ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?

ເຈົ້າ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?

“ຄົນ​ທີ່​ຕອບ​ກ່ອນ​ໄດ້​ຍິນ​ຄວາມ​ຈິງ​ກໍ​ເຮັດ​ເລື່ອງ​ໂງ່​ແລະ​ໜ້າ​ອັບອາຍ.”—ສຸພາສິດ 18:13, ລ.ມ.

ເພງ: 126, 95

1, 2. (ກ) ເຮົາ​ຕ້ອງ​ພັດທະນາ​ຄວາມ​ສາມາດ​ຫຍັງ​ທີ່​ສຳຄັນ ແລະ​ຍ້ອນ​ຫຍັງ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເຮົາ​ທຸກ​ຄົນ​ຕ້ອງ​ພັດທະນາ​ຄວາມ​ສາມາດ​ທີ່​ຈະ​ວິເຄາະ​ຂໍ້​ມູນ​ເພື່ອ​ຈະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ. (ສຸພາສິດ 3:21-23; 8:4, 5) ຖ້າ​ບໍ່​ວິເຄາະ​ຢ່າງ​ດີ ຊາຕານ​ແລະ​ໂລກ​ຂອງ​ມັນ​ກໍ​ຈະ​ບິດ​ເບືອນ​ຄວາມ​ຄິດ​ຂອງ​ເຮົາ​ໄດ້​ງ່າຍໆ. (ເອເຟດ 5:6; ໂກໂລດ 2:8) ແນ່ນອນ ເພື່ອ​ຈະ​ໄດ້​ຂໍ​ສະ​ຫຼຸບ​ທີ່​ຖືກຕ້ອງ ເຮົາ​ຕ້ອງ​ມີ​ຂໍ້​ມູນ​ຄວາມ​ຈິງ. ສຸພາສິດ 18:13 (ລ.ມ.) ບອກ​ວ່າ: “ຄົນ​ທີ່​ຕອບ​ກ່ອນ​ໄດ້​ຍິນ​ຄວາມ​ຈິງ​ກໍ​ເຮັດ​ເລື່ອງ​ໂງ່​ແລະ​ໜ້າ​ອັບອາຍ.”

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຮຽນ​ວ່າ​ອັນ​ໃດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ຮູ້​ຂໍ້​ມູນ​ແທ້​ຈິງ​ເພື່ອ​ຈະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ ແລະ​ເຮົາ​ຍັງ​ຈະ​ໄດ້​ຮຽນ​ຫຼັກ​ການ​ແລະ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ສອນ​ໃຫ້​ເຮົາ​ຮູ້​ວິທີ​ວິເຄາະ​ຂໍ້​ມູນ.

ຢ່າ​ເຊື່ອ “ຖ້ອຍຄຳ​ທຸກ​ຂໍ້”

3. ເປັນ​ຫຍັງ​ເຮົາ​ຕ້ອງ​ໃຊ້​ຫຼັກ​ການ​ໃນ​ສຸພາສິດ 14:15? (ເບິ່ງ​ຮູບ​ທຳອິດ)

3 ໃນ​ທຸກ​ມື້​ນີ້ ເຮົາ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ມາ​ຈາກ​ຫຼາຍ​ຊ່ອງ​ທາງ ເຊັ່ນ: ອິນເຕີເນັດ ໂທລະທັດ ຫຼື​ສື່​ອື່ນໆ. ນອກ​ຈາກ​ນັ້ນ​ເຮົາ​ຍັງ​ໄດ້​ຮັບ​ຂໍ້​ມູນ​ທາງ​ອີເມວ ຂໍ້​ຄວາມ​ທາງ​ມື​ຖື ແລະ​ເລື່ອງ​ເລົ່າ​ຕ່າງໆ​ຈາກ​ໝູ່. ບາງ​ເທື່ອ​ເບິ່ງ​ຄື​ວ່າ​ຂໍ້​ມູນ​ເຫຼົ່າ​ນີ້​ມີ​ມາ​ບໍ່​ໝົດ​ຈັກ​ເທື່ອ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະ​ມັດ​ລະວັງ. ໝູ່​ຂອງ​ເຮົາ​ອາດ​ມີ​ເຈຕະນາ​ດີ ແຕ່​ກໍ​ຍັງ​ມີ​ຄົນ​ອື່ນ​ອີກ​ທີ່​ຕັ້ງ​ໃຈ​ເຜີຍ​ແຜ່​ຂໍ້​ມູນ​ຜິດໆ​ຫຼື​ບິດ​ເບືອນ​ຄວາມ​ຈິງ. ຫຼັກ​ການ​ອັນ​ໃດ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ວິເຄາະ​ສິ່ງ​ທີ່​ເຮົາ​ໄດ້​ຍິນ? ໃນ​ສຸພາສິດ 14:15 ບອກ​ວ່າ: “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້ ແຕ່​ວ່າ​ຄົນ​ຮູ້​ກໍ​ຄອຍ​ລະວັງ​ບາດ​ຕີນ​ແຫ່ງ​ຕົນ.”

4. ໃນ​ຟີລິບ 4:8, 9 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເລືອກ​ສິ່ງ​ທີ່​ອ່ານ ແລະ​ເປັນ​ຫຍັງ​ການ​ມີ​ຂໍ້​ມູນ​ທີ່​ຖືກຕ້ອງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ? (ເບິ່ງ​ຂອບ “ ແຫຼ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ໄດ້​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້”)

4 ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ ເຮົາ​ຕ້ອງ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະ​ມັດ​ລະວັງ​ໃຫ້​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເລືອກ​ສິ່ງ​ທີ່​ອ່ານ. (ອ່ານ​ຟີລິບ 4:8, 9) ເຮົາ​ບໍ່​ຄວນ​ເສຍ​ເວລາ​ໄປ​ກັບ​ການ​ເບິ່ງ​ຂ່າວ​ໃນ​ອິນເຕີເນັດ​ທີ່​ບໍ່​ໜ້າ​ເຊື່ອ​ຖື​ຫຼື​ອ່ານ​ຂ່າວ​ລື​ທີ່​ສົ່ງ​ຕໍ່ໆ​ກັນ​ມາ​ທາງ​ອີເມວ. ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ບໍ່​ເຂົ້າ​ເວັບໄຊ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ​ເຊິ່ງ​ສົ່ງເສີມ​ແນວ​ຄິດ​ຂອງ​ຕົນ​ເອງ. ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ​ອ່ອນ​ລົງ​ແລະ​ຕ້ອງການ​ບິດ​ເບືອນ​ຄວາມ​ຈິງ. ຂໍ້​ມູນ​ທີ່​ເຊື່ອ​ຖື​ບໍ່​ໄດ້​ຈະ​ເຮັດ​ໃຫ້​ຕັດສິນ​ໃຈ​ຜິດ​ພາດ. ຢ່າ​ຄິດ​ວ່າ​ຂໍ້​ມູນ​ທີ່​ບໍ່​ຈິງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ເຈົ້າ.—1 ຕີໂມເຕ 6:20, 21

5. ພວກ​ອິດສະລາແອນ​ໄດ້​ຍິນ​ເລື່ອງ​ຕົວະ​ຫຍັງ ແລະ​ມັນ​ສົ່ງ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ?

5 ເລື່ອງ​ຕົວະ​ອາດ​ເຮັດ​ໃຫ້​ເກີດ​ຜົນ​ເສຍຫາຍ​ຮ້າຍແຮງ​ໄດ້. ໃນ​ສະໄໝ​ໂມເຊ ມີ​ຜູ້​ສອດແນມ 12 ຄົນ​ໄປ​ເບິ່ງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ຫຼັງ​ຈາກ​ກັບ​ມາ ຜູ້​ສອດແນມ 10 ຄົນ​ກໍ​ໄດ້​ເວົ້າ​ເລື່ອງ​ໃນ​ແງ່​ລົບ. (ຈົດເຊັນບັນຊີ 13:25-33) ເຂົາ​ເຈົ້າ​ໃຫ້​ຂໍ້​ມູນ​ເກີນ​ຈິງ ນີ້​ເຮັດ​ໃຫ້​ພວກ​ອິດສະລາແອນ​ຢ້ານ​ແລະ​ໝົດ​ກຳລັງ​ໃຈ. (ຈົດເຊັນບັນຊີ 14:1-4) ເປັນ​ຫຍັງ​ພວກ​ອິດສະລາແອນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ? ບາງ​ເທື່ອ​ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ເລື່ອງ​ໃນ​ແງ່​ລົບ​ທີ່​ໄດ້​ຍິນ​ນັ້ນ​ເປັນ​ເລື່ອງ​ຈິງ ເພາະ​ຜູ້​ສອດແນມ​ສ່ວນ​ໃຫຍ່​ເວົ້າ​ຄື​ກັນ. ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ພວກ​ອິດສະລາແອນ​ບໍ່​ເຊື່ອ​ເລື່ອງ​ດີໆ​ທີ່​ຜູ້​ສອດແນມ​ອີກ 2 ຄົນ​ເວົ້າ​ກ່ຽວ​ກັບ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. (ຈົດເຊັນບັນຊີ 14:6-10) ແທນ​ທີ່​ພວກ​ອິດສະລາແອນ​ຈະ​ຫາ​ຂໍ້​ມູນ​ຄວາມ​ຈິງ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ພັດ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ​ໂດຍ​ເລືອກ​ເຊື່ອ​ເລື່ອງ​ໃນ​ແງ່​ລົບ​ນັ້ນ.

6. ເປັນ​ຫຍັງ​ເຮົາ​ບໍ່​ແປກ​ໃຈ​ເມື່ອ​ໄດ້​ຍິນ​ເລື່ອງ​ທີ່​ໜ້າ​ຕົກໃຈ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ?

6 ເຮົາ​ຕ້ອງ​ລະວັງ​ເປັນ​ພິເສດ​ເມື່ອ​ເຮົາ​ໄດ້​ຍິນ​ເລື່ອງ​ຕົວະ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ຈື່​ສະເໝີ​​ວ່າ​ຊາຕານ​ສັດຕູ​ຂອງ​ເຮົາ​ມັນ​ຖືກ​ເອີ້ນ​ວ່າ: “ຜູ້​ທີ່​ຟ້ອງ [“ກ່າວ​ຫາ,” ລ.ມ.] ພວກ​ພີ່​ນ້ອງ​ຂອງ​ເຮົາ.” (ຄຳປາກົດ 12:10) ພະ​ເຍຊູ​ເຕືອນ​ວ່າ​ຄົນ​ທີ່​ຕໍ່​ຕ້ານ “ຈະ​ເລົ່າ​ເລື່ອງ​ອັນ​ຊົ່ວ​ຮ້າຍ​ບໍ່​ຈິງ​ທຸກ​ປະການ” ໃສ່​ເຮົາ. (ມັດທາຍ 5:11) ຖ້າ​ເຮົາ​ເຊື່ອ​ຄຳ​ເຕືອນ​ນີ້​ແທ້ໆ ເຮົາ​ຈະ​ບໍ່​ຕົກໃຈ​ເລີຍ​ເມື່ອ​ເຮົາ​ໄດ້​ຍິນ​ເລື່ອງ​ທີ່​ແປກໆ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ.

7. ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ​ກ່ອນ​ທີ່​ຈະ​ສົ່ງ​ອີເມວ​ຫຼື​ຂໍ້​ຄວາມ​ທາງ​ມື​ຖື?

7 ເຈົ້າ​ມັກ​ສົ່ງ​ອີເມວ ຫຼື​ຂໍ້​ຄວາມ​ທາງ​ມື​ຖື​ໃຫ້​ໝູ່​ບໍ? ຕອນ​ທີ່​ເຈົ້າ​ໄດ້​ເຫັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ໃນ​ຂ່າວ​ຫຼື​ໄດ້​ຍິນ​ປະສົບການ​ໃດ​ໜຶ່ງ ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ຄື​ກັບ​ນັກ​ຂ່າວ​ທີ່​ຕ້ອງ​ບອກ​ຂ່າວ​ທັນທີ​ບໍ? ກ່ອນ​ຈະ​ສົ່ງ​ອີເມວ ຫຼື​ຂໍ້​ຄວາມ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໝັ້ນ​ໃຈ​ບໍ​ວ່າ​ຂ່າວ​ນັ້ນ​ແມ່ນ​ເລື່ອງ​ແທ້? ຂ້ອຍ​ມີ​ຂໍ້​ມູນ​ທີ່​ເຊື່ອ​ຖື​ໄດ້​ແທ້ໆ​ບໍ?’ ຖ້າ​ເຈົ້າ​ບໍ່​ແນ່​ໃຈ ເຈົ້າ​ກໍ​ກຳລັງ​ແຜ່​ກະຈາຍ​ຂ່າວ​ທີ່​ບໍ່​ແມ່ນ​ຄວາມ​ຈິງ. ດັ່ງ​ນັ້ນ ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ເລື່ອງ​ນັ້ນ​ແມ່ນ​ແທ້​ຫຼື​ບໍ່ ຢ່າ​ສົ່ງ​ຕໍ່ ໃຫ້​ລຶບ​ຖິ້ມ​ໄປ​ເລີຍ!

8. ຜູ້​ຕໍ່​ຕ້ານ​ເຮົາ​ໃນ​ບາງ​ປະເທດ​ໄດ້​ເຮັດ​ຫຍັງ ແລະ​ເຮົາ​ອາດ​ຊ່ວຍ​ເຂົາ​ເຈົ້າ​ໂດຍ​ບໍ່​ຮູ້​ໂຕ​ໄດ້​ແນວ​ໃດ?

8 ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ​ທີ່​ຈະ​ສົ່ງ​ຕໍ່​ອີເມວ ຫຼື​ຂໍ້​ຄວາມ​ໃຫ້​ຄົນ​ອື່ນ​ໂດຍ​ບໍ່​ຄິດ​ກ່ອນ. ໃນ​ບາງ​ປະເທດ ວຽກ​ປະກາດ​ຂອງ​ເຮົາ​ຖືກ​ຈຳກັດ ແລະ​ເຖິງ​ຂັ້ນ​ຖືກ​ສັ່ງ​ຫ້າມ. ຜູ້​ຕໍ່​ຕ້ານ​ເຮົາ​ໃນ​ປະເທດ​ເຫຼົ່າ​ນີ້​ອາດ​ຕັ້ງ​ໃຈ​ແຜ່​ກະຈາຍ​ເລື່ອງ​ທີ່​ແຕ່ງ​ຂຶ້ນ​ມາ​ເພື່ອ​ໃຫ້​ເຮົາ​ຢ້ານ​ແລະ​ສົງໄສ​ກັນ​ເອງ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ອະດີດ​ສະຫະພາບ​ໂຊ​ວຽດ. ຕຳ​ຫຼວດ​ລັບ KGB ໄດ້​ກະຈາຍ​ຄຳ​ຕົວະ​ທີ່​ວ່າ​ມີ​ພີ່​ນ້ອງ​ບາງ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໄດ້​ທໍລະຍົດ​ພະເຈົ້າ. * (ເບິ່ງ​ໄຂ​ເງື່ອນ) ໜ້າ​ເສົ້າໃຈ ພີ່​ນ້ອງ​ຫຼາຍ​ຄົນ​ເຊື່ອ​ເລື່ອງ​ຕົວະ​ນີ້​ແລະ​ອອກ​ໄປ​ຈາກ​ອົງການ. ເຖິງ​ວ່າ​ໃນ​ເວລາ​ຕໍ່​ມາ​ຈະ​ມີ​ຫຼາຍ​ຄົນ​ກັບ​ເຂົ້າ​ມາ ແຕ່​ບາງ​ຄົນ​ກໍ​ບໍ່​ກັບ​ມາ​ເລີຍ. ເຂົາ​ເຈົ້າ​ຍອມ​ໃຫ້​ເລື່ອງ​ຕົວະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. (1 ຕີໂມເຕ 1:19) ເຮົາ​ຈະ​ບໍ່​ເປັນ​ແບບ​ນີ້​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ບໍ່​ແຜ່​ກະຈາຍ​ເລື່ອງ​ແງ່​ລົບ​ຫຼື​ເລື່ອງ​ທີ່​ເຮົາ​ຍັງ​ບໍ່​ແນ່​ໃຈ. ຢ່າ​ເຊື່ອ​ທຸກ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ. ເຈົ້າ​ຕ້ອງ​ແນ່​ໃຈ​ກ່ອນ​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ.

ຂໍ້​ມູນ​ທີ່​ບໍ່​ຄົບ​ຖ້ວນ

9. ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ?

9 ບາງ​ເທື່ອ​ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກໍ​ມີ​ພຽງ​ບາງ​ສ່ວນ​ເທົ່າ​ນັ້ນ​ທີ່​ເປັນ​ເລື່ອງ​ຈິງ. ສ່ວນ​ເລື່ອງ​ອື່ນໆ​ເຮົາ​ກໍ​ບໍ່​ຮູ້​ຄວາມ​ຈິງ​ທັງ​ໝົດ. ນີ້​ເຮັດ​ໃຫ້​ຍາກ​ຫຼາຍ​ທີ່​ເຮົາ​ຈະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ. ເລື່ອງ​ທີ່​ມີ​ຂໍ້​ມູນ​ຈິງ​ແດ່​ບໍ່​ຈິງ​ແດ່​ເຊື່ອ​ຖື​ບໍ່​ໄດ້! ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ຖືກ​ຕົວະ​ເພາະ​ເລື່ອງ​ແບບ​ນີ້?—ເອເຟດ 4:14

10. ເປັນ​ຫຍັງ​ພວກ​ອິດສະລາແອນ​ເກືອບ​ຈະ​ເຮັດ​ສົງຄາມ​ຕໍ່​ສູ້​ກັນ​ເອງ​ແລະ​ອັນ​ໃດ​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ເຮັດ​ແບບ​ນັ້ນ?

10 ເຮົາ​ສາມາດ​ໄດ້​ຮັບ​ບົດຮຽນ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ອິດສະລາແອນ​ທີ່​ຢູ່​ແຖວ​ແມ່ນໍ້າ​ຢູລະເດນ​ຟາກ​ຕາເວັນ​ຕົກ​ໃນ​ສະໄໝ​ຂອງ​ໂຢຊວຍ. (ໂຢຊວຍ 22:9-34) ເຂົາ​ເຈົ້າ​ໄດ້​ຍິນ​ວ່າ​ພວກ​ອິດສະລາແອນ​ທີ່​ຢູ່​ແຖວ​ແມ່ນໍ້າ​ຢູລະເດນ​ທາງ​ຟາກ​ຕາເວັນ​ອອກ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫຍ່​ຢູ່​ໃກ້​ກັບ​ແມ່ນໍ້າ. ເລື່ອງ​ນີ້​ແມ່ນ​ເລື່ອງ​ແທ້​ແຕ່​ມັນ​ກໍ​ບໍ່​ແມ່ນ​ທັງ​ໝົດ. ພວກ​ທີ່​ຢູ່​ຟາກ​ຕາເວັນ​ຕົກ​ຄິດ​ວ່າ​ພວກ​ທີ່​ຢູ່​ຟາກ​ຕາເວັນ​ອອກ​ກະບົດ​ຕໍ່​ພະ​ເຢໂຫວາ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ລວມ​ຕົວ​ກັນ​ເພື່ອ​ຈະ​ເຮັດ​ສົງຄາມ​ຕໍ່​ສູ້​ກັບ​ພວກ​ນັ້ນ. (ອ່ານ​ໂຢຊວຍ 22:9-12) ແຕ່​ກ່ອນ​ທີ່​ພວກ​ຟາກ​ຕາເວັນ​ຕົກ​ຈະ​ໄປ​ໂຈມຕີ ເຂົາ​ເຈົ້າ​ໄດ້​ສົ່ງ​ຄົນ​ໄປ​ສືບ​ຖາມ​ຂໍ້​ມູນ​ຄວາມ​ຈິງ. ເຂົາ​ເຈົ້າ​ໄດ້​ຮູ້​ຫຍັງ? ພວກ​ທີ່​ຢູ່​ຟາກ​ຕາເວັນ​ອອກ​ບໍ່​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ປອມ ແຕ່​ເຂົາ​ເຈົ້າ​ສ້າງ​ເພື່ອ​ເຕືອນ​ຄວາມ​ຈຳ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ​ຄື​ກັນ. ພວກ​ອິດສະລາແອນ​ທີ່​ຢູ່​ຟາກ​ຕາເວັນ​ຕົກ​ຄົງ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ໃຊ້​ເວລາ​ກວດ​ສອບ​ຄວາມ​ຈິງ​ທັງ​ໝົດ​ກ່ອນ ເຊິ່ງ​ເຮັດ​ໃຫ້​ບໍ່​ໄດ້​ໄປ​ເຮັດ​ສົງຄາມ​ຕໍ່​ສູ້​ພີ່​ນ້ອງ​ຕົວ​ເອງ.

11. (ກ) ເມຟີໂບເຊດ​ຖືກ​ປະຕິບັດ​ຢ່າງ​ບໍ່​ຍຸຕິທຳ​ແນວ​ໃດ? (ຂ) ດາວິດ​ຄວນ​ເຮັດ​ຫຍັງ​ກ່ອນ​ຈະ​ຕັດສິນ​ເມຟີໂບເຊດ​ຢ່າງ​ບໍ່​ຍຸຕິທຳ?

11 ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ເຈັບ​ໃຈ​ຍ້ອນ​ມີ​ຄົນ​ແຜ່​ກະຈາຍ​ຂ່າວ​ທີ່​ມີ​ຄວາມ​ຈິງ​ກ່ຽວ​ກັບ​ເຮົາ​ພຽງ​ແຕ່​ບາງ​ສ່ວນ. ນີ້​ເກີດ​ຂຶ້ນ​ກັບ​ເມຟີໂບເຊດ. ກະສັດ​ດາວິດ​ໃຈ​ກວ້າງ​ໄດ້​ເອົາ​ທີ່​ດິນ​ທັງ​ໝົດ​ຂອງ​ຊາອຶລ​ຍົກ​ໃຫ້​ເມຟີໂບເຊດ​ເຊິ່ງ​ເປັນ​ຫຼານ​ຂອງ​ຊາອຶລ. (2 ຊາເມືອນ 9:6, 7) ແຕ່​ຕໍ່​ມາດາ​ວິດ​ໄດ້​ຍິນ​ເລື່ອງ​ໃນ​ແງ່​ລົບ​ກ່ຽວ​ກັບ​ເມຟີໂບເຊດ ດາວິດ​ບໍ່​ໄດ້​ກວດ​ສອບ​ເບິ່ງ​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ​ຫຼື​ບໍ່ ລາວ​ຈຶ່ງ​ຍຶດ​ທີ່​ດິນ​ແລະ​ສິ່ງ​ຂອງ​ທັງ​ໝົດ​ຄືນ. (2 ຊາເມືອນ 16:1-4) ເວລາ​ຕໍ່​ມາດາ​ວິດ​ໄດ້​ລົມ​ກັບ​ລາວ ດາວິດ​ກໍ​ຮູ້​ວ່າ​ຕົວ​ເອງ​ໄດ້​ເຮັດ​ສິ່ງ​ທີ່​ຜິດ​ພາດ​ກໍ​ເລີຍ​ຍົກ​ທີ່​ດິນ​ແລະ​ສິ່ງ​ຂອງ​ບາງ​ສ່ວນ​ຄືນ​ໃຫ້​ລາວ. (2 ຊາເມືອນ 19:24-29) ຖ້າ​ດາວິດ​ໃຊ້​ເວລາ​ເພື່ອ​ຫາ​ຂໍ້​ມູນ​ຄວາມ​ຈິງ ແທນ​ທີ່​ຈະ​ຟ້າວ​ຕັດສິນ​ໃຈ​ທັງໆ​ທີ່​ຍັງ​ບໍ່​ໄດ້​ຂໍ້​ມູນ​ຄົບ​ຖ້ວນ ເມຟີໂບເຊດ​ກໍ​ຄົງ​ບໍ່​ຕ້ອງ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ແບບ​ນີ້.

12, 13. (ກ) ພະ​ເຍຊູ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ຄົນ​ອື່ນ​ເວົ້າ​ຕົວະ​ກ່ຽວ​ກັບ​ເພິ່ນ? (ຂ) ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ບາງ​ຄົນ​ເວົ້າ​ຕົວະ​ກ່ຽວ​ກັບ​ເຮົາ?

12 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ບາງ​ຄົນ​ແຜ່​ກະຈາຍ​ເລື່ອງ​ຕົວະ​ກ່ຽວ​ກັບ​ເຈົ້າ? ເລື່ອງ​ນີ້​ກໍ​ເຄີຍ​ເກີດ​ຂຶ້ນ​ກັບ​ພະ​ເຍຊູ​ແລະ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. (ອ່ານ​ມັດທາຍ 11:18, 19) ພະ​ເຍຊູ​ເຮັດ​ແນວ​ໃດ? ພະ​ເຍຊູ​ບໍ່​ໄດ້​ໃຊ້​ເວລາ​ແລະ​ກຳລັງ​ທັງ​ໝົດ​ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ເຊື່ອ​ວ່າ​ເລື່ອງ​ເຫຼົ່າ​ນັ້ນ​ບໍ່​ຈິງ. ກົງ​ກັນ​ຂ້າມ ພະ​ເຍຊູ​ກະຕຸ້ນ​ຜູ້​ຄົນ​ໃຫ້​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ເພິ່ນ​ຢາກ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ໄປ​ທີ່​ສິ່ງ​ທີ່​ເພິ່ນ​ເຮັດ​ແລະ​ສອນ. ເພິ່ນ​ບອກ​ວ່າ: “ສະຕິ​ປັນຍາ​ທີ່​ແທ້​ຈິງ​ກໍ​ເຫັນ​ໄດ້​ຈາກ​ຜົນ​ທີ່​ປາກົດ​ອອກ​ມາ.”—ມັດທາຍ 11:19, ລ.ມ.

13 ເຮົາ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຫຼາຍ​ຈາກ​ພະ​ເຍຊູ. ບາງ​ເທື່ອ​ຜູ້​ຄົນ​ອາດ​ເວົ້າ​ກ່ຽວ​ກັບ​ເຮົາ​ໃນ​ແບບ​ບໍ່​ຍຸຕິທຳ ຫຼື​ໃນ​ທາງ​ທີ່​ບໍ່​ດີ ແລະ​ເຮົາ​ອາດ​ກັງວົນ​ວ່າ​ສິ່ງ​ນີ້​ຈະ​ທຳລາຍ​ຊື່ສຽງ​ຂອງ​ເຮົາ. ແຕ່​ວິທີ​ທີ່​ເຮົາ​ໃຊ້​ຊີວິດ​ສາມາດ​ສະແດງ​ໃຫ້​ຜູ້​ຄົນ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ພິສູດ​ໄດ້​ວ່າ​ເລື່ອງ​ທີ່​ຄົນ​ອື່ນ​ກ່າວ​ຫາ ແລະ​ເລື່ອງ​ທີ່​ຈິງ​ແດ່​ບໍ່​ຈິງ​ແດ່​ກ່ຽວ​ກັບ​ເຮົາ​ນັ້ນ​ເປັນ​ເລື່ອງ​ບໍ່​ຈິງ.

ເຈົ້າ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ​ບໍ?

14, 15. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ?

14 ເຮົາ​ເຫັນ​ແລ້ວ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ໄດ້​ຂໍ້​ມູນ​ຄວາມ​ຈິງ​ທີ່​ໜ້າ​ເຊື່ອ​ຖື. ອີກ​ບັນຫາ​ໜຶ່ງ​ຄື ເຮົາ​ບໍ່​ສົມບູນ​ແບບ. ເຮົາ​ອາດ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ ແລະ​ກໍ​ອາດ​ສະຫຼາດ​ໃນ​ບາງ​ເລື່ອງ. ຄົນ​ອື່ນໆ​ອາດ​ນັບຖື​ເຮົາ​ຍ້ອນ​ເຮົາ​ຄິດ​ເກັ່ງ​ແລະ​ຕັດສິນ​ໃຈ​ເກັ່ງ. ເລື່ອງ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ມີ​ບັນຫາ​ບໍ?

ຄຳພີ​ໄບເບິນ​ເຕືອນ​ຢ່າງ​ຊັດເຈນ​ວ່າ​ເຮົາ​ບໍ່​ຄວນ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ

15 ແມ່ນ​ແລ້ວ. ເຮົາ​ອາດ​ເລີ່ມ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ. ເຮົາ​ອາດ​ເຊື່ອ​ແລະ​ເຮັດ​ຕາມ​ຄວາມ​ຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ. ເຮົາ​ອາດ​ເລີ່ມ​ເຊື່ອ​ວ່າ​ເຮົາ​ເຂົ້າ​ໃຈ​ສະຖານະການ​ດີ ເຖິງ​ວ່າ​ເຮົາ​ຈະ​ຍັງ​ບໍ່​ຮູ້​ຄວາມ​ຈິງ​ທັງ​ໝົດ​ກໍ​ຕາມ. ນີ້​ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ! ຄຳພີ​ໄບເບິນ​ເຕືອນ​ຢ່າງ​ຊັດເຈນ​ວ່າ​ເຮົາ​ບໍ່​ຄວນ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ.—ສຸພາສິດ 3:5, 6; 28:26

16. ໃນ​ເຫດການ​ສົມມຸດ​ນີ້ ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຮ້ານ​ອາຫານ ແລະ​ເຈມ​ຄິດ​ແນວ​ໃດ?

16 ຂໍ​ໃຫ້​ເບິ່ງ​ເຫດການ​ສົມມຸດ​ນີ້: ແລງ​ມື້​ໜຶ່ງ​ມີ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຊື່​ເຈມ​ໄປ​ຮ້ານ​ອາຫານ ແລະ​ເຫັນ​ຜູ້​ເຖົ້າ​ແກ່​ຊື່​ຈອນ​ນັ່ງ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ບໍ່​ແມ່ນ​ເມຍ​ຂອງ​ລາວ. ເບິ່ງ​ຄື​ວ່າ​ສອງ​ຄົນ​ສະໜິດ​ສະໜົມ​ກັນ​ຫຼາຍ ເຂົາ​ເຈົ້າ​ເວົ້າ​ນົວ​ຫົວ​ມ່ວນ​ແລະ​ກໍ​ກອດ​ກັນ. ເຈມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ຫຼາຍ​ແລະ​ລາວ​ຈະ​ເລີ່ມ​ຄິດ​ສົງໄສ​ວ່າ: ‘ຈອນ​ກັບ​ເມຍ​ປະກັນ​ແລ້ວ​ຫວາ? ແລະ​ລູກ​ຂອງ​ເຂົາ​ເຈົ້າ​ເດ​ຈະ​ເປັນ​ແນວ​ໃດ?’ ກ່ອນ​ໜ້າ​ນີ້​ເຈມ​ເຄີຍ​ເຫັນ​ເລື່ອງ​ໃນ​ທຳນອງ​ນີ້​ມາ​ແລ້ວ ຖ້າ​ເຈົ້າ​ເປັນ​ເຈມ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

17. ເຈມ​ໄດ້​ມາ​ຮູ້​ຄວາມ​ຈິງ​ອັນ​ໃດ​ໃນ​ພາຍ​ຫຼັງ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ?

17 ແຕ່​ຢຸດ​ກ່ອນ​ບຶດ​ໜຶ່ງ. ເຖິງ​ວ່າ​ເຈມ​ຈະ​ຄິດ​ວ່າ​ຈອນ​ບໍ່​ສັດ​ຊື່​ຕໍ່​ເມຍ​ຂອງ​ຕົວ​ເອງ ແຕ່​ເຈມ​ຮູ້​ຄວາມ​ຈິງ​ທັງ​ໝົດ​ແລ້ວ​ບໍ? ໃນ​ແລງ​ມື້​ນັ້ນ ເຈມ​ໂທ​ຫາ​ຈອນ​ຈຶ່ງ​ໄດ້​ຮູ້​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ນ້ອງ​ສາວ​ຂອງ​ຈອນ​ທີ່​ຢູ່​ຫ່າງ​ໄກ​ເຊິ່ງ​ມາ​ຢ້ຽມ​ຢາມ​ລາວ. ຈອນ​ກັບ​ນ້ອງ​ສາວ​ບໍ່​ເຫັນ​ກັນ​ມາ​ຫຼາຍ​ປີ​ແລ້ວ​ແລະ​ນ້ອງ​ສາວ​ມາ​ແວ່​ຢາມ​ອ້າຍ​ບຶດ​ດຽວ ຈອນ​ເອງ​ກໍ​ມີ​ເວລາ​ພຽງ​ແຕ່​ມາ​ກິນ​ເຂົ້າ​ກັບ​ນ້ອງ​ເທົ່າ​ນັ້ນ ແລະ​ເມຍ​ຂອງ​ຈອນ​ມາ​ກິນ​ເຂົ້າ​ນຳ​ບໍ່​ໄດ້. ເຈມ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ບໍ່​ໄດ້​ເລົ່າ​ສິ່ງ​ທີ່​ລາວ​ຄິດ​ໃຫ້​ຄົນ​ອື່ນ​ຟັງ! ເຮົາ​ໄດ້​ບົດຮຽນ​ຫຍັງ? ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ມີ​ຂໍ້​ມູນ​ຄວາມ​ຈິງ​ທຸກ​ຢ່າງ​ກ່ອນ​ຈຶ່ງ​ຈະ​ສາມາດ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ​ໄດ້.

18. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ເຊື່ອ​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ພີ່​ນ້ອງ?

18 ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ວິເຄາະ​ສະຖານະການ​ໄດ້​ຢ່າງ​ຖືກຕ້ອງ ຖ້າ​ເປັນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ພີ່​ນ້ອງ​ທີ່​ເຮົາ​ມີ​ບັນຫາ​ນຳ. ຖ້າ​ເຮົາ​ຄິດ​ແຕ່​ເລື່ອງ​ທີ່​ມີ​ບັນຫາ​ກັນ ເຮົາ​ກໍ​ອາດ​ເລີ່ມ​ສົງໄສ​ລາວ​ໄດ້. ເມື່ອ​ເຮົາ​ໄດ້​ຍິນ​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຄົນ​ນັ້ນ ເຮົາ​ອາດ​ຢາກ​ເຊື່ອ​ທັນທີ​ເຖິງ​ວ່າ​ຍັງ​ບໍ່​ມີ​ຫຍັງ​ພິສູດ​ວ່າ​ເປັນ​ເລື່ອງ​ຈິງ. ເຮົາ​ໄດ້​ບົດຮຽນ​ຫຍັງ? ຖ້າ​ເຮົາ​ປ່ອຍ​ໃຫ້​ຕົວ​ເອງ​ມີ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ກັບ​ພີ່​ນ້ອງ ມັນ​ກໍ​ອາດ​ເຮັດ​ໃຫ້​ເຮົາ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຜິດໆ​ໂດຍ​ທີ່​ບໍ່​ມີ​ຂໍ້​ມູນ​ຄວາມ​ຈິງ. (1 ຕີໂມເຕ 6:4, 5) ເຮົາ​ບໍ່​ຄວນ​ເກັບ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ໄວ້​ໃນ​ໃຈ​ເຊັ່ນ: ຄວາມ​ອິດສາ. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮັກ​ພີ່​ນ້ອງ​ແລະ​ໃຫ້​ອະໄພ​ເຂົາ​ເຈົ້າ​ຈາກ​ຫົວໃຈ.—ອ່ານ​ໂກໂລດ 3:12-14

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຈະ​ປົກ​ປ້ອງ​ເຮົາ

19, 20. (ກ) ຫຼັກ​ການ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ວິເຄາະ​ຂໍ້​ມູນ​ຢ່າງ​ຖືກຕ້ອງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

19 ໃນ​ທຸກ​ມື້​ນີ້​ເປັນ​ເລື່ອງ​ຍາກ​ແທ້ໆ​ທີ່​ຈະ​ໄດ້​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ແລະ​ວິເຄາະ​ຢ່າງ​ຖືກຕ້ອງ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຂໍ້​ມູນ​ສ່ວນ​ໃຫຍ່​ບໍ່​ຄົບ​ຖ້ວນ ຫຼື​ອາດ​ຈະ​ຖືກ​ພຽງ​ບາງ​ສ່ວນ ແລະ​ເຮົາ​ເອງ​ກໍ​ບໍ່​ສົມບູນ​ແບບ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້? ຫຼັກ​ການ​ໃນ​ຄຳພີ​ໄບເບິນ! ຕົວຢ່າງ​ເຊັ່ນ: ຫຼັກ​ການ​ໜຶ່ງ​ບອກ​ວ່າ​ເປັນ​ເລື່ອງ​ໂງ່​ທີ່​ຈະ​ຕອບ​ກ່ອນ​ໄດ້​ຍິນ​ຄວາມ​ຈິງ. (ສຸພາສິດ 18:13) ອີກ​ຫຼັກ​ການ​ໜຶ່ງ​ບອກ​ວ່າ​ເຮົາ​ບໍ່​ຄວນ​ເຊື່ອ​ທຸກ​ສິ່ງ​ທີ່​ໄດ້​ຍິນ​ໂດຍ​ທີ່​ບໍ່​ກວດ​ສອບ​ເບິ່ງ​ວ່າ​ແມ່ນ​ແທ້​ຫຼື​ບໍ່. (ສຸພາສິດ 14:15) ແລະ​ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ສໍ່າ​ໃດ ເຮົາ​ກໍ​ບໍ່​ຄວນ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ. (ສຸພາສິດ 3:5, 6) ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຈະ​ປົກ​ປ້ອງ​ເຮົາ​ຖ້າ​ເຮົາ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ​ແລະ​ຕັດສິນ​ໃຈ​ຢ່າງ​ສະຫຼາດ.

20 ແຕ່​ຍັງ​ມີ​ອີກ​ເຫດຜົນ​ໜຶ່ງ​ທີ່​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮູ້ຈັກ​ຄວາມ​ຈິງ​ແທ້ໆ​ຂອງ​ສະຖານະການ​ໃດ​ໜຶ່ງ. ເນື່ອງ​ຈາກ​ເຮົາ​ເປັນ​ມະນຸດ ເຮົາ​ຈຶ່ງ​ຟ້າວ​ຕັດສິນ​ຕາມ​ສິ່ງ​ທີ່​ຕາ​ເຫັນ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ອາດ​ຕັດສິນ​ຄົນ​ອື່ນ​ຕາມ​ສິ່ງ​ທີ່​ຕາ​ເຫັນ​ໃນ​ແງ່​ມຸມ​ໃດ​ແດ່ ແລະ​ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

^ ຂໍ້ 8 ເບິ່ງ​ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ 2004 (ພາສາ​ອັງກິດ) ໜ້າ 111-112 ແລະ​ປຶ້ມ​ປະຈຳ​ປີ 2008 (ພາສາ​ອັງກິດ) ໜ້າ 133-135.