ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 27

ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ

ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ

“ຂ້ອຍ​ຈຶ່ງ​ຂໍ​ບອກ​ພວກ​ເຈົ້າ​ທຸກ​ຄົນ​ວ່າ ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ ແຕ່​ໃຫ້​ຄິດ​ແບບ​ສົມ​ເຫດ​ສົມ​ຜົນ.”—ຣມ. 12:3

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

ໃຈ​ຄວາມ​ສຳຄັນ *

1. ຟີລິບປອຍ 2:3 ບອກ​ໃຫ້​ເຮົາ​ເຮັດ​ຫຍັງ ແລະ​ການ​ເຮັດ​ແບບ​ນັ້ນ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

ເນື່ອງ​ຈາກ​ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ ເຮົາ​ຈຶ່ງ​ເຊື່ອ​ຟັງ​ພະອົງ​ຢ່າງ​ຖ່ອມ​ໃຈ. (ອຟຊ. 4:22-24) ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ວ່າ​ພະ​ເຢໂຫວາ​ຢູ່​ເໜືອ​ເຮົາ ແລະ​ຄົນ​ອື່ນ​ດີ​ກວ່າ​ເຮົາ. ການ​ທີ່​ເຮົາ​ຄິດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ.—ອ່ານ​ຟີລິບປອຍ 2:3

2. ໂປໂລ​ຮູ້​ວ່າ​ເຮົາ​ຕ້ອງ​ເບິ່ງ​ຕົວ​ເອງ​ແນວ​ໃດ ແລະ​ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ອາດ​ຈະ​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ເຫັນ​ແກ່​ຕົວ * ຄື​ກັບ​ຜູ້​ຄົນ​ໃນ​ໂລກ​ນີ້​ໄດ້​ຖ້າ​ເຮົາ​ບໍ່​ລະວັງ. ເບິ່ງ​ຄື​ວ່າ​ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ທີ່​ຢູ່​ໃນ​ເມືອງ​ໂຣມ​ກໍ​ເປັນ​ແບບ​ນັ້ນ. ອັກຄະສາວົກ​ໂປໂລ​ຈຶ່ງ​ຂຽນ​ເຖິງ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ຈຶ່ງ​ຂໍ​ບອກ​ພວກ​ເຈົ້າ​ທຸກ​ຄົນ​ວ່າ ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ ແຕ່​ໃຫ້​ຄິດ​ແບບ​ສົມ​ເຫດ​ສົມ​ຜົນ.” (ຣມ. 12:3) ໂປໂລ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ກໍ​ຕ້ອງ​ຄິດ​ເຖິງ​ຕົວ​ເອງ​ໃນ​ລະດັບ​ໜຶ່ງ ແຕ່​ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຕົວ​ເອງ​ແບບ​ສົມ​ເຫດ​ສົມ​ຜົນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ໃນ 3 ຂອບ​ເຂດ​ຕໍ່​ໄປ​ນີ້: (1) ໃນ​ຊີວິດ​ຄູ່ (2) ວຽກ​ມອບ​ໝາຍ​ໃນ​ປະຊາຄົມ ແລະ (3) ການ​ໃຊ້​ສື່​ສັງຄົມ​ອອນລາຍ.

ສະແດງ​ຄວາມ​ຖ່ອມ​ໃນ​ຊີວິດ​ຄູ່

3. ເປັນ​ຫຍັງ​ຈຶ່ງ​ອາດ​ມີ​ບັນຫາ​ໃນ​ຊີວິດ​ຄູ່ ແລະ​ບາງ​ຄົນ​ໄດ້​ພະຍາຍາມ​ແກ້ໄຂ​ບັນຫາ​ແນວ​ໃດ?

3 ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ແລະ​ເມຍ​ມີ​ຄວາມ​ສຸກ​ໃນ​ຊີວິດ​ຄູ່ ແຕ່​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ເຂົາ​ເຈົ້າ​ຈຶ່ງ​ອາດ​ຈະ​ຜິດ​ຖຽງ​ກັນ​ໄດ້. ທີ່​ຈິງ​ໂປໂລ​ບອກ​ວ່າ​ຄົນ​ທີ່​ແຕ່ງ​ດອງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ. (1 ກຣ. 7:28) ບາງ​ຄູ່​ມັກ​ຜິດ​ກັນ​ຕະຫຼອດ ຈົນ​ເຂົາ​ເຈົ້າ​ຄິດ​ວ່າ​ບໍ່​ໜ້າ​ຈະ​ແຕ່ງ​ດອງ​ເລີຍ. ຖ້າ​ເຂົາ​ເຈົ້າ​ຄິດ​ຄື​ກັບ​ຄົນ​ໃນ​ໂລກ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ຄິດ​ເຖິງ​ແຕ່​ຕົວ​ເອງ​ແລະ​ຄິດ​ວ່າ​ການ​ຢ່າ​ຮ້າງ​ເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ.

4. ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໃດ?

4 ເຮົາ​ຕ້ອງ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ຄິດ​ໃນ​ແງ່​ລົບ​ຕໍ່​ຄູ່​ຂອງ​ເຮົາ. ເຮົາ​ຮູ້​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຍອມ​ໃຫ້​ຢ່າ​ຮ້າງ​ກັນ​ໄດ້​ດ້ວຍ​ເຫດຜົນ​ດຽວ​ເຊິ່ງ​ກໍ​ຄື ການ​ເຮັດ​ຜິດສິນລະທຳ​ທາງ​ເພດ. (ມທ. 5:32) ດັ່ງ​ນັ້ນ ຕອນ​ທີ່​ມີ​ບັນຫາ​ໃນ​ຊີວິດ​ຄູ່​ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ແກ່​ຕົວ​ມາ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ: ‘ຄູ່​ຂອງ​ຂ້ອຍ​ບໍ່​ສົນ​ໃຈ​ຂ້ອຍ​ເລີຍ. ຂ້ອຍ​ໜ້າ​ຈະ​ໄດ້​ຮັບ​ຄວາມ​ຮັກ​ຫຼາຍ​ກວ່າ​ນີ້. ຂ້ອຍ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້​ຖ້າ​ໄດ້​ແຕ່ງ​ດອງ​ກັບ​ຄົນ​ອື່ນ.’ ຖ້າ​ເຮົາ​ຄິດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຄິດ​ເຖິງ​ແຕ່​ຕົວ​ເອງ ແລະ​ບໍ່​ໄດ້​ຄິດ​ເຖິງ​ຄູ່​ຂອງ​ເຮົາ. ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ນີ້​ຈະ​ບອກ​ເຈົ້າ​ໃຫ້​ເຮັດ​ຕາມ​ໃຈ​ຕົວ​ເອງ​ແລະ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຕ້ອງ​ຢ່າ​ຮ້າງ​ກັນ​ກໍ​ຕາມ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ “ຢ່າ​ເຫັນ​ແກ່​ຜົນ​ປະໂຫຍດ​ສ່ວນ​ຕົວ​ເທົ່າ​ນັ້ນ ໃຫ້​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ນຳ.” (ຟລປ. 2:4) ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຢູ່​ນຳ​ຄູ່​ຂອງ​ເຈົ້າ​ໄປ​ຕະຫຼອດ​ຊີວິດ ບໍ່​ໃຫ້​ຢ່າ​ຮ້າງ​ກັນ. (ມທ. 19:6) ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຄິດ​ເຖິງ​ພະອົງ​ກ່ອນ ບໍ່​ແມ່ນ​ຄິດ​ເຖິງ​ແຕ່​ຕົວ​ເອງ.

5. ຕາມ​ເອເຟໂຊ 5:33 ຜົວ​ແລະ​ເມຍ​ຄວນ​ປະຕິບັດ​ຕໍ່​ກັນ​ແນວ​ໃດ?

5 ຜົວ​ແລະ​ເມຍ​ຄວນ​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ນັບຖື. (ອ່ານ​ເອເຟໂຊ 5:33) ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ຄິດ​ເຖິງ​ການ​ໃຫ້​ຫຼາຍ​ກວ່າ​ການ​ຮັບ. (ກຈກ. 20:35) ອັນ​ໃດ​ຈະ​ຊ່ວຍ​ໃຫ້​ຜົວ​ແລະ​ເມຍ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຕໍ່​ກັນ? ສິ່ງ​ນັ້ນ​ກໍ​ຄື ຄວາມ​ຖ່ອມ. ຜົວ​ແລະ​ເມຍ​ທີ່​ຖ່ອມ​ຕົວ​ຈະ​ບໍ່​ຄິດ​ເຖິງ​ປະໂຫຍດ​ຂອງ​ຕົວ​ເອງ​ເທົ່າ​ນັ້ນ​ແຕ່​ຈະ “ຄິດ​ເຖິງ​ປະໂຫຍດ​ຂອງ​ຄົນ​ອື່ນ​ນຳ.”—1 ກຣ. 10:24

ແທນ​ທີ່​ຈະ​ຜິດ​ຖຽງ​ກັນ ຄູ່​ຜົວ​ເມຍ​ທີ່​ຖ່ອມ​ຕົວ​ຈະ​ເຮັດ​ວຽກ​ນຳ​ກັນ​ເປັນ​ທີມ (ເບິ່ງ​ຂໍ້ 6)

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ສະຕີ​ເວັນ​ແລະ​ສະເຕຟານີ?

6 ຄວາມ​ຖ່ອມ​ຊ່ວຍ​ໃຫ້​ຄລິດສະຕຽນ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ຊີວິດ​ຄູ່​ເຊັ່ນ: ສະຕີ​ເວັນ​ຜູ້​ເປັນ​ຜົວ​ບອກ​ວ່າ: “ເຈົ້າ​ກັບ​ຄູ່​ຂອງ​ເຈົ້າ​ຕ້ອງ​ເຮັດ​ວຽກ​ນຳ​ກັນ​ເປັນ​ທີມ ໂດຍ​ສະເພາະ​ຕອນ​ທີ່​ມີ​ບັນຫາ. ແທນ​ທີ່​ເຈົ້າ​ຈະ​ຄິດ​ວ່າ ‘ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ຂ້ອຍ?’ ເຈົ້າ​ຄວນ​ຈະ​ຄິດ​ວ່າ‘ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ພວກ​ເຮົາ?’” ສະເຕຟານີ​ຜູ້​ເປັນ​ເມຍ​ກໍ​ຮູ້ສຶກ​ຄ້າຍໆກັນ ລາວ​ບອກ​ວ່າ “ບໍ່​ມີ​ໃຜ​ທີ່​ຈະ​ຢາກ​ຢູ່​ກັບ​ຄົນ​ທີ່​ມັກ​ຜິດ​ຖຽງ​ກັນ​ຕະຫຼອດ. ເມື່ອ​ມີ​ບັນຫາ​ພວກ​ເຮົາ​ຈະ​ພະຍາຍາມ​ເບິ່ງ​ວ່າ​ອັນ​ໃດ​ເປັນ​ຕົ້ນ​ເຫດ​ຂອງ​ບັນຫາ ພວກ​ເຮົາ​ຈະ​ອະທິດຖານ​ນຳ​ກັນ ຈາກ​ນັ້ນ​ກໍ​ຊອກ​ຫາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ລົມ​ກັນ​ວ່າ​ຈະ​ແກ້ໄຂ​ບັນຫາ​ແນວ​ໃດ. ແທນ​ທີ່​ເຮົາ​ຈະ​ຜິດ​ຖຽງ​ກັນ ເຮົາ​ຈະ​ພະຍາຍາມ​ແກ້ໄຂ​ທີ່​ບັນຫາ.” ຜົວ​ແລະ​ເມຍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຖ້າ​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ.

ຮັບໃຊ້​ພະ​ເຢໂຫວາ​ຢ່າງ “ຖ່ອມ​ຕົວ”

7. ພີ່ນ້ອງ​ຊາຍ​ຄວນ​ຄິດ​ແບບ​ໃດ​ຕອນ​ທີ່​ລາວ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ?

7 ເຮົາ​ຖື​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ທຸກ​ຮູບ​ແບບ​ເປັນ​ສິດທິ​ພິເສດ. (ເພງ. 27:4; 84:10) ຖ້າ​ພີ່ນ້ອງ​ຊາຍ​ເຕັມ​ໃຈ​ເຮັດ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ດີ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ຖ້າ​ຜູ້​ຊາຍ​ຄົນ​ໃດ​ພະຍາຍາມ​ທີ່​ຈະ​ໄດ້​ເປັນ​ຜູ້​ດູ​ແລ​ກໍ​ສະແດງ​ວ່າ​ລາວ​ຢາກ​ເຮັດ​ວຽກ​ທີ່​ດີ.” (1 ຕມ. 3:1) ແຕ່​ຕອນ​ທີ່​ລາວ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ລາວ​ບໍ່​ຄວນ​ຄິດ​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ. (ລກ. 17:7-10) ແຕ່​ລາວ​ຄວນ​ຮັບໃຊ້​ຄົນ​ອື່ນ​ຢ່າງ​ຖ່ອມ​ໃຈ.—2 ກຣ. 12:15

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດີໂອເທເຟ ໂອເຊຍເຊ ແລະ​ອາບຊາໂລມ?

8 ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຄົນ​ທີ່​ຄິດ​ເຖິງ​ແຕ່​ຕົວ​ເອງ​ຫຼາຍ​ເກີນ​ໄປ​ເຊັ່ນ: ດີໂອເທເຟ ທີ່​ຢາກ “ເປັນ​ໃຫຍ່” ໃນ​ປະຊາຄົມ. (3 ຢຮ. 9) ໂອເຊຍເຊ ທີ່​ຍິ່ງ​ແລະ​ພະຍາຍາມ​ເຜົາ​ເຄື່ອງ​ຫອມ​ດ້ວຍ​ຕົວ​ເອງ​ທັງໆທີ່​ບໍ່​ແມ່ນ​ໜ້າ​ທີ່​ລາວ. (2 ຂ່າວ. 26:16-21) ແລະ​ອາບຊາໂລມ ທີ່​ຢາກ​ເປັນ​ກະສັດ​ໄດ້​ທຳ​ທ່າ​ຮັກ​ປະຊາຊົນ​ເພື່ອ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະໜັບສະໜູນ​ລາວ. (2 ຊາມ. 15:2-6) ຈາກ​ຕົວຢ່າງ​ຂອງ 3 ຄົນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຄົນ​ທີ່​ຖື​ວ່າ​ຕົວ​ເອງ​ສຳຄັນ. (ສຸພາ. 25:27) ໃນ​ທີ່​ສຸດ​ຄວາມ​ຍິ່ງ​ແລະ​ຄວາມ​ທະເຍີທະຍານ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ.—ສຸພາ. 16:18

9. ພະ​ເຢຊູ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ແນວ​ໃດ?

9 ພະ​ເຢຊູ ບໍ່​ໄດ້​ເປັນ​ຄົນ​ຍິ່ງ​ຄື​ກັບ 3 ຄົນ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ເຖິງ​ວ່າ​ເພິ່ນ​ມີ​ສະພາບ​ແບບ​ພະເຈົ້າ ແຕ່​ເພິ່ນ​ບໍ່​ເຄີຍ​ຄິດ​ຈະ​ຍາດ​ອຳນາດ​ເພື່ອ​ຈະ​ມີ​ຖານະ​ເທົ່າ​ທຽມ​ກັບ​ພະເຈົ້າ.” (ຟລປ. 2:6) ເຖິງ​ວ່າ​ພະ​ເຢຊູ​ຈະ​ມີ​ອຳນາດ​ຫຼາຍ​ເຊິ່ງ​ຮອງ​ຈາກ​ພະ​ເຢໂຫວາ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ສຳຄັນ. ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ຜູ້​ທີ່​ເຮັດ​ຕົວ​ເປັນ​ຄົນ​ຕ່ຳ​ຕ້ອຍ​ໃນ​ໝູ່​ພວກ​ເຈົ້າ ຜູ້​ນັ້ນ​ແຫຼະ​ຈະ​ໄດ້​ເປັນ​ໃຫຍ່.” (ລກ. 9:48) ເປັນ​ສິ່ງ​ທີ່​ດີ​ຫຼາຍ​ແທ້ໆທີ່​ເຮົາ​ໄດ້​ຮັບໃຊ້​ຮ່ວມ​ກັບ​ໄພໂອເນຍ ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ດູ​ແລ ແລະ​ຜູ້​ດູ​ແລ​ໝວດ​ທີ່​ຖ່ອມ​ຕົວ​ຄື​ກັບ​ພະ​ເຢຊູ! ເມື່ອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຖ່ອມ​ຕົວ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ ເຂົາ​ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ.—ຢຮ. 13:35

10. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ບັນຫາ​ໃນ​ປະຊາຄົມ​ຍັງ​ບໍ່​ໄດ້​ຮັບ​ການ​ແກ້ໄຂ​ຢ່າງ​ເໝາະ​ສົມ?

10 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ບັນຫາ​ໃນ​ປະຊາຄົມ​ແລະ​ຮູ້ສຶກ​ວ່າ​ຜູ້​ດູ​ແລ​ຍັງ​ບໍ່​ໄດ້​ແກ້ໄຂ​ຢ່າງ​ເໝາະ​ສົມ? ແທນ​ທີ່​ຈະ​ຈົ່ມ ເຈົ້າ​ຄວນ​ສະແດງ​ຄວາມ​ຖ່ອມ​ໂດຍ​ເຊື່ອ​ຟັງ​ຄົນ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ. (ຮຣ. 13:17) ແຕ່​ເພື່ອ​ຈະ​ເຊື່ອ​ຟັງ​ແບບ​ນັ້ນ​ໄດ້ ເຈົ້າ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ບັນຫາ​ທີ່​ຂ້ອຍ​ເຫັນ​ມັນ​ເປັນ​ເລື່ອງ​ໃຫຍ່​ຈົນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ​ບໍ? ນີ້​ເປັນ​ເວລາ​ທີ່​ເໝາະ​ສົມ​ທີ່​ຈະ​ຕ້ອງ​ແກ້ໄຂ​ບໍ? ມັນ​ເປັນ​ໜ້າ​ທີ່​ທີ່​ຂ້ອຍ​ຕ້ອງ​ຈັດການ​ບໍ? ແທ້ໆແລ້ວ​ຂ້ອຍ​ພະຍາຍາມ​ທີ່​ຈະ​ສົ່ງເສີມ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ບໍ ຫຼື​ຂ້ອຍ​ພະຍາຍາມ​ຍົກຍ້ອງ​ຕົວ​ເອງ?’

ຄົນ​ທີ່​ມີ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ຄວນ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ລາວ​ບໍ່​ພຽງ​ແຕ່​ມີ​ຄວາມ​ສາມາດ​ເທົ່າ​ນັ້ນ ແຕ່​ມີ​ຄວາມ​ຖ່ອມ​ນຳ (ເບິ່ງ​ຂໍ້ 11) *

11. ຕາມ​ເອເຟໂຊ 4:2, 3 ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ຖ່ອມ​ຕົວ?

11 ພະ​ເຢໂຫວາ​ຖື​ວ່າ​ຄວາມ​ຖ່ອມ​ສຳຄັນ​ກວ່າ​ຄວາມ​ສາມາດ ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ສຳຄັນ​ກວ່າ​ປະສິດທິພາບ​ໃນ​ການ​ເຮັດ​ວຽກ​ໃນ​ປະຊາຄົມ. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ຖ່ອມ​ຕົວ​ເພາະ​ການ​ເຮັດ​ແບບ​ນັ້ນ​ກໍ​ເປັນ​ການ​ສົ່ງເສີມ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ. (ອ່ານ​ເອເຟໂຊ 4:2, 3) ໃຫ້​ເຮັດ​ວຽກ​ຮັບໃຊ້​ສຸດ​ຄວາມ​ສາມາດ​ຂອງ​ເຈົ້າ ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໂດຍ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ເຂົາ​ເຈົ້າ ແລະ​ໃຫ້​ມີ​ນ້ຳໃຈ​ຕ້ອນຮັບ​ທຸກ​ຄົນ​ລວມ​ເຖິງ​ຄົນ​ທີ່​ບໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ. (ມທ. 6:1-4; ລກ. 14:12-14) ເມື່ອ​ເຈົ້າ​ເຮັດ​ວຽກ​ຮ່ວມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຢ່າງ​ຖ່ອມ​ຕົວ ເຂົາ​ເຈົ້າ​ກໍ​ຈະ​ບໍ່​ພຽງ​ແຕ່​ເຫັນ​ຄວາມ​ສາມາດ​ຂອງ​ເຈົ້າ​ແຕ່​ຈະ​ເຫັນ​ຄວາມ​ຖ່ອມ​ຂອງ​ເຈົ້າ​ນຳ.

ສະແດງ​ຄວາມ​ຖ່ອມ​ເມື່ອ​ໃຊ້​ສື່​ສັງຄົມ​ອອນລາຍ

12. ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້​ມີ​ໝູ່​ບໍ? ຂໍ​ໃຫ້​ອະທິບາຍ.

12 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຊ້​ເວລາ​ຢູ່​ກັບ​ຄອບຄົວ​ແລະ​ໝູ່. (ເພງ. 133:1) ພະ​ເຢຊູ​ເອງ​ກໍ​ມີ​ໝູ່​ທີ່​ດີ. (ຢຮ. 15:15) ຄຳພີ​ໄບເບິນ​ບອກ​ວ່າ ການ​ມີ​ໝູ່​ແທ້​ເປັນ​ປະໂຫຍດ​ຕໍ່​ເຮົາ. (ສຸພາ. 17:17; 18:24) ແລະ​ຍັງ​ບອກ​ວ່າ​ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ທີ່​ເຮົາ​ຈະ​ແຍກ​ຕົວ​ຢູ່​ຕ່າງ​ຫາກ. (ສຸພາ. 18:1) ຫຼາຍ​ຄົນ​ຮູ້ສຶກ​ວ່າ​ການ​ໃຊ້​ສື່​ສັງຄົມ​ອອນລາຍ​ເປັນ​ວິທີ​ທີ່​ເຮັດ​ໃຫ້​ມີ​ໝູ່​ຫຼາຍ​ແລະ​ບໍ່​ຮູ້ສຶກ​ເຫງົາ ແຕ່​ເຮົາ​ກໍ​ຕ້ອງ​ລະວັງ​ເມື່ອ​ໃຊ້​ສື່​ສັງຄົມ​ອອນ​ລາຍ.

13. ເປັນ​ຫຍັງ​ບາງ​ຄົນ​ທີ່​ໃຊ້​ສື່​ສັງຄົມ​ອອນລາຍ​ຈຶ່ງ​ຮູ້ສຶກ​ເສົ້າ​ແລະ​ເຫງົາ?

13 ມີ​ການ​ສຳຫຼວດ​ວ່າ​ຄົນ​ທີ່​ໃຊ້​ເວລາ​ໄປ​ກັບ​ການ​ເບິ່ງ​ຮູບ​ແລະ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ມັກ​ຈະ​ຮູ້ສຶກ​ເສົ້າ​ແລະ​ເຫງົາ. ຍ້ອນ​ຫຍັງ? ເຫດຜົນ​ໜຶ່ງ​ກໍ​ຄື​ຫຼາຍ​ຄົນ​ມັກ​ໂພດສ໌​ຮູບ​ທີ່​ເຂົາ​ເຈົ້າ​ໄປ​ທ່ຽວ​ບ່ອນ​ງາມໆກັບ​ຄອບຄົວ​ແລະ​ໝູ່​ຄູ່​ຂອງ​ເຂົາ​ເຈົ້າ ເຊິ່ງ​ອາດ​ເຮັດ​ໃຫ້​ຄົນ​ທີ່​ເບິ່ງ​ຮູບ​ນັ້ນ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຊີວິດ​ທີ່​ດີ​ຄື​ກັບ​ຄົນ​ອື່ນ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ອາຍຸ 19 ປີ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ອິດສາ​ເມື່ອ​ເຫັນ​ຄົນ​ອື່ນ​ໄປ​ຫຼິ້ນ​ໄປ​ທ່ຽວ​ຢ່າງ​ມີ​ຄວາມ​ສຸກ​ໃນ​ທ້າຍ​ອາທິດ​ແຕ່​ຂ້ອຍ​ພັດ​ບໍ່​ໄດ້​ໄປ​ໃສ​ເລີຍ.”

14. ຫຼັກ​ການ​ໃນ 1 ເປໂຕ 3:8 ຊ່ວຍ​ເຮົາ​ໃຫ້​ໃຊ້​ສື່​ສັງຄົມ​ອອນລາຍ​ແນວ​ໃດ?

14 ທີ່​ຈິງ​ການ​ໃຊ້​ສື່​ສັງຄົມ​ອອນລາຍ​ເປັນ​ປະໂຫຍດ​ຕໍ່​ເຮົາ​ເພາະ​ເຮົາ​ສາມາດ​ໃຊ້​ເພື່ອ​ຕິດ​ຕໍ່​ກັບ​ຄອບຄົວ​ແລະ​ໝູ່​ຄູ່​ໄດ້. ແຕ່​ບາງ​ຄົນ​ກໍ​ໃຊ້​ສື່​ສັງຄົມ​ອອນລາຍ​ເພື່ອ​ຈະ​ໂພດສ໌​ຮູບ ວິດີໂອ ແລະ​ຄວາມ​ຄິດ​ຂອງ​ຕົວ​ເອງ​ເພື່ອ​ຢາກ​ໃຫ້​ຄົນ​ອື່ນ​ມາ​ສົນ​ໃຈ​ເຂົາ​ເຈົ້າ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຂຽນ​ຄຳເວົ້າ​ທີ່​ລາມົກ​ແລະ​ຫຍາບ​ຄາຍ​ໃສ່​ຮູບ​ຂອງ​ຕົວ​ເອງ​ແລະ​ຮູບ​ຂອງ​ຄົນ​ອື່ນ. ແຕ່​ຄລິດສະຕຽນ​ບໍ່​ຄວນ​ໃຊ້​ສື່​ສັງຄົມ​ອອນລາຍ​ແບບ​ນັ້ນ ເຂົາ​ເຈົ້າ​ຄວນ​ຈະ​ຖ່ອມ​ຕົວ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ.—ອ່ານ 1 ເປໂຕ 3:8

ຕອນ​ທີ່​ເຈົ້າ​ໂພດສ໌​ຮູບ, ວິດີໂອ ແລະ​ຄວາມ​ຄິດ​ຂອງ​ຕົວ​ເອງ​ລົງ​ໃນ​ສື່​ສັງຄົມ​ອອນລາຍ​ກຳລັງ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ເຈົ້າ​ເປັນ​ຄົນ​ຍິ່ງ​ຫຼື​ຄົນ​ຖ່ອມ? (ເບິ່ງ​ຂໍ້ 15)

15. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ບໍ່​ໃຫ້​ເບິ່ງ​ວ່າ​ຕົວ​ເອງ​ສຳຄັນ​ແນວ​ໃດ?

15 ຖ້າ​ເຈົ້າ​ໃຊ້​ສື່​ສັງຄົມ​ອອນລາຍ ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ວ່າ: ‘ຮູບ ວິດີໂອ ແລະ​ຄວາມ​ເວົ້າ​ທີ່​ຂ້ອຍ​ໂພດສ໌​ກຳລັງ​ເຮັດ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ຂ້ອຍ​ບໍ? ແລະ​ສິ່ງ​ນັ້ນ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ອິດສາ​ຂ້ອຍ​ບໍ?’ ຄຳພີ​ໄບເບິນ​ບອກ​ວ່າ: “ທຸກ​ສິ່ງ​ໃນ​ໂລກ​ນີ້ ບໍ່​ວ່າ​ຈະ​ເປັນ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ ຄວາມ​ຕ້ອງການ​ທີ່​ເກີດ​ຈາກ​ຕາ ຫຼື​ການ​ໂອ້​ອວດ​ຊັບ​ສົມບັດ ບໍ່​ໄດ້​ມາ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່ ແຕ່​ມາ​ຈາກ​ໂລກ.” (1 ຢຮ. 2:16) ຄຳ​ວ່າ “ການ​ໂອ້​ອວດ​ຊັບ​ສົມບັດ” ໝາຍ​ເຖິງ “ການ​ໂອ້​ອວດ​ສິ່ງ​ທີ່​ຕົວ​ເອງ​ມີ.” ດັ່ງ​ນັ້ນ ຄລິດສະຕຽນ​ບໍ່​ຄວນ​ຄິດ​ວ່າ​ຕົວ​ເອງ​ສຳຄັນ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ມາ​ສົນ​ໃຈ ແຕ່​ເຂົາ​ເຈົ້າ​ຄວນ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ຢ່າ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ ຢ່າ​ຍົວະ​ໃຫ້​ມີ​ການ​ແຂ່ງ​ຂັນ​ກັນ ແລະ​ຢ່າ​ອິດສາ​ກັນ.” (ຄລຕ. 5:26) ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເປັນ​ຄື​ກັບ​ຄົນ​ໃນ​ໂລກ​ນີ້​ທີ່​ຍິ່ງ​ແລະ​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ຕົວ​ເອງ​ສຳຄັນ.

“ໃຫ້​ຄິດ​ແບບ​ສົມ​ເຫດ​ສົມ​ຜົນ”

16. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເປັນ​ຄົນ​ຍິ່ງ?

16 ເຮົາ​ຕ້ອງ​ພັດທະນາ​ຄວາມ​ຖ່ອມ ເພາະ​ຄົນ​ທີ່​ຍິ່ງ​ຈະ​ບໍ່ “ຄິດ​ແບບ​ສົມ​ເຫດ​ສົມ​ຜົນ.” (ຣມ. 12:3) ຄົນ​ຍິ່ງ​ຈະ​ມັກ​ຖຽງ​ແລະ​ຄິດ​ເຖິງ​ແຕ່​ຕົວ​ເອງ ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ແລະ​ເຮັດ​ມັກ​ເຮັດ​ໃຫ້​ຕົວ​ເຂົາ​ເຈົ້າ​ເອງ​ແລະ​ຄົນ​ອື່ນ​ເສຍໃຈ. ຖ້າ​ເຂົາ​ເຈົ້າ​ບໍ່​ປ່ຽນ​ວິທີ​ຄິດ ຊາຕານ​ກໍ​ຈະ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ມືດ​ໄປ. (2 ກຣ. 4:4; 11:3) ແຕ່​ຄົນ​ຖ່ອມ​ຈະ​ຄິດ​ແບບ​ສົມ​ເຫດ​ສົມ​ຜົນ. ລາວ​ຈະ​ບໍ່​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ ແຕ່​ຈະ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ລາວ​ໃນ​ຫຼາຍໆດ້ານ. (ຟລປ. 2:3) ລາວ​ຮູ້​ວ່າ “ພະເຈົ້າ​ຕໍ່​ຕ້ານ​ຄົນ​ຍິ່ງ ແຕ່​ພະອົງ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົວ.” (1 ປຕ. 5:5) ດັ່ງ​ນັ້ນ ຄົນ​ທີ່​ຄິດ​ແບບ​ສົມ​ເຫດ​ສົມ​ຜົນ​ຈະ​ບໍ່​ຢາກ​ໃຫ້​ພະ​ເຢໂຫວາ​ຕໍ່​ຕ້ານ​ເຂົາ​ເຈົ້າ.

17. ເພື່ອ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ເຮົາ​ຕ້ອງ​ເຮັດ​ຫຍັງ?

17 ເພື່ອ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ ເຮົາ​ຕ້ອງ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆທີ່​ເຄີຍ​ເຮັດ ແລ້ວ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.” ການ​ເຮັດ​ແບບ​ນີ້​ບໍ່​ງ່າຍ ດັ່ງ​ນັ້ນ​ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ແລະ​ພະຍາຍາມ​ຮຽນ​ແບບ​ເພິ່ນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້. (ກລຊ. 3:9, 10; 1 ປຕ. 2:21) ແລ້ວ​ເຮົາ​ຈະ​ເຫັນ​ວ່າ​ການ​ເຮັດ​ແບບ​ນັ້ນ​ມັນ​ຄຸ້ມ​ຄ່າ​ແທ້ໆ. ຖ້າ​ເຮົາ​ພັດທະນາ​ຄວາມ​ຖ່ອມ​ເຮົາ​ກໍ​ຈະ​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ ສົ່ງເສີມ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ ແລະ​ເຮົາ​ກໍ​ຈະ​ບໍ່​ໃຊ້​ສື່​ສັງຄົມ​ອອນລາຍ​ໃນ​ທາງ​ທີ່​ຜິດ ແລະ​ທີ່​ສຳຄັນ​ທີ່​ສຸດ​ຄື ພະ​ເຢໂຫວາ​ກໍ​ຈະ​ພໍ​ໃຈ​ແລະ​ອວຍ​ພອນ​ເຮົາ.

ເພງ 117 ປູກ​ຝັງ​ຄວາມ​ດີ​ແບບ​ພະເຈົ້າ

^ ຂໍ້ 5 ໃນ​ທຸກ​ມື້​ນີ້​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ທີ່​ຍິ່ງ​ແລະ​ເຫັນ​ແກ່​ຕົວ ດັ່ງ​ນັ້ນ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເປັນ​ຄື​ກັບ​ເຂົາ​ເຈົ້າ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 3 ຂອບ​ເຂດ​ທີ່​ເຮົາ​ບໍ່​ຄວນ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ຄົນ​ຍິ່ງ​ຈະ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ແລະ​ບໍ່​ໄດ້​ຄິດ​ເຖິງ​ຄົນ​ອື່ນ​ເລີຍ ດັ່ງ​ນັ້ນ​ຄົນ​ຍິ່ງ​ຈຶ່ງ​ເປັນ​ຄົນ​ທີ່​ເຫັນ​ແກ່​ຕົວ ແຕ່​ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຫັນ​ແກ່​ຕົວ. ຖ້າ​ເຮົາ​ຖ່ອມ​ຕົວ​ເຮົາ​ຈະ​ບໍ່​ຍິ່ງ​ແລະ​ບໍ່​ຄິດ​ວ່າ​ເຮົາ​ສຳຄັນ​ກວ່າ​ຄົນ​ອື່ນ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ບັນລະຍາຍ​ໄດ້​ດີ​ໃນ​ການ​ປະຊຸມ​ພາກ​ແລະ​ເບິ່ງ​ແຍງ​ໂຄງການ​ກໍ່​ສ້າງ​ຂອງ​ອົງການ ຍັງ​ໄດ້​ເຫັນ​ຄ່າ​ສິດທິ​ພິເສດ​ທີ່​ລາວ​ໄດ້​ຮັບ​ໃນ​ການ​ນຳ​ໜ້າ​ການ​ປະຊຸມ​ເພື່ອ​ການ​ປະກາດ​ແລະ​ອະນາໄມ​ຫໍ​ປະຊຸມ.