ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຢຮັນ​ຜູ້​ໃຫ້​ບັບເຕມາ—ຕົວຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ສະເໝີ

ໂຢຮັນ​ຜູ້​ໃຫ້​ບັບເຕມາ—ຕົວຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ສະເໝີ

ເຈົ້າ​ຢາກ​ເຮັດ​ວຽກ​ມອບ​ໝາຍ​ບາງ​ຢ່າງ​ໃນ​ປະຊາຄົມ​ແຕ່​ກໍ​ເຮັດ​ບໍ່​ໄດ້​ບໍ? ອາດ​ເປັນ​ຍ້ອນ​ມີ​ຄົນ​ອື່ນ​ເຮັດ​ວຽກ​ນັ້ນ​ໄປ​ແລ້ວ. ຫຼື​ອາດ​ເປັນ​ວຽກ​ມອບ​ໝາຍ​ຫຼື​ສິດທິ​ພິເສດ​ທີ່​ເຈົ້າ​ເຄີຍ​ເຮັດ ແຕ່​ຕອນ​ນີ້​ເຮັດ​ບໍ່​ໄດ້​ແລ້ວ​ຍ້ອນ​ເຈົ້າ​ມີ​ອາຍຸ​ຫຼາຍ ມີ​ບັນຫາ​ສຸຂະພາບ ບັນຫາ​ທາງ​ເສດຖະກິດ ທາງ​ຄອບຄົວ. ຫຼື​ອາດ​ເປັນ​ຍ້ອນ​ມີ​ການ​ປ່ຽນ​ແປງ​ໃນ​ອົງການ​ເລີຍ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ເຮັດ​ວຽກ​ມອບ​ໝາຍ​ນັ້ນ​ເຊິ່ງ​ເຈົ້າ​ເຄີຍ​ເຮັດ​ມາ​ດົນ​ແລ້ວ. ດັ່ງ​ນັ້ນ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ເຈົ້າ​ຢາກ​ເຮັດ​ໃນ​ວຽກ​ຮັບໃຊ້​ພະເຈົ້າ. ໃນ​ສະພາບການ​ແບບ​ນັ້ນ ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ທໍ້​ໃຈ​ແລະ​ຜິດ​ຫວັງ. ແຕ່​ອັນ​ໃດ​ລະ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ທີ່​ທໍ້​ໃຈ ບໍ່​ພໍ​ໃຈ​ຫຼື​ຄຽດ? ເຮົາ​ຈະ​ມີ​ຄວາມ​ສຸກ​ສະເໝີ​ໄດ້​ແນວ​ໃດ?

ເຮົາ​ຈະ​ໄດ້​ຮຽນ​ສິ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ສະເໝີ​ຈາກ​ຕົວຢ່າງ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. ໂຢຮັນ​ໄດ້​ຮັບ​ສິດທິ​ພິເສດ​ຫຼາຍ​ແທ້ໆ ແຕ່​ລາວ​ກໍ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ຈະ​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ໃນ​ຊີວິດ​ລາວ. ລາວ​ອາດ​ບໍ່​ໄດ້​ຄິດ​ວ່າ​ລາວ​ຈະ​ຕ້ອງ​ຢູ່​ໃນ​ຄຸກ​ດົນ​ກວ່າ​ເວລາ​ທີ່​ເຮັດ​ວຽກ​ປະກາດ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ໂຢຮັນ​ກໍ​ຍັງ​ມີ​ຄວາມ​ສຸກ​ຕະຫຼອດ​ຊີວິດ. ມີ​ສິ່ງ​ໃດ​ທີ່​ຊ່ວຍ​ລາວ? ແລະ​ເຮົາ​ຈະ​ຍັງ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ຜິດ​ຫວັງ?

ວຽກ​ມອບ​ໝາຍ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ

ໃນ​ລະດູ​ໃບ​ໄມ້​ປົ່ງ​ປະມານ​ປີ 29 ກ່ອນ ຄ.ສ ໂຢຮັນ​ເລີ່ມ​ເຮັດ​ວຽກ​ມອບ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ນັ້ນ​ຄື​ການ​ກຽມ​ຜູ້​ຄົນ​ໃຫ້​ພ້ອມ​ສຳລັບ​ການ​ມາ​ຂອງ​ເມຊີ. ໂຢຮັນ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ເພາະ​ວ່າ​ແຜ່ນດິນ​ສະຫວັນ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ.” (ມັດ. 3:2; ລືກາ 1:12-17) ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ໄດ້​ຕອບ​ຮັບ. ທີ່​ຈິງ​ຝູງ​ຄົນ​ມາ​ຈາກ​ບ່ອນ​ໄກ​ແລະ​ມາ​ຟັງ​ຂ່າວ​ສານ​ຂອງ​ລາວ ຫຼາຍ​ຄົນ​ໄດ້​ຖືກ​ກະຕຸ້ນ​ໃຫ້​ກັບ​ໃຈ​ແລະ​ຮັບ​ບັບເຕມາ. ໂຢຮັນ​ຍັງ​ກ້າຫານ​ທີ່​ຈະ​ເຕືອນ​ພວກ​ຜູ້​ນຳ​ສາສະໜາ​ທີ່​ເບິ່ງ​ວ່າ​ຕົວ​ເອງ​ຊອບທຳ​ວ່າ​ຖ້າ​ພວກ​ເຂົາ​ບໍ່​ກັບ​ໃຈ​ກໍ​ຈະ​ຖືກ​ພະເຈົ້າ​ຕັດສິນ​ລົງໂທດ. (ມັດ. 3:5-12) ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ຂອງ​ປີ 29 ກ່ອນ ຄ.ສ ໂຢຮັນ​ໄດ້​ເຮັດ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ ລາວ​ຮັບ​ບັບເຕມາ​ໃຫ້​ພະ​ເຍຊູ. ຕັ້ງ​ແຕ່​ນັ້ນ​ມາ ລາວ​ກໍ​ຊີ້​ນຳ​ຄົນ​ອື່ນ​ໃຫ້​ມາ​ຕິດ​ຕາມ​ພະ​ເຍຊູ​ເຊິ່ງ​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້.—ໂຢ. 1:32-37

ເມື່ອ​ເບິ່ງ​ບົດບາດ​ພິເສດ​ຂອງ​ໂຢຮັນ ພະ​ເຍຊູ​ບອກ​ວ່າ: “ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຄົນ​ນີ້​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ເກີດ​ມາ​ໃນ​ໂລກ​ນີ້.” (ມັດ. 11:11, ລ.ມ.) ແນ່ນອນ ໂຢຮັນ​ມີ​ຄວາມ​ສຸກ​ຫຼາຍ​ກັບ​ພອນ​ຕ່າງໆທີ່​ລາວ​ໄດ້​ຮັບ. ຄື​ກັບ​ໂຢຮັນ ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ. ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ແທຣີ​ກັບ​ເມຍ​ຊື່​ຊານດຣາ. ທັງ​ສອງ​ຄົນ​ຮັບໃຊ້​ເຕັມ​ເວລາ​ມາ​ຫຼາຍ​ກວ່າ 50 ປີ ແທຣີ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮັບ​ສິດທິ​ພິເສດ​ຫຼາຍ​ຢ່າງ​ແທ້ໆ. ຂ້ອຍ​ໄດ້​ເປັນ​ໄພໂອເນຍ ສະມາຊິກ​ເບເທນ ໄພໂອເນຍ​ພິເສດ ຜູ້​ດູ​ແລ​ໝວດ ຜູ້​ດູ​ແລ​ພາກ ແລະ​ຕອນ​ນີ້​ກໍ​ກັບ​ມາ​ເປັນ​ໄພໂອເນຍ​ພິເສດ​ອີກ.” ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ຈາກ​ພະ​ເຢໂຫວາ ແຕ່​ເພື່ອ​ຈະ​ມີ​ຄວາມ​ສຸກ​ສະເໝີ​ໃນ​ສະພາບການ​ທີ່​ປ່ຽນ​ໄປ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ຮຽນ​ຈາກ​ຕົວຢ່າງ​ຂອງ​ໂຢຮັນ.

ເຫັນ​ຄຸນຄ່າ​ສະເໝີ

ເຄັດ​ລັບ​ທີ່​ເຮັດ​ໃຫ້​ໂຢຮັນ​ມີ​ຄວາມ​ສຸກ​ສະເໝີ​ຄື ລາວ​ເຫັນ​ຄຸນຄ່າ​ສິດທິ​ພິເສດ​ທີ່​ລາວ​ມີ. ຫຼັງ​ຈາກ​ພະ​ເຍຊູ​ຮັບ​ບັບເຕມາ ຜູ້​ທີ່​ມາ​ຕິດ​ຕາມ​ໂຢຮັນ​ກໍ​ເລີ່ມ​ຫຼຸດ​ລົງ ແລະ​ຜູ້​ທີ່​ຕິດ​ຕາມ​ພະ​ເຍຊູ​ກໍ​ເລີ່ມ​ເພີ່ມ​ຂຶ້ນ. ນີ້​ເຮັດ​ໃຫ້​ລູກ​ສິດ​ຂອງ​ໂຢຮັນ​ກັງວົນ​ແລະ​ບອກ​ລາວ​ວ່າ: “ຈົ່ງ​ເບິ່ງ​ອົງ​ນັ້ນ​ໃຫ້​ຮັບ​ສິນ​ບັບເຕມາ ແລະ​ຄົນ​ທັງ​ປວງ​ໄປ​ຫາ​ອົງ.” (ໂຢ. 3:26) ໂຢຮັນ​ຕອບ​ກັບ​ວ່າ: “ເຈົ້າ​ສາວ​ເປັນ​ຂອງ​ເຈົ້າ​ບ່າວ ແຕ່​ໝູ່​ເຈົ້າ​ບ່າວ​ທີ່​ຢືນ​ຖ້າ​ຢູ່​ກໍ​ດີ​ໃຈ​ຫຼາຍ ທີ່​ໄດ້​ຍິນ​ສຽງ​ເຈົ້າ​ບ່າວ ນີ້​ແຫຼະ​ເປັນ​ເຫດຜົນ​ທີ່​ຂ້ອຍ​ດີ​ໃຈ​ແທ້ໆ.(ໂຢ. 3:29, ລ.ມ.) ໂຢຮັນ​ບໍ່​ຕ້ອງການ​ແຂ່ງ​ກັບ​ພະ​ເຍຊູ ແລະ​ບໍ່​ຄິດ​ວ່າ​ວຽກ​ທີ່​ລາວ​ເຮັດ​ບໍ່​ມີ​ຄ່າ ຍ້ອນ​ວຽກ​ພະ​ເຍຊູ​ສຳຄັນ​ກວ່າ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ລາວ​ຍັງ​ມີ​ຄວາມ​ສຸກ​ສະເໝີ ເພາະ​ລາວ​ເຫັນ​ຄຸນຄ່າ​ໜ້າ​ທີ່​ຂອງ​ລາວ​ໃນ​ຖານະ​ເປັນ “ໝູ່​ເຈົ້າ​ບ່າວ.”

ການ​ທີ່​ໂຢຮັນ​ຄິດ​ແບບ​ນັ້ນ​ໄດ້​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ສຸກ​ສະເໝີ​ເຖິງ​ວ່າ​ວຽກ​ມອບ​ໝາຍ​ຂອງ​ລາວ​ຈະ​ບໍ່​ງ່າຍ. ຕົວຢ່າງ ໂຢຮັນ​ເປັນ​ນາຊາເລເອນ​ຕັ້ງ​ແຕ່​ເກີດ ດັ່ງ​ນັ້ນ ລາວ​ຈຶ່ງ​ດື່ມ​ເຫຼົ້າ​ອະງຸ່ນ​ບໍ່​ໄດ້. (ລືກາ 1:15) ຕອນ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ໂຢຮັນ​ວ່າ​ໃຊ້​ຊີວິດ​ຮຽບ​ງ່າຍ ເພິ່ນ​ບອກ​ວ່າ “ທ່ານ​ໂຢຮັນ​ໄດ້​ມາ ບໍ່​ກິນ​ບໍ່​ດື່ມ.” ກົງ​ກັນ​ຂ້າມ ພະ​ເຍຊູ​ແລະ​ລູກ​ສິດ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ຂໍ້​ກຳນົດ​ຂອງ​ການ​ເປັນ​ນາຊາເລເອນ​ຕາມ​ຄຳ​ສາບານ ທັງ​ເພິ່ນ​ແລະ​ລູກ​ສິດ​ຈຶ່ງ​ໃຊ້​ຊີວິດ​ຄື​ກັບ​ຄົນ​ທົ່ວໄປ. (ມັດ. 11:18, 19) ນອກ​ຈາກ​ນັ້ນ ໂຢຮັນ​ເຮັດ​ການ​ອັດສະຈັນ​ບໍ່​ໄດ້ ແຕ່​ລາວ​ກໍ​ຮູ້​ວ່າ​ລູກ​ສິດ​ຂອງ​ພະ​ເຍຊູ​ສາມາດ​ເຮັດ​ການ​ອັດສະຈັນ​ໄດ້​ເຊິ່ງ​ບາງ​ຄົນ​ໃນ​ນັ້ນ​ກໍ​ເຄີຍ​ເປັນ​ລູກ​ສິດ​ຂອງ​ລາວ. (ມັດ. 10:1; ໂຢ. 10:41) ເຖິງ​ວ່າ​ເປັນ​ແນວ​ນັ້ນ ໂຢຮັນ​ກໍ​ບໍ່​ປ່ອຍ​ໃຫ້​ຄວາມ​ແຕກຕ່າງ​ນີ້​ມາ​ລົບກວນ​ໃຈ​ລາວ ແຕ່​ລາວ​ຈົດຈໍ່​ກັບ​ວຽກ​ມອບ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ລາວ.

ເຮົາ​ກໍ​ຄື​ກັນ ຖ້າ​ເຮົາ​ເຫັນ​ຄຸນຄ່າ​ວຽກ​ມອບ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້ ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ສະເໝີ. ແທຣີ​ທີ່​ເວົ້າ​ເທິງ​ໃນ​ຕອນ​ຕົ້ນ ບອກ​ວ່າ: “ຂ້ອຍ​ຕັ້ງ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ແຕ່​ລະ​ຢ່າງ​ທີ່​ຂ້ອຍ​ໄດ້​ຮັບ.” ເມື່ອ​ລາວ​ຄິດ​ຄືນ​ຫຼັງ​ເຖິງ​ການ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ທີ່​ຜ່ານ​ມາ ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ເສຍໃຈ​ເລີຍ ຂ້ອຍ​ມີ​ແຕ່​ຄວາມ​ຊົງ​ຈຳ​ດີໆ.”

ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ວຽກ​ຮັບໃຊ້​ເມື່ອ​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ມີ​ຄ່າ​ແທ້​ໃນ​ການ​ເຮັດ​ວຽກ​ມອບ​ໝາຍ​ນັ້ນ. ສິ່ງ​ນັ້ນ​ກໍ​ຄື “ການ​ເປັນ​ເພື່ອນ​ຮ່ວມ​ງານ​ກັບ​ພະເຈົ້າ.” (1 ໂກ. 3:9, ລ.ມ.) ຄື​ກັບ​ການ​ຂັດ​ສົມບັດ​ປະຈຳ​ຕະກູນ​ທີ່​ມີ​ຄ່າ​ໃຫ້​ເຫຼື້ອມ​ງາມ​ຕະຫຼອດ ການ​ຄິດ​ຕຶກຕອງ​ເປັນ​ປະຈຳ​ວ່າ​ເປັນ​ກຽດ​ຫຼາຍ​ແທ້ໆທີ່​ໄດ້​ຮັບໃຊ້​ພະເຈົ້າ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ສະເໝີ. ເຮົາ​ຈະ​ບໍ່​ປຽບ​ທຽບ​ວ່າ​ເຮົາ​ເສຍ​ສະລະ​ຫຼາຍ​ກວ່າ​ຄົນ​ອື່ນ ແລະ​ເຮົາ​ຈະ​ບໍ່​ຄິດ​ວ່າ​ເຮົາ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ໜ້ອຍ​ກວ່າ​ຄົນ​ອື່ນ.—ຄລາ. 6:4

ຈົດຈໍ່​ກັບ​ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ

ໂຢຮັນ​ອາດ​ຈະ​ຮູ້​ວ່າ​ວຽກ​ຮັບໃຊ້​ຂອງ​ລາວ​ມີ​ເວລາ​ຈຳກັດ ແຕ່​ລາວ​ອາດ​ບໍ່​ຮູ້​ວ່າ​ມັນ​ຈະ​ຈົບ​ລົງ​ແບບ​ໃດ. (ໂຢ. 3:30) ໃນ​ປີ ຄ.ສ 30 ພຽງ​ແຕ່​ປະມານ 6 ເດືອນ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ໂຢຮັນ​ກໍ​ຖືກ​ກະສັດ​ເຫໂລດ​ຈັບ​ຂັງ​ຄຸກ. ແຕ່​ໂຢຮັນ​ກໍ​ຍັງ​ສອນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ໄປ. (ມໂກ. 6:17-20) ສິ່ງ​ໃດ​ຊ່ວຍ​ໃຫ້​ລາວ​ຍັງ​ມີ​ຄວາມ​ສຸກ​ສະເໝີ? ກໍ​ຄື​ລາວ​ຈົດຈໍ່​ກັບ​ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ.

ໃນ​ຂະນະ​ທີ່​ໂຢຮັນ​ຢູ່​ໃນ​ຄຸກ ລາວ​ໄດ້​ຍິນ​ຂ່າວ​ວ່າ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ​ກຳລັງ​ກ້າວ​ໜ້າ. (ມັດ. 11:2; ລືກາ 7:18) ໂຢຮັນ​ໝັ້ນ​ໃຈ​ວ່າ ພະ​ເຍຊູ​ເປັນ​ເມຊີ ແຕ່​ລາວ​ກໍ​ອາດ​ຍັງ​ສົງໄສ​ວ່າ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ຂໍ້​ຄຳພີ​ທຸກ​ຂໍ້ ກ່ຽວ​ກັບ​ເມຊີ​ສຳເລັດ​ເປັນ​ຈິງ​ໄດ້​ແນວ​ໃດ. ຕັ້ງ​ແຕ່​ຮູ້​ວ່າ​ເມຊີ​ຈະ​ເປັນ​ກະສັດ ລາວ​ອາດ​ສົງໄສ​ວ່າ​ພະ​ເຍຊູ​ຈະ​ປົກຄອງ​ໃນ​ໄວໆນີ້​ບໍ? ແລ້ວ​ໂຢຮັນ​ເອງ​ຈະ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ບໍ? ເນື່ອງ​ຈາກ​ໂຢຮັນ​ຢາກ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ ລາວ​ຈຶ່ງ​ສົ່ງ​ລູກ​ສິດ​ສອງ​ຄົນ​ຂອງ​ລາວ​ໄປ​ຖາມ​ພະ​ເຍຊູ​ວ່າ: “ພະອົງ​ເປັນ​ຜູ້​ທີ່​ຈະ​ມາ​ຫຼື ຫຼື​ພວກ​ຂ້າພະເຈົ້າ​ຕ້ອງ​ຈະ​ຄອງ​ຫາ​ຜູ້​ໜຶ່ງ​ອີກ?” (ລືກາ 7:19) ເມື່ອ​ພວກ​ເຂົາ​ກັບ​ມາ ໂຢຮັນ​ຕ້ອງ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ພວກ​ເຂົາ​ເລົ່າ​ວ່າ ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ປິ່ນປົວ​ຜູ້​ຄົນ​ໃຫ້​ເຊົາ​ພະຍາດ ແລະ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ສັ່ງ​ໃຫ້​ມາ​ບອກ​ລາວ​ວ່າ: “ຄົນ​ຕາ​ບອດ​ທັງ​ຫຼາຍ​ເຫັນ​ຮຸ່ງ​ມາ​ອີກ ຄົນ​ຂາ​ເຢກ​ຂາ​ຫ້ານ​ກໍ​ຍ່າງ​ໄປ ຄົນ​ຂີ້ທູດ​ເປັນ​ດີ​ສະອາດ​ແລ້ວ ຄົນ​ຫູ​ໜວກ​ກໍ​ຍິນ​ໄດ້ ຄົນ​ຕາຍ​ແລ້ວ​ກໍ​ຄືນ​ມາ​ຈາກ​ຕາຍ ແລະ​ຄຳ​ປະເສີດ​ເປັນ​ທີ່​ເທສະໜາ​ແກ່​ຄົນ​ທຸກ​ຍາກ​ທັງ​ຫຼາຍ.”—ລືກາ 7:20-22

ສິ່ງ​ທີ່​ພວກ​ລູກ​ສິດ​ເລົ່າ​ຄົງ​ເຮັດ​ໃຫ້​ໂຢຮັນ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ. ມັນ​ຊ່ວຍ​ຢືນຢັນ​ວ່າ ພະ​ເຍຊູ​ກຳລັງ​ເຮັດ​ໃຫ້​ຄຳ​ພະຍາກອນ​ກ່ຽວ​ກັບ​ເມຊີ​ສຳເລັດ​ເປັນ​ຈິງ. ເຖິງ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຊ່ວຍ​ໂຢຮັນ​ອອກ​ຈາກ​ຄຸກ ແຕ່​ລາວ​ກໍ​ຮູ້​ວ່າ​ວຽກ​ຮັບໃຊ້​ຂອງ​ລາວ​ບໍ່​ໄດ້​ເສຍ​ໄປ​ລ້າໆ. ເຖິງ​ວ່າ​ສະພາບການ​ຂອງ​ລາວ​ຈະ​ຍາກ​ລຳບາກ ແຕ່​ລາວ​ກໍ​ມີ​ເຫດຜົນ​ທີ່​ຈະ​ມີ​ຄວາມ​ສຸກ.

ການ​ຕິດ​ຕາມ​ລາຍງານ​ຂ່າວ​ກ່ຽວ​ກັບ​ການ​ປະກາດ​ທົ່ວ​ໂລກ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ສະເໝີ

ຄື​ກັບ​ໂຢຮັນ ຖ້າ​ເຮົາ​ຈົດຈໍ່​ກັບ​ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ສາມາດ​ອົດ​ທົນ​ດ້ວຍ​ຄວາມ​ຍິນດີ. (ໂກໂລ. 1:9-11) ເຮົາ​ຈະ​ຈົດຈໍ່​ແບບ​ນັ້ນ​ໄດ້ ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ. ສິ່ງ​ນີ້​ຈະ​ເຕືອນ​ເຮົາ​ວ່າ​ວຽກ​ມອບ​ໝາຍ​ຫຍັງ​ກໍ​ຕາມ​ທີ່​ເຮົາ​ເຮັດ​ເພື່ອ​ພະເຈົ້າ​ນັ້ນ​ຈະ​ບໍ່​ເສຍ​ໄປ​ລ້າໆ. (1 ໂກ. 15:58) ຊານດຣາ​ບອກ​ວ່າ: “ການ​ອ່ານ​ຄຳພີ​ໄບເບິນ​ມື້​ລະ​ບົດ​ຊ່ວຍ​ຂ້ອຍ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ມັນ​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ເຖິງ​ແຕ່​ພະອົງ ບໍ່​ແມ່ນ​ຄິດ​ເຖິງ​ແຕ່​ຕົວ​ເອງ.” ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຕິດ​ຕາມ​ຂ່າວ​ກ່ຽວ​ກັບ​ສິ່ງ​ທີ່​ພີ່​ນ້ອງ​ເຮັດ​ເພື່ອ​ພະ​ເຢໂຫວາ ແລະ​ສິ່ງ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ບໍ່​ຄິດ​ເຖິງ​ແຕ່​ຕົວ​ເອງ ແຕ່​ສົນ​ໃຈ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ສຳເລັດ​ໄປ​ແລ້ວ. ຊານດຣາ​ບອກ​ວ່າ: “ລາຍການ​ໂທລະທັດ JW ປະຈຳ​ເດືອນ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ໃກ້​ຊິດ​ກັບ​ອົງການ​ຫຼາຍ​ຂຶ້ນ ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ຂອງ​ເຮົາ​ສະເໝີ.”

ເຖິງ​ວ່າ​ຈະ​ເປັນ​ໄລຍະ​ສັ້ນໆທີ່​ໂຢຮັນ​ເຮັດ​ວຽກ​ປະກາດ ແຕ່​ລາວ​ກໍ “ມີ​ນ້ຳໃຈ​ແລະ​ມີ​ກຳລັງ​ຄື​ເອລີຢາ” ແລະ​ມີ​ຄວາມ​ຮູ້ສຶກ​ຄື​ກັບ​ເອລີຢາ​ເຊິ່ງ “ເປັນ​ຄົນ​ທຳມະດາ​ຄື​ເຮົາ.” (ລືກາ 1:17, ລ.ມ.; ຢໂກ. 5:17, ລ.ມ.) ຖ້າ​ເຮົາ​ຮຽນ​ແບບ​ຕົວຢ່າງ​ຂອງ​ລາວ​ທີ່​ຈົດຈໍ່​ກັບ​ວຽກ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ວ່າ​ຈະ​ປະເຊີນ​ອັນ​ໃດ​ກໍ​ຕາມ.