ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄົນ​ທີ່​ໃຫ້​ຢ່າງ​ໃຈ​ກວ້າງ​ກໍ​ມີ​ຄວາມ​ສຸກ

ຄົນ​ທີ່​ໃຫ້​ຢ່າງ​ໃຈ​ກວ້າງ​ກໍ​ມີ​ຄວາມ​ສຸກ

“ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ.”—ກິດຈະການ 20:35

ເພງ: 76, 110

1. ອັນ​ໃດ​ພິສູດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ໃຈ​ກວ້າງ?

ມີ​ຢູ່​ໄລຍະ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຄີຍ​ຢູ່​ຜູ້​ດຽວ. ຕໍ່​ມາ ພະອົງ​ໄດ້​ຕັດສິນ​ໃຈ​ສ້າງ​ທູດ​ສະຫວັນ​ແລະ​ມະນຸດ. ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ພະອົງ​ມັກ​ໃຫ້​ສິ່ງ​ທີ່​ດີໆ. (1 ຕີໂມເຕ 1:11; ຢາໂກໂບ 1:17) ແລະ​ຍ້ອນ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຄື​ກັນ ພະອົງ​ຈຶ່ງ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ໃຈ​ກວ້າງ.—ໂລມ 1:20

2, 3. (ກ) ເປັນ​ຫຍັງ​ການ​ເປັນ​ຄົນ​ໃຈ​ກວ້າງ​ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສຸກ? (ຂ) ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ພະເຈົ້າ​ສ້າງ​ມະນຸດ​ຕາມ​ຮູບ​ແບບ​ຂອງ​ພະອົງ. (ຕົ້ນເດີມ 1:27) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ຕ່າງໆ​ຄື​ກັບ​ພະອົງ. ດັ່ງ​ນັ້ນ ເພື່ອ​ຈະ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ແທ້ ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະອົງ. ເຮົາ​ຈຳເປັນ​ຕ້ອງ​ສົນ​ໃຈ​ຄົນ​ອື່ນ​ແລະ​ເປັນ​ຜູ້​ໃຫ້​ຢ່າງ​ໃຈ​ກວ້າງ. (ຟີລິບ 2:3, 4; ຢາໂກໂບ 1:5) ຍ້ອນ​ຫຍັງ? ຍ້ອນ​ພະ​ເຢໂຫວາ​ໄດ້​ອອກ​ແບບ​ເຮົາ​ມາ​ແນວ​ນີ້. ເຖິງ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ເປັນ​ຄົນ​ໃຈ​ກວ້າງ​ໄດ້.

3 ຕອນ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບົດຮຽນ​ບາງ​ຢ່າງ​ທີ່​ຄຳພີ​ໄບເບິນ​ສອນ​ເຮົາ​ກ່ຽວ​ກັບ​ການ​ເປັນ​ຄົນ​ໃຈ​ກວ້າງ. ເຮົາ​ຈະ​ຮຽນ​ຮູ້​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຮົາ​ໃຈ​ກວ້າງ. ເຮົາ​ຍັງ​ຈະ​ຮຽນ​ຮູ້​ອີກ​ວ່າ​ການ​ເປັນ​ຄົນ​ໃຈ​ກວ້າງ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ ແລະ​ເປັນ​ຫຍັງ​ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ໃຈ​ກວ້າງ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ເປັນ​ຄົນ​ໃຈ​ກວ້າງ​ຕໍ່ໆ​ໄປ.

ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຮົາ​ເປັນ​ຄົນ​ໃຈ​ກວ້າງ

4, 5. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ໃຈ​ກວ້າງ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ແບບ​ພວກ​ເພິ່ນ?

4 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮຽນ​ແບບ​ພະອົງ ດັ່ງ​ນັ້ນ ເມື່ອ​ເຮົາ​ເປັນ​ຄົນ​ໃຈ​ກວ້າງ​ເຮົາ​ກໍ​ເຮັດ​ໃຫ້​ພະອົງ​ມີ​ຄວາມ​ສຸກ. (ເອເຟດ 5:1) ພະ​ເຢໂຫວາ​ຍັງ​ຢາກ​ເຫັນ​ມະນຸດ​ມີ​ຄວາມ​ສຸກ​ຄື​ກັນ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ວິທີ​ທີ່​ພະອົງ​ສ້າງ​ເຮົາ ສ້າງ​ໂລກ​ທີ່​ສວຍ​ງາມ ແລະ​ໃຫ້​ເຮົາ​ມີ​ທຸກ​ສິ່ງ​ກໍ​ເພື່ອ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. (ຄຳເພງ 104:24; 139:13-16) ດັ່ງ​ນັ້ນ ເມື່ອ​ເຮົາ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ ເຮົາ​ກໍ​ສັນລະເສີນ​ພະ​ເຢໂຫວາ.

5 ເຮົາ​ຄວນ​ຮຽນ​ແບບ​ພະ​ເຍຊູ​ຄື​ກັນ ເພິ່ນ​ວາງ​ແບບ​ຢ່າງ​ທີ່​ສົມບູນ​ແບບ​ໄວ້​ໃຫ້​ເຫັນ​ວ່າ​ມະນຸດ​ຈະ​ເປັນ​ຄົນ​ໃຈ​ກວ້າງ​ໄດ້​ແນວ​ໃດ. ເພິ່ນ​ບອກ​ວ່າ: “ບຸດ​ມະນຸດ​ໄດ້​ມາ​ບໍ່​ໃຊ່​ຈະ​ເປັນ​ທີ່​ບົວລະບັດ ແຕ່​ວ່າ​ເພື່ອ​ຈະ​ບົວລະບັດ​ແລະ​ເພື່ອ​ຈະ​ປະທານ​ຊີວິດ​ຂອງ​ພະອົງ​ໃຫ້​ເປັນ​ລາຄາ​ໄຖ່​ໂທດ​ຄົນ​ຫຼາຍ​ຄົນ.” (ມັດທາຍ 20:28) ແລະ​ອັກຄະສາວົກ​ໂປໂລ​ກໍ​ກະຕຸ້ນ​ຄລິດສະຕຽນ​ວ່າ: “ໃຫ້​ພວກ​ເຈົ້າ​ຄິດ​ແບບ​ດຽວ​ກັບ​ພະ​ຄລິດ​ເຍຊູ. ທ່ານ​ຍອມ​ສະລະ​ທຸກ​ສິ່ງ​ແລະ​ມາ​ຮັບ​ເອົາ​ສະພາບ​ທາດ.” (ຟີລິບ 2:5, 7, ລ.ມ.) ດັ່ງ​ນັ້ນ ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ຢ່າງ​ໃກ້​ຊິດ​ຫຼາຍ​ຍິ່ງ​ຂຶ້ນ​ໄດ້​ບໍ?’—ອ່ານ 1 ເປໂຕ 2:21

6. ພະ​ເຍຊູ​ໄດ້​ສອນ​ຫຍັງ​ເຮົາ​ເລື່ອງ​ເພື່ອນ​ບ້ານ​ຊາວ​ສະມາລີ? (ເບິ່ງ​ຮູບ​ທຳອິດ)

6 ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ທີ່​ສົມບູນ​ແບບ​ຂອງ​ພະອົງ​ແລະ​ພະ​ເຍຊູ. ໂດຍ​ສົນ​ໃຈ​ຜູ້​ຄົນ​ແລະ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ. ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ສຳຄັນ​ຫຼາຍ​ສໍ່າ​ໃດ​ຕອນ​ທີ່​ເພິ່ນ​ເລົ່າ​ເລື່ອງ​ເພື່ອນ​ບ້ານ​ຊາວ​ສະມາລີ. (ອ່ານ​ລືກາ 10:29-37) ເພິ່ນ​ສອນ​ພວກ​ລູກ​ສິດ​ວ່າ​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ອື່ນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ໃຜ​ຫຼື​ມາ​ຈາກ​ໃສ​ກໍ​ຕາມ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເລົ່າ​ເລື່ອງ​ນີ້? ຍ້ອນ​ວ່າ​ຜູ້​ຊາຍ​ຊາວ​ຢິວ​ຄົນ​ໜຶ່ງ​ຖາມ​ເພິ່ນ​ວ່າ: “ຜູ້​ໃດ​ເປັນ​ເພື່ອນ​ບ້ານ​ຂອງ​ຂ້າພະເຈົ້າ?” ຄຳຕອບ​ຂອງ​ພະ​ເຍຊູ​ສອນ​ເຮົາ​ວ່າ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ເປັນ​ຄົນ​ໃຈ​ກວ້າງ​ຄື​ກັບ​ຊາວ​ສະມາລີ.

7. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຊື່ອ​ໝັ້ນ​ວ່າ​ວິທີ​ຂອງ​ພະ​ເຢໂຫວາ​ໃນ​ການ​ເຮັດ​ສິ່ງ​ຕ່າງໆ​ດີ​ທີ່​ສຸດ?

7 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ຕ້ອງ​ເປັນ​ຄົນ​ໃຈ​ກວ້າງ​ແມ່ນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສວນ​ເອເດນ. ຊາຕານ​ອ້າງ​ວ່າ​ອາດາມ​ແລະ​ເອວາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ແຕ່​ຕົວ​ເອງ. ເອວາ​ເຫັນ​ແກ່​ຕົວ​ແລະ​ຢາກ​ເປັນ​ຄື​ກັບ​ພະເຈົ້າ ແລະ​ອາດາມ​ກໍ​ເຫັນ​ແກ່​ຕົວ ລາວ​ຢາກ​ເຮັດ​ໃຫ້​ເມຍ​ພໍ​ໃຈ​ຫຼາຍ​ກວ່າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ຕົ້ນເດີມ 3:4-6) ຜົນ​ກໍ​ຄື​ເຮັດ​ໃຫ້​ເກີດ​ຜົນ​ເສຍຫາຍ​ຮ້າຍແຮງ. ເຫັນ​ໄດ້​ແຈ້ງ​ວ່າ​ບໍ່​ມີ​ໃຜ​ມີ​ຄວາມ​ສຸກ​ໄດ້​ຖ້າ​ເປັນ​ຄົນ​ເຫັນ​ແກ່​ຕົວ. ແຕ່​ຖ້າ​ເຮົາ​ໃຈ​ກວ້າງ​ແລະ​ບໍ່​ເຫັນ​ແກ່​ຕົວ​ກໍ​ສະແດງ​ວ່າ​ເຮົາ​ເຊື່ອ​ໝັ້ນ​ວ່າ​ວິທີ​ຂອງ​ພະ​ເຢໂຫວາ​ໃນ​ການ​ເຮັດ​ສິ່ງ​ຕ່າງໆ​ດີ​ທີ່​ສຸດ.

ເຮັດ​ວຽກ​ທີ່​ພະເຈົ້າ​ມອບ​ໝາຍ​ໃຫ້​ເຮົາ​ເຮັດ

8. ເປັນ​ຫຍັງ​ອາດາມ​ແລະ​ເອວາ​ຄວນ​ຄິດ​ເຖິງ​ຄົນ​ອື່ນ?

8 ເຖິງ​ວ່າ​ຈະ​ມີ​ແຕ່​ອາດາມ​ແລະ​ເອວາ​ຢູ່​ໃນ​ສວນ​ເອເດນ ແຕ່​ເຂົາ​ເຈົ້າ​ກໍ​ຄວນ​ຄິດ​ເຖິງ​ຄົນ​ອື່ນ​ນຳ. ຍ້ອນ​ຫຍັງ? ພະ​ເຢໂຫວາ​ມອບ​ໝາຍ​ວຽກ​ໃຫ້​ເຂົາ​ເຈົ້າ​ເຮັດ. ພະອົງ​ບອກ​ເຂົາ​ເຈົ້າ​ໃຫ້​ມີ​ລູກ​ມີ​ຫຼານ​ຈົນ​ເຕັມ​ໂລກ​ແລະ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ອຸທິຍານ. (ຕົ້ນເດີມ 1:28) ອາດາມ​ກັບ​ເອວາ​ຄວນ​ຄິດ​ເຖິງ​ລູກ​ຫຼານ​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ ຄື​ກັບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ມີ​ຄວາມ​ສຸກ. ພະອົງ​ຄາດ​ໝາຍ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ອາດາມ​ແລະ​ເອວາ​ຮ່ວມ​ມື​ກັນ​ເຮັດ​ໃຫ້​ທັງ​ໂລກ​ເປັນ​ສວນ​ອຸທິຍານ. ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ແທ້ໆ!

9. ເປັນ​ຫຍັງ​ການ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ອຸທິຍານ​ຈຶ່ງ​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ສຸກ?

9 ມະນຸດ​ທີ່​ສົມບູນ​ແບບ​ຍັງ​ຕ້ອງ​ຮ່ວມ​ມື​ເຮັດ​ວຽກ​ກັບ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ເພື່ອ​ຈະ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ອຸທິຍານ​ແລະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ. ໂດຍ​ວິທີ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະອົງ. (ເຫບເລີ 4:11) ຂໍ​ໃຫ້​ນຶກ​ພາບ​ວ່າ​ວຽກ​ນີ້​ຈະ​ເຮັດ​ໃຫ້​ອີ່ມ​ໃຈ​ພໍ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ! ພະ​ເຢໂຫວາ​ຈະ​ຕ້ອງ​ອວຍ​ພອນ​ຫຼາຍ​ແທ້ໆ​ຖ້າ​ເຂົາ​ເຈົ້າ​ສົນ​ໃຈ​ຄົນ​ອື່ນ​ແລະ​ບໍ່​ເຫັນ​ແກ່​ຕົວ.

10, 11. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ປະກາດ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ?

10 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ໄດ້​ມອບ​ວຽກ​ທີ່​ພິເສດ​ໃຫ້​ເຮົາ​ເຮັດ. ພະອົງ​ຢາກ​ໃຫ້​ເຮົາ​ປະກາດ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ. ເພື່ອ​ຈະ​ເຮັດ​ວຽກ​ນີ້​ເຮົາ​ຕ້ອງ​ສົນ​ໃຈ​ຜູ້​ຄົນ​ແທ້ໆ. ທີ່​ຈິງ ເຮົາ​ຈະ​ສາມາດ​ເຮັດ​ວຽກ​ນີ້​ຕໍ່ໆ​ໄປ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ມີ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ ເຊັ່ນ: ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຜູ້​ຄົນ.

11 ໂປໂລ​ບອກ​ວ່າ​ລາວ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ຄົນ​ອື່ນໆ​ໃນ​ສະຕະວັດ​ທຳອິດ​ເປັນ “ເພື່ອນ​ຮ່ວມ​ງານ​ກັບ​ພະເຈົ້າ” ຍ້ອນ​ວ່າ​ເຂົາ​ເຈົ້າ​ປະກາດ​ແລະ​ສອນ​ຄວາມ​ຈິງ​ໃຫ້​ຜູ້​ຄົນ. (1 ໂກລິນໂທ 3:6, 9, ລ.ມ.) ທຸກ​ມື້​ນີ້ ເຮົາ​ກໍ​ສາມາດ​ເປັນ “ເພື່ອນ​ຮ່ວມ​ງານ​ກັບ​ພະເຈົ້າ” ໄດ້​ຄື​ກັນ​ໂດຍ​ໃຈ​ກວ້າງ​ໃນ​ການ​ໃຊ້​ເວລາ ກຳລັງ ແລະ​ວັດຖຸ​ສິ່ງ​ຂອງ​ເພື່ອ​ສະໜັບສະໜູນ​ວຽກ​ປະກາດ​ທີ່​ພະເຈົ້າ​ມອບ​ໝາຍ​ໃຫ້​ເຮັດ. ນີ້​ເປັນ​ກຽດ​ທີ່​ຍິ່ງໃຫຍ່​ແທ້ໆ!

ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ (ເບິ່ງ​ຂໍ້ 12)

12, 13. ເຈົ້າ​ຄິດ​ວ່າ​ອັນ​ໃດ​ເປັນ​ລາງວັນ​ຂອງ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ?

12 ການ​ເປັນ​ຄົນ​ໃຈ​ກວ້າງ​ໂດຍ​ໃຊ້​ເວລາ​ແລະ​ກຳລັງ​ໃນ​ການ​ປະກາດ​ແລະ​ສອນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ນຳ​ການ​ສຶກສາ​ກໍ​ບອກ​ແບບ​ນີ້​ຄື​ກັນ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ນັກ​ສຶກສາ​ຂອງ​ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ເມື່ອ​ເຂົ້າ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ປ່ຽນ​ແປງ​ຊີວິດ​ຂອງ​ຕົວ​ເອງ ແລະ​ເລີ່ມ​ບອກ​ຄົນ​ອື່ນໆ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ​ຮູ້. ພະ​ເຍຊູ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຄື​ກັນ ເມື່ອ​ຜູ້​ປະກາດ 70 ຄົນ​ທີ່​ເພິ່ນ​ສົ່ງ​ອອກ​ໄປ “ໄດ້​ຫຼົບ​ມາ​ດ້ວຍ​ຄວາມ​ຍິນດີ” ຍ້ອນ​ເຂົາ​ເຈົ້າ​ພົບ​ປະສົບການ​ທີ່​ດີ.—ລືກາ 10:17-21

13 ພີ່​ນ້ອງ​ຂອງ​ເຮົາ​ທົ່ວ​ໂລກ​ມີ​ຄວາມ​ຍິນດີ​ຫຼາຍ​ເມື່ອ​ເຫັນ​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ຜູ້​ຄົນ​ໃຫ້​ປັບ​ປຸງ​ຊີວິດ​ຂອງ​ຕົວ​ເອງ. ຕົວຢ່າງ: ພີ່​ນ້ອງ​ຍິງ​ໂສດ​ຄົນ​ໜຶ່ງ​ຊື່​ແອນນາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. * (ເບິ່ງ​ໄຂ​ເງື່ອນ) ດັ່ງ​ນັ້ນ ລາວ​ຈຶ່ງ​ຍ້າຍ​ໄປ​ເອີຣົບ​ຕາເວັນ​ອອກ ເຊິ່ງ​ເປັນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ລາວ​ບອກ​ວ່າ: “ຢູ່​ທີ່​ນີ້​ຂ້ອຍ​ໄດ້​ນຳ​ການ​ສຶກສາ​ກັບ​ຫຼາຍ​ຄົນ ຂ້ອຍ​ມັກ​ຫຼາຍ​ແທ້ໆ. ວຽກ​ຮັບໃຊ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ. ເມື່ອ​ຂ້ອຍ​ເມືອ​ເຮືອນ ຂ້ອຍ​ບໍ່​ມີ​ເວລາ​ຄິດ​ເລື່ອງ​ຂອງ​ຕົວ​ເອງ​ເລີຍ ເພາະ​ຂ້ອຍ​ຄິດ​ເຖິງ​ຄວາມ​ກັງວົນ​ແລະ​ບັນຫາ​ທີ່​ນັກ​ສຶກສາ​ປະສົບ. ຂ້ອຍ​ພະຍາຍາມ​ຊອກ​ຫາ​ວິທີ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ທັງ​ໝົດ​ນີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ ‘ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.’”—ກິດຈະການ 20:35

ບໍ່​ສຳຄັນ​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ແນວ​ໃດ ການ​ປະກາດ​ຂ່າວ​ສານ​ຂອງ​ພະເຈົ້າ​ກໍ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ

14. ເຈົ້າ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ປະກາດ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ?

14 ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ​ເຮົາ​ປະກາດ ແຕ່​ເຮົາ​ກໍ​ສາມາດ​ມີ​ຄວາມ​ສຸກ​ໄດ້ ເພາະ​ເຮົາ​ເປີດ​ໂອກາດ​ໃຫ້​ຜູ້​ຄົນ​ໄດ້​ຍິນ​ຂ່າວ​ດີ. ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຄື​ກັບ​ເອເຊກຽນ ພະອົງ​ບອກ​ວ່າ: “ເຖິງ​ແມ່ນ​ວ່າ​ເຂົາ​ຈະ​ຟັງ​ຫຼື​ບໍ່​ກໍ​ຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ.” (ເອເຊກຽນ 2:7, ທ.ປ.; ເອຊາອີ 43:10) ດັ່ງ​ນັ້ນ ບໍ່​ສຳຄັນ​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ແນວ​ໃດ ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ. (ອ່ານ​ເຫບເລີ 6:10) ພີ່​ນ້ອງ​ຄົນ​ໜຶ່ງ​ເວົ້າ​ກ່ຽວ​ກັບ​ວຽກ​ຮັບໃຊ້​ຂອງ​ລາວ​ວ່າ: “ຝ່າຍ​ເຮົາ​ເຮົາ​ໄດ້​ປູກ​ໄວ້ ທ່ານ​ອະໂປໂລ​ໄດ້​ຮົດ​ນໍ້າ ແຕ່​ວ່າ​ພະເຈົ້າ​ໄດ້​ໂຜດ​ໃຫ້​ເກີດ​ໝາກ.”—1 ໂກລິນໂທ 3:6

ເມື່ອ​ເຮົາ​ໄປ​ຢາມ​ເຮືອນ​ທຸກ​ຫຼັງ​ໃນ​ເຂດ​ປະກາດ​ຂອງ​ເຮົາ ເຮົາ​ກໍ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ໄດ້​ຟັງ​ຂ່າວ​ສານ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 14)

ວິທີ​ທີ່​ເຮົາ​ສາມາດ​ເປັນ​ຄົນ​ມີ​ຄວາມ​ສຸກ

15. ເຮົາ​ຄວນ​ເປັນ​ຄົນ​ໃຈ​ກວ້າງ​ສະເພາະ​ແຕ່​ກັບ​ຄົນ​ທີ່​ເຫັນ​ຄຸນຄ່າ​ເທົ່າ​ນັ້ນ​ບໍ? ຂໍ​ໃຫ້​ອະທິບາຍ.

15 ພະ​ເຍຊູ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ໃຈ​ກວ້າງ​ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ເມື່ອ​ເຮົາ​ໃຈກວ້າງ ຄົນ​ອື່ນໆ​ກໍ​ຈະ​ໃຈ​ກວ້າງ​ກັບ​ເຮົາ​ຄື​ກັນ. ເພິ່ນ​ຈຶ່ງ​ກະຕຸ້ນ​ເຮົາ​ວ່າ: “ໃຫ້​ມີ​ນິດໄສ​ມັກ​ແບ່ງ​ປັນ ແລ້ວ​ຄົນ​ອື່ນ​ຈະ​ແບ່ງ​ປັນ​ໃຫ້​ເຈົ້າ ເຂົາ​ຈະ​ເທ​ໃສ່​ກະເປົ໋າ​ຂອງ​ເຈົ້າ​ຈົນ​ເຕັມ ກົດ​ແລະ​ສັ່ນ ແລ້ວ​ຍັດ​ໃສ່​ອີກ​ຈົນ​ລົ້ນ ເພາະ​ເຈົ້າ​ເຮັດ​ກັບ​ຄົນ​ອື່ນ​ຢ່າງ​ໃດ ເຂົາ​ກໍ​ຈະ​ເຮັດ​ກັບ​ເຈົ້າ​ຢ່າງ​ນັ້ນ​ເປັນ​ການ​ຕອບ​ແທນ.” (ລືກາ 6:38, ລ.ມ.) ແນ່ນອນ​ວ່າ ເມື່ອ​ເຈົ້າ​ເປັນ​ຄົນ​ໃຈ​ກວ້າງ​ກໍ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ເຫັນ​ຄຸນຄ່າ. ແຕ່​ເຖິງ​ວ່າ​ຜູ້​ຄົນ​ຈະ​ບໍ່​ເຫັນ​ຄຸນຄ່າ​ກໍ​ຂໍ​ໃຫ້​ເຈົ້າ​ໃຈ​ກວ້າງ​ຕໍ່ໆ​ໄປ. ເຈົ້າ​ບໍ່​ມີ​ທາງ​ຮູ້​ດອກ​ວ່າ​ການ​ເປັນ​ຄົນ​ໃຈ​ກວ້າງ​ພຽງ​ຄັ້ງ​ດຽວ​ຈະ​ສົ່ງ​ຜົນ​ດີ​ຫຼາຍ​ຂະໜາດ​ໃດ.

16. ໃຜ​ທີ່​ເຮົາ​ຄວນ​ໃຈ​ກວ້າງ​ນຳ ແລະ​ຍ້ອນ​ຫຍັງ?

16 ຄົນ​ທີ່​ໃຈ​ກວ້າງ​ແທ້​ຈະ​ບໍ່​ໃຫ້​ຍ້ອນ​ຫວັງ​ຜົນ​ຕອບ​ແທນ. ພະ​ເຍຊູ​ບອກ​ວ່າ: ‘ເວລາ​ທ່ານ​ຈັດແຈ່ງ​ການ​ລ້ຽງ​ກັນ ຈົ່ງ​ເຊີນ​ໝູ່​ຄົນ​ທຸກ​ຍາກ ຄົນ​ໂຊ ຄົນ​ຂາ​ເຢກ​ຂາ​ຫ້ານ ຄົນ​ຕາ​ບອດ ແລະ​ທ່ານ​ຈະ​ເປັນ​ສຸກ​ຫຼາຍ​ເຫດ​ວ່າ​ເຂົາ​ຕອບ​ແທນ​ບໍ່​ໄດ້.’ (ລືກາ 14:13, 14) ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ໃຈ​ກວ້າງ​ກໍ​ຈະ​ໄດ້​ຮັບ​ຄວາມ​ພອນ.” ແລະ “ຜູ້​ທີ່​ເຂົ້າ​ໃຈ​ຄົນ​ຈົນ​ກໍ​ເປັນ​ສຸກ​ຫຼາຍ.” (ສຸພາສິດ 22:9, ລ.ມ.; ຄຳເພງ 41:1) ເຮົາ​ຄວນ​ເປັນ​ຄົນ​ໃຈ​ກວ້າງ​ເພາະ​ເຮົາ​ຢາກ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແທ້ໆ.

17. ການ​ໃຫ້​ແບບ​ໃດ​ອີກ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

17 ເມື່ອ​ໂປໂລ​ຍົກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ: “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ” ລາວ​ບໍ່​ໄດ້​ເວົ້າ​ພຽງ​ແຕ່​ກ່ຽວ​ກັບ​ການ​ໃຫ້​ວັດຖຸ​ສິ່ງ​ຂອງ. ເຮົາ​ຍັງ​ສາມາດ​ໃຫ້​ກຳລັງ​ໃຈ​ກັບ​ຜູ້​ຄົນ ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ ແລະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໄດ້. (ກິດຈະການ 20:31-35) ຈາກ​ສິ່ງ​ທີ່​ໂປໂລ​ໄດ້​ເວົ້າ​ແລະ​ເຮັດ ລາວ​ສອນ​ເຮົາ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆ​ທີ່​ຈະ​ເປັນ​ຄົນ​ໃຈ​ກວ້າງ​ໂດຍ​ໃຊ້​ເວລາ ກຳລັງ ການ​ເອົາໃຈໃສ່ ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ.

18. ນັກ​ວິໄຈ​ຫຼາຍ​ຄົນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ເປັນ​ຄົນ​ໃຈ​ກວ້າງ?

18 ນັກ​ວິໄຈ​ທີ່​ສຶກສາ​ກ່ຽວ​ກັບ​ພຶດຕິກຳ​ຂອງ​ມະນຸດ​ພົບ​ວ່າ​ການ​ໃຫ້​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄວາມ​ສຸກ. ຜົນ​ງານ​ວິໄຈ​ໜຶ່ງ​ບອກ​ວ່າ​ຜູ້​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຫຼັງ​ຈາກ​ໄດ້​ເຮັດ​ສິ່ງ​ດີໆ​ເພື່ອ​ຄົນ​ອື່ນ. ນັກ​ວິໄຈ​ຫຼາຍ​ຄົນ​ບອກ​ວ່າ​ເມື່ອ​ເຮົາ​ຊ່ວຍ​ເຫຼືອ​ຄົນ​ອື່ນ ເຮົາ​ຈະ​ຮູ້ສຶກ​ວ່າ​ຊີວິດ​ມີ​ຄວາມ​ໝາຍ​ແລະ​ມີ​ຈຸດ​ມຸ່ງ​ໝາຍ. ດັ່ງ​ນັ້ນ ຜູ້​ຊ່ຽວຊານ​ບາງ​ຄົນ​ແນະນຳ​ວ່າ​ໃຫ້​ຄົນ​ເຮົາ​ເຮັດ​ວຽກ​ອາສາ​ສະໝັກ​ເພື່ອ​ຈະ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ແນ່ນອນ ເຮົາ​ບໍ່​ແປກ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຄົ້ນ​ພົບ ເພາະ​ພະ​ເຢໂຫວາ​ພະ​ຜູ້​ສ້າງ​ທີ່​ຮັກ​ເຮົາ​ໄດ້​ບອກ​ສະເໝີ​ວ່າ​ການ​ໃຫ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.—2 ຕີໂມເຕ 3:16, 17

ເປັນ​ຄົນ​ໃຈ​ກວ້າງ​ຕໍ່ໆ​ໄປ

19, 20. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ເປັນ​ຄົນ​ໃຈ​ກວ້າງ?

19 ເມື່ອ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ເຮົາ​ສົນ​ໃຈ​ແຕ່​ຕົວ​ເອງ ມັນ​ກໍ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເປັນ​ຄົນ​ໃຈ​ກວ້າງ. ແຕ່​ພະ​ເຍຊູ​ເຕືອນ​ເຮົາ​ວ່າ​ຄຳ​ສັ່ງ 2 ຂໍ້​ນີ້​ສຳຄັນ​ທີ່​ສຸດ​ຄື: ທຳອິດ ໃຫ້​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຈິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ. ສອງ ໃຫ້​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ. (ມາລະໂກ 12:28-31) ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ຮຽນ​ແບບ​ພະອົງ. ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ຜູ້​ທີ່​ໃຈ​ກວ້າງ. ພວກ​ເພິ່ນ​ຢາກ​ໃຫ້​ເຮົາ​ຮຽນ​ແບບ​ໃນ​ເລື່ອງ​ນີ້ ເພາະ​ພວກ​ເພິ່ນ​ຮູ້​ວ່າ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້. ຖ້າ​ເຮົາ​ເປັນ​ຄົນ​ໃຈ​ກວ້າງ​ໂດຍ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ພະ​ເຢໂຫວາ​ແລະ​ເພື່ອ​ຄົນ​ອື່ນ ເຮົາ​ກໍ​ຈະ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ ທັງ​ເຮົາ​ແລະ​ຄົນ​ອື່ນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ.

20 ແນ່ນອນ​ເຈົ້າ​ພ້ອມ​ທີ່​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເປັນ​ຄົນ​ໃຈ​ກວ້າງ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຢູ່​ແລ້ວ ໂດຍ​ສະເພາະ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຈົ້າ. (ຄາລາຊີ 6:10) ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ​ຕໍ່ໆ​ໄປ ຜູ້​ຄົນ​ກໍ​ຈະ​ເຫັນ​ຄຸນຄ່າ​ແລະ​ຮັກ​ເຈົ້າ ແລະ​ເຈົ້າ​ເອງ​ກໍ​ຈະ​ມີ​ຄວາມ​ສຸກ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ມີ​ນໍ້າໃຈ​ເອື້ອເຟື້ອ​ຈະ​ຈະເລີນ ແລະ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ ຕົວ​ເຂົາ​ກໍ​ຈະ​ສົດ​ຊື່ນ​ຄື​ກັນ.” (ສຸພາສິດ 11:25, ລ.ມ.) ທັງ​ໃນ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ເຮົາ ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ໃຫ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ ເປັນ​ຄົນ​ກະລຸນາ​ແລະ​ເປັນ​ຄົນ​ໃຈ​ກວ້າງ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ວິທີ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 13 ຊື່​ສົມມຸດ.