ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເປັນ​ຫຍັງ​ຈຶ່ງ​ບໍ່​ອະນຸຍາດ​ໃຫ້​ໃຜ​ເອົາ​ສື່​ແລະ​ສິ່ງ​ພິມ​ຂອງ​ພະຍານ​ພະ​ເຢໂຫວາ​ລົງ​ໃນ​ເວັບໄຊ​ອື່ນ​ຫຼື​ສື່​ສັງຄົມ​ອອນ​ລາຍ?

ເນື່ອງ​ຈາກ​ເຮົາ​ເຮັດ​ສື່​ແລະ​ສິ່ງ​ພິມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃຫ້​ໃຜ​ກໍ​ໄດ້​ເຂົ້າ​ມາ​ເບິ່ງ​ແລະ​ອ່ານ​ໄດ້​ຟຣີໆ ບາງ​ຄົນ​ຈຶ່ງ​ຄິດ​ວ່າ​ການ​ກ໋ອບ​ປີ້​ແລະ​ການ​ລົງ​ສິ່ງ​ເຫຼົ່າ​ນີ້​ໃນ​ເວັບໄຊ​ອື່ນໆ​ຫຼື​ໃນ​ສື່​ສັງຄົມ​ອອນ​ລາຍ​ກໍ​ໜ້າ​ຈະ​ເຮັດ​ໄດ້. ແຕ່​ການ​ເຮັດ​ແບບ​ນີ້​ເປັນ​ການ​ລະເມີດ​ເງື່ອນ​ໄຂ​ການ​ນຳ​ໃຊ້ * (ເບິ່ງ​ໄຂ​ເງື່ອນ) ແລະ​ອາດ​ເຮັດ​ໃຫ້​ເກີດ​ບັນຫາ​ຮ້າຍແຮງ​ຕໍ່​ເວັບໄຊ​ຂອງ​ເຮົາ. ໃນ​ເງື່ອນ​ໄຂ​ການ​ນຳ​ໃຊ້​ນີ້​ບອກ​ຊັດເຈນ​ວ່າ​ບໍ່​ອະນຸຍາດ​ໃຫ້ “ເອົາ​ເນື້ອ​ໃນ​ຈາກ​ເວັບໄຊ​ນີ້​ບໍ່​ວ່າ​ຈະ​ເປັນ​ພາບ ສິ່ງ​ພິມ​ທີ່​ເປັນ​ໄຟລ​ເອເລັກໂຕຣນິກ ເຄື່ອງ​ໝາຍ​ການ​ຄ້າ ຮູບ​ພາບ ວິດີໂອ ຫຼື​ບົດ​ຄວາມ​ລົງ​ໃນ​ອິນເຕີເນັດ (ບໍ່​ວ່າ​ຈະ​ເປັນ​ເວັບໄຊ ເວັບ​ແຊ​ໄຟລ​ແລະ​ວິດີໂອ ຫຼື​ທາງ​ສື່​ສັງຄົມ​ອອນ​ລາຍ).” ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ກົດ​ລະບຽບ​ເຫຼົ່າ​ນີ້?

ທຸກ​ຢ່າງ​ໃນ​ເວັບໄຊ​ຂອງ​ເຮົາ​ມີ​ລິຂະສິດ​ເຊິ່ງ​ໝາຍ​ຄວາມ​ວ່າ​ຖືກ​ຄຸ້ມຄອງ​ດ້ວຍ​ກົດ​ໝາຍ. ນີ້​ເປັນ​ເລື່ອງ​ສຳຄັນ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ເອົາ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ. ຄົນ​ທີ່​ທໍລະຍົດ​ພະເຈົ້າ​ແລະ​ຄົນ​ທີ່​ຕໍ່​ຕ້ານ​ອົງການ​ພະຍາຍາມ​ເອົາ​ສື່​ແລະ​ສິ່ງ​ພິມ​ຂອງ​ເຮົາ​ໄປ​ໃສ່​ໃນ​ເວັບໄຊ​ຂອງ​ເຂົາ​ເຈົ້າ​ເພື່ອ​ຫຼອກ​ລວງ​ພະຍານ​ພະ​ເຢໂຫວາ​ແລະ​ຄົນ​ອື່ນໆ. ເວັບໄຊ​ຂອງ​ເຂົາ​ເຈົ້າ​ອອກ​ແບບ​ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ເຂົ້າ​ໄປ​ອ່ານ​ເກີດ​ຄວາມ​ສົງໄສ​ໃນ​ໃຈ. (ຄຳເພງ 26:4; ສຸພາສິດ 22:5) ແລະ​ບາງ​ຄົນ​ໄດ້​ໃຊ້​ເນື້ອ​ໃນ​ຈາກ​ສິ່ງ​ພິມ ຫຼື​ໂລ​ໂກ້ jw.org ລົງ​ໂຄສະນາ ສິນ​ຄ້າ ແລະ​ແອບ​ໃນ​ມື​ຖື. ເນື່ອງ​ຈາກ​ເຮົາ​ຈົດ​ລິຂະສິດ​ແລະ​ເຄື່ອງ​ໝາຍ​ການ​ຄ້າ​ໄວ້ ເຮົາ​ຈຶ່ງ​ມີ​ສິດ​ຕາມ​ກົດ​ໝາຍ​ທີ່​ຈະ​ຫ້າມ​ການ​ໃຊ້​ງານ​ທີ່​ບໍ່​ເໝາະ​ສົມ. (ສຸພາສິດ 27:12) ແຕ່​ຖ້າ​ເຮົາ​ຍອມ​ໃຫ້​ບາງ​ຄົນ​ຫຼື​ແມ່ນ​ແຕ່​ພີ່​ນ້ອງ​ຂອງ​ເຮົາ​ເອົາ​ເນື້ອ​ໃນ​ລົງ​ໃນ​ເວັບໄຊ​ອື່ນໆ ຫຼື​ໃຊ້​ໂລ​ໂກ້ jw.org ເພື່ອ​ຂາຍ​ສິນ​ຄ້າ ສານ​ກໍ​ອາດ​ຈະ​ບໍ່​ຟັງ​ເມື່ອ​ເຮົາ​ຟ້ອງ​ຮ້ອງ.

ຖ້າ​ເຮົາ​ດາວ​ໂຫຼດ​ສິ່ງ​ພິມ​ຈາກ​ເວັບໄຊ​ອື່ນ​ທີ່​ບໍ່​ແມ່ນ​ເວັບໄຊ jw.org ກໍ​ອາດ​ເປັນ​ອັນຕະລາຍ. ພະ​ເຢໂຫວາ​ໃຫ້ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ເທົ່າ​ນັ້ນ​ຈັດ​ກຽມ​ອາຫານ​ຕາມ​ເວລາ​ໃຫ້​ພວກ​ເຮົາ. (ມັດທາຍ 24:45, ລ.ມ.) “ທາດ” ແຈກ​ຈ່າຍ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ໃຫ້​ເຮົາ​ທາງ​ເວັບໄຊ​ທາງ​ການ​ພຽງ 3 ເວັບ​ນີ້​ເທົ່າ​ນັ້ນ​ຄື: www.jw.org, tv.jw.org ແລະ wol.jw.org. ນອກ​ຈາກ​ນັ້ນ ເຮົາ​ຍັງ​ມີ​ແອັບພລິເຄເຊິນ​ທາງ​ການ​ພຽງ 3 ແອັບ​ເທົ່າ​ນັ້ນ​ຄື JW Language®, JW Library® ແລະ JW Library Sign Language®. ໂດຍ​ທາງ​ເວັບໄຊ​ແລະ​ແອັບ​ເຫຼົ່າ​ນີ້ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຈະ​ບໍ່​ເຈິ​ໂຄສະນາ​ຫຼື​ສິ່ງ​ທີ່​ຫຼອກ​ລວງ​ຈາກ​ໂລກ​ຂອງ​ຊາຕານ. ແຕ່​ຖ້າ​ເຮົາ​ຮັບ​ເອົາ​ສື່​ແລະ​ສິ່ງ​ພິມ​ຂອງ​ເຮົາ​ຈາກ​ເວັບໄຊ​ຫຼື​ແອັບ​ອື່ນໆ​ກໍ​ບໍ່​ຮັບປະກັນ​ວ່າ​ຂໍ້​ມູນ​ເຫຼົ່າ​ນັ້ນ​ຈະ​ຖືກ​ດັດ​ແປງ​ໃໝ່​ຫຼື​ບໍ່.—ຄຳເພງ 18:26; 19:8

ນອກ​ຈາກ​ນັ້ນ ຖ້າ​ເຮົາ​ເອົາ​ສື່​ແລະ​ສິ່ງ​ພິມ​ລົງ​ໃນ​ເວັບໄຊ​ທີ່​ຜູ້​ຄົນ​ຈະ​ສະແດງ​ຄວາມ​ເຫັນ​ໄດ້ ນີ້​ກໍ​ເປີດ​ໂອກາດ​ໃຫ້​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ແລະ​ຄົນ​ທີ່​ມັກ​ວິຈານ​ເຂົ້າ​ມາ​ສ້າງ​ຄວາມ​ສົງໄສ​ຕໍ່​ອົງການ​ພະ​ເຢໂຫວາ. ພີ່​ນ້ອງ​ບາງ​ຄົນ​ຖືກ​ລໍ້​ໃຈ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ຖຽງ​ກັບ​ເຂົາ​ເຈົ້າ ເຊິ່ງ​ຈະ​ເຮັດ​ໃຫ້​ຊື່ສຽງ​ຂອງ​ພະ​ເຢໂຫວາ​ເສຍຫາຍ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ຫ້ອງ​ສົນທະນາ​ໃນ​ອິນເຕີເນັດ​ບໍ່​ແມ່ນ​ບ່ອນ​ເໝາະ​ສົມ​ທີ່​ຈະ​ແກ້ໄຂ​ຄວາມ​ຄິດ​ຂອງ​ຄົນ ແລະ​ຊ່ວຍ​ເຂົາ​ເຈົ້າ​ຮູ້ຈັກ​ຄວາມ​ຈິງ. (1 ຕີໂມເຕ 6:3-5; 2 ຕີໂມເຕ 2:23-25) ນອກ​ຈາກ​ນັ້ນ ບາງ​ຄົນ​ຍັງ​ໄດ້​ສ້າງ​ບັນຊີ​ຜູ້​ໃຊ້​ປອມ​ໃນ​ເວັບໄຊ​ຕ່າງໆ​ແລະ​ສື່​ສັງຄົມ​ອອນ​ລາຍ​ໂດຍ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ມາ​ຈາກ​ອົງການ ຫຼື​ຈາກ​ຄະນະ​ກຳມະການ​ປົກຄອງ. ແຕ່​ທີ່​ຈິງ ບໍ່​ມີ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ຄົນ​ໃດ​ມີ​ໜ້າ​ເວັບ​ເປັນ​ຂອງ​ຕົວ​ເອງ​ຫຼື​ບັນຊີ​ຜູ້​ໃຊ້​ໃນ​ສື່​ສັງຄົມ​ອອນ​ລາຍ.

ເມື່ອ​ເຮົາ​ແນະນຳ​ເວັບໄຊ jw.org ກັບ​ຜູ້​ຄົນ​ໂດຍ​ກົງ ເຮົາ​ກໍ​ສະໜັບສະໜູນ​ວຽກ​ປະກາດ “ຂ່າວ​ດີ.” (ມັດທາຍ 24:14, ລ.ມ.) ເວັບໄຊ​ແລະ​ແອັບ​ຂອງ​ເຮົາ​ກຳລັງ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ເຮົາ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ເຫຼົ່າ​ນີ້. ດັ່ງ​ນັ້ນ ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ສາມາດ​ກ໋ອບ​ປີ້​ສື່​ແລະ​ສິ່ງ​ພິມ​ຫຼື​ສົ່ງ​ລິ້ງ​ໃນ​ເວັບໄຊ​ຂອງ​ເຮົາ​ໃຫ້​ຄົນ​ອື່ນ​ໄດ້. ໂດຍ​ວິທີ​ນີ້ ເຮົາ​ຈຶ່ງ​ຊ່ວຍ​ຜູ້​ຄົນ​ໃຫ້​ເຫັນ​ວ່າ​ແຫຼ່ງ​ດຽວ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ແຈກ​ຈ່າຍ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ຄື​ຜ່ານ​ທາງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.”

^ ຂໍ້ 1 ລິ້ງ “ເງື່ອນ​ໄຂ​ການ​ນຳ​ໃຊ້” ຈະ​ຢູ່​ທາງ​ລຸ່ມ​ຂອງ​ໜ້າ​ຫຼັກ​ເວັບໄຊ jw.org ແລະ​ຂໍ້​ຫ້າມ​ນີ້​ໃຊ້​ກັບ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເວັບໄຊ​ຂອງ​ເຮົາ.