ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ເປັນ​ພຽງ​ທາດ​ທີ່​ເຮັດ​ຕາມ​ໜ້າ​ທີ່​ເທົ່າ​ນັ້ນ

ຂ້ອຍ​ເປັນ​ພຽງ​ທາດ​ທີ່​ເຮັດ​ຕາມ​ໜ້າ​ທີ່​ເທົ່າ​ນັ້ນ

ໂດນໍ ຣິດລີ​ເປັນ​ທະນາຍ​ຄວາມ​ທີ່​ປົກ​ປ້ອງ​ພະຍານ​ພະ​ເຢໂຫວາ​ໃນ​ສານ​ມາ​ຫຼາຍ​ກວ່າ 30 ປີ. ລາວ​ມີ​ບົດບາດ​ທີ່​ສຳຄັນ​ໃນ​ການ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ຄົນ​ເຈັບ​ມີ​ສິດ​ທີ່​ຈະ​ປະຕິເສດ​ການ​ບໍ່​ໃສ່​ເລືອດ. ລາວ​ໄດ້​ຊ່ວຍ​ພະຍານ​ພະ​ເຢໂຫວາ​ໃຫ້​ຊະນະ​ຫຼາຍ​ຄະດີ​ຢູ່​ສານ​ສູງ​ຂອງ​ສະຫະລັດ​ອາເມຣິກາ. ໝູ່​ຂອງ​ລາວ​ມັກ​ເອີ້ນ​ລາວ​ວ່າ ດອນ ແລະ​ບອກ​ວ່າ​ລາວ​ເປັນ​ຄົນ​ດຸ​ໝັ່ນ ເສຍ​ສະລະ ແລະ​ເປັນ​ຄົນ​ຖ່ອມ.

ໃນ​ປີ 2019 ໝໍ​ໄດ້​ບົ່ງ​ມະຕິ​ວ່າ​ດອນ​ເປັນ​ພະຍາດ​ກ່ຽວ​ກັບ​ລະບົບ​ປະສາດ​ທີ່​ບໍ່​ສາມາດ​ປິ່ນປົວ​ໄດ້. ລາວ​ຊຸດໂຊມ​ລົງ​ໄວ​ຫຼາຍ​ແລະ​ຕາຍ​ໃນ​ວັນ​ທີ 16 ສິງຫາ 2019. ຕໍ່​ໄປ​ນີ້​ເປັນ​ເລື່ອງ​ລາວ​ຂອງ​ພີ່ນ້ອງ​ດອນ.

ຂ້ອຍ​ເກີດ​ໃນ​ປີ 1954 ຢູ່​ເມືອງ​ເຊັນ​ໂພ ລັດ​ມິນເນໂຊຕາ ຂອງ​ສະຫະລັດ​ອາເມຣິກາ. ຄອບຄົວ​ຂອງ​ຂ້ອຍ​ມີ​ຖານະ​ທຳມະດາ​ແລະ​ຖື​ສາສະໜາ​ກາໂຕລິກ. ຂ້ອຍ​ມີ​ອ້າຍ​ເອື້ອຍ​ນ້ອງ 5 ຄົນ ແລະ​ຂ້ອຍ​ເປັນ​ຜູ້​ທີ​ສອງ. ຕອນ​ຍັງ​ນ້ອຍ​ຂ້ອຍ​ເຂົ້າ​ໂຮງ​ຮຽນ​ກາໂຕລິກ ແລະ​ເປັນ​ຜູ້​ຊ່ວຍ​ຄຸນ​ພໍ່​ໃນ​ການ​ເຮັດ​ພິທີ​ກຳ​ຕ່າງໆຢູ່​ໂບດ. ແຕ່​ເຖິງ​ຢ່າງ​ນັ້ນ ຂ້ອຍ​ກໍ​ບໍ່​ຄ່ອຍ​ຮູ້​ເລື່ອງ​ໃນ​ຄຳພີ​ໄບເບິນ​ປານ​ໃດ. ເຖິງ​ຂ້ອຍ​ຈະ​ເຊື່ອ​ວ່າ​ມີ​ອົງ​ສັກສິດ​ທີ່​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ແຕ່​ຂ້ອຍ​ກໍ​ບໍ່​ເຊື່ອ​ໃນ​ສາສະໜາ​ກາໂຕລິກ.

ຮູ້ຈັກ​ຄວາມ​ຈິງ

ຕອນ​ທີ່​ຂ້ອຍ​ຮຽນ​ກົດໝາຍ​ປີ​ທີ 1 ຢູ່​ວິທະຍາໄລ​ວິນລຽມ ມິດເຊວ ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ມາ​ປະກາດ​ກັບ​ຂ້ອຍ​ຢູ່​ເຮືອນ. ຕອນ​ນັ້ນ​ຂ້ອຍ​ຄາ​ຊັກ​ເຄື່ອງ​ຢູ່ ແລະ​ເຂົາ​ເຈົ້າ​ກໍ​ບອກ​ວ່າ​ເທື່ອ​ໜ້າ​ຈະ​ກັບ​ມາ​ຫາ​ຂ້ອຍ​ອີກ. ຕອນ​ທີ່​ເຂົາ​ເຈົ້າ​ມາ​ຫາ ຂ້ອຍ​ກໍ​ໄດ້​ຖາມ​ເຂົາ​ເຈົ້າ​ວ່າ: “ເປັນ​ຫຍັງ​ຄົນ​ດີ​ຈຶ່ງ​ບໍ່​ໄດ້​ດີ?” ແລະ “ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ?” ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເອົາ​ປຶ້ມ​ຄວາມ​ຈິງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ ແລະ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ໃຫ້​ຂ້ອຍ. ສີ​ຂອງ​ພະ​ຄຳພີ​ນັ້ນ​ສະດຸດ​ຕາ​ຂ້ອຍ​ຫຼາຍ ຂ້ອຍ​ຈຶ່ງ​ຕົກ​ລົງ​ສຶກສາ​ຄຳພີ​ໄບເບິນ. ນີ້​ເຮັດ​ໃຫ້​ຂ້ອຍ​ໄດ້​ຮູ້ຈັກ​ສິ່ງ​ໃໝ່ໆຫຼາຍ​ຢ່າງ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮຽນ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ປົກຄອງ​ມະນຸດ​ທົ່ວ​ໂລກ. ເພາະ​ຂ້ອຍ​ເຫັນ​ວ່າ​ການ​ປົກຄອງ​ມະນຸດ​ບໍ່​ສຳເລັດ​ຈັກ​ເທື່ອ ມີ​ແຕ່​ເຮັດ​ໃຫ້​ເກີດ​ບັນຫາ ຄວາມ​ເຈັບ​ປວດ ແລະ​ຄວາມ​ບໍ່​ຍຸຕິທຳ.

ຂ້ອຍ​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ໃນ​ປີ 1982 ຢູ່​ທີ່​ການ​ປະຊຸມ​ພາກ​ເຊິ່ງ​ມີ​ຫົວ​ຂໍ້​ວ່າ: “ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ” ຢູ່​ຫໍ​ປະຊຸມ​ໃຫຍ່​ເຊັນ​ໂພ ຊີວິກ​ເຊັນເຕີ. ແລະ​ອາທິດ​ຕໍ່​ມາ ຂ້ອຍ​ກໍ​ໄດ້​ກັບ​ມາ​ຫໍ​ປະຊຸມ​ໃຫຍ່​ນີ້​ອີກ​ເພື່ອ​ມາ​ສອບ​ເສັງ​ເປັນ​ທະນາຍ​ຄວາມ​ຂອງ​ລັດ​ມິນເນໂຊຕາ. ໃນ​ຕົ້ນ​ເດືອນ​ຕຸລາ ຂ້ອຍ​ກໍ​ຮູ້​ວ່າ​ຂ້ອຍ​ເສັງ​ໄດ້​ແລ້ວ ແລະ​ສາມາດ​ເຮັດ​ວຽກ​ເປັນ​ທະນາຍ​ຄວາມ​ໄດ້.

ການ​ປະຊຸມ​ພາກ​ໃນ​ມື້​ນັ້ນ​ຂ້ອຍ​ໄດ້​ພົບ​ກັບ​ໄມຄ໌ ຣິຊາດ​ສັນ ທີ່​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ເຊິ່ງ​ບອກ​ວ່າ​ມີ​ການ​ຕັ້ງ​ພະແນກ​ກົດໝາຍ​ຢູ່​ໃນ​ສຳນັກງານ​ໃຫຍ່​ບຣຸກລິນ. ນີ້​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ຄຳເວົ້າ​ຂອງ​ຂ້າລາຊະການ​ຊາວ​ເອທິໂອເປຍ​ທີ່​ບັນທຶກ​ຢູ່​ໃນ​ກິດຈະການ 8:36 ແລະ​ຂ້ອຍ​ກໍ​ຖາມ​ຕົວ​ເອງ​ວ່າ: ‘ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ເຮັດ​ວຽກ​ຢູ່​ພະແນກ​ກົດໝາຍ​ບໍ່​ໄດ້​ບໍ?’ ຂ້ອຍ​ກໍ​ເລີຍ​ສະໝັກ​ເຮັດ​ວຽກ​ຢູ່​ເບເທນ.

ພໍ່​ແມ່​ຂອງ​ຂ້ອຍ​ບໍ່​ມັກ​ທີ່​ຂ້ອຍ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ພໍ່​ຂ້ອຍ​ຖາມ​ວ່າ​ການ​ເຮັດ​ວຽກ​ຢູ່​ເບເທນ​ມັນ​ຈະ​ຊ່ວຍ​ໃຫ້​ພັດທະນາ​ວຽກ​ທະນາຍ​ຄວາມ​ຫວາ. ຂ້ອຍ​ບອກ​ພໍ່​ວ່າ​ວຽກ​ທີ່​ຂ້ອຍ​ເຮັດ​ເປັນ​ວຽກ​ອາສາ​ສະໝັກ​ຊື່ໆບໍ່​ໄດ້​ເງິນ​ເດືອນ ແຕ່​ຈະ​ໄດ້​ຮັບ 75 ໂດລາ​ຕໍ່​ເດືອນ​ເຊິ່ງ​ເປັນ​ເບ້ຍ​ລ້ຽງ​ຂອງ​ຜູ້​ທີ່​ເຮັດ​ວຽກ​ຢູ່​ເບເທນ.

ແຕ່​ຂ້ອຍ​ບໍ່​ສາມາດ​ເຂົ້າ​ເຮັດ​ວຽກ​ຢູ່​ເບເທນ​ທັນທີ ເພາະ​ຂ້ອຍ​ໄດ້​ຕົກ​ລົງ​ເຮັດ​ວຽກ​ຢູ່​ສານ​ແລ້ວ. ດັ່ງ​ນັ້ນ ໃນ​ປີ 1984 ຂ້ອຍ​ຈຶ່ງ​ໄດ້​ເຮັດ​ວຽກ​ຢູ່​ພະແນກ​ກົດໝາຍ​ໃນ​ເບເທນ​ບຣຸກລິນ ນິວຢອກ. ປະສົບການ​ທີ່​ຂ້ອຍ​ໄດ້​ເຮັດ​ວຽກ​ຢູ່​ສານ​ໄດ້​ກຽມ​ຂ້ອຍ​ໄວ້​ສຳລັບ​ວຽກ​ຕໍ່​ໄປ.

ປັບ​ປຸງ​ໂຮງ​ລະຄອນ​ສະແຕນລີ​ໃໝ່

ໂຮງ​ລະຄອນ​ສະແຕນລີ​ຕອນ​ທີ່​ຫາ​ກໍ​ຊື້

ພີ່ນ້ອງ​ໄດ້​ຊື້​ໂຮງ​ລະຄອນ​ສະແຕນລີ​ໃນ​ເມືອງ​ເຈີຊີ ລັດ​ນິວເຈີຊີ ໃນ​ເດືອນ​ພະຈິກ 1983. ພີ່ນ້ອງ​ໄດ້​ຂໍ​ໃບ​ອະນຸຍາດ​ຈາກ​ອຳນາດ​ການ​ປົກຄອງ​ເພື່ອ​ຈະ​ສ້ອມ​ແປງ​ລະບົບ​ໄຟ​ຟ້າ​ແລະ​ນ້ຳ. ເມື່ອ​ພີ່ນ້ອງ​ໄດ້​ພົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ພີ່ນ້ອງ​ກໍ​ໄດ້​ອະທິບາຍ​ວ່າ​ຢາກ​ຈະ​ໃຊ້​ໂຮງ​ລະຄອນ​ສະແຕນລີ​ເພື່ອ​ເປັນ​ຫໍ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ. ແຕ່​ກໍ​ມີ​ບັນຫາ ເພາະ​ຕາມ​ກົດໝາຍ​ຂອງ​ເມືອງ​ນິວເຈີຊີ​ບອກ​ວ່າ ຖ້າ​ຈະ​ນຳ​ໃຊ້​ຕຶກ​ອາຄານ​ເພື່ອ​ການ​ນະມັດສະການ​ກໍ​ຄວນ​ຈະ​ຕັ້ງ​ຢູ່​ໃນ​ເຂດ​ທີ່​ມີ​ເຮືອນ​ຊານ​ປະຊາຊົນ​ຢູ່ ແຕ່​ໂຮງ​ລະຄອນ​ສະແຕນລີ​ພັດ​ຢູ່​ໃນ​ເຂດ​ທີ່​ມີ​ສຳນັກງານ​ຫ້ອງ​ການ. ດັ່ງ​ນັ້ນ ອຳນາດ​ການ​ປົກຄອງ​ຈຶ່ງ​ບໍ່​ອອກ​ໃບ​ອະນຸຍາດ​ໃຫ້. ພີ່ນ້ອງ​ຈຶ່ງ​ຍື່ນ​ອຸທອນ​ຕໍ່​ສານ ແຕ່​ກໍ​ຖືກ​ປະຕິເສດ.

ໃນ​ອາທິດ​ທຳອິດ​ທີ່​ຂ້ອຍ​ໄດ້​ເຮັດ​ວຽກ​ຢູ່​ເບເທນ ອົງການ​ໄດ້​ຍື່ນ​ຄຳ​ຮ້ອງ​ໃຫ້​ສານ​ເມືອງ​ຂອງ​ລັດຖະບານ​ກາງ​ໃນ​ເລື່ອງ​ການ​ປະຕິເສດ​ໃບ​ອະນຸຍາດ​ນັ້ນ. ເນື່ອງ​ຈາກ​ຂ້ອຍ​ຫາ​ກໍ​ຈົບ​ການ​ຝຶກ​ງານ​ຢູ່​ສານ​ເມືອງ​ຂອງ​ລັດຖະບານ​ກາງ 2 ປີ​ຢູ່​ເມືອງ​ເຊັນ​ໂພ ລັດ​ມິນເນໂຊຕາ ຂ້ອຍ​ຈຶ່ງ​ຮູ້​ດີ​ກ່ຽວ​ກັບ​ຄະດີ​ແບບ​ນີ້. ທະນາຍ​ຄວາມ​ຂອງ​ເຮົາ​ຄົນ​ໜຶ່ງ​ໃຫ້​ເຫດຜົນ​ວ່າ​ໂຮງ​ລະຄອນ​ສະແຕນລີ​ກໍ​ເຄີຍ​ໃຊ້​ຈັດ​ງານ​ຕ່າງໆຕັ້ງ​ແຕ່​ຮູບ​ເງົາ​ຈົນ​ຮອດ​ຄອນເສີດ​ຣ໋ອກ. ແລ້ວ​ເປັນ​ຫຍັງ​ຈຶ່ງ​ຜິດ​ກົດໝາຍ​ທີ່​ຈະ​ເຮັດ​ກິດຈະກຳ​ທາງ​ສາສະໜາ? ສານ​ເມືອງ​ຂອງ​ລັດຖະບານ​ກາງ​ໄດ້​ຮັບ​ພິຈາລະນາ​ຄະດີ​ນີ້ ແລະ​ອອກ​ຄຳ​ຕັດສິນ​ວ່າ​ເມືອງ​ເຈີຊີ​ໄດ້​ລະເມີດ​ສິດ​ເສລີ​ພາບ​ທາງ​ສາສະໜາ​ຂອງ​ເຮົາ. ສານ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ເມືອງ​ອອກ​ໃບ​ອະນຸຍາດ​ໃຫ້​ເຮົາ ແລະ​ຂ້ອຍ​ໄດ້​ເລີ່ມ​ເຫັນ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ອົງການ​ຂອງ​ພະອົງ. ຂ້ອຍ​ດີ​ໃຈ​ຫຼາຍ​ແທ້ໆທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ວຽກ​ນີ້.

ພີ່ນ້ອງ​ໄດ້​ເລີ່ມ​ໂຄງການ​ສ້ອມ​ແປງ​ຂະໜາດ​ໃຫຍ່​ໂດຍ​ໃຊ້​ເວລາ​ບໍ່​ຮອດ​ປີ. ແລະ​ໃນ​ວັນ​ທີ 8 ກັນຍາ 1985 ກໍ​ໄດ້​ໃຊ້​ຫໍ​ປະຊຸມ​ແຫ່ງ​ນີ້​ໃນ​ງານ​ຈົບ​ໂຮງ​ຮຽນ​ກິລຽດ​ລຸ້ນ 79. ຂ້ອຍ​ດີ​ໃຈ​ຫຼາຍ​ແທ້ໆທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຂອງ​ພະ​ເຢໂຫວາ ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ຕອນ​ທີ່​ຂ້ອຍ​ເຮັດ​ວຽກ​ອາຊີບ​ເປັນ​ທະນາຍ​ຄວາມ. ແຕ່​ກໍ​ຍັງ​ມີ​ວຽກ​ອີກ​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ໃຫ້​ຂ້ອຍ​ເຮັດ.

ປົກ​ປ້ອງ​ສິດ​ການ​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ

ໃນ​ລະຫວ່າງ​ປີ 1980-1990 ເປັນ​ເລື່ອງ​ທຳມະດາ​ທີ່​ວົງ​ການ​ແພດ​ແລະ​ໂຮງ​ໝໍ​ຕ່າງໆຈະ​ບໍ່​ເຮັດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຄົນ​ເຈັບ​ທີ່​ບັນລຸ​ນິຕິພາວະ​ທີ່​ຢາກ​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ. ຜູ້​ຍິງ​ທີ່​ຖື​ພາ​ກໍ​ມີ​ບັນຫາ​ຫຼາຍ​ກວ່າ​ນັ້ນ​ອີກ ເພາະ​ລາວ​ບໍ່​ມີ​ສິດ​ທີ່​ຈະ​ປະຕິເສດ​ບໍ່​ໃສ່​ເລືອດ. ສານ​ໃຫ້​ເຫດຜົນ​ວ່າ​ຖ້າ​ແມ່​ບໍ່​ໃສ່​ເລືອດ​ລາວ​ອາດ​ຈະ​ຕາຍ​ແລະ​ລູກ​ທີ່​ເກີດ​ມາ​ກໍ​ຈະ​ບໍ່​ມີ​ແມ່.

ວັນ​ທີ 29 ທັນວາ 1988 ພີ່ນ້ອງ​ເດນີດສ໌ ນິໂກລູ ໄດ້​ເສຍ​ເລືອດ​ຫຼາຍ​ຫຼັງ​ຈາກ​ທີ່​ເກີດ​ລູກ​ຊາຍ. ເອໂມໂກຣບິນ​ຂອງ​ລາວ​ຕ່ຳ​ຫຼາຍ​ມີ​ພຽງ​ແຕ່ 5,0 ແລະ​ໝໍ​ໄດ້​ແນະນຳ​ໃຫ້​ລາວ​ໃສ່​ເລືອດ ແຕ່​ລາວ​ບໍ່​ໃສ່. ເຊົ້າ​ມື້​ຕໍ່​ມາ​ທາງ​ໂຮງ​ໝໍ​ໄດ້​ຂໍ​ສານ​ໃຫ້​ອອກ​ຄຳ​ສັ່ງ​ໃຫ້​ລາວ​ໃສ່​ເລືອດ. ແຕ່​ຜູ້​ພິພາກສາ​ຄົນ​ໜຶ່ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລາວ​ໃສ່​ເລືອດ​ໂດຍ​ບໍ່​ໄດ້​ປະຊຸມ​ກັນ​ຕາມ​ລະບຽບ​ການ ແລະ​ເຖິງ​ຂັ້ນ​ບໍ່​ໄດ້​ແຈ້ງ​ພີ່ນ້ອງ​ນິໂກລູ​ແລະ​ຜົວ​ຂອງ​ລາວ​ໃຫ້​ຮູ້​ເລື່ອງ​ນີ້.

ໃນ​ວັນ​ສຸກ ວັນ​ທີ 30 ທັນວາ ທາງ​ໂຮງ​ໝໍ​ໄດ້​ໃສ່​ເລືອດ​ໃຫ້​ພີ່ນ້ອງ​ນິໂກລູ ເຖິງ​ວ່າ​ຜົວ​ຂອງ​ລາວ​ແລະ​ຄົນ​ໃນ​ຄອບຄົວ​ຈະ​ຫ້າມ​ໄວ້. ໃນ​ຄືນ​ນັ້ນ ຄົນ​ໃນ​ຄອບຄົວ​ຂອງ​ລາວ​ແລະ​ຜູ້​ດູ​ແລ 1 ຫຼື 2 ຄົນ​ຖືກ​ຈັບ​ໃນ​ຂໍ້​ຫາ​ພະຍາຍາມ​ຂັດ​ຂວາງ​ທ່ານ​ໝໍ​ບໍ່​ໃຫ້​ໃສ່​ເລືອດ​ໃຫ້​ພີ່ນ້ອງ​ນິໂກລູ. ໃນ​ຕອນ​ເຊົ້າ​ວັນ​ເສົາ ວັນ​ທີ 31 ທັນວາ ໜັງສື​ພິມ ໂທລະທັດ ແລະ​ວິທະຍຸ​ຂອງ​ເມືອງ​ນິວຢອກ​ໄດ້​ລາຍງານ​ຂ່າວ​ກ່ຽວ​ກັບ​ການ​ຈັບ​ກຸມ​ພີ່ນ້ອງ​ເຫຼົ່າ​ນັ້ນ.

ກັບ​ພີ່ນ້ອງ​ຟີລິບ ບຣຳລີ​ຕອນ​ທີ່​ຍັງ​ໜຸ່ມ

ໃນ​ຕອນ​ເຊົ້າ​ວັນ​ຈັນ ຂ້ອຍ​ໄດ້​ລົມ​ກັບ​ຜູ້​ພິພາກສາ​ມິນຕັນ ມໍເລັນ​ເຊິ່ງ​ເປັນ​ປະທານ​ສານ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ຄະດີ​ນັ້ນ​ເປັນ​ແນວ​ໃດ ແລະ​ຊີ້​ໃຫ້​ເຫັນ​ວ່າ​ຜູ້​ທີ່​ເຊັນ​ອອກ​ຄຳ​ສັ່ງ​ໃຫ້​ໃສ່​ເລືອດ​ບໍ່​ໄດ້​ປະຊຸມ​ກັນ​ຕາມ​ລະບຽບ​ການ​ກ່ອນ. ຈາກ​ນັ້ນ ປະທານ​ສານ​ມິນຕັນ​ກໍ​ໄດ້​ເຊີນ​ຂ້ອຍ​ໃຫ້​ມາ​ຫາ​ລາວ​ຢູ່​ຫ້ອງ​ການ​ໃນ​ຕອນ​ບ່າຍ​ເພື່ອ​ຈະ​ລົມ​ກັນ​ກ່ຽວ​ກັບ​ເຫດການ​ນັ້ນ​ແລະ​ກົດໝາຍ​ທີ່​ກ່ຽວ​ຂ້ອງ. ການ​ລົມ​ກັນ​ໃນ​ມື້​ນັ້ນ​ກໍ​ມີ​ຂ້ອຍ ພີ່ນ້ອງ​ຟີລິບ ບຣຳລີ ເຊິ່ງ​ເປັນ​ຜູ້​ດູ​ແລ​ພະແນກ​ກົດໝາຍ ແລະ​ທະນາຍ​ຄວາມ​ຂອງ​ໂຮງ​ໝໍ. ການ​ປະຊຸມ​ຄັ້ງ​ນັ້ນ​ດຸ​ເດືອດ​ຫຼາຍ​ຈົນ​ມີ​ເທື່ອ​ໜຶ່ງ​ທີ່​ພີ່ນ້ອງ​ບຣຳລີ​ຂຽນ​ໃສ່​ເຈ້ຍ​ນ້ອຍໆເພື່ອ​ບອກ​ຂ້ອຍ​ວ່າ “ໃຈ​ເຢັນໆເດີ້” ນັ້ນ​ເປັນ​ຄຳ​ແນະນຳ​ທີ່​ດີ​ຫຼາຍ ເພາະ​ຕອນ​ນັ້ນ​ຂ້ອຍ​ກຳລັງ​ໃຈ​ຂຶ້ນ​ໃຫ້​ກັບ​ທະນາຍ​ຄວາມ​ຂອງ​ໂຮງ​ໝໍ.

ຈາກ​ຊ້າຍ​ຫາ​ຂວາ: ຣິຊາດ ໂມກ, ເກຼັກເກີຣີ ໂອດສ໌, ພໍ ໂພລິໂດໂຣ, ຟີລິບ ບຣຳລີ, ຂ້ອຍ ແລະ​ມາຣິໂອ ໂມເຣໂນ ທີມ​ທະນາຍ​ຄວາມ​ກ່ອນ​ຂຶ້ນ​ທີ່​ປະຊຸມ​ສານ​ໃນ​ຄະດີ​ລະຫວ່າງ​ສະມາຄົມ ວັອດສ໌​ທາວ​ເວີ້ (Watchtower) ກັບ​ບ້ານ​ສະ​ແທຣັກ​ຕັນ (Village of Stratton).—ເບິ່ງ​ຕື່ນ​ເຖີດ 8 ມັງກອນ 2003 (ພາສາ​ອັງກິດ)

ຜ່ານ​ໄປ​ຊົ່ວ​ໂມງ​ໜຶ່ງ ປະທານ​ສານ​ມິນຕັນ​ກໍ​ບອກ​ວ່າ​ມື້​ອື່ນ​ຈຶ່ງ​ມາ​ລົມ​ກັນ​ຕໍ່​ກ່ຽວ​ກັບ​ຄະດີ​ນີ້. ຕອນ​ທີ່​ເຮົາ​ກຳລັງ​ຈະ​ອອກ​ຈາກ​ຫ້ອງ​ການ ປະທານ​ສານ​ມິນຕັນ​ກໍ​ບອກ​ວ່າ​ທະນາຍ​ຄວາມ​ຂອງ​ໂຮງ​ໝໍ “ມີ​ບັນຫາ​ແລ້ວ” ເຊິ່ງ​ໝາຍ​ຄວາມ​ວ່າ​ລາວ​ຈະ​ມີ​ບັນຫາ​ໃນ​ການ​ພິສູດ​ວ່າ​ໂຮງ​ໝໍ​ມີ​ສິດ​ທີ່​ຈະ​ໃສ່​ເລືອດ​ໃຫ້​ພີ່ນ້ອງ​ນິໂກລູ. ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ມີ​ໂອກາດ​ທີ່​ຈະ​ຊະນະ​ຄະດີ​ນີ້. ຂ້ອຍ​ຮູ້ສຶກ​ງຶດງໍ້​ຫຼາຍ​ທີ່​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳເລັດ.

ພວກ​ເຮົາ​ເຮັດ​ວຽກ​ຈົນ​ເດິກ​ເພື່ອ​ກຽມ​ວ່າ​ຈະ​ເວົ້າ​ຫຍັງ​ໃນ​ມື້​ຕໍ່​ໄປ. ເນື່ອງ​ຈາກ​ວ່າ​ສານ​ຢູ່​ບໍ່​ໄກ​ຈາກ​ເບເທນ​ບຣຸກລິນ ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຍ່າງ​ໄປ. ຫຼັງ​ຈາກ​ທີ່​ຜູ້​ພິພາກສາ 4 ຄົນ​ໄດ້​ຟັງ​ເຫດຜົນ​ຂອງ​ເຮົາ ເຂົາ​ເຈົ້າ​ກໍ​ຕັດສິນ​ຍົກ​ເລີກ​ຄຳ​ສັ່ງ​ທີ່​ໃຫ້​ໃສ່​ເລືອດ. ສານ​ຈຶ່ງ​ໄດ້​ຕັດສິນ​ເພື່ອ​ສິດ​ແລະ​ຜົນ​ປະໂຫຍດ​ຂອງ​ພີ່ນ້ອງ​ນິໂກລູ ແລະ​ໄດ້​ຕັ້ງ​ກົດ​ວ່າ​ການ​ອອກ​ຄຳ​ສັ່ງ​ໂດຍ​ບໍ່​ໄດ້​ປະຊຸມ​ຕາມ​ລະບຽບ​ການ ຫຼື​ບໍ່​ໄດ້​ແຈ້ງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກ່ອນ​ເປັນ​ການ​ລະເມີດ​ສິດ​ພື້ນຖານ​ຂອງ​ປະຊາຊົນ​ຕາມ​ລັດຖະທຳມະນູນ.

ບໍ່​ດົນ ສານ​ສູງ​ຂອງ​ນິວຢອກ​ກໍ​ຢັ້ງຢືນ​ສິດ​ຂອງ​ພີ່ນ້ອງ​ນິໂກລູ​ທີ່​ຈະ​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ. ຕໍ່​ຈາກ​ນີ້ ຂ້ອຍ​ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ຄະດີ​ເລື່ອງ​ເລືອດ​ທີ່​ສານ​ສູງ​ໃນ​ລັດ​ອື່ນໆໄດ້​ຕັດສິນ. (ເບິ່ງ​ຂອບ “ ການ​ຊະນະ​ຄະດີ​ໃນ​ສານ​ສູງ​ສຸດ.”) ຂ້ອຍ​ຍັງ​ເຮັດ​ວຽກ​ກັບ​ທີມ​ກົດໝາຍ​ໃນ​ເບເທນ​ໃນ​ຄະດີ​ເລື່ອງ​ສິດ​ໃນ​ການ​ລ້ຽງ​ລູກ ການ​ຢ່າ​ຮ້າງ ກຳມະສິດ​ທີ່​ດິນ ແລະ​ການ​ຈັດ​ສັນ​ທີ່​ດິນ.

ການ​ແຕ່ງ​ດອງ​ແລະ​ຊີວິດ​ຄອບຄົວ

ກັບ​ເດນນີດສ໌ ເມຍ​ຂອງ​ຂ້ອຍ

ຕອນ​ທີ່​ຂ້ອຍ​ເຈິ​ກັບ​ເດນນີດສ໌ ລາວ​ເປັນ​ແມ່​ຮ້າງ​ລູກ​ສາມ. ລາວ​ທັງ​ຫາ​ລ້ຽງ​ຕົວ​ເອງ​ແລະ​ເປັນ​ໄພໂອເນຍ​ນຳ. ຂ້ອຍ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ຊີວິດ​ຂອງ​ລາວ​ບໍ່​ງ່າຍ ແຕ່​ລາວ​ກໍ​ຍັງ​ຕັ້ງ​ໃຈ​ຮັບໃຊ້​ພະ​ເຢໂຫວາ. ໃນ​ປີ 1992 ເຮົາ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ຢູ່​ເມືອງ​ນິວຢອກ​ທີ່​ມີ​ຫົວ​ຂໍ້​ວ່າ “ຜູ້​ຖື​ຄວາມ​ສະຫວ່າງ” ແລະ​ໃນ​ຕອນ​ນັ້ນ ຂ້ອຍ​ກໍ​ໄດ້​ຂໍ​ຄົບ​ກັບ​ລາວ. ໃນ​ປີ​ຕໍ່​ມາ​ເຮົາ​ກໍ​ຕົກ​ລົງ​ທີ່​ຈະ​ແຕ່ງ​ດອງ. ຂ້ອຍ​ຄິດ​ວ່າ​ເດນນີດສ໌​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ ເພາະ​ລາວ​ເປັນ​ຄົນ​ທີ່​ຮັກ​ພະອົງ​ແລະ​ເປັນ​ຄົນ​ທີ່​ມັກ​ມ່ວນ​ແລະ​ລ່າເລີງ ເຊິ່ງ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຮົາ​ມີ​ຄວາມ​ສຸກ.—ສຸພາ. 31:12

ຕອນ​ທີ່​ພວກ​ເຮົາ​ແຕ່ງ​ດອງ ລູກ​ຂອງ​ລາວ​ອາຍຸ​ໄດ້ 11, 13 ແລະ 16 ປີ. ຂ້ອຍ​ຢາກ​ເປັນ​ພໍ່​ທີ່​ດີ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ໄປ​ອ່ານ​ແລະ​ສຶກສາ​ຄົ້ນ​ຄວ້າ​ປຶ້ມ​ຕ່າງໆຂອງ​ອົງການ​ກ່ຽວ​ກັບ​ການ​ເປັນ​ພໍ່​ນ້າ​ທີ່​ດີ. ເຖິງ​ວ່າ​ຈະ​ມີ​ບັນຫາ​ບາງ​ຢ່າງ​ແຕ່​ຂ້ອຍ​ກໍ​ດີ​ໃຈ​ທີ່​ລູກໆຍອມ​ຮັບ​ວ່າ​ຂ້ອຍ​ເປັນ​ໝູ່​ແລະ​ພໍ່​ທີ່​ດີ. ເຮົາ​ຕົກ​ລົງ​ກັນ​ໃຫ້​ລູກ​ພາ​ໝູ່​ມາ​ຫຼິ້ນ​ຢູ່​ເຮືອນ​ເຮົາ​ເປັນ​ປະຈຳ.

ໃນ​ປີ 2013 ຂ້ອຍ​ກັບ​ເມຍ​ໄດ້​ຍ້າຍ​ໄປ​ລັດ​ວິດສ໌ຄອນຊິນ​ເພື່ອ​ເບິ່ງ​ແຍງ​ພໍ່​ແມ່​ທີ່​ສູງ​ອາຍຸ. ແຕ່​ຂ້ອຍ​ກໍ​ແປກ​ໃຈ​ທີ່​ເບເທນ​ຍັງ​ໃຊ້​ຂ້ອຍ​ຢູ່. ເຂົາ​ເຈົ້າ​ໃຫ້​ຂ້ອຍ​ເຮັດ​ວຽກ​ເປັນ​ອາສາ​ສະໝັກ​ຊົ່ວຄາວ​ໃນ​ພະແນກ​ກົດໝາຍ.

ການ​ປ່ຽນ​ແປງ​ກະທັນຫັນ

ໃນ​ເດືອນ​ກັນຍາ 2018 ຂ້ອຍ​ສັງເກດ​ວ່າ​ຂ້ອຍ​ມັກ​ຈະ​ໄອ​ທຸກ​ຄັ້ງ​ກ່ອນ​ເວົ້າ. ຂ້ອຍ​ໄປ​ຫາ​ໝໍ ແຕ່​ໝໍ​ກວດ​ແລ້ວ​ບໍ່​ພົບ​ຫຍັງ. ຕໍ່​ມາ​ຂ້ອຍ​ຈຶ່ງ​ໄປ​ຫາ​ໝໍ​ອີກ​ຄົນ​ໜຶ່ງ ລາວ​ຈຶ່ງ​ແນະນຳ​ໃຫ້​ຂ້ອຍ​ໄປ​ຫາ​ໝໍ​ທີ່​ຊ່ຽວຊານ​ດ້ານ​ລະບົບ​ປະສາດ. ໃນ​ເດືອນ​ມັງກອນ 2019 ໝໍ​ຊ່ຽວຊານ​ດ້ານ​ລະບົບ​ປະສາດ​ໄດ້​ບົ່ງ​ມະຕິ​ວ່າ​ຂ້ອຍ​ເປັນ​ພະຍາດ​ກ່ຽວ​ກັບ​ລະບົບ​ປະສາດ​ທີ່​ບໍ່​ຄ່ອຍ​ພົບ​ເຫັນ​ປານ​ໃດ​ເຊິ່ງ​ເອີ້ນ​ວ່າ: ຊຸບພຣານິວເຄຼຍ ໂພຊີ (PSP).

ສາມ​ມື້​ຕໍ່​ມາ ຂ້ອຍ​ໄດ້​ຫຼິ້ນ​ກິລາ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ເຊິ່ງ​ເຄີຍ​ຫຼິ້ນ​ມາ​ຕັ້ງ​ແຕ່​ຍັງ​ນ້ອຍ ແລ້ວ​ຂ້ອຍ​ກໍ​ລົ້ມ​ຈົນ​ແຂນ​ຂວາ​ຫັກ. ຕອນ​ນັ້ນ ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ຂ້ອຍ​ຄວບຄຸມ​ຮ່າງກາຍ​ຂອງ​ຕົວ​ເອງ​ບໍ່​ໄດ້​ແລ້ວ. ຂ້ອຍ​ຮູ້ສຶກ​ແປກ​ທີ່​ພະຍາດ​ນີ້​ເຮັດ​ໃຫ້​ຂ້ອຍ​ຊຸດໂຊມ​ໄວ​ຫຼາຍ​ອີ່ຫຼີ. ຂ້ອຍ​ເວົ້າ​ບໍ່​ຂອດ ໄປ​ມາ​ຍາກ ແລະ​ແມ່ນ​ແຕ່​ຈະ​ກືນ​ນ້ຳ​ລາຍ​ກໍ​ຍັງ​ຍາກ.

ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ໃຊ້​ປະສົບການ​ຈາກ​ການ​ເປັນ​ທະນາຍ​ຄວາມ​ເພື່ອ​ຊ່ວຍ​ອົງການ​ຂອງ​ພະ​ເຢໂຫວາ. ແລະ​ຂ້ອຍ​ຍັງ​ດີ​ໃຈ​ທີ່​ໄດ້​ມີ​ໂອກາດ​ຂຽນ​ບົດ​ວິຊາການ​ທາງ​ດ້ານ​ກົດໝາຍ ແລະ​ໄດ້​ໄປ​ປາຖະກະຖາ​ກ່ຽວ​ກັບ​ການ​ແພດ​ແລະ​ກົດໝາຍ​ໃນ​ຫຼາຍ​ປະເທດ​ທົ່ວ​ໂລກ​ເພື່ອ​ປົກ​ປ້ອງ​ສິດ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈະ​ເລືອກ​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ. ແຕ່​ຂ້ອຍ​ກໍ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ປຶ້ມ​ລູກາ 17:10 ທີ່​ວ່າ: ‘ຂ້ອຍ​ເປັນ​ພຽງ​ທາດ​ທີ່​ເຮັດ​ຕາມ​ໜ້າ​ທີ່​ເທົ່າ​ນັ້ນ.’