ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 14

ເຈົ້າ​ກຳລັງ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບ​ຖ້ວນ​ບໍ?

ເຈົ້າ​ກຳລັງ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບ​ຖ້ວນ​ບໍ?

“ປະກາດ​ຂ່າວ​ດີ​ຕໍ່​ໄປ ແລະ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບ​ຖ້ວນ.”—2 ຕີໂມ. 4:5, ລ.ມ., ໄຂ​ເງື່ອນ

ເພງ 57 ປະກາດ​ກັບ​ຄົບ​ທຸກ​ຊະນິດ

ໃຈ​ຄວາມ​ສຳຄັນ *

ຫຼັງ​ຈາກ​ທີ່​ພະ​ເຍຊູ​ຟື້ນ​ຄືນ​ຈາກ​ຕາຍ ເພິ່ນ​ໄດ້​ໄປ​ພົບ​ກັບ​ພວກ​ລູກ​ສິດ ແລະ​ສັ່ງ​ເຂົາ​ເຈົ້າ​ວ່າ “ຈົ່ງ​ໄປ​ແລະ​ກະທຳ​ໃຫ້ . . . ເປັນ​ລູກ​ສິດ” (ເບິ່ງ​ຂໍ້ 1)

1. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ​ຢາກ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ).

ພະ​ເຍຊູ​ຄລິດ​ສັ່ງ​ພວກ​ລູກ​ສິດ​ວ່າ: “ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ.” (ມັດ. 28:19) ຍ້ອນ​ວຽກ​ນີ້​ເປັນ​ວຽກ​ທີ່​ສຳຄັນ​ກວ່າ ຄຸ້ມ​ຄ່າ​ກວ່າ ແລະ​ຮີບ​ດ່ວນ​ກວ່າ​ວຽກ​ອາຊີບ​ອື່ນໆທັງ​ໝົດ​ໃນ​ຊີວິດ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ທຸກ​ຄົນ​ຈຶ່ງ​ຢາກ​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ວຽກ​ມອບ​ໝາຍ​ນີ້ “ໃຫ້​ສຳເລັດ​ຄົບ​ຖ້ວນ.” (2 ຕີໂມ. 4:5, ລ.ມ.) ແຕ່​ມັນ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ໃຊ້​ເວລາ​ກັບ​ວຽກ​ຮັບໃຊ້​ໃຫ້​ຫຼາຍ​ເທົ່າ​ທີ່​ເຮົາ​ຢາກ​ເຮັດ.

2. ມີ​ບັນຫາ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ?

2 ໃນ​ຊີວິດ​ປະຈຳ​ວັນ ເຮົາ​ຍັງ​ຕ້ອງ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ກັບ​ຫຼາຍ​ສິ່ງ​ທີ່​ສຳຄັນ. ເຮົາ​ອາດ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ​ກັບ​ຄອບຄົວ. ເຮົາ​ອາດ​ຍັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນໆອີກ​ໃນ​ຄອບຄົວ ເຮົາ​ອາດ​ເຈັບ​ປ່ວຍ ຊຶມເສົ້າ ຫຼື​ມີ​ບັນຫາ​ຍ້ອນ​ເຖົ້າ​ແລ້ວ. ເມື່ອ​ເຮົາ​ມີ​ບັນຫາ​ແບບ​ນີ້ ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໄດ້​ແນວ​ໃດ?

3. ເຮົາ​ໄດ້​ຂໍ້​ສະຫຼຸບ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 13:23?

3 ຖ້າ​ສະພາບການ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ເວລາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ ຂໍ​ຢ່າ​ຟ້າວ​ທໍ້​ໃຈ. ພະ​ເຍຊູ​ເອງ​ກໍ​ຮູ້​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ເຮັດ​ວຽກ​ຮັບໃຊ້​ໄດ້​ເທົ່າ​ກັນ. (ອ່ານ​ມັດທາຍ 13:23) ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ. (ເຫບ. 6:10-12) ແຕ່​ຖ້າ​ເຮົາ​ຮູ້ສຶກ​ວ່າ​ສະພາບການ​ຂອງ​ເຮົາ​ເປີດ​ໂອກາດ​ໃຫ້​ເຮົາ​ຮັບໃຊ້​ໄດ້​ຫຼາຍ​ຂຶ້ນ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ເຮົາ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໃຫ້​ວຽກ​ຮັບໃຊ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ ແລະ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ທຳອິດ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ກ່ອນ​ວ່າ​ການ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4. ການ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ເວົ້າ​ງ່າຍໆຄື ການ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ໄປ​ປະກາດ​ແລະ​ສອນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້. ສຳລັບ​ພະ​ເຢໂຫວາ​ແລ້ວ ແຮງ​ກະຕຸ້ນ​ຂອງ​ເຮົາ​ເປັນ​ເລື່ອງ​ສຳຄັນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ມີ​ຈຳນວນ​ຊົ່ວ​ໂມງ​ຫຼາຍ​ເທົ່າ​ນັ້ນ. ເຮົາ​ເຮັດ​ວຽກ​ຮັບໃຊ້ *ສຸດ​ຊີວິດ​ຍ້ອນ​ວ່າ​ເຮົາ​ຮັກ​ພະອົງ ແລະ​ຮັກ​ເພື່ອນ​ບ້ານ. (ມໂກ. 12:30, 31; ໂກໂລ. 3:23) ການ​ຮັບໃຊ້​ພະເຈົ້າ​ສຸດ​ຊີວິດ​ໝາຍ​ເຖິງ​ການ​ທຸ່ມ​ເທ​ກຳລັງ​ແລະ​ເຫື່ອ​ແຮງ​ທັງ​ໝົດ​ທີ່​ເຮົາ​ມີ​ເພື່ອ​ຮັບໃຊ້​ພະອົງ. ເມື່ອ​ເຮົາ​ເຫັນ​ຄຸນຄ່າ​ໃນ​ສິດທິ​ພິເສດ​ທີ່​ໄດ້​ປະກາດ ເຮົາ​ກໍ​ຈະ​ພະຍາຍາມ​ບອກ​ຂ່າວ​ດີ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້.

5-6. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ຄົນ​ທີ່​ມີ​ເວລາ​ບໍ່​ຫຼາຍ​ຈະ​ໃຫ້​ການ​ຮັບໃຊ້​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໄດ້​ແນວ​ໃດ.

5 ຂໍ​ໃຫ້​ນຶກ​ພາບ​ວ່າ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ມັກ​ຫຼິ້ນ​ກິຕ້າ​ຫຼາຍ. ລາວ​ມີ​ຄວາມ​ສຸກ​ທຸກ​ຄັ້ງ​ທີ່​ໄດ້​ຫຼິ້ນ. ໃນ​ທີ່​ສຸດ ລາວ​ກໍ​ໄດ້​ວຽກ​ຫຼິ້ນ​ກິຕ້າ​ຢູ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ໃນ​ວັນ​ເສົາ​ອາທິດ ແຕ່​ເງິນ​ທີ່​ໄດ້​ບໍ່​ພໍ​ໃຊ້. ດັ່ງ​ນັ້ນ ລາວ​ຈຶ່ງ​ໄປ​ເຮັດ​ວຽກ​ເປັນ​ພະນັກງານ​ຮັບ​ເງິນ​ຢູ່​ທີ່​ຮ້ານ​ຂາຍ​ເຄື່ອງ ເຊິ່ງ​ເຮັດ​ວັນ​ຈັນ​ຫາ​ວັນ​ສຸກ. ເຖິງ​ວ່າ​ລາວ​ຈະ​ໃຊ້​ເວລາ​ສ່ວນ​ຫຼາຍ​ເຮັດ​ວຽກ​ຢູ່​ຮ້ານ​ຂາຍ​ເຄື່ອງ ແຕ່​ໃຈ​ຂອງ​ລາວ​ກໍ​ຢູ່​ກັບ​ການ​ຫຼິ້ນ​ກິຕ້າ. ທີ່​ຈິງ ລາວ​ຢາກ​ຝຶກ​ຫຼິ້ນ​ໃຫ້​ເກັ່ງ​ເພື່ອ​ຈະ​ເປັນ​ນັກ​ດົນຕີ​ມື​ອາຊີບ. ເຖິງ​ວ່າ​ລາວ​ມີ​ເວລາ​ບໍ່​ຫຼາຍ ແຕ່​ລາວ​ກໍ​ມີ​ຄວາມ​ສຸກ​ທຸກ​ຄັ້ງ​ທີ່​ມີ​ໂອກາດ​ໄດ້​ຫຼິ້ນ​ກິຕ້າ.

6 ຄ້າຍ​ຄື​ກັນ ເຮົາ​ອາດ​ມີ​ເວລາ​ບໍ່​ຫຼາຍ​ທີ່​ຈະ​ເຮັດ​ວຽກ​ປະກາດ ແຕ່​ເຮົາ​ກໍ​ມັກ​ເຮັດ​ວຽກ​ນີ້​ຫຼາຍ ແລະ​ເຮົາ​ກໍ​ພະຍາຍາມ​ຝຶກ​ຝົນ​ຄວາມ​ສາມາດ​ເພື່ອ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ຂ່າວ​ດີ. ຍ້ອນ​ເຈົ້າ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເບິ່ງ​ແຍງ ເຈົ້າ​ອາດ​ສົງໄສ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ?

ເຮົາ​ຈະ​ເຮັດ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໄດ້​ແນວ​ໃດ?

7-8. ພະ​ເຍຊູ​ຄິດ​ແນວ​ໃດ​ຕໍ່​ວຽກ​ປະກາດ ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ?

7 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຍຊູ​ຄິດ​ແນວ​ໃດ​ກ່ຽວ​ກັບ​ວຽກ​ປະກາດ ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ. ເພິ່ນ​ເຮັດ​ໃຫ້​ການ​ເວົ້າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ໂຢ. 4:34, 35) ພະ​ເຍຊູ​ຍ່າງ​ຫຼາຍ​ຮ້ອຍ​ກິໂລແມັດ​ເພື່ອ​ປະກາດ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​. ເພິ່ນ​ໃຊ້​ທຸກ​ໂອກາດ​ເພື່ອ​ຈະ​ເວົ້າ​ກັບ​ຜູ້​ຄົນ​ໃນ​ບ່ອນ​ສາທາລະນະ​ແລະ​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ. ພະ​ເຍຊູ​ທຸ່ມ​ເທ​ທັງ​ຊີວິດ​ເພື່ອ​ເຮັດ​ວຽກ​ປະກາດ.

8 ເມື່ອ​ເຮົາ​ສ້າງ​ໂອກາດ​ທີ່​ຈະ​ເວົ້າ​ຂ່າວ​ດີ​ກັບ​ຄົນ​ອື່ນ​ບໍ່​ວ່າ​ຢູ່​ໃສ​ຫຼື​ເວລາ​ໃດ ນີ້​ສະແດງ​ວ່າ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຍຊູ. ເຮົາ​ພ້ອມ​ທີ່​ຈະ​ເສຍ​ສະລະ​ຄວາມ​ສະດວກ​ສະບາຍ​ສ່ວນ​ຕົວ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ. (ມໂກ. 6:31-34; 1 ເປ. 2:21) ບາງ​ຄົນ​ໃນ​ປະຊາຄົມ​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ ໄພໂອເນຍ​ປະຈຳ ຫຼື​ໄພໂອເນຍ​ສົບ​ທົບ. ສ່ວນ​ຄົນ​ອື່ນໆໄດ້​ຮຽນ​ເວົ້າ​ພາສາ​ໃໝ່ ຫຼື​ໄດ້​ຍ້າຍ​ໄປ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຕ້ອງການ​ຜູ້​ປະກາດ. ແຕ່​ສ່ວນ​ຫຼາຍ​ຜູ້​ທີ່​ເຮັດ​ວຽກ​ປະກາດ​ແມ່ນ​ຜູ້​ປະກາດ​ລາຊະອານາຈັກ​ທີ່​ເຮັດ​ສຸດ​ຄວາມ​ສາມາດ. ບໍ່​ວ່າ​ເຮົາ​ຮັບໃຊ້​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຫຼາຍ​ກວ່າ​ທີ່​ເຮົາ​ເຮັດ​ໄດ້. ພະອົງ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະອົງ​ຕອນ​ທີ່​ເຮົາ​ປະກາດ “ຂ່າວ​ດີ​ທີ່​ດີ​ເລີດ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.”—1 ຕີໂມ. 1:11, ລ.ມ.; ບັນຍັດ. 30:11

9. (ກ) ເຖິງ​ວ່າ​ໂປໂລ​ຕ້ອງ​ຫາ​ລ້ຽງ​ຊີບ ແຕ່​ລາວ​ໄດ້​ຈັດ​ໃຫ້​ວຽກ​ປະກາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ​ໄດ້​ແນວ​ໃດ? (ຂ) ກິດຈະການ 28:16, 30, 31 ສະແດງ​ວ່າ​ໂປໂລ​ມີ​ຄວາມ​ຄິດ​ແນວ​ໃດ​ຕໍ່​ວຽກ​ປະກາດ?

9 ອັກຄະສາວົກ​ໂປໂລ​ວາງ​ຕົວຢ່າງ​ທີ່​ດີ​ໂດຍ​ຈັດ​ໃຫ້​ວຽກ​ຮັບໃຊ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຕອນ​ທີ່​ລາວ​ຢູ່​ເມືອງ​ໂກລິນໂທ​ໃນ​ລະຫວ່າງ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ 2 ເງິນ​ຂອງ​ລາວ​ເກືອບ​ຈະ​ໝົດ ແລະ​ລາວ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເຮັດ​ວຽກ​ຫຍິບ​ເຕັ້ນ. ແຕ່​ໂປໂລ​ບໍ່​ໄດ້​ຖື​ວ່າ​ການ​ເຮັດ​ວຽກ​ຫຍິບ​ເຕັ້ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ລາວ​ເຮັດ​ວຽກ​ນີ້​ເພື່ອ​ຈະ​ຮັບໃຊ້​ຕໍ່​ໄປ​ໄດ້ ໂດຍ​ບໍ່​ຕ້ອງການ “ຮັບ​ຄ່າ​ຈ້າງ” ຈາກ​ການ​ປະກາດ​ກັບ​ຊາວ​ໂກລິນໂທ. (2 ໂກ. 11:7) ເຖິງ​ວ່າ​ໂປໂລ​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຊີບ ແຕ່​ລາວ​ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ປະກາດ​ສະເໝີ ແລະ​ລາວ​ໄປ​ປະກາດ​ທຸກ​ວັນ​ສະ​ບາ​ໂຕ. ເມື່ອ​ສະພາບການ​ຂອງ​ລາວ​ດີ​ຂຶ້ນ ລາວ​ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປະກາດ​ຫຼາຍ​ຂຶ້ນ. ລາວ “ທຸ່ມ​ເທ​ເວລາ​ໃນ​ວຽກ​ປະກາດ​ຄຳ​ສອນ​ຂອງ​ພະເຈົ້າ​ແລະ​ໃຫ້​ຊາວ​ຢິວ​ເຫັນ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ພະ​ເຍຊູ​ເປັນ​ຄລິດ.” (ກິດ. 18:3-5, ລ.ມ.; 2 ໂກ. 11:9) ຕໍ່​ມາ ໃນ​ລະຫວ່າງ 2 ປີ​ທີ່​ໂປໂລ​ຖືກ​ກັກ​ບໍລິເວນ​ໃຫ້​ຢູ່​ແຕ່​ເຮືອນ​ໃນ​ໂລມ ລາວ​ໄດ້​ປະກາດ​ກັບ​ຄົນ​ທີ່​ມາ​ຢ້ຽມ​ຢາມ ແລະ​ຂຽນ​ຈົດ​ໝາຍ​ຫຼາຍ​ສະບັບ. (ອ່ານ​ກິດຈະການ 28:16, 30, 31) ໂປໂລ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ກໍ​ຕາມ​ສຳຄັນ​ກວ່າ​ວຽກ​ປະກາດ​ຂອງ​ລາວ. ລາວ​ຂຽນ​ວ່າ: “ຍ້ອນ​ເຮົາ​ໄດ້​ຮັບ​ມອບ​ໝາຍ​ວຽກ​ຮັບໃຊ້​ນີ້ . . . ເຮົາ​ຈຶ່ງ​ບໍ່​ທໍ້​ຖອຍ.” (2 ໂກ. 4:1, ລ.ມ.) ຄື​ກັບ​ໂປໂລ ເຖິງ​ວ່າ​ເຮົາ​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ ເຮົາ​ຍັງ​ສາມາດ​ຈັດ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໄດ້.

ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ (ເບິ່ງ​ຂໍ້ 10-11)

10-11. ຖ້າ​ເຮົາ​ມີ​ບັນຫາ​ສຸຂະພາບ​ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໄດ້​ແນວ​ໃດ?

10 ຖ້າ​ເຮົາ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້​ບໍ່​ຫຼາຍ​ຍ້ອນ​ອາຍຸ​ສູງ​ຫຼື​ມີ​ບັນຫາ​ສຸຂະພາບ ເຮົາ​ກໍ​ຍັງ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ​ປະກາດ​ໃນ​ຮູບ​ແບບ​ອື່ນ​ໄດ້. ຜູ້​ປະກາດ​ໃນ​ສະຕະວັດ​ທຳອິດ​ໄປ​ຫາ​ຜູ້​ຄົນ​ໃນ​ທຸກ​ບ່ອນ​ບໍ່​ວ່າ​ຈະ​ຢູ່​ໃສ. ເຂົາ​ເຈົ້າ​ໄດ້​ໃຊ້​ທຸກ​ໂອກາດ​ທີ່​ຈະ​ເວົ້າ​ເລື່ອງ​ຄວາມ​ຈິງ​ກັບ ‘ຄົນ​ທີ່​ໄດ້​ພົບ’ ເຊັ່ນ: ຢູ່​ຕາມ​ບ້ານ​ເຮືອນ ບ່ອນ​ສາທາລະນະ ຫຼື​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. (ກິດ. 17:17; 20:20) ຖ້າ​ເຮົາ​ຍ່າງ​ຫຼາຍ​ບໍ່​ໄດ້ ເຮົາ​ອາດ​ນັ່ງ​ປະກາດ​ໃນ​ບ່ອນ​ສາທາລະນະ​ທີ່​ມີ​ຜູ້​ຄົນ​ມັກ​ຜ່ານ​ໄປ​ມາ ຫຼື​ອາດ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ ຂຽນ​ຈົດ​ໝາຍ ຫຼື​ທາງ​ໂທລະສັບ. ຜູ້​ປະກາດ​ຫຼາຍ​ຄົນ​ທີ່​ບໍ່​ສາມາດ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ຍ້ອນ​ບັນຫາ​ສຸຂະພາບ​ຫຼື​ບັນຫາ​ອື່ນໆກໍ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ເມື່ອ​ປະກາດ​ໃນ​ຮູບ​ແບບ​ດັ່ງ​ກ່າວ​ນັ້ນ.

11 ເຖິງ​ວ່າ​ຈະ​ມີ​ບັນຫາ​ສຸຂະພາບ ແຕ່​ເຈົ້າ​ສາມາດ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບ​ຖ້ວນ​ໄດ້. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ​ອີກ​ເທື່ອ​ໜຶ່ງ ລາວ​ບອກ​ວ່າ: “ເຮົາ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້​ດ້ວຍ​ພະອົງ​ຜູ້​ຊູ​ແຮງ​ຂອງ​ເຮົາ.” (ຟີລິບ 4:13) ໂປໂລ​ຈຳເປັນ​ຕ້ອງ​ມີ​ພະລັງ​ນີ້ ເພາະ​ມີ​ເທື່ອ​ໜຶ່ງ​ທີ່​ລາວ​ບໍ່​ສະບາຍ​ໃນ​ລະຫວ່າງ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ. ລາວ​ບອກ​ກັບ​ພີ່​ນ້ອງ​ໃນ​ຄາລາຊີ​ວ່າ “ຄັ້ງ​ທຳອິດ​ທີ່​ຂ້ອຍ​ໄດ້​ປະກາດ​ຂ່າວ​ດີ​ກັບ​ພວກ​ເຈົ້າ​ກໍ​ຍ້ອນ​ເຈັບ​ປ່ວຍ.” (ຄລາ. 4:13, ລ.ມ.) ຄ້າຍ​ຄື​ກັນ ບັນຫາ​ທີ່​ເຈົ້າ​ມີ​ດ້ານ​ສຸຂະພາບ​ອາດ​ເປີດ​ໂອກາດ​ໃຫ້​ເຈົ້າ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ ເຊັ່ນ: ທ່ານ​ໝໍ ພະຍາບານ ແລະ​ຜູ້​ເບິ່ງ​ແຍງ​ຄົນ​ເຈັບ. ສ່ວນ​ຫຼາຍ​ຄົນ​ເຫຼົ່າ​ນີ້​ບໍ່​ຢູ່​ເຮືອນ​ຕອນ​ທີ່​ພີ່​ນ້ອງ​ມາ​ປະກາດ​ຕາມ​ບ້ານ​ເຮືອນ.

ເຮົາ​ຈະ​ຈັດ​ໃຫ້​ຊີວິດ​ຮຽບ​ງ່າຍ​ໄດ້​ແນວ​ໃດ?

12. ການ​ໃຫ້ “ຕາ​ຂອງ​ທ່ານ​ຊື່​ດີ” ໝາຍ​ຄວາມ​ວ່າ​ແນວ​ໃດ?

12 ພະ​ເຍຊູ​ບອກ​ວ່າ: “ຕາ​ເປັນ​ໂຄມ​ໄຟ​ແຫ່ງ​ກາຍ. ເຫດ​ສັນນີ້​ຖ້າ​ຕາ​ຂອງ​ທ່ານ​ຊື່​ດີ​ກາຍ​ທັງ​ສິ້ນ​ຈະ​ເຕັມ​ໄປ​ດ້ວຍ​ແຈ້ງ.” (ມັດ. 6:22) ເພິ່ນ​ໝາຍ​ຄວາມ​ວ່າ ໃຫ້​ຕາ​ຂອງ​ເຮົາ​ເບິ່ງ​ໄປ​ແຕ່​ສິ່ງ​ດຽວ ເປົ້າ​ໝາຍ​ດຽວ ຈຸດ​ປະສົງ​ດຽວ ແລະ​ບໍ່​ວອກແວກ. ພະ​ເຍຊູ​ວາງ​ຕົວຢ່າງ​ໃນ​ເລື່ອງ​ນີ້​ໂດຍ​ທຸ່ມ​ເທ​ຊີວິດ​ກັບ​ວຽກ​ຮັບໃຊ້ ແລະ​ເພິ່ນ​ສອນ​ລູກ​ສິດ​ໃຫ້​ຈົດຈໍ່​ກັບ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ລາຊະອານາຈັກ​ຂອງ​ພະອົງ. ເມື່ອ​ເຮົາ​ທຸ່ມ​ເທ​ຊີວິດ​ຂອງ​ເຮົາ​ໃນ​ວຽກ​ຮັບໃຊ້ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຍຊູ​ໂດຍ “ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ຄວາມ​ຖືກຕ້ອງ​ຊອບທຳ​ຂອງ​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.”—ມັດ. 6:33, ລ.ມ.

13. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ກັບ​ວຽກ​ຮັບໃຊ້?

13 ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຈົດຈໍ່​ກັບ​ວຽກ​ຮັບໃຊ້​ຄື​ໂດຍ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ. * ຕົວຢ່າງ: ເຮົາ​​ປັບ​ຕາ​ຕະລາງ​ເຮັດ​ວຽກ​ໄດ້​ບໍ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ​ກາງ​ອາທິດ? ເຮົາ​ຕັດ​ກິດຈະກຳ​ບາງ​ຢ່າງ​ທີ່​ກິນ​ເວລາ​ຫຼາຍ​ອອກ​ໄປ​ໄດ້​ບໍ?

14. ຜົວ​ເມຍ​ຄູ່​ໜຶ່ງ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ເວລາ​ປະກາດ​ຫຼາຍ​ຂຶ້ນ?

14 ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຊື່​ອີລາຍ​ອັດ​ກັບ​ເມຍ​ໄດ້​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ໃນ​ຕອນ​ນັ້ນ ພວກ​ເຮົາ​ເລີ່ມ​ເປັນ​ໄພໂອເນຍ​ທັນທີ​ບໍ່​ໄດ້ ແຕ່​ເຮົາ​ໄດ້​ປັບ​ປ່ຽນ​ບາງ​ຢ່າງ​ເພື່ອ​ຈະ​ມີ​ເວລາ​ປະກາດ​ຫຼາຍ​ຂຶ້ນ. ເຮົາ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ລົງ ຕັດ​ກິດຈະກຳ​ບາງ​ຢ່າງ​ທີ່​ບໍ່​ຈຳເປັນ​ອອກ​ໄປ ແລະ​ຂໍ​ປັບ​ຕາ​ຕະລາງ​ເຮັດ​ວຽກ​ກັບ​ນາຍ​ຈ້າງ. ຜົນ​ກໍ​ຄື ເຮົາ​ໄປ​ຮ່ວມ​ປະກາດ​ໃນ​ຕອນ​ແລງ​ໄດ້ ມີ​ນັກ​ສຶກສາ​ເພີ່ມ​ຂຶ້ນ ແລະ​ແມ່ນ​ແຕ່​ສາມາດ​ໄປ​ປະກາດ​ກາງ​ອາທິດ​ເດືອນ​ລະ 2 ເທື່ອ​ໄດ້. ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ອີ່ຫຼີ!”

ເຮົາ​ຈະ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ​ໄດ້​ແນວ​ໃດ?

ການ​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ການ​ປະຊຸມ​ກາງ​ອາທິດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ​ໃຫ້​ດີ​ຂຶ້ນ​ຕໍ່ໆໄປ (ເບິ່ງ​ຂໍ້ 15-16) *

15-16. ຕາມ​ທີ່​ບອກ​ໄວ້​ໃນ 1 ຕີໂມເຕ 4:13, 15 ເຮົາ​ຈະ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ເປັນ​ຜູ້​ປະກາດ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ ເປົ້າ​ໝາຍ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຢ່າງ​ສຳເລັດ​ຄົບ​ຖ້ວນ.”)

15 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ແມ່ນ​ໂດຍ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ. ຄົນ​ທີ່​ເຮັດ​ວຽກ​ບາງ​ອາຊີບ​ຕ້ອງ​ໄດ້​ຝຶກ​ອົບຮົມ​ເປັນ​ປະຈຳ​ເພື່ອ​ຈະ​ໄດ້​ພັດທະນາ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ດີ​ຂຶ້ນ. ຜູ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​​ກໍ​ຕ້ອງ​ເຮັດ​ຄື​ກັນ. ເຮົາ​ຕ້ອງ​ຮຽນ​ຮູ້​ຕໍ່ໆໄປ​ເພື່ອ​ຈະ​ເປັນ​ຜູ້​ປະກາດ​ທີ່​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ.—ສຸພາ. 1:5; ອ່ານ 1 ຕີໂມເຕ 4:13, 15

16 ເຮົາ​ຈະ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ​ຂອງ​ເຮົາ​ຕໍ່ໆໄປ​ໄດ້​ແນວ​ໃດ? ໂດຍ​ເອົາໃຈໃສ່​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໃນ​ການ​ປະຊຸມ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້. ການ​ປະຊຸມ​ນີ້​ຝຶກ​ເຮົາ​ເປັນ​ປະຈຳ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ປະກາດ​ໄດ້​ດີ​ຂຶ້ນ. ຕົວຢ່າງ​ເຊັ່ນ: ເມື່ອ​ປະທານ​ການ​ປະຊຸມ​ໃຫ້​ຄຳ​ແນະນຳ​ຜູ້​ທີ່​ເຮັດ​ສ່ວນ​ນັກ​ຮຽນ ເຮົາ​ກໍ​ຈະ​ເຫັນ​ບາງ​ຈຸດ​ທີ່​ຈະ​ນຳ​ໄປ​ໃຊ້​ເພື່ອ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ການ​ສອນ​ຂອງ​ເຮົາ. ຈາກ​ນັ້ນ ເຮົາ​ສາມາດ​ເຮັດ​ຕາມ​ຈຸດ​ເຫຼົ່າ​ນັ້ນ​ເມື່ອ​ປະກາດ​ກັບ​ຜູ້​ຄົນ. ເຮົາ​ອາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼື​ເຮັດ​ວຽກ​ຮັບໃຊ້​ນຳ​ຜູ້​ດູ​ແລ​ກຸ່ມ​ປະກາດ ຜູ້​ປະກາດ​ຄົນ​ອື່ນໆທີ່​ມີ​ປະສົບການ ໄພໂອເນຍ ຫຼື​ຜູ້​ດູ​ແລ​ໝວດ. ເມື່ອ​ຊຳນານ​ໃນ​ການ​ໃຊ້​ເຄື່ອງ​ມື​ແຕ່​ລະ​ຢ່າງ​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ​ແລະ​ການ​ສອນ​ຄົນ​ອື່ນ.

17. ເຈົ້າ​ຈະ​ໄດ້​ຫຍັງ​ເມື່ອ​ເຈົ້າ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ?

17 ເປັນ​ສິດທິ​ພິເສດ​ແທ້ໆທີ່​ພະ​ເຢໂຫວາ​ໃຫ້​ເຮົາ “ເປັນ​ເພື່ອນ​ຮ່ວມ​ງານ” ຂອງ​ພະອົງ! (1 ໂກ. 3:9, ລ.ມ.) ເມື່ອ​ເຈົ້າ “ເບິ່ງ​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ” ແລະ​ຈົດຈໍ່​ກັບ​ວຽກ​ຮັບໃຊ້ ເຈົ້າ​ກໍ​ຈະ “ນະມັດສະການ​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ.” (ຟີລິບ 1:10, ລ.ມ.; ເພງ. 100:2, ລ.ມ.) ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ພະເຈົ້າ ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ໃຫ້​ເຈົ້າ​ມີ​ກຳລັງ​ທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ ບໍ່​ວ່າ​ເຈົ້າ​ຈະ​ປະສົບ​ບັນຫາ​ຫຼື​ມີ​ຂໍ້​ຈຳກັດ​ສ່ຳ​ໃດ​ກໍ​ຕາມ. (2 ໂກ. 4:1, 7; 6:4) ບໍ່​ວ່າ​ສະພາບການ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ປະກາດ​ໄດ້​ຫຼາຍ​ຫຼື​ໜ້ອຍ ເຈົ້າ​ກໍ​ສາມາດ “ພູມ​ໃຈ” ໄດ້​ເພາະ​ເຈົ້າ​ເຮັດ​ວຽກ​ຮັບໃຊ້​ສຸດ​ຊີວິດ. (ຄລາ. 6:4, ທ.ປ.) ເມື່ອ​ເຈົ້າ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ ກໍ​ສະແດງ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ເພື່ອນ​ມະນຸດ. ‘ເມື່ອ​ກະທຳ​ຢ່າງ​ນັ້ນ​ເຈົ້າ​ຈະ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ແລະ​ຄົນ​ທັງ​ຫຼາຍ​ທີ່​ຟັງ​ເຈົ້າ.’—1 ຕີໂມ. 4:16

ເພງ 58 ຊອກ​ຫາ​ຄົນ​ທີ່​ມັກ​ຄວາມ​ສະຫງົບ​ສຸກ

^ ຂໍ້ 5 ພະ​ເຍຊູ​ສັ່ງ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ວ່າ ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ ແລະ​ເຮົາ​ຍັງ​ຈະ​ຮຽນ​ຮູ້​ວ່າ ເຮົາ​ຈະ​ເປັນ​ຜູ້​ປະກາດ​ທີ່​ດີ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ​ໄດ້​ແນວ​ໃດ.

^ ຂໍ້ 4 ການ​ອະທິບາຍ​ສຳນວນ: ວຽກ​ຮັບໃຊ້​ໝາຍ​ເຖິງ​ການ​ປະກາດ​ແລະ​ການ​ສອນ ການ​ກໍ່​ສ້າງ​ແລະ​ການ​ບຳລຸງ​ຮັກສາ​ອາຄານ​ສະຖານ​ທີ່​ຕ່າງໆທີ່​ອົງການ​ໃຊ້ ແລະ​ວຽກ​ງານ​ບັນເທົາ​ທຸກ​ເມື່ອ​ເກີດ​ໄພ​ພິບັດ​ຂຶ້ນ.—2 ໂກ. 5:18, 19; 8:4

^ ຂໍ້ 13 ເບິ່ງ 7 ຂັ້ນ​ຕອນ​ໃນ​ຂອບ​ຊື່ “ວິທີ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ” ໃນ​ຫໍສັງເກດການ ສະບັບ ກໍລະກົດ 2016 ໜ້າ 8

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ເຮັດ​ສ່ວນ​ກັບ​ໄປ​ຢາມ​ໃນ​ການ​ປະຊຸມ​ກາງ​ອາທິດ ເມື່ອ​ປະທານ​ໃຫ້​ຄຳ​ແນະນຳ ລາວ​ກໍ​ຈົດ​ບາງ​ຢ່າງ​ໄວ້​ໃນ​ຈຸນລະສານ​ການ​ສອນ. ຕໍ່​ມາ​ລາວ​ກໍ​ນຳ​ສິ່ງ​ທີ່​ຮຽນ​ໃນ​ການ​ປະຊຸມ​ນັ້ນ​ໄປ​ໃຊ້​ໃນ​ວຽກ​ປະກາດ.