ບົດຄວາມສຶກສາທີ 15
ຮຽນແບບພະເຍຊູແລະມີໃຈສະຫງົບສະເໝີ
“ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງຈະປົກປ້ອງຫົວໃຈແລະຄວາມຄິດຂອງເຈົ້າໄວ້ໂດຍທາງພະຄລິດເຍຊູ.”—ຟີລິບ 4:7, ລ.ມ.
ເພງ 113 ສັນຕິສຸກຂອງພວກເຮົາ
ໃຈຄວາມສຳຄັນ *
1-2. ເປັນຫຍັງພະເຍຊູເຄັ່ງຕຶງຫຼາຍ?
ໃນມື້ສຸດທ້າຍທີ່ພະເຍຊູຢູ່ເທິງໂລກ ເພິ່ນຮູ້ສຶກເຄັ່ງຕຶງຫຼາຍ ເພາະອີກບໍ່ດົນເພິ່ນກໍຈະຕາຍຢ່າງທົນທຸກທໍລະມານດ້ວຍມືຂອງຄົນຊົ່ວ. ເຖິງວ່າພະເຍຊູກັງວົນວ່າເພິ່ນຈະຕາຍ ແຕ່ເພິ່ນກໍຮັກພະເຢໂຫວາຫຼາຍແລະຢາກເຮັດໃຫ້ພະອົງພໍໃຈ. ພະເຍຊູຮູ້ວ່າຖ້າເພິ່ນຮັກສາຄວາມສັດຊື່ຕອນທີ່ຖືກທົດສອບ ເພິ່ນກໍຈະເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບການຍົກຍ້ອງສັນລະເສີນ. ນອກຈາກນັ້ນ ພະເຍຊູຍັງຮັກຜູ້ຄົນແລະເພິ່ນຮູ້ວ່າອະນາຄົດຂອງເຮົາທີ່ຈະມີຊີວິດຕະຫຼອດໄປນັ້ນຂຶ້ນຢູ່ກັບການທີ່ເພິ່ນຮັກສາຄວາມສັດຊື່ຕໍ່ພະເຢໂຫວາຈົນຕາຍ.
2 ເຖິງວ່າພະເຍຊູຈະເຄັ່ງຕຶງຫຼາຍ ແຕ່ເພິ່ນກໍມີຄວາມສະຫງົບໃຈ. ເພິ່ນບອກອັກຄະສາວົກວ່າ: “ເຮົາຂໍມອບສັນຕິສຸກໄວ້ກັບພວກທ່ານ.” (ໂຢ. 14:27, ທ.ປ.) ພະເຍຊູມີ “ສັນຕິສຸກຂອງພະເຈົ້າ” ເຊິ່ງເປັນຄວາມສະຫງົບໃຈທີ່ເກີດຈາກການມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. ສັນຕິສຸກແບບນັ້ນແຫຼະທີ່ເຮັດໃຫ້ພະເຍຊູບໍ່ກັງວົນຫຼາຍເກີນໄປ.—ຟີລິບ 4:6, 7, ລ.ມ.
3. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
3 ບໍ່ມີໃຜໃນພວກເຮົາເຄີຍຖືກຄວາມກົດດັນແບບດຽວກັບພະເຍຊູ ແຕ່ເຮົາທຸກຄົນທີ່ຕິດຕາມເພິ່ນຈະຖືກການທົດສອບຫຼາຍຢ່າງ. (ມັດ. 16:24, 25; ໂຢ. 15:20) ຄືກັບພະເຍຊູ ບາງຄັ້ງເຮົາກໍຮູ້ສຶກເຄັ່ງຕຶງ. ເຮົາຈະເຮັດແນວໃດເພື່ອຈະບໍ່ກັງວົນຫຼາຍເກີນໄປແລະສູນເສຍຄວາມສະຫງົບໃຈ? ຂໍໃຫ້ເຮົາມາເບິ່ງ 3 ສິ່ງທີ່ພະເຍຊູເຮັດໃນໄລຍະທີ່ຮັບໃຊ້ຢູ່ແຜ່ນດິນໂລກແລະເບິ່ງວ່າເຮົາຈະຮຽນແບບເພິ່ນຕອນທີ່ປະສົບການທົດສອບໄດ້ແນວໃດ.
ພະເຍຊູອະທິດຖານເລື້ອຍໆ
4. ໃນມື້ສຸດທ້າຍທີ່ພະເຍຊູຢູ່ເທິງໂລກ ເພິ່ນອະທິດຖານຫຼາຍສ່ຳໃດເຊິ່ງສອດຄ່ອງກັບຄຳແນະນຳໃນ 1 ເທຊະໂລນີກ 5:17?
4 ອ່ານ 1 ເທຊະໂລນີກ 5:17. ພະເຍຊູອະທິດຖານຫຼາຍອີ່ຫຼີໃນມື້ສຸດທ້າຍທີ່ເພິ່ນຢູ່ເທິງໂລກ. ຕອນທີ່ເພິ່ນຕັ້ງການລະນຶກເຖິງການຕາຍຂອງເພິ່ນ ເພິ່ນໄດ້ອະທິດຖານກ່ອນທີ່ຈະສົ່ງເຂົ້າຈີ່ແລະເຫຼົ້າແວງ. (1 ໂກ. 11:23-25) ແລະກ່ອນທີ່ຈະອອກໄປຈາກບ່ອນສະຫຼອງປັດສະຄາ ເພິ່ນກໍໄດ້ອະທິດຖານກັບພວກອັກຄະສາວົກ. (ໂຢ. 17:1-26) ເມື່ອເພິ່ນກັບລູກສິດມາຮອດພູເຂົາກົກໝາກກອກຕອນກາງຄືນ ເພິ່ນກໍໄດ້ອະທິດຖານຫຼາຍເທື່ອ. (ມັດ. 26:36-39, 42, 44) ແລະຄຳເວົ້າສຸດທ້າຍກ່ອນທີ່ເພິ່ນຈະຕາຍກໍເປັນຄຳອະທິດຖານ. (ລືກາ 23:46) ການທີ່ພະເຍຊູອະທິດຖານ ເພິ່ນໄດ້ໃຫ້ພະເຢໂຫວາຢູ່ນຳໃນທຸກເຫດການທີ່ສຳຄັນຂອງມື້ນັ້ນ.
5. ເປັນຫຍັງພວກອັກຄະສາວົກຈຶ່ງຢ້ານ?
5 ເຫດຜົນໜຶ່ງທີ່ພະເຍຊູສາມາດອົດທົນກັບການທົດສອບໄດ້ຄື ເພິ່ນໄວ້ວາງໃຈພະເຢໂຫວາພໍ່ຂອງເພິ່ນໂດຍການອະທິດຖານ. ກົງກັນຂ້າມ ພວກອັກຄະສາວົກບໍ່ໄດ້ອະທິດຖານເລື້ອຍໆໃນຄືນນັ້ນ ຜົນກໍຄືເມື່ອຖືກທົດສອບເຂົາເຈົ້າຈຶ່ງຢ້ານ. (ມັດ. 26:40, 41, 43, 45, 56, ລ.ມ.) ເມື່ອເຮົາຖືກທົດສອບ ເຮົາຈະຮັກສາຄວາມສັດຊື່ໄວ້ໄດ້ກໍຕໍ່ເມື່ອເຮົາເຮັດຕາມຕົວຢ່າງຂອງພະເຍຊູແລະ “ອະທິດຖານຢູ່ເລື້ອຍໆ.” ເຮົາສາມາດອະທິດຖານເລື່ອງຫຍັງໄດ້ແດ່?
6. ຄວາມເຊື່ອຊ່ວຍເຮົາໃຫ້ມີຄວາມສະຫງົບໃຈແນວໃດ?
6 ເຮົາສາມາດຂໍພະເຢໂຫວາ ‘ຕື່ມຄວາມເຊື່ອໃຫ້ແກ່ພວກເຮົາ [ຫຼາຍ] ຍິ່ງກວ່າອີກ’ ໄດ້. (ລືກາ 17:5; ໂຢ. 14:1) ເຮົາຕ້ອງມີຄວາມເຊື່ອເພາະຊາຕານຈະທົດສອບທຸກຄົນທີ່ຕິດຕາມພະເຍຊູ. (ລືກາ 22:31) ຄວາມເຊື່ອຈະຊ່ວຍເຮົາແນວໃດໃຫ້ມີຄວາມສະຫງົບ ໃຈແມ່ນແຕ່ຕ້ອງປະສົບກັບບັນຫາເທື່ອແລ້ວເທື່ອອີກ? ເມື່ອເຮົາເຮັດທຸກຢ່າງທີ່ເຮັດໄດ້ເພື່ອຮັບມືກັບຄວາມຫຍຸ້ງຍາກລຳບາກ ຄວາມເຊື່ອຈະກະຕຸ້ນເຮົາໃຫ້ຝາກເລື່ອງນັ້ນໄວ້ກັບພະເຢໂຫວາ. ເນື່ອງຈາກເຮົາໝັ້ນໃຈວ່າພະອົງຈະຈັດການເລື່ອງນັ້ນໄດ້ດີກວ່າເຮົາ ເຮົາຈຶ່ງມີຄວາມສະຫງົບໃຈແລະບໍ່ກັງວົນ.—1 ເປ. 5:6, 7
7. ເຈົ້າໄດ້ຮຽນຮູ້ຫຍັງຈາກຄຳເວົ້າຂອງໂຣເບີດ?
7 ການອະທິດຖານຊ່ວຍເຮົາໃຫ້ມີຄວາມສະຫງົບໃຈບໍ່ວ່າຈະເຈິບັນຫາໃດກໍຕາມ. ຂໍໃຫ້ເບິ່ງຕົວຢ່າງຂອງໂຣເບີດເຊິ່ງເປັນຜູ້ເຖົ້າແກ່ທີ່ສັດຊື່ແລະຕອນນີ້ກໍອາຍຸ 80 ປາຍປີແລ້ວ. ລາວບອກວ່າ: “ຄຳແນະນຳໃນຟີລິບ 4:6, 7 ຊ່ວຍຂ້ອຍໃຫ້ຮັບມືບັນຫາຫຼາຍຢ່າງໃນຊີວິດ. ຂ້ອຍມີບັນຫາທາງການເງິນແລະມີໄລຍະໜຶ່ງຂ້ອຍໄດ້ເສຍສິດທິພິເສດໃນການຮັບໃຊ້ເປັນຜູ້ເຖົ້າແກ່.” ສິ່ງໃດຊ່ວຍໂຣເບີດໃຫ້ມີຄວາມສະຫງົບໃຈ? ລາວບອກວ່າ: “ຂ້ອຍອະທິດຖານທັນທີເມື່ອເລີ່ມຮູ້ສຶກກັງວົນ. ຂ້ອຍເຊື່ອວ່າແຮ່ງຂ້ອຍອະທິດຖານຫຼາຍເທົ່າໃດ ຂ້ອຍກໍແຮ່ງມີຄວາມສະຫງົບໃຈຫຼາຍຂຶ້ນ.”
ພະເຍຊູປະກາດຢ່າງກະຕືລືລົ້ນ
8. ຕາມທີ່ບອກໃນໂຢຮັນ 8:29 ອັນໃດເປັນເຫດຜົນໜຶ່ງທີ່ເຮັດໃຫ້ພະເຍຊູມີຄວາມສະຫງົບໃຈ?
8 ອ່ານໂຢຮັນ 8:29. ແມ່ນແຕ່ຕອນທີ່ພະເຍຊູຖືກຂົ່ມເຫງ ເພິ່ນກໍຍັງມີຄວາມສະຫງົບໃຈ ເພາະເພິ່ນຮູ້ວ່າໄດ້ເຮັດໃຫ້ພະເຢໂຫວາພໍ່ຂອງເພິ່ນມີຄວາມສຸກ. ເພິ່ນເຊື່ອຟັງສະເໝີເຖິງວ່າຈະເປັນເລື່ອງຍາກ. ເພິ່ນຮັກພະເຢໂຫວາພໍ່ຂອງເພິ່ນແລະໃຫ້ການຮັບໃຊ້ພໍ່ເປັນສິ່ງສຳຄັນທີ່ສຸດໃນຊີວິດ. ກ່ອນທີ່ເພິ່ນຈະມາແຜ່ນດິນໂລກ ເພິ່ນໄດ້ເປັນ “ນາຍຊ່າງ” ຂອງພະເຢໂຫວາ. (ສຸພາ. 8:30, ລ.ມ.) ແລະຕອນທີ່ຢູ່ເທິງໂລກ ເພິ່ນກໍ ໄດ້ດຸໝັ່ນສອນຄົນອື່ນກ່ຽວກັບເລື່ອງຂອງພະເຢໂຫວາ. (ມັດ. 6:9; ໂຢ. 5:17) ວຽກນີ້ໄດ້ເຮັດໃຫ້ພະເຍຊູມີຄວາມສຸກຫຼາຍແທ້ໆ.—ໂຢ. 4:34-36
9. ເປັນຫຍັງເຮົາມີຄວາມສະຫງົບໃຈເມື່ອເຮົາທຸ່ມເທກັບວຽກປະກາດ?
9 ເຮົາສາມາດຮຽນແບບພະເຍຊູໂດຍການເຊື່ອຟັງພະເຢໂຫວາແລະ “ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຢ່າງຫຼວງຫຼາຍ.” (1 ໂກ. 15:58, ລ.ມ.) ເມື່ອເຮົາ “ທຸ່ມເທເວລາ” ໃນການປະກາດ ເຮົາກໍຈະມີຄວາມຄິດໃນແງ່ບວກຫຼາຍຂຶ້ນຕໍ່ກັບບັນຫາຂອງເຮົາ. (ກິດ. 18:5, ລ.ມ.) ຕົວຢ່າງ: ຄົນທີ່ເຮົາພົບໃນເຂດປະກາດປະສົບບັນຫາໜັກໆຫຼາຍກວ່າເຮົາ. ແຕ່ຖ້າເຂົາເຈົ້າໄດ້ຮຽນຮູ້ທີ່ຈະຮັກພະເຢໂຫວາແລະເອົາຄຳແນະນຳຂອງພະອົງໄປໃຊ້ ເຂົາເຈົ້າກໍຈະມີຊີວິດທີ່ດີຂຶ້ນແລະມີຄວາມສຸກຫຼາຍຂຶ້ນ. ທຸກເທື່ອທີ່ເຮົາເຫັນແບບນັ້ນ ເຮົາກໍຮູ້ສຶກໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາຈະເບິ່ງແຍງເຮົາ ແລະຄວາມໝັ້ນໃຈນັ້ນຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ. ພີ່ນ້ອງຍິງຄົນໜຶ່ງທີ່ຕະຫຼອດຊີວິດຕ້ອງຕໍ່ສູ້ກັບຄວາມຮູ້ສຶກບໍ່ມີຄ່າແລະໂລກຊຶມເສົ້າໄດ້ພົບວ່ານີ້ເປັນຄວາມຈິງ. ລາວບອກວ່າ: “ເມື່ອຂ້ອຍທຸ່ມເທກັບວຽກຮັບໃຊ້ ຂ້ອຍກໍຮູ້ສຶກມີອາລົມທີ່ໝັ້ນຄົງຂຶ້ນແລະມີຄວາມສຸກຫຼາຍຂຶ້ນ. ຂ້ອຍຄິດວ່າຄົງເປັນຍ້ອນຂ້ອຍທຸ່ມເທຢູ່ກັບວຽກຮັບໃຊ້ ຂ້ອຍຈຶ່ງຮູ້ສຶກໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ.”
10. ເຈົ້າໄດ້ຮຽນຮູ້ຫຍັງຈາກຄຳເວົ້າຂອງເບຣນດາ?
10 ນອກຈາກນັ້ນ ຂໍໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຍິງຊື່ເບຣນດາ. ທັງລາວແລະລູກສາວໄດ້ເປັນພະຍາດທີ່ເຮັດໃຫ້ກ້າມຊີ້ນອ່ອນແຮງ (multiple sclerosis). ເບຣນດາຕ້ອງນັ່ງຢູ່ລໍ້ຍູ້ແລະບໍ່ມີແຮງ. ບາງເທື່ອຖ້າລາວເຮັດໄດ້ລາວກໍອອກໄປປະກາດຕາມບ້ານເຮືອນ ແຕ່ສ່ວນຫຼາຍແລ້ວລາວຈະປະກາດໂດຍຂຽນຈົດໝາຍ. ລາວບອກວ່າ: “ເມື່ອຂ້ອຍເຂົ້າໃຈແລະຍອມຮັບວ່າພະຍາດທີ່ຂ້ອຍເປັນປິ່ນປົວບໍ່ໄດ້ໃນປັດຈຸບັນນີ້ ມັນເຮັດໃຫ້ຂ້ອຍຕັ້ງໃຈທຸ່ມເທຢູ່ກັບວຽກຮັບໃຊ້. ທີ່ຈິງ ວຽກປະກາດເຮັດໃຫ້ຂ້ອຍບໍ່ຈົມຢູ່ກັບຄວາມກັງວົນຂອງຕົວເອງ ແຕ່ວຽກນີ້ເຮັດໃຫ້ຂ້ອຍສົນໃຈທີ່ຈະຊ່ວຍເຫຼືອຜູ້ຄົນໃນເຂດ. ການປະກາດຍັງໄດ້ເຕືອນຂ້ອຍໃຫ້ຄິດເຖິງຄວາມຫວັງເລື່ອງອະນາຄົດສະເໝີ.”
ພະເຍຊູຍອມຮັບຄວາມຊ່ວຍເຫຼືອຈາກໝູ່
11-13. (ກ) ພວກອັກຄະສາວົກແລະຄົນອື່ນໆສະແດງໃຫ້ເຫັນແນວໃດວ່າເປັນໝູ່ແທ້ຂອງພະເຍຊູ? (ຂ) ໝູ່ຂອງພະເຍຊູເຮັດໃຫ້ເພິ່ນຮູ້ສຶກແນວໃດ?
11 ຕະຫຼອດໄລຍະທີ່ພະເຍຊູເຮັດວຽກປະກາດ ອັກຄະສາວົກທີ່ສັດຊື່ໄດ້ເປັນໝູ່ແທ້ຂອງເພິ່ນ. ເຂົາເຈົ້າເປັນໝູ່ໃນແບບທີ່ຄຳພີໄບເບິນເອີ້ນວ່າ: “ເພື່ອນທີ່ຮັກກັນຍິ່ງກວ່າພີ່ນ້ອງ.” (ສຸພາ. 18:24, ລ.ມ.) ພະເຍຊູຖືວ່າໝູ່ແບບນັ້ນມີຄ່າຫຼາຍ. ໃນໄລຍະທີ່ເພິ່ນເຮັດວຽກຮັບໃຊ້ ພວກນ້ອງໆຂອງເພິ່ນບໍ່ໄດ້ເຊື່ອໃນຕົວເພິ່ນ. (ໂຢ. 7:3-5) ມີເທື່ອໜຶ່ງ ຄົນໃນຄອບຄົວຂອງພະເຍຊູຄິດວ່າເພິ່ນເປັນບ້າໄປແລ້ວ. (ມໂກ. 3:21) ກົງກັນຂ້າມ ພະເຍຊູສາມາດເວົ້າກັບອັກຄະສາວົກທີ່ສັດຊື່ໃນຄືນກ່ອນທີ່ເພິ່ນຈະຕາຍວ່າ: “ພວກທ່ານຢູ່ຄຽງຂ້າງຂ້ອຍສະເໝີຕອນທີ່ຂ້ອຍລຳບາກ.”—ລືກາ 22:28, ລ.ມ.
12 ບາງເທື່ອພວກອັກຄະສາວົກກໍເຮັດໃຫ້ພະເຍຊູຜິດຫວັງ ແຕ່ເພິ່ນກໍເບິ່ງຂ້າມຄວາມຜິດພາດນັ້ນແລະເຫັນວ່າເຂົາເຈົ້າມີຄວາມເຊື່ອໃນເພິ່ນ. (ມັດ. 26:40; ມໂກ. 10:13, 14; ໂຢ. 6:66-69) ໃນຄືນສຸດທ້າຍກ່ອນທີ່ເພິ່ນຈະຖືກຂ້າ ເພິ່ນໄດ້ເວົ້າກັບອັກຄະສາວົກທີ່ພັກດີວ່າ: “ເຮົາໄດ້ເອີ້ນທ່ານທັງຫຼາຍວ່າສ່ຽວ ເພາະວ່າເຮົາໄດ້ໂຜດໃຫ້ພວກທ່ານຮູ້ຈັກສັບພະທຸກສິ່ງທີ່ເຮົາໄດ້ຍິນແຕ່ພະບິດາຂອງເຮົາ.” (ໂຢ. 15:15) ແນ່ນອນ ໝູ່ຂອງພະເຍຊູຕ້ອງເຮັດໃຫ້ເພິ່ນມີກຳລັງໃຈຫຼາຍແທ້ໆ ແລະການທີ່ເຂົາເຈົ້າຊ່ວຍພະເຍຊູໃນວຽກຮັບໃຊ້ໄດ້ເຮັດໃຫ້ເພິ່ນມີຄວາມສຸກຫຼາຍອີ່ຫຼີ.—ລືກາ 10:17, 21
13 ນອກຈາກພວກອັກຄະສາວົກແລ້ວ ພະເຍຊູຍັງມີໝູ່ຄົນອື່ນໆອີກທັງຊາຍແລະຍິງທີ່ຊ່ວຍເພິ່ນເຮັດວຽກລືກາ 10:38-42; ໂຢ. 12:1, 2) ສ່ວນຄົນອື່ນໆໄດ້ເດີນທາງໄປກັບພະເຍຊູແລະແບ່ງປັນສິ່ງຂອງໃຫ້ກັບເພິ່ນ. (ລືກາ 8:3) ພະເຍຊູມີໝູ່ທີ່ດີຫຼາຍຄົນເພາະເພິ່ນເປັນໝູ່ທີ່ດີກັບເຂົາເຈົ້າ. ເພິ່ນເຮັດສິ່ງດີໆເພື່ອເຂົາເຈົ້າແລະບໍ່ໄດ້ຄາດໝາຍໃຫ້ເຂົາເຈົ້າເຮັດສິ່ງທີ່ເກີນກຳລັງ. ເຖິງວ່າພະເຍຊູເປັນຄົນສົມບູນແບບ ແຕ່ເພິ່ນກໍຍັງເຫັນຄຸນຄ່າຄວາມຊ່ວຍເຫຼືອຈາກໝູ່ທີ່ເປັນຄົນບໍ່ສົມບູນແບບ. ແນ່ນອນ ເຂົາເຈົ້າຊ່ວຍເພິ່ນໃຫ້ມີຄວາມສະຫງົບໃຈ.
ປະກາດແລະຊ່ວຍເຫຼືອດ້ານອື່ນໆ. ບາງຄົນກໍໄດ້ເຊີນເພິ່ນໄປກິນເຂົ້າຢູ່ເຮືອນນຳ. (14-15. ເຮົາຈະມີໝູ່ທີ່ດີໄດ້ແນວໃດ ແລະເຂົາເຈົ້າຈະຊ່ວຍເຮົາແນວໃດ?
14 ໝູ່ທີ່ດີຈະຊ່ວຍເຮົາໃຫ້ພັກດີຕໍ່ພະເຢໂຫວາສະເໝີ ແລະວິທີທີ່ດີທີ່ສຸດທີ່ຈະມີໝູ່ທີ່ດີຄື ເຮົາເອງກໍຕ້ອງເປັນໝູ່ທີ່ດີ. (ມັດ. 7:12) ຕົວຢ່າງ: ຄຳພີໄບເບິນກະຕຸ້ນເຮົາໃຫ້ໃຊ້ເວລາແລະເຫື່ອແຮງເພື່ອຊ່ວຍເຫຼືອຄົນອື່ນ ໂດຍສະເພາະແມ່ນ “ຄົນທີ່ຂັດສົນ.” (ເອເຟ. 4:28) ເຈົ້ານຶກເຖິງໃຜໃນປະຊາຄົມບໍທີ່ເຈົ້າຈະຊ່ວຍໄດ້? ເຈົ້າສາມາດໄປຊື້ເຄື່ອງໃຫ້ພີ່ນ້ອງທີ່ໄປໃສມາໃສບໍ່ໄດ້ຍ້ອນເຈັບປ່ວຍຫຼືສູງອາຍຸໄດ້ບໍ? ເຈົ້າສາມາດເຮັດອາຫານເພື່ອຄອບຄົວຂອງພີ່ນ້ອງທີ່ຂັດສົນທາງການເງິນໄດ້ບໍ? ຖ້າເຈົ້າຮູ້ວິທີໃຊ້ເວັບໄຊ jw.org® ແລະແອັບ JW Library® ເຈົ້າຊ່ວຍຄົນອື່ນໃນປະຊາຄົມໃຫ້ຮູ້ວິທີໃຊ້ໄດ້ບໍ? ຖ້າເຮົາທຸ່ມເທຊ່ວຍເຫຼືອຄົນອື່ນ ເຮົາກໍຈະມີຄວາມສຸກຫຼາຍຂຶ້ນ.—ກິດ. 20:35
15 ໝູ່ຈະຊ່ວຍເຫຼືອເຮົາຕອນທີ່ເຮົາປະສົບຄວາມຍາກລຳບາກ ແລະຈະຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ. ຄືກັບເອລີຫຶໄດ້ຟັງໂຢບຕອນທີ່ໂຢບເລົ່າຄວາມທຸກທີ່ລາວປະສົບ. ໝູ່ຂອງເຮົາກໍຈະຟັງເຮົາຢ່າງອົດທົນເມື່ອເຮົາລະບາຍຄວາມຮູ້ສຶກ. (ໂຢບ 32:4) ເຮົາບໍ່ ຄວນຄາດໝາຍໃຫ້ໝູ່ຕັດສິນໃຈແທນເຮົາ. ແຕ່ເຮົາຈະເປັນຄົນສະຫຼາດຖ້າເຮົາຟັງຄຳແນະນຳຂອງເຂົາເຈົ້າທີ່ມາຈາກຄຳພີໄບເບິນ. (ສຸພາ. 15:22) ຄືກັບກະສັດດາວິດທີ່ຍອມຮັບຄວາມຊ່ວຍເຫຼືອຈາກໝູ່ດ້ວຍຄວາມຖ່ອມໃຈ ເຮົາກໍຄວນຖ່ອມໃຈຍອມຮັບຄວາມຊ່ວຍເຫຼືອຈາກໝູ່ຕອນທີ່ເຮົາເອງປະສົບຄວາມຍາກລຳບາກ. (2 ຊາມ. 17:27-29) ແມ່ນແລ້ວ ໝູ່ທີ່ດີແບບນີ້ເປັນຂອງຂວັນຈາກພະເຢໂຫວາ.—ຢໂກ. 1:17
ເຮົາຈະສະຫງົບໃຈສະເໝີໄດ້ແນວໃດ?
16. ຕາມຟີລິບ 4:6, 7 ເຮົາຈະມີຄວາມສະຫງົບໃຈໂດຍທາງໃຜ? ຂໍໃຫ້ອະທິບາຍ.
16 ອ່ານຟີລິບ 4:6, 7. * ເປັນຫຍັງພະເຢໂຫວາບອກວ່າເຮົາຈະໄດ້ຮັບສັນຕິສຸກຂອງພະອົງ “ໂດຍທາງພະຄລິດເຍຊູ”? ເພາະຖ້າເຮົາເຂົ້າໃຈບົດບາດຂອງພະເຍຊູແລະເຊື່ອວ່າເພິ່ນຈະເຮັດໃຫ້ໃຈປະສົງຂອງພະເຢໂຫວາສຳເລັດ ເຮົາກໍຈະມີຄວາມຄິດແລະຫົວໃຈທີ່ສະຫງົບ. ຕົວຢ່າງ: ໂດຍທາງຄ່າໄຖ່ຂອງພະເຍຊູ ຄວາມຜິດບາບທັງໝົດຂອງເຮົາຈຶ່ງໄດ້ຮັບການໃຫ້ອະໄພ. (1 ໂຢ. 2:12) ນີ້ເຮັດໃຫ້ເຮົາຮູ້ສຶກສະບາຍໃຈຫຼາຍແທ້ໆ! ໃນຖານະເປັນກະສັດຂອງລາຊະອານາຈັກພະເຈົ້າ ພະເຍຊູຈະແກ້ໄຂຄວາມເສຍຫາຍຕ່າງໆທີ່ຊາຕານແລະໂລກນີ້ກໍ່ໃຫ້ເກີດຂຶ້ນກັບເຮົາ. (ເອຊາ. 65:17; 1 ໂຢ. 3:8; ຄຳປ. 21:3, 4) ຈັ່ງແມ່ນເຮົາມີຄວາມຫວັງທີ່ດີເລີດຫຼາຍແທ້ໆ! ເຖິງວ່າວຽກທີ່ພະເຍຊູມອບໝາຍໃຫ້ຈະຍາກ ແຕ່ເພິ່ນກໍຢູ່ກັບເຮົາແລະຈະຊ່ວຍເຮົາໃຫ້ຜ່ານສະໄໝສຸດທ້າຍຂອງໂລກນີ້. (ມັດ. 28:19, 20) ນີ້ເຮັດໃຫ້ເຮົາມີຄວາມກ້າຫານຫຼາຍຂຶ້ນອີ່ຫຼີ! ຄວາມໂລ່ງໃຈ ຄວາມຫວັງ ແລະຄວາມກ້າຫານເປັນສິ່ງສຳຄັນຫຼາຍແທ້ໆທີ່ຈະຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ.
17. (ກ) ຄລິດສະຕຽນຈະມີຄວາມສະຫງົບໃຈສະເໝີໄດ້ແນວໃດ? (ຂ) ຕາມຄຳສັນຍາທີ່ບອກໄວ້ໃນໂຢຮັນ 16:33 ເຮົາຈະໄດ້ຫຍັງ?
17 ແລ້ວເຈົ້າຈະຍັງມີຄວາມສະຫງົບໃຈໄດ້ແນວໃດເມື່ອຮູ້ສຶກກະວົນກະວາຍໃຈຍ້ອນປະສົບກັບຄວາມຍາກລຳບາກ? ໂດຍຮຽນແບບສິ່ງທີ່ພະເຍຊູເຮັດ. ທຳອິດ ໃຫ້ເຮົາອະທິດຖານຕໍ່ໆໄປບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ສອງ ເຊື່ອຟັງພະເຢໂຫວາແລະດຸໝັ່ນໄປປະກາດ ເຖິງວ່າຈະເຮັດໄດ້ຍາກ. ແລະສາມ ໃຫ້ໝູ່ຊ່ວຍເຫຼືອຕອນທີ່ປະສົບຄວາມຍາກລຳບາກ. ສັນຕິສຸກຂອງພະເຈົ້າຈະປົກປ້ອງຫົວໃຈແລະຄວາມຄິດຂອງເຈົ້າ ແລະເຈົ້າຈະເປັນຄືກັບພະເຍຊູທີ່ເອົາຊະນະການທົດສອບແລະຄວາມຍາກລຳບາກຕ່າງໆໄດ້.—ອ່ານໂຢຮັນ 16:33
ເພງ 41 ຂໍຟັງຄຳອະທິດຖານຂອງເຮົາ
^ ຂໍ້ 5 ເຮົາທຸກຄົນຕ້ອງຮັບມືກັບບັນຫາຫຼາຍຢ່າງທີ່ອາດເຮັດໃຫ້ບໍ່ມີຄວາມສະຫງົບໃຈ. ໃນບົດຄວາມນີ້ເຮົາຈະພິຈາລະນາ 3 ສິ່ງທີ່ພະເຍຊູໄດ້ເຮັດ ແລະສາມສິ່ງນີ້ຈະຊ່ວຍເຮົາໃຫ້ຮັກສາຄວາມສະຫງົບໃຈໄດ້ ແມ່ນແຕ່ຕອນທີ່ເຮົາກຳລັງອົດທົນກັບການທົດສອບ.