ບົດຄວາມສຶກສາທີ 28
ເຮັດໃຫ້ໝັ້ນໃຈວ່າສິ່ງທີ່ເຈົ້າເຊື່ອເປັນຄວາມຈິງ
“ຢ່າເຊົາເຮັດຕາມສິ່ງທີ່ເຈົ້າໄດ້ຮຽນຮູ້ແລະໝັ້ນໃຈແລ້ວ.”—2 ຕມ. 3:14
ເພງ 56 ເຮັດໃຫ້ຄວາມຈິງເປັນຂອງເຈົ້າເອງ
ໃຈຄວາມສຳຄັນ *
1. ເມື່ອເວົ້າເຖິງ “ຄວາມຈິງ” ເຮົາໝາຍຄວາມວ່າແນວໃດ?
ພະຍານພະເຢໂຫວາມັກຖາມກັນວ່າ: “ເຈົ້າຮູ້ຈັກຄວາມຈິງໄດ້ແນວໃດ?” “ເຈົ້າໃຫຍ່ມາໃນຄວາມຈິງບໍ?” ແລະ “ເຈົ້າຢູ່ໃນຄວາມຈິງດົນປານໃດແລ້ວ?” ເມື່ອເວົ້າເຖິງຄວາມຈິງ ເຮົາໝາຍຄວາມວ່າແນວໃດ? ປົກກະຕິແລ້ວເຮົາມັກໃຊ້ຄຳນີ້ເມື່ອເວົ້າເຖິງຄວາມເຊື່ອ ການນະມັດສະການ ແລະການໃຊ້ຊີວິດຂອງເຮົາ. ຄົນທີ່ຢູ່ໃນຄວາມຈິງຈະຮູ້ວ່າຄຳພີໄບເບິນສອນແນວໃດ ແລະໃຊ້ຊີວິດຕາມນັ້ນ. ນີ້ເຮັດໃຫ້ເຂົາເຈົ້າເປັນອິດສະຫຼະຈາກຄຳສອນທີ່ຜິດໆ ແລະມີຊີວິດທີ່ມີຄວາມສຸກໄດ້ເຖິງວ່າຈະຍັງເປັນມະນຸດທີ່ບໍ່ສົມບູນແບບ.—ຢຮ. 8:32
2. ຕາມໂຢຮັນ 13:34-35 ອັນໃດເຮັດໃຫ້ບາງຄົນສົນໃຈຄວາມຈິງຕັ້ງແຕ່ທຳອິດ?
2 ອັນໃດເຮັດໃຫ້ເຈົ້າສົນໃຈຄວາມຈິງຕັ້ງແຕ່ທຳອິດ? ອາດເປັນຍ້ອນການປະພຶດທີ່ດີຂອງພະຍານພະເຢໂຫວາ. (1 ປຕ. 2:12) ຫຼືອາດເປັນຍ້ອນຄວາມຮັກທີ່ເຂົາເຈົ້າສະແດງຕໍ່ກັນ ເພາະຫຼາຍຄົນທີ່ມາປະຊຸມເທື່ອທຳອິດຈະຈື່ຄວາມຮັກທີ່ພີ່ນ້ອງສະແດງຕໍ່ກັນຫຼາຍກວ່າສິ່ງທີ່ເຂົາເຈົ້າໄດ້ຍິນໃນການປະຊຸມ. ນີ້ບໍ່ແມ່ນເລື່ອງແປກເພາະພະເຢຊູບອກວ່າ ລູກສິດແທ້ຂອງເພິ່ນຈະສະແດງຄວາມຮັກຕໍ່ກັນ. (ອ່ານໂຢຮັນ 13:34, 35) ແຕ່ເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງເຮົາຕ້ອງເຮັດຫຼາຍກວ່ານັ້ນ.
3. ຖ້າເຮົາມີຄວາມເຊື່ອຍ້ອນວ່າຮັກພີ່ນ້ອງເທົ່ານັ້ນເຮົາອາດຈະເປັນແນວໃດ?
3 ເຮົາຕ້ອງມີຄວາມເຊື່ອບໍ່ພຽງແຕ່ຍ້ອນວ່າເຮົາຮັກພີ່ນ້ອງ. ຍ້ອນຫຍັງ? ກໍເພາະວ່າ ຖ້າຜູ້ດູແລຫຼືໄພໂອເນຍເຮັດຜິດຮ້າຍແຮງ ຫຼືພີ່ນ້ອງໃນປະຊາຄົມເຮັດໃຫ້ເຮົາເສຍໃຈ ຫຼືບາງຄົນອາດຈະກາຍເປັນຜູ້ທີ່ທໍລະຍົດພະເຈົ້າແລະບອກວ່າສິ່ງທີ່ເຮົາເຊື່ອບໍ່ແມ່ນຄວາມຈິງ ສິ່ງເຫຼົ່ານີ້ອາດຈະເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາກໍໄດ້ ຖ້າເຮົາມີຄວາມເຊື່ອຍ້ອນວ່າຮັກພີ່ນ້ອງເທົ່ານັ້ນ. ນີ້ເຮັດໃຫ້ຮູ້ວ່າເຮົາເອງຕ້ອງມີຄວາມເຊື່ອມາຈາກການເປັນໝູ່ກັບພະເຢໂຫວາ ຣມ. 12:2
ເພາະຖ້າເຮົາມີຄວາມເຊື່ອຍ້ອນສິ່ງທີ່ຄົນອື່ນເຮັດ ກໍເປັນຄືກັບເຮົາກຳລັງປຸກເຮືອນໃສ່ດິນຂອງຄົນອື່ນ. ນອກຈາກນັ້ນ ເມື່ອເຮົາປຸກເຮືອນ ເຮົາຄືຊິເລືອກໃຊ້ວັດສະດຸທີ່ທົນທານແມ່ນບໍ? ຄ້າຍຄືກັນ ຄວາມເຊື່ອຂອງເຮົາຈະເຂັ້ມແຂງຫຼາຍຂຶ້ນ ຖ້າເຮົາບໍ່ພຽງແຕ່ເຊື່ອຍ້ອນອາລົມຄວາມຮູ້ສຶກທີ່ເປັນຄືກັບວັດສະດຸທີ່ບອບບາງເທົ່ານັ້ນ ແຕ່ເຊື່ອຈາກຂໍ້ເທັດຈິງແລະເຫດຜົນທີ່ໜັກແໜ້ນເຊິ່ງເປັນຄືກັບວັດສະດຸທີ່ທົນທານນຳ. ດັ່ງນັ້ນ ເຮົາຕ້ອງສຶກສາຄຳພີໄບເບິນຢ່າງລະອຽດເພື່ອໃຫ້ແນ່ໃຈວ່າສິ່ງທີ່ໄດ້ຮຽນຮູ້ນັ້ນເປັນຄວາມຈິງ.—4. ຕາມມັດທາຍ 13:3-6, 20, 21 ຄວາມເຊື່ອຂອງບາງຄົນເປັນແນວໃດເມື່ອມີບັນຫາ?
4 ພະເຢຊູບອກວ່າບາງຄົນຮັບເອົາຄວາມຈິງຍ້ອນວ່າ “ມັກ” ຫຼືຮູ້ສຶກວ່າມີຄວາມສຸກ ແຕ່ເມື່ອມີບັນຫາຄວາມເຊື່ອເຂົາເຈົ້າກໍອ່ອນລົງ. (ອ່ານມັດທາຍ 13:3-6, 20, 21) ບາງເທື່ອເຂົາເຈົ້າກໍບໍ່ເຂົ້າໃຈວ່າການເປັນລູກສິດຂອງພະເຢຊູຈະມີຄວາມຫຍຸ້ງຍາກຫຼາຍຢ່າງ. (ມທ. 16:24) ຫຼືເຂົາເຈົ້າອາດຈະຄິດວ່າການເປັນຄລິດສະຕຽນຈະບໍ່ມີບັນຫາຫຍັງເລີຍ ຫຼືຖ້າມີບັນຫາ ພະເຈົ້າກໍຈະກຳຈັດມັນອອກໄປ. ແຕ່ໃນໂລກໃນທຸກມື້ນີ້ມີບັນຫາຫຼາຍຢ່າງ ແລະສະພາບການໃນຊີວິດເຮົາກໍອາດປ່ຽນໄປເຊິ່ງເຮັດໃຫ້ເຮົາບໍ່ມີຄວາມສຸກ.—ເພງ. 6:6; ຜູ້ປ. 9:11
5. ພີ່ນ້ອງຫຼາຍຄົນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າໝັ້ນໃຈໃນຄວາມຈິງທີ່ໄດ້ຮຽນຮູ້?
5 ພີ່ນ້ອງຫຼາຍຄົນໄດ້ເຮັດໃຫ້ເຫັນວ່າເຂົາເຈົ້າໝັ້ນໃຈໃນຄວາມຈິງທີ່ໄດ້ຮຽນຮູ້. ເຮົາຮູ້ໄດ້ແນວໃດ? ກໍຍ້ອນວ່າເຂົາເຈົ້າຍັງມີຄວາມເຊື່ອທີ່ເຂັ້ມແຂງຢູ່ເຖິງວ່າພີ່ນ້ອງບາງຄົນຈະເຮັດໃຫ້ເຂົາເຈົ້າເສຍໃຈແລະປະຕິບັດກັບເຂົາເຈົ້າແບບບໍ່ຍຸຕິທຳ. (ເພງ. 119:165) ແລະທຸກຄັ້ງທີ່ມີບັນຫາເຂົາເຈົ້າກໍແຮ່ງມີຄວາມເຊື່ອຫຼາຍຂຶ້ນ. (ຢກບ. 1:2-4) ແລ້ວເຮົາຈະມີຄວາມເຊື່ອທີ່ເຂັ້ມແຂງແບບນີ້ໄດ້ແນວໃດ?
ຮັບເອົາ “ຄວາມຮູ້ທີ່ຖືກຕ້ອງກ່ຽວກັບພະເຈົ້າ”
6. ຄວາມເຊື່ອຂອງຄລິດສະຕຽນໃນສະຕະວັດທຳອິດມີພື້ນຖານມາຈາກຫຍັງ?
6 ຄລິດສະຕຽນໃນສະຕະວັດທຳອິດມີຄວາມເຊື່ອມາຈາກຄວາມຮູ້ໃນຄຳພີໄບເບິນພາກພາສາເຮັບເຣີແລະຄຳສອນຂອງພະເຢຊູ ເຊິ່ງກໍຄື “ຄວາມຈິງທີ່ໄດ້ຮຽນຈາກຂ່າວດີ.” (ຄລຕ. 2:5) ຄວາມຈິງນີ້ແມ່ນທຸກສິ່ງທີ່ຄລິດສະຕຽນເຊື່ອເຊິ່ງລວມເຖິງຄວາມຈິງເລື່ອງຄ່າໄຖ່ຂອງພະເຢຊູແລະການຄືນມາຈາກຕາຍຂອງເພິ່ນ. ເປັນຫຍັງໂປໂລຈຶ່ງໝັ້ນໃຈວ່າຄຳສອນເຫຼົ່ານີ້ເປັນຄວາມຈິງ? ກໍເພາະວ່າລາວ “ໃຊ້ຂໍ້ພະຄຳພີຫຼາຍຂໍ້ເພື່ອພິສູດວ່າພະຄລິດຕ້ອງທົນທຸກແລະຄືນມາຈາກຕາຍ.” (ກຈກ. 17:2, 3) ຄລິດສະຕຽນໃນສະຕະວັດທຳອິດຮັບເອົາຄຳສອນຂອງພະເຈົ້າ ແລະໝາຍເພິ່ງພະລັງບໍລິສຸດໃຫ້ຊ່ວຍເຂົາເຈົ້າເຂົ້າໃຈຄຳສອນເຫຼົ່ານັ້ນ. ເຂົາເຈົ້າສຶກສາຄົ້ນຄວ້າຢ່າງລະອຽດຈົນໝັ້ນໃຈວ່າຄຳສອນເຫຼົ່ານັ້ນມາຈາກຄຳພີໄບເບິນ. (ກຈກ. 17:11, 12; ຮຣ. 5:14) ເຫັນໄດ້ວ່າເຂົາເຈົ້າບໍ່ໄດ້ມີຄວາມເຊື່ອຍ້ອນອາລົມຄວາມຮູ້ສຶກຢ່າງດຽວ ແລະເຂົາເຈົ້າກໍບໍ່ໄດ້ຮັບໃຊ້ພະເຢໂຫວາຍ້ອນວ່າມັກສັງຄົມພີ່ນ້ອງເທົ່ານັ້ນ ແຕ່ເຂົາເຈົ້າມີຄວາມເຊື່ອຍ້ອນມີ “ຄວາມຮູ້ທີ່ຖືກຕ້ອງກ່ຽວກັບພະເຈົ້າ.”—ກລຊ. 1:9, 10
7. ເຮົາຈະເປັນແນວໃດຖ້າຄວາມເຊື່ອຂອງເຮົາມາຈາກສິ່ງທີ່ຄຳພີໄບເບິນສອນ?
7 ຄວາມຈິງໃນຄຳພີໄບເບິນບໍ່ເຄີຍປ່ຽນ. (ເພງ. 119:160) ບໍ່ວ່າສະພາບການຂອງເຮົາຈະປ່ຽນໄປຫຼາຍສ່ຳໃດ ຄົນອື່ນຈະເຮັດຜິດຮ້າຍແຮງຫຼືເຮັດໃຫ້ເຮົາຄຽດ ຫຼືເຮົາຈະມີຄວາມທຸກລຳບາກໃນຊີວິດ ແຕ່ຄຳສອນໃນຄຳພີໄບເບິນກໍຍັງຄືເກົ່າ. ດັ່ງນັ້ນ ເຮົາຕ້ອງຮູ້ຈັກຄຳສອນໃນຄຳພີໄບເບິນເປັນຢ່າງດີແລະເຮັດໃຫ້ຕົວເອງໝັ້ນໃຈວ່າຄຳສອນເຫຼົ່ານັ້ນເປັນຄວາມຈິງ. ຖ້າເຮົາມີຄວາມເຊື່ອທີ່ເຂັ້ມແຂງຍ້ອນສິ່ງທີ່ຄຳພີໄບເບິນສອນ ເຮົາກໍຈະຍັງສັດຊື່ຕໍ່ພະເຢໂຫວາໃນຕອນທີ່ຫຍຸ້ງຍາກລຳບາກ. ແລ້ວເຈົ້າຈະໝັ້ນໃຈຫຼາຍຂຶ້ນໄດ້ແນວໃດວ່າສິ່ງທີ່ເຈົ້າຮຽນເປັນຄວາມຈິງ?
ຂໍໃຫ້ “ໝັ້ນໃຈໃນສິ່ງທີ່ເຈົ້າຮຽນ”
8. ຕາມ 2 ຕີໂມທຽວ 3:14, 15 ອັນໃດເຮັດໃຫ້ຕີໂມທຽວໝັ້ນໃຈວ່າສິ່ງທີ່ລາວໄດ້ຮຽນຈາກພະຄຳພີເປັນຄວາມຈິງ?
8 ຕີໂມທຽວໝັ້ນໃຈວ່າສິ່ງທີ່ໄດ້ຮຽນໃນພະຄຳພີເປັນຄວາມຈິງ. ອັນໃດຊ່ວຍລາວໃຫ້ໝັ້ນໃຈແບບນັ້ນ? (ອ່ານ 2 ຕີໂມທຽວ 3:14, 15) ກໍຍ້ອນວ່າແມ່ແລະແມ່ຕູ້ຂອງລາວໄດ້ສອນ “ພະຄຳພີສັກສິດ” ໃຫ້ລາວ ແລະລາວກໍໄດ້ໃຊ້ເວລາແລະກຳລັງເພື່ອຈະສຶກສາຄົ້ນຄວ້າດ້ວຍຕົວເອງ ດັ່ງນັ້ນລາວຈຶ່ງ “ໝັ້ນໃຈ” ວ່າສິ່ງທີ່ໄດ້ຮຽນຮູ້ເປັນຄວາມຈິງ. ຕໍ່ມາຕີໂມທຽວ ແມ່ ແລະແມ່ຕູ້ຂອງລາວກໍໄດ້ຮຽນຮູ້ຄຳສອນຂອງຄລິດສະຕຽນ. ນີ້ເຮັດໃຫ້ຕີໂມທຽວຮູ້ສຶກປະທັບໃຈໃນຄວາມຮັກທີ່ເພື່ອນຄລິດສະຕຽນສະແດງຕໍ່ກັນ ລາວຈຶ່ງຢາກໃຊ້ເວລາຢູ່ນຳເຂົາເຈົ້າຫຼາຍຂຶ້ນແລະຊ່ວຍເຫຼືອເຂົາເຈົ້າ. (ຟລປ. 2:19, 20) ແຕ່ຄວາມເຊື່ອທີ່ລາວມີບໍ່ແມ່ນຍ້ອນວ່າຮັກພີ່ນ້ອງ ແຕ່ຍ້ອນຄຳສອນຈາກຄຳພີໄບເບິນແລະຍ້ອນວ່າລາວຢາກເປັນໝູ່ກັບພະເຢໂຫວາ. ເຈົ້າກໍຄືກັນ ເຈົ້າຕ້ອງສຶກສາຄຳພີໄບເບິນຈົນໝັ້ນໃຈວ່າສິ່ງທີ່ໄດ້ຮຽນກ່ຽວກັບພະເຢໂຫວາເປັນຄວາມຈິງ.
9. ຄວາມຈິງທີ່ສຳຄັນ 3 ຢ່າງທີ່ເຮົາຕ້ອງເຂົ້າໃຈມີຫຍັງແດ່?
9 ເຈົ້າຕ້ອງເຂົ້າໃຈຄວາມຈິງທີ່ສຳຄັນ 3 ຢ່າງເພື່ອຈະໝັ້ນໃຈວ່າສິ່ງທີ່ໄດ້ຮຽນໃນຄຳພີໄບເບິນເປັນຄວາມຈິງ. ທຳອິດ ເຈົ້າຕ້ອງໝັ້ນໃຈວ່າພະເຢໂຫວາເປັນຜູ້ສ້າງທຸກສິ່ງ. (ອົບ. 3:14, 15; ຮຣ. 3:4; ພນມ. 4:11) ສອງ ເຈົ້າຕ້ອງໝັ້ນໃຈວ່າຄຳພີໄບເບິນເປັນປຶ້ມທີ່ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ. (2 ຕມ. 3:16, 17) ສາມ ເຈົ້າຕ້ອງໝັ້ນໃຈວ່າພະຍານພະເຢໂຫວາເປັນກຸ່ມດຽວທີ່ນະມັດສະການພະເຢໂຫວາພາຍໃຕ້ການຊີ້ນຳຂອງພະເຢຊູ. (ເອຊາ. 43:10-12; ຢຮ. 14:6; ກຈກ. 15:14) ການໝັ້ນໃຈຄວາມຈິງທີ່ສຳຄັນເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງຮູ້ທຸກຢ່າງໃນຄຳພີໄບເບິນ ແຕ່ເຈົ້າຕ້ອງໃຊ້ “ຄວາມສາມາດໃນການຄິດຫາເຫດຜົນ” ເພື່ອຈະໝັ້ນໃຈຫຼາຍຂຶ້ນວ່າສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນເປັນຄວາມຈິງ.—ຣມ. 12:1
ຊ່ວຍຄົນອື່ນໃຫ້ໝັ້ນໃຈໃນຄວາມຈິງ
10. ເມື່ອເຮົາເຂົ້າໃຈຄວາມຈິງແລ້ວ ເຮົາຄວນຈະເຮັດຫຍັງ?
10 ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງທີ່ສຳຄັນ 3 ຢ່າງກ່ຽວກັບພະເຈົ້າ ຄຳພີໄບເບິນ ແລະປະຊາຊົນຂອງພະອົງ ເຈົ້າກໍຄວນຈະໃຊ້ພະຄຳພີເພື່ອຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງນີ້ຄືກັນ. ຍ້ອນຫຍັງ? ຍ້ອນວ່າເຮົາເປັນຄລິດສະຕຽນ ເຮົາຈຶ່ງມີໜ້າທີ່ທີ່ຈະສອນຄວາມຈິງໃຫ້ກັບຄົນອື່ນ. * (1 ຕມ. 4:16) ແລະເມື່ອເຮົາພະຍາຍາມຊ່ວຍຄົນອື່ນໃຫ້ໝັ້ນໃຈຄວາມຈິງໃນຄຳພີໄບເບິນເຮົາກໍແຮ່ງຈະໝັ້ນໃຈຫຼາຍຂຶ້ນກ່ຽວກັບຄວາມຈິງເຫຼົ່ານັ້ນ.
11. ອັກຄະສາວົກໂປໂລເຮັດແນວໃດເມື່ອສອນຄົນອື່ນ ແລະເຮົາຈະຮຽນແບບລາວໄດ້ແນວໃດ?
11 ເມື່ອອັກຄະສາວົກໂປໂລສອນຜູ້ຄົນ ລາວໄດ້ “ໂນ້ມນ້າວໃຫ້ພວກເຂົາເຊື່ອໃນພະເຢຊູໂດຍອ້າງຈາກກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນ.” (ກຈກ. 28:23) ເຮົາຈະຮຽນແບບໂປໂລໄດ້ແນວໃດເມື່ອສອນຄວາມຈິງໃຫ້ກັບຄົນອື່ນ? ເຮົາຕ້ອງບໍ່ພຽງແຕ່ສອນເຂົາເຈົ້າວ່າຄຳພີໄບເບິນບອກຫຍັງແດ່ ແຕ່ເຮົາຕ້ອງຊ່ວຍເຂົາເຈົ້າໃຫ້ສຶກສາຄົ້ນຄວ້າແລະຄິດຕຶກຕອງກ່ຽວກັບສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນ. ເຮົາຢາກໃຫ້ເຂົາເຈົ້າຮັບເອົາຄວາມຈິງບໍ່ແມ່ນຍ້ອນນັບຖືຫຼືເກງໃຈເຮົາ ແຕ່ຍ້ອນເຂົາເຈົ້າໄດ້ສຶກສາຄົ້ນຄວ້າຈົນເຊື່ອວ່າສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນເປັນຄວາມຈິງ.
12-13. ພໍ່ແມ່ຈະຊ່ວຍລູກໃຫ້ຢູ່ໃນຄວາມຈິງຕໍ່ໆໄປໄດ້ແນວໃດ?
12 ພໍ່ແມ່ຢາກໃຫ້ລູກຢູ່ໃນຄວາມຈິງຕໍ່ໆໄປ. ພໍ່ແມ່ອາດຈະຮູ້ສຶກວ່າຖ້າລູກໄດ້ຄົບຫາກັບພີ່ນ້ອງໃນປະຊາຄົມເຂົາເຈົ້າກໍຄືຊິມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນ. ແຕ່ເພື່ອລູກຈະມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນ ເຂົາເຈົ້າຕ້ອງບໍ່ພຽງແຕ່ມີໝູ່ທີ່ດີເທົ່ານັ້ນ ແຕ່ເຂົາເຈົ້າຕ້ອງເປັນໝູ່ກັບພະເຢໂຫວາແລະເຊື່ອວ່າສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນເປັນຄວາມຈິງ.
13 ເພື່ອຈະສອນລູກໃຫ້ຮູ້ຄວາມຈິງກ່ຽວກັບພະເຢໂຫວາ ພໍ່ແມ່ຕ້ອງເປັນຕົວຢ່າງທີ່ດີໃນການສຶກສາຄຳພີໄບເບິນ. ພໍ່ແມ່ຕ້ອງໃຊ້ເວລາໃນການຄິດຕຶກຕອງກ່ຽວກັບສິ່ງທີ່ໄດ້ຮຽນ ແລ້ວເຂົາເຈົ້າກໍຈະສາມາດສອນລູກໃຫ້ເຮັດແບບດຽວກັນໄດ້. ເຂົາເຈົ້າຕ້ອງສອນລູກໃຫ້ຮູ້ຈັກໃຊ້ເຄື່ອງມືຄົ້ນຄວ້າຄຳພີໄບເບິນຄືກັບທີ່ສອນນັກສຶກສາ. ຖ້າພໍ່ແມ່ເຮັດແບບນັ້ນ ເຂົາເຈົ້າກໍຈະຊ່ວຍລູກໃຫ້ຮັກພະເຢໂຫວາແລະໝັ້ນໃຈວ່າພະອົງໃຊ້ “ທາດທີ່ສັດຊື່ແລະສຸຂຸມ” ເພື່ອຊ່ວຍເຮົາໃຫ້ເຂົ້າໃຈຄຳພີໄບເບິນ. (ມທ. 24:45-47) ພໍ່ແມ່ຕ້ອງບໍ່ພຽງແຕ່ສອນລູກໃຫ້ຮູ້ຈັກຄຳສອນພື້ນຖານໃນຄຳພີໄບເບິນເທົ່ານັ້ນ ແຕ່ເຂົາເຈົ້າຕ້ອງຊ່ວຍລູກໃຫ້ມີຄວາມເຊື່ອທີ່ເຂັ້ມແຂງໂດຍສອນ “ສິ່ງທີ່ເລິກເຊິ່ງຂອງພະເຈົ້າ” ຕາມອາຍຸແລະຄວາມສາມາດຂອງລູກ.—1 ກຣ. 2:10
ສຶກສາຄຳພະຍາກອນໃນຄຳພີໄບເບິນ
14. ເປັນຫຍັງເຮົາຄວນສຶກສາຄຳພະຍາກອນໃນຄຳພີໄບເບິນ? (ເບິ່ງຂອບ “ ເຈົ້າອະທິບາຍຄຳພະຍາກອນເຫຼົ່ານີ້ໄດ້ບໍ?”)
14 ຄຳພະຍາກອນເປັນສ່ວນສຳຄັນໃນຄຳພີໄບເບິນເຊິ່ງຈະຊ່ວຍເຮົາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາ. ແລ້ວມີຄຳພະຍາກອນໃດແດ່ທີ່ເຮັດໃຫ້ເຈົ້າມີຄວາມເຊື່ອທີ່ເຂັ້ມແຂງ? ເຈົ້າອາດຈະບອກວ່າຄຳພະຍາກອນກ່ຽວກັບ “ສະໄໝສຸດທ້າຍ.” (2 ຕມ. 3:1-5; ມທ. 24:3, 7) ແຕ່ຍັງມີຄຳພະຍາກອນໃດອີກບໍທີ່ເຮັດໃຫ້ເຈົ້າມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນ ເຊັ່ນ: ຄຳພະຍາກອນໃນດານຽນບົດ 2 ແລະດານຽນບົດ 11 ທີ່ເກີດຂຶ້ນແທ້ໃນອະດີດແລະກຳລັງເກີດຂຶ້ນໃນຕອນນີ້? * ຖ້າເຈົ້າມີຄວາມເຊື່ອທີ່ມາຈາກຄຳພີໄບເບິນ ຄວາມເຊື່ອຂອງເຈົ້າກໍຈະເຂັ້ມແຂງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງທີ່ຖືກຂົ່ມເຫງໃນໄລຍະສົງຄາມໂລກຄັ້ງທີ II ຢູ່ເຢຍລະມັນ. ເຖິງວ່າເຂົາເຈົ້າຈະບໍ່ໄດ້ເຂົ້າໃຈເຕັມທີກ່ຽວກັບຄຳພະຍາກອນເລື່ອງສະໄໝສຸດທ້າຍ ແຕ່ເຂົາເຈົ້າກໍມີຄວາມເຊື່ອທີ່ເຂັ້ມແຂງໃນຄຳພີໄບເບິນ.
15-17. ການສຶກສາຄຳພີໄບເບິນໄດ້ຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອທີ່ເຂັ້ມແຂງແນວໃດຕອນທີ່ຖືກພວກນາຊີຂົ່ມເຫງ?
15 ໃນສະໄໝທີ່ນາຊີເຢຍລະມັນປົກຄອງ ພະຍານພະເຢໂຫວາຫຼາຍພັນຄົນຖືກສົ່ງໄປຄ້າຍກັກຂັງ. ຮິດເລີແລະຮາຍຣິກ ຮິມເລີ ເຊິ່ງເປັນຫົວໜ້າໜ່ວຍທະຫານເອັດສ໌ເອັດສ໌ໄດ້ຊັງພະຍານພະເຢໂຫວາຫຼາຍ. ພີ່ນ້ອງຍິງຄົນໜຶ່ງບອກວ່າ ຮິມເລີໄດ້ເວົ້າກັບກຸ່ມພີ່ນ້ອງຍິງທີ່ຢູ່ໃນຄ້າຍກັກຂັງວ່າ: “ພະເຢໂຫວາຂອງພວກເຈົ້າອາດຈະປົກຄອງຢູ່ໃນສະຫວັນພຸ້ນ ແຕ່ຢູ່ໃນໂລກນີ້ແມ່ນນາຊີປົກຄອງ. ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າໃຜຈະຢູ່ ໃຜຈະໄປ.” ອັນໃດຊ່ວຍໃຫ້ພະຍານພະເຢໂຫວາຮັກສາຄວາມສັດຊື່ໄດ້?
16 ນັກສຶກສາຄຳພີໄບເບິນເຫຼົ່ານີ້ຮູ້ວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງໃນປີ 1914 ເຂົາເຈົ້າເລີຍບໍ່ແປກໃຈທີ່ຖືກຂົ່ມເຫງໜັກແບບນີ້. ແຕ່ເຂົາເຈົ້າກໍໝັ້ນໃຈວ່າການປົກຄອງຂອງມະນຸດບໍ່ສາມາດຂັດຂວາງຄວາມຕ້ອງການຂອງພະເຢໂຫວາໄດ້. ຮິດເລີບໍ່ສາມາດກວາດລ້າງການນະມັດສະການແທ້ ຫຼືຕັ້ງການປົກຄອງທີ່ມີອຳນາດ
ຫຼາຍກວ່າການປົກຄອງຂອງພະເຈົ້າໄດ້. ພີ່ນ້ອງຂອງເຮົາໝັ້ນໃຈວ່າການປົກຄອງຂອງຮິດເລີຈະລົ້ມລະລາຍໃນທີ່ສຸດ.17 ສິ່ງທີ່ພີ່ນ້ອງເຫຼົ່ານັ້ນໝັ້ນໃຈໄດ້ເກີດຂຶ້ນແທ້. ບໍ່ເທົ່າໃດປີຕໍ່ມາ ການປົກຄອງຂອງນາຊີກໍລົ້ມລະລາຍ ແລະຮາຍຣິກ ຮິມເລີທີ່ເຄີຍອວດວ່າ “ຢູ່ໂລກນີ້ແມ່ນນາຊີປົກຄອງ” ກຳລັງແລ່ນໜີເອົາຊີວິດລອດ ແລະໃນຕອນນັ້ນລາວກໍໄດ້ເຈິກັບພີ່ນ້ອງລຸບເຄິ ເຊິ່ງເຄີຍຢູ່ໃນຄ້າຍກັກຂັງນາຊີ ແລ້ວລາວກໍຖາມພີ່ນ້ອງລຸບເຄິວ່າ: “ນັກສຶກສາຄຳພີໄບເບິນ ເຈົ້າຮູ້ບໍວ່າຕໍ່ໄປນີ້ຈະເປັນແນວໃດ?” ພີ່ນ້ອງລຸບເຄິຕອບຮິມເລີວ່າ: “ພະຍານພະເຢໂຫວາຮູ້ມາຕະຫຼອດວ່າການປົກຄອງຂອງນາຊີຈະລົ້ມລະລາຍ ແລະພວກຂ້ອຍກໍຈະເປັນອິດສະຫຼະ.” ຮິມເລີທີ່ເຄີຍເວົ້າບໍ່ດີຫຼາຍຢ່າງໃຫ້ພະຍານພະເຢໂຫວາ ຕອນນີ້ລາວກໍເວົ້າຫຍັງບໍ່ອອກ. ຫຼັງຈາກນັ້ນບໍ່ດົນລາວກໍຂ້າຕົວຕາຍ. ເຮົາໄດ້ບົດຮຽນຫຍັງ? ການສຶກສາຄຳພີໄບເບິນລວມເຖິງຄຳພະຍາກອນຕ່າງໆຈະຊ່ວຍໃຫ້ເຮົາມີຄວາມເຊື່ອທີ່ເຂັ້ມແຂງແລະສາມາດຮັກສາຄວາມສັດຊື່ໄດ້ເມື່ອຖືກຂົ່ມເຫງ.—2 ປຕ. 1:19-21
18. ຕາມໂຢຮັນ 6:67, 68 ເປັນຫຍັງເຮົາຕ້ອງມີ “ຄວາມຮູ້ທີ່ຖືກຕ້ອງແລະຄວາມເຂົ້າໃຈທີ່ເລິກເຊິ່ງ”?
18 ເຮົາແຕ່ລະຄົນຄວນສະແດງຄວາມຮັກເພາະຄວາມຮັກເປັນສັນຍະລັກຂອງຄລິດສະຕຽນແທ້ ແລະເຮົາຍັງຕ້ອງມີ “ຄວາມຮູ້ທີ່ຖືກຕ້ອງແລະຄວາມເຂົ້າໃຈທີ່ເລິກເຊິ່ງ.” (ຟລປ. 1:9) ນອກຈາກນັ້ນ ເຮົາຕ້ອງບໍ່ “ຄ້ອຍຕາມຄຳສອນຜິດໆແລະອຸບາຍຫຼອກລວງຂອງມະນຸດ” ເຊິ່ງລວມເຖິງພວກທີ່ທໍລະຍົດພະເຈົ້າ. (ອຟຊ. 4:14) ເມື່ອຄລິດສະຕຽນຫຼາຍຄົນໃນສະຕະວັດທຳອິດເຊົາຕິດຕາມພະເຢຊູ ອັກຄະສາວົກເປໂຕໄດ້ສະແດງໃຫ້ເຫັນວ່າລາວໝັ້ນໃຈວ່າ ພະເຢຊູມີ “ຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” (ອ່ານໂຢຮັນ 6:67, 68) ເຖິງວ່າຕອນນັ້ນເປໂຕບໍ່ໄດ້ເຂົ້າໃຈທັງໝົດກ່ຽວກັບຄຳສອນຂອງພະເຢຊູ ແຕ່ລາວກໍຍັງພັກດີເພາະລາວເຂົ້າໃຈວ່າພະເຢຊູເປັນພະຄລິດ. ເຈົ້າກໍສາມາດໝັ້ນໃຈໃນສິ່ງທີ່ຄຳພີໄບເບິນສອນໄດ້ຄືກັນ. ຖ້າເຈົ້າໝັ້ນໃຈແບບນັ້ນ ເຈົ້າກໍຍັງຈະມີຄວາມເຊື່ອທີ່ເຂັ້ມແຂງບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ແລະເຈົ້າກໍຈະສາມາດຊ່ວຍຄົນອື່ນໃຫ້ມີຄວາມເຊື່ອທີ່ເຂັ້ມແຂງໄດ້ຄືກັນ.—2 ຢຮ. 1, 2
ເພງ 72 ເຮັດໃຫ້ລາຊະອານາຈັກຂອງພະເຈົ້າເປັນທີ່ຮູ້ຈັກ
^ ຂໍ້ 5 ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນຄຸນຄ່າຄວາມຈິງໃນຄຳພີໄບເບິນ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າເຮົາຈະໝັ້ນໃຈຫຼາຍຂຶ້ນໄດ້ແນວໃດວ່າສິ່ງທີ່ເຮົາເຊື່ອເປັນຄວາມຈິງ.
^ ຂໍ້ 10 ເພື່ອຈະຊ່ວຍເຈົ້າຫາເຫດຜົນກັບຄົນອື່ນກ່ຽວກັບຄຳສອນພື້ນຖານໃນຄຳພີໄບເບິນ ໃຫ້ເບິ່ງບົດຄວາມການສົນທະນາກັບເພື່ອນບ້ານຫົວຂໍ້ “ພະເຢຊູເປັນພະເຈົ້າບໍ?” “ລາຊະອານາຈັກຂອງພະເຈົ້າເລີ່ມປົກຄອງເມື່ອໃດ?” ຕອນ 1 ແລະ ຕອນ 2 ແລະ “ພະເຈົ້າລົງໂທດມະນຸດໃນໄຟນາລົກບໍ?” ເຊິ່ງຢູ່ໃນຫໍສັງເກດການ ປີ 2010-2015 (ພາສາໄທ).
^ ຂໍ້ 14 ສຳລັບຂໍ້ມູນກ່ຽວກັບຄຳພະຍາກອນເຫຼົ່ານີ້ເບິ່ງຫໍສັງເກດການ 15 ມິຖຸນາ 2012 (ພາສາໄທ) ແລະ ພຶດສະພາ 2020.