ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງຂໍ​ໃຫ້​ຮຽນ​ຮູ້​ຈາກ​ຕີໂມເຕ

ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງຂໍ​ໃຫ້​ຮຽນ​ຮູ້​ຈາກ​ຕີໂມເຕ

ປີ​ກາຍ​ນີ້​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ພັນ​ຄົນ​ທົ່ວ​ໂລກ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້. ຖ້າ​ເຈົ້າ​ເປັນ​ໜຶ່ງ​ໃນ​ນັ້ນ​ເຈົ້າ​ຄົງ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່​ນີ້.

ເຈົ້າ​ອາດ​ຈະ​ຮູ້ສຶກ​ກັງວົນ​ໜ້ອຍ​ໜຶ່ງ. ເຈສັນ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ຍັງ​ໜຸ່ມ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃໝ່ໆ ຂ້ອຍ​ຮູ້ສຶກ​ວ່າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່​ນີ້​ມີ​ຫຼາຍ​ຈົນ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ.” ຕອນ​ທີ່​ໂມເຊ​ແລະ​ເຢເຣມີ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ຈາກ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ເຮັດ​ວຽກ​ນັ້ນ. (ອົບພະຍົບ 4:10; ເຢເຣມີ 1:6) ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ກ້າວ​ໜ້າ​ຕໍ່ໆ​ໄປ? ເຈົ້າ​ສາມາດ​ຮຽນ​ຮູ້​ໄດ້​ຈາກ​ຕົວຢ່າງ​ຂອງ​ຕີໂມເຕ.—ກິດຈະການ 16:1-3

ຮຽນ​ແບບ​ຕົວຢ່າງ​ຂອງ​ຕີໂມເຕ

ຕີໂມເຕ​ອາຍຸ​ປະມານ 20 ປີ​ຕອນ​ທີ່​ລາວ​ເລີ່ມ​ເດີນ​ທາງ​ໄປ​ກັບ​ອັກຄະສາວົກ​ໂປໂລ​ໃນ​ວຽກ​ມິດຊັນນາລີ. ເມື່ອ​ຕີໂມເຕ​ໄດ້​ຮັບ​ຄຳ​ເຊີນ​ເທື່ອ​ທຳອິດ ລາວ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ໄປ​ສອນ​ແລະ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ ເພາະ​ລາວ​ຄິດ​ວ່າ​ຕົວ​ເອງ​ຍັງ​ນ້ອຍ​ເກີນ​ໄປ. (1 ຕີໂມເຕ 4:11, 12; 2 ຕີໂມເຕ 1:1, 2, 7) ແຕ່​ລາວ​ກໍ​ໄດ້​ເຮັດ​ຄວາມ​ກ້າວ​ໜ້າ​ຕໍ່ໆ​ໄປ ແລະ 10 ປີ​ຕໍ່​ມາ​ໂປໂລ​ກໍ​ເວົ້າ​ກັບ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ວ່າ: “ເຮົາ​ໄວ້​ໃຈ​ໃນ​ພະອົງ​ເຈົ້າ​ເຍຊູ​ວ່າ​ເຮົາ​ຈະ​ໃຊ້​ທ່ານ​ຕີໂມເຕ​ໄປ​ຫາ​ພວກ​ທ່ານ​ໂດຍ​ເຮວ.” ເປັນ​ຫຍັງ​ໂປໂລ​ຮູ້ສຶກ​ແບບ​ນີ້? ລາວ​ບອກ​ວ່າ: “ເຮົາ​ບໍ່​ມີ​ຜູ້​ໃດ​ທີ່​ມີ [ນໍ້າ] ໃຈ​ເໝືອນ​ດັ່ງ​ທ່ານ​ຕີໂມເຕ.”—ຟີລິບ 2:19, 20

ເປັນ​ຫຍັງ​ຕີໂມເຕ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ສຳລັບ​ຜູ້​ເຖົ້າ​ແກ່? ຂໍ​ໃຫ້​ມາ​ເບິ່ງ 6 ເຫດຜົນ.

1. ລາວ​ສົນ​ໃຈ​ພີ່​ນ້ອງ​ແທ້ໆ. ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ວ່າ​ຕີໂມເຕ “ສົນ​ໃຈ​ທຸກ​ສຸກ​ຂອງ​ພວກ​ທ່ານ​ແທ້ໆ.” (ຟີລິບ 2:20, ລ.ມ.) ຕີໂມເຕ​ຢາກ​ໃຫ້​ພີ່​ນ້ອງ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ ລາວ​ຈຶ່ງ​ເຕັມ​ໃຈ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ເພື່ອ​ຊ່ວຍ​ເຫຼືອ​ພີ່​ນ້ອງ.

ວິນລຽມ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ມາ​ຫຼາຍ​ກວ່າ 20 ປີ​ມັກ​ແນະນຳ​ຜູ້​ເຖົ້າ​ແກ່​ທີ່​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃໝ່​ວ່າ: “ໃຫ້​ຮັກ​ແລະ​ສົນ​ໃຈ​ພີ່​ນ້ອງ​ວ່າ​ເຂົາ​ເຈົ້າ​ຢາກ​ໃຫ້​ຊ່ວຍ​ຫຍັງ ບໍ່​ແມ່ນ​ສົນ​ໃຈ​ແຕ່​ວຽກ​ຂອງ​ປະຊາຄົມ.” ເຮົາ​ບໍ່​ຄວນ​ເປັນ​ຄື​ຄົນ​ຂັບ​ລົດ​ເມ​ທີ່​ສົນ​ໃຈ​ຢາກ​ຈະ​ໄປ​ຮອດ​ປ້າຍ​ລົດ​ເມ​ໃຫ້​ກົງ​ເວລາ ແຕ່​ບໍ່​ສົນ​ໃຈ​ຮັບ​ຜູ້​ໂດຍ​ສານ​ຂຶ້ນ​ລົດ.

2. ລາວ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ. ໂປໂລ​ບອກ​ວ່າ​ຕີໂມເຕ​ແຕກຕ່າງ​ຈາກ​ຄົນ​ທີ່ “ຊອກ​ຫາ​ສິ່ງ​ຂອງ​ສຳລັບ​ຕົວ​ເອງ ບໍ່​ໃຊ່​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ຂອງ​ພະ​ເຍຊູ​ຄລິດ.” (ຟີລິບ 2:21) ໂປໂລ​ສັງເກດ​ວ່າ​ພີ່​ນ້ອງ​ທີ່​ຢູ່​ອ້ອມ​ຂ້າງ​ລາວ​ສົນ​ໃຈ​ແຕ່​ເລື່ອງ​ການ​ເປັນ​ຢູ່​ຂອງ​ຕົວ​ເອງ ແລະ​ບາງ​ເທື່ອ​ກໍ​ໃຫ້​ສິ່ງ​ນີ້​ມາ​ກ່ອນ​ການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ຕີໂມເຕ​ບໍ່​ໄດ້​ເປັນ​ແບບ​ນັ້ນ! ເມື່ອ​ຕີໂມເຕ​ມີ​ໂອກາດ​ຮັບໃຊ້​ພະເຈົ້າ​ຫຼາຍ​ຂຶ້ນ ລາວ​ກໍ​ເຮັດ​ຄື​ກັບ​ເອຊາອີ​ທີ່​ເວົ້າ​ວ່າ: “ຂ້າ​ນ້ອຍ​ຢູ່​ທີ່​ນີ້ ເຊີນ​ພະອົງ​ໃຊ້​ຂ້າ​ນ້ອຍ​ໄປ.”—ເອຊາອີ 6:8

ເຈົ້າ​ຈະ​ໃຫ້​ເລື່ອງ​ສ່ວນ​ຕົວ​ແລະ​ຄວາມ​ຈຳເປັນ​ຂອງ​ປະຊາຄົມ​ສົມດຸນ​ກັນ​ໄດ້​ແນວ​ໃດ? ທຳອິດ ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ວ່າ: “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.” (ຟີລິບ 1:10, ລ.ມ.) ດັ່ງ​ນັ້ນ ເຮົາ​ຕ້ອງ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ. ສອງ ຫຼີກ​ລ່ຽງ​ກິດຈະກຳ​ທີ່​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ຫຼາຍ​ເກີນ​ໄປ. ໂປໂລ​ບອກ​ຕີໂມເຕ​ວ່າ: ‘ຈົ່ງ​ປົບ​ໜີ​ຈາກ​ຄວາມ​ຄຶດ​ຢາກ​ໄດ້​ແຫ່ງ​ຄົນ​ໜຸ່ມ ແລະ​ຈົ່ງ​ຕິດ​ຕາມ​ຄວາມ​ຊອບທຳ ຄວາມ​ເຊື່ອ ຄວາມ​ຮັກ ຄວາມ​ສຸກ​ສຳລານ.’—2 ຕີໂມເຕ 2:22

3. ລາວ​ທຸ່ມ​ເທ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ໂປໂລ​ເວົ້າ​ເຖິງ​ຕີໂມເຕ​ວ່າ: “ລາວ​ເປັນ​ຄື​ລູກ​ຂ້ອຍ ລາວ​ຮັບໃຊ້​ຮ່ວມ​ກັບ​ຂ້ອຍ​ໃນ​ການ​ປະກາດ​ຂ່າວ​ດີ.” (ຟີລິບ 2:22, ລ.ມ.) ຕີໂມເຕ​ບໍ່​ໄດ້​ຂີ້​ຄ້ານ. ລາວ​ທຸ່ມ​ເທ​ເຮັດ​ວຽກ​ຮ່ວມ​ກັບ​ໂປໂລ ແລະ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ທັງ​ສອງ​ສະໜິດ​ກັນ​ແລະ​ຮັກ​ກັນ​ຫຼາຍ​ຂຶ້ນ.

ໃນ​ທຸກ​ມື້​ນີ້ ອົງການ​ຂອງ​ພະເຈົ້າ​ມີ​ວຽກ​ຫຼາຍ​ຢ່າງ. ວຽກ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້ໆ ແລະ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພີ່​ນ້ອງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ “ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ມາກ​ມາຍ” ຕໍ່ໆ​ໄປ.—1 ໂກລິນໂທ 15:58

4. ລາວ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ມາ​ນຳ​ໃຊ້. ໂປໂລ​ຂຽນ​ເຖິງ​ຕີໂມເຕ​ວ່າ: “ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ຂ້ອຍ​ເປັນ​ຢ່າງ​ດີ ແລະ​ໄດ້​ຮຽນ​ແບບ​ຂ້ອຍ​ໃນ​ເລື່ອງ​ການ​ໃຊ້​ຊີວິດ ຈຸດ​ມຸ່ງ​ໝາຍ ຄວາມ​ເຊື່ອ ຄວາມ​ອົດ​ກັ້ນ ຄວາມ​ຮັກ ຄວາມ​ອົດ​ທົນ.” (2 ຕີໂມເຕ 3:10, ລ.ມ.) ຕີໂມເຕ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ມາ​ໃຊ້ ດັ່ງ​ນັ້ນ ລາວ​ຈຶ່ງ​ມີ​ຄຸນສົມບັດ​ທີ່​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ.—1 ໂກລິນໂທ 4:17

ມີ​ຜູ້​ເຖົ້າ​ແກ່​ຄົນ​ໃດ​ທີ່​ເຈົ້າ​ຢາກ​ຮຽນ​ແບບ​ແລະ​ຂໍ​ຄຳ​ປຶກສາ​ບໍ? ທອມ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ມາ​ຫຼາຍ​ປີ​ເລົ່າ​ວ່າ: “ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ຄົນ​ໜຶ່ງ​ເອົາໃຈໃສ່​ຂ້ອຍ​ແລະ​ສອນ​ຂ້ອຍ​ຫຼາຍ​ຢ່າງ. ຂ້ອຍ​ມັກ​ຂໍ​ຄຳ​ແນະນຳ​ຈາກ​ລາວ​ແລ້ວ​ກໍ​ເອົາ​ໄປ​ນຳ​ໃຊ້. ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.”

5. ລາວ​ຝຶກ​ຝົນ​ຕົວ​ເອງ​ຢູ່​ສະເໝີ. ໂປໂລ​ແນະນຳ​ຕີໂມເຕ​ວ່າ: ‘ຈົ່ງ​ຝຶກ​ແອບ​ຕົວ​ເອງ​ໃນ​ການ​ນັບຖື​ພະເຈົ້າ.’ (1 ຕີໂມເຕ 4:7) ນັກ​ກິລາ​ຕ້ອງ​ມີ​ຄູ​ຊ່ວຍ​ຝຶກ ແຕ່​ລາວ​ກໍ​ຕ້ອງ​ຝຶກ​ຕົວ​ເອງ​ນຳ. ໂປໂລ​ກະຕຸ້ນ​ຕີໂມເຕ​ວ່າ: “ຈົ່ງ​ຕັ້ງ​ໃຈ​ໃສ່​ໃນ​ການ​ອ່ານ​ໜັງສື ໃນ​ການ​ເຕືອນ​ສະຕິ ແລະ​ໃນ​ການ​ສັ່ງ​ສອນ . . . ຈົ່ງ​ຕັ້ງ​ໃຈ​ຄຶດ​ໄວ້​ໃນ​ສິ່ງ​ທັງ​ຫຼາຍ​ນີ້ ຈົ່ງ​ຕັ້ງ​ຕົວ​ໄວ້​ໃນ​ການ​ນີ້​ທີ​ດຽວ ເພື່ອ​ຄວາມ​ຈຳເລີນ​ຂຶ້ນ​ດີ​ຂອງ​ທ່ານ​ຈະ​ໄດ້​ປາກົດ​ແກ່​ຄົນ​ທັງ​ປວງ.”—1 ຕີໂມເຕ 4:13-15

ເຈົ້າ​ຕ້ອງ​ພັດທະນາ​ຕົວ​ເອງ​ຕໍ່ໆ​ໄປ. ຂໍ​ໃຫ້​ດຸ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ​ແລະ​ພະຍາຍາມ​ຕາມ​ໃຫ້​ທັນ​ກັບ​ການ​ຊີ້​ນຳ​ໃໝ່ໆ​ຂອງ​ອົງການ. ຢ່າ​ໝັ້ນ​ໃຈ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ເປັນ​ເລື່ອງ​ຜິດ​ທີ່​ຈະ​ຄິດ​ວ່າ​ຕົວ​ເອງ​ມີ​ປະສົບການ​ຫຼາຍ​ຈົນ​ແກ້ໄຂ​ທຸກ​ສະຖານະການ​ໄດ້​ໂດຍ​ບໍ່​ຈຳເປັນ​ຕ້ອງ​ຄົ້ນ​ຄວ້າ​ຢ່າງ​ລະອຽດ. ຂໍ​ໃຫ້​ຮຽນ​ແບບ​ຕີໂມເຕ​ໂດຍ “ເອົາໃຈໃສ່​ຕົວ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.”—1 ຕີໂມເຕ 4:16, ລ.ມ.

6. ລາວ​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ຕອນ​ທີ່​ໂປໂລ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ຂອງ​ຕີໂມເຕ ລາວ​ເຕືອນ​ຕີໂມເຕ​ວ່າ: “ຂໍ້​ຄວາມ​ອັນ​ດີ​ນັ້ນ​ທີ່​ຕ້ອງ​ຝາກ​ໄວ້​ແກ່​ທ່ານ ທ່ານ​ຈົ່ງ​ຖື​ຮັກສາ​ດ້ວຍ​ພະ​ວິນຍານ​ບໍລິສຸດ​ທີ່​ສະຖິດ​ຢູ່​ໃນ​ເຮົາ​ທັງ​ຫຼາຍ.” (2 ຕີໂມເຕ 1:14) ຕີໂມເຕ​ຈຳເປັນ​ຕ້ອງ​ເພິ່ງ​ພະລັງ​ຂອງ​ພະເຈົ້າ.

ໂດນາດ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ມາ​ຫຼາຍ​ປີ​ບອກ​ວ່າ: “ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕ້ອງ​ຖື​ວ່າ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ເຂົາ​ເຈົ້າ​ຈຶ່ງ​ຈະ ‘ມີ​ແຮງ​ມາກ​ຂຶ້ນ​ຕື່ມ​ອີກ’ ໃນ​ການ​ຮັບໃຊ້. ຖ້າ​ເຂົາ​ເຈົ້າ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ແລະ​ພະຍາຍາມ​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ເປັນ​ພອນ​ສຳລັບ​ພີ່​ນ້ອງ​ແທ້ໆ.—ຄຳເພງ 84:7; 1 ເປໂຕ 4:11

ເຫັນ​ຄຸນຄ່າ​ໃນ​ວຽກ​ມອບ​ໝາຍ​ຂອງ​ເຈົ້າ

ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ແທ້ໆ​ທີ່​ເຫັນ​ພີ່​ນ້ອງ​ຊາຍ​ຫຼາຍ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລະ​ຜູ້​ເຖົ້າ​ແກ່​ໃໝ່​ຄື​ກັບ​ເຈົ້າ ເຊິ່ງ​ເຂົາ​ເຈົ້າ​ກໍ​ເຮັດ​ຄວາມ​ກ້າວ​ໜ້າ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ເຈສັນ​ທີ່​ໄດ້​ເວົ້າ​ເຖິງ​ຕອນ​ທຳອິດ​ບອກ​ວ່າ: “ໃນ​ໄລຍະ​ທີ່​ຂ້ອຍ​ເປັນ​ຜູ້​ເຖົ້າ​ແກ່ ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ແລະ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ຕອນ​ນີ້ ຂ້ອຍ​ຮູ້ສຶກ​ມັກ​ວຽກ​ມອບ​ໝາຍ​ນີ້​ຫຼາຍ​ແລະ​ຖື​ວ່າ​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ແທ້ໆ!”

ເຈົ້າ​ຈະ​ເຮັດ​ຄວາມ​ກ້າວ​ໜ້າ​ຕໍ່ໆ​ໄປ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຕີໂມເຕ ເຈົ້າ​ກໍ​ຈະ​ເປັນ​ພອນ​ສຳລັບ​ພີ່​ນ້ອງ​ຄື​ກັນ.