1923—ໜຶ່ງຮ້ອຍປີຜ່ານມາ
ຫໍສັງເກດການ (ພາສາອັງກິດ) 1 ມັງກອນ 1923 ບອກວ່າ: “ເຮົາຄາດວ່າປີ 1923 ຈະເປັນປີທີ່ໜ້າຕື່ນເຕັ້ນແທ້ໆ. ເຮົາມີສິດທິພິເສດຫຼາຍທີ່ໄດ້ບອກຄົນທີ່ກຳລັງທຸກໃຈໃຫ້ຮູ້ວ່າອະນາຄົດທີ່ດີກວ່າໃກ້ຈະມາຮອດແລ້ວ.” ປີ 1923 ເປັນປີທີ່ມີການປ່ຽນແປງຫຼາຍຢ່າງສຳລັບກຸ່ມນັກສຶກສາຄຳພີໄບເບິນ. ເຂົາເຈົ້າໄດ້ປັບປ່ຽນກ່ຽວກັບການປະຊຸມປະຊາຄົມ ການປະຊຸມໃຫຍ່ ແລະວຽກປະກາດ. ສິ່ງເຫຼົ່ານີ້ເຮັດໃຫ້ເຂົາເຈົ້າເປັນອັນໜຶ່ງອັນດຽວກັນຫຼາຍຂຶ້ນ ແລະຄວາມເປັນອັນໜຶ່ງອັນດຽວກັນນີ້ເປັນເອກະລັກຂອງຄລິດສະຕຽນແທ້ຈົນຮອດທຸກມື້ນີ້.
ການປະຊຸມເຮັດໃຫ້ເປັນອັນໜຶ່ງອັນດຽວກັນ
ໃນປີ 1923 ມີການປ່ຽນແປງບາງຢ່າງໃນອົງການທີ່ຊ່ວຍໃຫ້ກຸ່ມນັກສຶກສາຄຳພີໄບເບິນເປັນອັນໜຶ່ງອັນດຽວກັນຫຼາຍຂຶ້ນ. ຫໍສັງເກດການໄດ້ເລີ່ມພິມຄຳອະທິບາຍສຳລັບຂໍ້ພະຄຳພີປະຈຳອາທິດເຊິ່ງຈະໃຊ້ຢູ່ການປະຊຸມທີ່ຊື່ວ່າການປະຊຸມເພື່ອອະທິດຖານແລະສັນລະເສີນພະເຢໂຫວາ. ນອກຈາກນັ້ນ ກຸ່ມນັກສຶກສາຄຳພີໄບເບິນຍັງໄດ້ເຮັດປະຕິທິນທີ່ມີຂໍ້ພະຄຳພີປະຈຳອາທິດນຳ ແລະໃນແຕ່ລະມື້ຂອງປະຕິທິນນັ້ນຈະມີເລກຂອງເພງເຊິ່ງຈະໃຊ້ສຳລັບການສຶກສາສ່ວນຕົວແລະການນະມັດສະການປະຈຳຄອບຄົວ.
ໃນການປະຊຸມນັ້ນ ນັກສຶກສາຄຳພີໄບເບິນຈະເລົ່າປະສົບການທີ່ເຈິໃນວຽກປະກາດ ເຂົາເຈົ້າຈະເວົ້າຂອບໃຈພະເຢໂຫວາ ແລ້ວກໍຮ້ອງເພງແລະອະທິດຖານ. ພີ່ນ້ອງອີວາ ບານີ ທີ່ຮັບບັບເຕມາໃນປີ 1923 ຕອນອາຍຸ 15 ປີເລົ່າວ່າ: “ຖ້າຜູ້ໃດຢາກອອກຄວາມຄິດເຫັນກໍຕ້ອງຢືນຂຶ້ນແລະອາດເວົ້າວ່າ: ‘ຂ້ອຍຢາກຂອບໃຈພະເຈົ້າສຳລັບສິ່ງດີໆທີ່ເພິ່ນເຮັດເພື່ອຂ້ອຍ.’” ພີ່ນ້ອງບາງຄົນມັກອອກຄວາມຄິດເຫັນຍາວ. ພີ່ນ້ອງອີວາເລົ່າຕໍ່ວ່າ: “ພີ່ນ້ອງກ໋ອດວິນເຊິ່ງເປັນພີ່ນ້ອງທີ່ສູງອາຍຸມີຫຼາຍຢ່າງຢາກເວົ້າເພື່ອຂອບໃຈພະເຈົ້າ. ແຕ່ເມື່ອເມຍລາວເຫັນວ່າພີ່ນ້ອງທີ່ນຳການປະຊຸມເລີ່ມຮູ້ສຶກອຶດອັດ ລາວຈະດຶງເສື້ອຜົວຄ່ອຍໆເພື່ອໃຫ້ຜົວຂອງລາວເຊົາເວົ້າແລະນັ່ງລົງ.”
ເດືອນລະເທື່ອ ແຕ່ລະປະຊາຄົມຈະຈັດການປະຊຸມເພື່ອອະທິດຖານແລະສັນລະເສີນພະເຢໂຫວາແບບພິເສດ. ຫໍສັງເກດການ 1 ເມສາ 1923 ເວົ້າເຖິງການປະຊຸມນີ້ວ່າ: “ເຄິ່ງໜຶ່ງຂອງການປະຊຸມນີ້ແມ່ນເວົ້າເຖິງການປະກາດ ການເລົ່າປະສົບການ ແລະການໃຫ້ກຳລັງໃຈຜູ້ປະກາດ . . . ເຮົາເຊື່ອວ່າການປະຊຸມແບບນີ້ຈະເຮັດໃຫ້ພີ່ນ້ອງເປັນອັນໜຶ່ງອັນດຽວກັນ ແລະຊ່ວຍໃຫ້ເຂົາເຈົ້າໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ.”
ຊານ ມາຕິນ ອາຍຸ 19 ປີເປັນຜູ້ປະກາດໃນປະຊາຄົມທີ່ຢູ່ແວນຄູເວີໃນປະເທດການາດາໄດ້ຮັບປະໂຫຍດຫຼາຍຈາກການປະຊຸມນີ້. ໃນເວລາຕໍ່ມາລາວເລົ່າວ່າ: “ໃນການປະຊຸມນີ້ຂ້ອຍໄດ້ຮຽນເປັນເທື່ອທຳອິດວ່າຂ້ອຍຄວນເວົ້າແບບໃດໃນການປະກາດຕາມບ້ານ. ມີຫຼາຍເທື່ອພີ່ນ້ອງຈະເລົ່າປະສົບການທີ່ເຈິໃນການປະກາດ ເລື່ອງນີ້ຊ່ວຍຂ້ອຍໃຫ້ຮູ້ວ່າຈະເວົ້າແນວໃດແລະຈະຕອບແນວໃດຖ້າມີຄົນບໍ່ເຫັນດີກັບເຮົາ.”
ການປະກາດເຮັດໃຫ້ເປັນອັນໜຶ່ງອັນດຽວກັນ
ອີກສິ່ງໜຶ່ງທີ່ຊ່ວຍໃຫ້ພີ່ນ້ອງເປັນອັນໜຶ່ງອັນດຽວກັນຫຼາຍຂຶ້ນແມ່ນ “ມື້ສຳລັບການປະກາດ.” ຫໍສັງເກດການ 1 ເມສາ 1923 ບອກວ່າ: “ເພື່ອເຮົາທຸກຄົນຈະເປັນອັນໜຶ່ງອັນ
ດຽວກັນ . . . ໄດ້ກຳນົດໃຫ້ວັນອັງຄານທີ 1 ພຶດສະພາ 1923 ເປັນມື້ສຳລັບການປະກາດ . . . ແລະຕໍ່ມາໄດ້ມີການຈັດໃຫ້ວັນອັງຄານທຳອິດຂອງເດືອນເປັນມື້ທີ່ທຸກຄົນໃນປະຊາຄົມຕ້ອງໄປປະກາດ.”ແມ່ນແຕ່ພີ່ນ້ອງທີ່ອາຍຸນ້ອຍໃນກຸ່ມນັກສຶກສາຄຳພີໄບເບິນກໍສາມາດເຂົ້າຮ່ວມໃນວຽກປະກາດໄດ້. ພີ່ນ້ອງຮາເຊວ ເບີຝອດ ເຊິ່ງຕອນນັ້ນອາຍຸ 16 ປີຈື່ໄດ້ວ່າ: “ຈົດໝາຍຂ່າວມີຕົວຢ່າງການລົມກັນເພື່ອເຮົາຈະໃຊ້ໃນວຽກປະກາດ. a ຂ້ອຍກັບພໍ່ຕູ້ພະຍາຍາມຢ່າງເຕັມທີເພື່ອຈະມີສ່ວນຮ່ວມໃນວຽກນີ້.” ແຕ່ຮາເຊວກໍແປກໃຈຫຼາຍທີ່ພີ່ນ້ອງຊາຍຄົນໜຶ່ງບໍ່ຢາກໃຫ້ລາວໄປປະກາດ. ລາວເລົ່າວ່າ: “ພີ່ນ້ອງຊາຍສູງອາຍຸຜູ້ນີ້ຫ້າມຂ້ອຍເອົາແທ້ເອົາວ່າຕອນທີ່ຂ້ອຍອອກໄປປະກາດ. ຕອນນັ້ນ ມີພີ່ນ້ອງບາງຄົນບໍ່ຍອມຮັບວ່າທຸກຄົນໃນກຸ່ມນັກສຶກສາຄຳພີໄບເບິນເຊິ່ງລວມເຖິງ ‘ຄົນທີ່ຍັງໜຸ່ມທັງຜູ້ຊາຍແລະຜູ້ຍິງ’ ຄວນໄດ້ສັນລະເສີນຊື່ຂອງພະເຢໂຫວາ.” (ເພງ. 148:12, 13, ລ.ມ) ເຖິງຈະເປັນແນວນັ້ນ ພີ່ນ້ອງຮາເຊວກໍຍັງປະກາດຕໍ່ໆໄປ. ຕໍ່ມາ ລາວໄດ້ເຂົ້າໂຮງຮຽນກິລຽດລຸ້ນທີ 2 ແລະໄດ້ເປັນມິດຊັນນາຣີຢູ່ປະເທດປານາມາ. ໃນທີ່ສຸດ ພວກພີ່ນ້ອງທີ່ເຄີຍບໍ່ເຫັນດີກໍປ່ຽນຄວາມຄິດໃນເລື່ອງທີ່ວ່າໄວລຸ້ນບໍ່ຄວນອອກໄປປະກາດ.
ການປະຊຸມໃຫຍ່ເຮັດໃຫ້ເປັນອັນໜຶ່ງອັນດຽວກັນ
ການປະຊຸມໃຫຍ່ກໍເປັນອີກສິ່ງໜຶ່ງທີ່ຊ່ວຍໃຫ້ພີ່ນ້ອງເປັນອັນໜຶ່ງອັນດຽວກັນຫຼາຍຂຶ້ນ. ໃນໄລຍະການປະຊຸມຈະມີການຈັດມື້ໜຶ່ງເພື່ອໃຫ້ພີ່ນ້ອງອອກໄປປະກາດນຳກັນ ເຊັ່ນ ການປະຊຸມໃຫຍ່ເທື່ອໜຶ່ງທີ່ຈັດໃນວັນທີ 31 ມີນາ 1923 ຢູ່ເມືອງວິນນີເພກ ປະເທດການາດາ. ຕອນນັ້ນ ມີການຈັດ “ໂຄງການປະກາດແບບພິເສດໃນເມືອງວິນນີເພກ” ຜູ້ເຂົ້າຮ່ວມການປະຊຸມທຸກຄົນຖືກເຊີນໃຫ້ເຂົ້າຮ່ວມໃນໂຄງການນີ້. ໃນມື້ພິເສດແບບນີ້ເຮັດໃຫ້ຫຼາຍຄົນມີໂອກາດໄດ້ຟັງຂ່າວດີແລະກໍມີການຕອບຮັບທີ່ດີນຳ. ໃນວັນທີ 5 ສິງຫາ 1923 ມີການຈັດການປະຊຸມໃຫຍ່ອີກເທື່ອໜຶ່ງໃນເມືອງວິນນີເພກເຊິ່ງມີຜູ້ເຂົ້າຮ່ວມປະມານ 7.000 ຄົນ ແລະໃນເທື່ອນັ້ນຖືວ່າມີຜູ້ເຂົ້າຮ່ວມປະຊຸມໃຫຍ່ຫຼາຍທີ່ສຸດໃນປະເທດການາດາ.
ການປະຊຸມໃຫຍ່ທີ່ສຳຄັນທີ່ສຸດຂອງປະຊາຊົນຂອງພະເຢໂຫວາໃນປີ 1923 ຈັດໃນວັນທີ 18-26 ສິງຫາ ຢູ່ລັອດແອງເຈີລິດສ໌ ລັດຄາລິຟໍເນຍ. ຫຼາຍອາທິດກ່ອນຈະຮອດການປະຊຸມນັ້ນ ມີການໂຄສະນາໃນໜັງສືພິມແລະກຸ່ມນັກສຶກສາຄຳພີໄບເບິນກໍຢາຍໃບເຊີນຫຼາຍກວ່າ 500.000 ໃບ. ມີການຕິດປ້າຍໂຄສະນາການປະຊຸມນີ້ຕາມລົດໂດຍສານແລະລົດສ່ວນໂຕ.
ພນມ. 18:2, 4) ຕໍ່ມາ ກຸ່ມນັກສຶກສາຄຳພີໄບເບິນທີ່ກະຕືລືລົ້ນຢູ່ທົ່ວໂລກກໍໄດ້ຢາຍແຜ່ນພັບກ່ຽວກັບມະຕິນີ້ໃຫ້ຄົນອື່ນໆ.
ວັນເສົາທີ 25 ສິງຫາ ພີ່ນ້ອງຣັດເທີຝອດໄດ້ບັນລະຍາຍເລື່ອງ “ແກະກັບແບ້.” ລາວອະທິບາຍຢ່າງຈະແຈ້ງວ່າ “ແກະ” ແມ່ນຄົນທີ່ເຕັມໃຈຕອບຮັບຄວາມຈິງເຊິ່ງມີຄວາມຫວັງຈະໄດ້ຢູ່ໃນໂລກທີ່ງາມໆ. ນອກຈາກນັ້ນ ພີ່ນ້ອງຣັດເທີຝອດຍັງໄດ້ບັນລະຍາຍແລະອ່ານມະຕິທີ່ເອີ້ນວ່າ “ຄຳເຕືອນ” ມະຕິນີ້ໄດ້ຕຳໜິຄລິດສະຕຽນໂບດແລະກະຕຸ້ນຄົນທີ່ມີຫົວໃຈທີ່ດີໃຫ້ອອກມາຈາກ “ບາບີໂລນໃຫຍ່.” (“ການປະຊຸມແບບນີ້ຈະເຮັດໃຫ້ພີ່ນ້ອງເປັນອັນໜຶ່ງອັນດຽວກັນແລະຊ່ວຍໃຫ້ເຂົາເຈົ້າສະໜິດກັນຫຼາຍຂຶ້ນ”
ໃນມື້ສຸດທ້າຍຂອງການປະຊຸມໃຫຍ່ເທື່ອນີ້ ມີຜູ້ເຂົ້າຮ່ວມຫຼາຍກວ່າ 300.000 ຄົນ. ເຂົາເຈົ້າໄດ້ຟັງຄຳບັນລະຍາຍສາທາລະນະຂອງພີ່ນ້ອງຣັດເທີຝອດທີ່ຊື່ວ່າ: “ຕອນນີ້ຊາດຕ່າງໆກຳລັງເຄື່ອນຂະບວນສູ່ອາມາເຄໂດນ ແຕ່ຫຼາຍລ້ານຄົນທີ່ມີຊີວິດຢູ່ຕອນນີ້ຈະບໍ່ຕາຍເລີຍ.” ຍ້ອນມີຫຼາຍຄົນເຂົ້າຮ່ວມການປະຊຸມ ກຸ່ມນັກສຶກສາຄຳພີໄບເບິນຈຶ່ງເຊົ່າສະໜາມກິລາລັອດແອງເຈີລິດສ໌ທີ່ຫາກໍສ້າງແລ້ວເພື່ອໃຊ້ເປັນບ່ອນປະຊຸມ. ເພື່ອໃຫ້ແນ່ໃຈວ່າຜູ້ເຂົ້າຮ່ວມການປະຊຸມທຸກຄົນຈະໄດ້ຍິນຄຳບັນລະຍາຍແຈ້ງ ພີ່ນ້ອງໄດ້ໃຊ້ລະບົບເຄື່ອງສຽງຂອງສະໜາມກິລານີ້ເຊິ່ງເປັນເຕັກໂນໂລຊີທີ່ໃໝ່ຫຼາຍໃນຕອນນັ້ນ ແລະຍັງມີອີກຫຼາຍຄົນທີ່ຟັງການປະຊຸມນີ້ຜ່ານທາງວິທະຍຸ.
ຂະຫຍາຍວຽກຮັບໃຊ້ໃນປະເທດຕ່າງໆ
ປີ 1923 ເປັນປີທີ່ມີການຂະຫຍາຍວຽກຮັບໃຊ້ໄປໃນປະເທດຕ່າງໆຫຼາຍຂຶ້ນ. ມີການປະກາດຂ່າວດີໃນອາຟຣິກາ ເອີຣົບ ອິນເດຍ ແລະອາເມຣິກາໃຕ້. ພີ່ນ້ອງ ເອ.ເຈ ໂຈເຊັບ ທີ່ຢູ່ປະເທດອິນເດຍໄດ້ຊ່ວຍຜະລິດປຶ້ມຂອງອົງການເປັນພາສາຮິນດີ ທາມິວ ເທລູກູ ແລະອູດູ ເຖິງວ່າລາວຕ້ອງເບິ່ງແຍງເມຍແລະລູກ 6 ຄົນ.
ຢູ່ປະເທດເຊຍຣາລີໂອນ ພີ່ນ້ອງທີ່ຢູ່ໃນກຸ່ມນັກສຶກສາຄຳພີໄບເບິນທີ່ຊື່ອໍເຟຣດ ໂຈເຊັບ ແລະເລເນີດ ແບຼກແມນໄດ້ຂຽນຈົດໝາຍໄປຫາສຳນັກງານໃຫຍ່ຂອງພະຍານພະເຢໂຫວາຢູ່ບຣຸກລິນ ລັດນິວຢອກເພື່ອຂໍໃຫ້ສົ່ງຄົນມາຊ່ວຍຢູ່ເຊຍຣາລີໂອນ. ເຂົາເຈົ້າໄດ້ຄຳຕອບໃນວັນທີ 14 ເມສາ 1923. ອໍເຟຣດເລົ່າວ່າ: “ໃນຄືນວັນເສົາຂ້ອຍໄດ້ຮັບໂທລະສັບ” ສຽງໃນໂທລະສັບເປັນສຽງຜູ້ຊາຍທີ່ເວົ້າດັງ. ລາວຖາມວ່າ: “ເຈົ້າແມ່ນຄົນທີ່ຂຽນຈົດໝາຍໄປຫາສະມາຄົມວັອດສ໌ທາວເວີ້ເພື່ອຂໍຜູ້ປະກາດແມ່ນບໍ?” ອໍເຟຣດຕອບວ່າ: “ແມ່ນແລ້ວ” ຜູ້ຊາຍຄົນນັ້ນຈຶ່ງບອກວ່າ: “ຂ້ອຍແມ່ນຄົນທີ່ເຂົາເຈົ້າສົ່ງມາ.” ຄົນທີ່ໂທມາແມ່ນວິນລຽມ ອາຣ. ບຣາວ. ເມື່ອລາວເດີນທາງມາຮອດເຊຍຣາລີໂອນ ລາວກໍໂທຫາອໍເຟຣດໃນມື້ນັ້ນເລີຍ. ລາວເດີນທາງມາຈາກທະເລຄາເລບຽນພ້ອມກັບອັນໂທເນຍເມຍຂອງລາວກັບລູກສາວອີກ 2 ຄົນຊື່ລູອິດສ໌ກັບລູຊີ. ພີ່ນ້ອງຊາຍ 2 ຄົນນັ້ນບໍ່ຕ້ອງຖ້າດົນທີ່ຈະເຈິພີ່ນ້ອງວິນລຽມກັບຄອບຄົວ.
ພີ່ນ້ອງອໍເຟຣດເລົ່າຕໍ່ວ່າ: “ຕອນເຊົ້າມື້ຕໍ່ມາ ຕອນທີ່ຂ້ອຍກັບເລເນີດກຳລັງລົມກັນເລື່ອງຄຳພີໄບເບິນຄືກັບທີ່ເຮົາ
ເຄີຍເຮັດທຸກອາທິດ ກໍມີຜູ້ຊາຍທີ່ສູງໆຄົນໜຶ່ງມາໜ້າປະຕູເຮືອນເຮົາ. ລາວແມ່ນວິນລຽມ. ລາວກະຕືລືລົ້ນຫຼາຍຈົນຢາກບັນລະຍາຍໃນມື້ຕໍ່ໄປເລີຍ.” ພີ່ນ້ອງວິນລຽມໄດ້ເອົາປຶ້ມຂອງອົງການມານຳ ບໍ່ຮອດໜຶ່ງເດືອນລາວກໍຢາຍປຶ້ມນັ້ນໝົດ ແລະບໍ່ດົນລາວກໍໄດ້ຮັບປຶ້ມອີກ 5.000 ຫົວ ແຕ່ບໍ່ດົນລາວກໍສັ່ງເພີ່ມອີກ. ເຖິງຈະເປັນແນວນັ້ນ ຄົນທົ່ວໄປກໍບໍ່ໄດ້ຮູ້ຈັກພີ່ນ້ອງວິນລຽມແຕ່ໃນຖານະຄົນຂາຍປຶ້ມເທົ່ານັ້ນ ຕະຫຼອດຊີວິດທີ່ລາວຮັບໃຊ້ ລາວກະຕືລືລົ້ນຫຼາຍ ແລະໃນຄຳບັນລະຍາຍຂອງລາວ ລາວມັກຈະຍົກຂໍ້ພະຄຳພີມາອະທິບາຍຈົນຫຼາຍຄົນເອີ້ນລາວວ່າໄບເບິນບຣາວ.ໃນເວລາດຽວກັນ ຢູ່ປະເທດເຢຍລະມັນພີ່ນ້ອງໄດ້ຕັດສິນໃຈຍ້າຍອອກຈາກສຳນັກງານສາຂາບາແມນຍ້ອນມັນນ້ອຍໂພດ. ນອກຈາກນັ້ນ ເຂົາເຈົ້າກໍໄດ້ຍິນວ່າກອງທັບຝຣັ່ງກຳລັງຈະມາບຸກໂຈມຕີ ແລະກຸ່ມນັກສຶກສາຄຳພີໄບເບິນກໍເຫັນຕຶກຫຼັງໜຶ່ງໃນເມືອງມັກເດບູກທີ່ເໝາະສຳລັບໃຊ້ເປັນໂຮງພິມ. ໃນວັນທີ 19 ມິຖຸນາ ພີ່ນ້ອງໄດ້ຍ້າຍເຄື່ອງພິມແລະອຸປະກອນຕ່າງໆຂອງສຳນັກງານສາຂາໄປໄວ້ຢູ່ເບເທນໃນເມືອງມັກເດບູກ. ຫຼັງຈາກທີ່ສຳນັກງານໃຫຍ່ປະກາດວ່າການຍ້າຍເຄື່ອງຮຽບຮ້ອຍແລ້ວ ກໍມີຂ່າວລົງໃນໜັງສືພິມວ່າຝຣັ່ງໄດ້ເຂົ້າຍຶດເມືອງບາແມນ. ພີ່ນ້ອງຂອງເຮົາເຫັນໄດ້ເລີຍວ່າພະເຢໂຫວາປົກປ້ອງແລະເບິ່ງແຍງເຂົາເຈົ້າແທ້ໆ.
ພີ່ນ້ອງຈອດ ຢັງ ເຊິ່ງເດີນທາງໄປປະກາດຂ່າວດີຫຼາຍບ່ອນໄດ້ຕັ້ງສຳນັກງານສາຂາໃໝ່ຢູ່ເບຣຊິນ ແລະເລີ່ມພິມວາລະສານຫໍສັງເກດການພາສາປອກຕຸຍການ. ພາຍໃນບໍ່ເທົ່າໃດເດືອນລາວກໍໄດ້ຢາຍວາລະສານແລະປຶ້ມຫຼາຍກວ່າ 7.000 ຫົວ. ພີ່ນ້ອງຄົນໜຶ່ງທີ່ຊື່ຊາຣາ ເຟີກູຊັນຮູ້ສຶກຕື່ນເຕັ້ນຫຼາຍທີ່ພີ່ນ້ອງຈອດໄປຢາມຄອບຄົວຂອງລາວ. ພີ່ນ້ອງຊາຣາໄດ້ອ່ານຫໍສັງເກດການມາຕັ້ງແຕ່ປີ 1899 ແລະລາວໄດ້ອຸທິດໂຕໃຫ້ພະເຢໂຫວາແລ້ວແຕ່ຍັງບໍ່ມີໂອກາດໄດ້ຮັບບັບເຕມາ. ບໍ່ເທົ່າໃດເດືອນຫຼັງຈາກທີ່ພີ່ນ້ອງຈອດມາຢາມຄອບຄົວຂອງລາວ ໃນທີ່ສຸດພີ່ນ້ອງຊາຣາກັບລູກ 4 ຄົນກໍຮັບບັບເຕມາ.
ຮັບໃຊ້ພະເຢໂຫວາຢ່າງກະຕືລືລົ້ນແລະມີຄວາມສຸກຕໍ່ໆໄປ
ໃນຕອນທີ່ປີ 1923 ກຳລັງຈະສິ້ນສຸດລົງ ຫໍສັງເກດການ 15 ທັນວາ 1923 ໄດ້ເວົ້າເຖິງຜົນດີຂອງການທີ່ກຸ່ມນັກສຶກສາຄຳພີໄບເບິນປ່ຽນຮູບແບບການປະຊຸມ ການປະກາດ ແລະການປະຊຸມໃຫຍ່. ຫໍສັງເກດການບອກວ່າ: “ເຫັນໄດ້ແຈ້ງວ່າປະຊາຄົມຕ່າງໆ . . . ມີຄວາມເຊື່ອເຂັ້ມແຂງ . . . ຂໍໃຫ້ເຮົາພ້ອມທີ່ຈະເຮັດວຽກຫຼາຍຂຶ້ນແລະຮັບໃຊ້ພະເຢໂຫວາຢ່າງກະຕືລືລົ້ນແລະມີຄວາມສຸກຕໍ່ໄປຕະຫຼອດປີ 1924.”
ປີ 1924 ກໍເປັນປີທີ່ໜ້າຕື່ນເຕັ້ນສຳລັບກຸ່ມນັກສຶກສາຄຳພີໄບເບິນຄືກັນ. ພີ່ນ້ອງຢູ່ເບເທນໄດ້ວາງແຜນມາຫຼາຍເດືອນກ່ຽວກັບດິນຕອນໜຶ່ງທີ່ຢູ່ເກາະສະເຕເຕັນເຊິ່ງຢູ່ບໍ່ໄກຈາກສຳນັກງານໃຫຍ່ຢູ່ບຣຸກລິນ. ຕຶກທີ່ຢູ່ໃນເກາະນັ້ນສ້າງແລ້ວໃນໄລຍະຕົ້ນປີ 1924 ແລະມັນຊ່ວຍໃຫ້ພີ່ນ້ອງເປັນອັນໜຶ່ງອັນດຽວກັນຫຼາຍຂຶ້ນ. ນອກຈາກນັ້ນ ມັນຍັງຊ່ວຍໃຫ້ມີການເຜີຍແຜ່ຂ່າວດີໃນວິທີທີ່ບໍ່ເຄີຍເຮັດມາກ່ອນ.
a ຕອນນີ້ແມ່ນຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ.