ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ​ສູງ​ສ່ຳ​ໃດ?

ວິຫານ​ທີ່​ໂຊໂລໂມນ​ສ້າງ​ມີ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ເຊິ່ງ​ເປັນ​ທາງເຂົ້າ​ຫ້ອງ​ບໍລິສຸດ. ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ທີ່​ອອກ​ກ່ອນ​ປີ 2023 ບອກ​ວ່າ: “ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ກວ້າງ 20 ສອກ​ສ່ຳ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ ແລະ​ສູງ 120.” (2ຂຄ. 3:4) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ສະບັບ​ແປ​ອື່ນ​ກໍ​ບອກ​ວ່າ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ສູງ “120 ສອກ” ຫຼື 53 ແມັດ.

ແຕ່​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ທີ່​ອອກ​ປີ 2023 ບອກ​ວ່າ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ “ສູງ 20 ສອກ” ຫຼື​ປະມານ 9 ແມັດ. a ໃຫ້​ເຮົາ​ເບິ່ງ​ບາງ​ເຫດຜົນ​ນຳ​ກັນ​ສຳລັບ​ການ​ປັບ​ປ່ຽນ​ນີ້.

ໃນ 1 ກະສັດ 6:3 ບໍ່​ໄດ້​ເວົ້າ​ເຖິງ​ຄວາມ​ສູງ​ຂອງ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ. ໃນ​ຂໍ້​ນີ້ ເຢເຣມີຢາ​ທີ່​ເປັນ​ຜູ້​ຂຽນ​ເວົ້າ​ເຖິງ​ແຕ່​ຄວາມ​ຍາວ​ແລະ​ຄວາມ​ກວ້າງ​ຂອງ​ຫ້ອງ ແຕ່​ບໍ່​ໄດ້​ເວົ້າ​ເຖິງ​ຄວາມ​ສູງ. ໃນ​ບົດ​ຕໍ່​ມາ ລາວ​ເວົ້າ​ເຖິງ​ລາຍ​ລະອຽດ​ອື່ນໆ​ທີ່​ໜ້າສົນໃຈ​ຂອງ​ວິຫານ ລວມ​ທັງ​ອ່າງ​ທະເລ​ທອງແດງ ລໍ້ 10 ຄັນ ແລະ​ເສົາ​ທອງແດງ 2 ຕົ້ນ​ທີ່​ຢູ່​ທາງ​ນອກ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ. (1ກສ. 7:15-37) ຖ້າ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ສູງ​ກາຍ 50 ແມັດ​ແທ້ໆ​ແລະ​ສູງ​ກວ່າ​ສ່ວນ​ອື່ນໆ​ຂອງ​ວິຫານ ເປັນ​ຫຍັງ​ເຢເຣມີຢາ​ຈຶ່ງ​ບໍ່​ເວົ້າ​ເຖິງ​ຄວາມ​ສູງ​ຂອງ​ຫ້ອງ​ນີ້? ທີ່ຈິງ ຫຼາຍ​ຮ້ອຍ​ປີ​ຕໍ່​ມາ​ພວກ​ນັກ​ປະຫວັດສາດ​ຄົນ​ຢິວ​ບອກ​ວ່າ​ຫ້ອງ​ນີ້​ບໍ່​ໄດ້​ສູງ​ກວ່າ​ສ່ວນ​ອື່ນໆ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ.

ນັກ​ວິຊາການ​ສົງໄສ​ວ່າ​ຖ້າ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ສູງ 120 ສອກ​ແທ້ ຝາ​ຂອງ​ຫ້ອງ​ຈະ​ຮັບ​ນ້ຳ​ໜັກ​ໄດ້​ບໍ. ໃນ​ສະໄໝ​ບູຮານ ສິ່ງ​ປຸກ​ສ້າງ​ທີ່​ສູງໆ​ເຮັດ​ຈາກ​ຫີນ​ແລະ​ດິນ​ຈີ່ ເຊັ່ນ ປະຕູ​ວິຫານ​ຢູ່​ເອຢິບ. ສິ່ງ​ປຸກ​ສ້າງ​ເຫຼົ່າ​ນີ້​ມີ​ຖານ​ທີ່​ໃຫຍ່​ແລະ​ກວ້າງ ແລະ​ຈະ​ຄ່ອຍໆ​ນ້ອຍ​ລົງ​ຈົນ​ຮອດ​ຈອມ. ແຕ່​ວິຫານ​ທີ່​ໂຊໂລໂມນ​ສ້າງ​ບໍ່​ເປັນ​ແບບ​ນັ້ນ. ພວກ​ນັກ​ວິຊາການ​ເຊື່ອ​ວ່າ​ຝາ​ຂອງ​ວິຫານ​ຄື​ຊິ​ໜາ​ບໍ່​ກາຍ 6 ສອກ​ຫຼື​ປະມານ 2,7 ແມັດ. ຕີໂອດໍ ບັດສ໌ກິນ ນັກ​ປະຫວັດສາດ​ທີ່​ຊ່ຽວຊານ​ດ້ານ​ສະຖາປັດຕະຍະກຳ​ລົງ​ຄວາມ​ເຫັນ​ວ່າ: “ຖ້າ​ອີງ​ຕາມ​ຂໍ້ມູນ​ກ່ຽວກັບ​ຄວາມ​ໜາ​ຂອງ​ຝາ [ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ຂອງ​ວິຫານ] ນີ້ ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ກໍ​ບໍ່​ຄວນ​ສູງ​ກາຍ 120 ສອກ.”

ຂໍ້​ຄວາມ​ໃນ 2 ຂ່າວຄາວ 3:4 ອາດ​ຄັດລອກ​ຜິດ. ເຖິງ​ວ່າ​ໃນ​ຂໍ້​ນີ້​ມີ​ສຳເນົາ​ພະຄຳພີ​ບາງ​ສະບັບ​ຂຽນ​ວ່າ “120” ແຕ່​ໃນ​ສຳເນົາ​ອື່ນໆ​ທີ່​ເຊື່ອຖື​ໄດ້ ເຊັ່ນ: ໂຄເດັກສ໌​ອະເລັກຊານ​ດຣິນຸສ໌​ໃນ​ສະຕະວັດ​ທີ 5 ແລະ​ໂຄເດັກສ໌​ອຳໂບຣ​ເຊນນຸສ໌​ໃນ​ສະຕະວັດ​ທີ 6 ກໍ​ຂຽນ​ວ່າ “20 ສອກ.” ເປັນ​ຫຍັງ​ຈຶ່ງ​ມີ​ການ​ຄັດລອກ​ຜິດ​ເປັນ “120”? ຍ້ອນ​ໃນ​ພາສາ​ເຮັບເຣີ​ຄຳ​ວ່າ “ໜຶ່ງ​ຮ້ອຍ” ກັບ “ສອກ” ມີ​ໂຕ​ອັກສອນ​ເຮັບເຣີ​ທີ່​ຄ້າຍ​ກັນ. ດັ່ງນັ້ນ ຜູ້​ຄັດລອກ​ອາດ​ຈະ​ຂຽນ​ຄຳ​ວ່າ “ໜຶ່ງ​ຮ້ອຍ” ແທນ​ທີ່​ຈະ​ຂຽນ​ຄຳ​ວ່າ “ສອກ.”

ແນ່ນອນ​ວ່າ ເຖິງ​ວ່າ​ເຮົາ​ພະຍາຍາມ​ເຂົ້າໃຈ​ລາຍລະອຽດ​ແລະ​ອະທິບາຍ​ໃຫ້​ເຫັນ​ພາບ​ວິຫານ​ທີ່​ໂຊໂລໂມນ​ສ້າງ​ໃຫ້​ຖືກຕ້ອງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ເຮົາ​ຢາກ​ເຂົ້າໃຈ​ວ່າ​ວິຫານ​ນີ້​ໝາຍເຖິງ​ຫຍັງ. ວິຫານ​ນີ້​ໝາຍເຖິງ​ວິຫານ​ໂດຍ​ໄນ. ເຮົາ​ຂອບໃຈ​ແທ້ໆ​ທີ່​ພະ​ເຢໂຫວາ​ເຊີນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ໃຫ້​ເຂົ້າ​ມາ​ນະມັດສະການ​ເພິ່ນ​ຢູ່​ວິຫານ​ໂດຍ​ໄນ.—ຮຣ. 9:11-14; ພນມ. 3:12; 7:9-17

a ໄຂເງື່ອນ​ໃນ​ຂໍ້​ຄຳພີ​ນີ້​ບອກ​ວ່າ “ສຳເນົາ​ພະຄຳພີ​ເກົ່າ​ແກ່​ບາງ​ສະບັບ​ຂຽນ​ວ່າ ‘120’ ແຕ່​ສຳເນົາ​ພະຄຳພີ​ອື່ນໆ​ແລະ​ພະຄຳພີ​ສະບັບ​ແປ​ບາງ​ສະບັບ​ຂຽນ​ວ່າ ‘20 ສອກ.’”