ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 17

ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ

ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ

“ເຮົາ . . . ຕໍ່​ສູ້ . . . ວິນຍານ​ອັນ​ຊົ່ວ​ທີ່​ຢູ່​ໃນ​ຟ້າ​ອາກາດ [ສະຫວັນ].”—ເອເຟ. 6:12

ເພງ 55 ຢ່າ​ຢ້ານ​ພວກ​ເຂົາ​ເລີຍ!

ໃຈ​ຄວາມ​ສຳຄັນ *

1. ຕາມ​ທີ່​ອະທິບາຍ​ໃນ​ເອເຟດ 6:10-13 ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ທີ່​ສຸດ​ແມ່ນ​ຫຍັງ? ຂໍ​ໃຫ້​ອະທິບາຍ.

ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ທີ່​ສຸດ​ຄື ພະອົງ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ສັດຕູ. ສັດຕູ​ຕົ້ນ​ຕໍ​ຂອງ​ເຮົາ​ແມ່ນ​ຊາຕານ​ແລະ​ພວກ​ຜີ​ປີສາດ. ພະ​ເຢໂຫວາ​ເຕືອນ​ເຮົາ​ໃຫ້​ລະວັງ​ສັດຕູ​ພວກ​ນີ້ ແລະ​ໄດ້​ໃຫ້​ສິ່ງ​ທີ່​ຈຳເປັນ​ກັບ​ເຮົາ​ເພື່ອ​ຈະ​ຕໍ່​ສູ້​ກັບ​ພວກ​ມັນ. (ອ່ານ​ເອເຟດ 6:10-13) ເມື່ອ​ເຮົາ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ໝາຍ​ເພິ່ງ​ພະອົງ​ຢ່າງ​ເຕັມທີ ເຮົາ​ກໍ​ຈະ​ຕໍ່​ສູ້​ຊາຕານ​ພະຍາມານ​ໄດ້​ສຳເລັດ. ເຮົາ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ບອກ​ວ່າ: “ຖ້າ​ພະເຈົ້າ​ຢູ່​ຝ່າຍ​ພວກ​ເຮົາ​ຜູ້​ໃດ​ຈະ​ຕໍ່​ສູ້​ເຮົາ​ໄດ້?”—ໂລມ 8:31

2. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້ ເຮົາ​ໃຫ້​ການ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ການ​ຮັບໃຊ້​ພະອົງ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ. ເຮົາ​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ກັບ​ຊາຕານ​ແລະ​ພວກ​ຜີ​ປີສາດ. (ເພງ. 25:5) ແນວ​ໃດ​ກໍ​ຕາມ ເຮົາ​ກໍ​ຕ້ອງ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ຊາຕານ​ເຮັດ. ຍ້ອນ​ຫຍັງ? ເພື່ອ​ເຮົາ​ຈະ​ບໍ່​ຖືກ​ມັນ​ຫຼອກ​ລວງ. (2 ໂກ. 2:11) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ຫຼັກ​ຢ່າງ​ໜຶ່ງ​ທີ່​ຊາຕານ​ແລະ​ພວກ​ຜີ​ປີສາດ​ໃຊ້​ເພື່ອ​ຫຼອກ​ລວງ​ຄົນ​ເຮົາ. ເຮົາ​ຍັງ​ຈະ​ພິຈາລະນາ​ວິທີ​ທີ່​ເຮົາ​ຈະ​ຕໍ່​ສູ້​ພວກ​ມັນ​ໄດ້​ສຳເລັດ.

ວິທີ​ທີ່​ພວກ​ຜີ​ປີສາດ​ໃຊ້​ເພື່ອ​ຫຼອກ​ລວງ​ຄົນ​ເຮົາ

3-4. (ກ) ໄສຍະສາດ​ແມ່ນ​ຫຍັງ? (ຂ) ຄວາມ​ເຊື່ອ​ເລື່ອງ​ໄສຍະສາດ​ແພ່​ຂະຫຍາຍ​ຫຼາຍ​ສ່ຳ​ໃດ?

3 ເລື່ອງ​ໄສຍະສາດ​ແມ່ນ​ວິທີ​ຫຼັກ​ຢ່າງ​ໜຶ່ງ​ທີ່​ຊາຕານ​ແລະ​ພວກ​ຜີ​ປີສາດ​ພະຍາຍາມ​ໃຊ້​ເພື່ອ​ຫຼອກ​ລວງ​ຄົນ​ເຮົາ. ຜູ້​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ​ອ້າງ​ວ່າ​ເຂົາ​ເຈົ້າ​ຮູ້​ຫຼື​ຄວບຄຸມ​ສິ່ງ​ທີ່​ມະນຸດ​ທົ່ວໄປ​ບໍ່​ຮູ້​ຫຼື​ຄວບຄຸມ​ບໍ່​ໄດ້. ຕົວຢ່າງ: ບາງ​ຄົນ​ອ້າງ​ວ່າ​ເຂົາ​ເຈົ້າ​ຮູ້ຈັກ​ອະນາຄົດ​ໄດ້ ໂດຍ​ໃຊ້​ໂຫລາສາດ​ຫຼື​ການ​ສ່ຽງ​ທາຍ​ເບິ່ງ​ດວງ​ຊາຕາ. ບາງ​ຄົນ​ເຮັດ​ຄື​ກັບ​ວ່າ​ສື່ສານ​ກັບ​ຄົນ​ຕາຍ​ໄດ້. ສ່ວນ​ບາງ​ຄົນ​ໃຊ້​ວິຊາ​ອາຄົມ​ຫຼື​ເວດ​ມົນ​ຄາຖາ ແລະ​ອາດ​ພະຍາຍາມ​ໃສ່​ສະເໜ່​ຄົນ​ອື່ນ. *

4 ຄວາມ​ເຊື່ອ​ເລື່ອງ​ໄສຍະສາດ​ແພ່​ຂະຫຍາຍ​ຫຼາຍ​ສ່ຳ​ໃດ? ການ​ສຳຫຼວດ​ໜຶ່ງ​ໃນ 18 ປະເທດ​ຢູ່​ເຂດ​ອາເມຣິກາ​ລາຕິນ​ແລະ​ເຂດ​ຄາຣິບຽນ​ບອກ​ວ່າ 1 ສ່ວນ 3 ຂອງ​ຄົນ​ທີ່​ຖືກ​ສຳຫຼວດ​ເຊື່ອ​ໃນ​ເລື່ອງ​ເວດ​ມົນ​ຄາຖາ ວິຊາ​ອາຄົມ ແລະ​ຍັງ​ມີ​ຈຳນວນ​ຄົນ​ທີ່​ເກືອບ​ເທົ່າ​ກັນ​ນັ້ນ​ກໍ​ເຊື່ອ​ວ່າ​ສາມາດ​ຕິດ​ຕໍ່​ຫຼື​ລົມ​ກັບ​ພວກ​ວິນຍານ​ໄດ້. ການ​ສຳຫຼວດ​ອີກ​ອັນ​ໜຶ່ງ​ໃນ 18 ປະເທດ​ຢູ່​ເຂດ​ອາຝຼິກກາ​ບອກ​ວ່າ​ໂດຍ​ສະເລ່ຍ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ຜູ້​ທີ່​ຖືກ​ສຳຫຼວດ​ເຊື່ອ​ເລື່ອງ​ໝໍ​ຜີ. ແນ່ນອນ​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ ເຮົາ​ຕ້ອງ​ປົກ​ປ້ອງ​ຕົວ​ເອງ​ຈາກ​ເລື່ອງ​ໄສຍະສາດ​ເພາະ​ຊາຕານ​ກຳລັງ​ພະຍາຍາມ​ຫຼອກ​ລວງ​ຜູ້​ຄົນ “ທົ່ວ​ແຜ່ນດິນ​ໂລກ.”—ຄຳປ. 12:9

5. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ເລື່ອງ​ໄສຍະສາດ?

5 ພະ​ເຢໂຫວາ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ຈິງ.” (ເພງ. 31:5) ດັ່ງ​ນັ້ນ ພະອົງ​ຮູ້ສຶກ​ແນວ​ໃດ​ກັບ​ເລື່ອງ​ໄສຍະສາດ? ພະອົງ​ກຽດ​ຊັງ​ມັນ​ແທ້ໆ! ພະ​ເຢໂຫວາ​ບອກ​ຊາວ​ອິດສະລາແອນ​ວ່າ: “ໃນ​ທ່າມກາງ​ເຈົ້າ​ຢ່າ​ໃຫ້​ມີ​ຜູ້​ໃດ​ທີ່​ຈະ​ຍົກ​ລູກ​ຊາຍ​ຫຼື​ຍິງ​ເຜົາ​ດ້ວຍ​ໄຟ ຢ່າ​ໃຫ້​ມີ​ໝໍ​ທວາຍ​ທີ່​ເຮັດ​ການ​ທວາຍ ຢ່າ​ໃຫ້​ມີ​ໝໍ​ດູ​ສະກົດ​ຍາມ ຫຼື​ໝໍ​ດູ​ຈັບ​ຍາມ ຫຼື​ໝໍ​ມໍ ຫຼື​ໝໍ​ເຢົາ ຢ່າ​ໃຫ້​ມີ​ຜູ້​ໃດ​ທີ່​ປຶກສາ​ກັນ​ກັບ​ຜີ​ທັງ​ຫຼາຍ ຫຼື​ໝໍ​ທຳນວາຍ​ບຸນ ຫຼື​ຜູ້​ໃດ​ທີ່​ສືບ​ຖາມ​ຄົນ​ຕາຍ​ແລ້ວ. ເຫດ​ວ່າ​ຄົນ​ທຸກ​ຄົນ​ທີ່​ກະທຳ​ການ​ທັງ​ຫຼາຍ​ນີ້​ເປັນ​ທີ່​ໜ່າຍແໜງ [ກຽດ​ຊັງ] ແກ່​ພະ​ເຢໂຫວາ.” (ບັນຍັດ. 18:10-12) ເຖິງ​ວ່າ​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ຊາດ​ອິດສະລາແອນ ແຕ່​ພວກ​ເຮົາ​ຮູ້​ວ່າ​ຄວາມ​ຮູ້ສຶກ​ຂອງ​ພະອົງ​ທີ່​ມີ​ຕໍ່​ເລື່ອງ​ໄສຍະສາດ​ບໍ່​ປ່ຽນ​ແປງ.—ມລກີ. 3:6

6. (ກ) ຊາຕານ​ໃຊ້​ໄສຍະສາດ​ເພື່ອ​ກໍ່​ຄວາມ​ເສຍຫາຍ​ໃຫ້​ຄົນ​ເຮົາ​ແນວ​ໃດ? (ຂ) ຕາມ​ທີ່​ບອກ​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 9:5 ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ?

6 ພະ​ເຢໂຫວາ​ເຕືອນ​ເຮົາ​ກ່ຽວ​ກັບ​ເລື່ອງ​ໄສຍະສາດ​ເພາະ​ພະອົງ​ຮູ້​ວ່າ​ຊາຕານ​ໃຊ້​ສິ່ງ​ນີ້​ເພື່ອ​ກໍ່​ຄວາມ​ເສຍຫາຍ​ໃຫ້​ຄົນ​ເຮົາ. ຊາຕານ​ໃຊ້​ໄສຍະສາດ​ເພື່ອ​ສົ່ງເສີມ​ຄຳ​ຕົວະ​ຂອງ​ມັນ ເຊັ່ນ: ຄຳ​ຕົວະ​ທີ່​ວ່າ​ຄົນ​ຕາຍ​ແລ້ວ​ຍັງ​ມີ​ຊີວິດ​ຢູ່​ບ່ອນ​ອື່ນ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 9:5) ຊາຕານ​ຍັງ​ໃຊ້​ໄສຍະສາດ​ເພື່ອ​ເຮັດ​ໃຫ້​ຄົນ​ເຮົາ​ຢ້ານ​ແລະ​ຫັນ​ໜີ​ຈາກ​ພະ​ເຢໂຫວາ. ຈຸດ​ປະສົງ​ຂອງ​ມັນ​ຄື​ໃຫ້​ທຸກ​ຄົນ​ທີ່​ພົວ​ພັນ​ກັບ​ໄສຍະສາດ​ໝາຍ​ເພິ່ງ​ພວກ​ຜີ​ປີສາດ​ແທນ​ທີ່​ຈະ​ໝາຍ​ເພິ່ງ​ພະ​ເຢໂຫວາ.

ວິທີ​ທີ່​ເຮົາ​ຈະ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ

7. ພະ​ເຢໂຫວາ​ບອກ​ຫຍັງ​ເຮົາ?

7 ດັ່ງ​ທີ່​ເວົ້າ​ມາ​ແລ້ວ ພະ​ເຢໂຫວາ​ບອກ​ສິ່ງ​ທີ່​ເຮົາ​ຄວນ​ຮູ້​ເພື່ອ​ຈະ​ບໍ່​ຖືກ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຫຼອກ​ລວງ. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ຕໍ່​ສູ້​ຊາຕານ​ແລະ​ພວກ​ຜີ​ປີສາດ.

8. (ກ) ວິທີ​ຫຼັກ​ທີ່​ຈະ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ​ແມ່ນ​ຫຍັງ? (ຂ) ຄຳເພງ 146:4 ເປີດໂປງ​ຄຳ​ຕົວະ​ຂອງ​ຊາຕານ​ກ່ຽວ​ກັບ​ຄົນ​ຕາຍ​ແນວ​ໃດ?

8 ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ. ນີ້​ເປັນ​ວິທີ​ຫຼັກ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ພວກ​ຜີ​ປີສາດ. ຄຳພີ​ໄບເບິນ​ເປັນ​ເໝືອນ​ດາບ​ຄົມ​ເຊິ່ງ​ສາມາດ​ແທງ​ທະລຸ​ຫຼື​ເປີດໂປງ​ຄຳ​ຕົວະ​ຂອງ​ຊາຕານ​ໄດ້. (ເອເຟ. 6:17) ຕົວຢ່າງ: ຄຳພີ​ໄບເບິນ​ເປີດໂປງ​ຄຳ​ຕົວະ​ທີ່​ວ່າ​ຄົນ​ຕາຍ​ສາມາດ​ສື່ສານ​ກັບ​ຄົນ​ເປັນ​ໄດ້. (ອ່ານ​ຄຳເພງ 146:4) ຄຳພີ​ໄບເບິນ​ຍັງ​ເຕືອນ​ເຮົາ​ວ່າ ມີ​ພຽງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຮູ້ຈັກ​ອະນາຄົດ​ແທ້ໆ. (ເອຊາ. 45:21; 46:10) ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ເປັນ​ປະຈຳ ເຮົາ​ກໍ​ກຽມ​ພ້ອມ​ທີ່​ຈະ​ປະຕິເສດ​ແລະ​ກຽດ​ຊັງ​ຄຳ​ຕົວະ​ທີ່​ພວກ​ມັນ​ຢາກ​ໃຫ້​ເຮົາ​ເຊື່ອ.

9. ເຮົາ​ບໍ່​ຄວນ​ເຮັດ​ສິ່ງ​ໃດ​ແດ່​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ໄສຍະສາດ?

9 ຢ່າ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ. ເພາະ​ເຮົາ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຈຶ່ງ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ໄສຍະສາດ​ທຸກ​ຮູບ​ແບບ. ຕົວຢ່າງ: ເຮົາ​ຈະ​ບໍ່​ພະຍາຍາມ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ໂດຍ​ການ​ໄປ​ຫາ​ຄົນ​ຊົງ ຫຼື​ໂດຍ​ທາງ​ອື່ນໆ. ດັ່ງ​ທີ່​ເຮົາ​ໄດ້​ເວົ້າ​ໄປ​ແລ້ວ​ໃນ​ບົດ​ຄວາມ​ກ່ອນ ເຮົາ​ຫຼີກ​ລ່ຽງ​ທຳນຽມ​ງານ​ສົບ​ທີ່​ເຊື່ອ​ກັນ​ວ່າ​ຄົນ​ທີ່​ຕາຍ​ແລ້ວ​ຍັງ​ມີ​ຊີວິດ​ຢູ່​ບ່ອນ​ອື່ນ. ເຮົາ​ບໍ່​ພະຍາຍາມ​ຢາກ​ຮູ້​ຢາກ​ເຫັນ​ອະນາຄົດ​ໂດຍ​ການ​ສ່ຽງ​ທາຍ​ເບິ່ງ​ດວງ​ຊາຕາ ເຊັ່ນ ໃຊ້​ໂຫລາສາດ. (ເອຊາ. 8:19) ເຮົາ​ຮູ້​ວ່າ​ທຳນຽມ​ທຸກ​ຢ່າງ​ນັ້ນ​ອັນຕະລາຍ​ຫຼາຍ ແລະ​ອາດ​ເຮັດ​ໃຫ້​ເຮົາ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາຕານ​ແລະ​ພວກ​ຜີ​ປີສາດ​ໂດຍ​ກົງ.

ຮຽນ​ແບບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໂດຍ​ທຳລາຍ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ​ແລະ​ບໍ່​ພົວ​ພັນ​ກັບ​ຄວາມ​ບັນເທີງ​ທີ່​ກ່ຽວ​ຂ້ອງ​ກັບ​ຜີ​ປີສາດ​ແລະ​ເວດ​ມົນ​ຄາຖາ (ເບິ່ງ​ຂໍ້ 10-12)

10-11. (ກ) ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ເຮັດ​ຫຍັງ​ເມື່ອ​ໄດ້​ຮຽນ​ຄວາມ​ຈິງ? (ຂ) ຕາມ 1 ໂກລິນໂທ 10:21 ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ແບບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ​ເຮົາ​ຈະ​ຮຽນ​ແບບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

10 ທຳລາຍ​ວັດຖຸ​ສິ່ງ​ຂອງ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ. ບາງ​ຄົນ​ທີ່​ຢູ່​ເມືອງ​ເອເຟດ​ໃນ​ສະໄໝ​ສະຕະວັດ​ທຳອິດ​ເຄີຍ​ຫຍຸ້ງ​ກ່ຽວ​ກັບ​ໄສຍະສາດ. ເມື່ອ​ເຂົາ​ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ ເຂົາ​ເຈົ້າ​ກໍ​ລົງ​ມື​ເຮັດ​ຕາມ​ທັນທີ. ຄຳພີ​ໄບເບິນ​ບອກ​ວ່າ: “ຫຼາຍ​ຄົນ​ທີ່​ໄດ້​ເຄີຍ​ກະທຳ​ການ​ຫູຮາ​ກໍ​ໄດ້​ເອົາ​ປຶ້ມ​ໜັງສື​ຂອງ​ເຂົາ​ຂົນ​ມາ​ເຜົາ​ໄຟ​ເສຍ​ຕໍ່​ໜ້າ​ຄົນ​ທັງ​ປວງ.” (ກິດ. 19:19) ເຂົາ​ເຈົ້າ​ໄດ້​ເຮັດ​ທຸກ​ຢ່າງ​ເພື່ອ​ຕໍ່​ສູ້​ກັບ​ຜີ​ປີສາດ. ເຖິງ​ວ່າ​ປຶ້ມ​ກ່ຽວ​ກັບ​ເວດ​ມົນ​ຄາຖາ​ຈະ​ມີ​ລາຄາ​ແພງ​ຫຼາຍ ແຕ່​ແທນ​ທີ່​ເຂົາ​ເຈົ້າ​ຈະ​ເອົາ​ຖິ້ມ​ຫຼື​ເອົາ​ໄປ​ຂາຍ​ຕໍ່ ເຂົາ​ເຈົ້າ​ພັດ​ເອົາ​ໄປ​ທຳລາຍ. ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ກວ່າ​ມູນຄ່າ​ຂອງ​ປຶ້ມ​ພວກ​ນັ້ນ.

11 ເຮົາ​ຈະ​ຮຽນ​ແບບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຫຼົ່າ​ນັ້ນ​ໄດ້​ແນວ​ໃດ? ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ທຳລາຍ​ສິ່ງ​ຂອງ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ພົວ​ພັນ​ກັບ​ມັນ ເຊັ່ນ: ເຄື່ອງ​ລາງ ວັດຖຸ​ມຸງ​ຄຸນ ຫຼື​ສິ່ງ​ອື່ນໆທີ່​ຜູ້​ຄົນ​ໃສ່​ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ພວກ​ຜີ​ປີສາດ.—ອ່ານ 1 ໂກລິນໂທ 10:21

12. ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ​ໃນ​ເລື່ອງ​ການ​ພັກຜ່ອນ​ຢ່ອນ​ໃຈ​ຂອງ​ເຮົາ?

12 ກວດ​ເບິ່ງ​ການ​ພັກຜ່ອນ​ຢ່ອນ​ໃຈ​ຂອງ​ເຈົ້າ​ຢ່າງ​ຄັກ​ແນ່. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ປຶ້ມ ວາລະສານ ຫຼື​ເລື່ອງ​ໃນ​ອິນເຕີເນັດ​ທີ່​ຂ້ອຍ​ອ່ານ ເພງ​ທີ່​ຂ້ອຍ​ຟັງ ໜັງ​ແລະ​ລາຍການ​ໂທລະທັດ​ທີ່​ຂ້ອຍ​ເບິ່ງ ຫຼື​ເກມ​ທີ່​ຂ້ອຍ​ຫຼິ້ນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ເລິກ​ລັບ​ບໍ? ສິ່ງ​ທີ່​ຂ້ອຍ​ເຮັດ​ເພື່ອ​ພັກຜ່ອນ​ຢ່ອນ​ໃຈ​ກ່ຽວ​ຂ້ອງ​ໄສຍະສາດ​ບໍ? ມັນ​ມີ​ແວມພາຍ (ຜີ​ດູດ​ເລືອດ) ຊອມ​ບີ້ (ຜີ​ດິບ) ຫຼື​ພະລັງ​ເໜືອ​ທຳມະຊາດ​ບໍ? ຫຼື​ມັນ​ສະແດງ​ໃຫ້​ເຫັນ​ວ່າ​ເລື່ອງ​ເວດ​ມົນ​ແລະ​ຄາຖາ​ອາຄົມ​ເປັນ​ເລື່ອງ​ຕະຫຼົກ​ບໍ?’ ທີ່​ຈິງ ຄວາມ​ບັນເທີງ​ທຸກ​ຢ່າງ​ທີ່​ເປັນ​ເລື່ອງ​ຈິນຕະນາການ ຫຼື​ເທບ​ນິຍາຍ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເລື່ອງ​ໄສຍະສາດ​ສະເໝີ​ໄປ. ຕອນ​ທີ່​ກວດ​ສອບ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ພັກຜ່ອນ​ຢ່ອນ​ໃຈ ຂໍ​ໃຫ້​ເຈົ້າ​ເລືອກ​ຢ່າງ​ດີ​ເພື່ອ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. ເຮົາ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ “ມີ​ໃຈ​ຮູ້​ຜິດ​ແລະ​ຊອບ​ປາສະຈາກ​ຕິຕຽນ” ຕໍ່​ໜ້າ​ພະເຈົ້າ.—ກິດ. 24:16 *

13. ເຮົາ​ບໍ່​ຄວນ​ເລົ່າ​ເລື່ອງ​ຫຍັງ?

13 ຢ່າ​ເລົ່າ​ເລື່ອງ​ກ່ຽວ​ກັບ​ພວກ​ຜີ​ປີສາດ. ເຮົາ​ຄວນ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ນີ້. (1 ເປ. 2:21) ກ່ອນ​ທີ່​ພະ​ເຍຊູ​ຈະ​ລົງ​ມາ​ໂລກ ເພິ່ນ​ເຄີຍ​ຢູ່​ໃນ​ສະຫວັນ​ແລະ​ເພິ່ນ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ເລື່ອງ​ຂອງ​ຊາຕານ​ແລະ​ພວກ​ຜີ​ປີສາດ. ແຕ່​ເພິ່ນ​ກໍ​ບໍ່​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ມັນ​ເຮັດ. ພະ​ເຍຊູ​ຢາກ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ ບໍ່​ແມ່ນ​ເປັນ​ຜູ້​ໂຄສະນາ​ໃຫ້​ກັບ​ຊາຕານ. ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ໂດຍ​ການ​ບໍ່​ເລົ່າ ຫຼື​ບໍ່​ສົ່ງ​ຕໍ່​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ເລື່ອງ​ພວກ​ຜີ​ປີສາດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຄວນ “ຕື່ນ​ເຕັ້ນ” ທີ່​ຈະ​ເວົ້າ “ເລື່ອງ​ດີໆ” ກ່ຽວ​ກັບ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.—ເພງ. 45:1, ລ.ມ.

ເຮົາ​ບໍ່​ຕ້ອງ​ຢ້ານ​ພວກ​ຜີ​ປີສາດ ເພາະ​ພະ​ເຢໂຫວາ ພະ​ເຍຊູ ແລະ​ທູດ​ສະຫວັນ​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ​ພວກ​ມັນ (ເບິ່ງ​ຂໍ້ 14-15) *

14-15. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຢ້ານ​ພວກ​ຜີ​ປີສາດ? (ຂ) ມີ​ຫຼັກ​ຖານ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້?

14 ຢ່າ​ຢ້ານ​ພວກ​ຜີ​ປີສາດ. ໃນ​ໂລກ​ປັດຈຸບັນ​ນີ້ ສິ່ງ​ທີ່​ບໍ່​ດີ​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ໂດຍ​ບໍ່​ຄາດ​ຄິດ ເຊັ່ນ: ອຸບັດ​ຕິ​ເຫດ ຄວາມ​ເຈັບ​ປ່ວຍ ຫຼື​ແມ່ນ​ແຕ່​ຄວາມ​ຕາຍ. ແຕ່​ເຮົາ​ບໍ່​ຄວນ​ໂທດ​ວ່າ​ພວກ​ຜີ​ປີສາດ​ເປັນ​ຜູ້​ເຮັດ. ຄຳພີ​ໄບເບິນ​ບອກ​ວ່າ: “ເຫດການ​ທີ່​ບໍ່​ຄາດ​ຄິດ​ອາດ​ເກີດ​ຂຶ້ນ” ກັບ​ທຸກ​ຄົນ “ໃນ​ເວລາ​ທີ່​ຄາດ​ບໍ່​ເຖິງ.” (ຜູ້ປ. 9:11, ລ.ມ.) ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແລ້ວ​ວ່າ​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ​ພວກ​ຜີ​ປີສາດ. ຕົວຢ່າງ: ພະອົງ​ບໍ່​ອະນຸຍາດ​ໃຫ້​ຊາຕານ​ຂ້າ​ໂຢບ. (ໂຢບ 2:6) ໃນ​ສະໄໝ​ຂອງ​ໂມເຊ ພະ​ເຢໂຫວາ​ໄດ້​ສະແດງ​ວ່າ​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ​ຂອງ​ເອຢິບ. (ອົບ. 8:18; 9:11) ພະ​ເຍຊູ​ໄດ້​ຮັບ​ພະລັງ​ອຳນາດ​ຈາກ​ພະ​ເຢໂຫວາ ແລະ​ຂັບ​ໄລ່​ພວກ​ຜີ​ປີສາດ​ອອກ​ຈາກ​ສະຫວັນ​ໃຫ້​ລົງ​ມາ​ແຜ່ນດິນ​ໂລກ ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ​ຊາຕານ. ແລະ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ພວກ​ມັນ​ຈະ​ຖືກ​ຖິ້ມ​ລົງ​ໃນ​ເຫວ​ເລິກ ໃນ​ບ່ອນ​ທີ່​ພວກ​ມັນ​ບໍ່​ສາມາດ​ກໍ່​ຄວາມ​ເສຍຫາຍ​ໃຫ້​ໃຜ​ໄດ້.—ຄຳປ. 12:9; 20:2, 3

15 ເຮົາ​ເຫັນ​ຫຼັກ​ຖານ​ຫຼາຍ​ຢ່າງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້. ລອງ​ຄິດ​ເບິ່ງ ເຮົາ​ເຮັດ​ວຽກ​ປະກາດ​ແລະ​ສອນ​ຄວາມ​ຈິງ​ຢູ່​ທົ່ວ​ໂລກ. (ມັດ. 28:19, 20) ການ​ເຮັດ​ແບບ​ນີ້​ກໍ​ເທົ່າ​ກັບ​ວ່າ​ເຮົາ​ກຳລັງ​ເປີດໂປງ​ຄວາມ​ຊົ່ວ​ຂອງ​ຊາຕານ. ແນ່ນອນ ຖ້າ​ຊາຕານ​ຢຸດ​ເຮົາ​ໄດ້ ມັນ​ເຮັດ​ແຕ່​ດົນ​ແລ້ວ ແຕ່​ມັນ​ເຮັດ​ບໍ່​ໄດ້. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຢ້ານ​ພວກ​ຜີ​ປີສາດ. ເຮົາ​ຮູ້​ວ່າ “ພະ​ເຢໂຫວາ​ແນມ​ເບິ່ງ​ທົ່ວ​ໂລກ​ເພື່ອ​ຈະ​ໃຊ້​ອຳນາດ​ຂອງ​ພະອົງ​ຊ່ວຍ​ເຫຼືອ​ຄົນ​ທີ່​ຮັບໃຊ້​ພະອົງ​ສຸດ​ຫົວໃຈ.” (2 ຂ່າວ. 16:9, ລ.ມ.) ຖ້າ​ເຮົາ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ພວກ​ຜີ​ປີສາດ​ກໍ​ບໍ່​ສາມາດ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ເຮົາ​ໃນ​ແບບ​ທີ່​ແກ້ໄຂ​ບໍ່​ໄດ້.

ພອນ​ຕ່າງໆສຳລັບ​ຄົນ​ທີ່​ໃຫ້​ພະ​ເຢໂຫວາ​ຊ່ວຍ

16-17. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ເຖິງ​ຄວາມ​ກ້າຫານ​ໃນ​ການ​ຕໍ່​ສູ້​ກັບ​ຜີ​ປີສາດ.

16 ເຮົາ​ຕ້ອງ​ກ້າຫານ​ທີ່​ຈະ​ຕໍ່​ສູ້​ກັບ​ຜີ​ປີສາດ ໂດຍ​ສະເພາະ​ຕອນ​ທີ່​ໝູ່​ແລະ​ຍາດ​ພີ່​ນ້ອງ​ທີ່​ຫວັງ​ດີ​ຕໍ່​ຕ້ານ​ເຮົາ​ເພາະ​ຢ້ານ​ວ່າ​ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ເຮົາ ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທຳນຽມ​ນຳ​ເຂົາ​ເຈົ້າ. ແຕ່​ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ກ້າຫານ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຍິງ​ຊື່​ເອຣິກາ​ຢູ່​ປະເທດ​ການາ ລາວ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຕອນ​ອາຍຸ 21 ປີ. ເນື່ອງ​ຈາກ​ພໍ່​ລາວ​ເປັນ​ໝໍ​ຜີ ລາວ​ຈຶ່ງ​ຖືກ​ຄາດ​ໝາຍ​ໃຫ້​ເຮັດ​ຕາມ​ທຳນຽມ​ຢ່າງ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ໄສຍະສາດ ນັ້ນ​ຄື​ໃຫ້​ກິນ​ຊີ້ນ​ທີ່​ເອົາ​ໄປ​ບູຊາ​ຜີ​ບັນພະບຸລຸດ. ເມື່ອ​ເອຣິກາ​ບໍ່​ຍອມ​ກິນ ຄອບຄົວ​ຈຶ່ງ​ຖື​ວ່າ​ລາວ​ດູຖູກ​ຜີ​ບັນພະບຸລຸດ. ຄອບຄົວ​ເຊື່ອ​ວ່າ​ຜີ​ບັນພະບຸລຸດ​ຈະ​ມາ​ລົງໂທດ​ເຂົາ​ເຈົ້າ​ໃຫ້​ເຈັບ​ປ່ວຍ​ແລະ​ເປັນ​ບ້າ.

17 ຄອບຄົວ​ເອຣິກາ​ພະຍາຍາມ​ບັງຄັບ​ລາວ​ໃຫ້​ເຮັດ​ຕາມ​ທຳນຽມ​ນັ້ນ ແຕ່​ລາວ​ບໍ່​ຍອມ​ເຮັດ ເຊິ່ງ​ໃນ​ທີ່​ສຸດ​ລາວ​ຕ້ອງ​ອອກ​ຈາກ​ບ້ານ​ໄປ. ພະ​ເຢໂຫວາ​ໄດ້​ອວຍ​ພອນ​ຄວາມ​ກ້າຫານ​ຂອງ​ລາວ. ມີ​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ໃຫ້​ລາວ​ພັກ​ຢູ່​ນຳ ເຂົາ​ເຈົ້າ​ເປັນ​ຄື​ກັບ​ອ້າຍ​ເອື້ອຍ​ນ້ອງ​ແລະ​ເປັນ​ຄອບຄົວ​ໃໝ່​ຂອງ​ລາວ. (ມໂກ. 10:29, 30) ເຖິງ​ວ່າ​ຍາດ​ພີ່​ນ້ອງ​ຈະ​ຕັດ​ຂາດ​ກັບ​ລາວ​ແລະ​ເຖິງ​ຂັ້ນ​ຈູດ​ເຄື່ອງ​ລາວ​ຖິ້ມ ແຕ່​ເອຣິກາ​ກໍ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ຮັບ​ບັບເຕມາ ແລະ​ປັດຈຸບັນ​ກໍ​ເປັນ​ໄພໂອເນຍ​ປະຈຳ. ລາວ​ບໍ່​ໄດ້​ຢ້ານ​ພວກ​ຜີ​ປີສາດ. ເອຣິກາ​ເວົ້າ​ເຖິງ​ຄອບຄົວ​ຂອງ​ລາວ​ວ່າ: “ຂ້ອຍ​ອະທິດຖານ​ທຸກ​ມື້​ຢາກ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ທີ່​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຫຼຸດ​ພົ້ນ​ຈາກ​ທຳນຽມ​ເຫຼົ່າ​ນັ້ນ.”

18. ຖ້າ​ເຮົາ​ໝາຍ​ເພິ່ງ​ພະ​ເຢໂຫວາ ເຮົາ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່?

18 ເຖິງ​ວ່າ​ບໍ່​ແມ່ນ​ເຮົາ​ທຸກ​ຄົນ​ເຈິ​ສະຖານະການ​ໜັກ​ແບບ​ນັ້ນ ແຕ່​ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ແລະ​ຈະ​ບໍ່​ຖືກ​ຊາຕານ​ຫຼອກ​ລວງ. ເຮົາ​ຈະ​ບໍ່​ຢ້ານ​ພວກ​ຜີ​ປີສາດ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ທີ່​ສຳຄັນ​ທີ່​ສຸດ ເຮົາ​ຈະ​ມີ​ສາຍ​ສຳພັນ​ທີ່ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ສາວົກ​ຢາໂກໂບ​ຂຽນ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ນ້ອມ​ຍອມ​ຟັງ​ພະເຈົ້າ ຈົ່ງ​ຂັດຂວາງ​ຕໍ່​ສູ້​ພະຍາມານ ແລະ​ມັນ​ຈະ​ປົບ​ໜີ​ໄປ​ຈາກ​ພວກ​ທ່ານ. ທ່ານ​ທັງ​ຫຼາຍ​ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ແລະ​ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ທ່ານ​ທັງ​ຫຼາຍ.”—ຢໂກ. 4:7, 8

ເພງ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

^ ຂໍ້ 5 ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ ພະອົງ​ຈຶ່ງ​ເຕືອນ​ເຮົາ​ກ່ຽວ​ກັບ​ພວກ​ວິນຍານ​ຊົ່ວ​ຫຼື​ພວກ​ຜີ​ປີສາດ ແລະ​ຄວາມ​ເສຍຫາຍ​ທີ່​ພວກ​ມັນ​ກໍ່​ຂຶ້ນ. ພວກ​ຜີ​ປີສາດ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ຫຼອກ​ລວງ​ຜູ້​ຄົນ? ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຕໍ່​ສູ້​ກັບ​ພວກ​ມັນ? ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ເພື່ອ​ຈະ​ບໍ່​ຖືກ​ພວກ​ຜີ​ປີສາດ​ຫຼອກ​ລວງ.

^ ຂໍ້ 3 ການ​ອະທິບາຍ​ສຳນວນ: ໄສຍະສາດ​ໝາຍ​ເຖິງ​ຄວາມ​ເຊື່ອ​ແລະ​ການ​ກະທຳ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ຜີ​ປີສາດ ແລະ​ຍັງ​ລວມ​ເອົາ​ຄວາມ​ເຊື່ອ​ທີ່​ວ່າ​ມີ​ວິນຍານ​ອອກ​ຈາກ​ຄົນ​ຕາຍ​ແລະ​ສາມາດ​ສື່ສານ​ກັບ​ຄົນ​ທີ່​ຍັງ​ມີ​ຊິ​ວິດ​ໄດ້​ໂດຍ​ສະເພາະ​ຜ່ານ​ທາງ​ຄົນ​ຊົງ. ໄສຍະສາດ​ຍັງ​ລວມ​ເຖິງ​ການ​ໃຊ້​ວິຊາ​ອາຄົມ​ແລະ​ການ​ສ່ຽງ​ທາຍ​ເບິ່ງ​ດວງ​ຊາຕາ. ໃນ​ບົດ​ຄວາມ​ນີ້​ຄຳ​ວ່າ​ເວດ​ມົນ​ຄາຖາ​ກ່ຽວ​ຂ້ອງ​ກັບ​ພະລັງ​ເລິກ​ລັບ​ເໜືອ​ທຳມະຊາດ ແລະ​ຍັງ​ລວມ​ເອົາ​ການ​ໃສ່​ສະເໜ່​ຫຼື​ການ​ແກ້​ສະເໜ່.

^ ຂໍ້ 12 ຜູ້​ເຖົ້າ​ແກ່​ບໍ່​ມີ​ສິດ​ທີ່​ຈະ​ກຳນົດ​ວ່າ​ຄວາມ​ບັນເທີງ​ແບບ​ໃດ​ດີ​ຫຼື​ບໍ່​ດີ. ແຕ່​ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ຖືກ​ຝຶກ​ຈາກ​ຄຳພີ​ໄບເບິນ​ເພື່ອ​ເລືອກ​ວ່າ​ຈະ​ອ່ານ ເບິ່ງ ຫຼື​ຫຼິ້ນ​ເກມ​ແບບ​ໃດ. ຫົວ​ໜ້າ​ຄອບຄົວ​ທີ່​ສະຫຼາດ​ຈະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ເລືອກ​ຄວາມ​ບັນເທີງ​ໃຫ້​ຄອບຄົວ.—ເບິ່ງ​ບົດ​ຄວາມ​ຊື່ “ພະຍານ​ພະ​ເຢໂຫວາ​ຫ້າມ​ເບິ່ງ​ໜັງ ອ່ານ​ໜັງສື ຫຼື​ຟັງ​ເພງ​ບໍ?” ໃນ​ເວັບໄຊ jw.org® (ພາສາ​ໄທ) ໄປ​ທີ່​ກ່ຽວ​ກັບ​ເຮົາ > ຄຳຖາມ​ທີ່​ພົບ​ເລື້ອຍໆ.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ: ພະ​ເຍຊູ​ກະສັດ​ທີ່​ມີ​ພະລັງ​ອຳນາດ​ໃນ​ສະຫວັນ​ເປັນ​ຜູ້​ນຳ​ກອງທັບ​ທູດ​ສະຫວັນ. ບັນລັງ​ຂອງ​ພະ​ເຢໂຫວາ​ຢູ່​ເທິງ​ເຂົາ​ເຈົ້າ.