ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 32

ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ

ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ

“ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ເລື້ອຍໆ.”—ຟີລິບ 1:9, ລ.ມ.

ເພງ 106 ປູກ​ຝັງ​ຄວາມ​ຮັກ​ແບບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ມີ​ໃຜ​ແດ່​ທີ່​ຊ່ວຍ​ກໍ່​ຕັ້ງ​ປະຊາຄົມ​ໃນ​ເມືອງ​ຟີລິບ?

ຕອນ​ທີ່​ອັກຄະສາວົກ​ໂປໂລ ສີລາ ລືກາ ແລະ​ຕີໂມເຕ​ມາ​ຮອດ​ເມືອງ​ຟີລິບ​ເຊິ່ງ​ເປັນ​ເມືອງ​ຂຶ້ນ​ໜຶ່ງ​ຂອງ​ໂລມ ພວກ​ເຂົາ​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ຢູ່​ຫັ້ນ​ສົນ​ໃຈ​ຂ່າວ​ດີ. ພີ່​ນ້ອງ​ຊາຍ​ສີ່​ຄົນ​ທີ່​ກະຕືລືລົ້ນ​ເຫຼົ່າ​ນີ້​ໄດ້​ຊ່ວຍ​ກໍ່​ຕັ້ງ​ປະຊາຄົມ​ຂຶ້ນ ແລະ​ພີ່​ນ້ອງ​ໃໝ່​ທັງ​ໝົດ​ກໍ​ເລີ່ມ​ປະຊຸມ​ກັນ ພວກ​ເຂົາ​ອາດ​ຈະ​ປະຊຸມ​ຢູ່​ເຮືອນ​ຂອງ​ລີດີ​ເຊິ່ງ​ເປັນ​ພີ່​ນ້ອງ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ.—ກິດ. 16:40

2. ຕໍ່​ມາ​ປະຊາຄົມ​ໃໝ່​ນີ້​ປະສົບ​ກັບ​ບັນຫາ​ຫຍັງ​ແດ່?

2 ບໍ່​ດົນ​ປະຊາຄົມ​ໃໝ່​ນີ້​ກໍ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ. ຊາຕານ​ກະຕຸ້ນ​ສັດຕູ​ທີ່​ກຽດ​ຊັງ​ຄວາມ​ຈິງ​ໃຫ້​ຕໍ່​ຕ້ານ​ວຽກ​ປະກາດ​ຂອງ​ຄລິດສະຕຽນ​ທີ່​ສັດ​ຊື່​ເຫຼົ່າ​ນີ້. ໂປໂລ​ກັບ​ສີລາ​ຖືກ​ຈັບ ຖືກ​ແສ້​ຂ້ຽນ ແລະ​ຖືກ​ຂັງ​ຄຸກ. ຫຼັງ​ຈາກ​ທີ່​ພວກ​ເຂົາ​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ ພວກ​ເຂົາ​ກໍ​ໄປ​ຢາມ​ແລະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ໃໝ່. ຈາກ​ນັ້ນ ໂປໂລ ສີລາ ແລະ​ຕີໂມເຕ​ກໍ​ອອກ​ຈາກ​ເມືອງ​ນັ້ນ ແຕ່​ລືກາ​ຍັງ​ຢູ່​ຫັ້ນ. ແລ້ວ​ພີ່​ນ້ອງ​ໃໝ່​ໃນ​ເມືອງ​ນັ້ນ​ເດ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ? ພວກ​ເຂົາ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ເພາະ​ພະອົງ​ໃຫ້​ພະລັງ​ບໍລິສຸດ​ກັບ​ພວກ​ເຂົາ. (ຟີລິບ 2:12) ໂປໂລ​ພູມ​ໃຈ​ພວກ​ເຂົາ​ຫຼາຍ​ແທ້ໆ!

3. ໃນ​ຟີລິບ 1:9-11 ໂປໂລ​ໄດ້​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ຫຍັງ​ແດ່?

3 ປະມານ 10 ປີ​ຕໍ່​ມາ ໂປໂລ​ກໍ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ປະຊາຄົມ​ໃນ​ເມືອງ​ຟີລິບ. ຕອນ​ທີ່​ເຈົ້າ​ອ່ານ​ຈົດ​ໝາຍ​ນັ້ນ ເຈົ້າ​ກໍ​ຈະ​ເຫັນ​ໄດ້​ງ່າຍໆເລີຍ​ວ່າ​ໂປໂລ​ຮັກ​ພີ່​ນ້ອງ​ຫຼາຍ​ອີ່ຫຼີ. ລາວ​ຂຽນ​ວ່າ: ‘ເຮົາ​ຄຶດ​ຮອດ​ທ່ານ​ທັງ​ປວງ​ດ້ວຍ​ຄວາມ​ຮັກ​ອັນ​ໃຫຍ່​ຕາມ​ໃຈ​ສັງເວດ​ແຫ່ງ​ພະ​ຄລິດ​ເຍຊູ.’ (ຟີລິບ 1:8) ລາວ​ຂຽນ​ຈົດ​ໝາຍ​ບອກ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ວ່າ​ລາວ​ອະທິດຖານ​ເພື່ອ​ພວກ​ເຂົາ. ລາວ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພວກ​ເຂົາ​ໃຫ້​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ ໃຫ້​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ ແລະ​ເກີດ​ຜົນ​ທີ່​ດີ​ງາມ​ຢູ່​ສະເໝີ. ແນ່ນອນ ເຈົ້າ​ຄົງ​ເຫັນ​ດີ​ນຳ​ວ່າ​ເຮົາ​ທຸກ​ຄົນ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ເວົ້າ​ທີ່​ຈິງ​ໃຈ​ຂອງ​ໂປໂລ​ໃນ​ທຸກ​ມື້​ນີ້​ຄື​ກັນ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ອ່ານ​ສິ່ງ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ. (ອ່ານ​ຟີລິບ 1:9-11) * ຈາກ​ນັ້ນ ເຮົາ​ຈະ​ພິຈາລະນາ​ນຳ​ກັນ​ກ່ຽວ​ກັບ​ຈຸດ​ຕ່າງໆທີ່​ໂປໂລ​ເວົ້າ​ແລະ​ເບິ່ງ​ວ່າ​ຈະ​ເອົາ​ມາ​ໃຊ້​ແນວ​ໃດ.

ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ

4. (ກ) ໃນ 1 ໂຢຮັນ 4:9, 10 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແນວ​ໃດ? (ຂ) ເຮົາ​ຄວນ​ຮັກ​ພະອົງ​ຫຼາຍ​ສ່ຳ​ໃດ?

4 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຕໍ່​ເຮົາ​ໂດຍ​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ໄຖ່​ບາບ​ໃຫ້​ເຮົາ. (ອ່ານ 1 ໂຢຮັນ 4:9, 10) ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ຮັກ​ພະອົງ. (ໂລມ 5:8) ແລ້ວ​ເຮົາ​ຄວນ​ຮັກ​ພະອົງ​ຫຼາຍ​ສ່ຳ​ໃດ? ພະ​ເຍຊູ​ຕອບ​ຄຳຖາມ​ນີ້​ເມື່ອ​ເພິ່ນ​ບອກ​ພວກ​ຟາລິຊຽນ​ວ່າ: “ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.” (ມັດ. 22:36, 37) ເຮົາ​ບໍ່​ຢາກ​ຮັກ​ພະ​ເຢໂຫວາ​ແບບ​ເຄິ່ງໆກາງໆ ແຕ່​ເຮົາ​ຢາກ​ຮັກ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ. ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ວ່າ ພວກ​ເຂົາ​ຄວນ​ມີ​ຄວາມ​ຮັກ “ຫຼາຍ​ຂຶ້ນ​ເລື້ອຍໆ.” ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ?

5. ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

5 ເຮົາ​ຈຳເປັນ​ຕ້ອງ​ຮູ້ຈັກ​ພະ​ເຢໂຫວາ​ເພື່ອ​ຈະ​ຮັກ​ພະອົງ. ຄຳພີ​ໄບເບິນ​ບອກ​ວ່າ: “ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້ຈັກ​ພະເຈົ້າ ເພາະ​ວ່າ​ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢ. 4:8) ອັກຄະສາວົກ​ໂປໂລ​ຊີ້​ໃຫ້​ເຫັນ​ວ່າ​ເຮົາ​ຈະ​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ໄດ້​ຮັບ “ຄວາມ​ຮູ້​ທີ່​ຖືກຕ້ອງ ແລະ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ” ຂອງ​ພະອົງ. (ຟີລິບ 1:9, ລ.ມ.) ຕອນ​ທີ່​ເຮົາ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ເຮົາ​ກໍ​ເລີ່ມ​ຮັກ​ພະ​ເຢໂຫວາ​ເຖິງ​ວ່າ​ເຮົາ​ຍັງ​ບໍ່​ຮູ້​ຫຍັງ​ຫຼາຍ​ກ່ຽວ​ກັບ​ພະອົງ. ແລ້ວ​ພໍ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ອ່ານ​ຈຶ່ງ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຮົາ!—ຟີລິບ 2:16

6. ໃນ 1 ໂຢຮັນ 4:11, 20, 21 ບອກ​ວ່າ​ເຮົາ​ຕ້ອງ​ຮັກ​ໃຜ​ນຳ​ອີກ​ເພື່ອ​ຈະ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ?

6 ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ເຮົາ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຮັກ​ພີ່​ນ້ອງ. (ອ່ານ 1 ໂຢຮັນ 4:11, 20, 21) ເຮົາ​ອາດ​ຄິດ​ວ່າ​ການ​ຮັກ​ພີ່​ນ້ອງ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ງ່າຍ ເພາະ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ແລະ​ພະຍາຍາມ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະອົງ ແລະ​ເຮົາ​ກໍ​ຍັງ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຍຊູ​ທີ່​ສະແດງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ໂດຍ​ສະລະ​ຊີວິດ​ຂອງ​ເພິ່ນ​ເພື່ອ​ເຮົາ ແຕ່​ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ໃຫ້​ຮັກ​ຄົນ​ອື່ນ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ປະຊາຄົມ​ໃນ​ເມືອງ​ຟີລິບ​ນຳ​ກັນ.

7. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ເອໂວດີ​ແລະ​ຊີນຕີເກ?

7 ເອໂວດີ​ແລະ​ຊີນຕີເກ​ເປັນ​ພີ່​ນ້ອງ​ຍິງ​ທີ່​ກະຕືລືລົ້ນ​ເຊິ່ງ​ໄດ້​ເຮັດ​ວຽກ​ຮັບໃຊ້ “ດ້ວຍ​ກັນ” ກັບ​ອັກຄະສາວົກ​ໂປໂລ. ແຕ່​ບາງ​ເທື່ອ ພວກ​ເຂົາ​ກໍ​ຜິດ​ກັນ​ແລະ​ເຊົາ​ເປັນ​ໝູ່​ກັນ. ໃນ​ຈົດ​ໝາຍ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ປະຊາຄົມ​ທີ່​ເອໂວດີ​ແລະ​ຊີນຕີເກ​ຢູ່ ລາວ​ໄດ້​ເວົ້າ​ເຈາະ​ຈົງ​ເຖິງ​ຊື່​ຂອງ​ພວກ​ເຂົາ ແລະ​ໃຫ້​ຄຳ​ແນະນຳ​ພວກ​ເຂົາ​ຢ່າງ​ຈະ​ແຈ້ງ​ວ່າ “ໃຫ້​ມີ​ຄວາມ​ຄຶດ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ຟີລິບ 4:2, 3) ໂປໂລ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ແນະນຳ​ໃຫ້​ທັງ​ໝົດ​ປະຊາຄົມ​ຮູ້​ວ່າ: “ຈົ່ງ​ກະທຳ​ສັບພະ​ທຸກ​ສິ່ງ​ປາສະຈາກ​ຄຳ​ຈົ່ມ​ແລະ​ຄຳ​ຖຽງ​ກັນ.” (ຟີລິບ 2:14) ແນ່ນອນ​ວ່າ ຄຳ​ແນະນຳ​ທີ່​ກົງ​ໄປ​ກົງ​ມາ​ບໍ່​ພຽງ​ແຕ່​ຊ່ວຍ​ພີ່​ນ້ອງ​ຍິງ​ທີ່​ສັດ​ຊື່​ເຫຼົ່າ​ນີ້ ແຕ່​ຍັງ​ຊ່ວຍ​ພີ່​ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ​ໃຫ້​ຮັກ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ.

ເປັນ​ຫຍັງ​ເຮົາ​ຕ້ອງ​ເບິ່ງ​ຈຸດ​ດີ​ຂອງ​ພີ່​ນ້ອງ​ສະເໝີ? (ເບິ່ງ​ຂໍ້ 8) *

8. ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮັກ​ພີ່​ນ້ອງ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້?

8 ຄື​ກັບ​ເອໂວດີ​ແລະ​ຊີນຕີເກ ບາງ​ເທື່ອ​ມັນ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຍ້ອນ​ເຮົາ​ເບິ່ງ​ແຕ່​ຂໍ້​ຜິດ​ພາດ​ຂອງ​ພວກ​ເຂົາ. ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເຮັດ​ຜິດ​ພາດ​ທຸກ​ມື້. ຖ້າ​ເຮົາ​ເບິ່ງ​ແຕ່​ຂໍ້​ຜິດ​ພາດ​ຂອງ​ຄົນ​ອື່ນ ມັນ​ກໍ​ຍາກ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຂົາ. ຕົວຢ່າງ: ຖ້າ​ພີ່​ນ້ອງ​ຄົນ​ໜຶ່ງ​ລືມ​ຊ່ວຍ​ອະນາໄມ​ຫໍ​ປະຊຸມ ເຮົາ​ກໍ​ອາດ​ເລີ່ມ​ຮູ້ສຶກ​ບໍ່​ພໍ​ໃຈ. ແລະ​ເມື່ອ​ເຮົາ​ເລີ່ມ​ຄິດ​ເຖິງ​ແຕ່​ຂໍ້​ຜິດ​ພາດ​ອື່ນໆທີ່​ພີ່​ນ້ອງ​ຄົນ​ນັ້ນ​ເຄີຍ​ເຮັດ ເຮົາ​ກໍ​ແຮ່ງ​ຈະ​ຮູ້ສຶກ​ບໍ່​ພໍ​ໃຈ​ຫຼາຍ​ຂຶ້ນ ແລະ​ກໍ​ຈະ​ຮັກ​ລາວ​ໜ້ອຍ​ລົງ. ຖ້າ​ເຈົ້າ​ມີ​ບັນຫາ​ແບບ​ນັ້ນ​ກັບ​ບາງ​ຄົນ​ໃນ​ປະຊາຄົມ ເປັນ​ເລື່ອງ​ດີ​ທີ່​ເຈົ້າ​ຈະ​ຄິດ​ເຖິງ​ຄວາມ​ຈິງ​ທີ່​ວ່າ: ພະ​ເຢໂຫວາ​ເຫັນ​ຂໍ້​ບົກ​ພ່ອງ​ທັງ​ຂອງ​ເຈົ້າ​ແລະ​ຂອງ​ພີ່​ນ້ອງ. ເຖິງ​ວ່າ​ເຮົາ​ທຸກ​ຄົນ​ຈະ​ບໍ່​ສົມບູນ​ແບບ ແຕ່​ພະອົງ​ກໍ​ຍັງ​ຮັກ​ທັງ​ເຮົາ​ແລະ​ພີ່​ນ້ອງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ເບິ່ງ​ຈຸດ​ດີ​ຂອງ​ພີ່​ນ້ອງ​ສະເໝີ. ເມື່ອ​ເຮົາ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ຮັກ​ພີ່​ນ້ອງ ເຮົາ​ກໍ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.—ຟີລິບ 2:1, 2

“ສິ່ງ​ໃດ​ສຳຄັນ​ກວ່າ”

9. ໃນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ ມີ​ສິ່ງ​ໃດ​ແດ່​ທີ່ “ສຳຄັນ​ກວ່າ”?

9 ພະລັງ​ບໍລິສຸດ​ດົນ​ໃຈ​ໃຫ້​ໂປໂລ​ບອກ​ຄລິດສະຕຽນ​ທຸກ​ຄົນ​ໃນ​ເມືອງ​ຟີລິບ​ວ່າ: “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.” (ຟີລິບ 1:10, ລ.ມ.) ສິ່ງ​ສຳຄັນ​ເຫຼົ່າ​ນີ້​ລວມ​ເຖິງ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ນັບຖື ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳເລັດ ແລະ​ການ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ. (ມັດ. 6:9, 10; ໂຢ. 13:35) ເມື່ອ​ເຮົາ​ໃຫ້​ສິ່ງ​ເຫຼົ່າ​ນີ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເຮົາ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ.

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ເບິ່ງ​ວ່າ​ເຮົາ​ບໍ່​ມີ​ບ່ອນ​ຕິ?

10 ໂປໂລ​ຍັງ​ບອກ​ວ່າ ເຮົາ​ຕ້ອງ “ບໍ່​ມີ​ບ່ອນ​ຕິ.” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເປັນ​ຄົນ​ສົມບູນ​ແບບ. ເຮົາ​ບໍ່​ສາມາດ​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ​ຄື​ກັບ​ພະ​ເຢໂຫວາ​ພະເຈົ້າ​ໄດ້. ແຕ່​ພະອົງ​ກໍ​ເບິ່ງ​ວ່າ​ເຮົາ​ບໍ່​ມີ​ບ່ອນ​ຕິ ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ສະແດງ​ຄວາມ​ຮັກ​ໃຫ້​ຫຼາຍ​ຂຶ້ນ ແລະ​ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຄື ການ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ.

11. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ?

11 ຄຳ​ສັ່ງ​ທີ່​ວ່າ​ເຮົາ​ຕ້ອງ​ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ​ເປັນ​ຄຳ​ເຕືອນ​ທີ່​ໜັກແໜ້ນ​ແທ້ໆ. ເຮົາ​ອາດ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ການ​ເລືອກ​ຄວາມ​ບັນເທີງ ເຄື່ອງ​ນຸ່ງ ຫຼື​ແມ່ນ​ແຕ່​ວຽກ​ອາຊີບ​ກໍ​ອາດ​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ​ໄດ້. ສິ່ງ​ທີ່​ເຮົາ​ເລືອກ​ອາດ​ບໍ່​ຜິດ ແຕ່​ຖ້າ​ມັນ​ເຮັດ​ໃຫ້​ພີ່​ນ້ອງ​ບໍ່​ສະບາຍ​ໃຈ​ຫຼື​ເຖິງ​ຂັ້ນ​ຖິ້ມ​ຄວາມ​ເຊື່ອ​ໄປ ນັ້ນ​ກໍ​ເປັນ​ເລື່ອງ​ຮ້າຍແຮງ. ພະ​ເຍຊູ​ບອກ​ວ່າ ຖ້າ​ເຮົາ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ພີ່​ນ້ອງ​ຖິ້ມ​ຄວາມ​ເຊື່ອ​ໄປ ໃຫ້​ເອົາ​ຫີນ​ໂມ້​ເຂົ້າ​ແປ້ງ​ມາ​ຜູກ​ຄໍ​ເຮົາ​ແລະ​ເອົາ​ໄປ​ດິກ​ນ້ຳ​ທະເລ​ເລິກ​ກໍ​ດີ​ກວ່າ!—ມັດ. 18:6

12. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ໄພໂອເນຍ​ຄູ່​ໜຶ່ງ?

12 ຂໍ​ໃຫ້​ສັງເກດ​ວິທີ​ທີ່​ຜົວ​ເມຍ​ຄູ່​ໜຶ່ງ​ເຊິ່ງ​ເປັນ​ໄພໂອເນຍ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ. ພວກ​ເຂົາ​ຮັບໃຊ້​ໃນ​ປະຊາຄົມ​ໜຶ່ງ​ເຊິ່ງ​ມີ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຫາ​ກໍ​ຮັບ​ບັບເຕມາ. ພີ່​ນ້ອງ​ໃໝ່​ຄູ່​ນີ້​ເຕີບ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເຂັ້ມ​ງວດ. ພວກ​ເຂົາ​ເຊື່ອ​ວ່າ ຄລິດສະຕຽນ​ບໍ່​ຄວນ​ໄປ​ເບິ່ງ​ໜັງ​ເຖິງ​ວ່າ​ຈະ​ເປັນ​ໜັງ​ທີ່​ດີ​ກໍ​ຕາມ. ພວກ​ເຂົາ​ຕົກໃຈ​ຫຼາຍ​ທີ່​ເຫັນ​ໄພໂອເນຍ​ຄູ່​ນີ້​ເບິ່ງ​ໜັງ. ຫຼັງ​ຈາກ​ນັ້ນ ໄພໂອເນຍ​ຄູ່​ນີ້​ກໍ​ບໍ່​ໄປ​ເບິ່ງ​ໜັງ​ອີກ​ເລີຍ​ຈົນ​ກວ່າ​ພີ່​ນ້ອງ​ໃໝ່​ຈະ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ພວກ​ເຂົາ​ໃຫ້​ສົມດຸນ​ຫຼາຍ​ຂຶ້ນ. (ເຫບ. 5:14) ຈາກ​ການ​ກະທຳ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ໄພໂອເນຍ​ຄູ່​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ຮັກ​ພີ່​ນ້ອງ​ໃໝ່​ບໍ່​ພຽງ​ແຕ່​ທາງ​ຄຳ​ເວົ້າ ແຕ່​ທາງ​ການ​ກະທຳ​ນຳ.—ໂລມ 14:19-21; 1 ໂຢ. 3:18

13. ເຮົາ​ອາດ​ພາ​ພີ່​ນ້ອງ​ໃຫ້​ເຮັດ​ຜິດ​ໄດ້​ແນວ​ໃດ?

13 ອີກ​ສິ່ງ​ໜຶ່ງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ກໍ​ຄື ພາ​ພີ່​ນ້ອງ​ໃຫ້​ເຮັດ​ຜິດ. ມັນ​ອາດ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ນີ້. ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເຄີຍ​ຕິດ​ເຫຼົ້າ​ມາ​ກ່ອນ ລາວ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ເຊົາ​ຕິດ​ເຫຼົ້າ​ແລະ​ໃນ​ທີ່​ສຸດ​ລາວ​ກໍ​ເຮັດ​ໄດ້. ລາວ​ຮູ້​ວ່າ ລາວ​ຕ້ອງ​ບໍ່​ດື່ມ​ມັນ​ອີກ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ກ້າວ​ໜ້າ​ໄວ​ແລະ​ກໍ​ຮັບ​ບັບເຕມາ. ຕໍ່​ມາ ມີ​ພີ່​ນ້ອງ​ຄົນ​ໜຶ່ງ​ຊວນ​ລາວ​ໄປ​ກິນ​ເຂົ້າ​ຢູ່​ເຮືອນ​ແລະ​ຍື່ນ​ເຫຼົ້າ​ໃຫ້​ລາວ ແລ້ວ​ບອກ​ວ່າ: “ຕອນ​ນີ້​ເຈົ້າ​ເປັນ​ພີ່​ນ້ອງ​ແລ້ວ ເຈົ້າ​ມີ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລ້ວ. ໝາກ​ຜົນ​ໜຶ່ງ​ຂອງ​ພະລັງ​ບໍລິສຸດ​ກໍ​ຄື​ການ​ຄວບຄຸມ​ຕົວ​ເອງ. ຖ້າ​ເຈົ້າ​ຢາກ​ຝຶກ​ຄວບຄຸມ​ຕົວ​ເອງ ເຈົ້າ​ກໍ​ດື່ມ​ເລີຍ ໜ້ອຍ​ໜຶ່ງ​ກໍ​ໄດ້.” ລອງ​ນຶກ​ພາບ​ເບິ່ງ​ວ່າ​ຜົນ​ຈະ​ເປັນ​ແນວ​ໃດ ຖ້າ​ພີ່​ນ້ອງ​ໃໝ່​ຄົນ​ນີ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຜິດໆນັ້ນ!

14. ການ​ປະຊຸມ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຟີລິບ 1:10?

14 ການ​ປະຊຸມ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ວິທີ​ໃຊ້​ຄຳ​ແນະນຳ​ໃນ​ຟີລິບ 1:10. ທຳອິດ ສິ່ງ​ທີ່​ເຮົາ​ພິຈາລະນາ​ໃນ​ການ​ປະຊຸມ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ອັນ​ໃດ​ຄື​ສິ່ງ​ທີ່​ພະ​ເຢໂຫວາ​ຖື​ວ່າ​ສຳຄັນ​ທີ່​ສຸດ. ທີ​ສອງ ເຮົາ​ໄດ້​ຮຽນ​ຮູ້​ວິທີ​ທີ່​ຈະ​ນຳ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້ ເພື່ອ​ທີ່​ເຮົາ​ຈະ​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ. ແລະ​ທີ​ສາມ ເຮົາ​ຖືກ​ກະຕຸ້ນ​ໃຫ້ “ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ.” (ເຫບ. 10:24, 25) ແຮ່ງ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພີ່​ນ້ອງ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຮັກ​ພະເຈົ້າ​ແລະ​ພີ່​ນ້ອງ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ເມື່ອ​ເຮົາ​ຮັກ​ພະເຈົ້າ​ແລະ​ຮັກ​ພີ່​ນ້ອງ​ຈາກ​ຫົວໃຈ ເຮົາ​ກໍ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ.

“ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ” ສະເໝີ

15. ການ “ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ” ໝາຍ​ເຖິງ​ຫຍັງ?

15 ໂປໂລ​ອະທິດຖານ​ຂໍ​ຢ່າງ​ຈິງ​ຈັງ​ເພື່ອ​ໃຫ້​ພີ່​ນ້ອງ​ໃນ​ເມືອງ​ຟີລິບ “ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ.” (ຟີລິບ 1:11, ລ.ມ.) ແນ່ນອນ​ວ່າ​ການ “ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ” ໝາຍ​ເຖິງ​ການ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່​ນ້ອງ​ຄລິດສະຕຽນ ແລະ​ຍັງ​ລວມ​ເຖິງ​ການ​ປະກາດ​ກັບ​ຄົນ​ອື່ນ​ເລື່ອງ​ພະ​ເຍຊູ​ແລະ​ເລື່ອງ​ຄວາມ​ຫວັງ. ໃນ​ຟີລິບ 2:15 ໃຊ້​ການ​ປຽບ​ທຽບ​ອີກ​ຢ່າງ​ໜຶ່ງ​ກໍ​ຄື “ປາກົດ​ສ່ອງ​ແຈ້ງ​ເໝືອນ​ດັ່ງ​ໂຄມ​ໄຟ​ໃນ​ໂລກ.” ການ​ປຽບ​ທຽບ​ນີ້​ເໝາະ​ສົມ​ເພາະ​ພະ​ເຍຊູ​ເອີ້ນ​ລູກ​ສິດ​ຂອງ​ເພິ່ນ​ວ່າ​ເປັນ “ແສງ​ສະຫວ່າງ​ຂອງ​ໂລກ.” (ມັດ. 5:14-16, ລ.ມ.) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ສັ່ງ​ພວກ​ລູກ​ສິດ​ໃຫ້​ໄປ “ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ.” (ມັດ. 28:18-20; ກິດ. 1:8) ເຮົາ​ຈະ “ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ” ຖ້າ​ເຮົາ​ເຮັດ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ນີ້​ຢ່າງ​ກະຕືລືລົ້ນ.

ຕອນ​ທີ່​ໂປໂລ​ຖືກ​ກັກ​ບໍລິເວນ​ຢູ່​ບ້ານ​ຫຼັງ​ໜຶ່ງ​ໃນ​ໂລມ ລາວ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ. ລາວ​ຍັງ​ໃຊ້​ໂອກາດ​ນັ້ນ​ປະກາດ​ກັບ​ຄົນ​ຍາມ​ແລະ​ຄົນ​ທີ່​ມາ​ຢາມ​ລາວ. (ເບິ່ງ​ຂໍ້ 16)

16. ຟີລິບ 1:12-14 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສາມາດ​ສ່ອງ​ແຈ້ງ​ເໝືອນ​ດັ່ງ​ໂຄມ​ໄຟ​ໄດ້​ເຖິງ​ວ່າ​ຈະ​ປະສົບ​ບັນຫາ? (ເບິ່ງ​ຮູບ​ໜ້າ​ປົກ)

16 ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ ເຮົາ​ກໍ​ສາມາດ​ສ່ອງ​ແຈ້ງ​ເໝືອນ​ດັ່ງ​ໂຄມ​ໄຟ​ໄດ້. ບາງ​ຄັ້ງ ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ອຸປະສັກ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ປະກາດ​ຂ່າວ​ດີ ສາມາດ​ກາຍ​ເປັນ​ໂອກາດ​ທີ່​ເຮັດ​ໃຫ້​ເຮົາ​ປະກາດ​ໄດ້. ຕົວຢ່າງ: ຕອນ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ ລາວ​ຖືກ​ກັກ​ບໍລິເວນ​ຢູ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ໂລມ. ເຖິງ​ຢ່າງ​ນັ້ນ ລາວ​ກໍ​ຍັງ​ປະກາດ​ກັບ​ຄົນ​ຍາມ​ແລະ​ຄົນ​ທີ່​ມາ​ຢາມ​ລາວ. ໂປໂລ​ປະກາດ​ຢ່າງ​ກະຕືລືລົ້ນ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ແບບ​ນີ້ ແລະ​ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ພີ່​ນ້ອງ​ໝັ້ນ​ໃຈ​ແລະ​ກ້າຫານ​ທີ່​ຈະ​ປະກາດ “ພະ​ຄຳ​ຂອງ​ພະເຈົ້າ​ປາສະຈາກ​ຄວາມ​ຢ້ານ​ກົວ.”—ອ່ານ​ຟີລິບ 1:12-14; 4:22

ໃຫ້​ພະຍາຍາມ​ຊອກ​ຫາ​ໂອກາດ​ທີ່​ຈະ​ປະກາດ​ສະເໝີ (ເບິ່ງ​ຂໍ້ 17) *

17. ຂໍ​ໃຫ້​ເລົ່າ​ປະສົບການ​ຂອງ​ພີ່​ນ້ອງ​ໃນ​ປັດຈຸບັນ​ທີ່​ສາມາດ​ປະກາດ​ໄດ້​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ.

17 ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ມີ​ຄວາມ​ກ້າຫານ​ຄື​ກັບ​ໂປໂລ. ເຖິງ​ວ່າ​ພວກ​ເຂົາ​ຢູ່​ໃນ​ປະເທດ​ທີ່​ບໍ່​ສາມາດ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້​ຢ່າງ​ເປີດ​ເຜີຍ ແຕ່​ພວກ​ເຂົາ​ກໍ​ພະຍາຍາມ​ຊອກ​ວິທີ​ອື່ນ​ທີ່​ຈະ​ປະກາດ​ຂ່າວ​ດີ. (ມັດ. 10:16-20) ຜູ້​ດູ​ແລ​ໝວດ​ເຊິ່ງ​ຢູ່​ໃນ​ປະເທດ​ໜຶ່ງ​ທີ່​ເປັນ​ແບບ​ນັ້ນ​ໄດ້​ແນະນຳ​ຜູ້​ປະກາດ​ແຕ່​ລະ​ຄົນ​ໃຫ້​ປະກາດ​ໃນ “ເຂດ” ຂອງ​ຕົວ​ເອງ​ໂດຍ​ປະກາດ​ກັບ​ຍາດ​ພີ່​ນ້ອງ ເພື່ອນ​ບ້ານ ໝູ່​ຢູ່​ໂຮງ​ຮຽນ ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ ແລະ​ຄົນ​ຮູ້ຈັກ. ພາຍ​ໃນ​ສອງ​ປີ ຈຳນວນ​ຂອງ​ປະຊາຄົມ​ຕ່າງໆໃນ​ໝວດ​ນັ້ນ​ເພີ່ມ​ຂຶ້ນ​ຫຼາຍ​ແທ້ໆ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຢູ່​ໃນ​ປະເທດ​ທີ່​ບໍ່​ສາມາດ​ປະກາດ​ໄດ້​ຢ່າງ​ເປີດ​ເຜີຍ ແຕ່​ເຮົາ​ກໍ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ຄື: ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ປະກາດ​ກັບ​ຄົນ​ອື່ນ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ປະກາດ​ໄດ້​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ກໍ​ຕາມ.—ຟີລິບ 2:13

18. ເຮົາ​ຄວນ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

18 ຕອນ​ນີ້​ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໃນ​ຈົດ​ໝາຍ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ. ຂໍ​ໃຫ້​ເຮົາ​ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ ໃຫ້​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຄົນ​ອື່ນ ແລະ​ໃຫ້​ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ. ແລ້ວ​ເຮົາ​ຈະ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ແລະ​ນຳ​ຄຳ​ຍ້ອງ​ຍໍ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ​ພໍ່​ທີ່​ຫ່ວງໃຍ​ເຮົາ.

ເພງ 17 “ເຮົາ​ຢາກ​ຊ່ວຍ”

^ ຂໍ້ 5 ເຮົາ​ຈຳເປັນ​ຕ້ອງ​ຮັກ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ຫຼາຍ​ກວ່າ​ແຕ່​ກ່ອນ. ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ເຮົາ​ຈະ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ແມ່ນ​ແຕ່​ຕອນ​ທີ່​ປະສົບ​ບັນຫາ.

^ ຂໍ້ 3 ຟີລິບ 1:9-11 (ລ.ມ.): “ຂ້ອຍ​ເຝົ້າ​ອະທິດຖານ​ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ເລື້ອຍໆພ້ອມ​ກັບ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ ແລະ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ ແລະ​ຂໍ​ໃຫ້​ພວກ​ເຈົ້າ​ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ມີ​ບ່ອນ​ຕິ​ແລະ​ບໍ່​ເປັນ​ອຸປະສັກ​ຂັດ​ຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ​ຈົນ​ເຖິງ​ວັນ​ຂອງ​ພະ​ຄລິດ ແລະ​ຂໍ​ໃຫ້​ພວກ​ເຈົ້າ​ເກີດ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ​ໂດຍ​ທາງ​ພະ​ເຍຊູ​ຄລິດ ເຊິ່ງ​ຈະ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ.”

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ລະຫວ່າງ​ທີ່​ອະນາໄມ​ຫໍ​ປະຊຸມ ພີ່​ນ້ອງ​ໂຈ​ໄດ້​ຢຸດ​ແລະ​ຢືນ​ລົມ​ກັບ​ພີ່​ນ້ອງ​ຄົນ​ໜຶ່ງ​ກັບ​ລູກ​ຊາຍ. ນີ້​ເຮັດ​ໃຫ້​ພີ່​ນ້ອງ​ໄມ​ເຊິ່ງ​ກຳລັງ​ດູດ​ຝຸ່ນ​ຢູ່​ຮູ້ສຶກ​ບໍ່​ພໍ​ໃຈ. ໄມ​ຄິດ​ວ່າ ‘ໂຈ​ຄວນ​ຈະ​ເຮັດ​ວຽກ​ຊ່ວຍ​ໝູ່ ບໍ່​ແມ່ນ​ມີ​ແຕ່​ຢືນ​ລົມ​ກັບ​ຄົນ​ອື່ນ.’ ຕໍ່​ມາ ໄມ​ສັງເກດ​ເຫັນ​ໂຈ​ຊ່ວຍ​ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ. ສິ່ງ​ທີ່​ໄມ​ເຫັນ​ເທື່ອ​ນີ້ ເຕືອນ​ລາວ​ໃຫ້​ຄວນ​ຄິດ​ເຖິງ​ຈຸດ​ດີ​ຂອງ​ໂຈ​ຫຼາຍ​ຂຶ້ນ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ປະເທດ​ທີ່​ບໍ່​ສາມາດ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້​ຢ່າງ​ເປີດ​ເຜີຍ ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ສວຍ​ໂອກາດ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ຄົນ​ຮູ້ຈັກ​ໂດຍ​ບໍ່​ໃຫ້​ເປັນ​ເປົ້າ​ສາຍ​ຕາ​ຄົນ​ອື່ນ. ຕໍ່​ມາ ຕອນ​ທີ່​ພັກຜ່ອນ ລາວ​ກໍ​ປະກາດ​ກັບ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ.