ​ຄົນ​ທີ່​ມາ​ຫາ​ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ຍັງ​ຂຽນ​ຈົດ​ໝາຍ​ເຖິງ​ຄົນ​ທີ່​ພີ່​ນ້ອງ​ບໍ່​ມີ​ໂອກາດ​ໄດ້​ພົບ​ຢູ່​ເຮືອນ​ຕອນ​ໄປ​ປະກາດ.

5. ຕາມ​ທີ່​ໂປໂລ​ເວົ້າ​ໃນ​ຟີລິບ 3:12-14 ອັນ​ໃດ​ຊ່ວຍ​ໃຫ້​ລາວ​ເບິ່ງ​ໄປ​ທີ່​ເສັ້ນ​ໄຊ​ຢູ່​ສະເໝີ?

5 ໂປໂລ​ບໍ່​ຍອມ​ໃຫ້​ຄວາມ​ສຳເລັດ​ຫຼື​ຄວາມ​ຜິດ​ພາດ​ໃນ​ອະດີດ​ມາ​ເຮັດ​ໃຫ້​ລາວ​ທໍ້​ຖອຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ທີ່​ຈິງ ລາວ​ເວົ້າ​ວ່າ: “ສິ່ງ​ທີ່​ລ່ວງ​ຫວິດ​ໄປ​ແລ້ວ​ນັ້ນ​ເຮົາ​ກໍ​ລືມ​ເສຍ” ເພື່ອ​ຈະ​ສາມາດ “ຢຽດ​ອອກ​ທາງ​ໜ້າ​ເຮົາ​ແລ່ນ​ສູ່​ບ່ອນ​ທີ່​ຈະ​ເຖິງ​ສຳລັບ​ບຳເໜັດ” ເຊິ່ງ​ໝາຍ​ເຖິງ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ໃຫ້​ຮອດ​ເສັ້ນ​ໄຊ. (ອ່ານ​ຟີລິບ 3:12-14) ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ໂປໂລ​ທໍ້​ຖອຍ? ທຳອິດ ໂປໂລ​ເຄີຍ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ກ່ອນ​ຈະ​ມາ​ເປັນ​ຄລິດສະຕຽນ ແຕ່​ລາວ​ກໍ​ເບິ່ງ​ສິ່ງ​ເຫຼົ່າ​ນັ້ນ​ວ່າ​ເປັນ​ຄື​ກັບ “ຂີ້ເຫຍື້ອ.” (ຟີລິບ 3:3-8) ທີ​ສອງ ເຖິງ​ວ່າ​ໂປໂລ​ຈະ​ຮູ້ສຶກ​ຜິດ​ທີ່​ເຄີຍ​ຂົ່ມເຫງ​ຄລິດສະຕຽນ ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ຄວາມ​ຮູ້ສຶກ​ນັ້ນ​ມາ​ເຮັດ​ໃຫ້​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ທີ​ສາມ ໂປໂລ​ກໍ​ບໍ່​ໄດ້​ຄິດ​ວ່າ​ລາວ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ພໍ​ແລ້ວ. ລາວ​ເຮັດ​ວຽກ​ຮັບໃຊ້​ໄດ້​ສຳເລັດ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ລຳບາກ​ຫຼາຍ​ຢ່າງ​ເຊັ່ນ: ຖືກ​ຂັງ​ຄຸກ ຖືກ​ຂ້ຽນ ຖືກ​ດຶກ​ກ້ອນ​ຫີນ​ໃສ່ ເຮືອ​ແຕກ ອຶດຢາກ ແລະ​ບໍ່​ມີ​ເຄື່ອງ​ໃສ່. (2 ໂກ. 11:23-27) ບໍ່​ວ່າ​ໂປໂລ​ຈະ​ເຮັດ​ວຽກ​ສຳເລັດ​ມາ​ຫຼາຍ​ສ່ຳ​ໃດ​ຫຼື​ປະເຊີນ​ກັບ​ບັນຫາ​ຫຼາຍ​ສ່ຳ​ໃດ ລາວ​ກໍ​ຮູ້​ດີ​ວ່າ​ລາວ​ຕ້ອງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. ເຮົາ​ໃນ​ປັດຈຸບັນ​ນີ້​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ.

6. ເຮົາ​ຄວນ​ລືມ​ຫຍັງ​ແດ່​ເຊິ່ງ​ເປັນ “ສິ່ງ​ທີ່​ລ່ວງ​ຫວິດ​ໄປ​ແລ້ວ”?

6 ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໂດຍ​ລືມ “ສິ່ງ​ທີ່​ລ່ວງ​ຫວິດ​ໄປ​ແລ້ວ” ໄດ້​ແນວ​ໃດ? ພວກ​ເຮົາ​ບາງ​ຄົນ​ອາດ​ຕ້ອງ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ຜິດ​ຍ້ອນ​ບາບ​ທີ່​ເຄີຍ​ເຮັດ​ໃນ​ອະດີດ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃຫ້​ລອງ​ຈັດ​ເວລາ​ສຶກສາ​ສ່ວນ​ຕົວ​ໂດຍ​ເນັ້ນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ຄລິດ​ເປັນ​ພິເສດ. ຖ້າ​ເຮົາ​ສຶກສາ ຄິດ​ຕຶກຕອງ​ແລະ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້ ມັນ​ອາດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ຫຼື​ອາດ​ເຖິງ​ຂັ້ນ​ຊ່ວຍ​ເຮົາ​ໃຫ້​ເຊົາ​ຮູ້ສຶກ​ຜິດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ອະໄພ​ໃຫ້​ເຮົາ​ແລ້ວ. ຂໍ​ໃຫ້​ມາ​ເບິ່ງ​ອີກ​ບົດຮຽນ​ໜຶ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ໂປໂລ. ພວກ​ເຮົາ​ບາງ​ຄົນ​ອາດ​ຈະ​ອອກ​ຈາກ​ວຽກ​ທີ່​ໄດ້​ເງິນ​ຫຼາຍໆເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ລືມ​ສິ່ງ​ຕ່າງໆທີ່​ຢູ່​ທາງ​ຫຼັງ​ໂດຍ​ບໍ່​ຊອກ​ໂອກາດ​ທີ່​ຈະ​ຮັ່ງມີ​ທີ່​ເຮົາ​ເຄີຍ​ຖິ້ມ​ມັນ​ໄປ​ແລ້ວ ໄດ້​ບໍ? (ຈົດເຊັນ. 11:4-6; ຜູ້ປ. 7:10) ນອກ​ຈາກ​ນັ້ນ “ສິ່ງ​ທີ່​ລ່ວງ​ຫວິດ​ໄປ​ແລ້ວ” ອາດ​ໝາຍ​ເຖິງ​ຄວາມ​ສຳເລັດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ການ​ທີ່​ເຮົາ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ໃນ​ອະດີດ. ແນ່ນອນ​ວ່າ​ການ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ໃນ​ຕອນ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ພໍ​ແລ້ວ​ແລະ​ບໍ່​ຢາກ​ເຮັດ​ຫຍັງ​ຫຼາຍ​ກວ່າ​ນັ້ນ​ອີກ.—1 ໂກ. 15:58

ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ເລື່ອງ​ອື່ນ​ມາ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ເຮົາ (ເບິ່ງ​ຂໍ້ 7)

7. ຕາມ 1 ໂກລິນໂທ 9:24-27 ສິ່ງ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ຊະນະ​ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ? ຂໍ​ຍົກ​ຕົວຢ່າງ.

7 ໂປໂລ​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ດີ​ທີ່​ບອກ​ວ່າ: “ເຈົ້າ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ.” (ລືກາ 13:23, 24, ລ.ມ.) ໂປໂລ​ຮູ້ສຶກ​ຄື​ກັບ​ພະ​ເຍຊູ ລາວ​ຮູ້​ວ່າ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ຕະຫຼອດ​ຊີວິດ. ລາວ​ປຽບ​ທຽບ​ຊີວິດ​ຄລິດສະຕຽນ​ຄື​ກັບ​ການ​ແລ່ນ​ແຂ່ງ. (ອ່ານ 1 ໂກລິນໂທ 9:24-27) ນັກ​ແລ່ນ​ຕ້ອງ​ຈົດຈໍ່​ຢູ່​ທີ່​ເສັ້ນ​ໄຊ​ສະເໝີ ແລະ​ບໍ່​ຕ້ອງ​ສົນ​ໃຈ​ເລື່ອງ​ອື່ນ. ຕົວຢ່າງ: ນັກ​ແລ່ນ​ທີ່​ແລ່ນ​ຢູ່​ເສັ້ນ​ທາງ​ທີ່​ມີ​ຮ້ານ​ຄ້າ​ຫຼື​ມີ​ສິ່ງ​ອື່ນ​ທີ່​ດຶງ​ດູດ​ໃຈ​ພວກ​ເຂົາ. ເຈົ້າ​ຄິດ​ວ່າ​ນັກ​ແລ່ນ​ຈະ​ເຊົາ​ແລ່ນ​ເພື່ອ​ເລາະ​ເບິ່ງ​ຮ້ານ​ຄ້າ​ຕ່າງໆບໍ? ພວກ​ເຂົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ຖ້າ​ຢາກ​ຊະນະ. ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ກໍ​ຄື​ກັນ ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ເລື່ອງ​ອື່ນ​ມາ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ເຮົາ. ຖ້າ​ເຮົາ​ຈົດຈໍ່​ຢູ່​ທີ່​ເສັ້ນ​ໄຊ​ສະເໝີ​ແລະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ຄື​ກັບ​ໂປໂລ​ເຮັດ ເຮົາ​ກໍ​ຈະ​ໄດ້​ຮັບ​ລາງວັນ​ແນ່ນອນ!

ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້​ແນວ​ໃດ​ເຖິງ​ຈະ​ມີ​ບັນຫາ?

8. ເຮົາ​ຈະ​ພິຈາລະນາ​ບັນຫາ 3 ຢ່າງ​ຫຍັງ​ແດ່?

8 ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ​ແລະ​ແລ່ນ​ຊ້າ​ລົງ. (1) ສິ່ງ​ຕ່າງໆບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້ (2) ບໍ່​ມີ​ເຫື່ອ​ແຮງ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ ແລະ (3) ຄວາມ​ຍາກ​ລຳບາກ​ທີ່​ເກີດ​ຂຶ້ນ​ແກ່​ຍາວ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເບິ່ງ​ວິທີ​ທີ່​ຄົນ​ອື່ນໆຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນີ້.—ຟີລິບ 3:17

9. ເຮົາ​ອາດ​ຈະ​ເປັນ​ແນວ​ໃດ​ຖ້າ​ສິ່ງ​ຕ່າງໆບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້?

9 ສິ່ງ​ຕ່າງໆບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້. ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຫວັງ​ຈະ​ໄດ້​ຮັບ​ສິ່ງ​ດີ​ຕ່າງໆທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ທີ່​ຈິງ ຕອນ​ທີ່​ຫາບາກຸກ​ເຊິ່ງ​ເປັນ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຢາກ​ໃຫ້​ພະອົງ​ກຳຈັດ​ຄວາມ​ຊົ່ວ​ໃນ​ຢູດາ ພະ​ເຢໂຫວາ​ບອກ​ລາວ​ວ່າ “ຈົ່ງ​ຄອຍ​ຖ້າ.” (ຫາບາ. 2:3) ແຕ່​ເມື່ອ​ສິ່ງ​ຕ່າງໆທີ່​ຄາດ​ຫວັງ​ໄວ້​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ຈັກ​ເທື່ອ ເຮົາ​ອາດ​ຈະ​ບໍ່​ມີ​ຄວາມ​ກະຕືລືລົ້ນ​ແລະ​ເຖິງ​ຂັ້ນ​ທໍ້​ໃຈ​ໄດ້. (ສຸພາ. 13:12) ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ບາງ​ຄົນ​ໃນ​ຕົ້ນ​ສະຕະວັດ​ທີ 20. ຕອນ​ນັ້ນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຫຼາຍ​ຄົນ​ຫວັງ​ວ່າ​ຈະ​ໄດ້​ໄປ​ສະຫວັນ​ໃນ​ປີ 1914. ແຕ່​ເມື່ອ​ເລື່ອງ​ນັ້ນ​ບໍ່​ໄດ້​ເກີດ​ຂຶ້ນ​ຕາມ​ທີ່​ຄາດ​ຫວັງ​ໄວ້ ພີ່​ນ້ອງ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ເຮັດ​ແນວ​ໃດ?

ຄວາມ​ຫວັງ​ຂອງ​ຣອຍໂຢນ​ແລະ​ເພີລ໌​ບໍ່​ໄດ້​ສຳເລັດ​ເປັນ​ຈິງ​ໃນ​ປີ 1914 ແຕ່​ພວກ​ເຂົາ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ອີກ​ຫຼາຍ​ປີ (ເບິ່ງ​ຂໍ້ 10)

10. ຜົວ​ເມຍ​ຄູ່​ໜຶ່ງ​ຮັບ​ມື​ແນວ​ໃດ​ເມື່ອ​ສິ່ງ​ຕ່າງໆບໍ່​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້?

10 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ທີ່​ສັດ​ຊື່​ສອງ​ຄົນ​ທີ່​ສາມາດ​ເອົາ​ຊະນະ​ຄວາມ​ທໍ້​ໃຈ​ໄດ້. ພີ່​ນ້ອງ​ຣອຍໂຢນ ສະແປັດສ໌ ຮັບ​ບັບເຕມາ​ຕອນ​ອາຍຸ 20 ປີ ໃນ​ປີ 1908. ລາວ​ໝັ້ນ​ໃຈ​ຫຼາຍ​ວ່າ​ອີກ​ບໍ່​ດົນ​ລາວ​ຈະ​ໄດ້​ໄປ​ສະຫວັນ. ສະນັ້ນ ໃນ​ປີ 1911 ລາວ​ຈຶ່ງ​ບອກ​ເພີລ໌​ເຊິ່ງ​ເປັນ​ແຟນ​ຂອງ​ລາວ​ວ່າ: “ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ປີ 1914 ຊັ້ນ​ຖ້າ​ເຮົາ​ຄິດ​ຈະ​ເອົາ​ກັນ​ຢູ່​ແລ້ວ ເຮົາ​ກໍ​ຮີບ​ແຕ່ງ​ດອງ​ເລີຍ​ເບາະ!” ຄລິດສະຕຽນ​ຄູ່​ນີ້​ທໍ້​ຖອຍ​ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ບໍ​ເພາະ​ພວກ​ເຂົາ​ບໍ່​ໄດ້​ໄປ​ສະຫວັນ​ໃນ​ປີ 1914 ຕາມ​ທີ່​ຄາດ​ຫວັງ​ໄວ້? ບໍ່ ເພາະ​ພວກ​ເຂົາ​ເບິ່ງ​ໄປ​ທີ່​ການ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ບໍ່​ແມ່ນ​ການ​ໄປ​ສະຫວັນ. ພວກ​ເຂົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ຢ່າງ​ອົດ​ທົນ. ທີ່​ຈິງ ທັງ​ຣອຍໂຢນ​ແລະ​ເພີລ໌​ໄດ້​ເຮັດ​ວຽກ​ຮັບໃຊ້​ຢ່າງ​ຂະຫຍັນ​ໝັ່ນ​ພຽນ​ແລະ​ສັດ​ຊື່​ມາ​ຫຼາຍ​ສິບ​ປີ​ຈົນ​ພວກ​ເຂົາ​ຈົບ​ຊີວິດ​ເທິງ​ໂລກ. ເຈົ້າ​ເອງ​ກໍ​ຄົງ​ຢາກ​ຈະ​ເຫັນ​ພະ​ເຢໂຫວາ​ກູ້​ຊື່ສຽງ​ຂອງ​ພະອົງ​ແລະ​ພິສູດ​ວ່າ​ພະອົງ​ມີ​ສິດ​ທີ່​ຈະ​ປົກຄອງ​ແລະ​ຢາກ​ເຫັນ​ພະອົງ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ສຳເລັດ​ເປັນ​ຈິງ. ຂໍ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ ສິ່ງ​ເຫຼົ່າ​ນັ້ນ​ຈະ​ເກີດ​ຂຶ້ນ​ແນ່ນອນ​ຕາມ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້. ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເຮັດ​ວຽກ​ຮັບໃຊ້​ພະອົງ​ຢ່າງ​ກະຕືລືລົ້ນ​ຕໍ່ໆໄປ ແລະ​ເຖິງ​ວ່າ​ສິ່ງ​ຕ່າງໆບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້​ກໍ​ຂໍ​ໃຫ້​ເຮົາ​ຢ່າ​ທໍ້​ໃຈ​ຫຼື​ແລ່ນ​ຊ້າ​ລົງ.

ເຖິງ​ວ່າ​ອາເທີ ຊີກອດສ໌ ຈະ​ເຖົ້າ​ລົງ ແຕ່​ລາວ​ກໍ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຄວາມ​ສາມາດ. (ເບິ່ງ​ຂໍ້ 11)

11-12. ເປັນ​ຫຍັງ​ເຮົາ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ໄດ້​ຕໍ່ໆໄປ​ເຖິງ​ວ່າ​ສຸຂະພາບ​ເຮົາ​ຈະ​ບໍ່​ດີ​ຄື​ແຕ່​ກ່ອນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ບໍ່​ມີ​ເຫື່ອ​ແຮງ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ. ນັກ​ແລ່ນ​ຕ້ອງ​ໃຊ້​ກຳລັງ​ແລະ​ເຫື່ອ​ແຮງ​ຫຼາຍ​ແທ້ໆໃນ​ການ​ແລ່ນ ແຕ່​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ກຳລັງ​ແລະ​ເຫື່ອ​ແຮງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ທີ່​ຈິງ ຫຼາຍ​ຄົນ​ທີ່​ບໍ່​ຄ່ອຍ​ມີ​ເຫື່ອ​ແຮງ​ຫຼາຍ​ຄື​ແຕ່​ກ່ອນ​ກໍ​ຍັງ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ດີ​ທີ່​ສຸດ. (2 ໂກ. 4:16) ຕົວຢ່າງ ພີ່​ນ້ອງ​ອາເທີ ຊີກອດສ໌ *ອາຍຸ 88 ປີ​ແລະ​ເຄີຍ​ຮັບໃຊ້​ຢູ່​ເບເທນ 55 ປີ. ລາວ​ບໍ່​ແຂງແຮງ​ຄື​ຕອນ​ຍັງ​ໜຸ່ມ ແລະ​ສຸຂະພາບ​ກໍ​ບໍ່​ຄ່ອຍ​ດີ. ມື້​ໜຶ່ງ​ພີ່​ນ້ອງ​ຍິງ​ທີ່​ເປັນ​ພະຍາບານ​ມາ​ເບິ່ງ​ແຍງ​ລາວ ພີ່​ນ້ອງ​ຄົນ​ນີ້​ເບິ່ງ​ລາວ​ແລະ​ເວົ້າ​ວ່າ: “ພີ່​ນ້ອງ​ອາເທີ ເຈົ້າ​ໄດ້​ເຮັດ​ເພື່ອ​ພະ​ເຢໂຫວາ​ມາ​ຫຼາຍ​ແທ້ໆ.” ແຕ່​ອາເທີ​ບໍ່​ໄດ້​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ລາວ​ເຄີຍ​ເຮັດ ລາວ​ເບິ່ງ​ຕາ​ພີ່​ນ້ອງ​ຄົນ​ນັ້ນ​ແລ້ວ​ຍິ້ມ ແລະ​ບອກ​ວ່າ: “ແມ່ນ ແຕ່​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ບໍ່​ແມ່ນ​ເລື່ອງ​ສຳຄັນ ເພາະ​ສິ່ງ​ທີ່​ສຳຄັນ​ກວ່າ​ກໍ​ຄື​ຕອນ​ນີ້​ເຮົາ​ຍັງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຫຼື​ບໍ່.”

12 ບາງ​ທີ​ເຈົ້າ​ອາດ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ແລ້ວ ແລະ​ຕອນ​ນີ້​ສຸຂະພາບ​ກໍ​ບໍ່​ດີ​ປານ​ໃດ ເຮັດ​ໃຫ້​ເຈົ້າ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ. ຖ້າ​ເປັນ​ແບບ​ນັ້ນ ກໍ​ຢ່າ​ຟ້າວ​ທໍ້​ໃຈ. ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ບໍ່​ລືມ​ສິ່ງ​ທີ່​ເຈົ້າ​ເຮັດ​ແລະ​ເຫັນ​ຄຸນຄ່າ​ທີ່​ເຈົ້າ​ຮັບໃຊ້​ພະອົງ​ມາ​ດົນ​ຫຼາຍ​ປີ. (ເຫບ. 6:10) ສຳລັບ​ເຮົາ​ໃນ​ຕອນ​ນີ້ ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ບໍ່​ໄດ້​ສະແດງ​ອອກ​ຢູ່​ບ່ອນ​ວ່າ​ເຮົາ​ຮັບໃຊ້​ພະອົງ​ໄດ້​ຫຼາຍ​ສ່ຳ​ໃດ ແຕ່​ສະແດງ​ອອກ​ຢູ່​ທີ່​ການ​ຄິດ​ໃນ​ແງ່​ບວກ ແລະ​ເຮັດ​ວຽກ​ຮັບໃຊ້​ສຸດ​ຄວາມ​ສາມາດ. (ໂກໂລ. 3:23) ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຮົາ​ມີ​ຂໍ້​ຈຳກັດ​ຫຍັງ ແລະ​ພະອົງ​ກໍ​ບໍ່​ໄດ້​ຮຽກ​ຮ້ອງ​ຈາກ​ເຮົາ​ຫຼາຍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້.—ມໂກ. 12:43, 44

ອະນາໂທລີ​ແລະ​ລີເດຍ ເມັນນິກ ໄດ້​ອົດ​ທົນ​ຢ່າງ​ສັດ​ຊື່​ເຖິງ​ວ່າ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ ເບິ່ງ​ຂໍ້ 13

13. ເຖິງ​ວ່າ​ເຮົາ​ອາດ​ຈະ​ຖືກ​ບັນຫາ​ຫຼາຍ​ຢ່າງ ປະສົບການ​ຂອງ​ພີ່​ນ້ອງ​ອະນາໂທລີ ແລະ​ລີເດຍ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ໄປ​ແນວ​ໃດ?

13 ຄວາມ​ຍາກ​ລຳບາກ​ທີ່​ເກີດ​ຂຶ້ນ​ແກ່​ຍາວ. ຜູ້​ຮັບໃຊ້​ພະ​ເຢໂຫວາ​ບາງ​ຄົນ​ໄດ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫງ​ເປັນ​ເວລາ​ຫຼາຍ​ສິບ​ປີ. ຕົວຢ່າງ ພີ່​ນ້ອງ​ອະນາໂທລີ ເມັນນິກ * ມີ​ອາຍຸ​ພຽງ​ແຕ່ 12 ປີ​ຕອນ​ທີ່​ພໍ່​ລາວ​ຖືກ​ຈັບ ຂັງ​ຄຸກ ແລະ​ຖືກ​ເນລະເທດ​ຢູ່​ຊີເປຣີ​ເຊິ່ງ​ໄກ​ຈາກ​ຄອບຄົວ​ຢູ່​ປະເທດ​ໂມນດາວີ​ປະມານ 7.000 ກິໂລແມັດ. ອີກ 1 ປີ​ຜ່ານ​ໄປ ອະນາໂທລີ ແມ່ ພໍ່​ເຖົ້າ​ແລະ​ແມ່​ເຖົ້າ​ຖືກ​ເນລະເທດ​ໄປ​ຢູ່​ຊີເປຣີ. ເມື່ອ​ເວລາ​ຜ່ານ​ໄປ​ໄລຍະ​ໜຶ່ງ ພວກ​ເຂົາ​ສາມາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ຢູ່​ອີກ​ບ້ານ​ໜຶ່ງ ແຕ່​ກໍ​ຕ້ອງ​ຍ່າງ​ປະມານ 30 ກິໂລແມັດ​ຜ່ານ​ຫິມະ​ໃນ​ອຸນຫະພູມ​ທີ່​ລົບ​ສູນ​ອົງ​ສາ. ຕໍ່​ມາ ຕອນ​ລູກ​ສາວ​ອາຍຸ 1 ປີ ພີ່​ນ້ອງ​ອະນາໂທລີ​ເອງ​ກໍ​ຕິດ​ຄຸກ 3 ປີ​ໂດຍ​ບໍ່​ເຫັນ​ທັງ​ລູກ​ກັບ​ເມຍ​ຊື່​ລີເດຍ​ຕະຫຼອດ​ເວລາ​ນັ້ນ. ເຖິງ​ວ່າ​ຖືກ​ຄວາມ​ຍາກ​ລຳບາກ​ຫຼາຍ​ປີ ແຕ່​ພີ່​ນ້ອງ​ອະນາໂທລີ​ແລະ​ຄອບຄົວ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່. ປັດຈຸບັນ ພີ່​ນ້ອງ​ອະນາໂທລີ​ມີ​ອາຍຸ 82 ປີ​ແລະ​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ອາຊີ​ກາງ. ເຊັ່ນ​ດຽວ​ກັນ​ກັບ​ພີ່​ນ້ອງ​ອະນາໂທລີ​ແລະ​ຄອບຄົວ​ຂອງ​ລາວ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ແລະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕໍ່ໆໄປ.—ຄລາ. 6:9

ຈົດຈໍ່​ກັບ​ຄວາມ​ຫວັງ​ເລື່ອງ​ອະນາຄົດ​ສະເໝີ

14. ໂປໂລ​ສຳນຶກ​ເຖິງ​ຫຍັງ​ເພື່ອ​ຈະ​ໄດ້​ຕາມ​ເປົ້າ​ໝາຍ​ຂອງ​ລາວ?

14 ໂປໂລ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ແລ່ນ​ແຂ່ງ​ຮອດ​ເສັ້ນ​ໄຊ​ໄດ້​ຢ່າງ​ສຳເລັດ. ຍ້ອນ​ໂປໂລ​ເປັນ​ຄລິດສະຕຽນ​ທີ່​ຖືກ​ເຈີມ ລາວ​ຈຶ່ງ​ລໍ​ຖ້າ​ທີ່​ຈະ​ໄດ້​ຮັບ “ລາງວັນ ນັ້ນ​ກໍ​ຄື​ຊີວິດ​ໃນ​ສະຫວັນ​ຕາມ​ທີ່​ພະເຈົ້າ​ເອີ້ນ.” ແຕ່​ເພື່ອ​ຈະ​ໄດ້​ຕາມ​ເປົ້າ​ໝາຍ​ນັ້ນ ໂປໂລ​ສຳນຶກ​ວ່າ​ລາວ​ຕ້ອງ “ມຸ່ງ​ໄປ​ສູ່​ເສັ້ນ​ໄຊ.” (ຟີລິບ 3:14, ລ.ມ.) ໂປໂລ​ຍັງ​ເວົ້າ​ຄຳ​ປຽບ​ທຽບ​ທີ່​ໜ້າ​ສົນ​ໃຈ​ກັບ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຈົດຈໍ່​ກັບ​ເປົ້າ​ໝາຍ​ຂອງ​ພວກ​ເຂົາ.

15. ໂປໂລ​ໃຊ້​ຕົວຢ່າງ​ການ​ເປັນ​ພົນລະເມືອງ​ແນວ​ໃດ​ເພື່ອ​ກະຕຸ້ນ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ໃຫ້ “ມຸ່ງ​ໄປ​ສູ່​ເສັ້ນ​ໄຊ”?

15 ໂປໂລ​ເຕືອນ​ໃຈ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ໃຫ້​ຄິດ​ເຖິງ “ຖານະ​ເປັນ​ພົນລະເມືອງ​ສະຫວັນ.” (ຟີລິບ 3:20, ລ.ມ.) ເປັນ​ຫຍັງ​ຖານະ​ພົນລະເມືອງ​ນັ້ນ​ເປັນ​ເລື່ອງ​ສຳຄັນ? ໃນ​ສະໄໝ​ນັ້ນ ການ​ເປັນ​ພົນລະເມືອງ​ໂລມ​ໄດ້​ເຮັດ​ໃຫ້​ມີ​ປະໂຫຍດ​ຫຼາຍ​ຢ່າງ. * ແຕ່​ຄລິດສະຕຽນ​ທີ່​ຖືກ​ເຈີມ​ເປັນ​ພົນລະເມືອງ​ຂອງ​ການ​ປົກຄອງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ກວ່າ​ນັ້ນ​ອີກ ສະນັ້ນ ເມື່ອ​ສົມ​ທຽບ​ແລ້ວ ການ​ເປັນ​ພົນລະເມືອງ​ໂລມ​ເກືອບ​ຈະ​ບໍ່​ມີ​ຄ່າ​ຫຍັງ​ເລີຍ! ຍ້ອນ​ແນວ​ນັ້ນ ໂປໂລ​ຈຶ່ງ​ແນະນຳ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ “ໃຫ້​ເຮັດ​ຕົວ​ເປັນ​ພົນລະເມືອງ​ສອດຄ່ອງ​ກັບ​ຂ່າວ​ດີ​ເລື່ອງ​ພະ​ຄິດ.” (ຟີລິບ 1:27, ລ.ມ.) ຄລິດສະຕຽນ​ທີ່​ຖືກ​ເຈີມ​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ເມື່ອ​ພວກ​ເຂົາ​ມຸ່ງ​ໄປ​ສູ່​ເສັ້ນ​ໄຊ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ.

16. ບໍ່​ວ່າ​ຄວາມ​ຫວັງ​ຂອງ​ເຮົາ​ຈະ​ເປັນ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໂລກ​ທີ່​ເປັນ​ອຸທິຍານ ເຮົາ​ກໍ​ຕ້ອງ​ເຮັດ​ຫຍັງ​ຕາມ​ທີ່​ບອກ​ໄວ້​ໃນ​ຟີລິບ 4:6, 7?

16 ບໍ່​ວ່າ​ຄວາມ​ຫວັງ​ຂອງ​ເຮົາ​ຈະ​ເປັນ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໂລກ​ທີ່​ເປັນ​ອຸທິຍານ ເຮົາ​ກໍ​ຕ້ອງ​ມຸ່ງ​ໄປ​ສູ່​ເສັ້ນ​ໄຊ. ບໍ່​ວ່າ​ເຮົາ​ຈະ​ປະສົບ​ກັບ​ສະພາບການ​ແບບ​ໃດ ເຮົາ​ບໍ່​ຄວນ​ຄິດ​ເຖິງ​ອະດີດ​ແລະ​ບໍ່​ຄວນ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ. (ຟີລິບ 3:16) ເຮົາ​ອາດ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ສຳເລັດ​ເປັນ​ຈິງ​ມາ​ດົນ​ແລ້ວ ຫຼື​ເຮົາ​ອາດ​ລໍ​ຖ້າ​ຈົນ​ເຖົ້າ​ແລະ​ບໍ່​ມີ​ແຮງ​ແລ້ວ ຫຼື ເຮົາ​ອາດ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫງ​ມາ​ດົນ​ຫຼາຍ​ປີ. ບໍ່​ວ່າ​ເຮົາ​ຈະ​ເຈິ​ສະພາບການ​ແບບ​ໃດ ຂໍ​ໃຫ້​ເຮົາ “ຢ່າ​ອຸກ​ໃຈ​ດ້ວຍ​ສິ່ງ​ໜຶ່ງ​ສິ່ງ​ໃດ” ແຕ່​ໃຫ້​ເຮົາ​ຂໍ​ແລະ​ອ້ອນ​ວອນ​ເຖິງ​ພະເຈົ້າ​ໂດຍ​ການ​ອະທິດຖານ ແລ້ວ​ພະອົງ​ຈະ​ໃຫ້​ເຮົາ​ມີ​ສັນຕິສຸກ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ.—ອ່ານ​ຟີລິບ 4:6, 7

17. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ຄື​ກັບ​ນັກ​ແລ່ນ​ທີ່​ແລ່ນ​ມາ​ຮອດ​ສ່ວນ​ສຸດ​ທ້າຍ ເຮົາ​ກໍ​ຕ້ອງ​ຈົດຈໍ່​ຢູ່​ທີ່​ເສັ້ນ​ໄຊ​ທີ່​ຈະ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ໄດ້​ສຳເລັດ. ດັ່ງ​ນັ້ນ ເຮົາ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້​ຕາມ​ສະພາບການ​ແລະ​ເຫື່ອ​ແຮງ​ຂອງ​ເຮົາ​ເອື້ອ​ອຳນວຍ. ແຕ່​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ແລ່ນ​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ​ຕໍ່ໆໄປ​ໄດ້​ຢ່າງ​ອົດ​ທົນ? ບົດ​ຄວາມ​ຕໍ່​ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ຈັດ​ລຳດັບ​ຄວາມ​ສຳຄັນ​ໄດ້​ຢ່າງ​ຖືກຕ້ອງ ແລະ​ເພື່ອ “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.”—ຟີລິບ 1:9, 10

ເພງ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

^ ຂໍ້ 5 ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ກໍ​ຕາມ ເຮົາ​ກໍ​ຢາກ​ຈະ​ພັດທະນາ​ຕົວ​ເອງ​ຢູ່​ເລື້ອຍໆໃຫ້​ເປັນ​ຜູ້​ໃຫຍ່​ທາງ​ດ້ານ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ອັກຄະສາວົກ​ໂປໂລ​ກະຕຸ້ນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ເຮັດ​ແບບ​ນັ້ນ! ຈົດ​ໝາຍ​ທີ່​ລາວ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ທີ່​ຈະ​ແລ່ນ​ແຂ່ງ​ເພື່ອ​ຊີວິດ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ເຮົາ​ຈະ​ເອົາ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ມາ​ໃຊ້​ໄດ້​ແນວ​ໃດ.

^ ຂໍ້ 11 ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່​ນ້ອງ​ອາເທີ ໃນ​ບົດ​ຄວາມ “ຂ້ອຍ​ມີ​ສ່ວນ​ຮ່ວມ​ໃນ​ການ​ນະມັດສະການ​ທີ່​ຖືກຕ້ອງ” ໃນ​ຫໍສັງເກດການ 15 ມິຖຸນາ 1965 (ພາສາ​ອັງກິດ)

^ ຂໍ້ 13 ເລື່ອງ​ຊີວິດ​ຈິງ​ຂອງ​ພີ່​ນ້ອງ​ອະນາໂທລີ ເມັນນິກ​ທີ່​ມີ​ຊື່​ວ່າ “ຮັບ​ການ​ສອນ​ຕັ້ງ​ແຕ່​ເດັກ​ໃຫ້​ຮັກ​ພະເຈົ້າ” ໃນ​ຕື່ນເຖີດ 8 ພະຈິກ 2004 (ພາສາ​ໄທ).

^ ຂໍ້ 15 ເນື່ອງ​ຈາກ​ເມືອງ​ຟີລິບ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ໂລມ ຊາວ​ເມືອງ​ຟີລິບ​ຈຶ່ງ​ໄດ້​ຮັບ​ສິດ​ບາງ​ຢ່າງ​ຂອງ​ພົນລະເມືອງ​ໂລມ. ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ເຂົ້າ​ໃຈ​ບໍ່​ຍາກ​ເມື່ອ​ໂປໂລ​ໃຊ້​ຕົວຢ່າງ​ປຽບ​ທຽບ​ແບບ​ນີ້.