ຢ່າຕັດສິນຕາມສິ່ງທີ່ເຫັນ
“ຢ່າຊູ່ຕັດສິນຕາມເບິ່ງໜ້າ [“ຕາມທີ່ເຫັນພາຍນອກ,” ລ.ມ.] ແຕ່ວ່າຈົ່ງຕັດສິນຕາມການຕັດສິນອັນຊອບທຳ.”—ໂຢຮັນ 7:24
1. ເອຊາອີພະຍາກອນຫຍັງກ່ຽວກັບພະເຍຊູ ແລະເປັນຫຍັງຈຶ່ງເຮັດໃຫ້ເຮົາມີກຳລັງໃຈ?
ຄຳພະຍາກອນຂອງເອຊາອີກ່ຽວກັບພະເຍຊູເຮັດໃຫ້ເຮົາມີກຳລັງໃຈແລະມີຄວາມຫວັງ. ເອຊາອີບອກລ່ວງໜ້າວ່າພະເຍຊູ “ຈະບໍ່ຕັດສິນຕາມຕາເຫັນແລະຈະບໍ່ຕິຕຽນຕາມຫູໄດ້ຍິນ” ແຕ່ເພິ່ນຈະ “ຕັດສິນຄົນທຸກຍາກທັງຫຼາຍຕາມຍຸຕິທຳ.” (ເອຊາອີ 11:3, 4) ເປັນຫຍັງເລື່ອງນີ້ເຮັດໃຫ້ເຮົາມີກຳລັງໃຈ? ຍ້ອນເຮົາມີຊີວິດໃນໂລກທີ່ມີແຕ່ອະຄະຕິ ຜູ້ຄົນຈຶ່ງຕັດສິນຄົນອື່ນຕາມສິ່ງທີ່ເຫັນ. ເຮົາຈຶ່ງຕ້ອງການຜູ້ພິພາກສາທີ່ສົມບູນແບບເຊິ່ງກໍຄືພະເຍຊູ ເພິ່ນຈະບໍ່ຕັດສິນເຮົາຕາມສິ່ງທີ່ເຫັນພາຍນອກຢ່າງແນ່ນອນ!
2. ພະເຍຊູສັ່ງເຮົາໃຫ້ເຮັດຫຍັງ ແລະເຮົາຈະຮຽນຫຍັງໃນບົດຄວາມນີ້?
2 ແຕ່ລະມື້ມີສະຖານະການທີ່ເຮັດໃຫ້ເຮົາຕັດສິນຄົນອື່ນ. ແຕ່ເນື່ອງຈາກເຮົາບໍ່ໄດ້ສົມບູນແບບຄືກັບພະເຍຊູ ດັ່ງນັ້ນ ເຮົາຈຶ່ງບໍ່ສາມາດຕັດສິນໄດ້ຢ່າງຖືກຕ້ອງ. ສິ່ງທີ່ເຮົາເຫັນສົ່ງຜົນຕໍ່ຄວາມຄິດຂອງເຮົາໄດ້ງ່າຍໆ. ພະເຍຊູໄດ້ສັ່ງກັບເຮົາວ່າ: “ຢ່າຊູ່ຕັດສິນຕາມເບິ່ງໜ້າ [“ຕາມທີ່ເຫັນພາຍນອກ,” ລ.ມ.] ແຕ່ວ່າຈົ່ງຕັດສິນຕາມການຕັດສິນອັນຊອບທຳ.” (ໂຢຮັນ 7:24) ພະເຍຊູຢາກໃຫ້ເຮົາເປັນຄືກັບເພິ່ນແລະບໍ່ຕັດສິນຄົນອື່ນຕາມສິ່ງທີ່ເຫັນ. ໃນບົດຄວາມນີ້ເຮົາຈະ ຮຽນຮູ້ 3 ສິ່ງທີ່ສົ່ງຜົນຕໍ່ຄວາມຄິດຂອງເຮົາຄື: ເຊື້ອຊາດຫຼືສີຜິວ ຖານະ ແລະອາຍຸ. ໃນແຕ່ລະກໍລະນີ ເຮົາຈະຮຽນຮູ້ວິທີເຊື່ອຟັງພະເຍຊູແລະບໍ່ຕັດສິນຄົນອື່ນຕາມສິ່ງທີ່ເຫັນ.
ຢ່າຕັດສິນຍ້ອນເຊື້ອຊາດຫຼືສີຜິວ
3, 4. (ກ) ເປັນຫຍັງເປໂຕຈຶ່ງປ່ຽນຄວາມຄິດກ່ຽວກັບຄົນຕ່າງຊາດ? (ເບິ່ງຮູບທຳອິດ) (ຂ) ຄວາມເຂົ້າໃຈໃໝ່ຫຍັງທີ່ພະເຢໂຫວາສອນເປໂຕ?
3 ຂໍລອງນຶກພາບເບິ່ງວ່າເປໂຕຈະຮູ້ສຶກແນວໃດ ເມື່ອລາວຖືກຂໍໃຫ້ໄປເຮືອນຂອງໂຄເນເລຍເຊິ່ງເປັນຄົນຕ່າງຊາດໃນເມືອງເຊຊາເຣ! (ກິດຈະການ 10:17-29) ເປໂຕເຕີບໃຫຍ່ມາພ້ອມກັບຄວາມເຊື່ອທີ່ວ່າຄົນຕ່າງຊາດເປັນຄົນບໍ່ສະອາດຕາມກົດໝາຍຂອງພະເຈົ້າ. ແຕ່ບໍ່ດົນກໍມີບາງສິ່ງເກີດຂຶ້ນເຊິ່ງເຮັດໃຫ້ລາວປ່ຽນຄວາມຄິດ. ຕົວຢ່າງ: ລາວໄດ້ຮັບນິມິດຈາກພະເຈົ້າ. (ກິດຈະການ 10:9-16) ໃນນິມິດ ເປໂຕໄດ້ເຫັນສິ່ງທີ່ຄືກັບແພປູໂຕະເຊິ່ງມີສັດຕ່າງໆທີ່ບໍ່ສະອາດຖືກຢ່ອນລົງມາຈາກສະຫວັນ. ຈາກນັ້ນກໍມີສຽງເວົ້າວ່າ: “ເປໂຕເອີຍ ຈົ່ງລຸກຂຶ້ນ ຂ້າແລະກິນເຖີ້ນ” ແຕ່ເປໂຕໄດ້ປະຕິເສດ. ແລ້ວກໍມີສຽງບອກວ່າ: “ສິ່ງທີ່ພະເຈົ້າໄດ້ຊຳຮະລ້າງທ່ານຢ່າຊູ່ຖືວ່າເປັນຂອງຕ້ອງຫ້າມ.” ຫຼັງຈາກນິມິດສິ້ນສຸດ ເປໂຕກໍຍັງບໍ່ເຂົ້າໃຈສຽງນັ້ນທີ່ພະຍາຍາມບອກລາວ. ບໍ່ດົນກໍມີຄົນສົ່ງຂ່າວຂອງໂຄເນເລຍມາຫາ ແລະພະລັງບໍລິສຸດກໍຊີ້ນຳເປໂຕໃຫ້ໄປເຮືອນຂອງໂຄເນເລຍ ດັ່ງນັ້ນ ລາວຈຶ່ງໄປກັບຜູ້ສົ່ງຂ່າວຄົນນັ້ນ.
4 ຖ້າເປໂຕຕັດສິນ “ຕາມທີ່ເຫັນພາຍນອກ” ລາວກໍຈະບໍ່ໄປເຮືອນຂອງໂຄເນເລຍເດັດຂາດ. ໂດຍປົກກະຕິຄົນຢິວບໍ່ເຄີຍໄປເຮືອນຂອງຄົນຕ່າງຊາດເລີຍ ແລ້ວເປັນຫຍັງເປໂຕຈຶ່ງໄປ? ເຖິງວ່າລາວຈະມີອະຄະຕິກັບຄົນຕ່າງຊາດ ແຕ່ນິມິດທີ່ລາວເຫັນແລະການຊີ້ນຳຈາກພະລັງບໍລິສຸດປ່ຽນຄວາມຄິດຂອງລາວ. ຫຼັງຈາກເປໂຕໄດ້ຟັງໂຄເນເລຍເວົ້າ ເປໂຕກໍບອກວ່າ: “ເຮົາກໍເຂົ້າໃຈເປັນແທ້ວ່າພະເຈົ້າບໍ່ເລືອກໜ້າຄົນ ແຕ່ວ່າໃນທຸກປະເທດຜູ້ໜຶ່ງຜູ້ໃດທີ່ຢ້ານຢຳພະເຈົ້າແລະກະທຳການຊອບທຳກໍເປັນທີ່ຊອບໃຈແກ່ພະອົງ.” (ກິດຈະການ 10:34, 35) ເປໂຕຕື່ນເຕັ້ນກັບຄວາມເຂົ້າໃຈໃໝ່ນີ້ ແລະນີ້ສົ່ງຜົນຕໍ່ຄລິດສະຕຽນທຸກຄົນແນວໃດ?
ເຮົາອາດຄິດວ່າເຮົາເປັນຄົນບໍ່ລຳອຽງ ແຕ່ເຮົາອາດຍັງມີອະຄະຕິຢູ່ໜ້ອຍໜຶ່ງບໍ?
5. (ກ) ພະເຢໂຫວາຢາກໃຫ້ຄລິດສະຕຽນທຸກຄົນເຂົ້າໃຈໃນເລື່ອງຫຍັງ? (ຂ) ເຖິງວ່າເຮົາຈະຮູ້ວ່າພະເຈົ້າບໍ່ລຳອຽງ ແຕ່ເຮົາອາດຍັງມີຄວາມຮູ້ສຶກແນວໃດຢູ່?
5 ພະເຢໂຫວາໃຊ້ເປໂຕເພື່ອຊ່ວຍໃຫ້ຄລິດສະຕຽນທຸກຄົນເຂົ້າໃຈວ່າພະອົງບໍ່ລຳອຽງ. ສຳລັບພະເຢໂຫວາແລ້ວ ເຊື້ອຊາດ ສີຜິວ ຊົນເຜົ່າ ຫຼືພາສາບໍ່ແມ່ນເລື່ອງສຳຄັນ ແຕ່ຖ້າເຮົາຢ້ານຢຳພະອົງແລະເຮັດສິ່ງທີ່ຖືກຕ້ອງ ພະອົງກໍຈະຍອມຮັບເຮົາ. (ຄາລາຊີ 3:26-28; ຄຳປາກົດ 7:9, 10) ເຈົ້າອາດເປັນຄົນທີ່ຮູ້ເລື່ອງນີ້ດີຢູ່ແລ້ວ. ແຕ່ຖ້າເຈົ້າໃຫຍ່ມາໃນຄອບຄົວຫຼືໃນປະເທດທີ່ຜູ້ຄົນສ່ວນໃຫຍ່ມັກມີອະຄະຕິເດ? ເຈົ້າອາດຄິດວ່າເຈົ້າເປັນຄົນບໍ່ລຳອຽງ ແຕ່ເຈົ້າອາດຍັງມີອະຄະຕິຢູ່ໜ້ອຍໜຶ່ງບໍ? ຫຼັງຈາກທີ່ເປໂຕຊ່ວຍຄົນອື່ນໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ບໍ່ລຳອຽງ ແຕ່ວ່າລາວກໍຍັງມີອະຄະຕິຢູ່. (ຄາລາຊີ 2:11-14) ດັ່ງນັ້ນ ເຮົາຈະເຊື່ອຟັງພະເຍຊູແລະບໍ່ຕັດສິນຄົນອື່ນຕາມສິ່ງທີ່ເຫັນໄດ້ແນວໃດ?
6. (ກ) ອັນໃດຈະຊ່ວຍໃຫ້ຮູ້ວ່າເຮົາມີອະຄະຕິຫຼືບໍ່? (ຂ) ສິ່ງທີ່ພີ່ນ້ອງຊາຍຄົນໜຶ່ງຂຽນໃນລາຍງານບອກຫຍັງກ່ຽວກັບຕົວລາວ?
6 ເພື່ອຈະຮູ້ວ່າເຮົາມີອະຄະຕິຫຼືບໍ່ ເຮົາຕ້ອງກວດສອບເບິ່ງຕົວເອງຢູ່ສະເໝີໂດຍສົມທຽບຄວາມຄິດຂອງເຮົາກັບສິ່ງທີ່ຄຳພີໄບເບິນສອນ. (ຄຳເພງ 119:105) ເຮົາອາດຖາມໝູ່ວ່າເຮົາເປັນຄົນມີອະຄະຕິຫຼືບໍ່ ເພາະເຮົາອາດຈະມີອະຄະຕິໂດຍບໍ່ຮູ້ຕົວ. (ຄາລາຊີ 2:11, 14) ເຮົາອາດເປັນແບບນີ້ຈົນລຶ້ງ! ພີ່ນ້ອງຊາຍຄົນໜຶ່ງທີ່ມີໜ້າທີ່ຮັບຜິດຊອບສຳຄັນກໍເປັນຄົນມີອະຄະຕິໂດຍບໍ່ຮູ້ຕົວ. ຕອນທີ່ລາວຂຽນລາຍງານກ່ຽວກັບຜູ້ຮັບໃຊ້ເຕັມເວລາຄູ່ໜຶ່ງທີ່ດຸໝັ່ນໃນການເຮັດວຽກຮັບໃຊ້ ເນື່ອງຈາກຜູ້ເປັນຜົວມາຈາກເຊື້ອຊາດໜຶ່ງທີ່ຫຼາຍຄົນເບິ່ງວ່າຕໍ່າຕ້ອຍ. ລາວຂຽນສິ່ງດີໆຫຼາຍຢ່າງກ່ຽວກັບພີ່ນ້ອງຊາຍຄົນນັ້ນ ແຕ່ຕອນທ້າຍລາວສະຫຼຸບວ່າ: “ເຖິງວ່າລາວຈະເປັນຄົນ [ເຊື້ອຊາດນີ້] ແຕ່ນິດໄສແລະການໃຊ້ຊີວິດຂອງລາວເຮັດໃຫ້ຄົນອື່ນເຫັນວ່າການ [ມາຈາກເຊື້ອຊາດນີ້] ກໍບໍ່ໄດ້ໝາຍຄວາມວ່າຈະເປັນຄົນສົກກະປົກ ມີວິຖີຊີວິດແບບຕໍ່າຕ້ອຍຄືກັບຄົນສ່ວນໃຫຍ່ໃນເຊື້ອຊາດ [ນີ້].” ເຮົາໄດ້ບົດຮຽນຫຍັງ? ບໍ່ວ່າເຮົາຈະມີໜ້າທີ່ຮັບຜິດຊອບສຳຄັນຫຼາຍສໍ່າໃດໃນອົງການຂອງພະເຢໂຫວາ ເຮົາຕ້ອງກວດສອບເບິ່ງຕົວເອງແລະຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນເພື່ອເບິ່ງວ່າເຮົາຍັງມີອະຄະຕິຢູ່ຫຼືບໍ່. ຍັງມີຫຍັງອີກທີ່ເຮົາຈະຕ້ອງເຮັດ?
7. ເຮົາຈະເຮັດແນວໃດເພື່ອສະແດງໃຫ້ເຫັນວ່າ “ເຮົາເປີດໃຈໃຫ້ກວ້າງ”?
7 ຖ້າ “ເຮົາເປີດໃຈໃຫ້ກວ້າງ” ເຮົາກໍຈະເອົາຄວາມຮັກເຂົ້າມາແທນທີ່ອະຄະຕິ. (2 ໂກລິນໂທ 6:11-13, ລ.ມ.) ເຈົ້າໃຊ້ເວລາຢູ່ກັບຄົນທີ່ມີເຊື້ອຊາດ ສີຜິວ ຊົນເຜົ່າຫຼືພາສາດຽວກັນເທົ່ານັ້ນບໍ? ຖ້າແມ່ນ ລອງໃຊ້ເວລາກັບຄົນອື່ນໆເບິ່ງ. ເຈົ້າອາດຊວນພີ່ນ້ອງທີ່ມີພູມຫຼັງຕ່າງຈາກເຈົ້າໄປປະກາດນຳ ຫຼືເຈົ້າອາດຊວນລາວມາກິນເຂົ້າຢູ່ເຮືອນແລະມາຫຼິ້ນນຳ. (ກິດຈະການ 16:14, 15) ຖ້າເຈົ້າເຮັດແບບນີ້ ຫົວໃຈຂອງເຈົ້າຈະເຕັມໄປດ້ວຍຄວາມຮັກແລະບໍ່ມີບ່ອນວ່າງໃຫ້ກັບອະຄະຕິ. ຕອນນີ້ ໃຫ້ເຮົາມາເບິ່ງອີກຢ່າງໜຶ່ງທີ່ອາດເຮັດໃຫ້ເຮົາຕັດສິນ “ຕາມທີ່ເຫັນພາຍນອກ.”
ຢ່າຕັດສິນຍ້ອນຖານະເງິນຄຳ
8. ພວກເລວີ 19:15 ສະແດງໃຫ້ເຫັນແນວໃດວ່າຖານະເງິນຄຳອາດມີຜົນຕໍ່ວິທີທີ່ເຮົາເບິ່ງຄົນອື່ນ?
8 ຄວາມຮັ່ງມີຫຼືຄວາມທຸກຂອງຄົນໆໜຶ່ງອາດມີຜົນຕໍ່ວິທີທີ່ເຮົາເບິ່ງຄົນນັ້ນ. ພວກເລວີ 19:15 ບອກວ່າ: “ຢ່າຕັດສິນຕາມບໍ່ຊອບທຳ. ຢ່າເລືອກໜ້າຄົນທຸກຍາກແລະຢ່ານັບຖືຄົນມັ່ງມີ. ຈົ່ງຕັດສິນເພື່ອນບ້ານຂອງເຈົ້າຕາມຄວາມຊອບທຳ.” ຖານະເງິນຄຳອາດມີຜົນຕໍ່ວິທີທີ່ເຮົາເບິ່ງຄົນອື່ນແນວໃດ?
9. ຄວາມຈິງຫຍັງທີ່ຊາໂລໂມນຂຽນໄວ້ ແລະເລື່ອງນີ້ສອນບົດຮຽນຫຍັງກັບເຮົາ?
9 ຊາໂລໂມນຖືກດົນໃຈໃຫ້ຂຽນຄວາມຈິງທີ່ໜ້າເສົ້າທີ່ວ່າ: ‘ຄົນຈົນຖືກເພື່ອນບ້ານກຽດຊັງ ແຕ່ວ່າຄົນມັ່ງມີມີສ່ຽວຫຼາຍຄົນ.’ (ສຸພາສິດ 14:20) ສຸພາສິດຂໍ້ນີ້ສອນ ຫຍັງເຮົາ? ຖ້າເຮົາບໍ່ລະວັງ ເຮົາອາດຢາກເປັນໝູ່ກັບພີ່ນ້ອງທີ່ຮັ່ງມີເທົ່ານັ້ນ ແຕ່ບໍ່ຢາກເປັນໝູ່ກັບພີ່ນ້ອງທຸກຍາກ. ເປັນຫຍັງການຕັດສິນຜູ້ຄົນຈາກສິ່ງທີ່ເຂົາເຈົ້າມີຫຼືບໍ່ມີຈຶ່ງເປັນອັນຕະລາຍ?
10. ຢາໂກໂບເຕືອນຄລິດສະຕຽນກ່ຽວກັບບັນຫາຫຍັງ?
10 ຖ້າເຮົາຕັດສິນພີ່ນ້ອງຢູ່ທີ່ຄວາມຮັ່ງມີຫຼືຄວາມທຸກຍາກ ເຮົາກໍອາດສ້າງຄວາມແຕກແຍກໃນປະຊາຄົມ. ສິ່ງນີ້ກໍເຄີຍເກີດຂຶ້ນກັບບາງປະຊາຄົມໃນສະຕະວັດທຳອິດ ແລະຢາໂກໂບກໍເຕືອນພີ່ນ້ອງກ່ຽວກັບເລື່ອງນີ້. (ອ່ານຢາໂກໂບ 2:1-4) ເຮົາຈະບໍ່ຍອມໃຫ້ເກີດຄວາມແຕກແຍກໃນປະຊາຄົມ ແຕ່ເຮົາຈະບໍ່ຕັດສິນພີ່ນ້ອງຈາກສິ່ງທີ່ເຂົາເຈົ້າມີໄດ້ແນວໃດ?
ເຮົາຕ້ອງກວດສອບເບິ່ງຕົວເອງແລະຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນເພື່ອເບິ່ງວ່າເຮົາຍັງມີອະຄະຕິຢູ່ຫຼືບໍ່
11. ສາຍສຳພັນຂອງເຮົາກັບພະເຢໂຫວາຂຶ້ນຢູ່ກັບການມີວັດຖຸສິ່ງຂອງແລະການມີເງິນຄຳບໍ? ຂໍໃຫ້ອະທິບາຍ.
11 ເຮົາຕ້ອງເບິ່ງພີ່ນ້ອງຄືກັບທີ່ພະເຢໂຫວາເບິ່ງ. ຄົນເຮົາບໍ່ໄດ້ມີຄ່າຕໍ່ພະເຢໂຫວາຍ້ອນວ່າລາວຮັ່ງມີຫຼືທຸກຍາກ. ສາຍສຳພັນຂອງເຮົາກັບພະເຢໂຫວາບໍ່ໄດ້ຂຶ້ນຢູ່ກັບວ່າເຮົາມີວັດຖຸສິ່ງຂອງຫຼືມີເງິນຄຳຫຼາຍສໍ່າໃດ. ທີ່ຈິງພະເຍຊູບອກວ່າ: ‘ຄົນມັ່ງມີຈະເຂົ້າໄປໃນແຜ່ນດິນສະຫວັນກໍຍາກ’ ແຕ່ເພິ່ນກໍບໍ່ໄດ້ບອກວ່າຈະເປັນໄປບໍ່ໄດ້. (ມັດທາຍ 19:23) ພະເຍຊູຍັງບອກວ່າ: “ທ່ານທັງຫຼາຍຜູ້ເປັນຄົນທຸກຍາກກໍເປັນສຸກຫຼາຍ ເຫດວ່າແຜ່ນດິນຂອງພະເຈົ້າເປັນຂອງທ່ານທັງຫຼາຍ.” (ລືກາ 6:20) ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າຄົນທຸກຍາກທຸກຄົນຈະຟັງພະເຍຊູແລະໄດ້ຮັບພອນຈາກ ພະເຈົ້າ. ຫຼາຍຄົນທີ່ເປັນຄົນທຸກຍາກກໍບໍ່ໄດ້ຕິດຕາມພະເຍຊູ. ທີ່ຈິງ ເຮົາບໍ່ສາມາດຕັດສິນສາຍສຳພັນຂອງຄົນໜຶ່ງກັບພະເຢໂຫວາຈາກສິ່ງທີ່ລາວມີ.
12. ຄຳພີໄບເບິນເຕືອນຄົນຮັ່ງມີແລະຄົນທຸກຍາກແນວໃດ?
12 ພະຍານພະເຢໂຫວາມີທັງຄົນຮັ່ງມີແລະຄົນທຸກຍາກ. ທຸກຄົນຮັກແລະຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ. ຄຳພີໄບເບິນເຕືອນຄົນຮັ່ງມີວ່າ: ‘ຢ່າໄວ້ໃຈໃນສິ່ງຂອງທີ່ບໍ່ໝັ້ນຄົງຢູ່ ແຕ່ວ່າໃຫ້ໄວ້ໃຈໃນພະເຈົ້າ.’ (ອ່ານ 1 ຕີໂມເຕ 6:17-19) ຄຳພີໄບເບິນຍັງເຕືອນຜູ້ຮັບໃຊ້ທຸກຄົນທັງຄົນຮັ່ງມີແລະຄົນທຸກຍາກວ່າການຮັກເງິນກໍເປັນອັນຕະລາຍ. (1 ຕີໂມເຕ 6:9, 10) ຖ້າເຮົາເບິ່ງພີ່ນ້ອງຄືກັບພະເຢໂຫວາເບິ່ງ ເຮົາຈະບໍ່ຕັດສິນເຂົາເຈົ້າຈາກສິ່ງທີ່ເຂົາມີຫຼືບໍ່ມີ. ແລ້ວຈະວ່າແນວໃດໃນເລື່ອງອາຍຸ ເຮົາຄວນຕັດສິນຄົນອື່ນຈາກອາຍຸບໍ?
ຢ່າຕັດສິນຍ້ອນອາຍຸ
13. ຄຳພີໄບເບິນສອນເຮົາແນວໃດເລື່ອງການໃຫ້ຄວາມນັບຖືຄົນທີ່ອາຍຸຫຼາຍ?
13 ຄຳພີໄບເບິນສອນເຮົາເລື້ອຍໆວ່າຕ້ອງນັບຖືຄົນສູງອາຍຸ. ພວກເລວີ 19:32 ບອກວ່າ: “ເຈົ້າຈົ່ງຄຳນັບຄົນທີ່ມີຜົມຫງອກແລະຈົ່ງນັບຖືຄົນເຖົ້າແລ້ວ ແລະຈົ່ງຢ້ານຢຳພະເຈົ້າຂອງເຈົ້າ.” ສຸພາສິດ 16:31 ບອກເຮົາວ່າ: “ຜົມຫງອກເປັນກະໂຈມແຫ່ງຍົດສັກຖ້າແມ່ນຢູ່ໃນທາງຄວາມຊອບທຳ.” ໂປໂລບອກຕີໂມເຕບໍ່ໃຫ້ຕຳໜິຜູ້ຊາຍສູງອາຍຸແບບແຮງໆ ແຕ່ໃຫ້ປະຕິບັດກັບເຂົາເຈົ້າຄືກັບພໍ່. (1 ຕີໂມເຕ 5:1, 2) ເຖິງວ່າຕີໂມເຕຈະມີສິດອຳນາດເໜືອພີ່ນ້ອງຊາຍທີ່ອາຍຸຫຼາຍ ແຕ່ລາວກໍຕ້ອງເຫັນອົກເຫັນໃຈແລະນັບຖືເຂົາເຈົ້າສະເໝີ.
14. ເມື່ອໃດທີ່ເຮົາຈຳເປັນຕ້ອງໃຫ້ຄຳແນະນຳກັບຄົນທີ່ອາຍຸຫຼາຍກວ່າເຮົາ?
14 ແລ້ວຖ້າພີ່ນ້ອງທີ່ອາຍຸຫຼາຍກວ່າເຮົາຕັ້ງໃຈເຮັດຜິດຫຼືສົ່ງເສີມຄົນອື່ນໃຫ້ເຮັດສິ່ງທີ່ພະເຢໂຫວາບໍ່ພໍໃຈເດ? ພະເຢໂຫວາຈະບໍ່ເບິ່ງຂ້າມຄົນທີ່ຕັ້ງໃຈເຮັດຜິດ ເຖິງວ່າຈະເປັນຄົນສູງອາຍຸຫຼືມີຫຼາຍຄົນນັບຖື. ຂໍໃຫ້ສັງເກດຫຼັກການໃນເອຊາອີ 65:20 (ລ.ມ.) ທີ່ວ່າ: “ຂະໜາດຄົນບາບທີ່ຕາຍເພາະຖືກສາບແຊ່ງກໍຍັງມີອາຍຸເປັນຮ້ອຍປີ.” ເຮົາພົບຫຼັກການທີ່ຄ້າຍໆກັນນີ້ໃນນິມິດຂອງເອເຊກຽນ. (ເອເຊກຽນ 9:5-7) ສິ່ງສຳຄັນທີ່ສຸດກໍຄື ເຮົາຕ້ອງນັບຖືພະເຢໂຫວາຜູ້ຢູ່ຕັ້ງແຕ່ຄາວບູຮານມາ. (ດານຽນ 7:9, 10, 13, 14) ການນັບຖືພະອົງຈະຊ່ວຍເຮົາມີຄວາມກ້າທີ່ຈະໃຫ້ຄຳແນະນຳກັບຄົນທີ່ຈຳເປັນຕ້ອງປັບປຸງຕົວເອງ ບໍ່ວ່າລາວຈະອາຍຸສໍ່າໃດກໍຕາມ.—ຄາລາຊີ 6:1
15. ເຮົາໄດ້ບົດຮຽນຫຍັງຈາກອັກຄະສາວົກໂປໂລກ່ຽວກັບການສະແດງຄວາມນັບຖືຕໍ່ພີ່ນ້ອງຊາຍທີ່ຍັງໜຸ່ມ?
15 ຖ້າຫາກເປັນພີ່ນ້ອງຊາຍທີ່ຍັງໜຸ່ມເດ? ນີ້ໝາຍຄວາມວ່າບໍ່ຕ້ອງໃຫ້ຄວາມນັບຖືລາວບໍ? ບໍ່ແມ່ນ. ໂປໂລຂຽນເຖິງຕີໂມເຕວ່າ: “ຢ່າໃຫ້ຜູ້ໜຶ່ງຜູ້ໃດປະໝາດທ່ານເພາະທ່ານເປັນຄົນໜຸ່ມ. ແຕ່ວ່າທ່ານຈົ່ງເປັນແບບຢ່າງແຫ່ງຄົນທັງຫຼາຍທີ່ເຊື່ອໃນຖ້ອຍຄຳກໍດີ ໃນກິດຈະການກໍດີ ໃນຄວາມຮັກກໍດີ ໃນຄວາມເຊື່ອກໍດີ ໃນຄວາມບໍລິສຸດກໍດີ.” (1 ຕີໂມເຕ 4:12) ຕອນທີ່ໂປໂລຂຽນຈົດໝາຍນີ້ ຕີໂມເຕອາດມີອາຍຸ 30 ປີແລ້ວ ແຕ່ໂປໂລກໍຍັງມອບໜ້າທີ່ຮັບຜິດຊອບທີ່ສຳຄັນຫຼາຍໃຫ້ລາວ. ເຮົາໄດ້ບົດຮຽນຫຍັງ? ເຮົາບໍ່ຄວນຕັດສິນພີ່ນ້ອງຊາຍຍ້ອນວ່າລາວອາຍຸຍັງນ້ອຍ. ຂໍໃຫ້ຄິດເຖິງທຸກສິ່ງທີ່ພະເຍຊູເຮັດຕອນທີ່ເພິ່ນມີອາຍຸພຽງແຕ່ 33 ປີ!
16, 17. (ກ) ຜູ້ເຖົ້າແກ່ຈະຕັດສິນແນວໃດວ່າພີ່ນ້ອງຊາຍຈະເປັນຜູ້ຊ່ວຍງານຮັບໃຊ້ຫຼືຜູ້ເຖົ້າແກ່ໄດ້ຫຼືບໍ່? (ຂ) ຄວາມຄິດຂອງເຮົາແລະວັດທະນະທຳທ້ອງຖິ່ນອາດຂັດກັບສິ່ງທີ່ຄຳພີໄບເບິນບອກແນວໃດ?
16 ໃນບາງວັດທະນະທຳ ຄົນທົ່ວໄປບໍ່ໄດ້ນັບຖືຜູ້ຊາຍທີ່ອາຍຸນ້ອຍກວ່າ. ຜົນກໍຄື ຜູ້ເຖົ້າແກ່ບາງຄົນອາດບໍ່ຢາກແຕ່ງຕັ້ງພີ່ນ້ອງຊາຍທີ່ຍັງໜຸ່ມໃຫ້ເປັນຜູ້1 ຕີໂມເຕ 3:1-10, 12, 13; ຕິໂຕ 1:5-9) ຖ້າຜູ້ເຖົ້າແກ່ຕັ້ງກົດກ່ຽວກັບເລື່ອງນີ້ຍ້ອນວັດທະນະທຳທ້ອງຖິ່ນ ລາວກໍບໍ່ໄດ້ເຮັດຕາມສິ່ງທີ່ຄຳພີໄບເບິນບອກ. ຜູ້ເຖົ້າແກ່ບໍ່ຄວນຕັດສິນພີ່ນ້ອງໜຸ່ມໂດຍອາໄສຄວາມຄິດຫຼືວັດທະນະທຳທ້ອງຖິ່ນຂອງຕົວເອງ ແຕ່ຕ້ອງອາໄສມາດຕະຖານໃນຄຳພີໄບເບິນ.—2 ຕີໂມເຕ 3:16, 17
ຊ່ວຍງານຮັບໃຊ້ຫຼືເປັນຜູ້ເຖົ້າແກ່ເຖິງວ່າລາວຈະມີຄຸນສົມບັດດີກໍຕາມ. ແຕ່ຄຳພີໄບເບິນບໍ່ເຄີຍບອກວ່າພີ່ນ້ອງຊາຍຕ້ອງມີອາຍຸເທົ່າໃດຈຶ່ງຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍງານຮັບໃຊ້ຫຼືຜູ້ເຖົ້າແກ່. (17 ຖ້າຜູ້ເຖົ້າແກ່ບໍ່ໄດ້ເຮັດຕາມມາດຕະຖານຂອງຄຳພີໄບເບິນໃນການແຕ່ງຕັ້ງຜູ້ຊ່ວຍງານຮັບໃຊ້ຫຼືຜູ້ເຖົ້າແກ່ ເຂົາເຈົ້າກໍຂັດຂວາງພີ່ນ້ອງທີ່ມີຄຸນສົມບັດບໍ່ໃຫ້ໄດ້ຮັບການແຕ່ງຕັ້ງ. ໃນປະເທດໜຶ່ງມີຜູ້ຊ່ວຍງານຮັບໃຊ້ຄົນໜຶ່ງລາວເຮັດໜ້າທີ່ຮັບຜິດຊອບທີ່ສຳຄັນໄດ້ດີ ແລະຜູ້ເຖົ້າແກ່ຄົນອື່ນໆກໍເຫັນດີວ່າລາວມີຄຸນສົມບັດຕາມມາດຕະຖານຂອງຄຳພີໄບເບິນທີ່ຈະເປັນຜູ້ເຖົ້າແກ່ໄດ້. ແຕ່ມີຜູ້ເຖົ້າແກ່ບາງຄົນບອກວ່າລາວອາຍຸຍັງນ້ອຍໂພດທີ່ຈະເປັນຜູ້ເຖົ້າແກ່ ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ສະເໜີໃຫ້ແຕ່ງຕັ້ງລາວ. ໜ້າເສຍດາຍທີ່ພີ່ນ້ອງຄົນນີ້ບໍ່ໄດ້ຮັບການແຕ່ງຕັ້ງພຽງຍ້ອນວ່າລາວອາຍຸຍັງນ້ອຍ ແລະ ຫຼາຍປະເທດກໍຄິດແບບນີ້. ເປັນເລື່ອງສຳຄັນຫຼາຍທີ່ຈະເພິ່ງຄຳພີໄບເບິນຫຼາຍກວ່າຄວາມຄິດຂອງຕົວເອງຫຼືວັດທະນະທຳທ້ອງຖິ່ນ. ແລ້ວເຮົາກໍຈະເຊື່ອຟັງພະເຍຊູແລະເຊົາຕັດສິນຄົນອື່ນຈາກສິ່ງທີ່ເຫັນ.
ຕັດສິນຕາມມາດຕະຖານທີ່ຖືກຕ້ອງຊອບທຳ
18, 19. ອັນໃດຈະຊ່ວຍເຮົາໃຫ້ເບິ່ງພີ່ນ້ອງຄືກັບພະເຢໂຫວາເບິ່ງ?
18 ເຮົາເປັນຄົນບໍ່ສົມບູນແບບ ແຕ່ເຮົາສາມາດຮຽນຮູ້ທີ່ຈະເບິ່ງຄົນອື່ນໂດຍບໍ່ມີອະຄະຕິຄືກັບພະເຢໂຫວາເບິ່ງໄດ້. (ກິດຈະການ 10:34, 35) ດັ່ງນັ້ນ ເຮົາຕ້ອງໃສ່ໃຈຄຳແນະນຳໃນຄຳພີໄບເບິນເລື້ອຍໆ. ເມື່ອເຮົານຳໃຊ້ຫຼັກການເຫຼົ່ານັ້ນ ເຮົາກໍເຊື່ອຟັງຄຳສັ່ງຂອງພະເຍຊູທີ່ວ່າ: “ຢ່າຊູ່ຕັດສິນຕາມເບິ່ງໜ້າ [“ຕາມທີ່ເຫັນພາຍນອກ,” ລ.ມ.]”—ໂຢຮັນ 7:24
19 ໃນອີກບໍ່ດົນພະເຍຊູຄລິດກະສັດຂອງເຮົາຈະພິພາກສາທຸກຄົນໂດຍອາໄສມາດຕະຖານອັນຊອບທຳຂອງພະເຈົ້າ ບໍ່ແມ່ນຕາມສິ່ງທີ່ເພິ່ນເຫັນຫຼືໄດ້ຍິນ. (ເອຊາອີ 11:3, 4) ເຮົາຢາກໃຫ້ເວລານັ້ນມາຮອດໄວແທ້ໆ!