ບົດຄວາມສຶກສາທີ 28
ເພງທີ 123 ເຊື່ອຟັງກົດລະບຽບຂອງອົງການພະເຈົ້າຢ່າງພັກດີ
ເຈົ້າເບິ່ງອອກບໍວ່າອັນໃດແມ່ນເລື່ອງຈິງ?
“ໃຫ້ຢືນຢັດ . . . ເອົາຄວາມຈິງໃສ່ເປັນສາຍແອວ.”—ອຟຊ. 6:14
ຈຸດສຳຄັນ
ຝຶກໂຕເອງເພື່ອຈະແຍກໃຫ້ອອກລະຫວ່າງຄວາມຈິງທີ່ເຮົາໄດ້ຮຽນຈາກພະເຢໂຫວາກັບເລື່ອງຕົວະທີ່ມາຈາກຊາຕານແລະຄົນທີ່ຕໍ່ຕ້ານເຮົາ.
1. ເຈົ້າຮູ້ສຶກແນວໃດກັບຄວາມຈິງ?
ປະຊາຊົນຂອງພະເຢໂຫວາຮັກຄວາມຈິງທີ່ຢູ່ໃນຄຳພີໄບເບິນ ແລະຄວາມເຊື່ອຂອງເຮົາກໍມີພື້ນຖານມາຈາກຄຳພີໄບເບິນ. (ຣມ. 10:17) ເຮົາໝັ້ນໃຈວ່າພະເຢໂຫວາໄດ້ຕັ້ງປະຊາຄົມຄລິດສະຕຽນໃຫ້ເປັນຄືກັບ “ເສົາຫຼັກແລະຮາກຖານຂອງຄວາມຈິງ.” (1ຕມ. 3:15) ເຮົາຍັງເຕັມໃຈເຊື່ອຟັງ “ຜູ້ທີ່ນຳໜ້າ” ພວກເຮົານຳ. ເຂົາເຈົ້າອະທິບາຍຄວາມຈິງຈາກຄຳພີໄບເບິນຢ່າງຖືກຕ້ອງແລະໃຫ້ຄຳແນະນຳທີ່ສອດຄ່ອງກັບຄວາມຕ້ອງການຂອງພະເຈົ້າ.—ຮຣ. 13:17
2. ຕາມຢາໂກໂບ 5:19 ອາດເກີດຫຍັງຂຶ້ນຫຼັງຈາກທີ່ເຮົາຮຽນຄວາມຈິງ?
2 ເຖິງວ່າເຮົາໄດ້ຍອມຮັບເອົາຄວາມຈິງໃນຄຳພີໄບເບິນແລະຍອມຮັບການຊີ້ນຳທີ່ມາຈາກອົງການຂອງພະເຢໂຫວາ ແຕ່ເຮົາອາດຖືກຊັກຈູງໃຫ້ຫຼົງອອກໄປຈາກຄວາມຈິງໄດ້. (ອ່ານຢາໂກໂບ 5:19) ສິ່ງທີ່ຊາຕານຕ້ອງການຫຼາຍທີ່ສຸດແມ່ນມັນຢາກໃຫ້ເຮົາເຊົາເຊື່ອຄຳພີໄບເບິນຫຼືຄຳແນະນຳທີ່ມາຈາກອົງການຂອງພະເຢໂຫວາ.—ອຟຊ. 4:14
3. ເປັນຫຍັງເຮົາຕ້ອງຍຶດໝັ້ນກັບຄວາມຈິງ? (ເອເຟໂຊ 6:13, 14)
3 ອ່ານເອເຟໂຊ 6:13, 14. ອີກບໍ່ດົນ ຊາຕານຈະໃຊ້ການໂຄສະນາຊວນເຊື່ອທີ່ມີພະລັງຫຼາຍຈົນເຮັດໃຫ້ທຸກຊາດພາກັນຕໍ່ຕ້ານພະເຢໂຫວາ. (ພນມ. 16:13, 14) ເຮົາຍັງຮູ້ວ່າຊາຕານຈະພະຍາຍາມເອົາແທ້ເອົາວ່າທີ່ຈະຫຼອກລວງປະຊາຊົນຂອງພະເຢໂຫວາຄືກັນ. (ພນມ. 12:9) ດັ່ງນັ້ນ ເປັນເລື່ອງສຳຄັນແທ້ໆທີ່ເຮົາຈະຝຶກໂຕເອງຕັ້ງແຕ່ຕອນນີ້ເພື່ອຈະເບິ່ງໃຫ້ອອກວ່າອັນໃດແມ່ນເລື່ອງຈິງອັນໃດແມ່ນເລື່ອງຕົວະ ແລະເຊື່ອຟັງຄວາມຈິງໃນຄຳພີໄບເບິນ. (ຣມ. 6:17; 1ປຕ. 1:22) ເຮົາຈະລອດຫຼືບໍ່ລອດໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ຂຶ້ນຢູ່ກັບການເຮັດແບບນີ້.
4. ເຮົາຈະຮຽນຫຍັງໃນບົດນີ້?
4 ໃນບົດນີ້ ເຮົາຈະຮຽນກ່ຽວກັບຄຸນລັກສະນະ 2 ຢ່າງທີ່ເຮົາຕ້ອງມີເພື່ອຊ່ວຍເຮົາໃຫ້ເບິ່ງອອກວ່າອັນໃດແມ່ນຄວາມຈິງທີ່ມາຈາກຄຳພີໄບເບິນແລະຍອມຮັບຄຳແນະນຳທີ່ມາຈາກອົງການຂອງພະເຢໂຫວາ. ຈາກນັ້ນ ເຮົາຈະຮຽນຄຳແນະນຳ 3 ຢ່າງທີ່ຊ່ວຍເຮົາໃຫ້ຍຶດໝັ້ນກັບຄວາມຈິງຕໍ່ໆໄປ.
ຄຸນລັກສະນະທີ່ເຮົາຕ້ອງມີເພື່ອຈະເບິ່ງໃຫ້ອອກວ່າອັນໃດແມ່ນເລື່ອງຈິງ
5. ຄວາມຢ້ານຢຳພະເຢໂຫວາຊ່ວຍເຮົາແນວໃດທີ່ຈະເບິ່ງໃຫ້ອອກວ່າອັນໃດແມ່ນຄວາມຈິງ?
5 ຄວາມຢ້ານຢຳພະເຢໂຫວາ. ເມື່ອເຮົາຢ້ານຢຳພະເຢໂຫວາ ເຮົາກໍຈະຮັກເພິ່ນຫຼາຍຈົນບໍ່ຢາກເຮັດໃຫ້ເພິ່ນເສຍໃຈ. ເຮົາເຕັມໃຈຮຽນຮູ້ທີ່ຈະເບິ່ງໃຫ້ອອກວ່າອັນໃດຖືກອັນໃດຜິດ ແລະເບິ່ງໃຫ້ອອກວ່າອັນໃດແມ່ນເລື່ອງຈິງອັນໃດແມ່ນເລື່ອງຕົວະເພື່ອເຮົາຈະເຮັດໃຫ້ພະເຢໂຫວາພໍໃຈ. (ສພສ. 2:3-6; ຮຣ. 5:14) ເຮົາຕ້ອງບໍ່ຍອມໃຫ້ການຢ້ານຄົນຢູ່ເໜືອຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ ຍ້ອນຫຼາຍເທື່ອສິ່ງທີ່ມະນຸດມັກເປັນສິ່ງທີ່ເຮັດໃຫ້ພະເຢໂຫວາບໍ່ພໍໃຈ.
6. ການຢ້ານຄົນເຮັດໃຫ້ຜູ້ຊາຍ 10 ຄົນທີ່ເປັນຫົວໜ້າຂອງຄົນອິດສະຣາເອນເວົ້າບິດເບືອນຄວາມຈິງແນວໃດ?
6 ຖ້າເຮົາຢ້ານຄົນຫຼາຍກວ່າຢ້ານພະເຢໂຫວາ ເຮົາອາດເລີ່ມເຊື່ອສິ່ງທີ່ບໍ່ແມ່ນຄວາມຈິງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງຜູ້ຊາຍ 12 ຄົນທີ່ເປັນຫົວໜ້າຂອງຄົນອິດສະຣາເອນທີ່ຖືກສົ່ງໄປສອດແນມແຜ່ນດິນທີ່ພະເຢໂຫວາສັນຍາໄວ້. ສຳລັບຄົນສອດແນມ 10 ຄົນ ຄວາມຢ້ານທີ່ມີຕໍ່ພວກການາອານມີຫຼາຍກວ່າຄວາມຮັກທີ່ມີຕໍ່ພະເຢໂຫວາ ເຂົາເຈົ້າຈຶ່ງບອກຄົນອິດສະຣາເອນວ່າ: “ພວກເຮົາຂຶ້ນໄປຕໍ່ສູ້ກັບພວກນັ້ນບໍ່ໄຫວດອກ ຍ້ອນພວກເຂົາແຂງແຮງກວ່າພວກເຮົາ.” (ຈຊບ. 13:27-31) ກະແມ່ນຢູ່ວ່າໃນຄວາມຄິດຂອງມະນຸດ ຄົນການາອານແຂງແຮງ ກວ່າຄົນອິດສະຣາເອນ ແຕ່ການເວົ້າວ່າຄົນອິດສະຣາເອນສູ້ກັບຄົນການາອານບໍ່ໄຫວ ມັນສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ໄດ້ຄິດເຖິງພະເຢໂຫວາເລີຍ. ເຂົາເຈົ້າຄວນຄິດເຖິງສິ່ງທີ່ພະເຢໂຫວາຢາກໃຫ້ເຂົາເຈົ້າເຮັດ ແລະຄິດເຖິງສິ່ງທີ່ເພິ່ນຫາກໍເຮັດເພື່ອເຂົາເຈົ້າກ່ອນໜ້ານີ້. ຖ້າເຮັດແບບນີ້ ເຂົາເຈົ້າກໍຈະໝັ້ນໃຈໄດ້ວ່າເຖິງວ່າຄົນການາອານຈະແຂງແຮງສ່ຳໃດກໍຕາມ ແຕ່ເຂົາເຈົ້າກໍບໍ່ມີທາງທຽບກັບພະເຢໂຫວາພະເຈົ້າຜູ້ມີລິດເດດສູງສຸດໄດ້. ໂຢຊວຍກັບກາເລັບບໍ່ໄດ້ເປັນຄືກັບ 10 ຄົນນັ້ນ ສອງຄົນນີ້ຢາກເຮັດສິ່ງທີ່ພະເຢໂຫວາພໍໃຈ. ເຂົາເຈົ້າບອກຄົນອິດສະຣາເອນວ່າ: “ຖ້າພະເຢໂຫວາພໍໃຈພວກເຮົາ ເພິ່ນຈະພາພວກເຮົາເຂົ້າໄປໃນແຜ່ນດິນ . . . ແລະເອົາແຜ່ນດິນນັ້ນໃຫ້ພວກເຮົາ.”—ຈຊບ. 14:6-9
7. ເຮົາຈະຢ້ານຢຳພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ? (ເບິ່ງຮູບນຳ)
7 ເພື່ອຈະຢ້ານຢຳພະເຢໂຫວາຫຼາຍຂຶ້ນ ທຸກເທື່ອທີ່ຕັດສິນໃຈເຮົາຕ້ອງຄິດສະເໝີວ່າເຮົາຈະເຮັດແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ. (ພສ. 16:8) ເມື່ອອ່ານເລື່ອງໃນຄຳພີໄບເບິນ ໃຫ້ຖາມໂຕເອງວ່າ: ‘ຖ້າຂ້ອຍຢູ່ໃນສະຖານະການແບບນັ້ນ ຂ້ອຍຈະຕັດສິນໃຈແນວໃດ?’ ຕົວຢ່າງເຊັ່ນ: ໃຫ້ນຶກພາບວ່າເຈົ້າກຳລັງຟັງຜູ້ຊາຍ 10 ຄົນທີ່ເປັນຫົວໜ້າຂອງຄົນອິດສະຣາເອນເວົ້າວ່າ ຄົນອິດສະຣາເອນເອົາຊະນະຄົນການາອານບໍ່ໄດ້ດອກ. ເຈົ້າຈະເຊື່ອເຂົາເຈົ້າແລະຢ້ານຄືກັບເຂົາເຈົ້າບໍ? ຫຼືຄວາມຮັກທີ່ເຈົ້າມີຕໍ່ພະເຢໂຫວາແລະຄວາມຕ້ອງການທີ່ຢາກເຮັດໃຫ້ເພິ່ນພໍໃຈມີຫຼາຍກວ່າຄວາມຢ້ານ? ຄົນອິດສະຣາເອນລຸ້ນນັ້ນເບິ່ງບໍ່ອອກວ່າສິ່ງທີ່ໂຢຊວຍກັບກາເລັບເວົ້າເປັນຄວາມຈິງ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງເສຍໂອກາດທີ່ຈະໄດ້ເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາໄວ້.—ຈຊບ. 14:10, 22, 23
8. ເຮົາຕ້ອງພະຍາຍາມທີ່ຈະມີຄຸນລັກສະນະຫຍັງ ແລະຍ້ອນຫຍັງ?
8 ຄວາມຖ່ອມ. ພະເຢໂຫວາເປີດເຜີຍຄວາມຈິງໃຫ້ຄົນຖ່ອມຮູ້ຈັກ. (ມທ. 11:25) ເຮົາໄດ້ຖ່ອມໂຕຍອມຮັບຄວາມຊ່ວຍເຫຼືອເພື່ອຈະຮຽນຮູ້ຄວາມຈິງມາແລ້ວ. (ກຈກ. 8:30, 31) ເຖິງຈະເປັນແນວນັ້ນ ເຮົາກໍຕ້ອງລະວັງທີ່ຈະບໍ່ເປັນຄົນຍິ່ງ. ການເປັນຄົນຍິ່ງອາດເຮັດໃຫ້ເຮົາເລີ່ມຄິດວ່າຄວາມຄິດຂອງເຮົາສຳຄັນສ່ຳກັບຫຼັກການໃນຄຳພີໄບເບິນແລະຄຳແນະນຳທີ່ມາຈາກອົງການຂອງພະເຢໂຫວາ.
9. ເຮົາຈະເປັນຄົນຖ່ອມຢູ່ສະເໝີໄດ້ແນວໃດ?
9 ເພື່ອຈະເປັນຄົນຖ່ອມຢູ່ສະເໝີເຮົາຕ້ອງຈື່ໄວ້ວ່າເຮົາຕ່ຳຕ້ອຍຫຼາຍແທ້ໆເມື່ອທຽບກັບພະເຢໂຫວາ. (ພສ. 8:3, 4) ເຮົາສາມາດອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ເປັນຄົນຖ່ອມແລະຍອມຮັບການສອນຈາກເພິ່ນຫຼາຍຂຶ້ນ. ພະເຢໂຫວາສາມາດຊ່ວຍເຮົາໃຫ້ເຫັນວ່າຄວາມຄິດຂອງເພິ່ນສຳຄັນກວ່າຄວາມຄິດຂອງເຮົາໂດຍຜ່ານທາງສິ່ງທີ່ເຮົາຮຽນຈາກຄຳພີໄບເບິນແລະຈາກອົງການຂອງເພິ່ນ. ຕອນທີ່ອ່ານຄຳພີໄບເບິນໃຫ້ຊອກເບິ່ງຈຸດທີ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກຄົນຖ່ອມແລະຊັງຄົນຍິ່ງ ຄົນຈອງຫອງ ແລະຄົນອວດດີ. ນອກຈາກນັ້ນ ໃຫ້ພະຍາຍາມເປັນພິເສດທີ່ຈະເປັນຄົນຖ່ອມຢູ່ສະເໝີເມື່ອໄດ້ຮັບໜ້າທີ່ມອບໝາຍທີ່ເຮັດໃຫ້ເຈົ້າມີສິດອຳນາດບາງຢ່າງຫຼືເຮັດໜ້າທີ່ທີ່ສຳຄັນໃນອົງການ.
ເຮົາຈະຍຶດໝັ້ນກັບຄວາມຈິງໄດ້ແນວໃດ?
10. ພະເຢໂຫວາໄດ້ໃຊ້ໃຜໃຫ້ຊີ້ນຳປະຊາຊົນຂອງເພິ່ນ?
10 ໃຫ້ໝັ້ນໃຈໃນການຊີ້ນຳຂອງອົງການຂອງພະເຢໂຫວາສະເໝີ. ໃນສະໄໝຊາດອິດສະຣາເອນບູຮານ ພະເຢໂຫວາໄດ້ໃຊ້ໂມເຊແລະຫຼັງຈາກນັ້ນກໍໃຊ້ໂຢຊວຍໃຫ້ບອກຄຳສັ່ງຂອງເພິ່ນກັບຄົນອິດສະຣາເອນ. (ຢຊ. 1:16, 17) ເມື່ອຄົນອິດສະຣາເອນເບິ່ງວ່າ 2 ຄົນນີ້ເປັນຕົວແທນຂອງພະເຢໂຫວາ ເພິ່ນກໍອວຍພອນເຂົາເຈົ້າ. ຫຼາຍຮ້ອຍປີຫຼັງຈາກນັ້ນເມື່ອມີການຕັ້ງປະຊາຄົມຄລິດສະຕຽນ ພະເຢໂຫວາໄດ້ໃຊ້ອັກຄະສາວົກ 12 ຄົນເພື່ອຊີ້ນຳປະຊາຄົມຕ່າງໆ. (ກຈກ. 8:14, 15) ຕໍ່ມາກໍມີຜູ້ເບິ່ງແຍງຄົນອື່ນໆໃນເມືອງເຢຣູຊາເລັມຢູ່ໃນກຸ່ມນີ້ນຳ. ເມື່ອພີ່ນ້ອງເຮັດຕາມການຊີ້ນຳຂອງຄົນເຫຼົ່ານີ້ທີ່ສັດຊື່ “ປະຊາຄົມຕ່າງໆຈຶ່ງມີຄວາມເຊື່ອເຂັ້ມແຂງຂຶ້ນແລະມີຄົນເຂົ້າມາເຊື່ອຫຼາຍຂຶ້ນທຸກມື້.” (ກຈກ. 16:4, 5) ປັດຈຸບັນນີ້ ພະເຢໂຫວາກໍອວຍພອນເຮົາຄືກັນເມື່ອເຮົາເຮັດຕາມການຊີ້ນຳຈາກອົງການຂອງເພິ່ນ. ແຕ່ພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາບໍ່ຍອມຮັບຄົນທີ່ເພິ່ນເລືອກໃຫ້ນຳໜ້າ? ເພື່ອຈະຕອບຄຳຖາມນີ້ ໃຫ້ເຮົາມາເບິ່ງວ່າເກີດຫຍັງຂຶ້ນກັບຄົນອິດສະຣາເອນຕອນທີ່ເຂົາເຈົ້າກຳລັງຈະເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາໄວ້.
11. ເກີດຫຍັງຂຶ້ນກັບຄົນອິດສະຣາເອນທີ່ບໍ່ນັບຖືໂມເຊເຊິ່ງເປັນຄົນທີ່ພະເຢໂຫວາເລືອກໃຫ້ນຳໜ້າ? (ເບິ່ງຮູບນຳ)
11 ຕອນທີ່ຄົນອິດສະຣາເອນກຳລັງເດີນທາງໄປແຜ່ນດິນທີ່ພະເຢໂຫວາສັນຍາໄວ້ ມີພວກຫົວໜ້າຄົນອິດສະຣາເອນເຊິ່ງເປັນຄົນທີ່ມີຊື່ສຽງໄດ້ທ້າທາຍອຳນາດຂອງໂມເຊແລະບໍ່ໃຫ້ຄວາມນັບຖືຕໍ່ຕຳແໜ່ງທີ່ພະເຢໂຫວາໃຫ້ໂມເຊ. ເຂົາເຈົ້າເວົ້າວ່າ: “ຄົນອິດສະຣາເອນທັງໝົດ [ບໍ່ແມ່ນແຕ່ໂມເຊຄົນດຽວ] ເປັນຂອງພະເຢໂຫວາແລະເພິ່ນກໍຢູ່ນຳພວກເຮົາຄືກັນບໍ່ແມ່ນບໍ?” (ຈຊບ. 16:1-3) ກະແມ່ນຢູ່ວ່າສຳລັບພະເຢໂຫວາ “ຄົນອິດສະຣາເອນທັງໝົດ” ເປັນຂອງເພິ່ນ ແຕ່ພະເຢໂຫວາເລືອກໂມເຊໃຫ້ເປັນຜູ້ນຳປະຊາຊົນຂອງເພິ່ນ. (ຈຊບ. 16:28) ເຂົາເຈົ້າເວົ້າໃຫ້ໂມເຊກໍສ່ຳກັບວ່າເຂົາເຈົ້າເວົ້າໃຫ້ພະເຢໂຫວາ. ເຂົາເຈົ້າບໍ່ໄດ້ສົນໃຈສິ່ງທີ່ພະເຢໂຫວາຕ້ອງການ ແຕ່ສົນໃຈສິ່ງທີ່ໂຕເອງຕ້ອງການເຊິ່ງກໍຄືອຳນາດແລະການມີຊື່ສຽງຫຼາຍຂຶ້ນ. ພະເຢໂຫວາຈຶ່ງຂ້າພວກຫົວໜ້າເຫຼົ່ານີ້ທີ່ກະບົດລວມທັງຫຼາຍພັນຄົນທີ່ຢູ່ຝ່າຍເຂົາເຈົ້າ. (ຈຊບ. 16:30-35, 41, 49) ໃນທຸກມື້ນີ້ ເຮົາຮູ້ວ່າພະເຢໂຫວາບໍ່ພໍໃຈຄົນທີ່ບໍ່ຍອມຮັບການຊີ້ນຳຈາກອົງການຂອງເພິ່ນ.
12. ເປັນຫຍັງເຮົາໝັ້ນໃຈອົງການຂອງພະເຢໂຫວາໄດ້ສະເໝີ?
12 ເຮົາໝັ້ນໃຈໃນອົງການຂອງພະເຢໂຫວາໄດ້ສະເໝີ. ເມື່ອເຫັນວ່າຈຳເປັນຕ້ອງປັບປ່ຽນຄວາມເຂົ້າໃຈບາງຢ່າງໃນຄຳພີໄບເບິນຫຼືວິທີທີ່ເຮົາຮັບໃຊ້ພະເຢໂຫວາ ຄະນະກຳມະການປົກຄອງກໍບໍ່ລັງເລທີ່ຈະປັບປ່ຽນ. ເຂົາເຈົ້າເຮັດແບບນັ້ນຍ້ອນການເຮັດໃຫ້ພະເຢໂຫວາພໍໃຈເປັນສິ່ງສຳຄັນທີ່ສຸດ. (ສພສ. 4:18) ນອກຈາກນັ້ນ ເຂົາເຈົ້າພະຍາຍາມເຕັມທີທີ່ຈະຕັດສິນໃຈເລື່ອງຕ່າງໆໂດຍອາໄສຄຳພີໄບເບິນເຊິ່ງເປັນມາດຕະຖານທີ່ຜູ້ຮັບໃຊ້ທຸກຄົນຂອງພະເຢໂຫວາຕ້ອງເຮັດຕາມ.
13. “ມາດຕະຖານຂອງຄຳສອນທີ່ເປັນປະໂຫຍດ” ໝາຍເຖິງຫຍັງ ແລະເຮົາຕ້ອງເຮັດຫຍັງກັບມັນ?
13 “ໃຫ້ເຈົ້າຍຶດໝັ້ນກັບມາດຕະຖານຂອງຄຳສອນທີ່ເປັນປະໂຫຍດ.” (2ຕມ. 1:13) “ມາດຕະຖານຂອງຄຳສອນທີ່ເປັນປະໂຫຍດ” ໝາຍເຖິງຄຳສອນຂອງຄລິດສະຕຽນທີ່ຢູ່ໃນຄຳພີໄບເບິນ. (ຢຮ. 17:17) ຄຳສອນເຫຼົ່ານີ້ເປັນພື້ນຖານຂອງຄວາມເຊື່ອຂອງເຮົາ. ອົງການຂອງພະເຢໂຫວາສອນເຮົາໃຫ້ຍຶດໝັ້ນກັບມາດຕະຖານເຫຼົ່ານີ້. ເມື່ອເຮົາເຮັດແບບນີ້ຕໍ່ໆໄປ ພະເຢໂຫວາຈະອວຍພອນເຮົາ.
14. ຄລິດສະຕຽນບາງຄົນບໍ່ໄດ້ຍຶດໝັ້ນກັບ “ມາດຕະຖານຂອງຄຳສອນທີ່ເປັນປະໂຫຍດ” ແນວໃດ?
14 ຈະເກີດຫຍັງຂຶ້ນຖ້າເຮົາບໍ່ຍຶດໝັ້ນກັບ “ມາດຕະຖານຂອງຄຳສອນທີ່ເປັນປະໂຫຍດ”? ໃຫ້ເຮົາມາເບິ່ງຕົວຢ່າງຂອງຄລິດສະຕຽນໃນສະຕະວັດທຳອິດ. ຄລິດສະຕຽນບາງຄົນໄດ້ແຜ່ຂ່າວລືວ່າວັນຂອງພະເຢໂຫວາໄດ້ມາຮອດແລ້ວ. ເຂົາເຈົ້າອາດແຜ່ຂ່າວລືນີ້ໂດຍທາງຈົດໝາຍທີ່ເຮັດໃຫ້ເຂົ້າໃຈວ່າມາຈາກອັກຄະສາວົກໂປໂລ. ຄລິດສະຕຽນບາງຄົນໃນເມືອງເທຊະໂລນິກບໍ່ໄດ້ກວດເບິ່ງວ່າເປັນຄວາມຈິງແທ້ໆບໍ່ ເຂົາເຈົ້າຈຶ່ງເຊື່ອຂ່າວລືນັ້ນແລະໄດ້ເວົ້າຕໍ່ໆກັນໄປ. ຄລິດສະຕຽນເຫຼົ່ານີ້ຈະບໍ່ຖືກຕົວະຖ້າເຂົາເຈົ້າຈື່ສິ່ງທີ່ໂປໂລສອນຕອນທີ່ລາວຢູ່ກັບເຂົາເຈົ້າ. (2ທຊ. 2:1-5) ໂປໂລໄດ້ຂຽນຈົດໝາຍແນະນຳພີ່ນ້ອງເຫຼົ່ານີ້ວ່າ ຢ່າເຊື່ອທຸກສິ່ງທີ່ໄດ້ຍິນ. ເພື່ອຊ່ວຍເຂົາເຈົ້າບໍ່ໃຫ້ຖືກຕົວະອີກໃນອະນາຄົດ ໂປໂລລົງທ້າຍຈົດໝາຍສະບັບທີ 2 ຂອງລາວທີ່ຂຽນໄປຫາພີ່ນ້ອງໃນເມືອງເທຊະໂລນິກວ່າ: “ຂ້ອຍໂປໂລຂຽນຄຳທັກທາຍສ່ວນນີ້ດ້ວຍໂຕເອງ. ຂ້ອຍຂຽນແບບນີ້ໃນຈົດໝາຍທຸກສະບັບ.”—2ທຊ. 3:17
15. ເຮົາຈະປົກປ້ອງໂຕເອງແນວໃດຈາກເລື່ອງຕົວະທີ່ເບິ່ງຄືວ່າເປັນເລື່ອງຈິງ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບນຳ)
15 ເຮົາໄດ້ຮຽນຫຍັງຈາກຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງເທຊະໂລນິກ? ເມື່ອເຮົາໄດ້ຍິນບາງຢ່າງທີ່ບໍ່ສອດຄ່ອງກັບສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນ ຫຼືເມື່ອເຮົາໄດ້ຍິນຂ່າວລືບາງຢ່າງທີ່ເປັນຕາຕົກໃຈ ເຮົາຕ້ອງຄິດຄັກໆເພື່ອຈະເບິ່ງໃຫ້ອອກວ່າມັນແມ່ນຄວາມຈິງຫຼືບໍ່. ໃນສະໄໝອະດີດສະຫະພາບໂຊວຽດ ພວກຜູ້ຕໍ່ຕ້ານ ໄດ້ສົ່ງຈົດໝາຍທີ່ເບິ່ງຄືວ່າມາຈາກສຳນັກງານໃຫຍ່ໄປຫາພີ່ນ້ອງຢູ່ຫັ້ນ. ຈົດໝາຍນັ້ນສະໜັບສະໜູນພີ່ນ້ອງບາງຄົນໃຫ້ແຍກອອກມາຕັ້ງອົງການຂອງໂຕເອງ. ຈົດໝາຍນັ້ນເບິ່ງຄືວ່າມາຈາກສຳນັກງານໃຫຍ່ແທ້ໆ ແຕ່ພີ່ນ້ອງທີ່ສັດຊື່ກໍບໍ່ເຊື່ອ ຍ້ອນເຂົາເຈົ້າຮູ້ວ່າຄຳແນະນຳນັ້ນບໍ່ສອດຄ່ອງກັບສິ່ງທີ່ເຂົາເຈົ້າໄດ້ຮຽນ. ໃນທຸກມື້ນີ້ ບາງເທື່ອຜູ້ທີ່ຕໍ່ຕ້ານເຮົາກໍໃຊ້ອິນເຕີເນັດແລະສື່ສັງຄົມອອນລາຍເພື່ອເຮັດໃຫ້ເຮົາສັບສົນແລະແຕກແຍກກັນ. ແທນທີ່ຈະ “ປ່ຽນຄວາມຄິດຂອງ [ເຮົາ] ທີ່ມັນຖືກຢູ່ແລ້ວ” ໃຫ້ເຮົາປົກປ້ອງໂຕເອງໂດຍຄິດຢ່າງຮອບຄອບວ່າສິ່ງທີ່ເຮົາໄດ້ອ່ານຫຼືໄດ້ຍິນສອດຄ່ອງບໍກັບຄວາມຈິງທີ່ເຮົາໄດ້ຮຽນມາແລ້ວ.—2ທຊ. 2:2; 1ຢຮ. 4:1
16. ຕາມໂຣມ 16:17, 18 ເຮົາຄວນເຮັດຫຍັງຖ້າມີບາງຄົນແຜ່ເລື່ອງທີ່ຂັດກັບຄວາມຈິງ?
16 ໃຫ້ເປັນອັນໜຶ່ງອັນດຽວກັນສະເໝີກັບຄົນທີ່ພັກດີຕໍ່ພະເຢໂຫວາ. ພະເຢໂຫວາຢາກໃຫ້ເຮົາເປັນອັນໜຶ່ງອັນດຽວກັນໃນການນະມັດສະການແທ້. ເຮົາຈະເປັນອັນໜຶ່ງອັນດຽວກັນສະເໝີຖ້າເຮົາຍຶດໝັ້ນກັບຄວາມຈິງ. ຜູ້ໃດກໍຕາມທີ່ແຜ່ເລື່ອງທີ່ຂັດກັບຄວາມຈິງກໍເຮັດໃຫ້ປະຊາຄົມແຕກແຍກ. ຍ້ອນແນວນີ້ ພະເຢໂຫວາຈຶ່ງເຕືອນເຮົາວ່າ: “ຢ່າຄົບຫາກັບເຂົາເຈົ້າ.” ຄັ້ນບໍ່ຊັ້ນ ເຮົາອາດຈະຖິ້ມຄວາມຈິງກໍໄດ້.—ອ່ານໂຣມ 16:17, 18
17. ເມື່ອເຮົາເບິ່ງອອກວ່າອັນໃດແມ່ນຄວາມຈິງແລະຍຶດໝັ້ນກັບຄວາມຈິງນັ້ນ ເຮົາຈະໄດ້ຮັບປະໂຫຍດຫຍັງ?
17 ເມື່ອເຮົາເບິ່ງອອກວ່າອັນໃດແມ່ນຄວາມຈິງແລະຍຶດໝັ້ນກັບຄວາມຈິງຕໍ່ໆໄປ ເຮົາຈະສະໜິດກັບພະເຢໂຫວາແລະມີຄວາມເຊື່ອເຂັ້ມແຂງ. (ອຟຊ. 4:15, 16) ເຮົາຈະບໍ່ຖືກຕົວະດ້ວຍຄຳສອນຕົວະແລະການໂຄສະນາຊວນເຊື່ອຂອງຊາຕານ ແລະເຮົາຈະໄດ້ຮັບການປົກປ້ອງຈາກພະເຢໂຫວາໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່. ດັ່ງນັ້ນ ໃຫ້ຍຶດໝັ້ນກັບຄວາມຈິງຕໍ່ໆໄປ “ແລ້ວພະເຈົ້າທີ່ມີສັນຕິສຸກຈະຢູ່ກັບພວກເຈົ້າ.”—ຟລປ. 4:8, 9
ເພງທີ 122 ຂໍໃຫ້ຢືນຢັດໝັ້ນຄົງ!
a ຄຳອະທິບາຍຮູບ: ຮູບສົມມຸດຂອງເຫດການທີ່ເກີດຂຶ້ນຫຼາຍສິບປີກ່ອນ. ພີ່ນ້ອງໃນອະດີດສະຫະພາບໂຊວຽດໄດ້ຮັບຈົດໝາຍທີ່ເບິ່ງຄືວ່າມາຈາກສຳນັກງານໃຫຍ່ ແຕ່ທີ່ຈິງແລ້ວຈົດໝາຍນີ້ມາຈາກຄົນທີ່ຕໍ່ຕ້ານເຮົາ. ໃນທຸກມື້ນີ້ ຜູ້ທີ່ຕໍ່ຕ້ານເຮົາອາດໃຊ້ອິນເຕີເນັດແຜ່ເລື່ອງຕົວະກ່ຽວກັບອົງການຂອງພະເຢໂຫວາ.