ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 30

ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ

ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ

“ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ກໍ​ຄື ການ​ໄດ້​ຍິນ​ວ່າ​ພວກ​ລູກ​ຂອງ​ຂ້ອຍ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.”—3 ຢຮ. 4

ເພງ 54 “ທາງ​ເສັ້ນ​ນີ້​ແຫຼະ”

ໃຈ​ຄວາມ​ສຳຄັນ *

1. ຕາມ 3 ໂຢຮັນ 3, 4 ອັນ​ໃດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

ລອງ​ຄິດ​ເບິ່ງ​ດູ​ວ່າ​ອັກຄະສາວົກ​ໂຢຮັນ​ຈະ​ຮູ້ສຶກ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ໄດ້​ຍິນ​ວ່າ​ຜູ້​ທີ່​ລາວ​ຊ່ວຍ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່. ເຂົາ​ເຈົ້າ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ໂຢຮັນ​ກໍ​ພະຍາຍາມ​ຫຼາຍ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເພາະ​ລາວ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ລູກ. ຄ້າຍ​ຄື​ກັນ​ເຮົາ​ກໍ​ຮູ້ສຶກ​ດີ​ໃຈ​ເມື່ອ​ເຫັນ​ວ່າ​ລູກ​ຂອງ​ເຮົາ​ບໍ່​ວ່າ​ຈະ​ເປັນ​ລູກ​ແທ້ໆຫຼື​ຜູ້​ທີ່​ເຮົາ​ຊ່ວຍ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ​ຕໍ່ໆໄປ.—ອ່ານ 3 ໂຢຮັນ 3, 4

2. ໂຢຮັນ​ຂຽນ​ຈົດ​ໝາຍ​ເພື່ອ​ຫຍັງ?

2 ໃນ​ປີ ຄ.ສ. 98 ໂຢຮັນ​ອາດ​ຈະ​ຍ້າຍ​ໄປ​ທີ່​ເມືອງ​ເອເຟໂຊ​ຫຼື​ຢູ່​ແຖວໆເມືອງ​ນັ້ນ ຫຼັງ​ຈາກ​ທີ່​ລາວ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ທີ່​ຢູ່​ໃນ​ເກາະ​ປັດໂມ ແລະ​ໃນ​ປີ​ນັ້ນ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ລາວ​ຂຽນ​ຈົດ​ໝາຍ​ສາມ​ສະບັບ​ເຖິງ​ຄລິດສະຕຽນ​ທີ່​ສັດ​ຊື່​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ ແລະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ.

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

3 ໂຢຮັນ​ເປັນ​ອັກຄະສາວົກ​ຄົນ​ສຸດ​ທ້າຍ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ລາວ​ກໍ​ເປັນ​ຫ່ວງ​ວ່າ​ຄຳ​ສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ​ຈະ​ສົ່ງ​ຜົນ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ. * (1 ຢຮ. 2:18, 19, 26) ເຂົາ​ເຈົ້າ​ອ້າງ​ວ່າ​ຮູ້ຈັກ​ພະເຈົ້າ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະອົງ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຄຳ​ແນະນຳ​ທີ່​ໂຢຮັນ​ໃຫ້ ແລະ​ເຮົາ​ຈະ​ຕອບ​ສາມ​ຄຳຖາມ​ເຫຼົ່າ​ນີ້​ຄື: ການ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ອັນ​ໃດ​ອາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ? ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ໄດ້​ແນວ​ໃດ?

ການ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4. ຕາມ 1 ໂຢຮັນ 2:3-6; 2 ໂຢຮັນ 4, 6 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ?

4 ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ເຮົາ​ຕ້ອງ​ຮູ້ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ນຳ. (ອ່ານ 1 ໂຢຮັນ 2:3-6; 2 ໂຢຮັນ 4, 6) ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃນ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ ດັ່ງ​ນັ້ນ ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ກໍ​ໂດຍ​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້.—ຢຮ. 8:29; 1 ປຕ. 2:21

5. ເຮົາ​ຕ້ອງ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

5 ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ ແລະ​ເຮົາ​ກໍ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ​ຕາມ​ທີ່​ບອກ​ໄວ້. ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ​ພະ​ເຢຊູ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ໂຢຮັນ​ເຕືອນ​ວ່າ​ຈະ​ມີ “ຄົນ​ຫຼອກ​ລວງ​ຫຼາຍ​ຄົນ” ເຊິ່ງ​ຈະ​ຫຼອກ​ຄົນ​ທີ່​ບໍ່​ໄດ້​ໝັ້ນ​ໃຈ​ໃນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. (2 ຢຮ. 7-11) ໂຢຮັນ​ບອກ​ວ່າ “ແມ່ນ​ຜູ້​ໃດ​ທີ່​ເວົ້າ​ຕົວະ? ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ.” (1 ຢຮ. 2:22) ວິທີ​ດຽວ​ທີ່​ເຮົາ​ຈະ​ບໍ່​ຖືກ​ຫຼອກ​ກໍ​ຄື​ການ​ສຶກສາ​ຄຳພີ​ໄບເບິນ ເພາະ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ (ຢຮ. 17:3) ແລະ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ.

ອັນ​ໃດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ?

6. ສິ່ງ​ໜຶ່ງ​ທີ່​ຂັດ​ຂວາງ​ຄລິດສະຕຽນ​ທີ່​ເປັນ​ໄວ​ໜຸ່ມ​ບໍ່​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ແມ່ນ​ຫຍັງ?

6 ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຖືກ​ຫຼອກ​ດ້ວຍ​ຄຳ​ສອນ​ຂອງ​ມະນຸດ. (1 ຢຮ. 2:26) ໂດຍ​ສະເພາະ​ແມ່ນ​ຄລິດສະຕຽນ​ທີ່​ເປັນ​ໄວ​ໜຸ່ມ​ຕ້ອງ​ລະວັງ​ເປັນ​ພິເສດ. ພີ່ນ້ອງ​ອາ​ເລັກ​ເຊຍ * ອາຍຸ 25 ປີ​ທີ່​ເປັນ​ຄົນ​ຝຣັ່ງ​ບອກ​ວ່າ “ຕອນ​ທີ່​ຢູ່​ໂຮງ​ຮຽນ​ຂ້ອຍ​ໄດ້​ຮຽນ​ກ່ຽວ​ກັບ​ທິດສະດີ​ວິວັດທະນາການ​ແລະ​ຫຼັກ​ປັດຊະຍາ​ຂອງ​ມະນຸດ ເຊິ່ງ​ຄວາມ​ຄິດ​ເຫຼົ່າ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ສັບສົນ. ບາງ​ເທື່ອ​ຄຳ​ສອນ​ເຫຼົ່າ​ນັ້ນ​ກໍ​ຟັງ​ຂຶ້ນ​ຢູ່​ໄດ໋ ແຕ່​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ມັນ​ບໍ່​ຖືກ​ທີ່​ຈະ​ເຊື່ອ​ທຸກ​ຢ່າງ​ທີ່​ອາຈານ​ສອນ​ໂດຍ​ບໍ່​ໄດ້​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ.” ບໍ່​ເທົ່າ​ໃດ​ອາທິດ​ຕໍ່​ມາ​ລາວ​ກໍ​ເຊົາ​ສົງໄສ​ເພາະ​ລາວ​ໄດ້​ສຶກສາ​ປຶ້ມ​ຊີວິດ—ເກີດ​ຂຶ້ນ​ມາ​ແນວ​ໃດ? ໂດຍ​ວິວັດທະນາການ​ຫຼື​ມີ​ຜູ້​ສ້າງ? ລາວ​ບອກ​ວ່າ “ຂ້ອຍ​ໄດ້​ພິສູດ​ດ້ວຍ​ຕົວ​ເອງ​ວ່າ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ ແລະ​ຮູ້​ວ່າ​ການ​ໃຊ້​ຊີວິດ​ຕາມ​ຄຳ​ສອນ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້ອຍ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສຸກ.”

7. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ຄລິດສະຕຽນ​ທຸກ​ຄົນ​ບໍ່​ວ່າ​ຈະ​ອາຍຸ​ຫຼາຍ​ຫຼື​ໜ້ອຍ​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ. ໂຢຮັນ​ບອກ​ວ່າ ເຮົາ​ບໍ່​ສາມາດ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ໄດ້​ຖ້າ​ຍັງ​ໃຊ້​ຊີວິດ​ແບບ​ຜິດສິນລະທຳ​ຢູ່. (1 ຢຮ. 1:6) ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ເຮົາ​ໃນ​ຕອນ​ນີ້​ແລະ​ອະນາຄົດ ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ເຫັນ​ທຸກ​ຢ່າງ​ທີ່​ເຮົາ​ຄິດ​ແລະ​ເຮັດ ແລະ​ບໍ່​ມີ​ຫຍັງ​ທີ່​ຈະ​ເປັນ​ຄວາມ​ລັບ​ຕໍ່​ພະ​ເຢໂຫວາ.—ຮຣ. 4:13

8. ເຮົາ​ຕ້ອງ​ປະຕິເສດ​ຫຍັງ?

8 ເຮົາ​ຕ້ອງ​ປະຕິເສດ​ມຸມ​ມອງ​ຂອງ​ຄົນ​ໃນ​ໂລກ​ໃນ​ເລື່ອງ​ບາບ. ອັກຄະສາວົກ​ໂຢຮັນ​ບອກ​ວ່າ “ຖ້າ​ພວກ​ເຮົາ​ບອກ​ວ່າ ພວກ​ເຮົາ​ບໍ່​ມີ​ບາບ ພວກ​ເຮົາ​ກໍ​ຕົວະ​ຕົວ​ເອງ.” (1 ຢຮ. 1:8) ໃນ​ສະໄໝ​ຂອງ​ໂຢຮັນ ພວກ​ທີ່​ທໍລະຍົດ​ພະເຈົ້າ​ບອກ​ວ່າ ຄົນ​ເຮົາ​ສາມາດ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ເຖິງ​ວ່າ​ຈະ​ເຮັດ​ບາບ​ກໍ​ຕາມ. ໃນ​ປັດຈຸບັນ​ຫຼາຍ​ຄົນ​ກໍ​ຄິດ​ແບບ​ນີ້​ຄື​ກັນ. ເຂົາ​ເຈົ້າ​ບອກ​ວ່າ​ເຊື່ອ​ໃນ​ພະເຈົ້າ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ມຸມ​ມອງ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ບາບ ໂດຍ​ສະເພາະ​ກ່ຽວ​ກັບ​ເລື່ອງ​ເພດ. ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຜິດ ເຂົາ​ເຈົ້າ​ພັດ​ບອກ​ວ່າ​ບໍ່​ຜິດ​ແລະ​ເປັນ​ສິດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ເຮັດ​ແບບ​ນັ້ນ.

ພີ່ນ້ອງ​ທີ່​ເປັນ​ໄວ​ໜຸ່ມ ຂໍ​ໃຫ້​ເຈົ້າ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລ້ວ​ເຈົ້າ​ຈະ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້. (ເບິ່ງ​ຂໍ້ 9) *

9. ເປັນ​ຫຍັງ​ຄລິດສະຕຽນ​ທີ່​ເປັນ​ໄວ​ລຸ້ນ​ຄວນ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ?

9 ຄລິດສະຕຽນ​ທີ່​ເປັນ​ໄວ​ລຸ້ນ​ອາດ​ຮູ້ສຶກ​ກົດ​ດັນ​ຈາກ​ໝູ່​ຢູ່​ໂຮງ​ຮຽນ​ຫຼື​ຢູ່​ບ່ອນ​ເຮັດ​ວຽກ​ໃຫ້​ມີ​ມຸມ​ມອງ​ແບບ​ດຽວ​ກັບ​ເຂົາ​ເຈົ້າ. ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ອາ​ເລັກ​ຊັນ​ເດີ ລາວ​ບອກ​ວ່າ “ຜູ້​ຍິງ​ບາງ​ຄົນ​ທີ່​ຢູ່​ໃນ​ໂຮງ​ຮຽນ​ພະຍາຍາມ​ກົດ​ດັນ​ຂ້ອຍ​ໃຫ້​ໄປ​ນອນ​ນຳ​ໂດຍ​ທ້າ​ວ່າ ຖ້າ​ຂ້ອຍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ກໍ​ສະແດງ​ວ່າ​ຂ້ອຍ​ເປັນ​ເກ.” ຖ້າ​ເຈົ້າ​ເຈິ​ສະຖານະການ​ແບບ​ນີ້​ຂໍ​ໃຫ້​ຈື່​ໄວ້​ວ່າ ເມື່ອ​ເຈົ້າ​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເຈົ້າ​ຈະ​ມີ​ຄວາມ​ນັບຖື​ຕົວ​ເອງ ມີ​ສຸຂະພາບ​ທີ່​ດີ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ ແລະ​ຍັງ​ເປັນ​ໝູ່​ທີ່​ດີ​ກັບ​ພະ​ເຢໂຫວາ ແລະ​ທຸກ​ຄັ້ງ​ທີ່​ເຮົາ​ປະຕິເສດ​ການ​ລໍ້​ໃຈ​ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ໃຫ້​ຈື່​ໄວ້​ວ່າ​ແທ້ໆແລ້ວ​ມຸມ​ມອງ​ຂອງ​ຄົນ​ໃນ​ໂລກ​ໃນ​ເລື່ອງ​ເພດ​ມາ​ຈາກ​ຊາຕານ. ດັ່ງ​ນັ້ນ ເມື່ອ​ເຈົ້າ​ບໍ່​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ນີ້ ເຈົ້າ​ກໍ “ຊະນະ​ຊາຕານ​ຕົວ​ຊົ່ວ​ຮ້າຍ.”—1 ຢຮ. 2:14

10. 1 ໂຢຮັນ 1:9 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ບໍ່​ຮູ້ສຶກ​ຜິດ?

10 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ​ເຮົາ​ກໍ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ບໍ່​ເຮັດ​ຜິດ. ແຕ່​ເມື່ອ​ເຮົາ​ເຮັດ​ຜິດ​ເຮົາ​ກໍ​ຕ້ອງ​ສາລະພາບ​ບາບ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ. (ອ່ານ 1 ໂຢຮັນ 1:9) ແລະ​ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ​ເຮົາ​ກໍ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ ເຊິ່ງ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ເຮົາ. (ຢກບ. 5:14-16) ແຕ່​ເຮົາ​ກໍ​ບໍ່​ຄວນ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ກັບ​ຄວາມ​ຜິດ​ໃນ​ອະດີດ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ພະອົງ​ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ຄ່າໄຖ່​ເພື່ອ​ຈະ​ໃຫ້​ອະໄພ​ບາບ​ເຮົາ. ເມື່ອ​ພະ​ເຢໂຫວາ​ບອກ​ວ່າ​ພະອົງ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ທີ່​ກັບ​ໃຈ ພະອົງ​ກໍ​ເຮັດ​ແບບ​ນັ້ນ​ແທ້ໆ. ດັ່ງ​ນັ້ນ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະອົງ​ໂດຍ​ບໍ່​ຮູ້ສຶກ​ຜິດ​ໄດ້.—1 ຢຮ. 2:1, 2, 12; 3:19, 20

11. ເຮົາ​ຈະ​ປົກ​ປ້ອງ​ຕົວ​ເອງ​ແນວ​ໃດ​ຈາກ​ຄຳ​ສອນ​ຕົວະ?

11 ເຮົາ​ຕ້ອງ​ປະຕິເສດ​ຄຳ​ສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ. ຕັ້ງ​ແຕ່​ເລີ່ມ​ມີ​ປະຊາຄົມ​ຄລິດສະຕຽນ​ຊາຕານ​ກໍ​ພະຍາຍາມ​ໃຊ້​ຄວາມ​ຄິດ​ຕ່າງໆເພື່ອ​ຫຼອກ​ລວງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເຮົາ​ຕ້ອງ​ແຍກ​ໃຫ້​ອອກ​ວ່າ​ອັນ​ໃດ​ເປັນ​ເລື່ອງ​ຈິງ​ແລະ​ອັນ​ໃດ​ເປັນ​ເລື່ອງ​ຕົວະ. * ສັດຕູ​ຂອງ​ເຮົາ​ອາດ​ຈະ​ໃຊ້​ອິນເຕີເນັດ​ຫຼື​ສື່​ສັງຄົມ​ອອນລາຍ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ໝັ້ນ​ໃນ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຢ່າ​ເຊື່ອ​ຄຳ​ຕົວະ​ເຫຼົ່າ​ນັ້ນ​ທີ່​ມາ​ຈາກ​ຊາຕານ!—1 ຢຮ. 4:1, 6; ພນມ. 12:9

12. ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ໝັ້ນ​ໃນ​ຄວາມ​ຈິງ​ທີ່​ເຮົາ​ໄດ້​ຮຽນ​ຮູ້?

12 ເພື່ອ​ຈະ​ຕ້ານ​ທານ​ການ​ໂຈມຕີ​ຂອງ​ຊາຕານ ເຮົາ​ຕ້ອງ​ເຊື່ອ​ໃນ​ພະ​ເຢຊູ​ແລະ​ເຊື່ອ​ວ່າ​ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ແລະ​ເຮົາ​ຍັງ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ໃຊ້​ອົງການ​ຂອງ​ພະອົງ​ເພື່ອ​ຊີ້​ນຳ​ເຮົາ​ໃນ​ທຸກ​ມື້​ນີ້. (ມທ. 24:45-47) ເພື່ອ​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ແບບ​ນັ້ນ​ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ແລ້ວ​ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ມີ​ຮາກ​ເລິກ​ລົງ​ໄປ​ໃນ​ດິນ. ໂປໂລ​ກໍ​ເວົ້າ​ຄ້າຍໆກັນ​ນີ້​ເມື່ອ​ລາວ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ປະຊາຄົມ​ໂກໂລຊາຍ​ໂດຍ​ບອກ​ວ່າ “ເມື່ອ​ພວກ​ເຈົ້າ​ຍອມ​ຮັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ແລ້ວ ກໍ​ໃຫ້​ໃຊ້​ຊີວິດ​ແບບ​ເພິ່ນ​ຕໍ່ໆໄປ . . . ພວກ​ເຈົ້າ​ຈະ​ໄດ້​ເປັນ​ຄື​ຕົ້ນ​ໄມ້​ໃຫຍ່​ທີ່​ມີ​ຮາກ​ເລິກ​ໃນ​ດິນ.” (ກລຊ. 2:6, 7) ຖ້າ​ເຮົາ​ພະຍາຍາມ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ​ກໍ​ຈະ​ບໍ່​ສາມາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ໄດ້.—2 ຢຮ. 8, 9

13. ເຮົາ​ຄາດ​ໝາຍ​ວ່າ​ຈະ​ຕ້ອງ​ເຈິ​ຫຍັງ ແລະ​ຍ້ອນ​ຫຍັງ?

13 ເຮົາ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ໂລກ​ຈະ​ກຽດ​ຊັງ​ເຮົາ. (1 ຢຮ. 3:13) ໂຢຮັນ​ບອກ​ວ່າ “ໂລກ​ທັງ​ໝົດ​ຢູ່​ໃນ​ອຳນາດ​ຊາຕານ​ຕົວ​ຊົ່ວ​ຮ້າຍ.” (1 ຢຮ. 5:19) ແຮ່ງ​ລະບົບ​ຂອງ​ໂລກ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ​ຫຼາຍ​ເທົ່າ​ໃດ ຊາຕານ​ກໍ​ແຮ່ງ​ໃຈ​ຮ້າຍ​ຫຼາຍ​ຂຶ້ນ​ເລື້ອຍໆ. (ພນມ. 12:12) ຊາຕານ​ບໍ່​ພຽງ​ແຕ່​ໃຊ້​ການ​ຜິດສິນລະທຳ​ທາງ​ເພດ ແລະ​ຄຳ​ຕົວະ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ​ເພື່ອ​ໂຈມຕີ​ເຮົາ​ທາງ​ອ້ອມ ແຕ່​ມັນ​ຍັງ​ຂົ່ມເຫງ​ເຮົາ​ເຊິ່ງ​ເປັນ​ການ​ໂຈມຕີ​ແບບ​ເຊິ່ງໆໜ້າ​ນຳ. ຊາຕານ​ຮູ້​ວ່າ​ເວລາ​ຂອງ​ມັນ​ຍັງ​ແຕ່​ໜ້ອຍ​ດຽວ ມັນ​ຈຶ່ງ​ພະຍາຍາມ​ຂັດ​ຂວາງ​ວຽກ​ປະກາດ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ວຽກ​ປະກາດ​ໃນ​ບາງ​ປະເທດ​ຖືກ​ສັ່ງ​ຫ້າມ ແຕ່​ພີ່ນ້ອງ​ຂອງ​ເຮົາ​ທີ່​ຢູ່​ໃນ​ປະເທດ​ເຫຼົ່າ​ນັ້ນ​ກໍ​ຍັງ​ປະກາດ​ຕໍ່ໆໄປ. ນີ້​ສະແດງ​ວ່າ ບໍ່​ວ່າ​ຊາຕານ​ຈະ​ຂັດ​ຂວາງ​ເຮົາ​ຫຼາຍ​ປານ​ໃດ​ກໍ່​ຕາມ ເຮົາ​ກໍ​ຍັງ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ໄດ້!

ຊ່ວຍ​ຄົນ​ອື່ນ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ

14. ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ໂດຍ​ວິທີ​ໃດ?

14 ເພື່ອ​ຈະ​ຊ່ວຍ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ ເຮົາ​ຕ້ອງ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. (1 ຢຮ. 3:10, 11, 16-18) ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ບໍ່​ພຽງ​ແຕ່​ຕອນ​ທີ່​ສະດວກ​ສະບາຍ ແຕ່​ຕອນ​ທີ່​ເຂົາ​ເຈົ້າ​ຫຍຸ້ງຍາກ​ລຳບາກ​ນຳ ເຊັ່ນ: ເຈົ້າ​ຮູ້ຈັກ​ບາງ​ຄົນ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ​ແລະ​ຕ້ອງການ​ກຳລັງ​ໃຈ​ຫຼື​ຄວາມ​ຊ່ວຍ​ເຫຼືອ​ບໍ? ຫຼື​ເຈົ້າ​ໄດ້​ຍິນ​ວ່າ​ພີ່ນ້ອງ​ບາງ​ຄົນ​ໄດ້​ຮັບ​ຄວາມ​ເສຍຫາຍ​ຈາກ​ໄພ​ທຳມະຊາດ​ແລະ​ຕ້ອງການ​ໃຫ້​ຊ່ວຍ​ສ້າງ​ຫໍ​ປະຊຸມ​ໃໝ່​ຫຼື​ສ້າງ​ເຮືອນ​ໃໝ່​ບໍ? ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ອົກ​ເຫັນ​ໃຈ​ພີ່ນ້ອງ​ບໍ່​ພຽງ​ແຕ່​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ໂດຍ​ການ​ກະທຳ​ນຳ.

15. ຕາມ 1 ໂຢຮັນ 4:7, 8 ເຮົາ​ຕ້ອງ​ເຮັດ​ຫຍັງ?

15 ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ເມື່ອ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນໆ. (ອ່ານ 1 ໂຢຮັນ 4:7, 8) ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກໍ​ຄື​ການ​ໃຫ້​ອະໄພ​ກັນ. ຕົວຢ່າງ: ບາງ​ຄົນ​ອາດ​ເຮັດ​ໃຫ້​ເຮົາ​ເສຍໃຈ​ແລະ​ມາ​ຂໍ​ໂທດ​ຕາມ​ຫຼັງ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໂດຍ​ໃຫ້​ອະໄພ​ລາວ​ແລະ​ລືມ​ສິ່ງ​ທີ່​ລາວ​ເຮັດ​ບໍ? (ກລຊ. 3:13) ພີ່ນ້ອງ​ຊາຍ​ທີ່​ຊື່ ອໍໂດ ກໍ​ເຈິ​ເລື່ອງ​ແບບ​ນີ້​ຄື​ກັນ ລາວ​ຮູ້ສຶກ​ເສຍໃຈ​ທີ່​ພີ່ນ້ອງ​ຊາຍ​ທີ່​ລາວ​ນັບຖື​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ຊາດ​ຂອງ​ລາວ. ອໍໂດ​ບອກ​ວ່າ “ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆເພື່ອ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຄຽດ​ໃຫ້​ພີ່ນ້ອງ​ຜູ້​ນັ້ນ.” ແທນ​ທີ່​ອໍໂດ​ຈະ​ຄຽດ ລາວ​ໄດ້​ຊວນ​ພີ່ນ້ອງ​ຜູ້​ນັ້ນ​ອອກ​ໄປ​ປະກາດ​ນຳ​ກັນ. ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ນຳ​ກັນ​ອໍໂດ​ກໍ​ໄດ້​ບອກ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ພີ່ນ້ອງ​ຄົນ​ນັ້ນ​ເວົ້າ. ອໍໂດ​ບອກ​ວ່າ “ເມື່ອ​ພີ່ນ້ອງ​ຄົນ​ນັ້ນ​ຮູ້​ວ່າ​ຂ້ອຍ​ຮູ້ສຶກ​ເສຍໃຈ ລາວ​ກໍ​ຂໍ​ໂທດ​ຂ້ອຍ. ຈາກ​ນ້ຳ​ສຽງ​ທີ່​ລາວ​ເວົ້າ ຂ້ອຍ​ຮູ້​ເລີຍ​ວ່າ​ລາວ​ເສຍໃຈ​ແທ້ໆຕໍ່​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ໄປ. ສຸດ​ທ້າຍ​ເຮົາ​ກໍ​ກັບ​ມາ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ​ອີກ ແລະ​ຂ້ອຍ​ກໍ​ລືມ​ເລື່ອງ​ນັ້ນ​ໄປ​ເລີຍ.”

16-17. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

16 ອັກຄະສາວົກ​ໂຢຮັນ​ຮັກ​ພີ່ນ້ອງ​ຫຼາຍ ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ທີ່​ລາວ​ມີ​ຕໍ່​ພີ່ນ້ອງ​ເຫັນ​ໄດ້​ແຈ້ງ​ຈາກ​ຄຳ​ແນະນຳ​ທີ່​ລາວ​ໃຫ້​ເຂົາ​ເຈົ້າ​ເຊິ່ງ​ຢູ່​ໃນ​ຈົດ​ໝາຍ​ສາມ​ສະບັບ. ນີ້​ໃຫ້​ເຮົາ​ຮູ້ສຶກ​ອົບອຸ່ນ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ​ພີ່ນ້ອງ​ເຫຼົ່າ​ນັ້ນ​ເຊິ່ງ​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຄື​ກັນ​ກັບ​ໂຢຮັນ!—1 ຢຮ. 2:27

17 ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ນີ້​ໂດຍ ຕັ້ງ​ໃຈ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ສຶກສາ​ຄຳພີ​ໄບເບິນ ແລະ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ໄດ້​ຮຽນ ສ້າງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ ປະຕິເສດ​ຄຳ​ສອນ​ຂອງ​ມະນຸດ​ແລະ​ຄຳ​ສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ ບໍ່​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ ແລະ​ບໍ່​ຍອມ​ແພ້​ຕໍ່​ການ​ລໍ້​ໃຈ​ທີ່​ໃຫ້​ເຮັດ​ຜິດ. ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ ແລະ​ຊ່ວຍ​ພີ່ນ້ອງ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ໂດຍ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ຍາມ​ທີ່​ຍາກ​ລຳບາກ ແລະ​ໃຫ້​ອະໄພ​ຖ້າ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ເສຍໃຈ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ມີ​ບັນຫາ​ແບບ​ໃດ​ໃນ​ຊີວິດ​ກໍ​ຕາມ ເຮົາ​ກໍ​ຈະ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ.

ເພງ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

^ ຂໍ້ 5 ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ​ເຊິ່ງ​ມັນ​ເປັນ​ພໍ່​ຂອງ​ການ​ຕົວະ. ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ. ຄລິດສະຕຽນ​ທີ່​ມີ​ຊີວິດ​ໃນ​ຕອນ​ທ້າຍ​ສະຕະວັດ​ທຳອິດ​ກໍ​ມີ​ບັນຫາ​ແບບ​ດຽວ​ກັນ​ນີ້. ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ອັກຄະສາວົກ​ໂຢຮັນ​ຂຽນ​ຈົດ​ໝາຍ​ສາມ​ສະບັບ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ແລະ​ຊ່ວຍ​ເຮົາ​ນຳ. ໃນ​ຈົດ​ໝາຍ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ອາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ ແລະ​ເຮົາ​ຈະ​ແກ້ໄຂ​ບັນຫາ​ນັ້ນ​ໄດ້​ແນວ​ໃດ.

^ ຂໍ້ 6 ບາງ​ຊື່​ເປັນ​ຊື່​ສົມມຸດ.

^ ຂໍ້ 11 ເບິ່ງ​ບົດ​ຄວາມ​ສຶກສາ​ຊື່​ເລື່ອງ “ເຈົ້າ​ມີ​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?” ໃນ​ຫໍສັງເກດການ ສິງຫາ 2018.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ຢູ່​ໂຮງ​ຮຽນ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ມັກ​ຈະ​ໄດ້​ຍິນ​ແລະ​ໄດ້​ເຫັນ​ວ່າ​ການ​ຮັກ​ຮ່ວມ​ເພດ​ເປັນ​ເລື່ອງ​ທຳມະດາ. (ໃນ​ບາງ​ປະເທດ​ສີ​ຂອງ​ສາຍ​ຮຸ້ງ​ມັກ​ໃຊ້​ເປັນ​ສັນຍະລັກ​ເຖິງ​ການ​ຮັກ​ຮ່ວມ​ເພດ.) ຕໍ່​ມາ​ລາວ​ໄດ້​ໃຊ້​ເວລາ​ສຶກສາ​ຄົ້ນ​ຄວ້າ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. ນີ້​ໄດ້​ຊ່ວຍ​ລາວ​ໃຫ້​ຮັບ​ມື​ກັບ​ເລື່ອງ​ນີ້​ໄດ້.