ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 45

ໃຫ້​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ຢູ່​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ

ໃຫ້​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ຢູ່​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ

‘ໃຫ້​ທຸກ​ຄົນ​ນະມັດສະການ​ພະອົງ​ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ.’—ພນມ. 14:7

ເພງ 93 ຂໍ​ອວຍພອນ​ການ​ປະຊຸມ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1. ທູດສະຫວັນ​ເວົ້າ​ຫຍັງ ແລະ​ສິ່ງ​ທີ່​ລາວ​ເວົ້າ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

 ຖ້າ​ທູດສະຫວັນ​ມາ​ເວົ້າ​ກັບ​ເຈົ້າ ເຈົ້າ​ຊິ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ບໍ? ທີ່ຈິງ ໃນ​ທຸກ​ມື້​ນີ້​ທູດສະຫວັນ​ກຳລັງ​ເວົ້າ​ກັບ “ທຸກ​ປະເທດ ທຸກ​ຕະກູນ ທຸກ​ພາສາ ແລະ​ທຸກ​ຊົນຊາດ.” ລາວ​ເວົ້າ​ຫຍັງ? ລາວ​ເວົ້າ​ວ່າ: ‘ໃຫ້​ຢຳເກງ​ພະເຈົ້າ​ແລະ​ຍ້ອງຍໍ​ສັນລະເສີນ​ພະອົງ . . . ໃຫ້​ທຸກ​ຄົນ​ນະມັດສະການ​ພະອົງ​ຜູ້​ທີ່​ສ້າງ​ຟ້າແລະໂລກ.’ (ພນມ. 14:6, 7) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ​ທີ່​ທຸກ​ຄົນ​ຄວນ​ນະມັດສະການ. ເຮົາ​ຂອບໃຈ​ແທ້​ໆ​ທີ່​ເພິ່ນ​ໃຫ້​ເຮົາ​ມີ​ໂອກາດ​ນະມັດສະການ​ເພິ່ນ​ຢູ່​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ!

2. ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ? (ເບິ່ງ​ຂອບ “ ວິຫານ​ໂດຍ​ໄນ​ບໍ່​ໄດ້​ໝາຍເຖິງ​ຫຍັງ?”)

2 ວິຫານ​ໂດຍ​ໄນ​ໝາຍເຖິງ​ຫຍັງ​ແທ້​ໆ​ແລະ​ເຮົາ​ຈະ​ໄດ້​ຄຳ​ອະທິບາຍ​ທີ່​ລະອຽດ​ກ່ຽວກັບ​ວິຫານ​ໂດຍ​ໄນ​ນີ້​ຈາກ​ໃສ? ວິຫານ​ໂດຍ​ໄນ​ບໍ່​ແມ່ນ​ຕຶກ​ແທ້​ໆ​ແຕ່​ແມ່ນ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ​ໂດຍ​ອາໄສ​ຄ່າໄຖ່​ຂອງ​ພະ​ເຢຊູ. ອັກຄະສາວົກ​ໂປໂລ​ໄດ້​ອະທິບາຍ​ເລື່ອງ​ນີ້​ໃນ​ຈົດໝາຍ​ທີ່​ລາວ​ຂຽນ​ໄປ​ຫາ​ຄລິດສະຕຽນ​ທີ່​ຢູ່​ແຂວງ​ຢູດາຍ. b

3-4. ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ໂປໂລ​ເປັນ​ຫ່ວງ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ? ແລະ​ລາວ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ?

3 ເປັນ​ຫຍັງ​ໂປໂລ​ຈຶ່ງ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ​ທີ່​ຢູ່​ແຂວງ​ຢູດາຍ? ເບິ່ງ​ຄື​ວ່າ​ມີ 2 ເຫດຜົນ. ເຫດຜົນ​ທຳອິດ​ແມ່ນ​ເພື່ອ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ກ່ອນ​ທີ່​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ເຂົາເຈົ້າ​ຫຼາຍ​ຄົນ​ນັບຖື​ສາສະໜາ​ຢິວ. ພວກ​ຫົວໜ້າ​ສາສະໜາ​ຢິວ​ອາດ​ເຍາະເຍີ້ຍ​ທີ່​ເຂົາເຈົ້າ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ເປັນ​ຫຍັງ​ຈຶ່ງ​ເຍາະເຍີ້ຍ? ຍ້ອນ​ຄລິດສະຕຽນ​ບໍ່​ມີ​ວິຫານ​ເພື່ອ​ໃຫ້​ໄປ​ນະມັດສະການ ບໍ່​ມີ​ແທ່ນ​ບູຊາ​ເພື່ອ​ເຜົາ​ສັດ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ ແລະ​ບໍ່​ມີ​ປະໂລຫິດ. ເລື່ອງ​ແບບ​ນີ້​ອາດ​ເຮັດ​ໃຫ້​ຄລິດສະຕຽນ​ເຫຼົ່າ​ນີ້​ທໍ້ໃຈ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ອ່ອນ​ລົງ. (ຮຣ. 2:1; 3:12, 14) ບາງ​ຄົນ​ອາດ​ຄິດ​ຢາກ​ກັບ​ໄປ​ນັບຖື​ສາ​ສະ​ໜາ​ຢິວ​ຄື​ເກົ່າ.

4 ເຫດຜົນ​ທີ 2 ໂປໂລ​ຊ່ວຍ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ໃຫ້​ເຫັນ​ວ່າເຂົາເຈົ້າ​ບໍ່​ໄດ້​ພະຍາຍາມ​ເຂົ້າໃຈ​ຄຳສອນ​ໃໝ່​ຫຼື​ຄຳສອນ​ທີ່​ເລິກ​ເຊິ່ງ​ໃນ​ຄຳພີ​ໄບເບິນ ເຊິ່ງ​ເປັນ​ຄື​ກັບ “ອາຫານ​ແຂງ.” (ຮຣ. 5:11-14) ເບິ່ງ​ຄື​ວ່າ​ບາງ​ຄົນ​ຍັງ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຢູ່. ໂປໂລ​ອະທິບາຍ​ວ່າ ເຄື່ອງ​ບູຊາ​ຕ່າງ​ໆ​ທີ່​ກົດໝາຍ​ຂອງ​ໂມເຊ​ກຳນົດ​ໄວ້​ບໍ່​ສາມາດ​ກຳຈັດ​ບາບ​ໄດ້​ແທ້. ຍ້ອນ​ແນວ​ນັ້ນ ກົດໝາຍ​ຂອງ​ໂມເຊ​ຈຶ່ງ “ຖືກ​ຍົກ​ເລີກ.” ຈາກນັ້ນ ໂປໂລ​ໄດ້​ສອນ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ກ່ຽວກັບ​ຄຳສອນ​ບາງ​ຢ່າງ​ທີ່​ເລິກ​ເຊິ່ງ. ລາວ​ເຕືອນ​ເຂົາເຈົ້າ​ໃຫ້​ຄິດ​ເຖິງ “ຄວາມ​ຫວັງ​ທີ່​ດີ​ກວ່າ” ໂດຍ​ອາໄສ​ຄ່າໄຖ່​ຂອງ​ພະ​ເຢຊູ ເຊິ່ງ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້ “ໃກ້ຊິດ​ພະເຈົ້າ” ໄດ້​ແທ້​ໆ.—ຮຣ. 7:18, 19

5. ເຮົາ​ຕ້ອງ​ເຂົ້າໃຈ​ເລື່ອງ​ຫຍັງ​ໃນ​ປຶ້ມ​ເຮັບເຣີ? ແລະ​ຍ້ອນຫຍັງ?

5 ໂປໂລ​ອະທິບາຍ​ກັບ​ພີ່ນ້ອງ​ວ່າ ການ​ນະມັດສະການ​ຂອງ​ເຂົາເຈົ້າ​ໃນ​ຕອນນີ້​ດີ​ກວ່າ​ການ​ນະມັດສະການ​ແຕ່​ກີ້. ການ​ນະມັດສະການ​ຂອງ​ຄົນ​ຢິວ “ເປັນ​ພຽງ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມີ​ມາ ແຕ່​ຂອງ​ແທ້​ຈະ​ມາ​ທາງ​ພະຄລິດ.” (ກລຊ. 2:17) ເງົາ​ເປັນ​ພຽງ​ຮູບ​ຊົງ​ຂອງ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເທົ່າ​ນັ້ນ ແຕ່​ມັນ​ບໍ່​ແມ່ນ​ສິ່ງ​ນັ້ນ​ແທ້​ໆ. ຄ້າຍຄື​ກັນ ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້​ຈຶ່ງ​ເປັນ​ແຕ່​ເງົາ​ຂອງ​ການ​ນະມັດສະການ​ຂອງ​ຄລິດສະຕຽນ. ເຮົາ​ຕ້ອງ​ເຂົ້າໃຈ​ເລື່ອງ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເພື່ອ​ບາບ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ຍົກໂທດ ແລະ​ຊ່ວຍ​ເຮົາ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ. ໃຫ້​ເຮົາ​ມາ​ສົມທຽບ​ລະຫວ່າງ “ເງົາ” (ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້) ກັບ “ຂອງ​ແທ້” (ການ​ນະມັດສະການ​ຂອງ​ຄລິດສະຕຽນ) ທີ່​ເວົ້າ​ໃນ​ປຶ້ມ​ເຮັບເຣີ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ກ່ຽວກັບ​ວິຫານ​ໂດຍ​ໄນ​ແລະ​ມັນ​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ.

ເຕັ້ນ​ສັກສິດ

6. ເຕັ້ນ​ສັກສິດ​ໃຊ້​ເພື່ອ​ຫຍັງ?

6 ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້. ໂປໂລ​ເວົ້າ​ເຖິງ​ເຕັ້ນ​ສັກສິດ​ທີ່​ສ້າງ​ໃນ​ສະໄໝ​ຂອງ​ໂມເຊ​ໃນ​ປີ 1512 ກ່ອນ ຄ.ສ. (ເບິ່ງ​ຮູບ “ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້​ກັບ​ການ​ນະມັດສະການ​ຂອງ​ຄລິດສະຕຽນ.”) ເຕັ້ນ​ສັກສິດ​ເປັນ​ບ່ອນ​ທີ່​ຄົນ​ອິດສະຣາເອນ​ມາ​ຢູ່​ລວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ. (ອພຍ. 29:43-46) ເຂົາເຈົ້າ​ຫາມ​ເຕັ້ນ​ສັກສິດ​ໄປ​ນຳ​ເມື່ອ​ຍ້າຍ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ​ຕອນ​ທີ່​ຢູ່​ບ່ອນ​ກັນດານ. ເຂົາເຈົ້າ​ໃຊ້​ເຕັ້ນ​ນີ້​ເກືອບ 500 ປີ​ຈົນ​ຮອດ​ຕອນ​ທີ່​ສ້າງ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ. (ອພຍ. 25:8, 9; ຈຊບ. 9:22) ເຕັ້ນ​ສັກສິດ​ນີ້​ຍັງ​ໝາຍເຖິງ​ສິ່ງ​ທີ່​ດີ​ກວ່າ​ທີ່​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໄວ້​ສຳລັບ​ຄລິດສະຕຽນ.

7. ວິຫານ​ໂດຍ​ໄນ​ເລີ່ມ​ມີ​ໃນ​ຕອນ​ໃດ?

7 ການ​ນະມັດສະການ​ຂອງ​ຄລິດສະຕຽນ. ເຕັ້ນ​ສັກສິດ​ໃນ​ສະໄໝ​ແຕ່​ກີ້ “ເປັນ​ເງົາ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ” ແລະ​ເປັນ​ພາບ​ສະແດງ​ເຖິງ​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ໂປໂລ​ບອກ​ວ່າ: “ເຕັ້ນ​ນີ້​ເປັນ​ພາບ​ສະແດງ​ເຖິງ​ສິ່ງ​ທີ່​ເຮັດ​ຢູ່​ຕອນນີ້.” (ຮຣ. 8:5; 9:9) ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ ວິຫານ​ໂດຍ​ໄນ​ກໍ​ມີ​ຢູ່​ແລ້ວ. ວິຫານ​ໂດຍ​ໄນ​ເລີ່ມ​ມີ​ໃນ​ປີ 29 ເຊິ່ງ​ເປັນ​ປີ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ແລະ​ຖືກ​ແຕ່ງຕັ້ງ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ເລີ່ມ​ຮັບໃຊ້​ເປັນ “ມະຫາ​ປະໂລຫິດ​ທີ່​ຍິ່ງໃຫຍ່” ຢູ່​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ. cຮຣ. 4:14; ກຈກ. 10:37, 38

ປະໂລຫິດ​ໃຫຍ່

8-9. ຕາມ​ເຮັບເຣີ 7:23-27 ປະໂລຫິດ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ກັບ​ພະ​ເຢຊູ​ທີ່​ເປັນ​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່​ຕ່າງ​ກັນ​ແນວ​ໃດ?

8 ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້. ປະໂລຫິດ​ໃຫຍ່​ເຮັດ​ໜ້າທີ່​ເປັນ​ຕົວແທນ​ປະຊາຊົນ​ເພື່ອ​ຢູ່​ຕໍ່​ໜ້າ​ພະເຈົ້າ. ປະໂລຫິດ​ໃຫຍ່​ຄົນ​ທຳອິດ​ແມ່ນ​ອາໂຣນ. ພະ​ເຢໂຫວາ​ແຕ່ງຕັ້ງ​ລາວ​ຕອນ​ທີ່​ອຸທິດ​ເຕັ້ນ​ສັກສິດ. ຄື​ກັບ​ທີ່​ໂປໂລ​ອະທິບາຍ​ໄວ້​ວ່າ: “ຕ້ອງ​ມີ​ຫຼາຍ​ຄົນ​ເຮັດ​ໜ້າທີ່​ປະໂລຫິດ​ສືບ​ຕໍ່​ກັນ ເພາະ​ພວກ​ເຂົາ​ຕ້ອງ​ຕາຍ​ຈຶ່ງ​ເຮັດ​ໜ້າທີ່​ຕໍ່​ໄປ​ບໍ່​ໄດ້.” d (ອ່ານ​ເຮັບເຣີ 7:23-27) ນອກ​ຈາກ​ນັ້ນ ປະໂລຫິດ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ເປັນ​ຄົນ​ບໍ່​ສົມບູນແບບ. ເຂົາເຈົ້າ​ຈຶ່ງ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ສຳລັບ​ຄວາມ​ຜິດ​ຂອງ​ໂຕເອງ. ປະໂລຫິດ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ຕ່າງ​ກັນ​ຫຼາຍ​ແທ້​ໆ​ກັບ​ພະ​ເຢຊູ ເຊິ່ງ​ເປັນ​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່.

9 ການ​ນະມັດສະການ​ຂອງ​ຄລິດສະຕຽນ. ພະ​ເຢຊູ​ປະໂລຫິດ​ໃຫຍ່​ຂອງ​ເຮົາ “ຮັບໃຊ້ . . . ໃນ​ເຕັ້ນ​ທີ່​ແທ້​ຈິງ​ເຊິ່ງ​ພະ​ເຢໂຫວາ​ຕັ້ງ​ໄວ້ ບໍ່​ແມ່ນ​ມະນຸດ.” (ຮຣ. 8:1, 2) ໂປໂລ​ເວົ້າ​ວ່າ: “ພະ​ເຢຊູ​ເຮັດ​ໜ້າທີ່​ປະໂລຫິດ​ໂດຍ​ບໍ່​ຕ້ອງ​ມີ​ຜູ້​ສືບ​ທອດ ເພາະ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ.” ໂປໂລ​ຍັງ​ບອກ​ອີກ​ວ່າ ພະ​ເຢຊູ “ບໍລິສຸດ ແຕກຕ່າງ​ກັບ​ຄົນ​ບາບ.” ເພິ່ນ​ບໍ່​ຄື​ກັບ​ປະໂລຫິດ​ໃຫຍ່​ຂອງ​ພວກ​ອິດສະຣາເອນ. ພະ​ເຢຊູ​ບໍ່​ຕ້ອງ​ເຜົາ “ເຄື່ອງ​ບູຊາ​ທຸກ​ໆ​ມື້” ສຳລັບ​ຄວາມ​ຜິດ​ຂອງ​ໂຕເອງ. ຕອນນີ້​ເຮົາ​ຈະ​ມາ​ເບິ່ງ​ຄວາມ​ແຕກຕ່າງ​ລະຫວ່າງ​ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້​ກັບ​ການ​ນະມັດສະການ​ຂອງ​ຄລິດສະຕຽນ​ໃນ​ເລື່ອງ​ແທ່ນ​ບູຊາ​ແລະ​ເຄື່ອງ​ບູຊາ.

ແທ່ນ​ບູຊາ​ແລະ​ເຄື່ອງ​ບູຊາ

10. ເຄື່ອງ​ບູຊາ​ທີ່​ຢູ່​ເທິງ​ແທ່ນ​ບູຊາ​ທອງແດງ​ເປັນ​ພາບ​ສະແດງ​ເຖິງ​ຫຍັງ?

10 ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້. ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ​ມີ​ແທ່ນ​ບູຊາ​ທີ່​ເປັນ​ທອງແດງ​ທີ່​ໃຊ້​ເຜົາ​ສັດ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. (ອພຍ. 27:1, 2; 40:29) ແຕ່​ເຄື່ອງ​ບູຊາ​ເຫຼົ່າ​ນີ້​ບໍ່​ສາມາດ​ຊ່ວຍ​ມະນຸດ​ໃຫ້​ໄດ້​ຮັບ​ການ​ຍົກໂທດ​ບາບ​ໄດ້​ຢ່າງ​ຄົບ​ຖ້ວນ. (ຮຣ. 10:1-4) ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ທີ່​ຕ້ອງ​ເຜົາ​ເປັນ​ປະຈຳ​ຢູ່​ເຕັ້ນ​ສັກສິດ​ເປັນ​ພາບ​ສະແດງ​ເຖິງ​ເຄື່ອງ​ບູຊາ​ແບບ​ໜຶ່ງ​ທີ່​ສາມາດ​ໄຖ່​ບາບ​ໄດ້​ຢ່າງ​ຄົບ​ຖ້ວນ.

11. ແທ່ນ​ບູຊາ​ທີ່​ພະ​ເຢຊູ​ມອບ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ໝາຍເຖິງ​ຫຍັງ? (ເຮັບເຣີ 10:5-7, 10)

11 ການ​ນະມັດສະການ​ຂອງ​ຄລິດສະຕຽນ. ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ສົ່ງ​ເພິ່ນ​ມາ​ໂລກ​ນີ້​ເພື່ອ​ມາ​ຕາຍ​ເປັນ​ຄ່າໄຖ່​ໃຫ້​ມະນຸດ. (ມທ. 20:28) ດັ່ງນັ້ນ ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ເພິ່ນ​ໄດ້​ສະເໜີ​ໂຕເອງ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (ຢຮ. 6:38; ຄລຕ. 1:4) ແທ່ນ​ບູຊາ​ທີ່​ພະ​ເຢຊູ​ມອບ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ໝາຍເຖິງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. ນັ້ນ​ກໍ​ຄື​ເພິ່ນ​ຢາກ​ໃຫ້​ພະ​ເຢຊູ​ສະລະ​ຊີວິດ​ມະນຸດ​ທີ່​ສົມ​ບູນ​ແບບ. ພະ​ເຢຊູ​ສະລະ​ຊີວິດ “ພຽງ​ເທື່ອ​ດຽວ” ແຕ່​ສາມາດ​ໄຖ່​ບາບ​ແລະ​ປົກ​ປິດ​ບາບ​ຂອງ​ມະນຸດ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ​ໄດ້​ຕະຫຼອດ​ໄປ. (ອ່ານ​ເຮັບເຣີ 10:5-7, 10) ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ສ່ວນ​ຕ່າງ​ໆ​ໃນ​ເຕັ້ນ​ສັກສິດ​ໝາຍເຖິງ​ຫຍັງ.

ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ

12. ມີ​ແຕ່​ໃຜ​ເທົ່າ​ນັ້ນ​ທີ່​ສາມາດ​ເຂົ້າ​ໄປ​ໃນ​ແຕ່​ລະ​ຫ້ອງ​ຂອງ​ເຕັ້ນ​ສັກສິດ?

12 ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້. ທາງ​ໃນ​ຂອງ​ເຕັ້ນ​ສັກສິດ​ແລະ​ທາງ​ໃນ​ຂອງ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ​ມີ​ລັກສະນະ​ຄ້າຍຄື​ກັນ. ທາງ​ໃນ​ມີ 2 ຫ້ອງ​ຄື: “ຫ້ອງ​ບໍລິສຸດ” ກັບ “ຫ້ອງ​ບໍລິສຸດ​ທີ່​ສຸດ” ແລະ​ມີ​ຜ້າກັ້ງ​ຂັ້ນ​ລະຫວ່າງ 2 ຫ້ອງ​ນີ້. (ຮຣ. 9:2-5; ອພຍ. 26:31-33) ໃນ​ຫ້ອງ​ບໍລິສຸດ​ມີ​ຂາ​ຕະກຽງ​ຄຳ ແທ່ນ​ບູຊາ​ທີ່​ໃຊ້​ເຜົາ​ເຄື່ອງຫອມ ແລະ​ໂຕະ​ສຳລັບ​ວາງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ມີ​ແຕ່​ປະໂລຫິດ​ທີ່ “ຖືກ​ເລືອກ​ແລະ​ໄດ້​ຮັບ​ການ​ແຕ່ງຕັ້ງ” ເທົ່າ​ນັ້ນ​ຈຶ່ງ​ຈະ​ເຂົ້າ​ໄປ​ເຮັດ​ວຽກ​ຮັບໃຊ້​ຢູ່​ໃນ​ຫ້ອງ​ນີ້​ໄດ້. (ຈຊບ. 3:3, 7, 10) ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ມີ​ຫີບ​ສັນຍາ​ທີ່​ໂອບ​ຄຳ ເຊິ່ງ​ສະແດງ​ວ່າ​ພະ​ເຢໂຫວາ​ຢູ່​ຫັ້ນ. (ອພຍ. 25:21, 22) ມີ​ແຕ່​ປະໂລຫິດ​ໃຫຍ່​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຍ່າງ​ຜ່ານ​ຜ້າກັ້ງ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໃນ​ວັນ​ໄຖ່​ຄວາມ​ຜິດ​ປະຈຳ​ປີ. ລາວ​ຈະ​ເອົາ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ຫ້ອງ​ນັ້ນ​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ໂຕເອງ​ແລະ​ຄົນ​ໝົດ​ຊາດ​ທຸກ​ໆ​ປີ. (ລລວ. 16:2, 17) ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ເປີດເຜີຍ​ໃຫ້​ຮູ້​ຜ່ານ​ທາງ​ພະລັງ​ບໍລິສຸດ​ວ່າ ທັງ​ສອງ​ຫ້ອງ​ນີ້​ເປັນ​ພາບ​ສະແດງ​ເຖິງ​ຫຍັງ.—ຮຣ. 9:6-8 e

13. ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ທີ່​ຢູ່​ໃນ​ເຕັ້ນ​ສັກສິດ​ເປັນ​ພາບ​ສະແດງ​ເຖິງ​ຫຍັງ?

13 ການ​ນະມັດສະການ​ຂອງ​ຄລິດສະຕຽນ. ມີ​ແຕ່​ລູກສິດ​ຂອງ​ພະ​ເຢຊູ​ຈຳນວນ 144.000 ຄົນ​ທີ່​ຖືກ​ເລືອກ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ມີ​ສາຍສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ​ຈຶ່ງ​ຈະ​ໄດ້​ຮັບໃຊ້​ເປັນ​ປະໂລຫິດ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ພນມ. 1:6; 14:1) ຫ້ອງ​ບໍລິສຸດ​ໃນ​ເຕັ້ນ​ສັກສິດ​ເປັນ​ພາບ​ສະແດງ​ເຖິງ​ການ​ທີ່​ຜູ້​ຖືກ​ເລືອກ​ຖືກ​ຮັບ​ເປັນ​ລູກ​ຂອງ​ພະເຈົ້າ​ຕອນ​ທີ່​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້. (ຣມ. 8:15-17) ຫ້ອງ​ບໍລິສຸດ​ທີ່​ສຸດ​ເປັນ​ພາບ​ສະແດງ​ເຖິງ​ສະຫວັນ ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພະ​ເຢໂຫວາ. “ຜ້າກັ້ງ” ທີ່​ຂັ້ນ​ລະຫວ່າງ​ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເປັນ​ພາບ​ສະແດງ​ເຖິງ​ຮ່າງກາຍ​ຂອງ​ພະ​ເຢຊູ​ທີ່​ເປັນ​ມະນຸດ. ຖ້າ​ເພິ່ນ​ຍັງ​ມີ​ຮ່າງກາຍ​ແບບ​ນີ້​ຢູ່ ເພິ່ນ​ກໍ​ບໍ່​ສາມາດ​ໄປ​ສະຫວັນ​ເພື່ອ​ເຮັດ​ໜ້າທີ່​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່​ຢູ່​ວິຫານ​ໂດຍ​ໄນ​ໄດ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕ້ອງ​ສະລະ​ຮ່າງກາຍ​ຂອງ​ເພິ່ນ. ການ​ເຮັດ​ແບບ​ນີ້​ເປີດ​ໂອກາດ​ໃຫ້​ທຸກ​ຄົນ​ທີ່​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໄດ້. ແຕ່​ເຂົາເຈົ້າ​ກໍ​ຕ້ອງ​ສະລະ​ຮ່າງກາຍ​ທີ່​ເປັນ​ມະນຸດ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ໃນ​ສະຫວັນ. (ຮຣ. 10:19, 20; 1ກຣ. 15:50) ຫຼັງ​ຈາກ​ທີ່​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ເຂົ້າ​ໄປ​ຫ້ອງ​ບໍລິສຸດ​ທີ່​ສຸດ​ຂອງ​ວິຫານ​ໂດຍ​ໄນ ເຊິ່ງ​ໃນ​ທີ່​ສຸດ​ທຸກ​ຄົນ​ທີ່​ຖືກ​ເລືອກ​ກໍ​ຈະ​ເຂົ້າ​ໄປ​ບ່ອນ​ນັ້ນ​ຄື​ກັນ.

14. ຕາມ​ເຮັບເຣີ 9:12, 24-26 ອັນ​ໃດ​ທີ່​ເຮັດ​ໃຫ້​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເລື່ອງ​ວິຫານ​ໂດຍ​ໄນ​ດີ​ກວ່າ​ການ​ນະມັດສະການ​ຂອງ​ຄົນ​ຢິວ?

14 ເຮົາ​ເຫັນ​ໄດ້​ແຈ້ງ​ວ່າ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ​ໂດຍ​ອາໄສ​ຄ່າໄຖ່ ແລະ​ການ​ເຮັດ​ໜ້າທີ່​ປະໂລຫິດ​ຂອງ​ພະ​ເຢຊູ​ເປັນ​ເລື່ອງ​ທີ່​ດີ​ກວ່າ​ການ​ນະມັດສະການ​ຂອງ​ຄົນ​ຢິວ​ແທ້​ໆ. ປະໂລຫິດ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ເອົາ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເພື່ອ​ມອບ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ແຕ່​ພະ​ເຢຊູ “ເຂົ້າ​ໄປ​ໃນ​ສະຫວັນ” ເຊິ່ງ​ເປັນ​ບ່ອນ​ບໍລິສຸດ​ທີ່​ສຸດ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. ເພິ່ນ​ເອົາ​ສິດ​ຂອງ​ເພິ່ນ​ໃນ​ການ​ເປັນ​ມະນຸດ​ສົມບູນແບບ​ໃນ​ໂລກ​ມອບ​ໃຫ້​ພະ​ເຢໂຫວາ “ເພື່ອ​ກຳຈັດ​ບາບ​ຕະຫຼອດ​ໄປ​ໂດຍ​ຖວາຍ​ຕົວ​ເພິ່ນ​ເອງ​ເປັນ​ເຄື່ອງ​ບູຊາ.” (ອ່ານ​ເຮັບເຣີ 9:12, 24-26) ເຄື່ອງ​ບູຊາ​ຂອງ​ພະ​ເຢຊູ​ເປັນ​ເຄື່ອງ​ບູຊາ​ທີ່​ດີ​ທີ່​ສຸດ ຍ້ອນ​ສາມາດ​ກຳຈັດ​ບາບ​ໄດ້​ຕະຫຼອດ​ໄປ​ສຳລັບ​ເຮົາ. ເລື່ອງ​ທີ່​ເຮົາ​ຈະ​ຮຽນ​ຕໍ່​ໄປ​ແມ່ນ ເຮົາ​ທຸກ​ຄົນ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ຢູ່​ວິຫານ​ໂດຍ​ໄນ​ໄດ້ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ​ຫຼື​ຢູ່​ໃນ​ໂລກ.

ເດີ່ນ​ທາງ​ໃນ​ແລະ​ທາງ​ນອກ​ຂອງ​ວິຫານ

15. ໃຜ​ທີ່​ຮັບໃຊ້​ຢູ່​ເດີ່ນ​ຂອງ​ເຕັ້ນ​ສັກສິດ?

15 ການ​ນະມັດສະການ​ຂອງ​ຄົນ​ຢິວ​ໃນ​ສະໄໝ​ແຕ່​ກີ້. ເດີ່ນ​ເຕັ້ນ​ສັກສິດ​ເປັນ​ບ່ອນ​ໂລ່ງ​ທີ່​ມີ​ຮົ້ວ​ອ້ອມ ແລະ​ມີ​ແຕ່​ພວກ​ປະໂລຫິດ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ຢູ່​ຫັ້ນ. ຢູ່​ເດີ່ນ​ນັ້ນ​ມີ​ແທ່ນ​ບູຊາ​ທອງແດງ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ເຜົາ ແລະ​ມີ​ອ່າງ​ທອງແດງ​ທີ່​ພວກ​ປະໂລຫິດ​ໃຊ້​ເພື່ອ​ລ້າງ​ຕີນ​ລ້າງ​ມື​ກ່ອນ​ຈະ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ. (ອພຍ. 30:17-20; 40:6-8) ຕໍ່​ມາ ເມື່ອ​ມີ​ການ​ສ້າງ​ວິຫານ​ກໍ​ມີ​ເດີ່ນ​ທາງ​ນອກ​ນຳ ເຊິ່ງ​ເປັນ​ບ່ອນ​ທີ່​ຄົນ​ທີ່​ບໍ່​ແມ່ນ​ປະໂລຫິດ​ມາ​ນະມັດສະການ​ພະເຈົ້າ​ໄດ້.

16. ໃຜ​ທີ່​ຮັບໃຊ້​ຢູ່​ເດີ່ນ​ທາງ​ໃນ​ຂອງ​ວິຫານ​ໂດຍ​ໄນ? ແລະ​ໃຜ​ທີ່​ຮັບໃຊ້​ຢູ່​ເດີ່ນ​ທາງ​ນອກ​ຂອງ​ວິຫານ​ໂດຍ​ໄນ?

16 ການ​ນະມັດສະການ​ຂອງ​ຄລິດສະຕຽນ. ກ່ອນ​ທີ່​ຄົນ​ທີ່​ຖືກ​ເລືອກ​ຈະ​ຂຶ້ນ​ໄປ​ຮັບໃຊ້​ເປັນ​ປະໂລຫິດ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ ເຂົາເຈົ້າ​ຮັບໃຊ້​ຢ່າງ​ສັດຊື່​ໃນ​ໂລກ​ຢູ່​ເດີ່ນ​ທາງ​ໃນ​ຂອງ​ວິຫານ​ໂດຍ​ໄນ. ອ່າງ​ໃຫຍ່​ທີ່​ຢູ່​ເດີ່ນ​ເຕັ້ນ​ສັກສິດ​ແລະ​ເດີ່ນ​ວິຫານ​ເຕືອນ​ໃຈ​ເຂົາເຈົ້າ​ແລະ​ຄລິດສະຕຽນ​ທຸກ​ຄົນ​ວ່າ ຕ້ອງ​ຮັກສາ​ຄວາມ​ສະອາດ​ດ້ານ​ສິນລະທຳ​ແລະ​ດ້ານ​ຄວາມ​ເຊື່ອ​ຢູ່​ສະເໝີ. ແລ້ວ “ຄົນ​ຝູງ​ໃຫຍ່” ທີ່​ສະໜັບສະໜູນ​ຄົນ​ທີ່​ຖືກ​ເລືອກ​ເດ? ເຂົາເຈົ້າ​ນະມັດສະການ​ພະເຈົ້າ​ຢູ່​ໃສ? ອັກຄະສາວົກ​ໂຢຮັນ​ເຫັນ​ເຂົາເຈົ້າ​ຢືນ “ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະເຈົ້າ​ແລະ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະອົງ​ທັງ​ເວັນ​ທັງ​ຄືນ​ໃນ​ວິຫານ​ຂອງ​ພະອົງ.” (ພນມ. 7:9, 13-15) ດັ່ງນັ້ນ ຄົນ​ຝູງ​ໃຫຍ່​ນະມັດສະການ​ພະເຈົ້າ​ໃນ​ໂລກ​ຢູ່​ເດີ່ນ​ທາງ​ນອກ​ຂອງ​ວິຫານ​ໂດຍ​ໄນ. ເຮົາ​ເຫັນຄ່າ​ແທ້​ໆ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ໂອກາດ​ນະມັດສະການ​ເພິ່ນ​ຢູ່​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່!

ເຮົາ​ມີ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ

17. ເຮົາ​ມີ​ສິດທິ​ພິເສດ​ທີ່​ໄດ້​ມອບ​ເຄື່ອງ​ບູຊາ​ແບບ​ໃດ​ໃຫ້​ພະ​ເຢໂຫວາ?

17 ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ທຸກ​ຄົນ​ມີ​ສິດທິ​ພິເສດ​ທີ່​ໄດ້​ມອບ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ໂດຍ​ໃຊ້​ເວລາ ກຳລັງ ແລະ​ຊັບສິນ​ເງິນ​ຄຳ​ເພື່ອ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ເພິ່ນ. ຄື​ກັບ​ທີ່​ໂປໂລ​ບອກ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ ເຮົາ​ກໍ​ສາມາດ “ຖວາຍ​ເຄື່ອງ​ບູຊາ​ຜ່ານ​ທາງ​ພະ​ເຢຊູ​ສະເໝີ​ເຊິ່ງ​ກໍ​ແມ່ນ​ຄຳ​ສັນລະເສີນ​ພະເຈົ້າ ເປັນ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ​ພວກ​ເຮົາ​ເຊິ່ງ​ປະກາດ​ຊື່​ຂອງ​ພະອົງ​ຢ່າງ​ເປີດເຜີຍ.” (ຮຣ. 13:15) ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ໃຫ້​ເພິ່ນ.

18. ຕາມ​ເຮັບເຣີ 10:22-25 ເຮົາ​ຕ້ອງ​ເຮັດ​ຫຍັງ​ສະເໝີ? ແລະ​ເຮົາ​ຕ້ອງ​ບໍ່​ລືມ​ຫຍັງ?

18 ອ່ານ​ເຮັບເຣີ 10:22-25. ໃນ​ຕອນ​ທ້າຍ​ຂອງ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ ລາວ​ເວົ້າ​ເຖິງ​ບາງ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ສະເໝີ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ສິ່ງ​ເຫຼົ່າ​ນັ້ນ​ແມ່ນ ການ​ອະທິດຖານ​ຫາ​ພະ​ເຢໂຫວາ ປະກາດ​ກັບ​ຄົນ​ອື່ນ ໄປ​ປະຊຸມ ໃຫ້​ກຳລັງ​ໃຈ​ກັນ ແລະ “ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ຫຼາຍ​ຂຶ້ນ​ເມື່ອ [ເຮົາ] ເຫັນ​ວ່າ​ວັນ [ຂອງ​ພະ​ເຢໂຫວາ] ໃກ້​ຈະ​ມາ​ຮອດ​ແລ້ວ.” ໃນ​ຕອນ​ທ້າຍ​ຂອງ​ປຶ້ມ​ພະ​ນິມິດ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ 2 ເທື່ອ​ວ່າ “ໃຫ້​ນະມັດສະການ​ພະເຈົ້າ!” (ພນມ. 19:10; 22:9) ຂໍ​ໃຫ້​ເຮົາ​ຢ່າ​ລືມ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ​ກ່ຽວກັບ​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ແລະ​ຂໍ​ໃຫ້​ເຮົາ​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ພະເຈົ້າ​ທີ່​ຍິ່ງໃຫຍ່​ຂອງ​ເຮົາ!

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

a ຄຳສອນ​ທີ່​ເລິກ​ເຊິ່ງ​ເລື່ອງ​ໜຶ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແມ່ນ​ເລື່ອງ​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ວິຫານ​ນີ້​ໝາຍເຖິງ​ຫຍັງ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ລາຍລະອຽດ​ຕ່າງ​ໆ​ໃນ​ປຶ້ມ​ເຮັບເຣີ​ທີ່​ເວົ້າ​ກ່ຽວກັບ​ວິຫານ​ນີ້. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນຄ່າ​ຫຼາຍ​ຂຶ້ນ​ໃນ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ.

b ເພື່ອ​ຈະ​ຮູ້​ວ່າ​ປຶ້ມ​ເຮັບເຣີ​ເວົ້າ​ເລື່ອງ​ຫຍັງ ໃຫ້​ເບິ່ງ​ວິດີໂອບົດ​ນຳ​ຂອງ​ປຶ້ມ​ເຮັບເຣີ ໃນ​ເວັບໄຊ jw.org.

c ປຶ້ມ​ເຮັບເຣີ​ເປັນ​ປຶ້ມ​ຫົວ​ດຽວ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ທີ່​ເວົ້າ​ເຖິງ​ພະ​ເຢຊູ​ວ່າ​ເປັນ​ປະໂລຫິດ​ໃຫຍ່.

d ປຶ້ມ​ອ້າງ​ອີງ​ຫົວ​ໜຶ່ງ​ບອກ​ວ່າ​ອາດ​ມີ​ປະໂລຫິດ​ໃຫຍ່​ຮອດ 84 ຄົນ​ເຮັດ​ໜ້າທີ່​ສືບ​ຕໍ່​ກັນ​ຈົນ​ຮອດ​ຕອນ​ທີ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ​ໃນ​ປີ 70.

e ເພື່ອ​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ສິ່ງ​ທີ່​ປະໂລຫິດ​ໃຫຍ່​ເຮັດ​ໃນ​ວັນ​ໄຖ່​ຄວາມ​ຜິດ ໃຫ້​ເບິ່ງ​ວິດີໂອ​ເລື່ອງ​ເຕັ້ນ​ສັກສິດ ໃນ​ເວັບໄຊ jw.org. (ພາສາ​ອັງກິດ)