ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 8

ເພງທີ 123 ເຊື່ອ​ຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ສະເໝີ

ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ສະເໝີ

“ເຮົາ​ເຢໂຫວາ . . . ເຮົາ​ພາ​ເຈົ້າ​ໄປ​ໃນ​ຫົນທາງ​ທີ່​ເຈົ້າ​ຄວນ​ໄປ.”ອຊຢ. 48:17

ຈຸດ​ສຳຄັນ

ບົດຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ.

1. ເປັນ​ຫຍັງ​ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊີ້ນຳ? ຂໍ​ໃຫ້​ຍົກ​ຕົວຢ່າງ.

 ສົມມຸດ​ວ່າ​ເຈົ້າ​ຫຼົງ​ຢູ່​ໃນ​ປ່າ. ຢູ່​ຫັ້ນ​ມີ​ແຕ່​ອັນຕະລາຍ​ເຊັ່ນ: ມີ​ສັດ​ປ່າ​ທີ່​ເປັນ​ຕາ​ຢ້ານ ມີ​ພືດ​ແລະ​ແມງ​ໄມ້​ຫຼາຍ​ຊະນິດ​ທີ່​ມີ​ພິດ. ຖ້າ​ເຈົ້າ​ເຈິ​ແບບ​ນັ້ນ​ເຈົ້າ​ຕ້ອງ​ຢ້ານ​ຫຼາຍ​ແທ້​ໆ ແຕ່​ຖ້າ​ເຈົ້າ​ໄປ​ກັບ​ຄົນ​ທີ່​ຮູ້​ຈັກ​ແຖວ​ນັ້ນ​ດີ ຮູ້​ວ່າ​ບ່ອນ​ໃດ​ທີ່​ເປັນ​ອັນຕະລາຍ​ແລະ​ຊ່ວຍ​ເຈົ້າ​ໃຫ້​ຫຼີກລ່ຽງ​ໄດ້ ເຈົ້າ​ຄື​ຊິ​ຮູ້ສຶກ​ປອດໄພ​ແລະ​ອຸ່ນໃຈ​ແມ່ນ​ບໍ? ໂລກ​ທີ່​ເຮົາ​ຢູ່​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ຄື​ກັບ​ປ່າ​ທີ່​ມີ​ແຕ່​ອັນຕະລາຍ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນລົງ ແຕ່​ເຮົາ​ມີ​ຜູ້​ນຳ​ທາງ​ທີ່​ດີ​ທີ່​ສຸດ ຜູ້​ນັ້ນ​ແມ່ນ​ພະ​ເຢໂຫວາ. ເພິ່ນ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ຕ່າງ​ໆ​ໄດ້​ແລະ​ພາ​ເຮົາ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ ນັ້ນ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.

2. ພະ​ເຢໂຫວາ​ຊີ້ນຳ​ເຮົາ​ແນວ​ໃດ?

2 ພະ​ເຢໂຫວາ​ຊີ້ນຳ​ເຮົາ​ແນວ​ໃດ? ວິທີ​ຫຼັກ​ທີ່​ເພິ່ນ​ຊີ້ນຳ​ແມ່ນ​ໂດຍ​ທາງ​ຄຳພີ​ໄບເບິນ. ເພິ່ນ​ຍັງ​ໃຊ້​ມະນຸດ​ໃຫ້​ຊີ້ນຳ​ເຮົາ. ຕົວຢ່າງ​ເຊັ່ນ: ເພິ່ນ​ໃຊ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ເພື່ອ​ໃຫ້​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. (ມທ. 24:45) ນອກ​ຈາກນັ້ນ ພະ​ເຢໂຫວາ​ຍັງ​ໃຊ້​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ໃຫ້​ຊີ້ນຳ​ເຮົາ. ຕົວຢ່າງ​ເຊັ່ນ: ຜູ້​ເບິ່ງແຍງ​ໝວດ​ແລະ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ໃຫ້​ກຳລັງ​ໃຈ​ແລະ​ໃຫ້​ຄຳ​ແນະນຳ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ເວລາ​ທີ່​ຫຍຸ້ງ​ຍາກ​ລຳບາກ​ໄປ​ໄດ້. ເຮົາ​ຮູ້ສຶກ​ຂອບໃຈ​ແທ້​ໆ​ທີ່​ມີ​ຄຳ​ແນະນຳ​ທີ່​ໄວ້ໃຈ​ໄດ້​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ບັນຫາ​ຕ່າງ​ໆ​ໃນ​ສະໄໝ​ສຸດທ້າຍ ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ຍອມຮັບ ແລະ​ຊ່ວຍ​ເຮົາ​ຕໍ່​ໆ​ໄປ​ໃຫ້​ຢູ່​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

3 ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ໂດຍ​ສະເພາະ​ຖ້າ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ມະນຸດ​ທີ່​ບໍ່​ສົມບູນແບບ. ຍ້ອນຫຍັງ? ຍ້ອນ​ເຮົາ​ອາດ​ບໍ່​ມັກ​ຄຳ​ແນະນຳ​ນັ້ນ​ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ນັ້ນ​ໃຊ້​ບໍ່​ໄດ້ ແລະ​ຄິດ​ເອົາ​ເອງ​ວ່າ​ຄຳ​ແນະນຳ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພະ​ເຢໂຫວາ. ຕອນ​ທີ່​ເຮົາ​ຮູ້ສຶກ​ແບບ​ນັ້ນ ເຮົາ​ແຮ່ງ​ຕ້ອງ​ເຮັດ​ໃຫ້​ໂຕເອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ ແລະ​ການ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ສະເໝີ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ ໃນ​ບົດຄວາມ​ນີ້​ເຮົາ​ຈະ​ຮຽນ 3 ຈຸດ​ຄື: (1) ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ? (2) ເພິ່ນ​ກຳລັງ​ຊີ້ນຳ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້? ແລະ (3) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ​ຕໍ່​ໆ​ໄປ?

ຕັ້ງແຕ່​ອະດີດ​ຈົນ​ຮອດ​ປັດຈຸບັນ ພະ​ເຢໂຫວາ​ໃຊ້​ມະນຸດ​ໃຫ້​ເປັນ​ຕົວແທນ​ຂອງ​ເພິ່ນ​ເພື່ອ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ (ເບິ່ງ​ຂໍ້ 3)


ພະ​ເຢໂຫວາ​ຊີ້ນຳ​ພວກ​ອິດສະຣາເອນ​ແນວ​ໃດ?

4-5. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ກຳລັງ​ໃຊ້​ໂມເຊ​ໃຫ້​ຊີ້ນຳ​ພວກ​ອິດສະຣາເອນ? (ເບິ່ງ​ຮູບ)

4 ພະ​ເຢໂຫວາ​ແຕ່ງຕັ້ງ​ໂມເຊ​ໃຫ້​ພາ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ ແລະ​ເພິ່ນ​ໃຫ້​ເຂົາເຈົ້າ​ເຫັນ​ຫຼັກຖານ​ທີ່​ຊັດເຈນ​ວ່າ​ເພິ່ນ​ກຳລັງ​ໃຊ້​ໂມເຊ​ໃຫ້​ຊີ້ນຳ​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ: ເພິ່ນ​ໃຫ້​ມີ​ເສົາ​ຂີ້ເຝື້ອ​ນຳ​ທາງ​ເຂົາເຈົ້າ​ໃນ​ຕອນ​ກາງເວັນ ແລະ​ເມື່ອ​ຮອດ​ຕອນ​ກາງຄືນ​ເສົາ​ນັ້ນ​ກໍ​ກາຍ​ເປັນ​ເສົາ​ໄຟ​ເພື່ອ​ໃຫ້​ແສງ​ສະຫວ່າງ​ກັບ​ເຂົາເຈົ້າ. (ອພຍ. 13:21) ໂມເຊ​ພາ​ພວກ​ອິດສະຣາເອນ​ນຳ​ເສົາ​ນັ້ນ​ໄປ​ຈົນ​ຮອດ​ທະເລ​ແດງ. ພວກ​ອິດສະຣາເອນ​ຢ້ານ​ຫຼາຍ ຍ້ອນ​ວ່າ​ທາງ​ໜ້າ​ເຂົາເຈົ້າ​ແມ່ນ​ທະເລ​ແດງ ແລະ​ຢູ່​ທາງ​ຫຼັງ​ເຂົາເຈົ້າ​ແມ່ນ​ກອງທັບ​ເອຢິບ​ທີ່​ກຳລັງ​ໄລ່​ນຳ​ມາ. ເຂົາເຈົ້າ​ຄິດ​ວ່າ​ໂມເຊ​ກຳລັງ​ພາ​ເຂົາເຈົ້າ​ໄປ​ຜິດ​ທາງ ແຕ່​ວ່າ​ບໍ່​ແມ່ນ​ແບບ​ນັ້ນ. ພະ​ເຢໂຫວາ​ຕັ້ງໃຈ​ໃຫ້​ໂມເຊ​ພາ​ເຂົາເຈົ້າ​ໄປ​ຫັ້ນ. (ອພຍ. 14:2) ແລ້ວ​ເພິ່ນ​ກໍ​ເຮັດ​ການ​ອັດສະຈັນ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ.—ອພຍ. 14:26-28

ໂມເຊ​ເພິ່ງ​ເສົາ​ຂີ້ເຝື້ອ​ເພື່ອ​ນຳ​ທາງ​ປະຊາຊົນ​ຂອງ​ພະເຈົ້າ​ຜ່ານ​ບ່ອນ​ກັນດານ (ເບິ່ງ​ຂໍ້ 4-5)


5 ຕະຫຼອດ 40 ປີ​ຕໍ່​ມາ ໂມເຊ​ຍັງ​ໝັ້ນໃຈ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ​ໃຊ້​ເສົາ​ຂີ້ເຝື້ອ​ເພື່ອ​ນຳ​ທາງ​ພວກ​ອິດສະຣາເອນ​ຜ່ານ​ບ່ອນ​ກັນດານ. a ມີ​ໄລຍະ​ໜຶ່ງ​ພະ​ເຢໂຫວາ​ໃຫ້​ເສົາ​ຂີ້ເຝື້ອ​ລອຍ​ຢູ່​ເທິງ​ເຕັ້ນ​ຂອງ​ໂມເຊ​ເຊິ່ງ​ພວກ​ອິດສະຣາເອນ​ທຸກ​ຄົນ​ແນມ​ເຫັນ​ໄດ້. (ອພຍ. 33:7, 9, 10) ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຈາກ​ເສົາ​ຂີ້ເຝື້ອ ແລ້ວ​ໂມເຊ​ກໍ​ເອົາ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ໄປ​ບອກ​ພວກ​ອິດສະຣາເອນ. (ພສ. 99:7) ດັ່ງນັ້ນ ພວກ​ອິດສະຣາເອນ​ເຫັນ​ຫຼັກຖານ​ຊັດເຈນ​ວ່າ​ພະ​ເຢໂຫວາ​ໃຊ້​ໂມເຊ​ໃຫ້​ຊີ້ນຳ​ເຂົາເຈົ້າ.

ໂມເຊ​ກັບ​ໂຢຊວຍ​ຜູ້​ສືບ​ຕຳແໜ່ງ​ຕໍ່​ຈາກ​ລາວ (ເບິ່ງ​ຂໍ້ 5, 7)


6. ພວກ​ອິດສະຣາເອນ​ຕອບ​ຮັບ​ແນວ​ໃດ​ຕໍ່​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ? (ຈົດເຊັນ​ບັນຊີ 14:2, 10, 11)

6 ເປັນ​ຕາ​ໜ້າ​ເສຍດາຍ​ທີ່​ພວກ​ອິດສະຣາເອນ​ສ່ວນ​ຫຼາຍ​ບໍ່​ສົນໃຈ​ຫຼັກຖານ​ຕ່າງ​ໆ​ທີ່​ເຫັນ​ແຈ້ງ​ວ່າ​ໂມເຊ​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ. (ອ່ານ​ຈົດເຊັນ​ບັນຊີ 14:2, 10, 11) ມີ​ຫຼາຍ​ເທື່ອ​ທີ່​ເຂົາເຈົ້າ​ບໍ່​ຍອມຮັບ​ວ່າ​ໂມເຊ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ໃຊ້​ໃຫ້​ຊີ້ນຳ​ເຂົາເຈົ້າ. ຜົນ​ກໍ​ຄື ຄົນ​ອິດສະຣາເອນ​ລຸ້ນ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້.—ຈຊບ. 14:30

7. ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ? (ຈົດເຊັນ​ບັນຊີ 14:24) (ເບິ່ງ​ຮູບ)

7 ແຕ່​ກໍ​ມີ​ຄົນ​ອິດສະຣາເອນ​ບາງ​ຄົນ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ບອກ​ວ່າ: “ກາເລັບ . . . ເຊື່ອຟັງ​ເຮົາ​ສຸດ​ຫົວໃຈ.” (ອ່ານ​ຈົດເຊັນ​ບັນຊີ 14:24) ພະ​ເຢໂຫວາ​ໃຫ້​ລາງວັນ​ກາເລັບ ແລະ​ເຖິງຂັ້ນ​ໃຫ້​ລາວ​ເລືອກ​ວ່າ​ລາວ​ຢາກ​ຢູ່​ບ່ອນ​ໃດ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້. (ຢຊ. 14:12-14) ຄົນ​ອິດສະຣາເອນ​ລຸ້ນ​ຕໍ່​ມາ​ທີ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ໂຢຊວຍ​ເປັນ​ຜູ້​ນຳ​ພວກ​ອິດສະຣາເອນ​ຕໍ່​ຈາກ​ໂມເຊ ຄົນ​ອິດສະຣາເອນ​ລຸ້ນ​ນີ້ “ນັບຖື​ໂຢຊວຍ​ຫຼາຍ​ຕະຫຼອດ​ຊີວິດ​ຂອງ​ລາວ.” (ຢຊ. 4:14) ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ອວຍພອນ​ເຂົາເຈົ້າ​ແລະ​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້.—ຢຊ. 21:43, 44

8. ໃນ​ສະໄໝ​ທີ່​ກະສັດ​ປົກຄອງ ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ? (ເບິ່ງ​ຮູບ)

8 ຫຼາຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ພວກ​ຜູ້​ຕັດສິນ​ໃຫ້​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ. ຫຼັງ​ຈາກນັ້ນ ໃນ​ສະໄໝ​ທີ່​ມີ​ກະສັດ​ປົກຄອງ ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ພວກ​ຜູ້​ພະຍາກອນ​ໃຫ້​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ. ກະສັດ​ທີ່​ສັດຊື່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ພະຍາກອນ ເຊັ່ນ: ກະສັດ​ດາວິດ​ຍອມຮັບ​ຢ່າງ​ຖ່ອມ​ໃຈ​ຕໍ່​ການ​ສັ່ງ​ສອນ​ຈາກ​ຜູ້​ພະຍາກອນ​ນາທານ. (2ຊມ. 12:7, 13; 1ຂຄ. 17:3, 4) ກະສັດ​ເຢໂຮຊາຟັດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ພະຍາກອນ​ຢາຮາຊີເອນ​ແລະ​ສະໜັບສະໜູນ​ປະຊາຊົນ​ໃນ​ຢູດາ​ໃຫ້ “ເຊື່ອ​ໃນ​ຜູ້​ພະຍາກອນ​ຂອງ​ພະເຈົ້າ.” (2ຂຄ. 20:14, 15, 20) ຕອນ​ທີ່​ກະສັດ​ເຮເຊກີຢາ​ຢູ່​ໃນ​ສະຖານະການ​ທີ່​ຫຍຸ້ງ​ຍາກ​ລຳບາກ ລາວ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ພະຍາກອນ​ເອຊາຢາ. (ອຊຢ. 37:1-6) ທຸກ​ເທື່ອ​ທີ່​ກະສັດ​ຂອງ​ອິດສະຣາເອນ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ເພິ່ນ​ກໍ​ອວຍພອນ​ແລະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ. (2ຂຄ. 20:29, 30; 32:22) ທຸກ​ຄົນ​ຄວນ​ເຫັນ​ຢ່າງ​ຊັດເຈນ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ຜູ້​ພະຍາກອນ​ໃຫ້​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ. ແຕ່​ກະສັດ​ຫຼາຍ​ອົງ​ແລະ​ປະຊາຊົນ​ສ່ວນ​ຫຼາຍ​ບໍ່​ເຊື່ອຟັງ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ.—ຢຣມ. 35:12-15

ກະສັດ​ເຮເຊກີຢາ​ກັບ​ຜູ້​ພະຍາກອນ​ເອຊາຢາ (ເບິ່ງ​ຂໍ້ 8)


ພະ​ເຢໂຫວາ​ຊີ້ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

9. ພະ​ເຢໂຫວາ​ໃຊ້​ໃຜ​ໃຫ້​ຊີ້ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ? (ເບິ່ງ​ຮູບ)

9 ຫຼັງ​ຈາກ​ພະ​ເຢຊູ​ຕາຍ ພະ​ເຢໂຫວາ​ໄດ້​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ຂຶ້ນ. ເພິ່ນ​ຊີ້ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ? ເພິ່ນ​ແຕ່ງຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ປະຊາຄົມ. (ອຟຊ. 5:23) ພະ​ເຢຊູ​ບໍ່​ໄດ້​ມາ​ບອກ​ລູກສິດ​ແຕ່​ລະ​ຄົນ​ວ່າ​ຕ້ອງ​ເຮັດ​ແນວ​ໃດ ແຕ່​ເພິ່ນ​ໃຊ້​ອັກຄະສາວົກ​ແລະ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ຊີ້ນຳ​ເຂົາເຈົ້າ. (ກຈກ. 15:1, 2) ນອກ​ຈາກນັ້ນ ພະ​ເຢຊູ​ຍັງ​ແຕ່ງຕັ້ງ​ຜູ້​ເບິ່ງແຍງ​ເພື່ອ​ຊີ້ນຳ​ປະຊາຄົມ​ຕ່າງ​ໆ.—1ທຊ. 5:12; ຕຕ. 1:5

ອັກຄະສາວົກ​ກັບ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ (ເບິ່ງ​ຂໍ້ 9)


10. (ກ) ຄລິດສະຕຽນ​ສ່ວນ​ຫຼາຍ​ໃນ​ຕອນ​ນັ້ນ​ຍອມຮັບ​ການ​ຊີ້ນຳ​ບໍ? (ກິດຈະການ 15:30, 31) (ຂ) ເປັນ​ຫຍັງ​ບາງ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ຍອມຮັບ​ຄົນ​ທີ່​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຂອບ “ ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຍອມຮັບ​ຫຼັກຖານ​ທີ່​ເຫັນ​ໄດ້​ຢ່າງ​ຊັດເຈນ”)

10 ຄລິດສະຕຽນ​ໃນ​ຕອນ​ນັ້ນ​ຍອມຮັບ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ບໍ? ເຂົາເຈົ້າ​ສ່ວນ​ຫຼາຍ​ເຕັມໃຈ​ເຮັດ​ຕາມ​ການ​ຊີ້ນຳ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ ເມື່ອ​ເຂົາເຈົ້າ​ໄດ້​ອ່ານ​ຈົດໝາຍ​ຈາກ​ພວກ​ອັກຄະສາວົກ ເຂົາເຈົ້າ “ກໍ​ດີໃຈ​ຫຼາຍ​ແລະ​ມີ​ກຳລັງ​ໃຈ.” (ອ່ານ​ກິດຈະການ 15:30, 31) ໃນ​ສະໄໝ​ຂອງ​ເຮົາ ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ?

ພະ​ເຢໂຫວາ​ຊີ້ນຳ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

11. ພະ​ເຢໂຫວາ​ໄດ້​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ທຸກ​ມື້​ນີ້? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ພະ​ເຢໂຫວາ​ຍັງ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ເປັນ​ຜູ້​ນຳ​ປະຊາຄົມ. ເຮົາ​ເຫັນ​ຫຼັກຖານ​ບໍ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ມະນຸດ​ທີ່​ເປັນ​ຕົວແທນ​ຂອງ​ເພິ່ນ? ເຫັນ​ແທ້. ຕົວຢ່າງ​ເຊັ່ນ: ໃຫ້​ຄິດເຖິງ​ສິ່ງ​ທີ່​ເກີດຂຶ້ນ​ຫຼັງ​ຈາກ​ປີ 1870 ຊາລ ເທດ ຣັດເຊວ​ກັບ​ພວກ​ໝູ່​ຂອງ​ລາວ​ໄດ້​ເຫັນ​ວ່າ​ປີ 1914 ຈະ​ເປັນ​ປີ​ທີ່​ສຳຄັນ ຍ້ອນ​ພະເຈົ້າ​ຈະ​ຕັ້ງ​ການ​ປົກຄອງ​ຂອງ​ເພິ່ນ​ຂຶ້ນ​ໃນ​ສະຫວັນ. (ດນອ. 4:25, 26) ເຂົາເຈົ້າ​ໝັ້ນໃຈ​ແບບ​ນັ້ນ​ຍ້ອນ​ໄດ້​ສຶກສາ​ຄົ້ນຄວ້າ​ຄຳ​ພະຍາກອນ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ຊີ້ນຳ​ການ​ຄົ້ນຄວ້າ​ຂອງ​ເຂົາເຈົ້າ​ໃນ​ເລື່ອງ​ນີ້​ບໍ? ເພິ່ນ​ໄດ້​ຊີ້ນຳ​ແທ້. ໃນ​ປີ 1914 ເຫດການ​ຕ່າງ​ໆ​ໃນ​ໂລກ​ຢືນຢັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ແລ້ວ. ສົງຄາມ​ໂລກ​ຄັ້ງ​ທີ 1 ໄດ້​ເກີດຂຶ້ນ ແລະ​ມີ​ໂລກລະບາດ ມີ​ແຜ່ນດິນ​ໄຫວ​ໃຫຍ່​ຢູ່​ບ່ອນ​ຕ່າງ​ໆ​ແລະ​ມີ​ຄວາມ​ອຶດຢາກ. (ລກ. 21:10, 11) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຊ້​ຄົນ​ເຫຼົ່າ​ນີ້​ໃຫ້​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ.

12-13. ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 2 ມີ​ການ​ຈັດ​ກຽມ​ຫຍັງ​ແດ່​ເພື່ອ​ຊ່ວຍ​ໃຫ້​ການ​ປະກາດ​ແລະ​ການ​ສອນ​ເພີ່ມ​ຂຶ້ນ?

12 ພີ່ນ້ອງ​ທີ່​ນຳໜ້າ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ສຶກສາ​ຄົ້ນຄວ້າ​ພະ​ນິມິດ 17:8. ຈາກ​ການ​ຄົ້ນຄວ້າ​ນັ້ນ​ເຂົາເຈົ້າ​ເຂົ້າໃຈ​ວ່າ​ສົງຄາມ​ໂລກ​ຄັ້ງ​ທີ 2 ຈະ​ບໍ່​ໄດ້​ນຳ​ໄປສູ່​ສົງຄາມ​ອາມາເຄໂດນ ແຕ່​ເຂົາເຈົ້າ​ຮູ້​ວ່າ​ຈະ​ມີ​ໄລຍະ​ເວລາ​ທີ່​ສະຫງົບສຸກ​ຫຼັງ​ຈາກ​ສົງຄາມ​ນັ້ນ​ເຊິ່ງ​ພະຍານ​ພະ​ເຢໂຫວາ​ຈະ​ປະກາດ​ໄດ້​ຫຼາຍ​ຂຶ້ນ. ເຖິງ​ຈະ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ແປກ​ໃນ​ຕອນ​ນັ້ນ ແຕ່​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຕັ້ງ​ໂຮງຮຽນ​ກິລຽດ​ຂຶ້ນ​ເພື່ອ​ຝຶກ​ມິດຊັນນາຣີ​ໃຫ້​ໄປ​ປະກາດ​ແລະ​ສອນ​ຢູ່​ປະເທດ​ຕ່າງ​ໆ. ມິດຊັນນາຣີ​ເຫຼົ່າ​ນີ້​ຖືກ​ສົ່ງ​ໄປ​ແມ່ນ​ແຕ່​ໃນ​ໄລຍະ​ທີ່​ມີ​ສົງຄາມ. ນອກ​ຈາກນັ້ນ ທາດ​ທີ່​ສັດຊື່ແລະສຸຂຸມ​ຍັງ​ໄດ້​ຈັດ​ຫຼັກສູດ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ b​ໃນ​ທຸກ​ປະຊາຄົມ​ເພື່ອ​ຊ່ວຍ​ຜູ້​ປະກາດ​ທຸກ​ຄົນ​ໃຫ້​ປະກາດ​ແລະ​ສອນ​ໄດ້​ດີ​ຂຶ້ນ. ໂດຍ​ວິທີ​ນີ້ ພະ​ເຢໂຫວາ​ກຽມ​ປະຊາຊົນ​ຂອງ​ເພິ່ນ​ໄວ້​ສຳລັບ​ເຮັດ​ວຽກ​ປະກາດ​ໃນ​ອະນາຄົດ.

13 ເມື່ອ​ຄິດ​ຄືນ​ຫຼັງ ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ໄລຍະ​ເວລາ​ທີ່​ຍາກ​ລຳບາກ. ນັບ​ຕັ້ງແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ຫຼາຍ​ປະເທດ​ມີ​ອິດສະຫຼະ​ໃນ​ການ​ປະກາດ​ຂ່າວ​ດີ​ເຊິ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ. ຕອນນີ້​ວຽກ​ປະກາດ​ກຳລັງ​ຂະຫຍາຍ​ໄປ​ທົ່ວ​ໂລກ.

14. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ຄຳ​ແນະນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ແລະ​ຈາກ​ຜູ້​ເບິ່ງແຍງ​ທີ່​ຖືກ​ແຕ່ງຕັ້ງ? (ພະ​ນິມິດ 2:1) (ເບິ່ງ​ຮູບ)

14 ໃນ​ທຸກ​ມື້​ນີ້ ຄະນະ​ກຳມະການ​ປົກຄອງ​ຍັງ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ສະເໝີ. ເຂົາເຈົ້າ​ຢາກ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ໃນ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແທ້​ໆ. ເຂົາເຈົ້າ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ໂດຍ​ຜ່ານ​ທາງ​ຜູ້​ເບິ່ງແຍງ​ໝວດ​ແລະ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ. c ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ເບິ່ງແຍງ​ທີ່​ເປັນ​ຜູ້​ຖືກ​ເລືອກ​ແລະ​ຜູ້​ເບິ່ງແຍງ​ທັງໝົດ​ໃນ​ປະຊາຄົມ​ຕ່າງ​ໆ​ຢູ່ “ໃນ​ມື​ເບື້ອງ​ຂວາ” ຂອງ​ພະຄລິດ. (ອ່ານ​ພະ​ນິມິດ 2:1) ເຖິງ​ຈະ​ເປັນ​ແນວ​ນັ້ນ ຜູ້​ເບິ່ງແຍງ​ທຸກ​ຄົນ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ ເຂົາເຈົ້າ​ເຮັດ​ຜິດພາດ​ໄດ້. ແມ່ນ​ແຕ່​ໂມເຊ ໂຢຊວຍ ແລະ​ພວກ​ອັກຄະສາວົກ​ກໍ​ເຮັດ​ຜິດພາດ​ເປັນ​ບາງເທື່ອ. (ຈຊບ. 20:12; ຢຊ. 9:14, 15; ຣມ. 3:23) ແຕ່​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢຊູ​ກຳລັງ​ຊີ້ນຳ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ແລະ​ຜູ້​ເບິ່ງແຍງ​ທຸກ​ຄົນ​ທີ່​ຖືກ​ແຕ່ງຕັ້ງ ແລະ​ເພິ່ນ​ຈະ​ເຮັດ​ແບບ​ນັ້ນ “ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 28:20) ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນໃຈ​ໃນ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ທີ່​ໃຫ້​ຜ່ານ​ທາງ​ພີ່ນ້ອງ​ເຫຼົ່າ​ນີ້​ທີ່​ຖືກ​ແຕ່ງຕັ້ງ.

ຄະນະ​ກຳມະການ​ປົກຄອງ​ໃນ​ປັດຈຸບັນ (ເບິ່ງ​ຂໍ້ 14)


ເຮົາ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ

15-16. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ຄົນ​ທີ່​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ?

15 ເມື່ອ​ເຮົາ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຕັ້ງແຕ່​ຕອນນີ້. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ແອນ​ດີ້​ກັບ​ຣູບິ້ນ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໃຫ້​ໃຊ້​ຊີວິດ​ແບບ​ຮຽບງ່າຍ. (ຮຣ. 13:5) ຜົນ​ກໍ​ຄື ເຂົາເຈົ້າ​ມີ​ໂອກາດ​ໄດ້​ເປັນ​ອາສາ​ສະໝັກ​ຊ່ວຍ​ໃນ​ໂຄງ​ການ​ກໍ່ສ້າງ​ຂອງ​ອົງການ. ຣູບິ້ນ​ເວົ້າ​ວ່າ: “ເຮົາ​ຕ້ອງ​ຢູ່​ໃນ​ຫ້ອງ​ນ້ອຍ​ໆ​ແລະ​ບ່ອນ​ທີ່​ເຮົາ​ຢູ່​ບາງເທື່ອ​ກໍ​ບໍ່​ມີ​ເຮືອນ​ຄົວ. ຂ້ອຍ​ຕ້ອງ​ໄດ້​ຂາຍ​ອຸປະກອນ​ຖ່າຍ​ຮູບ​ທັງໝົດ​ເຖິງ​ວ່າ​ຂ້ອຍ​ມັກ​ຖ່າຍຮູບ​ຫຼາຍ. ຂ້ອຍ​ຈົນ​ໄຫ້​ຕອນ​ທີ່​ຂາຍ​ມັນ. ແຕ່​ຂ້ອຍ​ຢາກ​ເປັນ​ຄື​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ​ທີ່​ຕັ້ງໃຈ​ຈະ​ເບິ່ງ​ໄປ​ທາງ​ໜ້າ​ບໍ່​ຄິດເຖິງ​ແຕ່​ອະດີດ.” (ຮຣ. 11:15) ຜົວ​ເມຍ​ຄູ່​ນີ້​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຕັດສິນໃຈ​ແບບ​ນີ້? ຣູບິ້ນ​ເວົ້າ​ວ່າ: “ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ຮູ້​ວ່າ​ເຮົາ​ກຳລັງ​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ. ຕອນ​ທີ່​ເຮົາ​ເຮັດ​ວຽກ​ມອບໝາຍ​ຂອງ​ພະ​ເຢໂຫວາ ເຮົາ​ເຫັນ​ເລີຍ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ.” ແອນ​ດີ້​ກໍ​ເວົ້າ​ວ່າ: “ເຮົາ​ດີໃຈ​ຫຼາຍ​ທີ່​ໄດ້​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ມີ​ເພື່ອ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະເຈົ້າ.”

16 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ​ເມື່ອ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ? ຫຼັງ​ຈາກ​ມາເຊຍ​ຮຽນ​ຈົບ​ມັດທະຍົມ​ຕອນ​ປາຍ ລາວ​ຢາກ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໃຫ້​ເອົາ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ມທ. 6:33; ຣມ. 12:11) ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ທຶນ​ຮຽນ​ຟຣີ 4 ປີ​ຈາກ​ມະຫາວິທະຍາໄລ ແຕ່​ຂ້ອຍ​ຢາກ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ ຂ້ອຍ​ຈຶ່ງ​ເລືອກ​ຮຽນ​ຢູ່​ໂຮງຮຽນ​ສອນ​ວິຊາ​ຊີບ​ເພື່ອ​ຈະ​ມີ​ວຽກ​ເຮັດ​ຕອນ​ເປັນ​ໄພໂອເນຍ. ການ​ເຮັດ​ແບບ​ນີ້​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ຊີວິດ​ຂອງ​ຂ້ອຍ. ຕອນນີ້ ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ໄພໂອເນຍ​ປະຈຳ. ຍ້ອນ​ຂ້ອຍ​ສາມາດ​ປັບ​ປ່ຽນ​ຕາຕະລາງ​ເຮັດ​ວຽກ ຂ້ອຍ​ຈຶ່ງ​ໄປ​ຊ່ວຍ​ວຽກ​ເບເທນ​ແບບ​ໄປ​ກັບ​ໄດ້ ແລະ​ຍັງ​ຊ່ວຍ​ວຽກ​ອື່ນ​ໆ​ຂອງ​ອົງການ​ໄດ້​ນຳ​ອີກ.”

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ​ຈາກ​ການ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ? (ເອຊາຢາ 48:17, 18)

17 ບາງເທື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ຊ່ວຍ​ປົກປ້ອງ​ເຮົາ​ເຊັ່ນ ບໍ່​ໃຫ້​ເປັນ​ຄົນ​ຮັກ​ເງິນ​ຫຼື​ບໍ່​ເຮັດ​ບາງ​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ກົດໝາຍ​ຂອງ​ພະເຈົ້າ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ເຫຼົ່າ​ນີ້​ຖ້າ​ເຮົາ​ເຮັດ​ຕາມ​ແທ້ໆ. ເຮົາ​ຈະ​ບໍ່​ເຄັ່ງຕຶງ ບໍ່​ມີ​ຫຍັງ​ລົບກວນ​ໃຈ ແລະ​ສາມາດ​ຫຼີກລ່ຽງ​ບັນຫາ​ຫຼາຍ​ຢ່າງ​ໄດ້. (1ຕມ 6:9, 10) ຜົນ​ກໍ​ຄື ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ​ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ສະຫງົບໃຈ​ແທ້​ໆ.—ອ່ານ​ເອຊາຢາ 48:17, 18

18. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ?

18 ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຍັງ​ຈະ​ໃຊ້​ມະນຸດ​ໃຫ້​ເປັນ​ຕົວແທນ​ຂອງ​ເພິ່ນ​ເພື່ອ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໄປ​ຈົນ​ຮອດ​ສະໄໝ 1.000 ປີ. (ພສ. 45:16) ຕອນ​ນັ້ນ ເຮົາ​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຢູ່​ບໍ​ເຖິງ​ວ່າ​ເຮົາ​ອາດ​ບໍ່​ມັກ? ຖ້າ​ເຮົາ​ຝຶກ​ຕັ້ງແຕ່​ຕອນນີ້ ມັນ​ກໍ​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ​ໃນ​ອະນາຄົດ. ດັ່ງນັ້ນ ໃຫ້​ເຮົາ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ສະເໝີ​ເຊິ່ງ​ລວມ​ເຖິງ​ການ​ເຊື່ອຟັງ​ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງຕັ້ງ​ໃຫ້​ນຳໜ້າ​ແລະ​ເບິ່ງແຍງ​ເຮົາ. (ອຊຢ. 32:1, 2; ຮຣ. 13:17) ເຮົາ​ໝັ້ນໃຈ​ພະ​ເຢໂຫວາ​ໄດ້​ຮ້ອຍ​ເປີເຊັນ. ເພິ່ນ​ເປັນ​ຜູ້​ນຳ​ທາງ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທີ່​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ເພິ່ນ ແລະ​ເພິ່ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ ນັ້ນ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ພະ​ເຢໂຫວາ​ຊີ້ນຳ​ພວກ​ອິດສະຣາເອນ​ແນວ​ໃດ?

  • ພະ​ເຢໂຫວາ​ຊີ້ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

  • ໃນ​ທຸກ​ມື້​ນີ້ ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ?

ເພງທີ 48 ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາທຸກວັນ

a ພະ​ເຢໂຫວາ​ຍັງ​ແຕ່ງຕັ້ງ​ທູດສະຫວັນ​ອົງ​ໜຶ່ງ​ໃຫ້​ນຳໜ້າ​ພວກ​ອິດສະຣາເອນ​ເພື່ອ​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້. ທູດສະຫວັນ​ອົງ​ນັ້ນ​ແມ່ນ​ມີຄາເອນ​ຫຼື​ພະ​ເຢຊູ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ເປັນ​ມະນຸດ​ຢູ່​ໂລກ​ນີ້.—ອພຍ. 14:19; 32:34

b ຕໍ່​ມາ​ແມ່ນ​ໂຮງຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ເຊິ່ງ​ປັດຈຸບັນ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປະຊຸມ​ກາງ​ອາທິດ.

c ເບິ່ງ​ຂອບ “ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ປົກຄອງ” ໃນ​ຫໍສັງເກດການ​ເດືອນ​ກຸມພາ 2021 ໜ້າ 18.