ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ພະ​ເຢຊູ​ເປັນ​ມະຫາປະໂລຫິດ​ເມື່ອ​ໃດ ແລະ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ໃດ?

ພະ​ເຢຊູ​ເປັນ​ມະຫາປະໂລ​ຫິດ​ຕອນ​ທີ່​ເພິ່ນ​ຮັບ​ບັບເຕມາ​ໃນ​ປີ ຄ.ສ 29. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ? ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ເພິ່ນ​ໄດ້​ຖວາຍ​ຕົວ​ເອງ​ເທິງ​ແທ່ນ​ບູຊາ​ໂດຍ​ໄນ​ເຊິ່ງ​ໝາຍ​ເຖິງ “ຄວາມ​ຕ້ອງການ” ຂອງ​ພະເຈົ້າ. (ຄລຕ. 1:4; ຮຣ. 10:5-10) ແທ່ນ​ບູຊາ​ເປັນ​ສ່ວນ​ທີ່​ສຳຄັນ​ຂອງ​ວິຫານ ວິຫານ​ໂດຍ​ໄນ​ກໍ​ມີ​ຕັ້ງ​ແຕ່​ຕອນ​ພະ​ເຢຊູ​ຮັບ​ບັບເຕມາ. ເຊິ່ງ​ວິຫານ​ໂດຍ​ໄນ​ໝາຍ​ເຖິງ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ​ໂດຍ​ອາໄສ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ເຢຊູ.—ມທ. 3:16, 17; ຮຣ. 5:4-6

ວິຫານ​ໂດຍ​ໄນ​ກໍ​ຕ້ອງ​ມີ​ມະຫາປະໂລຫິດ ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ມະຫາປະໂລຫິດ​ດ້ວຍ “ພະລັງ​ບໍລິສຸດ​ແລະ​ລິດເດດ.” (ກຈກ. 10:37, 38; ມຣກ. 1:9-11) ແຕ່​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະຫາປະໂລຫິດ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ​ແລະ​ຄືນ​ມາ​ຈາກ​ຕາຍ? ຕົວຢ່າງ​ຂອງ​ອາໂຣນ​ແລະ​ຜູ້​ທີ່​ຈະ​ສືບ​ຕຳ​ແໜ່ງ​ມະຫາປະໂລຫິດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ເລື່ອງ​ນີ້.

ຕາມ​ກົດໝາຍ​ຂອງ​ໂມເຊ​ມີ​ພຽງ​ແຕ່​ມະຫາປະໂລ​ຫິດ​ເທົ່າ​ນັ້ນ​ທີ່​ຈະ​ສາມາດ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໃນ​ເຕັ້ນ​ສັກສິດ ເຊິ່ງ​ຕໍ່​ມາ​ຫ້ອງ​ບໍລິສຸດ​ທີ່​ສຸດ​ນັ້ນ​ຢູ່​ໃນ​ວິຫານ. ວິຫານ​ນີ້​ຈະ​ມີ​ຜ້າ​ກັ້ງ​ຂັ້ນ​ລະຫວ່າງ​ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເຊິ່ງ​ມະຫາປະໂລ​ຫິດ​ຈະ​ຜ່ານ​ຜ້າ​ກັ້ງ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ສະເພາະ​ໃນ​ວັນ​ທີ່​ໄຖ່​ບາບ​ເທົ່າ​ນັ້ນ. (ຮຣ. 9:1-3, 6, 7) ຄື​ກັບ​ອາໂຣນ​ແລະ​ຜູ້​ທີ່​ຈະ​ສືບ​ຕຳແໜ່ງ​ມະຫາປະໂລຫິດ​ຈະ​ຕ້ອງ​ຖືກ​ແຕ່ງ​ຕັ້ງ​ເປັນ​ມະຫາປະໂລຫິດ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ສາມາດ​ຜ່ານ​ຜ້າ​ກັ້ງ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໄດ້. ພະ​ເຢຊູ​ກໍ​ຄື​ກັນ ເພິ່ນ​ຕ້ອງ​ຖືກ​ແຕ່ງ​ຕັ້ງ​ເປັນ​ມະຫາປະໂລ​ຫິດ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ​ແລະ​ສາມາດ​ຜ່ານ “ຜ້າ​ກັ້ງ​ນັ້ນ​ກໍ​ແມ່ນ​ຮ່າງກາຍ​ທີ່​ເພິ່ນ​ໄດ້​ສະລະ” ເພື່ອ​ຂຶ້ນ​ໄປ​ເທິງ​ສະຫວັນ. (ຮຣ. 10:20) ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ອັກຄະສາວົກ​ໂປໂລ​ບອກ​ວ່າ​ພະ​ເຢຊູ​ຈະ​ມາ “ໃນ​ຖານະ​ມະຫາປະໂລຫິດ” ເຊິ່ງ​ຈະ​ຜ່ານ “ເຂົ້າ​ໄປ​ໃນ​ເຕັ້ນ​ທີ່​ຍິ່ງໃຫຍ່​ກວ່າ​ແລະ​ສົມບູນ​ກວ່າ​ເປັນ​ເຕັ້ນ​ທີ່​ມະນຸດ​ບໍ່​ໄດ້​ສ້າງ” ແລະ​ເຂົ້າ​ໄປ​ໃນ “ສະຫວັນ.”—ຮຣ. 9:11, 24

ແລ້ວ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ຕອນ​ໃດ? ຕອນ​ທີ່​ພະ​ເຢຊູ​ຂຶ້ນ​ໄປ​ເທິງ​ສະຫວັນ​ເພິ່ນ​ໄດ້​ມອບ​ຊີວິດ​ມະນຸດ​ທີ່​ສົມບູນ​ແບບ​ໃຫ້​ກັບ​ພະ​ເຢໂຫວາ ເພິ່ນ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ເພື່ອ​ເຮັດ​ໃຫ້​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້. ແລ້ວ​ມີ​ຂັ້ນ​ຕອນ​ຫຍັງ​ແດ່?

ທຳອິດ​ພະ​ເຢຊູ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ຈາກ​ນັ້ນ​ພະ​ເຢຊູ​ເອົາ​ຄຸນຄ່າ​ຂອງ​ຄ່າໄຖ່​ມອບ​ໃຫ້​ພະ​ເຢໂຫວາ ແລະ​ສຸດ​ທ້າຍ​ພະ​ເຢໂຫວາ​ກໍ​ຮັບ​ເອົາ​ຄຸນຄ່າ​ຂອງ​ຄ່າໄຖ່​ນັ້ນ. ເຖິງ​ວ່າ​ຈະ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້​ແລ້ວ ແຕ່​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ເລີຍ​ບໍ?

ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຮົາ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຮັບ​ເອົາ​ຄຸນຄ່າ​ຂອງ​ເຄື່ອງ​ບູຊາ​ໄຖ່​ພະ​ເຢຊູ​ເມື່ອ​ໃດ ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ສາມາດ​ບອກ​ໄດ້​ວ່າ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ຕອນ​ໃດ ແຕ່​ເຮົາ​ຮູ້​ວ່າ​ພະ​ເຢຊູ​ຂຶ້ນ​ໄປ​ເທິງ​ສະຫວັນ 10 ມື້​ກ່ອນ​ວັນ​ເພັນເຕກອດ. (ກຈກ. 1:3) ໃນ​ລະຫວ່າງ​ນັ້ນ​ພະ​ເຢຊູ​ໄດ້​ເອົາ​ຄຸນຄ່າ​ຂອງ​ຄ່າໄຖ່​ມອບ​ໃຫ້​ກັບ​ພະ​ເຢໂຫວາ. (ຮຣ. 9:12) ແລະ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ຍ້ອນ​ເຮົາ​ເຫັນ​ສິ່ງ​ເກີດ​ຂຶ້ນ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33. (ກຈກ. 2:1-4, 32, 33) ນີ້​ໝາຍ​ຄວາມ​ວ່າ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ.

ສະຫຼຸບ​ແລ້ວ​ຄຳ​ສັນຍາ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຮັບ​ເອົາ​ຄຸນຄ່າ​ຂອງ​ຄ່າໄຖ່​ຂອງ​ພະ​ເຢຊູ ແລະ​ມີ​ຜູ້​ຖືກ​ເຈີມ​ເຂົ້າ​ຮ່ວມ​ໃນ​ສັນຍາ​ນັ້ນ. ພະ​ເຢຊູ​ເປັນ​ທັງ​ມະຫາປະໂລຫິດ​ແລະ​ເປັນ​ຄົນ​ກາງ​ໃນ​ຄຳ​ສັນຍາ​ໃໝ່​ນີ້.—ຮຣ. 7:25; 8:1-3, 6; 9:13-15