ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ທຸກ​ມື້

ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ທຸກ​ມື້

“ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.”—1 ໂກລິນໂທ 3:9, ລ.ມ.

ເພງ: 64, 111

1. ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໄດ້?

ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ. ເຖິງ​ວ່າ​ມະນຸດ​ໃນ​ທຸກ​ມື້​ນີ້​ບໍ່​ສົມບູນ​ແບບ ແຕ່​ຄົນ​ທີ່​ສັດ​ຊື່​ກໍ​ສາມາດ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໄດ້. ຕົວຢ່າງ: “ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ” ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ. (1 ໂກລິນໂທ 3:5-9, ລ.ມ.) ເປັນ​ກຽດ​ທີ່​ຍິ່ງໃຫຍ່​ແທ້ໆ​ທີ່​ຜູ້​ສ້າງ​ເອກະພົບ​ໄດ້​ເລືອກ​ເຮົາ​ໃຫ້​ເຮັດ​ວຽກ​ທີ່​ສຳຄັນ​ນີ້! ແຕ່​ການ​ປະກາດ​ບໍ່​ແມ່ນ​ທາງ​ດຽວ​ທີ່​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ວ່າ ເຮົາ​ຍັງ​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ​ແນວ​ໃດ​ເມື່ອ​ເຮົາ​ຊ່ວຍ​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ ເມື່ອ​ເຮົາ​ເປັນ​ຄົນ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເມື່ອ​ເຮົາ​ຊ່ວຍ​ວຽກ​ໃນ​ອົງການ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ເຮັດ​ຢູ່​ທົ່ວ​ໂລກ ແລະ​ເມື່ອ​ເຮົາ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ໂກໂລດ 3:23

2. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ສົມ​ທຽບ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ?

2 ເມື່ອ​ເຮົາ​ສຶກສາ​ບົດ​ຄວາມ​ນີ້ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຈື່​ວ່າ​ທຸກ​ຄົນ​ບໍ່​ຄື​ກັນ ເຊັ່ນ: ອາຍຸ ສຸຂະພາບ ສະພາບການ ແລະ​ຄວາມ​ສາມາດ. ດັ່ງ​ນັ້ນ ເມື່ອ​ເຮົາ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ບໍ່​ຄວນ​ສົມ​ທຽບ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ. ອັກຄະສາວົກ​ໂປໂລ​ບອກ​ວ່າ: “ໃຫ້​ແຕ່​ລະ​ຄົນ​ກວດ​ສອບ​ເບິ່ງ​ສິ່ງ​ທີ່​ຕົວ​ເອງ​ເຮັດ ແລ້ວ​ລາວ​ຈະ​ພູມ​ໃຈ​ກັບ​ຕົວ​ເອງ ແລະ​ຢ່າ​ປຽບ​ທຽບ​ກັບ​ຄົນ​ອື່ນ.”—ຄາລາຊີ 6:4, ລ.ມ.

ຊ່ວຍ​ຄອບຄົວ​ຂອງ​ເຈົ້າ​ແລະ​ຄົນ​ອື່ນໆ​ໃນ​ປະຊາຄົມ

3. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ທີ່​ເບິ່ງ​ແຍງ​ຄອບຄົວ​ກໍ​ກຳລັງ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ?

3 ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ຕ້ອງ​ເບິ່ງ​ແຍງ​ຄອບຄົວ. ຕົວຢ່າງ: ເຈົ້າ​ອາດ​ຕ້ອງ​ຫາ​ລ້ຽງ​ຄອບຄົວ. ຜູ້​ເປັນ​ແມ່​ຫຼາຍ​ຄົນ​ກໍ​ຕ້ອງ​ເບິ່ງ​ແຍງ​ລູກ​ນ້ອຍ​ຢູ່​ເຮືອນ. ເມື່ອ​ພໍ່​ແມ່​ຂອງ​ເຮົາ​ບໍ່​ສາມາດ​ເບິ່ງ​ແຍງ​ຕົວ​ເອງ​ໄດ້ ເຮົາ​ກໍ​ອາດ​ຈະ​ຕ້ອງ​ໄດ້​ເບິ່ງ​ແຍງ​ເຂົາ​ເຈົ້າ. ເລື່ອງ​ເຫຼົ່າ​ນີ້​ສຳຄັນ​ຫຼາຍແທ້ໆ. ຄຳພີ​ໄບເບິນ​ບອກ​ວ່າ: “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ບໍ່​ບົວລະບັດ​ລ້ຽງ​ຍາຕິ​ພີ່​ນ້ອງ​ແຫ່ງ​ຕົນ​ແລະ​ຄອບຄົວ​ແຫ່ງ​ຕົນ​ເປັນ​ຕົ້ນ ຜູ້​ນັ້ນ​ໄດ້​ປະຕິເສດ​ຄວາມ​ເຊື່ອ​ແລ້ວ ແລະ​ເປັນ​ອັນ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ.” (1 ຕີໂມເຕ 5:8) ຖ້າ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ ເຈົ້າ​ອາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ບໍ່​ຫຼາຍ​ເທົ່າ​ທີ່​ເຈົ້າ​ຢາກ​ເຮັດ. ແຕ່​ຢ່າ​ຟ້າວ​ທໍ້​ໃຈ! ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຈົ້າ​ເບິ່ງ​ແຍງ​ຄອບຄົວ​ຂອງ​ເຈົ້າ.—1 ໂກລິນໂທ 10:31

4. ພໍ່​ແມ່​ຈະ​ໃຫ້​ລາຊະ​ອານາຈັກ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໄດ້​ແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

4 ພໍ່​ແມ່​ຄລິດສະຕຽນ​ກໍ​ສາມາດ​ເຮັດ​ວຽກ​ຮ່ວມ​ກັບ​ພະເຢໂຫວາ​ໄດ້​ໂດຍ​ຊ່ວຍ​ລູກໆ​ໃຫ້​ມີ​ເປົ້າ​ໝາຍ​ຮັບໃຊ້​ພະອົງ. ພໍ່​ແມ່​ຫຼາຍ​ຄົນ​ກໍ​ເຮັດ​ແບບ​ນັ້ນ​ຢູ່​ແລ້ວ ຜົນ​ກໍ​ຄື: ລູກ​ຊາຍ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ ເຖິງ​ວ່າ​ຈະ​ຫ່າງ​ໄກ​ຈາກ​ບ້ານ. ບາງ​ຄົນ​ກໍ​ເປັນ​ມິດຊັນນາລີ ຮັບໃຊ້​ເປັນ​ໄພໂອເນຍ​ໃນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ ແລະ​ຮັບໃຊ້​ຢູ່​ເບເທນ. ແນ່ນອນ ເມື່ອ​ລູກ​ຂອງ​ເຈົ້າ​ຢູ່​ຫ່າງ​ໄກ ພໍ່​ແມ່​ບໍ່​ສາມາດ​ໃຊ້​ເວລາ​ກັບ​ລູກ​ໄດ້​ຫຼາຍ​ເທົ່າ​ທີ່​ເຂົາ​ເຈົ້າ​ຕ້ອງການ. ແຕ່​ເຂົາ​ເຈົ້າ​ກໍ​ໃຫ້​ກຳລັງ​ໃຈ​ລູກ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ບໍ່​ວ່າ​ຈະ​ຢູ່​ໃສ​ກໍ​ຕາມ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ລູກ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (3 ໂຢຮັນ 4) ພໍ່​ແມ່​ຫຼາຍ​ຄົນ​ຄົງ​ຮູ້ສຶກ​ຄື​ກັບ​ອານາ​ທີ່​ໄດ້​ເອົາ​ຊາເມືອນ​ມາ “ຖວາຍ” ໃຫ້​ພະ​ເຢໂຫວາ.—1 ຊາເມືອນ 1:28

5. ເຈົ້າ​ສາມາດ​ຊ່ວຍ​ພີ່​ນ້ອງ​ໃນ​ປະຊາຄົມ​ໄດ້​ແນວ​ໃດ​ແດ່? (ເບິ່ງ​ຮູບ​ທຳອິດ)

5 ຖ້າ​ເຈົ້າ​ບໍ່​ມີ​​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຕ້ອງ​ເອົາໃຈໃສ່​ຄອບຄົວ​ໃນ​ທັນທີ ເຈົ້າ​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ເຈັບ​ປ່ວຍ ຄົນ​ສູງ​ອາຍຸ​ຫຼື​ຄົນ​ອື່ນໆ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ໄດ້​ບໍ? ຫຼື​ເຈົ້າ​ຈະ​ສົມທົບ​ກັບ​​ຄົນ​ທີ່​ເບິ່ງ​ແຍງ​ເຂົາ​ເຈົ້າ​ໄດ້​ບໍ? ຂໍ​ໃຫ້​ເບິ່ງ​ວ່າ​ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ໃຜ​ແດ່​ທີ່​ອາດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ຕົວຢ່າງ: ອາດ​ມີ​ພີ່​ນ້ອງ​ຍິງ​ທີ່​ເບິ່ງ​ແຍງ​ພໍ່​ແມ່​ທີ່​ສູງ​ອາຍຸ. ເຈົ້າ​ຈະ​ຊ່ວຍ​ເບິ່ງ​ແຍງ​ພໍ່​ແມ່​ຂອງ​ລາວ​ໄດ້​ບໍ​ເພື່ອ​ລາວ​ຈະ​ມີ​ເວລາ​ໃຫ້​ກັບ​ເລື່ອງ​ອື່ນໆ​ທີ່​ສຳຄັນ? ຫຼື​ເຈົ້າ​ອາດ​ຊ່ວຍ​ບາງ​ຄົນ​ໂດຍ​ອາສາ​ພາ​ໄປ​ປະຊຸມ ໄປ​ຕະຫຼາດ ຫຼື​ໄປ​ຢາມ​ບາງ​ຄົນ​ຢູ່​ໂຮງ​ໝໍ. ເມື່ອ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ອາດ​ກຳລັງ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໃນ​ການ​ຕອບ​ຄຳ​ອະທິດຖານ​ຂອງ​ພີ່​ນ້ອງ.—ອ່ານ 1 ໂກລິນໂທ 10:24

ເປັນ​ຄົນ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ

6. ເຮົາ​ຈະ​ເປັນ​ຄົນ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ​ແນວ​ໃດ?

ເຮົາ​ຄວນ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ເມື່ອ​ເຮົາ​ມີ​ໂອກາດ​ທີ່​ຈະ​ເຮັດ​ແບບ​ນັ້ນ

6 ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ​ເປັນ​ຄົນ​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ. ໃນ​ຄຳພີ​ໄບເບິນ​ຄຳ​ວ່າ: “ນໍ້າໃຈ​ຕ້ອນຮັບ​ແຂກ” ໃນ​ພາສາ​ເກັຣກ​ໝາຍ​ເຖິງ “ມີ​ຄວາມ​ເມດຕາ​ຕໍ່​ຄົນ​ແປກ​ໜ້າ.” (ເຫບເລີ 13:2, ລ.ມ.) ໃນ​ຄຳພີ​ໄບເບິນ​ເຮົາ​ໄດ້​ອ່ານ​ກ່ຽວ​ກັບ​ຕົວຢ່າງ​ທີ່​ຊ່ວຍ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ສະແດງ​ຄວາມ​ກະລຸນາ. (ຕົ້ນເດີມ 18:1-5) ເຮົາ​ສາມາດ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ເມື່ອ​ເຮົາ​ມີ​ໂອກາດ​ແລະ​ເຮົາ​ກໍ​ຄວນ​ເຮັດ​ແບບ​ນັ້ນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ “ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ” ຫຼື​ບໍ່​ກໍ​ຕາມ.—ຄາລາຊີ 6:10, ລ.ມ.

7. ເມື່ອ​ເຈົ້າ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຜູ້​ຮັບໃຊ້​ເຕັມ​ເວລາ ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?

7 ເຈົ້າ​ສາມາດ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໂດຍ​ມີ​ນໍ້າໃຈ​ຕ້ອນຮັບ​ຜູ້​ຮັບໃຊ້​ເຕັມ​ເວລາ​ທີ່​ຕ້ອງການ​ບ່ອນ​ພັກ​ໄດ້​ບໍ? (ອ່ານ 3 ໂຢຮັນ 5, 8) ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ທັງ​ເຮົາ​ແລະ​ພີ່​ນ້ອງ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ກໍ​ຄື​ກັນ. ຄຳພີ​ໄບເບິນ​ເອີ້ນ​ວ່າ​ເປັນ​ການ “ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ.” (ໂລມ 1:11, 12, ລ.ມ.) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ໂອ​ລາບ. ຕອນ​ທີ່​ລາວ​ຍັງ​ນ້ອຍ ມີ​ຜູ້​ດູ​ແລ​ໝວດ​ໂສດ​ຄົນ​ໜຶ່ງ​ມາ​ຢາມ​ປະຊາຄົມ​ຂອງ​ລາວ​ແລະ​ຕ້ອງການ​ບ່ອນ​ພັກ ແຕ່​ກໍ​ບໍ່​ມີ​ໃຜ​ໃນ​ປະຊາຄົມ​ສາມາດ​ຫາ​ບ່ອນ​ພັກ​ໃຫ້​ໄດ້. ໂອ​ລາບ​ຈຶ່ງ​ຖາມ​ພໍ່​ແມ່​ຂອງ​ລາວ​ເຊິ່ງ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ວ່າ: ໃຫ້​ຜູ້​ດູ​ແລ​ໝວດ​ມາ​ພັກ​ຢູ່​ບ້ານ​ໄດ້​ບໍ ເຂົາ​ເຈົ້າ​ກໍ​ບອກ​ວ່າ​ໄດ້ ແຕ່​ໂອ​ລາບ​ຕ້ອງ​ໄປ​ນອນ​ຢູ່​ໂຊຟາ. ໂອ​ລາບ​ຕົກ​ລົງ​ແລະ​ລາວ​ກໍ​ບໍ່​ເສຍໃຈ​ເລີຍ. ໃນ​ອາທິດ​ນັ້ນ​ລາວ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ! ທັງ​ລາວ​ແລະ​ຜູ້​ດູ​ແລ​ໝວດ​ຕື່ນ​ແຕ່​ເຊົ້າ​ທຸກ​ມື້ ແລະ​ໄດ້​ລົມ​ກັນ​ຫຼາຍ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ຕອນ​ທີ່​ກິນ​ເຂົ້າ​ເຊົ້າ. ຜູ້​ດູ​ແລ​ໝວດ​ໃຫ້​ກຳລັງ​ໃຈ​ໂອ​ລາບ​ຫຼາຍ​ເຊິ່ງ​ຊ່ວຍ​ລາວ​ໃຫ້​ຕັດສິນ​ໃຈ​ເລີ່ມ​ຮັບໃຊ້​ເຕັມ​ເວລາ. ໃນ​ໄລຍະ 40 ປີ​ທີ່​ຜ່ານ​ມາ ໂອ​ລາບ​ກໍ​ໄດ້​ຮັບໃຊ້​ເປັນ​ມິດຊັນນາລີ​ຢູ່​ຫຼາຍ​ປະເທດ.

8. ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ເຖິງ​ວ່າ​ຄົນ​ອື່ນ​ຈະ​ບໍ່​ເຫັນ​ຄຸນຄ່າ​ໃນ​ຕອນ​ທຳອິດ? ໃຫ້​ຍົກ​ຕົວຢ່າງ.

8 ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ແປກ​ໜ້າ​ໃນ​ຫຼາຍ​ວິທີ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເຫັນ​ຄຸນຄ່າ​ໃນ​ຕອນ​ທຳອິດ. ຕົວຢ່າງ: ພີ່​ນ້ອງ​ຍິງ​ໃນ​ແອດສະປາຍ​ໄດ້​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຜູ້​ຍິງ​ຊື່​ເຈດສິກາ​ທີ່​ມາ​ຈາກ​ປະເທດ​ເອກົວເຕີ. ຄັ້ງ​ໜຶ່ງ​ໃນ​ລະຫວ່າງ​ທີ່​ສຶກສາ ເຈດສິກາ​ຮ້ອງໄຫ້​ບໍ່​ຢຸດ ພີ່​ນ້ອງ​ຍິງ​ຈຶ່ງ​ໄດ້​ຖາມ​ລາວ​ວ່າ​ເປັນ​ຫຍັງ​ຄື​ຮ້ອງໄຫ້. ເຈດສິກາ​ບອກ​ວ່າ ກ່ອນ​ທີ່​ລາວ​ຈະ​ມາ​ແອດສະປາຍ ລາວ​ທຸກ​ຍາກ​ຫຼາຍ ແລະ​ມື້​ໜຶ່ງ​ບໍ່​ມີ​ອາຫານ​ໃຫ້​ລູກ​ສາວ​ກິນ ມີ​ແຕ່​ນໍ້າ​ລ້າໆ. ເຈດສິກາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຕອນ​ທີ່​ເອົາ​ລູກ​ນອນ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ກໍ​ມາ​ຢາມ​ເຈດສິກາ ແລະ​ໃຫ້​ວາລະສານ​ກັບ​ລາວ ແຕ່​ເຈດສິກາ​ເຮັດ​ຫຍາບ​ຄາຍ​ຕໍ່​ເຂົາ​ເຈົ້າ​ແລະ​ຈີກ​ວາລະສານ​ແລ້ວ​ເວົ້າ​ວ່າ: “ນີ້​ຫວາ​ອາຫານ​ທີ່​ເຈົ້າ​ຢາກ​ໃຫ້​ຂ້ອຍ​ເອົາ​ໃຫ້​ລູກ​ກິນ?” ພີ່​ນ້ອງ​ພະຍາຍາມ​ເວົ້າ​ດີໆ​ກັບ​ລາວ ແຕ່​ລາວ​ກໍ​ບໍ່​ຟັງ. ຕໍ່​ມາ​ພີ່​ນ້ອງ​ກໍ​ໄດ້​ເອົາ​ກະຕ່າ​ທີ່​ມີ​ອາຫານ​ມາ​ປະ​ໄວ້​ໜ້າ​ບ້ານ​ຂອງ​ລາວ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ລາວ​ຮ້ອງໄຫ້​ເພາະ​ຮູ້​ວ່າ​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ແລ້ວ​ແຕ່​ລາວ​ບໍ່​ສົນ​ໃຈ​ເອງ. ຕອນ​ນີ້​ເຈດສິກາ​ໄດ້​ຕັ້ງ​ໃຈ​ແນ່ວ​ແນ່​ຮັບໃຊ້​ພະ​ເຢໂຫວາ. ເຫັນ​ໄດ້​ແຈ້ງ​ວ່າ ຄວາມ​ໃຈ​ກວ້າງ​ຂອງ​ພີ່​ນ້ອງ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແທ້ໆ.—ຜູ້​ເທສະໜາ​ປ່າວ​ປະກາດ 11:1, 6

ອາສາ​ສະໝັກ​ເຮັດ​ວຽກ​ໃນ​ອົງການ​ຂອງ​ພະ​ເຢໂຫວາ

9, 10. (ກ) ມີ​ໂອກາດ​ໃດ​ແດ່​ທີ່​ຊາວ​ອິດສະລາແອນ​ເປັນ​ອາສາ​ສະໝັກ​ໄດ້? (ຂ) ໃນ​ທຸກ​ມື້​ນີ້​ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ຊ່ວຍ​ວຽກ​ໃນ​ປະຊາຄົມ​ໄດ້?

9 ໃນ​ສະໄໝ​ກ່ອນ ຊາວ​ອິດສະລາແອນ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ເປັນ​ອາສາ​ສະໝັກ. (ອົບພະຍົບ 36:2; 1 ຂ່າວຄາວ 29:5; ເນເຫມີ 11:2) ທຸກ​ມື້​ນີ້ ເຈົ້າ​ກໍ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ເປັນ​ອາສາ​ສະໝັກ​ໄດ້​ໂດຍ​ໃຊ້​ເວລາ ວັດຖຸ​ສິ່ງ​ຂອງ ແລະ​ຄວາມ​ສາມາດ​ຂອງ​ເຈົ້າ​ເພື່ອ​ຊ່ວຍ​ເຫຼືອ​ພີ່​ນ້ອງ. ເມື່ອ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ແລະ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຈົ້າ​ຢ່າງ​ຫຼວງ​ຫຼາຍ.

10 ຄຳພີ​ໄບເບິນ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ໃນ​ປະຊາຄົມ​ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ​ໂດຍ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລະ​ຜູ້​ເຖົ້າ​ແກ່​ເພື່ອ​ຮັບໃຊ້​ຄົນ​ອື່ນ. (1 ຕີໂມເຕ 3:1, 8, 9; 1 ເປໂຕ 5:2, 3) ຄົນ​ເຫຼົ່າ​ນັ້ນ​ທີ່​ເຮັດ​ແບບ​ນີ້​ແມ່ນ​ຢາກ​ຊ່ວຍ​ຄົນ​ອື່ນ​ໃນ​ຫຼາຍໆ​ທາງ​ລວມ​ເຖິງ​ເລື່ອງ​ການ​ນະມັດສະການ​ນຳ. (ກິດຈະການ 6:1-4) ຜູ້​ເຖົ້າ​ແກ່​ເຄີຍ​ຂໍ​ໃຫ້​ເຈົ້າ​ຊ່ວຍ​ວຽກ​ບໍ ເຊັ່ນ: ຕ້ອນຮັບ ສັບພະ​ໜັງສື ເຂດ​ປະກາດ ການ​ບຳລຸງ​ຮັກສາ ຫຼື​ເລື່ອງ​ອື່ນໆ? ພີ່​ນ້ອງ​ທີ່​ຊ່ວຍ​ໃນ​ເລື່ອງ​ຕ່າງໆ​ນີ້​ເວົ້າ​ຄື​ກັນ​ວ່າ​ເຂົາ​ເຈົ້າ​ມີ​ສຸກ​ຫຼາຍ​ແທ້ໆ.

ຄົນ​ທີ່​ອາສາ​ສະໝັກ​ເຮັດ​ວຽກ​ໂຄງການ​ຂອງ​ອົງການ​ຈະ​ມີ​ໝູ່​ໃໝ່ໆ​ສະເໝີ (ເບິ່ງ​ຂໍ້ 11)

11. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ທີ່​ໄດ້​ເຮັດ​ວຽກ​ໂຄງການ​ກໍ່​ສ້າງ?

11 ຫາຍ​ເທື່ອ​ຄົນ​ທີ່​ອາສາ​ສະໝັກ​ເຮັດ​ວຽກ​ໂຄງການ​ກໍ່​ສ້າງ​ກໍ​ຈະ​ມີ​ໝູ່​ໃໝ່​ເພີ່ມ​ຂຶ້ນ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ມາ​ຈີ້​ເຮັດ​ວຽກ​ໃນ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ​ມາ​ໄດ້ 18 ປີ. ໃນ​ໂຄງການ​ນີ້​ລາວ​ໃຫ້​ຄວາມ​ສົນ​ໃຈ​ພີ່​ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ​ແລະ​ຊ່ວຍ​ຝຶກ​ເຂົາ​ເຈົ້າ. ລາວ​ບອກ​ວ່າ​ມັນ​ເປັນ​ວິທີ​ທີ່​ດີ​ຫຼາຍ​ຕໍ່​ຜູ້​ເຮັດ​ວຽກ​ອາສາ​ສະໝັກ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ. (ໂລມ 1:12) ທີ່​ຈິງ ເມື່ອ​ລາວ​ເຈິ​ສະພາບການ​ທີ່​ຍາກ​ໃນ​ຊີວິດ​ໝູ່​ທີ່​ເຮັດ​ວຽກ​ໃນ​ໂຄງການ​ນີ້​ກໍ​ຈະ​ໃຫ້​ກຳລັງ​ໃຈ​ລາວ. ເຈົ້າ​ເຄີຍ​ອາສາ​ສະໝັກ​ໃນ​ໂຄງການ​ກໍ່​ສ້າງ​ບໍ? ເຈົ້າ​ສາມາດ​ເຮັດ​ວຽກ​ໃນ​ໂຄງການ​ນີ້​ໄດ້ ເຖິງ​ວ່າ​ຈະ​ບໍ່​ມີ​ຄວາມ​ຊຳນານ​ສະເພາະ​ທາງ​ກໍ​ຕາມ.

12. ເຈົ້າ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຫຼັງ​ຈາກ​ເກີດ​ໄພ​ພິບັດ​ໂດຍ​ວິທີ​ໃດ?

12 ເຮົາ​ຍັງ​ສາມາດ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໄດ້​ໂດຍ​ການ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ຫຼັງ​ເກີດ​ໄພ​ທຳມະຊາດ. ຕົວຢ່າງ: ເຮົາ​ສາມາດ​ບໍລິຈາກ​ເງິນ. (ໂຢຮັນ 13:34, 35; ກິດຈະການ 11:27-30) ວິທີ​ອື່ນໆ​ອີກ​ທີ່​ເຮົາ​ຊ່ວຍ​ໄດ້​ຄື​ການ​ເຮັດ​ອະນາໄມ​ຫຼື​ການ​ສ້ອມ​ແປງ​ອາຄານ​ຫຼັງ​ຈາກ​ເກີດ​ໄພ​ທຳມະຊາດ. ພີ່​ນ້ອງ​ຍິງ​ຊື່​ກາ​ເບຍ​ລາ​ເຊິ່ງ​ເປັນ​ຄົນ​ໂປໂລຍ ບ້ານ​ຂອງ​ລາວ​ເສຍຫາຍ​ໜັກ​ຫຼາຍ​ຍ້ອນ​ນໍ້າ​ຖ້ວມ ແຕ່​ລາວ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ພີ່​ນ້ອງ​ຈາກ​ປະຊາຄົມ​ໃກ້ໆ​ມາ​ຊ່ວຍ​ລາວ. ເມື່ອ​ລາວ​ຄິດ​ເຖິງ​ປະສົບການ​ນີ້ ລາວ​ບອກ​ວ່າ​ລາວ​ບໍ່​ໄດ້​ກັງວົນ​ກັບ​ວັດຖຸ​ສິ່ງ​ຂອງ​ທີ່​ເສຍ​ໄປ ກົງ​ກັນ​ຂ້າມ ລາວ​ສົນ​ໃຈ​ສິ່ງ​ທີ່​ໄດ້​ຮັບ. ລາວ​ບອກ​ວ່າ: “ປະສົບການ​ນີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ຄລິດສະຕຽນ​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່ ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຄວາມ​ຍິນດີ​ແທ້ໆ.” ຫຼາຍ​ຄົນ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຫຼັງ​ຈາກ​ເກີດ​ໄພ​ທຳມະຊາດ​ກໍ​ເວົ້າ​ວ່າ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ຜູ້​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ກໍ​ຊ່ວຍ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.—ອ່ານ​ກິດຈະການ 20:35; 2 ໂກລິນໂທ 9:6, 7

13. ວຽກ​ອາສາສະໝັກ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ສະເຕຟານີ ແລະ​ຜູ້​ປະກາດ​ຄົນ​ອື່ນໆ​ໃນ​ເຂດ​ຂອງ​ລາວ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໂດຍ​ຊ່ວຍ​ພະຍານ​ພະ​ເຢໂຫວາ​ທີ່​ໜີ​ມາ​ຢູ່​ສະຫະລັດ​ເອເມຣິກາ​ຍ້ອນ​ເກີດ​ສົງຄາມ​ໃນ​ປະເທດ​ຂອງ​ເຂົາ​ເຈົ້າ. ສະເຕຟານີ​ກັບ​ຜູ້​ປະກາດ​ຄົນ​ອື່ນໆ​ຊ່ວຍ​ຫາ​ເຮືອນ​ແລະ​ເຟີນິເຈີ​ໃຫ້​ພີ່​ນ້ອງ​ທີ່​ອົບພະຍົບ​ເຫຼົ່າ​ນັ້ນ. ລາວ​ບອກ​ວ່າ: “ເຂົາ​ເຈົ້າ​ດີ​ໃຈ​ແລະ​ຮູ້​ຄຸນຄ່າ​ຫຼາຍ​ທີ່​ໄດ້​ປະສົບ​ຄວາມ​ຮັກ​ຂອງ​ພີ່​ນ້ອງ​ຈາກ​ທົ່ວ​ໂລກ ພວກ​ເຮົາ​ກໍ​ມີ​ຄວາມ​ສຸກ​ຄື​ກັນ. ຫຼາຍ​ຄອບຄົວ​ຄິດ​ວ່າ​ພວກ​ເຮົາ​ຊ່ວຍ​ເຂົາ​ເຈົ້າ ແຕ່​ແທ້ໆ​ແລ້ວ​ເຂົາ​ເຈົ້າ​ຕ່າງ​ຫາກ​ທີ່​ຊ່ວຍ​ພວກ​ເຮົາ​ຫຼາຍ. ແຮ່ງ​ເຮົາ​ເຫັນ​ຄວາມ​ຮັກ ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ ຄວາມ​ເຊື່ອ​ແລະ​ການ​ໝາຍ​ເພິ່ງ​ພະ​ເຢໂຫວາ ມັນ​ກໍ​ແຮ່ງ​ເຮັດ​ໃຫ້​ເຮົາ​ຮັກ​ພະອົງ ແລະ​ເຫັນ​ຄຸນຄ່າ​ຫຼາຍ​ແທ້ໆ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອົງການ​ເຮັດ​ເພື່ອ​ເຮົາ.”

ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

14, 15. (ກ) ຜູ້​ພະຍາກອນ​ເອຊາອີ​ມີ​ຄວາມ​ຄິດ​ແນວ​ໃດ? (ຂ) ຄລິດສະຕຽນ​ຈະ​ມີ​ຄວາມ​ຄິດ​ຄື​ກັບ​ລາວ​ໄດ້​ແນວ​ໃດ?

14 ເຈົ້າ​ຢາກ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ບໍ? ເຈົ້າ​ເຕັມ​ໃຈ​ຍ້າຍ​ໄປ​ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ບໍ? ແນ່ນອນ​ວ່າ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ຍ້າຍ​ໄປ​ໄກໆ​ເພື່ອ​ໃຫ້​ເຫັນ​ວ່າ​ເປັນ​ຄົນ​ໃຈ​ກວ້າງ. ແຕ່​ກໍ​ມີ​ພີ່​ນ້ອງ​ບາງ​ຄົນ​ເຮັດ​ໄດ້ ເຂົາ​ເຈົ້າ​ເຕັມ​ໃຈ​ຄື​ກັນ​ກັບ​ຜູ້​ພະຍາກອນ​ເອຊາອີ. ເມື່ອ​ພະ​ເຢໂຫວາ​ຖາມ​ວ່າ: “ເຮົາ​ຈະ​ໃຊ້​ຜູ້​ໃດ​ໄປ​ແລະ​ໃຜ​ຈະ​ໄປ​ແທນ​ໝວດ​ເຮົາ?” ເອຊາອີ​ກໍ​ຕອບ​ວ່າ: “ຂ້າ​ນ້ອຍ​ຢູ່​ທີ່​ນີ້ ເຊີນ​ພະອົງ​ໃຊ້​ຂ້າ​ນ້ອຍ​ໄປ.” (ເອຊາອີ 6:8) ເຈົ້າ​ເຕັມ​ໃຈ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ອົງການ​ຂອງ​ພະ​ເຢໂຫວາ​ບໍ? ມີ​ບາງ​ວິທີ​ໃດ​ແດ່​ທີ່​ເຈົ້າ​ຊ່ວຍ​ໄດ້?

15 ພະ​ເຍຊູ​ເວົ້າ​ກ່ຽວ​ກັບ​ການ​ປະກາດ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ​ວ່າ: “ການ​ກ່ຽວ​ເຂົ້າ​ມີ​ມາກ​ຫຼາຍ​ແຕ່​ວ່າ​ຜູ້​ທຳ​ການ​ກໍ​ມີ​ໜ້ອຍ​ຄົນ. ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ອ້ອນ​ວອນ​ຂໍ​ເຊີນ​ພະອົງ​ເຈົ້າ​ແຫ່ງ​ການ​ກ່ຽວ​ເຂົ້າ​ນັ້ນ ເພື່ອ​ພະອົງ​ຈະ​ໃຊ້​ຄົນ​ທັງ​ຫຼາຍ​ໄປ​ທຳ​ການ​ໃນ​ການ​ກ່ຽວ​ເຂົ້າ​ແຫ່ງ​ພະອົງ​ເຖີ້ນ.” (ມັດທາຍ 9:37, 38) ເຈົ້າ​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ໄດ້​ບໍ? ຫຼື​ເຈົ້າ​ສາມາດ​ຊ່ວຍ​ບາງ​ຄົນ​ໃຫ້​ເປັນ​ໄພໂອເນຍ​ໄດ້​ບໍ? ພີ່​ນ້ອງ​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ການ​ເປັນ​ໄພໂອເນຍ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ເປັນ​ວິທີ​ທີ່​ດີ​ຫຼາຍ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ເພື່ອນ​ບ້ານ. ເຈົ້າ​ຄິດ​ເຖິງ​ວິທີ​ອື່ນ​ອີກ​ບໍ​ເພື່ອ​ເຈົ້າ​ຈະ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ? ຖ້າ​ເຮັດ​ໄດ້​ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ.

16, 17. ມີ​ວິທີ​ໃດ​ອີກ​ທີ່​ເຈົ້າ​ຈະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

16 ເຈົ້າ​ເຕັມ​ໃຈ​ຮັບໃຊ້​ໃນ​ເບເທນ​ຫຼື​ຊ່ວຍ​ໂຄງການ​ກໍ່​ສ້າງ​ຫຼື​ເປັນ​ອາສາ​ສະໝັກ​ຊົ່ວຄາວ​ທີ່​ເຮັດ​ວຽກ​ຈັກ​ມື້​ໜຶ່ງ​ຫຼື​ຫຼາຍ​ມື້​ຕໍ່​ອາທິດ​ໄດ້​ບໍ? ອົງການ​ຂອງ​ພະ​ເຢໂຫວາ​ຕ້ອງການ​ຄົນ​ທີ່​ເຕັມ​ໃຈ​ສະເໝີ​ທີ່​ຈະ​ຮັບໃຊ້​ບໍ່​ວ່າ​ຈະ​ໄປ​ບ່ອນ​ໃດ​ທີ່​ມີ​ຄວາມ​ຈຳເປັນ​ແລະ​ຄົນ​ທີ່​ຈະ​ເຮັດ​ຫຍັງ​ກໍ​ຕາມ​ທີ່​ຂໍ​ໃຫ້​ເຮັດ ເຖິງ​ວ່າ​ຈະ​ບໍ່​ເຄີຍ​ເຮັດ​ວຽກ​ແບບ​ນີ້​ມາ​ກ່ອນ. ພະ​ເຢໂຫວາ​ເຫັນ​ຄ່າ​ທຸກ​ຄົນ​ທີ່​ເຕັມ​ໃຈ​ເສຍ​ສະລະ​ແລະ​ຮັບໃຊ້​ບໍ່​ວ່າ​ບ່ອນ​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ຈຳເປັນ.—ຄຳເພງ 110:3

17 ເຈົ້າ​ຢາກ​ໄດ້​ຮັບ​ການ​ຝຶກ​ຝົນ​ຫຼາຍ​ຂຶ້ນ​ບໍ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ? ເຈົ້າ​ອາດ​ຕອບ​ຮັບ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ. ໂຮງ​ຮຽນ​ນີ້​ຝຶກ​ພີ່​ນ້ອງ​ໃຫ້​ພ້ອມ​ຮັບໃຊ້​ພະ​ເຢໂຫວາ​ແບບ​ເຕັມ​ເວລາ​ເຊິ່ງ​ອົງການ​ສາມາດ​ໃຊ້​ເຂົາ​ເຈົ້າ​ໄດ້​ຫຼາຍ​ຂຶ້ນ. ຄົນ​ທີ່​ເຂົ້າ​ໂຮງ​ຮຽນ​ນີ້​ຕ້ອງ​ເຕັມ​ໃຈ​ຮັບໃຊ້​ບໍ່​ວ່າ​ຈະ​ຖືກ​ສົ່ງ​ໄປ​ໃສ​ກໍ​ຕາມ. ເຈົ້າ​ເຕັມ​ໃຈ​ເຮັດ​ເພື່ອ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ດ້ວຍ​ວິທີ​ນີ້​ບໍ?—1 ໂກລິນໂທ 9:23

18. ມີ​ປະໂຫຍດ​ຫຍັງ​ແດ່​ເມື່ອ​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ທຸກ​ມື້?

18 ເນື່ອງ​ຈາກ​ເຮົາ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ເປັນ​ຄົນ​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ດີ ກະລຸນາ ແລະ​ສະແດງ​ຄວາມ​ຮັກ. ເຮົາ​ເປັນ​ຫ່ວງ​ຜູ້​ຄົນ​ທຸກ​ມື້ ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ ມີ​ສັນຕິສຸກ ແລະ​ມີ​ຄວາມ​ສຸກ. (ຄາລາຊີ 5:22, 23) ບໍ່​ວ່າ​ສະຖານະການ​ຂອງ​ເຈົ້າ​ຈະ​ເປັນ​ແນວ​ໃດ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຖ້າ​ເຈົ້າ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ​ແລະ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ມີ​ຄ່າ​ຂອງ​ພະອົງ!—ສຸພາສິດ 3:9, 10