ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ອົດ​ທົນ​ອົດ​ກັ້ນ—ອົດ​ທົນ​ຢ່າງ​ມີ​ຄວາມ​ຫວັງ

ຄວາມ​ອົດ​ທົນ​ອົດ​ກັ້ນ—ອົດ​ທົນ​ຢ່າງ​ມີ​ຄວາມ​ຫວັງ

ເນື່ອງ​ຈາກ​ຊີວິດ​ໃນ “ສະໄໝ​ສຸດ​ທ້າຍ” ມີ​ແຕ່​ຄວາມ​ຫຍຸ້ງຍາກ ເຮົາ​ຈຶ່ງ​ຕ້ອງ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. (2 ຕີໂມເຕ 3:1-5, ລ.ມ.) ຫຼາຍ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ເຮົາ​ບໍ່​ເປັນ​ຄົນ​ອົດ​ທົນ​ອົດ​ກັ້ນ. ເຂົາ​ເຈົ້າ​ເຫັນ​ແກ່​ຕົວ ມັກ​ໃຈ​ຮ້າຍ ແລະ​ກໍ​ບໍ່​ຄວບຄຸມ​ຕົວ​ເອງ. ດັ່ງ​ນັ້ນ ໃຫ້​ຖາມ​ຕົວ​ເອງ​ວ່າ: ຂ້ອຍ​ເປັນ​ຄົນ​ບໍ່​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຄື​ກັບ​ຄົນ​ອ້ອມ​ຂ້າງ​ຂ້ອຍ​ບໍ? ຄວາມ​ອົດ​ທົນ​ອົດ​ກັ້ນ​ທີ່​ແທ້​ຈິງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຂ້ອຍ​ຈະ​ມີ​ນິດໄສ​ອົດ​ທົນ​ອົດ​ກັ້ນ​ໄດ້​ແນວ​ໃດ?

ຄວາມ​ອົດ​ທົນ​ອົດ​ກັ້ນ​ແມ່ນ​ຫຍັງ?

ຄຳ​ວ່າ “ຄວາມ​ອົດ​ທົນ​ອົດ​ກັ້ນ” ໃນ​ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ມັນ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ການ​ຍອມ​ທົນ​ກັບ​ບັນຫາ​ໃດ​ໜຶ່ງ ແຕ່​ເປັນ​ການ​ອົດ​ທົນ​ຢ່າງ​ມີ​ຈຸດ​ມຸ່ງ​ໝາຍ. ຄົນ​ທີ່​ອົດ​ທົນ​ອົດ​ກັ້ນ​ຫວັງ​ວ່າ​ສິ່ງ​ຕ່າງໆ​ຈະ​ດີ​ຂຶ້ນ. ລາວ​ບໍ່​ຫ່ວງ​ແຕ່​ຕົວ​ເອງ ແຕ່​ຍັງ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ນຳ ເຖິງ​ວ່າ​ຄົນ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ຄຽດ​ຫຼື​ທຳ​ຮ້າຍ​ລາວ​ກໍ​ຕາມ. ລາວ​ຍັງ​ຫວັງ​ອີກ​ວ່າ​ສາຍ​ສຳພັນ​ຂອງ​ລາວ​ກັບ​ຄົນ​ນັ້ນ​ຈະ​ດີ​ຂຶ້ນ. ເຮົາ​ບໍ່​ແປກ​ໃຈ​ທີ່​ຄຳພີ​ໄບເບິນ​ເວົ້າ​ວ່າ​ຄວາມ​ອົດ​ທົນ​ອົດ​ກັ້ນ​ເປັນ​ຜົນ​ຂອງ​ຄວາມ​ຮັກ. * (ເບິ່ງ​ໄຂ​ເງື່ອນ) (1 ໂກລິນໂທ 13:4) ຄວາມ​ອົດ​ທົນ​ອົດ​ກັ້ນ​ເປັນ​ສ່ວນ​ໜຶ່ງ​ຂອງ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ຄາລາຊີ 5:22, 23, ລ.ມ.) ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຄົນ​ທີ່​ອົດ​ທົນ​ອົດ​ກັ້ນ​ແທ້ໆ?

ວິທີ​ທີ່​ເຮົາ​ຈະ​ເປັນ​ຄົນ​ອົດ​ທົນ​ອົດ​ກັ້ນ

ເພື່ອ​ຈະ​ເປັນ​ຄົນ​ອົດ​ທົນ​ອົດ​ກັ້ນ​ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ໃຫ້​ຊ່ວຍ​ເຮົາ ເຊິ່ງ​ພະ​ເຢໂຫວາ​ໃຫ້​ກັບ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະອົງ. (ລືກາ 11:13) ເຖິງ​ວ່າ​ພະລັງ​ບໍລິສຸດ​ຈະ​ມີ​ພະລັງ​ຫຼາຍ ແຕ່​ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ອະທິດຖານ. (ຄຳເພງ 86:10, 11) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ສະແດງ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຢ່າງ​ສຸດ​ຄວາມ​ສາມາດ​ໃນ​ແຕ່​ລະ​ມື້​ແລະ​ເຮັດ​ຈົນ​ເປັນ​ນິດໄສ. ແຕ່​ບາງ​ເທື່ອ​ກໍ​ບໍ່​ເປັນ​ຄື​ກັບ​ທີ່​ເຮົາ​ຕັ້ງ​ໃຈ​ໄວ້. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້?

ເຮົາ​ຕ້ອງ​ສຶກສາ​ແລະ​ຮຽນ​ແບບ​ຕົວຢ່າງ​ທີ່​ສົມບູນ​ແບບ​ຂອງ​ພະ​ເຍຊູ. ເມື່ອ​ໂປໂລ​ເວົ້າ​ເຖິງ “ລັກສະນະ​ນິດໄສ​ໃໝ່” ເຊິ່ງ​ລວມ​ເຖິງ​ຄວາມ​ອົດ​ທົນ​ອົດ​ກັ້ນ ລາວ​ກໍ​ບອກ​ວ່າ: “ຂໍ​ໃຫ້​ສັນຕິສຸກ​ຈາກ​ພະ​ຄລິດ​ເປັນ​ພະລັງ​ຄວບຄຸມ​ໃຈ​ພວກ​ເຈົ້າ.” (ໂກໂລດ 3:10, 12, 15, ລ.ມ.) ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ແລະ​ມີ​ຄວາມ​ເຊື່ອ​ແທ້ໆ​ວ່າ​ພະເຈົ້າ​ຈະ​ແກ້ໄຂ​ບັນຫາ​ຕ່າງໆ​ຂອງ​ເຮົາ​ໃນ​ເວລາ​ທີ່​ເໝາະ​ສົມ. ຖ້າ​ເຮົາ​ເຊື່ອ​ແບບ​ນັ້ນ ເຮົາ​ຈະ​ບໍ່​ສູນ​ເສຍ​ຄວາມ​ອົດ​ທົນ​ອົດ​ກັ້ນ​ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຕົວ​ເຮົາ​ກໍ​ຕາມ.—ໂຢຮັນ 14:27; 16:33

ເຮົາ​ທຸກ​ຄົນ​ຢາກ​ໃຫ້​ໂລກ​ໃໝ່​ມາ​ຮອດ​ໄວໆ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ແຕ່​ເຮົາ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ອົດ​ກັ້ນ​ຫຼາຍ​ຂຶ້ນ​ໄດ້ ຖ້າ​ເຮົາ​ຄິດ​ເຖິງ​ວ່າ​ພະ​ເຢໂຫວາ​ຕ້ອງ​ອົດ​ທົນ​ອົດ​ກັ້ນ​ກັບ​ເຮົາ​ຫຼາຍ​ສໍ່າ​ໃດ. ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ: “ພະອົງ​ເຈົ້າ​ບໍ່​ຄອຍ​ຊ້າ​ໃຫ້​ຄຳ​ປະຕິຍານ​ຂອງ​ພະອົງ​ສຳເລັດ ເໝືອນ​ດັ່ງ​ຜູ້​ລາງ​ຄົນ​ຄຶດ​ຖື​ວ່າ​ຊ້າ​ຢູ່ ແຕ່​ວ່າ​ພະອົງ​ອົດ​ທົນ​ດົນ​ນານ​ກັບ​ທ່ານ​ທັງ​ຫຼາຍ ບໍ່​ຢາກ​ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ຈິບຫາຍ ແຕ່​ວ່າ​ຈະ​ໃຫ້​ຄົນ​ທັງ​ປວງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.” (2 ເປໂຕ 3:9) ດັ່ງ​ນັ້ນ ຖ້າ​ເຮົາ​ຄິດ​ເຖິງ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ກັບ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ຄື​ກັນ. (ໂລມ 2:4) ມີ​ສະຖານະການ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ອົດ​ທົນ​ອົດ​ກັ້ນ?

ສະຖານະການ​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ອົດ​ທົນ​ອົດ​ກັ້ນ

ທຸກໆ​ມື້​ມີ​ຫຼາຍ​ຢ່າງ​ໃນ​ຊີວິດ​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ອົດ​ທົນ​ອົດ​ກັ້ນ ເຊັ່ນ: ເຮົາ​ຕ້ອງ​ອົດ​ທົນ​ອົດ​ກັ້ນ​ທີ່​ຈະ​ບໍ່​ເວົ້າ​ຕັດ​ຄວາມ​ຄົນ​ອື່ນ ເຖິງ​ວ່າ​ຈະ​ມີ​ບາງ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ເວົ້າ. (ຢາໂກໂບ 1:19) ຫຼື​ຖ້າ​ມີ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໃຈ​ຮ້າຍ ເຮົາ​ຍັງ​ຕ້ອງ​ອົດ​ທົນ​ອົດ​ກັ້ນ​ທີ່​ຈະ​ບໍ່​ສະແດງ​ອາລົມ​ຫຼື​ທ່າທີ​ທີ່​ບໍ່​ດີ. ເຮົາ​ຕ້ອງ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ຕອນ​ທີ່​ເຮົາ​ສະແດງ​ຈຸດ​ອ່ອນ​ອອກ​ມາ. ພວກ​ເພິ່ນ​ບໍ່​ໄດ້​ເບິ່ງ​ເຈາະຈີ້ມ​ຫາ​ຄວາມ​ຜິດ​ພາດ​ເລັກໆ​ນ້ອຍໆ​ທີ່​ເຮົາ​ເຮັດ. ແຕ່​ພວກ​ເພິ່ນ​ເບິ່ງ​ຈຸດ​ດີ​ທີ່​ເຮົາ​ມີ​ແລະ​ອົດ​ທົນ​ເພື່ອ​ໃຫ້​ເວລາ​ເຮົາ​ແກ້ໄຂ​ຕົວ​ເອງ.—1 ຕີໂມເຕ 1:16; 1 ເປໂຕ 3:12

ເຮົາ​ຍັງ​ຕ້ອງ​ອົດ​ທົນ​ອົດ​ກັ້ນ​ເມື່ອ​ບາງ​ຄົນ​ບອກ​ວ່າ​ຄຳ​ເວົ້າ​ແລະ​ສິ່ງ​ທີ່​ເຮົາ​ເຮັດ​ມັນ​ຜິດ. ທຳອິດ​ເຮົາ​ອາດ​ຮູ້ສຶກ​ເຄືອງ​ໃຈ​ແລະ​ຢາກ​ປົກ​ປ້ອງ​ຕົວ​ເອງ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ເປັນ​ຄົນ​ອົດ​ທົນ​ດີ​ກວ່າ​ເປັນ​ຄົນ​ຍິ່ງ ຢ່າ​ຄຽດ​ງ່າຍ ເພາະ​ຄວາມ​ຄຽດ​ຢູ່​ໃນ​ໃຈ​ຂອງ​ຄົນ​ໂງ່.” (ຜູ້​ເທສະໜາ​ປ່າວ​ປະກາດ 7:8, 9, ລ.ມ.) ດັ່ງ​ນັ້ນ ເຖິງ​ວ່າ​ຄຳ​ກ່າວ​ຫາ​ນັ້ນ​ຈະ​ບໍ່​ແມ່ນ​ຄວາມ​ຈິງ ແຕ່​ເຮົາ​ກໍ​ຕ້ອງ​ອົດ​ທົນ​ແລະ​ຄິດ​ໃຫ້​ຮອບຄອບ​ກ່ອນ​ທີ່​ຈະ​ເຮັດ​ຫຍັງ​ບາງ​ຢ່າງ​ອອກ​ມາ. ພະ​ເຍຊູ​ເອງ​ກໍ​ໄດ້​ເຮັດ​ຄື​ກັນ​ເມື່ອ​ຄົນ​ອື່ນ​ກ່າວ​ຫາ​ເພິ່ນ​ຢ່າງ​ຜິດໆ.—ມັດທາຍ 11:19

ພໍ່​ແມ່​ກໍ​ຕ້ອງ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ເປັນ​ພິເສດ​ເມື່ອ​ເຂົາ​ເຈົ້າ​ຢາກ​ຊ່ວຍ​ລູກ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ຫຼີກ​ລ່ຽງ​ຄວາມ​ຕ້ອງການ​ທີ່​ຜິດໆ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ມັດທີອັດ​ເຊິ່ງ​ຮັບໃຊ້​ໃນ​ເບເທນ​ຢູ່​ສະແກນດີເນເວຍ. ຕອນ​ທີ່​ມັດທີອັດ​ເປັນ​ໄວ​ລຸ້ນ ໝູ່​ຢູ່​ໂຮງ​ຮຽນ​ຫຼາຍ​ຄົນ​ມັກ​ກວນ​ແລະ​ເຍາະ​ເຍີ້ຍ​ຍ້ອນ​ຄວາມ​ເຊື່ອ​ຂອງ​ລາວ. ທຳອິດ​ພໍ່​ແມ່​ກໍ​ບໍ່​ໄດ້​ຮູ້​ເລື່ອງ​ນີ້. ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ສັງເກດ​ວ່າ​ລູກ​ເລີ່ມ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ເຊື່ອ​ຂອງ​ຕົວ​ເອງ. ກິວລິດ​ພໍ່​ຂອງ​ມັດທີອັດ​ເວົ້າ​ວ່າ​ລາວ​ແລະ​ເມຍ​ຕ້ອງ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຫຼາຍ​ແທ້ໆ​ຕໍ່​ກັບ​ສະຖານະການ​ນີ້. ມັດທີອັດ​ໄດ້​ຖາມ​ຫຼາຍ​ຢ່າງ ເຊັ່ນ: “ພະເຈົ້າ​ແມ່ນ​ໃຜ? ຖ້າ​ຄຳພີ​ໄບເບິນ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ​ເດ? ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ນີ້​ແມ່ນ​ພະເຈົ້າ​ອົງ​ທ່ຽງ​ແທ້​ທີ່​ຕ້ອງການ​ສິ່ງ​ນັ້ນ​ສິ່ງ​ນີ້​ຈາກ​ເຮົາ?” ລາວ​ອາດ​ຍັງ​ຖາມ​ພໍ່​ຂອງ​ລາວ​ອີກ​ວ່າ: “ເປັນ​ຫຍັງ​ຂ້ອຍ​ຈະ​ຖືກ​ພິພາກສາ​ຖ້າ​ຂ້ອຍ​ບໍ່​ມີ​ຄວາມ​ຮູ້ສຶກ​ແລະ​ຄວາມ​ເຊື່ອ​ຄື​ກັບ​ພໍ່?”

ກິວລິດ​ບອກ​ວ່າ: “ບາງ​ເທື່ອ​ລູກ​ຊາຍ​ກໍ​ຖາມ​ແບບ​ໃຈ​ຮ້າຍ ລາວ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ພໍ່​ແມ່ ແຕ່​ໃຈ​ຮ້າຍ​ໃຫ້​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເພາະ​ມັນ​​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ຊີວິດ​ຫຍຸ້ງຍາກ​ຫຼາຍ.” ກິວລິດ​ຊ່ວຍ​ລູກ​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ນັ່ງ​ລົມ​ກັບ​ລູກ​ເປັນ​ຊົ່ວ​ໂມງ.” ປົກກະຕິ​ແລ້ວ​ກິວລິດ​ຈະ​ຟັງ​ລູກ​ເວົ້າ​ແລະ​ຖາມ​ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຄິດ​ຂອງ​ລູກ. ລາວ​ອະທິບາຍ​ໃຫ້​ລູກ​ຟັງ​ແລະ​ໃຫ້​ເວລາ​ລູກ​ຄິດ​ທົບ​ທວນ​ກ່ອນ​ຈະ​ກັບ​ມາ​ລົມ​ກັນ​ອີກ. ບາງ​ຄັ້ງ​ລາວ​ກໍ​ບອກ​ລູກ​ວ່າ​ລາວ​ຂໍ​ເວລາ​ສອງ​ສາມ​ມື້​ເພື່ອ​ໄປ​ຄິດ​ກ່ຽວ​ກັບ​ເລື່ອງ​ທີ່​ລູກ​ເວົ້າ. ເມື່ອ​ໄດ້​ລົມ​ກັນ​ແບບ​ນີ້​ເປັນ​ປະຈຳ ມັດທີອັດ​ກໍ​ເລີ່ມ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄ່າໄຖ່ ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ພະອົງ​ມີ​ສິດ​ປົກຄອງ​ເຮົາ. ກິວລິດ​ບອກ​ວ່າ: “ມັນ​ຕ້ອງ​ໃຊ້​ເວລາ​ແລະ​ຫຼາຍ​ເທື່ອ​ມັນ​ກໍ​ຍາກ ແຕ່​ລູກ​ຈະ​ຄ່ອຍໆ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ. ຂ້ອຍ​ກັບ​ເມຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ຊ່ວຍ​ລູກ​ໃຫ້​ຜ່ານ​ຊ່ວງ​ເວລາ​ທີ່​ເປັນ​ໄວ​ລຸ້ນ ແລະ​ເຫັນ​ວ່າ​ສິ່ງ​ຕ່າງໆ​ທີ່​ເຮົາ​ສອນ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລາວ. ຄວາມ​ພະຍາຍາມ​ແລະ​ຄວາມ​ອົດ​ທົນ​ຂອງ​ເຮົາ​ຄຸ້ມ​ຄ່າ​ແທ້ໆ.”

ຕອນ​ທີ່​ກິວລິດ​ກັບ​ເມຍ​ຊ່ວຍ​ລູກ​ຢ່າງ​ອົດ​ທົນ ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາ​ເຈົ້າ. ກິວລິດ​ບອກ​ວ່າ: “ຂ້ອຍ​ບອກ​ມັດທີອັດ​ເລື້ອຍໆ​ວ່າ​ພໍ່​ແມ່​ຮັກ​ລູກ​ຫຼາຍ ສິ່ງ​ນີ້​ໄດ້​ກະຕຸ້ນ​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ເພື່ອ​ຂໍ​ພະອົງ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ.” ພໍ່​ແມ່​ຄູ່​ນີ້​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ອົດ​ທົນ​ອົດ​ກັ້ນ​ແລະ​ບໍ່​ຍອມ​ແພ້!

ເຮົາ​ຍັງ​ຕ້ອງ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ເມື່ອ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ທີ່​ເຈັບ​ປ່ວຍ​ຊຳເຮື້ອ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ແອວເລັນ * (ເບິ່ງ​ໄຂ​ເງື່ອນ) ທີ່​ຢູ່​ໃນ​ສະແກນດີເນເວຍ.

ປະມານ 8 ປີ​ກ່ອນ ຜົວ​ຂອງ​ແອວເລັນ​ມີ​ອາການ​​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກ​ຕັ້ງ​ເຖິງ 2 ເທື່ອ. ຍ້ອນ​ແນວ​ນັ້ນ ຜົວ​ຂອງ​ລາວ​ຈຶ່ງ​ບໍ່​ສາມາດ​ມີ​ຄວາມ​ຮູ້ສຶກ ເຊັ່ນ: ຄວາມ​ສຸກ ໂສກ​ເສົ້າ ຫຼື​ສົງສານ. ສະພາບການ​ນີ້​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ສຳລັບ​ແອວເລັນ. ລາວ​ບອກ​ວ່າ: “ມັນ​ຕ້ອງ​ໃຊ້​ຄວາມ​ອົດ​ທົນ​ອົດ​ກັ້ນ​ຫຼາຍ​ແທ້ໆ​ແລະ​ຕ້ອງ​ອະທິດຖານ​ຫຼາຍໆ​ຄັ້ງ. ຂໍ້​ຄຳພີ​ທີ່​ຂ້ອຍ​ມັກ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ​ໃຈ​ແມ່ນ​ຟີລິບ 4:13 ທີ່​ບອກ​ວ່າ: ‘ເຮົາ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້​ດ້ວຍ​ພະອົງ​ຜູ້​ຊູ​ແຮງ​ຂອງ​ເຮົາ.’” ຍ້ອນ​ຄວາມ​ຊ່ວຍ​ເຫຼືອ​ແລະ​ໄດ້​ຮັບ​ພະລັງ​ຈາກ​ພະ​ເຢໂຫວາ ແອວເລັນ​ຈຶ່ງ​ອົດ​ທົນ​ຮັບ​ມື​ກັບ​ສະຖານະການ​ແບບ​ນີ້​ໄດ້.—ຄຳເພງ 62:5, 6

ຮຽນ​ແບບ​ຄວາມ​ອົດ​ທົນ​ອົດ​ກັ້ນ​ຂອງ​ພະ​ເຢໂຫວາ

ແນ່ນອນ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ອົດ​ທົນ​ອົດ​ກັ້ນ. (2 ເປໂຕ 3:15) ໃນ​ຄຳພີ​ໄບເບິນ ເຮົາ​ໄດ້​ອ່ານ​ເລື່ອງ​ຄວາມ​ອົດ​ທົນ​ອົດ​ກັ້ນ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ເລື້ອຍໆ. (ເນເຫມີ 9:30; ເອຊາອີ 30:18) ເຈົ້າ​ຈື່​ໄດ້​ບໍ​ພະອົງ​ມີ​ທ່າທີ​ແນວ​ໃດ​ຕອນ​ທີ່​ອັບລາຫາມ​ຖາມ​ພະອົງ​ຫຼາຍ​ເທື່ອ​ກ່ຽວ​ກັບ​ການ​ທຳລາຍ​ເມືອງ​ຊໍດົມ? ພະອົງ​ບໍ່​ເຄີຍ​ເວົ້າ​ຕັດ​ຄວາມ​ຕອນ​ທີ່​ອັບລາຫາມ​ເວົ້າ. ພະອົງ​ອົດ​ທົນ​ຟັງ​ແຕ່​ລະ​ຄຳຖາມ​ຂອງ​ອັບລາຫາມ​ແລະ​ຄວາມ​ກັງວົນ​ຂອງ​ລາວ. ຕໍ່​ມາ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ໄດ້​ຍິນ​ສິ່ງ​ລາວ​ກັງວົນ​ແລ້ວ ແລະ​ຢືນຢັນ​ກັບ​ລາວ​ວ່າ​ຖ້າ​ມີ​ຄົນ​ຊອບທຳ​ພຽງ​ແຕ່ 10 ຄົນ​ໃນ​ເມືອງ​ຊໍດົມ ພະອົງ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນີ້. (ຕົ້ນເດີມ 18:22-33) ພະ​ເຢໂຫວາ​ຕັ້ງ​ໃຈ​ຟັງ​ຢ່າງ​ອົດ​ທົນ​ສະເໝີ​ແລະ​ພະອົງ​ບໍ່​ເຄີຍ​ຟ້າວ​ເວົ້າ​ຫຼື​ເຮັດ​ຫຍັງ​ແບບ​ບໍ່​ຄິດ!

ຄວາມ​ອົດ​ທົນ​ອົດ​ກັ້ນ​ເປັນ​ສ່ວນ​ສຳຄັນ​ຫຼາຍ​ຂອງ​ລັກສະນະ​ນິດໄສ​ໃໝ່​ທີ່​ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ມີ. ຖ້າ​ເຮົາ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ອົດ​ກັ້ນ​ແທ້ໆ ເຮົາ​ກໍ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່​ທີ່​ຫ່ວງໃຍ​ແລະ​ອົດ​ທົນ​ອົດ​ກັ້ນ​ກັບ​ເຮົາ ແລະ​ເຮົາ​ຈະ​ຢູ່​ກັບ “ຄົນ​ທີ່​ໄດ້​ຮັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ​ເປັນ​ລາງວັນ ເພາະ​ພວກ​ເຂົາ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ.”—ເຫບເລີ 6:10-12

^ ຂໍ້ 4 ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ເວົ້າ​ໄປ​ແລ້ວ​ໃນ​ບົດ​ຄວາມ​ທຳອິດ​ຂອງ 9 ບົດ​ຄວາມ​ຊຸດ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.

^ ຂໍ້ 15 ຊື່​ສົມມຸດ