ຄຳຖາມຈາກຜູ້ອ່ານ
ຕອນທີ່ພວກອິດສະຣາເອນຢູ່ໃນບ່ອນກັນດານ ເຂົາເຈົ້າມີແນວອື່ນກິນບໍນອກຈາກມານາແລະນົກກະທາ?
ມານາເປັນອາຫານຫຼັກຂອງພວກອິດສະຣາເອນໃນໄລຍະ 40 ປີທີ່ເຂົາເຈົ້າຢູ່ໃນບ່ອນກັນດານ. (ອພຍ. 16:35) ພະເຢໂຫວາໃຫ້ເຂົາເຈົ້າໄດ້ກິນນົກກະທາ 2 ເທື່ອ. (ອພຍ. 16:12, 13; ຈຊບ. 11:31) ແຕ່ພວກອິດສະຣາເອນກໍໄດ້ກິນອາຫານແນວອື່ນນຳ.
ບາງເທື່ອພະເຢໂຫວາກໍຊອກ “ບ່ອນພັກ” ໃຫ້ພວກອິດສະຣາເອນເຊິ່ງເປັນບ່ອນທີ່ເຂົາເຈົ້າຈະຊອກນ້ຳແລະອາຫານແນວອື່ນມາກິນໄດ້. (ຈຊບ. 10:33) ມີບ່ອນໜຶ່ງທີ່ເຂົາເຈົ້າໄປແມ່ນໂອເອຊິດສ໌ຢູ່ເອລີມ “ຢູ່ຫັ້ນມີນ້ຳອອກບໍ່ 12 ບ່ອນ ແລະມີຕົ້ນປາມ 70 ຕົ້ນ.” ເບິ່ງຄືວ່າຕົ້ນປາມເຫຼົ່ານັ້ນແມ່ນຕົ້ນອິນທະຜາລຳ. (ອພຍ. 15:27) ປຶ້ມພືດໃນຄຳພີໄບເບິນ (Plants of the Bible) (ພາສາອັງກິດ) ບອກວ່າມີຕົ້ນອິນທະຜາລຳຢາຍຢູ່ທົ່ວເຂດນັ້ນ. ມັນເປັນແຫຼ່ງຂອງອາຫານ ນ້ຳມັນ ແລະເປັນບ່ອນພັກສຳລັບຫຼາຍລ້ານຄົນທີ່ເດີນທາງໃນທະເລຊາຍ.
ນອກຈາກນັ້ນ ພວກອິດສະຣາເອນອາດຢຸດພັກຢູ່ໂອເອຊິດສ໌ ຟາເຣັນນຳ ເຊິ່ງເປັນສ່ວນໜຶ່ງຂອງຮ່ອມພູຟາເຣັນ. a ປຶ້ມສຳຫຼວດໂລກຂອງຄຳພີໄບເບິນ (Discovering the World of the Bible) (ພາສາອັງກິດ) ບອກວ່າ: “ຮ່ອມພູນີ້ເປັນແມ່ນ້ຳຍາວປະມານ 130 ກິໂລແມັດ. ເປັນໜຶ່ງໃນແມ່ນ້ຳທີ່ຍາວທີ່ສຸດ ງາມທີ່ສຸດ ແລະມີຊື່ສຽງທີ່ສຸດໃນເຂດພູຊີນາຍ.” ປຶ້ມນີ້ຍັງບອກອີກວ່າ: “ຈາກປາກແມ່ນ້ຳຟາເຣັນເຂົ້າໄປ 45 ກິໂລແມັດ ມີໂອເອຊິດສ໌ທີ່ຍາວປະມານ 4,8 ກິໂລແມັດແລະຢູ່ສູງກວ່າລະດັບນ້ຳທະເລປະມານ 610 ແມັດ. ໂອເອຊິດສ໌ນີ້ງາມຄືກັບສວນເອເດັນ. ເປັນເວລາຫຼາຍພັນປີທີ່ຄົນມັກມາແວ່ພັກຢູ່ຫັ້ນ ຍ້ອນມັນງາມຫຼາຍແລະມີຕົ້ນອິນທະຜາລຳຫຼາຍພັນຕົ້ນ.”
ຕອນທີ່ພວກອິດສະຣາເອນອອກຈາກເອຢິບ ເຂົາເຈົ້າເອົາເຄື່ອງຂອງຫຼາຍຢ່າງໄປນຳ ເຊັ່ນ: ແປ້ງທີ່ເປັນກ້ອນ ອ່າງນວດແປ້ງ ແລະອາດເອົາທັນຍະພືດແລະນ້ຳມັນໝາກກອກໄປນຳ ແຕ່ບໍ່ດົນເຂົາເຈົ້າຄືຊິກິນອາຫານເຫຼົ່ານີ້ໝົດ. ນອກຈາກນັ້ນ ພວກອິດສະຣາເອນຍັງເອົາ “ແກະ ແບ້ ແລະງົວຈຳນວນຫຼາຍ” ໄປນຳ. (ອພຍ. 12:34-39) ແຕ່ຍ້ອນວ່າເຂົາເຈົ້າເດີນທາງໃນບ່ອນກັນດານທີ່ແຫ້ງແລ້ງຫຼາຍ ສັດຫຼາຍໂຕກໍຄືຊິຕາຍ. ພວກອິດສະຣາເອນອາດກິນສັດທີ່ເອົາໄປນຳເພື່ອເປັນອາຫານ. ສ່ວນບາງໂຕກໍອາດເອົາໄປເຜົາເປັນເຄື່ອງບູຊາໃຫ້ພະເຢໂຫວາ ຫຼືເຖິງຂັ້ນເອົາໄປບູຊາພະເຈົ້າປອມນຳ. b (ກຈກ. 7:39-43) ເຖິງຈະເປັນ ແບບນັ້ນ ພວກອິດສະຣາເອນກໍຍັງມີຝູງສັດຢູ່ກັບເຂົາເຈົ້າຕະຫຼອດ. ເຮົາເຫັນໄດ້ຈາກຕອນທີ່ພະເຢໂຫວາເວົ້າກັບພວກອິດສະຣາເອນທີ່ບໍ່ເຊື່ອຟັງວ່າ: “ລູກຂອງພວກເຈົ້າຈະເປັນຄົນລ້ຽງແກະໃນບ່ອນກັນດານ 40 ປີ.” (ຈຊບ. 14:33) ດັ່ງນັ້ນ ຕະຫຼອດໄລຍະທີ່ເດີນທາງໃນບ່ອນກັນດານ ພວກອິດສະຣາເອນອາດໄດ້ກິນນົມແລະຊີ້ນນຳ. ແຕ່ກໍຄືຊິບໍ່ພໍທີ່ຈະລ້ຽງຄົນປະມານ 3 ລ້ານຄົນຕະຫຼອດ 40 ປີ. c
ພວກອິດສະຣາເອນໄປຊອກອາຫານກັບນ້ຳຢູ່ໃສມາໃຫ້ຝູງສັດກິນ? d ແຕ່ກີ້ຄືຊິມີຝົນແລະພືດຫຼາຍກວ່ານີ້ໃນບ່ອນກັນດານ. ປຶ້ມການຢັ່ງເຫັນເຂົ້າໃຈໃນພະຄຳພີ ເຫຼັ້ມ 1 (Insight on the Scriptures, Volume 1) ບອກວ່າ ປະມານ 3.500 ປີຜ່ານມາ “ຢູ່ບ່ອນກັນດານທີ່ພວກອິດສະຣາເອນຢູ່ມີນ້ຳຫຼາຍກວ່າທີ່ມີໃນທຸກມື້ນີ້. ເຮົາຮູ້ເລື່ອງນີ້ໄດ້ຈາກຫຼັກຖານຂອງແມ່ນ້ຳຫຼາຍບ່ອນທີ່ເລິກແລະແຫ້ງແລ້ງເຊິ່ງສະແດງໃຫ້ເຫັນວ່າມັນເຄີຍເປັນແມ່ນ້ຳໃຫຍ່ມາກ່ອນ.” ດັ່ງນັ້ນ ແຕ່ກີ້ຄືຊິມີຝົນຫຼາຍພໍທີ່ຈະເຮັດໃຫ້ເກີດແມ່ນ້ຳໄດ້. ແຕ່ເຖິງຈະເປັນແບບນັ້ນ ບ່ອນກັນດານກໍຍັງເປັນບ່ອນທີ່ກວ້າງໃຫຍ່ແລະເປັນຕາຢ້ານ. (ພບຍ. 8:14-16) ຖ້າບໍ່ມີນ້ຳທີ່ພະເຢໂຫວາໃຫ້ໂດຍການອັດສະຈັນ ພວກອິດສະຣາເອນແລະສັດຂອງເຂົາເຈົ້າກໍຄືຊິຕາຍໝົດ.—ອພຍ. 15:22-25; 17:1-6; ຈຊບ. 20:2, 11
ໂມເຊບອກພວກອິດສະຣາເອນວ່າ ພະເຢໂຫວາໃຫ້ມານາກັບເຂົາເຈົ້າກໍ “ເພື່ອ [ເຂົາເຈົ້າ] ຈະຮູ້ວ່າຄົນເຮົາຈະມີຊີວິດຢູ່ໄດ້ ບໍ່ແມ່ນດ້ວຍອາຫານເທົ່ານັ້ນ ແຕ່ດ້ວຍຄຳເວົ້າທຸກຄຳທີ່ອອກມາຈາກປາກພະເຢໂຫວາ.”—ພບຍ. 8:3
a ເບິ່ງຫໍສັງເກດການ 1 ພຶດສະພາ 1992 ໜ້າ 24-25. (ພາສາໄທ)
b ຄຳພີໄບເບິນເວົ້າເຖິງ 2 ເຫດການທີ່ມີການເຜົາສັດເປັນເຄື່ອງບູຊາໃຫ້ພະເຢໂຫວາໃນບ່ອນກັນດານ. ເທື່ອທຳອິດແມ່ນຕອນທີ່ມີການແຕ່ງຕັ້ງປະໂລຫິດ ແລະເທື່ອທີ 2 ແມ່ນຕອນທີ່ສະຫຼອງເທດສະການປັດສະຄາ. ສອງເຫດການນີ້ເກີດຂຶ້ນໃນປີ 1512 ກ່ອນ ຄ.ສ ເຊິ່ງເປັນປີທີ 2 ທີ່ພວກອິດສະຣາເອນອອກຈາກເອຢິບ.—ລລວ. 8:14–9:24; ຈຊບ. 9:1-5
c ຕອນໃກ້ຊິຄົບ 40 ປີຂອງການເດີນທາງໃນບ່ອນກັນດານ ພວກອິດສະຣາເອນໄດ້ຕໍ່ສູ້ກັບຊາດຕ່າງໆແລະເຂົາເຈົ້າຈຶ່ງໄດ້ສັດບັກຫຼາຍໆທີ່ປຸ້ນມາໄດ້. (ຈຊບ. 31:32-34) ແຕ່ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍຍັງຕ້ອງກິນມານາເປັນອາຫານຈົນຮອດຕອນທີ່ເຂົາເຈົ້າເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ.—ຢຊ. 5:10-12
d ຍ້ອນພະເຢໂຫວາສັ່ງໃຫ້ພວກອິດສະຣາເອນເກັບມານາໃນປະລິມານທີ່ພໍກິນສຳລັບແຕ່ລະຄົນເທົ່ານັ້ນ ສັດຈຶ່ງບໍ່ໄດ້ກິນມານາ.—ອພຍ. 16:15, 16