ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 16

ປົກ​ປ້ອງ​ຄວາມ​ຈິງ​ໃນ​ເລື່ອງ​ຄວາມ​ຕາຍ

ປົກ​ປ້ອງ​ຄວາມ​ຈິງ​ໃນ​ເລື່ອງ​ຄວາມ​ຕາຍ

“ເຮົາ​ແຍກ​ອອກ​ວ່າ​ຖ້ອຍຄຳ​ທີ່​ເບິ່ງ​ຄື​ມາ​ຈາກ​ພະເຈົ້າ​ນັ້ນ​ເປັນ​ຄວາມ​ຈິງ​ຫຼື​ເປັນ​ເລື່ອງ​ຫຼອກ​ລວງ.”—1 ໂຢ. 4:6, ລ.ມ.

ເພງ 73 ຂໍ​ຊ່ວຍ​ໃຫ້​ເຮົາ​ກ້າຫານ

ໃຈ​ຄວາມ​ສຳຄັນ *

ແທນ​ທີ່​ຈະ​ເຮັດ​ຕາມ​ທຳນຽມ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ ເຮົາ​ຄວນ​ປອບ​ໃຈ​ຍາດ​ພີ່​ນ້ອງ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ (ເບິ່ງ​ຂໍ້ 1-2) *

1-2. (ກ) ຊາຕານ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ຫຼອກ​ລວງ​ຜູ້​ຄົນ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ຊາຕານ “ພໍ່​ແຫ່ງ​ຄວາມ​ຕົວະ” ໄດ້​ຫຼອກ​ລວງ​ຜູ້​ຄົນ​ຕັ້ງ​ແຕ່​ສະໄໝ​ອາດາມ​ແລະ​ເອວາ. (ໂຢ. 8:44) ຄຳ​ຕົວະ​ບາງ​ຢ່າງ​ທີ່​ມັນ​ໃຊ້​ແມ່ນ​ຄຳ​ສອນ​ຕົວະ​ເລື່ອງ​ຄວາມ​ຕາຍ​ແລະ​ຊີວິດ​ຫຼັງ​ຈາກ​ຕາຍ. ຄຳ​ສອນ​ເຫຼົ່າ​ນັ້ນ​ເປັນ​ພື້ນຖານ​ຄວາມ​ເຊື່ອ​ເລື່ອງ​ໂຊກ​ລາງ​ແລະ​ຫຼາຍ​ທຳນຽມ. ຜົນ​ກໍ​ຄື ເມື່ອ​ຄົນ​ໃນ​ຄອບຄົວ​ຫຼື​ຄົນ​ຢູ່​ແຖວ​ບ້ານ​ຕາຍ ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ຈຶ່ງ​ຕ້ອງ “ຕໍ່​ສູ້​ຢ່າງ​ໜັກ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ.”—ຢູເດ 3, ລ.ມ.

2 ຖ້າ​ເຈົ້າ​ເຈິ​ການ​ທົດ​ສອບ​ແບບ​ນັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ໃນ​ເລື່ອງ​ຄວາມ​ຕາຍ? (ເອເຟ. 6:11) ເຈົ້າ​ຈະ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ອາດ​ຖືກ​ກົດ​ດັນ​ໃຫ້​ເຮັດ​ຕາມ​ທຳນຽມ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ​ໄດ້​ແນວ​ໃດ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ. ແຕ່​ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຕາຍ.

ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ

3. ການ​ຕົວະ​ຄັ້ງ​ທຳອິດ​ເຮັດ​ໃຫ້​ເກີດ​ຜົນ​ແນວ​ໃດ?

3 ພະເຈົ້າ​ບໍ່​ໄດ້​ຢາກ​ໃຫ້​ອາດາມ​ແລະ​ເອວາ​ຕາຍ ແຕ່​ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໂດຍ​ເຊື່ອ​ຟັງ​ຄຳ​ສັ່ງ​ງ່າຍໆທີ່​ວ່າ: “ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.” (ຕົ້ນ. 2:16, 17) ຕໍ່​ມາ ຊາຕານ​ກໍ​ເຮັດ​ໃຫ້​ເກີດ​ບັນຫາ​ຕ່າງໆຂຶ້ນ ມັນ​ເວົ້າ​ກັບ​ເອວາ​ຜ່ານ​ທາງ​ງູ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ.” ແຕ່​ໜ້າ​ເສົ້າໃຈ​ທີ່​ເອວາ​ເຊື່ອ​ຄຳ​ຕົວະ​ນັ້ນ ແລະ​ກິນ​ໝາກ​ໄມ້ ແລ້ວ​ຜົວ​ຂອງ​ລາວ​ກໍ​ກິນ​ຄື​ກັນ. (ຕົ້ນ. 3:4, 6) ຍ້ອນ​ແນວ​ນັ້ນ​ມະນຸດ​ຈຶ່ງ​ມີ​ຄວາມ​ບາບ​ແລະ​ຄວາມ​ຕາຍ.—ໂລມ 5:12

4-5. ຊາຕານ​ຍັງ​ຫຼອກ​ລວງ​ມະນຸດ​ແນວ​ໃດ​ອີກ?

4 ອາດາມ​ແລະ​ເອວາ​ຕາຍ​ແທ້ໆຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ. ແຕ່​ຊາຕານ​ກໍ​ຍັງ​ບໍ່​ເຊົາ​ຕົວະ​ກ່ຽວ​ກັບ​ເລື່ອງ​ຄວາມ​ຕາຍ. ຕໍ່​ມາ​ມັນ​ເລີ່ມ​ຕົວະ​ເລື່ອງ​ອື່ນໆນຳ. ເລື່ອງ​ໜຶ່ງ​ແມ່ນ​ຄຳ​ສອນ​ທີ່​ວ່າ​ເມື່ອ​ຄົນ​ຕາຍ​ແລ້ວ​ກາຍ​ເປັນ​ວິນຍານ​ແລະ​ອາດ​ຈະ​ຢູ່​ໃນ​ໂລກ​ວິນຍານ. ເລື່ອງ​ຕົວະ​ທຳນອງ​ນີ້​ໄດ້​ຫຼອກ​ລວງ​ມະນຸດ​ນັບ​ບໍ່​ຖ້ວນ​ມາ​ຈົນ​ເຖິງ​ທຸກ​ມື້​ນີ້.—1 ຕີໂມ. 4:1

5 ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ຖືກ​ຫຼອກ​ລວງ? ເພາະ​ຊາຕານ​ຮູ້​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຕາຍ ມັນ​ຈຶ່ງ​ໃຊ້​ຂໍ້​ມູນ​ນີ້​ເພື່ອ​ຫຼອກ​ລວງ​ເຮົາ. ເນື່ອງ​ຈາກ​ເຮົາ​ຖືກ​ສ້າງ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ຈຶ່ງ​ບໍ່​ຢາກ​ຕາຍ. (ຜູ້ປ. 3:11) ເຮົາ​ຈຶ່ງ​ເບິ່ງ​ຄວາມ​ຕາຍ​ວ່າ​ເປັນ​ສັດຕູ.—1 ໂກ. 15:26

6-7. (ກ) ຊາຕານ​ປິດ​ບັງ​ຄວາມ​ຈິງ​ເລື່ອງ​ຄວາມ​ຕາຍ​ໄດ້​ສຳເລັດ​ບໍ? ຂໍ​ໃຫ້​ອະທິບາຍ. (ຂ) ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ​ຄວາມ​ຕາຍ​ເກີນ​ໄປ​ແນວ​ໃດ?

6 ເຖິງ​ວ່າ​ຊາຕານ​ຈະ​ພະຍາຍາມ​ເຕັມທີ ແຕ່​ມັນ​ກໍ​ບໍ່​ສາມາດ​ປິດ​ບັງ​ຄວາມ​ຈິງ​ເລື່ອງ​ຄວາມ​ຕາຍ​ໄດ້. ທີ່​ຈິງ ຕອນ​ນີ້​ມີ​ຜູ້​ຄົນ​ຫຼາຍ​ກວ່າ​ສະໄໝ​ກ່ອນ​ທີ່​ໄດ້​ຮູ້ຈັກ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເລື່ອງ​ຄວາມ​ຕາຍ​ແລະ​ຄວາມ​ຫວັງ​ສຳລັບ​ຄົນ​ທີ່​ຕາຍ. (ຜູ້ປ. 9:5, 10; ກິດ. 24:15) ຄວາມ​ຈິງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ແທ້ໆ ເຮັດ​ໃຫ້​ບໍ່​ສົງໄສ​ແລະ​ບໍ່​ຢ້ານ​ຄວາມ​ຕາຍ​ເກີນ​ໄປ. ຕົວຢ່າງ: ເຮົາ​ບໍ່​ຢ້ານ​ຄົນ​ຕາຍ​ແລະ​ບໍ່​ຢ້ານ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຄົນ​ຕາຍ. ເຮົາ​ຮູ້​ວ່າ​ຄົນ​ຕາຍ​ບໍ່​ມີ​ຊີວິດ​ຫຼື​ທຳ​ຮ້າຍ​ຄົນ​ອື່ນ​ບໍ່​ໄດ້ ເພາະ​ຄວາມ​ຕາຍ​ເປັນ​ຄື​ກັບ​ການ​ນອນ​ຫຼັບ​ສະໜິດ. (ໂຢ. 11:11-14) ເຮົາ​ຍັງ​ຮູ້​ອີກ​ວ່າ​ຄົນ​ຕາຍ​ບໍ່​ຮູ້​ເລື່ອງ​ວັນ​ເວລາ. ດັ່ງ​ນັ້ນ ຄົນ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ເຖິງ​ວ່າ​ຕາຍ​ໄປ​ຫຼາຍ​ຮ້ອຍ​ປີ ເຂົາ​ເຈົ້າ​ກໍ​ຈະ​ຮູ້ສຶກ​ວ່າ​ເວລາ​ທີ່​ຜ່ານ​ໄປ​ຄື​ກັບ​ພິບ​ຕາ​ດຽວ.

7 ເຈົ້າ​ເຫັນ​ດີ​ນຳ​ບໍ​ວ່າ​ຄວາມ​ຈິງ​ເລື່ອງ​ຄວາມ​ຕາຍ​ຈະ​ແຈ້ງ ເຂົ້າ​ໃຈ​ງ່າຍ​ແລະ​ສົມ​ເຫດ​ສົມ​ຜົນ? ມັນ​ຕ່າງ​ຈາກ​ຄຳ​ຕົວະ​ຂອງ​ຊາຕານ​ທີ່​ເຮັດ​ໃຫ້​ສັບສົນ​ຫຼາຍ​ແທ້ໆ! ນອກ​ຈາກ​ຈະ​ເຮັດ​ໃຫ້​ຄົນ​ເຂົ້າ​ໃຈ​ຜິດ​ແລ້ວ ຄຳ​ຕົວະ​ເຫຼົ່າ​ນັ້ນ​ຍັງ​ໃສ່​ຮ້າຍ​ພະ​ຜູ້​ສ້າງ​ນຳ​ອີກ. ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເສຍຫາຍ​ຕ່າງໆທີ່​ຊາຕານ​ກໍ່​ຂຶ້ນ ເຮົາ​ຈະ​ມາ​ພິຈາລະນາ​ຄຳຖາມ​ທີ່​ວ່າ: ຄຳ​ຕົວະ​ຂອງ​ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ແນວ​ໃດ? ຄຳ​ຕົວະ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ເຊື່ອ​ຄ່າໄຖ່​ຂອງ​ພະ​ຄລິດ​ແນວ​ໃດ? ຄຳ​ຕົວະ​ເຫຼົ່າ​ນັ້ນ​ແຮ່ງ​ເຮັດ​ໃຫ້​ມະນຸດ​ໂສກ​ເສົ້າ​ເສຍໃຈ​ແລະ​ທຸກ​ລຳບາກ​ຫຼາຍ​ຂຶ້ນ​ແນວ​ໃດ?

ຄຳ​ຕົວະ​ຂອງ​ຊາຕານ​ກໍ່​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ

8. ຕາມ​ທີ່​ບອກ​ໃນ​ເຢເຣມີ 19:5 ຄຳ​ຕົວະ​ຂອງ​ຊາຕານ​ເລື່ອງ​ຄວາມ​ຕາຍ​ໃສ່​ຮ້າຍ​ພະ​ເຢໂຫວາ​ແນວ​ໃດ?

8 ຄຳ​ຕົວະ​ຂອງ​ຊາຕານ​ເລື່ອງ​ຄວາມ​ຕາຍ​ໃສ່​ຮ້າຍ​ພະ​ເຢໂຫວາ. ຄຳ​ຕົວະ​ເຫຼົ່າ​ນັ້ນ​ລວມ​ເຖິງ​ຄຳ​ສອນ​ທີ່​ວ່າ​ຄົນ​ຕາຍ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ. ຄຳ​ສອນ​ແບບ​ນີ້​ໃສ່​ຮ້າຍ​ພະເຈົ້າ​ແທ້ໆ! ຍ້ອນ​ຫຍັງ? ຍ້ອນ​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ມີ​ນິດໄສ​ໃຈ​ຄໍ​ຄື​ກັບ​ຊາຕານ​ພະຍາມານ. (1 ໂຢ. 4:8) ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? ແລະ​ສຳຄັນ​ທີ່​ສຸດ ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ? ທີ່​ຈິງ ພະອົງ​ກຽດ​ຊັງ​ສິ່ງ​ທີ່​ໂຫດ​ຮ້າຍ​ທຸກ​ຮູບ​ແບບ.—ອ່ານ​ເຢເຣມີ 19:5

9. ເລື່ອງ​ຕົວະ​ຂອງ​ຊາຕານ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຄວາມ​ເຊື່ອ​ເລື່ອງ​ຄ່າໄຖ່​ຂອງ​ພະ​ຄລິດ​ທີ່​ບອກ​ໄວ້​ໃນ​ໂຢຮັນ 3:16 ແລະ 15:13?

9 ຄຳ​ຕົວະ​ຂອງ​ຊາຕານ​ເລື່ອງ​ຄວາມ​ຕາຍ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ຄລິດ. (ມັດ. 20:28) ຊາຕານ​ຍັງ​ຕົວະ​ວ່າ​ມະນຸດ​ມີ​ວິນຍານ​ອະມະຕະ. ຖ້າ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ​ກໍ​ມີ​ຊີວິດ​ຕະຫຼອດ​ໄປ​ແລ້ວ. ພະ​ຄລິດ​ກໍ​ບໍ່​ຕ້ອງ​ມາ​ສະລະ​ຊີວິດ​ມາ​ເປັນ​ຄ່າໄຖ່​ເພື່ອ​ເຮົາ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄ່າໄຖ່​ຂອງ​ພະ​ຄລິດ​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຕໍ່​ມະນຸດ. (ອ່ານ​ໂຢຮັນ 3:16; 15:13) ຂໍ​ໃຫ້​ນຶກ​ພາບ​ວ່າ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ຮູ້ສຶກ​ແນວ​ໃດ​ກັບ​ຄຳ​ສອນ​ທີ່​ເຮັດ​ໃຫ້​ຂອງ​ຂວັນ​ທີ່​ມີ​ຄ່າ​ນີ້​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ!

10. ຄຳ​ຕົວະ​ຂອງ​ຊາຕານ​ເລື່ອງ​ຄວາມ​ຕາຍ​ແຮ່ງ​ເຮັດ​ໃຫ້​ມະນຸດ​ໂສກ​ເສົ້າ​ເສຍໃຈ​ແລະ​ທຸກ​ລຳບາກ​ຫຼາຍ​ຂຶ້ນ​ແນວ​ໃດ?

10 ເລື່ອງ​ຕົວະ​ຂອງ​ຊາຕານ​ແຮ່ງ​ເຮັດ​ໃຫ້​ມະນຸດ​ໂສກ​ເສົ້າ​ເສຍໃຈ​ແລະ​ທຸກ​ລຳບາກ​ຫຼາຍ​ຂຶ້ນ. ພໍ່​ແມ່​ທີ່​ໂສກ​ເສົ້າ​ເສຍໃຈ​ຍ້ອນ​ລູກ​ຕາຍ​ອາດ​ໄດ້​ຍິນ​ບາງ​ຄົນ​ບອກ​ວ່າ​ພະເຈົ້າ​ຢາກ​ເອົາ​ລູກ​ເຈົ້າ​ໄປ​ຢູ່​ນຳ ຫຼື​ເອົາ​ໄປ​ເປັນ​ທູດ​ສະຫວັນ. ເລື່ອງ​ຕົວະ​ນີ້​ເຮັດ​ໃຫ້​ພໍ່​ແມ່​ໂສກ​ເສົ້າ​ໜ້ອຍ​ລົງ​ບໍ ຫຼື​ແຮ່ງ​ເພີ່ມ​ເຈັບ​ປວດ​ຫຼາຍ​ຂຶ້ນ? ຄຳ​ສອນ​ຕົວະ​ເລື່ອງ​ໄຟ​ນາລົກ​ຖືກ​ນຳ​ມາ​ໃຊ້​ເພື່ອ​ທໍລະມານ ເຊັ່ນ ເຜົາ​ຄົນ​ທີ່​ຕໍ່​ຕ້ານ​ຄຳ​ສອນ​ຂອງ​ໂບດ​ເທິງ​ເສົາ. ຕາມ​ທີ່​ບອກ​ໄວ້​ໃນ​ປຶ້ມ​ກ່ຽວ​ກັບ​ສານ​ສາສະໜາ​ຂອງ​ແອັດສະປາຍ ບາງ​ຄົນ​ທີ່​ເຮັດ​ໜ້າ​ທີ່​ທໍລະມານ​ອາດ​ເຊື່ອ​ວ່າ ລາວ​ພຽງ​ແຕ່​ໃຫ້​ຄົນ​ທີ່​ບໍ່​ເຊື່ອ​ຄຳ​ສອນ​ຂອງ​ຄລິດຕະຈັກ​ກາໂຕລິກ “ໄດ້​ຊີມ​ເບິ່ງ​ວ່າ​ການ​ຖືກ​ທໍລະມານ​ໃນ​ໄຟ​ນາລົກ​ເປັນ​ແນວ​ໃດ” ເພື່ອ​ຄົນ​ນັ້ນ​ຈະ​ກັບ​ໃຈ​ກ່ອນ​ຕາຍ​ແລະ​ບໍ່​ຕ້ອງ​ຖືກ​ທໍລະມານ​ໃນ​ໄຟ​ນາລົກ. ໃນ​ຫຼາຍ​ປະເທດ​ຜູ້​ຄົນ​ຮູ້ສຶກ​ວ່າ​ຕ້ອງ​ຂາບ​ໄຫວ້ ສະແດງ​ຄວາມ​ນັບຖື ຫຼື​ຂໍ​ພອນ​ຈາກ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ. ສ່ວນ​ບາງ​ຄົນ​ຢາກ​ເຮັດ​ໃຫ້​ຜີ​ບັນພະບຸລຸດ​ພໍ​ໃຈ​ເພື່ອ​ຈະ​ບໍ່​ຖືກ​ຜີ​ບັນພະບຸລຸດ​ກວນ​ຫຼື​ທຳ​ຮ້າຍ. ຄວາມ​ເຊື່ອ​ເຫຼົ່າ​ນີ້​ທີ່​ເປັນ​ຄຳ​ຕົວະ​ຂອງ​ຊາຕານ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ແທ້ໆ ແຕ່​ເຮັດ​ໃຫ້​ຮູ້ສຶກ​ກັງວົນ​ຫຼື​ຢ້ານ​ຊ້ຳ.

ເຮົາ​ຈະ​ປົກ​ປ້ອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ?

11. ຍາດ​ພີ່​ນ້ອງ​ຫຼື​ໝູ່​ເພື່ອນ​ທີ່​ຫວັງ​ດີ​ອາດ​ພະຍາຍາມ​ກົດ​ດັນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແນວ​ໃດ?

11 ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ພະ​ຄຳ​ຂອງ​ພະອົງ​ເຮັດ​ໃຫ້​ເຮົາ​ເຊື່ອ​ຟັງ​ພະອົງ​ຫຼາຍ​ຂຶ້ນ ແມ່ນ​ແຕ່​ຕອນ​ທີ່​ຍາດ​ພີ່​ນ້ອງ​ຫຼື​ໝູ່​ເພື່ອນ​ທີ່​ຫວັງ​ດີ​ພະຍາຍາມ​ກົດ​ດັນ​ເຮົາ​ໃຫ້​ເຮັດ​ພິທີ​ກຳ​ງານ​ສົບ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ອາດ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ອັບອາຍ​ຖ້າ​ເຮົາ​ບໍ່​ເຮັດ​ນຳ ເຊັ່ນ ເຂົາ​ເຈົ້າ​ອາດ​ເວົ້າ​ວ່າ​ເຮົາ​ບໍ່​ຮັກ​ບໍ່​ນັບຖື​ຄົນ​ຕາຍ ຫຼື​ອາດ​ເວົ້າ​ວ່າ​ເຮົາ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ຄົນ​ຕາຍ​ມາ​ທຳ​ຮ້າຍ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ບໍ່​ວິທີ​ໃດ​ກໍ​ວິທີ​ໜຶ່ງ. ເຮົາ​ຈະ​ປົກ​ປ້ອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ຈະ​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ຕໍ່​ໄປ​ນີ້​ແນວ​ໃດ.

12. ມີ​ຄວາມ​ເຊື່ອ​ແລະ​ທຳນຽມ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຕາຍ​ທີ່​ຂັດ​ກັບ​ຫຼັກ​ການ​ຄຳພີ​ໄບເບິນ?

12 ໃຫ້ “ຢູ່​ຕ່າງ​ຫາກ” ຈາກ​ຄວາມ​ເຊື່ອ​ແລະ​ທຳນຽມ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. (2 ໂກ. 6:17) ປະເທດ​ໜຶ່ງ​ໃນ​ເຂດ​ຄາຣິບຽນ ຫຼາຍ​ຄົນ​ເຊື່ອ​ວ່າ​ຫຼັງ​ຈາກ​ຄົນ​ໜຶ່ງ​ຕາຍ “ວິນຍານ” ຂອງ​ລາວ​ຈະ​ວົນ​ວຽນ​ຢູ່​ແລະ​ຈະ​ແກ້ແຄ້ນ​ຄົນ​ທີ່​ເຮັດ​ບໍ່​ດີ​ກັບ​ລາວ. ປຶ້ມ​ຫົວ​ໜຶ່ງ​ບອກ​ວ່າ “ວິນຍານ” ອາດ​ເຖິງ​ກັບ “ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ໝົດ​ຄຸ້ມ​ບ້ານ.” ບາງ​ປະເທດ​ໃນ​ອາຝຼິກກາ​ມີ​ທຳນຽມ​ທີ່​ຈະ​ຕ້ອງ​ເອົາ​ຜ້າ​ມາ​ປົກ​ແວ່ນ​ໃນ​ເຮືອນ​ຂອງ​ຄົນ​ຕາຍ​ແລະ​ປິ່ນ​ຮູບ​ເຂົ້າ​ຝາ. ຍ້ອນ​ຫຍັງ? ຍ້ອນ​ເຊື່ອ​ວ່າ​ຄົນ​ຕາຍ​ຈະ​ບໍ່​ຕ້ອງ​ເຫັນ​ຕົວ​ເອງ. ແຕ່​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ ເຮົາ​ບໍ່​ເຊື່ອ​ແລະ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ພິທີ​ກຳ​ທີ່​ສົ່ງເສີມ​ຄຳ​ຕົວະ​ຂອງ​ຊາຕານ!—1 ໂກ. 10:21, 22

ການ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ຢ່າງ​ດີ​ແລະ​ການ​ລົມ​ກັນ​ຢ່າງ​ເຂົ້າ​ໃຈ​ກັບ​ຍາດ​ພີ່​ນ້ອງ​ທີ່​ຕ່າງ​ຄວາມ​ເຊື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຫຼີກ​ລ່ຽງ​ບັນຫາ (ເບິ່ງ​ຂໍ້ 13-14) *

13. ຕາມ​ທີ່​ບອກ​ໃນ​ຢາໂກໂບ 1:5 ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ທຳນຽມ​ບາງ​ຢ່າງ ເຈົ້າ​ຄວນ​ເຮັດ​ຫຍັງ?

13 ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ກັບ​ທຳນຽມ​ບາງ​ຢ່າງ ໃຫ້​ອະທິດຖານ​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ. (ອ່ານ​ຢາໂກໂບ 1:5) ຈາກ​ນັ້ນ​ກໍ​ໃຫ້​ຄົ້ນ​ຄວ້າ​ສັບພະ​ໜັງສື​ຕ່າງໆຂອງ​ອົງການ. ຖ້າ​ຈຳເປັນ ໃຫ້​ປຶກສາ​ກັບ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ເຈົ້າ. ເຂົາ​ເຈົ້າ​ຈະ​ບໍ່​ບອກ​ວ່າ​ເຈົ້າ​ຄວນ​ເຮັດ​ຫຍັງ ແຕ່​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ເຊັ່ນ: ຫຼັກ​ການ​ຕ່າງໆທີ່​ເຮົາ​ໄດ້​ພິຈາລະນາ​ໃນ​ນີ້. ເມື່ອ​ເຈົ້າ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້ ເຈົ້າ​ກໍ “ຝຶກ​ໃຊ້​ຄວາມ​ຄິດ” ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້ “ແຍກ​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.”—ເຫບ. 5:14, ລ.ມ.

14. ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ໄດ້​ແນວ​ໃດ?

14 “ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດ​ສະໝີ​ແກ່​ພະເຈົ້າ. ຢ່າ​ກະທຳ​ເຫດ​ໃຫ້ [ຄົນ​ອື່ນ] ຊູນ​ສະດຸດ.” (1 ໂກ. 10:31, 32) ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ຕາມ​ທຳນຽມ​ຫຼື​ປະເພນີ​ໃດ​ໜຶ່ງ ເຮົາ​ຍັງ​ຕ້ອງ​ຄິດ​ວ່າ​ມັນ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ ໂດຍ​ສະເພາະ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ເຮົາ​ບໍ່​ຢາກ​ໃຫ້​ໃຜ​ກໍ​ຕາມ​ຕ້ອງ​ສະດຸດ! (ມໂກ. 9:42) ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ຮູ້ສຶກ​ຂຸ່ນ​ເຄືອງ​ໃຈ. ຄວາມ​ຮັກ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເວົ້າ​ກັບ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ນັບຖື ເຊິ່ງ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. ແນ່ນອນ​ວ່າ​ເຮົາ​ບໍ່​ຢາກ​ຜິດ​ຖຽງ​ກັບ​ຄົນ​ອື່ນ​ຫຼື​ດູຖູກ​ທຳນຽມ​ຂອງ​ເຂົາ​ເຈົ້າ. ຂໍ​ຈື່​ໄວ້​ວ່າ ຄວາມ​ຮັກ​ມີ​ພະລັງ​ຫຼາຍ! ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ໂດຍ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ແລະ​ນັບຖື​ເຂົາ​ເຈົ້າ ເຮົາ​ກໍ​ອາດ​ເຖິງ​ກັບ​ເຮັດ​ໃຫ້​ຄົນ​ທີ່​ຕໍ່​ຕ້ານ​ເຮົາ​ໃຈ​ອ່ອນ​ລົງ.

15-16. (ກ) ເປັນ​ຫຍັງ​ຈຶ່ງ​ສະຫຼາດ​ທີ່​ຈະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຈົ້າ​ເຊື່ອ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ເຮົາ​ຈະ​ນຳ​ໃຊ້​ຄຳ​ເວົ້າ​ຂອງ​ໂປໂລ​ໃນ​ໂລມ 1:16 ແນວ​ໃດ?

15 ເຮັດ​ໃຫ້​ຄົນ​ອື່ນ​ທີ່​ຢູ່​ແຖວ​ບ້ານ​ເຈົ້າ​ຮູ້​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ. (ເອຊາ. 43:10) ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຕາຍ ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ແລະ​ເພື່ອນ​ບ້ານ​ອາດ​ຮູ້ສຶກ​ໃຈ​ຮ້າຍ​ທີ່​ເຈົ້າ​ບໍ່​ເຮັດ​ຕາມ​ທຳນຽມ​ບາງ​ຢ່າງ. ແຕ່​ຖ້າ​ເຈົ້າ​ອະທິບາຍ​ຄວາມ​ເຊື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ລ່ວງ​ໜ້າ​ກໍ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ຈະ​ຮັບ​ມື​ກັບ​ສະຖານະການ​ນັ້ນ​ໄດ້. ຟຣານຊິດໂກ​ເຊິ່ງ​ຢູ່​ປະເທດ​ໂມຊຳບິກ​ບອກ​ວ່າ: “ເມື່ອ​ຂ້ອຍ​ກັບ​ຄາໂຣລີນາ​ເມຍ​ຂອງ​ຂ້ອຍ​ໄດ້​ຮຽນ​ຄວາມ​ຈິງ ເຮົາ​ໄດ້​ບອກ​ຄອບຄົວ​ວ່າ​ເຮົາ​ຈະ​ບໍ່​ເຮັດ​ພິທີ​ກຳ​ທາງ​ສາສະໜາ​ກ່ຽວ​ກັບ​ຄົນ​ຕາຍ​ອີກ​ຕໍ່​ໄປ. ຕໍ່​ມາ ເຮົາ​ກໍ​ຖືກ​ທົດ​ສອບ​ເມື່ອ​ເອື້ອຍ​ຂອງ​ຄາໂຣລີນາ​ຕາຍ. ຕາມ​ທຳນຽມ​ສາສະໜາ​ທ້ອງຖິ່ນ​ຈະ​ຕ້ອງ​ເຮັດ​ພິທີ​ອາບ​ນ້ຳ​ໃຫ້​ສົບ​ຄົນ​ຕາຍ ແລະ​ຍາດ​ພີ່​ນ້ອງ​ທີ່​ໃກ້​ຊິດ​ທີ່​ສຸດ​ທາງ​ສາຍ​ເລືອດ​ຈະ​ຕ້ອງ​ນອນ 3 ຄືນ​ຢູ່​ບ່ອນ​ທີ່​ຖອກ​ນ້ຳ​ອາບ​ສົບ. ທຳນຽມ​ນີ້​ຈັດ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ວິນຍານ​ຂອງ​ຄົນ​ຕາຍ​ພໍ​ໃຈ. ຄອບຄົວ​ຂອງ​ຄາໂຣລີນາ​ຈຶ່ງ​ຄາດ​ໝາຍ​ໃຫ້​ລາວ​ເຮັດ.”

16 ຟຣານຊິດໂກ​ກັບ​ເມຍ​ໄດ້​ເຮັດ​ແນວ​ໃດ? ຟຣານຊິດໂກ​ບອກ​ວ່າ: “ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ ເຮົາ​ຈຶ່ງ​ບໍ່​ເຮັດ​ຕາມ​ທຳນຽມ​ນີ້. ຄອບຄົວ​ຂອງ​ຄາໂຣລີນາ​ກໍ​ໃຈ​ຮ້າຍ​ຫຼາຍ. ເຂົາ​ເຈົ້າ​ເວົ້າ​ວ່າ​ເຮົາ​ບໍ່​ນັບຖື​ຄົນ​ຕາຍ​ແລະ​ບອກ​ວ່າ​ຈະ​ບໍ່​ມາ​ຫາ​ຫຼື​ຊ່ວຍ​ເຫຼືອ​ຫຍັງ​ເຮົາ​ອີກ. ເນື່ອງ​ຈາກ​ເຮົາ​ເຄີຍ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ເຮົາ​ກັບ​ເຂົາ​ເຈົ້າ​ແລ້ວ ເຮົາ​ຈຶ່ງ​ບໍ່​ລົມ​ເລື່ອງ​ນີ້​ຕອນ​ທີ່​ເຂົາ​ເຈົ້າ​ໃຈ​ຮ້າຍ. ຍາດ​ພີ່​ນ້ອງ​ບາງ​ຄົນ​ກໍ​ໄດ້​ປົກ​ປ້ອງ​ເຮົາ​ໂດຍ​ບອກ​ວ່າ ເຮົາ​ເຄີຍ​ອະທິບາຍ​ຈຸດ​ຢືນ​ຂອງ​ເຮົາ​ແລ້ວ. ເມື່ອ​ເວລາ​ຜ່ານ​ໄປ ຄອບຄົວ​ຂອງ​ຄາໂຣລີນາ​ກໍ​ເຊົາ​ໃຈ​ຮ້າຍ​ແລະ​ເຮົາ​ກໍ​ໄດ້​ຄືນ​ດີ​ກັນ. ຍິ່ງ​ກວ່າ​ນັ້ນ ຍາດ​ພີ່​ນ້ອງ​ບາງ​ຄົນ​ໄດ້​ມາ​ເຮືອນ​ຂອງ​ເຮົາ​ເພື່ອ​ຂໍ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ.” ສະນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ອາຍ​ທີ່​ຈະ​ປົກ​ປ້ອງ​ຄວາມ​ຈິງ​ໃນ​ເລື່ອງ​ຄວາມ​ຕາຍ.—ອ່ານ​ໂລມ 1:16

ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ໂສກ​ເສົ້າ​ເສຍໃຈ

ເພື່ອນ​ແທ້​ຈະ​ປອບ​ໃຈ​ແລະ​ຊ່ວຍ​ເຫຼືອ​ຄົນ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ (ເບິ່ງ​ຂໍ້ 17-19) *

17. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ເພື່ອນ​ແທ້​ກັບ​ພີ່​ນ້ອງ​ທີ່​ໂສກ​ເສົ້າ​ເສຍໃຈ​ຍ້ອນ​ຄົນ​ທີ່​ຮັກ​ຕາຍ?

17 ເມື່ອ​ຄົນ​ທີ່​ເພື່ອນ​ຄລິດສະຕຽນ​ຮັກ​ຕາຍ​ໄປ ເຮົາ​ຄວນ​ພະຍາຍາມ​ເປັນ “ເພື່ອນ​ແທ້ . . . ເໝືອນ​ພີ່​ນ້ອງ​ທີ່​ເກີດ​ມາ​ຊ່ວຍ​ກັນ​ໃນ​ເວລາ​ລຳບາກ.” (ສຸພາ. 17:17, ລ.ມ.) ເຮົາ​ຈະ​ເປັນ “ເພື່ອນ​ແທ້” ກັບ​ພີ່​ນ້ອງ​ທີ່​ໂສກ​ເສົ້າ​ເສຍໃຈ​ໄດ້​ແນວ​ໃດ​ຕອນ​ທີ່​ເຂົາ​ເຈົ້າ​ຖືກ​ກົດ​ດັນ​ໃຫ້​ເຮັດ​ພິທີ​ກຳ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ພະ​ຄຳພີ? ໃຫ້​ເຮົາ​ມາ​ເບິ່ງ 2 ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຮົາ​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ.

18. ເປັນ​ຫຍັງ​ພະ​ເຍຊູ​ຮ້ອງໄຫ້ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ນີ້?

18 “ຈົ່ງ​ຮ້ອງໄຫ້​ດ້ວຍ​ກັນ​ກັບ​ຜູ້​ທີ່​ຮ້ອງໄຫ້.” (ໂລມ 12:15) ເຮົາ​ອາດ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ​ກັບ​ຄົນ​ທີ່​ໂສກ​ເສົ້າ​ເສຍໃຈ. ບາງ​ເທື່ອ​ນ້ຳ​ຕາ​ກໍ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ຄຳ​ເວົ້າ. ຕອນ​ທີ່​ລາຊະໂລ​ໝູ່​ຂອງ​ພະ​ເຍຊູ​ຕາຍ ມາລີ ມາທາ​ແລະ​ຄົນ​ອື່ນໆໄດ້​ຮ້ອງໄຫ້​ເສຍໃຈ​ຫຼາຍ​ເພາະ​ລາວ​ເປັນ​ອ້າຍ​ນ້ອງ​ແລະ​ເປັນ​ໝູ່​ທີ່​ເຂົາ​ເຈົ້າ​ຮັກ. ອີກ 4 ມື້​ຕໍ່​ມາ​ເມື່ອ​ພະ​ເຍຊູ​ມາ​ຮອດ ເພິ່ນ​ກໍ “ຮ້ອງໄຫ້​ນ້ຳ​ຕາ​ໄຫຼ” ເຖິງ​ວ່າ​ອີກ​ຈັກ​ໜ້ອຍ​ກໍ​ຈະ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ. (ໂຢ. 11:17, 33-35) ການ​ທີ່​ພະ​ເຍຊູ​ຮ້ອງໄຫ້​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ທີ່​ລາຊະໂລ​ຕາຍ ແລະ​ຍັງ​ເຮັດ​ໃຫ້​ມາລີ​ກັບ​ມາທາ​ເຫັນ​ວ່າ​ພະ​ເຍຊູ​ຮັກ​ຄອບຄົວ​ເຂົາ​ເຈົ້າ​ຫຼາຍ​ແທ້ໆ ເຊິ່ງ​ນີ້​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ​ຫຼາຍ. ຄ້າຍ​ຄື​ກັນ ເມື່ອ​ພີ່​ນ້ອງ​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ເຮົາ ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ຕົວ​ເອງ​ບໍ່​ໄດ້​ຢູ່​ໂດດ​ດ່ຽວ ແຕ່​ຍັງ​ມີ​ໝູ່​ທີ່​ຢູ່​ຄຽງ​ຂ້າງ​ເຊິ່ງ​ເປັນ​ຫ່ວງ​ແລະ​ພ້ອມ​ຈະ​ຊ່ວຍ​ເຫຼືອ.

19. ເຮົາ​ຈະ​ໃຊ້​ຫຼັກ​ການ​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 3:7 ແນວ​ໃດ​ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ເພື່ອນ​ຄລິດສະຕຽນ​ທີ່​ໂສກ​ເສົ້າ​ເສຍໃຈ?

19 “ມີ​ເວລາ​ມິດ​ປາກ​ແລະ​ມີ​ເວລາ​ເວົ້າ.” (ຜູ້ປ. 3:7) ອີກ​ວິທີ​ໜຶ່ງ​ທີ່​ໃຫ້​ກຳລັງ​ໃຈ​ເພື່ອນ​ຄລິດສະຕຽນ​ທີ່​ໂສກ​ເສົ້າ​ເສຍໃຈ​ແມ່ນ​ເປັນ​ຜູ້​ຟັງ​ທີ່​ດີ. ໃຫ້​ລາວ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ແລະ​ຢ່າ​ຟ້າວ​ໃຈ​ຮ້າຍ ຖ້າ​ລາວ “ເວົ້າ​ໄປ​ໂດຍ​ບໍ່​ຄິດ.” (ໂຢບ 6:2, 3, ລ.ມ.) ລາວ​ອາດ​ມີ​ຄວາມ​ເຄັ່ງ​ຕຶງ​ຢູ່​ແລ້ວ​ຍ້ອນ​ຖືກ​ຍາດ​ພີ່​ນ້ອງ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ກົດ​ດັນ. ສະນັ້ນ ຂໍ​ໃຫ້​ອະທິດຖານ​ກັບ​ລາວ ໂດຍ​ຂໍ​ພະ​ເຢໂຫວາ “ຜູ້​ຟັງ​ຄວາມ​ອ້ອນ​ວອນ” ໃຫ້​ກຳລັງ​ກັບ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ຄິດ​ອອກ​ວ່າ​ຈະ​ເຮັດ​ແນວ​ໃດ. (ເພງ. 65:2) ຖ້າ​ເປັນ​ໄປ​ໄດ້​ກໍ​ໃຫ້​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ ຫຼື​ອ່ານ​ບົດ​ຄວາມ​ຈາກ​ໜັງສື​ຂອງ​ເຮົາ​ທີ່​ເໝາະ​ສົມ​ກັບ​ລາວ ເຊັ່ນ: ເລື່ອງ​ຊີວິດ​ຈິງ​ທີ່​ໃຫ້​ກຳລັງ​ໃຈ.

20. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ໄດ້​ຮູ້ຈັກ​ຄວາມ​ຈິງ​ເລື່ອງ​ຄວາມ​ຕາຍ​ແລະ​ອະນາຄົດ​ທີ່​ງົດງາມ​ສຳລັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ! (ໂຢ. 5:28, 29) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເວົ້າ​ແລະ​ເຮັດ​ຢ່າງ​ກ້າຫານ​ເພື່ອ​ປົກ​ປ້ອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ​ປະກາດ​ກັບ​ຄົນ​ອື່ນ​ທຸກ​ຄັ້ງ​ທີ່​ມີ​ໂອກາດ. ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ອີກ​ວິທີ​ໜຶ່ງ​ທີ່​ຊາຕານ​ໃຊ້​ເພື່ອ​ພະຍາຍາມ​ຂັດ​ຂວາງ​ຜູ້​ຄົນ​ບໍ່​ໃຫ້​ຮູ້ຈັກ​ຄວາມ​ຈິງ ນັ້ນ​ຄື​ເລື່ອງ​ໄສຍະສາດ. ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ທຳນຽມ​ແລະ​ຄວາມ​ບັນເທີງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ຜີ​ປີສາດ.

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

^ ຂໍ້ 5 ຊາຕານ​ແລະ​ພວກ​ຜີ​ປີສາດ​ຫຼອກ​ລວງ​ມະນຸດ​ໂດຍ​ໃຊ້​ເລື່ອງ​ຕົວະ​ກ່ຽວ​ກັບ​ຄວາມ​ຕາຍ. ເລື່ອງ​ຕົວະ​ເຫຼົ່າ​ນີ້​ເຮັດ​ໃຫ້​ເກີດ​ມີ​ທຳນຽມ​ຫຼາຍ​ຢ່າງ​ທີ່​ບໍ່​ຖືກຕ້ອງ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ​ເມື່ອ​ຖືກ​ກົດ​ດັນ​ໃຫ້​ເຮັດ​ຕາມ​ທຳນຽມ​ເຫຼົ່າ​ນັ້ນ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ພະຍານ​ພະ​ເຢໂຫວາ​ປອບ​ໃຈ​ຍາດ​ພີ່​ນ້ອງ​ທີ່​ໂສກ​ເສົ້າ​ເສຍໃຈ​ເພາະ​ຄົນ​ທີ່​ລາວ​ຮັກ​ຕາຍ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຄົ້ນ​ຄວ້າ​ເລື່ອງ​ທຳນຽມ​ຕ່າງໆກ່ຽວ​ກັບ​ງານ​ສົບ ຫຼັງ​ຈາກ​ນັ້ນ​ລາວ​ກໍ​ອະທິບາຍ​ຄວາມ​ເຊື່ອ​ໃຫ້​ຍາດ​ພີ່​ນ້ອງ​ຟັງ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ເຖົ້າ​ແກ່​ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ທີ່​ໂສກ​ເສົ້າ​ເສຍໃຈ​ຍ້ອນ​ຄົນ​ທີ່​ຮັກ​ລາວ​ຕາຍ.