ບົດຄວາມສຶກສາທີ 29
“ເມື່ອໃດທີ່ຂ້ອຍອ່ອນແອ ຂ້ອຍກໍແຮ່ງເຂັ້ມແຂງຂຶ້ນ”
“ເມື່ອຂ້ອຍອ່ອນແອ ຖືກດູຖູກ ຂາດເຂີນ ຖືກຂົ່ມເຫງ ແລະເຈິຄວາມລຳບາກເພື່ອພະຄລິດຂ້ອຍຈຶ່ງຍິນດີ.”—2 ກຣ. 12:10
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
ໃຈຄວາມສຳຄັນ *
1. ອັກຄະສາວົກໂປໂລຍອມຮັບວ່າຕົວເອງເປັນແນວໃດ?
ອັກຄະສາວົກໂປໂລຍອມຮັບວ່າ ບາງເທື່ອລາວກໍຮູ້ສຶກອ່ອນແອແລະທໍ້ໃຈ. ລາວບອກວ່າຮ່າງກາຍຂອງລາວ “ເສື່ອມໂຊມລົງເລື້ອຍໆ” ແລະຮູ້ສຶກວ່າຍາກທີ່ຈະເຮັດສິ່ງທີ່ຖືກຕ້ອງ ແລະບາງເທື່ອພະເຢໂຫວາກໍບໍ່ໄດ້ຕອບຄຳອະທິດຖານຂອງລາວໃນແບບທີ່ລາວຕ້ອງການ. (2 ກຣ. 4:16; 12:7-9; ຣມ. 7:21-23) ນອກຈາກນັ້ນ ຜູ້ທີ່ຕໍ່ຕ້ານລາວກໍເບິ່ງວ່າລາວເປັນຄົນອ່ອນແອ * ແຕ່ລາວບໍ່ໄດ້ຍອມໃຫ້ຄວາມຄິດໃນແງ່ລົບຂອງຄົນອື່ນແລະຄວາມອ່ອນແອຂອງຕົວເອງມາເຮັດໃຫ້ລາວຮູ້ສຶກວ່າຕົວເອງບໍ່ມີຄ່າ.—2 ກຣ. 10:10-12, 17, 18
2. ຕາມ 2 ໂກຣິນໂທ 12:9, 10 ໂປໂລໄດ້ບົດຮຽນຫຍັງທີ່ສຳຄັນ?
2 ອັກຄະສາວົກໂປໂລໄດ້ບົດຮຽນທີ່ສຳຄັນຢ່າງໜຶ່ງນັ້ນຄື ເມື່ອລາວຮູ້ສຶກອ່ອນແອ ລາວກໍສາມາດເຂັ້ມແຂງຂຶ້ນໄດ້. (ອ່ານ 2 ໂກຣິນໂທ 12:9, 10) ພະເຢໂຫວາບອກໂປໂລວ່າ “ເມື່ອເຈົ້າອ່ອນແອ ລິດເດດຂອງເຮົາກໍສະແດງໄດ້ຢ່າງເຕັມທີ” ນີ້ໝາຍຄວາມວ່າພະເຢໂຫວາຈະໃຫ້ໂປໂລມີກຳລັງທີ່ລາວຂາດໄປ. ທຳອິດ ໃຫ້ເຮົາມາເບິ່ງນຳກັນວ່າເປັນຫຍັງເຮົາບໍ່ຄວນເສຍກຳລັງໃຈເມື່ອຜູ້ຕໍ່ຕ້ານດູຖູກເຮົາ.
“ຍິນດີ” ເມື່ອຖືກດູຖູກ
3. ເປັນຫຍັງເຮົາສາມາດຍິນດີເມື່ອຖືກດູຖູກ?
3 ບໍ່ມີໃຜຢາກຖືກດູຖູກ ແຕ່ຖ້າເຮົາຖືກດູຖູກແລະຄິດຫຼາຍກ່ຽວກັບສິ່ງທີ່ເຂົາເຈົ້າເວົ້າ ເຮົາອາດຈະຮູ້ສຶກທໍ້ໃຈແລະເສຍກຳລັງໃຈ. (ສຸພາ. 24:10) ເຮົາ ຄວນຈະຄິດແນວໃດເມື່ອຄົນອື່ນດູຖູກເຮົາ? ຄືກັນກັບໂປໂລເຮົາສາມາດມີຄວາມ “ຍິນດີ” ເມື່ອຖືກດູຖູກ. (2 ກຣ. 12:10) ເປັນຫຍັງຈຶ່ງເວົ້າແນວນັ້ນ? ກໍຍ້ອນວ່າການຖືກດູຖູກແລະການຕໍ່ຕ້ານເປັນສິ່ງທີ່ບົ່ງບອກວ່າເຮົາເປັນລູກສິດແທ້ຂອງພະເຢຊູ. (1 ປຕ. 4:14) ພະເຢຊູບອກວ່າ ຜູ້ທີ່ຕິດຕາມເພິ່ນຈະຖືກຂົ່ມເຫງ. (ຢຮ. 15:18-20) ສິ່ງເຫຼົ່ານີ້ເກີດຂຶ້ນກັບຄລິດສະຕຽນໃນສະຕະວັດທຳອິດ. ຄົນທີ່ໄດ້ຮັບອິດທິພົນຈາກວັດທະນະທຳກຣີກມັກເບິ່ງວ່າ ຄລິດສະຕຽນເປັນຄົນທີ່ບໍ່ມີຄວາມຮູ້ແລະອ່ອນແອຫຼາຍ ສ່ວນພວກຢິວຖືວ່າຄລິດສະຕຽນເປັນ “ຄົນທຳມະດາແລະບໍ່ມີການສຶກສາ” ຄືກັບທີ່ເຂົາເຈົ້າເຄີຍເວົ້າໃສ່ອັກຄະສາວົກເປໂຕແລະໂຢຮັນ. (ກຈກ. 4:13) ນອກຈາກນັ້ນ ຄົນທົ່ວໄປຍັງເບິ່ງວ່າຄລິດສະຕຽນເປັນຄົນອ່ອນແອແລະຕ່ຳຕ້ອຍໃນສັງຄົມ ເພາະເຂົາເຈົ້າບໍ່ຫຍຸ້ງກ່ຽວກັບການເມືອງແລະການທະຫານເຊິ່ງເຮັດໃຫ້ເບິ່ງຄືວ່າເຂົາເຈົ້າບໍ່ມີອຳນາດທີ່ຈະຕໍ່ສູ້ ຫຼືປົກປ້ອງຕົວເອງ.
4. ຄລິດສະຕຽນໃນສະຕະວັດທຳອິດໄດ້ເຮັດແນວໃດເມື່ອຖືກດູຖູກ?
4 ຄລິດສະຕຽນໃນສະຕະວັດທຳອິດໄດ້ເຮັດແນວໃດເມື່ອຖືກດູຖູກ? ເຂົາເຈົ້າບໍ່ໄດ້ເຊົາເປັນລູກສິດຂອງພະເຢຊູແລະບໍ່ເຊົາປະກາດ. ຂໍໃຫ້ຄິດເຖິງຕົວຢ່າງຂອງອັກຄະສາວົກເປໂຕແລະໂຢຮັນ ເຂົາເຈົ້າຖືວ່າເປັນສິດທິພິເສດຫຼາຍແທ້ໆທີ່ຖືກຂົ່ມເຫງຍ້ອນເປັນລູກສິດຂອງພະເຢຊູ ແລະບອກຄົນອື່ນໃຫ້ຮູ້ເລື່ອງຂອງເພິ່ນ. (ກຈກ. 4:18-21; 5:27-29, 40-42) ຄລິດສະຕຽນບໍ່ມີຫຍັງທີ່ຈະຕ້ອງອາຍ ເພາະເຂົາເຈົ້າໄດ້ເຮັດສິ່ງດີໆໃຫ້ຜູ້ຄົນໃນສັງຄົມຫຼາຍກວ່າຜູ້ທີ່ຕໍ່ຕ້ານເຮັດ ເຊັ່ນ: ປຶ້ມທີ່ຄລິດສະຕຽນບາງຄົນໄດ້ຮັບການດົນໃຈໃຫ້ຂຽນໃນສະໄໝນັ້ນ ໄດ້ຊ່ວຍຜູ້ຄົນຫຼາຍລ້ານຄົນໃຫ້ມີຊີວິດທີ່ດີຂຶ້ນແລະມີຄວາມຫວັງໃນອະນາຄົດ. ນອກຈາກນັ້ນ ການປົກຄອງທີ່ເຂົາເຈົ້າປະກາດ ຕອນນີ້ກໍປົກຄອງຢູ່ໃນສະຫວັນແລ້ວແລະອີກບໍ່ດົນກໍຈະມາປົກຄອງມະນຸດທຸກຄົນທົ່ວໂລກ. ກົງກັນຂ້າມ ການປົກຄອງຂອງໂຣມທີ່ເຄີຍຂົ່ມເຫງຄລິດສະຕຽນພັດກາຍເປັນຂີ້ເທົ່າໄປດົນແລ້ວ. (ມທ. 24:14) ຕອນນີ້ຄລິດສະຕຽນທີ່ສັດຊື່ກໍປົກຄອງເປັນກະສັດຢູ່ເທິງສະຫວັນ ແຕ່ຜູ້ທີ່ຂົ່ມເຫງເຂົາເຈົ້າໄດ້ຕາຍແລ້ວ ແລະຖ້າຜູ້ທີ່ຂົ່ມເຫງເຫຼົ່ານີ້ຄືນມາຈາກຕາຍ ເຂົາເຈົ້າກໍຈະຕ້ອງຢູ່ພາຍໃຕ້ການປົກຄອງຂອງພະເຈົ້າເຊິ່ງມີຄລິດສະຕຽນທີ່ເຂົາເຈົ້າກຽດຊັງຮ່ວມປົກຄອງ.—ພນມ. 5:10
5. ຕາມໂຢຮັນ 15:19 ເປັນຫຍັງຄົນໃນໂລກນີ້ຈຶ່ງດູຖູກປະຊາຊົນຂອງພະເຢໂຫວາ?
5 ໃນທຸກມື້ນີ້ ເຮົາທີ່ເປັນພະຍານພະເຢໂຫວາອາດຖືກບາງຄົນດູຖູກ ແລະເວົ້າໃສ່ວ່າເຮົາເປັນຄົນທີ່ບໍ່ສະຫຼາດແລະຕ່ຳຕ້ອຍ. ຍ້ອນຫຍັງ? ກໍຍ້ອນວ່າເຮົາບໍ່ເຫັນດີກັບຄວາມຄິດຂອງຄົນທົ່ວໄປໃນໂລກ. ຄົນໃນໂລກມັກເປັນຄົນຍິ່ງ ຖືຕົວເອງເປັນໃຫຍ່ ແລະບໍ່ຍອມໃຜ ແຕ່ເຮົາພະຍາຍາມທີ່ຈະເປັນຄົນຖ່ອມຕົວ ຈຽມຕົວ ແລະເຊື່ອຟັງ. ນອກຈາກນັ້ນ ເຮົາຍັງບໍ່ຫຍຸ້ງກ່ຽວກັບເລື່ອງການເມືອງແລະບໍ່ເຂົ້າຮ່ວມກັບການທະຫານຂອງປະເທດໃດປະເທດໜຶ່ງ. ເຮົາຕ່າງຈາກຄົນທົ່ວໄປໃນໂລກ ດັ່ງນັ້ນເຂົາເຈົ້າຈຶ່ງດູຖູກເຮົາແລະເບິ່ງວ່າເຮົາເປັນຄົນຕ່ຳຕ້ອຍ.—ອ່ານໂຢຮັນ 15:19; ຣມ. 12:2
6. ພະເຢໂຫວາກຳລັງໃຊ້ປະຊາຊົນຂອງພະອົງໃຫ້ເຮັດວຽກຫຍັງໃຫ້ສຳເລັດ?
6 ເຖິງວ່າຄົນໃນໂລກນີ້ຈະຄິດວ່າເຮົາເປັນຄົນອ່ອນແອ ແຕ່ພະເຢໂຫວາກໍໃຊ້ເຮົາເພື່ອຈະເຮັດຫຼາຍສິ່ງທີ່ເກີນກຳລັງເຮົາ. ພະເຢໂຫວາໃຊ້ເຮົາໃຫ້ເຮັດໂຄງການປະກາດທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີໃນປະຫວັດສາດມະນຸດ. ທຸກມື້ນີ້ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ແປແລະແຈກຢາຍປຶ້ມໄປທົ່ວໂລກ ແລະຍັງໃຊ້ຄຳພີໄບເບິນເພື່ອຊ່ວຍຫຼາຍລ້ານຄົນໃຫ້ມີຊີວິດທີ່ດີຂຶ້ນ. ທັງໝົດນີ້ເປັນໄປໄດ້ກໍຍ້ອນວ່າພະເຢໂຫວາໄດ້ຊ່ວຍກຸ່ມຄົນທີ່ເບິ່ງຄືວ່າອ່ອນແອໃນສາຍຕາຂອງຄົນອື່ນໃຫ້ເຮັດສິ່ງເຫຼົ່ານີ້. ແລ້ວເຮົາແຕ່ລະຄົນເດ? ພະເຢໂຫວາຈະ
ຊ່ວຍເຮົາໃຫ້ມີກຳລັງທີ່ຈະເຮັດຫຼາຍຢ່າງບໍ? ແລະເພື່ອຈະໄດ້ຮັບຄວາມຊ່ວຍເຫຼືອນີ້ເຮົາຕ້ອງເຮັດຫຍັງ? ໃຫ້ເຮົາມາເບິ່ງ 3 ຢ່າງທີ່ເຮົາສາມາດຮຽນໄດ້ຈາກຕົວຢ່າງຂອງໂປໂລ.ບໍ່ເພິ່ງຄວາມສາມາດຂອງຕົວເອງ
7. ສິ່ງໜຶ່ງທີ່ເຮົາໄດ້ຮຽນຈາກຕົວຢ່າງຂອງໂປໂລແມ່ນຫຍັງ?
7 ສິ່ງໜຶ່ງທີ່ເຮົາໄດ້ຮຽນຈາກຕົວຢ່າງຂອງໂປໂລກໍຄື ເມື່ອຮັບໃຊ້ພະເຢໂຫວາເຮົາຈະບໍ່ເພິ່ງຄວາມສາມາດແລະກຳລັງຂອງຕົວເອງ. ຫຼາຍຄົນເບິ່ງວ່າໂປໂລມີເຫດຜົນທີ່ຈະເພິ່ງຄວາມສາມາດຂອງຕົວເອງແລະພູມໃຈໃນຕົວເອງ ຍ້ອນວ່າລາວໃຫຍ່ມາໃນເມືອງຕາໂຊເຊິ່ງເປັນເມືອງຫຼວງຂອງແຂວງໜຶ່ງໃນໂຣມ ເມືອງນັ້ນຈະເລີນຮຸ່ງເຮືອງແລະມີມະຫາວິທະຍາໄລທີ່ມີຊື່ສຽງຫຼາຍ. ໂປໂລເປັນຄົນທີ່ມີການສຶກສາ ເພາະລາວຮຽນນຳອາຈານທີ່ຊື່ ຄາມາລີເອັນເຊິ່ງເປັນຜູ້ນຳຊາວຢິວທີ່ໄດ້ຮັບຄວາມນັບຖືຫຼາຍທີ່ສຸດໃນສະໄໝນັ້ນ. (ກຈກ. 5:34; 22:3) ນອກຈາກນັ້ນ ໂປໂລຍັງເຄີຍເປັນຄົນສຳຄັນໃນສັງຄົມຢິວ ລາວບອກວ່າ: “ຂ້ອຍກ້າວໜ້າໃນສາສະໜາຢິວຫຼາຍກວ່າເພື່ອນຮ່ວມຊາດລຸ້ນດຽວກັນຫຼາຍຄົນ.” (ຄລຕ. 1:13, 14; ກຈກ. 26:4) ແຕ່ໂປໂລກໍບໍ່ໄດ້ເພິ່ງຄວາມສາມາດຂອງຕົວເອງ.
8. ຕາມພີລິບປອຍ 3:8 ໂປໂລຄິດແນວໃດກັບສິ່ງທີ່ລາວໄດ້ຖິ້ມໄປ ແລະເປັນຫຍັງລາວຈຶ່ງບອກວ່າ “ເມື່ອຂ້ອຍອ່ອນແອ . . . ຂ້ອຍຈຶ່ງຍິນດີ”?
8 ໂປໂລພ້ອມທີ່ຈະປະຖິ້ມສິ່ງຕ່າງໆທີ່ເຮັດໃຫ້ລາວເບິ່ງຄືວ່າເປັນຄົນສຳຄັນໃນສາຍຕາຂອງຄົນອື່ນ. ທີ່ຈິງແລ້ວລາວຖືວ່າສິ່ງເຫຼົ່ານັ້ນເປັນຄືກັບ “ຂີ້ເຫຍື້ອ.” (ອ່ານຟີລິບປອຍ 3:8) ແຕ່ເມື່ອລາວເລືອກທີ່ຈະເປັນຜູ້ຕິດຕາມພະຄລິດລາວຕ້ອງເຈິກັບບັນຫາຫຼາຍຢ່າງ ຄົນໃນຊາດດຽວກັນກຽດຊັງລາວ. (ກຈກ. 23:12-14) ແລະທັງໆທີ່ລາວກໍເປັນພົນລະເມືອງໂຣມ ແຕ່ພັດຖືກພວກໂຣມຂ້ຽນຕີແລະຈັບເຂົ້າຄຸກ. (ກຈກ. 16:19-24, 37) ນອກຈາກນັ້ນ ລາວຮູ້ວ່າຕົວລາວເອງບໍ່ສົມບູນແບບແລະກໍຍາກຫຼາຍທີ່ຈະເຮັດສິ່ງທີ່ຖືກຕ້ອງ. (ຣມ. 7:21-25) ແຕ່ລາວບໍ່ຍອມເຊົາຕິດຕາມພະຄລິດເຖິງວ່າເຈິບັນຫາຫຼືຮູ້ສຶກວ່າຕົວເອງບໍ່ມີຄ່າ ລາວບອກວ່າ “ເມື່ອຂ້ອຍອ່ອນແອ . . . ຂ້ອຍຈຶ່ງຍິນດີ” ເປັນຫຍັງລາວຈຶ່ງເວົ້າແນວນັ້ນ? ກໍຍ້ອນວ່າຕອນທີ່ລາວອ່ອນແອ ລາວຈະເຫັນວິທີທີ່ພະເຢໂຫວາຊ່ວຍລາວ.—2 ກຣ. 4:7; 12:10
9. ເຮົາຄວນຮູ້ສຶກແນວໃດຕໍ່ສິ່ງທີ່ເຮັດໃຫ້ເຮົາເບິ່ງຄືວ່າເປັນຄົນອ່ອນແອ?
1 ກຣ. 1:26, 27) ດັ່ງນັ້ນ ເຖິງວ່າເຮົາຈະບໍ່ມີສິ່ງທີ່ກ່າວມາຂ້າງເທິງນີ້ ແຕ່ເຮົາກໍຍັງສາມາດຮັບໃຊ້ພະເຢໂຫວາໄດ້ ເພາະເຮົາຖືວ່ານີ້ເປັນໂອກາດທີ່ຈະເຫັນວິທີທີ່ພະເຢໂຫວາຊ່ວຍເຫຼືອເຮົາ ເຊັ່ນ: ຖ້າມີຄົນມາບອກວ່າສິ່ງທີ່ເຈົ້າເຊື່ອບໍ່ແມ່ນຄວາມຈິງແລະເຈົ້າກໍຮູ້ສຶກຢ້ານ ຂໍໃຫ້ເຈົ້າອະທິດຖານເຖິງພະເຢໂຫວາເພື່ອຈະມີຄວາມກ້າແລະສາມາດເວົ້າປົກປ້ອງຄວາມເຊື່ອຂອງເຈົ້າໄດ້. (ອຟຊ. 6:19, 20) ຖ້າເຈົ້າມີບັນຫາທາງຈິດໃຈຫຼືຮ່າງກາຍ ຂໍໃຫ້ເຈົ້າອະທິດຖານຂໍກຳລັງຈາກພະເຢໂຫວາເພື່ອຈະສາມາດຮັບໃຊ້ພະອົງໄດ້ຕໍ່ໆໄປ ແລະທຸກຄັ້ງທີ່ເຈົ້າເຫັນວ່າພະເຢໂຫວາຊ່ວຍເຫຼືອເຈົ້າ ເຈົ້າກໍຈະເຂັ້ມແຂງແລະມີຄວາມເຊື່ອຫຼາຍຂຶ້ນ.
9 ຖ້າເຮົາຢາກໄດ້ກຳລັງຈາກພະເຢໂຫວາ ເຮົາຕ້ອງບໍ່ຖືວ່າຕົວເອງມີຄ່າຍ້ອນວ່າມີກຳລັງວັງຊາ ໄດ້ສຶກສາສູງໆ ຫຼືມີຖານະໃນສັງຄົມ ເພາະພະເຢໂຫວາບໍ່ໄດ້ໃຊ້ເຮົາຍ້ອນເຮົາມີສິ່ງເຫຼົ່ານີ້. ທີ່ຈິງປະຊາຊົນຂອງພະເຈົ້າ “ມີບໍ່ເທົ່າໃດຄົນທີ່ມະນຸດຖືວ່າສະຫຼາດ ມີບໍ່ເທົ່າໃດຄົນທີ່ເປັນຄົນມີອຳນາດ ຫຼືມາຈາກຄອບຄົວຂອງຄົນຊັ້ນສູງ.” ແທນທີ່ຈະເປັນແບບນັ້ນພະເຢໂຫວາເລືອກໃຊ້ “ຄົນທີ່ໂລກຖືວ່າອ່ອນແອ.” (ຮຽນຈາກຕົວຢ່າງຂອງຄົນໃນຄຳພີໄບເບິນ
10. ເປັນຫຍັງເຮົາຄວນຮຽນຈາກຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ໃນຄຳພີໄບເບິນທີ່ບັນທຶກໃນເຮັບເຣີ 11:32-34?
10 ໂປໂລເປັນນັກສຶກສາຄຳພີໄບເບິນທີ່ດີ ລາວຮູ້ຈັກຫຼາຍຢ່າງໃນຄຳພີໄບເບິນ ແຕ່ລາວກໍຍັງຕ້ອງໄດ້ຮຽນຈາກຕົວຢ່າງຂອງຄົນທີ່ຢູ່ໃນຄຳພີໄບເບິນ. ເມື່ອລາວຂຽນເຖິງຄລິດສະຕຽນຊາວເຮັບເຣີ ໂປໂລບອກເຂົາເຈົ້າໃຫ້ຄິດເຖິງຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາໃນອະດີດ. (ອ່ານເຮັບເຣີ 11:32-34) ໃຫ້ເຮົາມາເບິ່ງຕົວຢ່າງຂອງຜູ້ຮັບໃຊ້ຄົນໜຶ່ງເຊິ່ງກໍຄື ກະສັດດາວິດ. ລາວຖືກຕໍ່ຕ້ານບໍ່ພຽງແຕ່ຈາກສັດຕູເທົ່ານັ້ນ ແຕ່ຈາກຜູ້ທີ່ເປັນໝູ່ຂອງລາວນຳ. ເມື່ອເຮົາເບິ່ງຕົວຢ່າງຂອງດາວິດ ເຮົາຈະເຫັນວ່າຕົວຢ່າງນີ້ຊ່ວຍໂປໂລໃຫ້ມີກຳລັງທີ່ເຂັ້ມແຂງຂຶ້ນໄດ້ແນວໃດ ແລະເຮົາຈະຮຽນແບບໂປໂລໄດ້ແນວໃດ.
11. ເປັນຫຍັງຈຶ່ງເບິ່ງຄືວ່າດາວິດເປັນຄົນອ່ອນແອ? (ເບິ່ງຮູບໜ້າປົກ)
11 ເບິ່ງຄືວ່າດາວິດເປັນຄົນທີ່ອ່ອນແອຫຼາຍເມື່ອທຽບກັບໂຄລີອາດທີ່ມີກຳລັງຫຼາຍ. ເມື່ອໂຄລີອາດເຫັນດາວິດ ລາວ “ໄດ້ປະໝາດດາວິດ” ຍ້ອນວ່າໂຄລີອາດໂຕໃຫຍ່ກວ່າ ມີອາວຸດຄົບຊຸດ ແລະມີປະສົບການຫຼາຍໃນການສູ້ຮົບ. ສ່ວນດາວິດເປັນພຽງເດັກນ້ອຍທີ່ບໍ່ມີປະສົບການໃນການຕໍ່ສູ້ ແລະກໍບໍ່ມີອາວຸດຫຍັງທີ່ຈະໄປສູ້ກັບໂຄລີອາດ. ເຖິງດາວິດອາດເບິ່ງຄືອ່ອນແອ ແຕ່ແທ້ຈິງແລ້ວລາວເຂັ້ມແຂງຫຼາຍຍ້ອນລາວໝາຍເພິ່ງພະເຢໂຫວາ ແລະພະອົງກໍຊ່ວຍລາວໃຫ້ສາມາດເອົາຊະນະໂຄລີອາດໄດ້.—1 ຊາມ. 17:41-45, 50
12. ບັນຫາຢ່າງໜຶ່ງທີ່ດາວິດເຈິແມ່ນຫຍັງ?
12 ດາວິດເຈິກັບບັນຫາຢ່າງໜຶ່ງທີ່ເຮັດໃຫ້ລາວຮູ້ສຶກອ່ອນແອແລະໝົດແຮງ. ດາວິດພັກດີຕໍ່ຊາອຶລຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ເປັນກະສັດຂອງອິດສະຣາເອນ. ຕອນທຳອິດກະສັດຊາອຶລກໍໃຫ້ກຽດດາວິດ ແຕ່ຕໍ່ມາຄວາມຍິ່ງໄດ້ເຮັດໃຫ້ຊາອຶລອິດສາດາວິດ ເຮັດສິ່ງທີ່ບໍ່ດີຕໍ່ລາວ ແລະເຖິງຂັ້ນພະຍາຍາມທີ່ຂ້າລາວດ້ວຍຊ້ຳ.—1 ຊາມ. 18:6-9, 29; 19:9-11
13. ດາວິດເຮັດແນວໃດເຖິງຊາອຶລຈະເຮັດສິ່ງບໍ່ດີຕໍ່ລາວ?
13 ເຖິງແມ່ນວ່າກະສັດຊາອຶລຈະເຮັດສິ່ງບໍ່ດີຫຼາຍຢ່າງຕໍ່ດາວິດ ແຕ່ດາວິດກໍຍັງສະແດງຄວາມນັບຖືຕໍ່ກະສັດທີ່ພະເຢໂຫວາແຕ່ງຕັ້ງ. (1 ຊາມ. 24:6) ດາວິດບໍ່ໄດ້ຈົ່ມໃຫ້ພະເຢໂຫວາຕໍ່ກັບສິ່ງທີ່ຊາອຶລເຮັດ ແຕ່ລາວໝາຍເພິ່ງພະເຢໂຫວາແລະໝັ້ນໃຈວ່າພະອົງຈະຊ່ວຍໃຫ້ລາວມີກຳລັງທີ່ຈະອົດທົນກັບບັນຫາທີ່ລາວປະສົບໄດ້.—ເພງ. 18:1, ຂໍ້ຄວາມຫົວບົດ.
14. ອັກຄະສາວົກໂປໂລເຈິສະພາບການທີ່ຄ້າຍຄືກັບດາວິດແນວໃດ?
14 ອັກຄະສາວົກໂປໂລກໍເຈິສະພາບການທີ່ຄ້າຍຄື2 ກຣ. 12:11; ຟລປ. 3:18) ແຕ່ໂປໂລກໍເອົາຊະນະບັນຫາເຫຼົ່ານັ້ນມາໄດ້. ໂດຍວິທີໃດ? ລາວຍັງປະກາດຕໍ່ໄປເຖິງວ່າຈະຖືກຕໍ່ຕ້ານ ລາວຍັງຮັກສາຄວາມສັດຊື່ຕໍ່ພີ່ນ້ອງທີ່ເຄີຍເຮັດບໍ່ດີໃສ່ລາວ ແລະສຳຄັນທີ່ສຸດລາວຮັກສາຄວາມສັດຊື່ຕໍ່ພະເຈົ້າຕະຫຼອດຊີວິດ. (2 ຕມ. 4:8) ທີ່ລາວສາມາດເຮັດທຸກສິ່ງເຫຼົ່ານີ້ໄດ້ກໍຍ້ອນວ່າລາວບໍ່ໄດ້ເພິ່ງຄວາມສາມາດຂອງຕົວເອງ ແຕ່ລາວເພິ່ງພະເຢໂຫວາ.
ກັບດາວິດ. ສັດຕູຂອງລາວມີກຳລັງແລະອຳນາດຫຼາຍກວ່າລາວ. ຜູ້ປົກຄອງໃນສະໄໝນັ້ນກຽດຊັງລາວແລະຫຼາຍເທື່ອກໍສັ່ງໃຫ້ຂ້ຽນຕີລາວ ແລະຈັບລາວເຂົ້າຄຸກຫຼາຍເທື່ອ. ຄືກັນກັບດາວິດ ຄົນທີ່ໂປໂລຖືວ່າເປັນໝູ່ຂອງລາວພັດເຮັດບໍ່ດີໃສ່ລາວ ແມ່ນແຕ່ບາງຄົນໃນປະຊາຄົມກໍຍັງຕໍ່ຕ້ານລາວ. (15. ເຮົາຈະເຮັດແນວໃດເມື່ອມີຄົນຕໍ່ຕ້ານເຮົາ ແລະເຮົາຄວນຕອບເຂົາເຈົ້າແນວໃດ?
15 ແລ້ວເຈົ້າເດ ເຈົ້າເຄີຍຖືກໝູ່ຢູ່ໃນໂຮງຮຽນ ຫຼືໝູ່ຢູ່ບ່ອນເຮັດວຽກ ຫຼືຄົນໃນຄອບຄົວທີ່ບໍ່ໄດ້ເປັນພະຍານດູຖູກຫຼືຂົ່ມເຫງເຈົ້າບໍ? ຫຼືເຈົ້າເຄີຍຖືກພີ່ນ້ອງໃນປະຊາຄົມເຮັດບໍ່ດີຕໍ່ເຈົ້າບໍ? ຖ້າເປັນແນວນັ້ນຂໍໃຫ້ຄິດເຖິງຕົວຢ່າງຂອງດາວິດແລະໂປໂລ ແລ້ວເຈົ້າກໍຈະສາມາດເອົາ “ຊະນະຄວາມຊົ່ວດ້ວຍຄວາມດີ” ໄດ້. (ຣມ. 12:21) ເມື່ອມີຄົນຕໍ່ຕ້ານເຮົາ ເຮົາບໍ່ຢາກຕໍ່ສູ້ກັບເຂົາເຈົ້າຄືກັບທີ່ດາວິດເຮັດ ແຕ່ເຮົາຈະພະຍາຍາມຊ່ວຍເຫຼືອເຂົາເຈົ້າໃຫ້ຮູ້ຈັກພະເຢໂຫວາແລະຄຳພີໄບເບິນ. ເມື່ອເຮົາໃຊ້ຄຳພີໄບເບິນເພື່ອຕອບຄຳຖາມຂອງເຂົາເຈົ້າ ເຮົາຄວນເຮັດດ້ວຍຄວາມນັບຖືແລະເຮັດດີຕໍ່ກັບທຸກຄົນລວມທັງຄົນທີ່ເປັນສັດຕູຂອງເຮົານຳ.—ມທ. 5:44; 1 ປຕ. 3:15-17
ຮັບເອົາຄວາມຊ່ວຍເຫຼືອຈາກຄົນອື່ນ
16-17. ໂປໂລບໍ່ເຄີຍລືມຫຍັງ?
16 ກ່ອນທີ່ອັກຄະສາວົກໂປໂລຈະມາເປັນລູກສິດຂອງພະເຢຊູ ລາວເປັນຄົນທີ່ຍິ່ງຈອງຫອງ ອວດດີ ແລະເຄີຍຂົ່ມເຫງລູກສິດຂອງພະເຢຊູ. (ກຈກ. 7:58; 1 ຕມ. 1:13) ພະເຢຊູໄດ້ຂັດຂວາງລາວບໍ່ໃຫ້ຂົ່ມເຫງປະຊາຄົມຄລິດສະຕຽນເຊິ່ງຕອນນັ້ນລາວຊື່ວ່າ ໂຊໂລ. ພະເຢຊູເວົ້າກັບລາວຈາກສະຫວັນແລະເຮັດໃຫ້ລາວຕາບອດ. ເພື່ອລາວຈະກັບມາເຫັນຮຸ່ງອີກ ລາວຕ້ອງຖ່ອມຕົວໄປຂໍຄວາມຊ່ວຍເຫຼືອຈາກຄົນທີ່ລາວເຄີຍຂົ່ມເຫງ. ໃນທີ່ສຸດລາວກໍໄດ້ຮັບຄວາມຊ່ວຍເຫຼືອຈາກອານາເນຍ ແລ້ວກໍກັບມາເຫັນຮຸ່ງອີກ.—ກຈກ. 9:3-9, 17, 18
17 ເຖິງວ່າໂປໂລຈະກາຍມາເປັນຄລິດສະຕຽນທີ່ໂດດເດັ່ນຄົນໜຶ່ງ ແຕ່ລາວກໍບໍ່ເຄີຍລືມສິ່ງທີ່ພະເຢຊູສອນຕອນທີ່ລາວເດີນທາງໄປເມືອງດາມາກັດ ລາວຍັງຖ່ອມຕົວຢູ່ສະເໝີແລະພ້ອມທີ່ຈະຮັບເອົາຄວາມຊ່ວຍເຫຼືອຈາກພີ່ນ້ອງຄົນອື່ນ. ລາວບອກວ່າ “ພວກເຂົານີ້ແຫຼະທີ່ໃຫ້ກຳລັງໃຈຂ້ອຍຫຼາຍ.”—18. ເປັນຫຍັງບາງເທື່ອເຮົາບໍ່ຢາກຮັບເອົາຄວາມຊ່ວຍເຫຼືອຈາກຄົນອື່ນ?
18 ເຮົາໄດ້ບົດຮຽນຫຍັງຈາກໂປໂລ? ຕອນທີ່ເຮົາຮຽນຄວາມຈິງໃໝ່ໆ ເຮົາພ້ອມທີ່ຈະຮັບເອົາຄວາມຊ່ວຍເຫຼືອຈາກຄົນອື່ນເພາະເຮົາຮູ້ວ່າເຮົາຕ້ອງຮຽນອີກຫຼາຍຢ່າງ. (1 ກຣ. 3:1, 2) ແຕ່ຕອນນີ້ເດ? ເມື່ອເຮົາໄດ້ຮັບໃຊ້ພະເຢໂຫວາມາຫຼາຍປີແລະກໍມີປະສົບການຫຼາຍ ເຮົາຍັງພ້ອມທີ່ຈະຮັບເອົາຄວາມຊ່ວຍເຫຼືອຈາກຄົນອື່ນບໍ ໂດຍສະເພາະຄົນທີ່ບໍ່ໄດ້ຢູ່ໃນຄວາມຈິງດົນສ່ຳເຮົາ? ແຕ່ສ່ວນຫຼາຍແລ້ວພະເຢໂຫວາໃຊ້ພີ່ນ້ອງແນວນັ້ນເພື່ອຊ່ວຍເຮົາ. (ຣມ. 1:11, 12) ດັ່ງນັ້ນ ເພື່ອເຮົາຈະໄດ້ຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາຕ້ອງເຕັມໃຈຮັບເອົາຄວາມຊ່ວຍເຫຼືອຈາກພີ່ນ້ອງຂອງເຮົາ.
19. ເປັນຫຍັງໂປໂລຈຶ່ງເຮັດສິ່ງທີ່ເກີນກຳລັງຂອງຕົວເອງໄດ້ສຳເລັດ?
19 ຫຼັງຈາກທີ່ໂປໂລໄດ້ເຂົ້າມາເປັນຄລິດສະຕຽນ ລາວໄດ້ເຮັດບາງຢ່າງທີ່ເກີນກຳລັງຂອງຕົວເອງ. ເປັນຫຍັງລາວຈຶ່ງເຮັດແບບນັ້ນໄດ້? ກໍຍ້ອນລາວໄດ້ຮຽນຮູ້ວ່າຄວາມສຳເລັດບໍ່ໄດ້ຂຶ້ນຢູ່ກັບກຳລັງວັງຊາ ລະດັບການສຶກສາ ຫຼືຖານະໃນສັງຄົມ ແຕ່ຂຶ້ນຢູ່ກັບຄວາມຖ່ອມແລະການໝາຍເພິ່ງພະເຢໂຫວາ. ດັ່ງນັ້ນ ຂໍໃຫ້ເຮົາທຸກຄົນຮຽນແບບໂປໂລໂດຍ (1) ໝາຍເພິ່ງພະເຢໂຫວາ (2) ຮຽນຈາກຕົວຢ່າງຂອງຄົນໃນຄຳພີໄບເບິນ (3) ຮັບເອົາຄວາມຊ່ວຍເຫຼືອຈາກພີ່ນ້ອງ. ຖ້າເຮົາເຮັດແບບນັ້ນ ບໍ່ວ່າເຮົາຈະຮູ້ສຶກວ່າຕົວເອງອ່ອນແອຫຼາຍສ່ຳໃດ ພະເຢໂຫວາກໍຈະໃຫ້ກຳລັງກັບເຮົາ.
ເພງ 71 ເຮົາເປັນກອງທັບຂອງພະເຢໂຫວາ!
^ ຂໍ້ 5 ໃນບົດຄວາມນີ້ເຮົາຈະຮຽນກ່ຽວກັບຕົວຢ່າງຂອງອັກຄະສາວົກໂປໂລ ແລະເຮົາຈະມາເບິ່ງວ່າ ຖ້າເຮົາຖ່ອມຕົວພະເຢໂຫວາກໍຈະໃຫ້ກຳລັງກັບເຮົາເພື່ອຈະອົດທົນໄດ້ເມື່ອຖືກດູຖູກ ແລະຊ່ວຍເຮົາໃຫ້ເຂັ້ມແຂງຕອນທີ່ເຮົາຮູ້ສຶກອ່ອນແອ.
^ ຂໍ້ 1 ການອະທິບາຍສຳນວນ: ຄຳວ່າອ່ອນແອໃນບົດຄວາມນີ້ໝາຍເຖິງ ການຮູ້ສຶກວ່າຕົວເອງບໍ່ມີຄ່າ ຮູ້ສຶກເສົ້າ ຫຼືທໍ້ໃຈເຊິ່ງບາງເທື່ອເຮົາອາດຮູ້ສຶກອ່ອນແອຍ້ອນວ່າເຮົາບໍ່ສົມບູນແບບ ມີຖານະຍາກຈົນ ສຸຂະພາບທີ່ບໍ່ດີ ຫຼືເຮົາອາດຈະບໍ່ມີໂອກາດໄດ້ເຂົ້າໂຮງຮຽນແລະສຶກສາສູງໆ. ນອກຈາກນັ້ນ ສັດຕູຂອງເຮົາອາດຈະເວົ້າໃສ່ຫຼືໃຊ້ຄວາມຮຸນແຮງເຊິ່ງເຮັດໃຫ້ເຮົາຮູ້ສຶກອ່ອນແອຫຼືທໍ້ໃຈ.
^ ຂໍ້ 57 ຄຳອະທິບາຍຮູບພາບ: ເມື່ອໂປໂລໄປປະກາດເລື່ອງພະຄລິດ ລາວໄດ້ປະຖິ້ມສິ່ງທີ່ລາວເຄີຍໃຊ້ຕອນທີ່ເປັນຟາຣິຊາຍເຊິ່ງອາດຈະແມ່ນມ້ວນໜັງສືທີ່ຂຽນໂດຍນັກຂຽນຂອງໂລກແລະຊຸດຟາຣິຊາຍທີ່ມີກ່ອງໃສ່ຂໍ້ພະຄຳພີ.
^ ຂໍ້ 61 ຄຳອະທິບາຍຮູບພາບ: ໝູ່ຢູ່ບ່ອນເຮັດວຽກພະຍາຍາມກົດດັນພີ່ນ້ອງຊາຍໃຫ້ຮ່ວມສະຫຼອງງານວັນເກີດ.