1924—ໜຶ່ງຮ້ອຍປີທີ່ຜ່ານມາ
ຈົດໝາຍຂ່າວ aເດືອນມັງກອນ ປີ 1924 ບອກວ່າ: “ໄລຍະຕົ້ນປີເປັນເວລາທີ່ດີສຳລັບຄລິດສະຕຽນທຸກຄົນທີ່ຮັບບັບເຕມາແລ້ວ . . . ທີ່ຈະຊອກຫາວິທີເຮັດວຽກຮັບໃຊ້ໃຫ້ຫຼາຍຂຶ້ນ.” ໃນປີນັ້ນ ກຸ່ມນັກສຶກສາຄຳພີໄບເບິນໄດ້ເຮັດຕາມຄຳແນະນຳນີ້ໃນ 2 ວິທີ ນັ້ນຄື: ປະກາດຢ່າງກ້າຫານແລະປະກາດໃນຮູບແບບໃໝ່ໆ.
ປະກາດໂດຍທາງວິທະຍຸ
ພີ່ນ້ອງທີ່ຢູ່ເບເທນໃຊ້ເວລາຫຼາຍກວ່າ 1 ປີເພື່ອສ້າງສະຖານີວິທະຍຸ WBBR ຢູ່ເກາະສະເຕເຕັນ ລັດນິວຢອກ. ຕອນທຳອິດ ເຂົາເຈົ້າຕ້ອງຕັດຕົ້ນໄມ້ເພື່ອໃຫ້ພ້ອມສຳລັບການກໍ່ສ້າງ. ຈາກນັ້ນ ເຂົາເຈົ້າໄດ້ສ້າງເຮືອນຫຼັງໜຶ່ງທີ່ໃຫຍ່ໆເພື່ອໃຫ້ຄົນທີ່ມາຊ່ວຍວຽກກໍ່ສ້າງຢູ່ ແລະເຂົາເຈົ້າຍັງໄດ້ສ້າງອາຄານອີກຫຼັງໜຶ່ງສຳລັບມ້ຽນເຄື່ອງມື. ເມື່ອວຽກກໍ່ສ້າງແລ້ວໆ ພີ່ນ້ອງກໍເລີ່ມຊອກອຸປະກອນທີ່ຈຳເປັນເພື່ອຈະ “ອອກອາກາດ.” ແຕ່ເຂົາເຈົ້າເຈິອຸປະສັກຫຼາຍຢ່າງ.
ພີ່ນ້ອງຂອງເຮົາເຈິບັນຫາໃນການຕິດຕັ້ງເສົາສັນຍານຫຼັກສຳລັບສະຖານີວິທະຍຸ. ເສົານີ້ຍາວ 91 ແມັດ ແລະຕ້ອງຢອງຢູ່ເທິງເສົາໄມ້ 2 ຕົ້ນທີ່ສູງ 61 ແມັດ. ຄວາມພະຍາຍາມເທື່ອທຳອິດບໍ່ສຳເລັດ ແຕ່ເຂົາເຈົ້າກໍໄວ້ວາງໃຈພະເຢໂຫວາ. ໃນທີ່ສຸດ ເຂົາເຈົ້າກໍເຮັດໄດ້. ພີ່ນ້ອງຄາວິນ ໂພຣດເຊີ້ທີ່ເຮັດວຽກໃນໂຄງການນີ້ເວົ້າວ່າ: “ຖ້າເຮົາເຮັດໄດ້ຕັ້ງແຕ່ຕອນທຳອິດ ເຮົາກໍຄືຊິພູມໃຈຫຼາຍແລະເວົ້າວ່າ ‘ເບິ່ງຜົນງານຂອງເຮົາແມ້.’” ພີ່ນ້ອງທຸກຄົນໃຫ້ຄຳຍ້ອງຍໍສັນລະເສີນກັບພະເຢໂຫວາ. ແຕ່ບັນຫາບໍ່ໄດ້ໝົດແຕ່ສ່ຳນີ້.
ໃນຕອນນັ້ນ ການອອກອາກາດທາງວິທະຍຸເປັນເລື່ອງທີ່ໃໝ່ຫຼາຍແລະອຸປະກອນກໍຫາຍາກ ແຕ່ພີ່ນ້ອງຂອງເຮົາໄປເຈິເສົາສັນຍານ 500 ວັດມືສອງທີ່ມີຄົນເຮັດຂຶ້ນມາເຊິ່ງຂາຍຢູ່ຮ້ານຄ້າແຖວນັ້ນ ເຂົາເຈົ້າຈຶ່ງຊື້ມາ. ນອກຈາກນັ້ນ ແທນທີ່ຈະຊື້ໄມໂຄຣໂຟນ ເຂົາເຈົ້າພັດເອົາໂທລະສັບຕັ້ງໂຕະມາໃຊ້ເປັນໄມແທນ. ໃນຄືນໜຶ່ງຂອງເດືອນກຸມພາ ພີ່ນ້ອງກໍຕັດສິນໃຈທົດສອບອຸປະກອນທີ່ທຳມະດາທັງໝົດນີ້. ເຂົາເຈົ້າຢາກຖ່າຍທອດສັນຍານອອກອາກາດ ເຂົາເຈົ້າຈຶ່ງຮ້ອງເພງລາຊະອານາຈັກ. ພີ່ນ້ອງຊາຍຊື່ເອີເນດສ໌ ໂລຍັງຈື່ເລື່ອງທີ່ເປັນຕາຫົວທີ່ເກີດຂຶ້ນໃນມື້ນັ້ນໄດ້. ລາວເວົ້າວ່າ ຕອນທີ່ພີ່ນ້ອງກຳລັງຮ້ອງເພງ ເຂົາເຈົ້າໄດ້ຮັບໂທລະສັບຈາກຜູ້ພິພາກສາຣັດເທີຝອດ bທີ່ຟັງວິທະຍຸ ຄື້ນນີ້ຢູ່ບຣຸກລິນເຊິ່ງຫ່າງຈາກສະຖານີວິທະຍຸຂອງເຮົາປະມານ 25 ກິໂລແມັດ.
ພີ່ນ້ອງຣັດເທີຝອດເວົ້າວ່າ: “ພໍແລ້ວ! ສຽງພວກເຈົ້າມັນແສບແກ້ວຫູ.” ພວກພີ່ນ້ອງອາຍໜ້ອຍໜຶ່ງແລ້ວກໍຟ້າວປິດການຖ່າຍທອດສັນຍານ ແຕ່ເຂົາເຈົ້າກໍໝັ້ນໃຈວ່າທຸກຢ່າງບໍ່ມີບັນຫາແລະພ້ອມແລ້ວສຳລັບການອອກອາກາດເທື່ອທຳອິດ.
ວັນທີ 24 ກຸມພາ 1924 ຕອນທີ່ມີການອອກອາກາດເທື່ອທຳອິດຢ່າງເປັນທາງການ ພີ່ນ້ອງຣັດເທີຝອດໄດ້ອຸທິດສະຖານີວິທະຍຸນີ້ “ເພື່ອຜົນປະໂຫຍດຂອງການປົກຄອງຂອງເມຊີອາ.” ລາວເວົ້າວ່າຈຸດປະສົງຂອງສະຖານີວິທະຍຸນີ້ແມ່ນ “ເພື່ອຊ່ວຍຄົນຈາກທຸກຊາດໃຫ້ເຂົ້າໃຈຄວາມຈິງໃນຄຳພີໄບເບິນ ແລະເຂົ້າໃຈວ່າເຮົາກຳລັງມີຊີວິດຢູ່ໃນໄລຍະເວລາໃດ.”
ການອອກອາກາດເທື່ອທຳອິດປະສົບຄວາມສຳເລັດ. ຕັ້ງແຕ່ນັ້ນມາສະຖານີວິທະຍຸ WBBR ກໍຖືກໃຊ້ມາຕະຫຼອດ 33 ປີເພື່ອຖ່າຍທອດລາຍການວິທະຍຸຂອງອົງການ.
ເວົ້າຕຳໜິພວກຫົວໜ້າສາສະໜາຢ່າງກ້າຫານ
ໃນເດືອນກໍລະກົດ ປີ 1924 ກຸ່ມນັກສຶກສາຄຳພີໄບເບິນໄດ້ຈັດການປະຊຸມໃຫຍ່ຢູ່ເມືອງໂຄລຳບັດ ລັດໂອໄຮໂອ. ມີຕົວແທນທີ່ມາຈາກຫຼາຍປະເທດທົ່ວໂລກເຂົ້າຮ່ວມ. ເຂົາເຈົ້າໄດ້ຟັງຄຳບັນຍາຍໃນພາສາອາຣັບ ອັງກິດ ຝຣັ່ງ ເຢຍລະມັນ ກຣີກ ຮົງກາລີ ອີຕາລີ ລິດຕົວນີ ໂປໂລຍ ຣັດເຊຍ ສະແກນດີນາເວຍ ແລະຢູເຄຣນ. ຄຳບັນລະຍາຍບາງສ່ວນອອກອາກາດທາງວິທະຍຸນຳ ແລະພີ່ນ້ອງຍັງໄດ້ຕິດຕໍ່ກັບໜັງສືພິມທ້ອງຖິ່ນໃຫ້ລົງຂ່າວປະຈຳວັນກ່ຽວກັບການປະຊຸມຂອງເຮົາ.
ໃນວັນພະຫັດທີ 24 ກໍລະກົດ ພີ່ນ້ອງທີ່ເຂົ້າຮ່ວມການປະຊຸມໃຫຍ່ຫຼາຍກວ່າ 5.000 ຄົນໄດ້ອອກໄປປະກາດ. ເຂົາເຈົ້າຢາຍປຶ້ມເກືອບ 30.000 ຫົວ ແລະເລີ່ມການສຶກສາຄຳພີໄບເບິນກັບຫຼາຍກວ່າ 1.000 ຄົນ. ຫໍສັງເກດການເອີ້ນມື້ນີ້ວ່າເປັນມື້ “ທີ່ມີຄວາມສຸກຫຼາຍທີ່ສຸດໃນໄລຍະການປະຊຸມໃຫຍ່.”
ອີກຈຸດໜຶ່ງທີ່ເດັ່ນຂອງການປະຊຸມໃຫຍ່ເທື່ອນີ້ແມ່ນຢູ່ໃນວັນສຸກທີ 25 ກໍລະກົດ. ໃນຄຳບັນລະຍາຍໜຶ່ງຂອງພີ່ນ້ອງຣັດເທີຝອດ ລາວໄດ້ອ່ານເອກະສານທີ່ຖືກຮ່າງຂຶ້ນໃນແບບຄຳຮ້ອງຟ້ອງທາງກົດໝາຍ. ເນື້ອໃນຂອງເອກະສານນັ້ນເປັນການຕຳໜິພວກຫົວໜ້າສາສະໜາ. ເນື້ອໃນນັ້ນບອກວ່າພວກຜູ້ນຳສາສະໜາ ພວກຜູ້ນຳທາງການເມືອງ ແລະພວກຜູ້ນຳທາງການຄ້າ ເຮັດຜິດໃນຂໍ້ຫາ “ປິດບັງຄົນບໍ່ໃຫ້ຮຽນຮູ້ເລື່ອງການປົກຄອງຂອງພະເຈົ້າທີ່ເພິ່ນຈະໃຊ້ເພື່ອອວຍພອນມະນຸດ.” ນອກຈາກນັ້ນ ເອກະສານນີ້ຍັງອະທິບາຍວ່າພວກຜູ້ນຳເຫຼົ່ານີ້ໄດ້ເຮັດຜິດທີ່ “ສະໜັບສະໜູນ
ອົງການສັນນິບາດຊາດແລະອ້າງວ່າອົງການນີ້ເປັນ ‘ອົງການທີ່ພະເຈົ້າໃຊ້ເພື່ອປົກຄອງໂລກ.’” ກຸ່ມນັກສຶກສາຄຳພີໄບເບິນຕ້ອງມີຄວາມກ້າຫານຫຼາຍແທ້ໆເພື່ອຈະປະກາດເລື່ອງນີ້ກັບຄົນອື່ນ.ຕໍ່ມາ ບົດຄວາມໜຶ່ງໃນຫໍສັງເກດການໄດ້ສະຫຼຸບຜົນຂອງການປະຊຸມໃຫຍ່ເທື່ອນີ້ວ່າ: “ກອງທັບນ້ອຍໆນີ້ຂອງຜູ້ເປັນນາຍທີ່ມາປະຊຸມກັນຢູ່ໂຄລຳບັດໄດ້ກັບໄປພ້ອມກັບຄວາມເຊື່ອທີ່ເຂັ້ມແຂງ . . . ບໍ່ຢ້ານອຳນາດທີ່ຕໍ່ຕ້ານ ຫຼືອາວຸດໃດໆທີ່ສັດຕູໃຊ້ເພື່ອໂຈມຕີເຂົາເຈົ້າ.” ພີ່ນ້ອງລີໂອ ຄຼາວສ໌ທີ່ເຂົ້າຮ່ວມການປະຊຸມໃຫຍ່ເທື່ອນັ້ນເວົ້າວ່າ: “ເຮົາກັບຈາກການປະຊຸມດ້ວຍຄວາມຮູ້ສຶກທີ່ກະຕືລືລົ້ນທີ່ຈະປະກາດເລື່ອງທີ່ໄດ້ຍິນຢູ່ການປະຊຸມກັບຄົນອື່ນໃນເຂດຂອງເຮົາ.”
ໃນເດືອນຕຸລາ ກຸ່ມນັກສຶກສາຄຳພີໄບເບິນໄດ້ເລີ່ມຢາຍແຜ່ນພັບຫຼາຍລ້ານໃບທີ່ຊື່ວ່າຫົວໜ້າສາສະໜາຖືກຮ້ອງຟ້ອງ. c ແຜ່ນພັບນີ້ມີເນື້ອໃນຄືກັບທີ່ພີ່ນ້ອງຣັດເທີຝອດອ່ານໃນຄຳບັນລະຍາຍຂອງລາວ. ພີ່ນ້ອງແຟຣງ ຈອນສັນເປັນຜູ້ໜຶ່ງທີ່ໄດ້ຢາຍແຜ່ນພັບນີ້ໃນເມືອງນ້ອຍໆຊື່ຄລີບແລນຢູ່ລັດອົກລາໂຫມາ. ຕອນທີ່ລາວປະກາດໃນເຂດທີ່ໄດ້ຮັບມອບໝາຍແລ້ວໆ ລາວມີເວລາເຫຼືອປະມານ 20 ນາທີກ່ອນທີ່ພີ່ນ້ອງຈະມາຮັບ. ແຕ່ລາວຊິຢືນຖ້າລ້າໆຢູ່ບ່ອນໂລ່ງໆບໍ່ໄດ້ ຍ້ອນມີຫຼາຍຄົນໃນເມືອງນັ້ນໃຈຮ້າຍທີ່ລາວຢາຍແຜ່ນພັບ ແລະເຂົາເຈົ້າພະຍາຍາມຊອກຫາລາວ. ພີ່ນ້ອງແຟຣງຈຶ່ງຕ້ອງໄປລີ້ຢູ່ໃນໂບດຫຼັງໜຶ່ງທີ່ຢູ່ໃກ້ໆຫັ້ນ. ເມື່ອເຂົ້າໄປໃນໂບດ ລາວກໍບໍ່ເຫັນໃຜຈັກຄົນ ລາວຈຶ່ງເອົາແຜ່ນພັບທີ່ຊື່ວ່າຫົວໜ້າສາສະໜາຖືກຮ້ອງຟ້ອງໄປສຽບໄວ້ໃນຄຳພີໄບເບິນຂອງຄຸນພໍ່ແລະວາງຢູ່ເທິງຕັ່ງແຕ່ລະໜ່ວຍ ແລ້ວກໍຟ້າວໜີອອກໄປ. ເມື່ອເຫັນວ່າຍັງມີເວລາເຫຼືອຢູ່ ລາວກໍເຮັດແບບດຽວກັນນີ້ຢູ່ໂບດອີກ 2 ບ່ອນ.
ພີ່ນ້ອງແຟຣງຟ້າວກັບໄປບ່ອນທີ່ພີ່ນ້ອງຈະມາຮັບລາວ. ລາວລີ້ຢູ່ທາງຫຼັງປ້ຳນ້ຳມັນບ່ອນໜຶ່ງ ລາວຈອບເບິ່ງວ່າພວກທີ່ຊອກຫາລາວນຳມາບໍ. ພວກນັ້ນຂັບລົດກາຍມາ ແຕ່ບໍ່ເຫັນລາວ. ທັນທີທີ່ພວກນັ້ນຂັບລົດກາຍໄປ ໝູ່ຂອງພີ່ນ້ອງແຟຣງທີ່ປະກາດຢູ່ໃກ້ໆແຖວນັ້ນກໍມາຮອດບ່ອນທີ່ນັດກັນ ເຂົາເຈົ້າຮັບເອົາລາວ ແລ້ວກໍຂີ່ລົດອອກໄປ.
ພີ່ນ້ອງຊາຍຄົນໜຶ່ງເລົ່າວ່າ: “ຕອນທີ່ເຮົາຂັບລົດອອກຈາກເມືອງ ເຮົາກາຍໂບດ 3 ບ່ອນ ມີປະມານ 50 ຄົນຢືນຢູ່ທາງໜ້າໂບດແຕ່ລະບ່ອນ. ບາງຄົນກຳລັງອ່ານແຜ່ນພັບທີ່ເຮົາຢາຍ ແລະບາງຄົນກໍກຳລັງຍື່ນແຜ່ນພັບໃຫ້ຄຸນພໍ່ເບິ່ງ. ໄຄແດ່ທີ່ເຮົາອອກມາທັນ! ເຮົາຕ້ອງຂອບໃຈພະເຢໂຫວາແທ້ໆທີ່ປົກປ້ອງແລະໃຫ້ເຮົາຮູ້ວ່າຄວນເຮັດແນວໃດເພື່ອຈະປະກາດໄດ້ໂດຍບໍ່ຖືກຄົນກຸ່ມນັ້ນຈັບ.”
ຮັບໃຊ້ຢ່າງກ້າຫານໃນປະເທດອື່ນ
ຢູ່ປະເທດອື່ນ ກຸ່ມນັກສຶກສາຄຳພີໄບເບິນກໍປະກາດຢ່າງກ້າຫານຄືກັນ. ຕົວຢ່າງເຊັ່ນ: ຢູ່ທາງພາກເໜືອຂອງປະເທດຝຣັ່ງພີ່ນ້ອງໂຢເຊັບ ເຄຣດໄດ້ປະກາດກັບຄົນທີ່ເຮັດວຽກຢູ່ບໍ່ຖ່ານຫີນທີ່ອົບພະຍົບມາຈາກປະເທດໂປໂລຍ. ລາວວາງແຜນຈະບັນລະຍາຍເລື່ອງ: “ອີກບໍ່ດົນຄົນຕາຍຈະຖືກປຸກໃຫ້ຟື້ນຄືນມາ.” ຕອນທີ່ພີ່ນ້ອງໄປເຊີນຄົນໃຫ້ມາຟັງຄຳບັນລະຍາຍນີ້ ຄຸນພໍ່ຜູ້ໜຶ່ງໄດ້ເຕືອນສະມາຊິກຂອງລາວວ່າບໍ່ໃຫ້ໄປ ແຕ່ຄຳເຕືອນນັ້ນບໍ່ໄດ້ຜົນ. ມີຫຼາຍກວ່າ 5.000 ຄົນມາຟັງຄຳບັນຍາຍນີ້ ລວມທັງຄຸນພໍ່ຜູ້ນັ້ນນຳ. ພີ່ນ້ອງໂຢເຊັບໄດ້ເຊີນຄຸນພໍ່ຜູ້ນັ້ນໃຫ້ເວົ້າປົກປ້ອງຄວາມເຊື່ອຂອງໂຕເອງ ແຕ່ລາວປະຕິເສດທີ່ຈະບໍ່ເວົ້າ. ຫຼັງຈາກພີ່ນ້ອງໂຢເຊັບບັນລະຍາຍຈົບ ລາວໄດ້ຢາຍປຶ້ມທັງໝົດທີ່ລາວມີໃຫ້ຄົນທີ່ມາຟັງ ຍ້ອນລາວເຫັນວ່າຄົນເຫຼົ່ານີ້ຢາກຮູ້ແທ້ໆກ່ຽວກັບຄຳພີໄບເບິນ.—ອມ. 8:11
ພີ່ນ້ອງຄລອດ ບຣາວໄປທະວີບອາຟຣິກາເພື່ອປະກາດຂ່າວດີຢູ່ໂກໂຄດສ໌ ເຊິ່ງປັດຈຸບັນນີ້ແມ່ນປະເທດການາ. ຄຳບັນລະຍາຍຂອງລາວແລະປຶ້ມທີ່ລາວຢາຍເຮັດໃຫ້ຄວາມຈິງໃນປະເທດນັ້ນແຜ່ຂະຫຍາຍໄປຢ່າງໄວວາ. ຜູ້ຊາຍຄົນໜຶ່ງຊື່
ຈອນ ແບລງສັນທີ່ກຳລັງຮຽນການຢາ ລາວໄດ້ຟັງຄຳບັນລະຍາຍເລື່ອງໜຶ່ງຂອງພີ່ນ້ອງຄລອດ. ເມື່ອຟັງແລ້ວ ລາວຮູ້ທັນທີວ່ານີ້ແມ່ນຄວາມຈິງ. ຈອນເວົ້າວ່າ: “ຄວາມຈິງເຮັດໃຫ້ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ແລະຂ້ອຍໄດ້ເວົ້າເລື່ອງນີ້ກັບຫຼາຍຄົນທີ່ຮຽນນຳກັນ.”ຈອນໄດ້ຮຽນວ່າຕີເອການຸພາບບໍ່ແມ່ນຄຳສອນທີ່ມາຈາກຄຳພີໄບເບິນ. ມື້ໜຶ່ງ ລາວຈຶ່ງເຂົ້າໄປໃນໂບດແອງຣິກັນເພື່ອຖາມຄຸນພໍ່ກ່ຽວກັບເລື່ອງນີ້. ຄຸນພໍ່ໄດ້ໄລ່ລາວໜີ ແລະຮ້ອງໃສ່ລາວວ່າ: “ເຈົ້າບໍ່ແມ່ນຄລິດສະຕຽນ. ເຈົ້າເປັນພວກຂອງມານຮ້າຍ. ອອກໄປດຽວນີ້!”
ເມື່ອກັບມາເຮືອນ ຈອນຂຽນຈົດໝາຍໄປຫາຄຸນພໍ່ຜູ້ນັ້ນເພື່ອໃຫ້ມາລົມກັນກ່ຽວກັບເລື່ອງຕີເອການຸພາບຢູ່ບ່ອນສາທາລະນະ. ແຕ່ຄຸນພໍ່ບອກຈອນໃຫ້ໄປຫາຜູ້ອຳນວຍການໂຮງຮຽນທີ່ຈອນຮຽນຢູ່. ຜູ້ອຳນວຍການຖາມຈອນວ່າລາວເປັນຄົນຂຽນຈົດໝາຍນີ້ແທ້ໆບໍ.
ຈອນຕອບວ່າ: “ແມ່ນແລ້ວ ຂ້ອຍເປັນຄົນຂຽນ.”
ຜູ້ອຳນວຍການບອກຈອນໃຫ້ຂຽນຈົດໝາຍໄປຂໍໂທດຄຸນພໍ່ຜູ້ນັ້ນ. ຈອນຈຶ່ງຂຽນວ່າ:
“ຄຸນພໍ່ ຜູ້ອຳນວຍການໃຫ້ຂ້ອຍຂຽນຈົດໝາຍມາຂໍໂທດເຈົ້າ ແລະຂ້ອຍກໍພ້ອມທີ່ຈະເຮັດແບບນັ້ນ ຖ້າເຈົ້າຍອມຮັບວ່າສິ່ງທີ່ເຈົ້າສອນບໍ່ແມ່ນຄວາມຈິງ.”
ຜູ້ອຳນວຍການຕົກໃຈຫຼາຍແລະຖາມວ່າ: “ຈອນ ເຈົ້າຊິຂຽນແບບນີ້ແທ້ໆບໍ?”
“ແມ່ນແລ້ວ ຂ້ອຍຈະຂຽນແບບນີ້ແທ້ໆ.”
“ເຈົ້າຈະຖືກໄລ່ອອກຈາກໂຮງຮຽນແທ້ໆ. ເຈົ້າກ້າເວົ້າແບບນີ້ໄດ້ຈັ່ງໃດໃຫ້ຄຸນພໍ່ຢູ່ໂບດທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ?”
“ແຕ່ອາຈານ . . . ຖ້າອາຈານສອນແລ້ວພວກເຮົາບໍ່ເຂົ້າໃຈ ພວກເຮົາກໍຕ້ອງຖາມຄືນແມ່ນບໍ?”
“ແມ່ນ ຖາມໄດ້.”
“ອາຈານ ເລື່ອງນີ້ກໍເປັນແບບນັ້ນ. ຄຸນພໍ່ຜູ້ນັ້ນສອນຄຳພີໄບເບິນໃຫ້ພວກເຮົາ ແລະຂ້ອຍກໍມີແນວສົງໄສຈຶ່ງຖາມລາວ. ເມື່ອລາວຕອບບໍ່ໄດ້ຂ້ອຍຕ້ອງຂຽນຈົດໝາຍໄປຂໍໂທດລາວບໍ?”
ໃນທີ່ສຸດ ຈອນກໍບໍ່ໄດ້ຂຽນຈົດໝາຍໄປຂໍໂທດ ແລະລາວກໍບໍ່ໄດ້ຖືກໄລ່ອອກຈາກໂຮງຮຽນ.
ເບິ່ງໄປທີ່ອະນາຄົດ
ຫໍສັງເກດການສະຫຼຸບສິ່ງທີ່ເກີດຂຶ້ນໃນປີນີ້ວ່າ: “ເຮົາສາມາດເວົ້າໄດ້ຄືກັບດາວິດທີ່ວ່າ: ‘ພະອົງຈະຊ່ວຍລູກໃຫ້ມີແຮງຕໍ່ສູ້.’ (ພສ. 18:39) ປີນີ້ເປັນປີທີ່ເຮົາໄດ້ຮັບກຳລັງໃຈຫຼາຍແທ້ໆຍ້ອນເຮົາໄດ້ເຫັນມືຂອງຜູ້ເປັນນາຍ . . . ແລະຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນກໍໄດ້ປະກາດຂ່າວດີຢ່າງມີຄວາມສຸກ.”
ໃນທ້າຍປີ ພີ່ນ້ອງເລີ່ມວາງແຜນທີ່ຈະສ້າງສະຖານີວິທະຍຸອີກບ່ອນໜຶ່ງທີ່ຊື່ວ່າເວີດ ເຊິ່ງຕັ້ງຢູ່ໃກ້ກັບເມືອງຊິຄາໂກ. ສະຖານີວິທະຍຸບ່ອນນີ້ໃຊ້ເຄື່ອງສົ່ງສັນຍານທີ່ມີຄວາມແຮງ 5.000 ວັດ ເພື່ອກະຈາຍຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປໄກກວ່າເກົ່າຈົນຮອດທາງພາກເໜືອຂອງການາດາ.
ປີ 1925 ພະເຢໂຫວາໄດ້ຊ່ວຍກຸ່ມນັກສຶກສາຄຳພີໄບເບິນໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ຂຽນໄວ້ໃນພະນິມິດບົດ 12. ເລື່ອງນີ້ເຮັດໃຫ້ບາງຄົນສະດຸດແລະເຊົາຮັບໃຊ້ພະເຢໂຫວາ. ແຕ່ກໍມີຫຼາຍຄົນທີ່ດີໃຈທີ່ໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບເຫດການທີ່ເກີດຂຶ້ນໃນສະຫວັນແລະເຂົ້າໃຈວ່າເຫດການນີ້ມີຜົນກະທົບແນວໃດຕໍ່ປະຊາຊົນຂອງພະເຈົ້າທີ່ຢູ່ໃນໂລກນີ້.