ບົດຄວາມສຶກສາທີ 51
ຄວາມຫວັງຂອງເຈົ້າຈະເປັນຈິງແນ່ນອນ
“ພວກເຮົາໝັ້ນໃຈວ່າຄວາມຫວັງນັ້ນຈະເປັນຈິງແນ່ນອນ.”—ຣມ. 5:5
ເພງ 142 ຍຶດໝັ້ນກັບຄວາມຫວັງຂອງເຮົາ
ໃຈຄວາມສຳຄັນ a
1. ເປັນຫຍັງອັບຣາຮາມຈຶ່ງຫວັງວ່າຈະໄດ້ລູກຊາຍ?
ພະເຢໂຫວາສັນຍາກັບອັບຣາຮາມທີ່ເປັນໝູ່ຂອງເພິ່ນວ່າ ທຸກຊາດໃນໂລກຈະໄດ້ຮັບພອນຍ້ອນລູກຫຼານຂອງລາວ. (ປຖກ. 15:5; 22:18) ອັບຣາຮາມມີຄວາມເຊື່ອຫຼາຍແທ້ໆແລະໝັ້ນໃຈວ່າຄຳສັນຍານີ້ຈະເປັນຈິງ. ແຕ່ຕອນນັ້ນລາວອາຍຸ 100 ປີ ແລະຊາຣາເມຍຂອງລາວກໍອາຍຸ 90 ປີແລ້ວ ແຕ່ເຂົາເຈົ້າຍັງບໍ່ມີລູກເທື່ອ. (ປຖກ. 21:1-7) ເຖິງຈະເປັນແນວນັ້ນຄຳພີໄບເບິນກໍບອກວ່າ: “ແຕ່ອັບຣາຮາມຫວັງແລະເຊື່ອວ່າລາວຈະໄດ້ເປັນພໍ່ຂອງຄົນຫຼາຍຊົນຊາດແທ້ໆຕາມທີ່ພະເຈົ້າບອກໄວ້.” (ຣມ. 4:18) ໃນທີ່ສຸດຄວາມຫວັງທີ່ອັບຣາຮາມລໍຖ້າມາດົນກໍເປັນຈິງ. ລາວມີລູກຊາຍທີ່ຊື່ອີຊາກ. ເປັນຫຍັງອັບຣາຮາມຈຶ່ງໝັ້ນໃຈວ່າພະເຢໂຫວາຈະຮັກສາສັນຍາ?
2. ເປັນຫຍັງອັບຣາຮາມຈຶ່ງໝັ້ນໃຈວ່າຄຳສັນຍາຂອງພະເຢໂຫວາຈະເປັນຈິງ?
2 ອັບຣາຮາມສະໜິດກັບພະເຢໂຫວາຫຼາຍ ລາວຈຶ່ງ “ໝັ້ນໃຈວ່າ [ພະເຈົ້າ] ຈະເຮັດຕາມຄຳສັນຍາໄດ້ຢ່າງແນ່ນອນ.” (ຣມ. 4:21) ອັບຣາຮາມເປັນຄົນທີ່ພະເຢໂຫວາຍອມຮັບ ແລະເພິ່ນກໍພໍໃຈລາວຫຼາຍຍ້ອນລາວມີຄວາມເຊື່ອ. (ຢກບ. 2:23) ໃນໂຣມ 4:18 ບອກວ່າອັບຣາຮາມມີທັງຄວາມຫວັງແລະຄວາມເຊື່ອ. ຕອນນີ້ໃຫ້ເຮົາມາເບິ່ງວ່າໂປໂລເວົ້າແນວໃດກ່ຽວກັບຄວາມຫວັງທີ່ຢູ່ໃນໂຣມບົດ 5.
3. ໂປໂລເວົ້າກ່ຽວກັບຄວາມຫວັງແນວໃດ?
3 ໂປໂລອະທິບາຍໃຫ້ຮູ້ວ່າເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າ “ຄວາມຫວັງ . . . ຈະເປັນຈິງແນ່ນອນ.” (ຣມ. 5:5) ລາວຍັງຊ່ວຍເຮົາໃຫ້ເຂົ້າໃຈວ່າ ເຮົາສາມາດໝັ້ນໃຈໃນຄວາມຫວັງຂອງເຮົາຫຼາຍຂຶ້ນເລື້ອຍໆໄດ້. ຕອນທີ່ເຮົາອ່ານໂຣມ 5: ໃຫ້ເຮົາຄິດເຖິງໂຕເອງ. ການເຮັດແບບນີ້ຈະຊ່ວຍໃຫ້ຮູ້ວ່າແຮ່ງເວລາຜ່ານໄປ ເຮົາກໍແຮ່ງໝັ້ນໃຈໃນຄວາມຫວັງຂອງເຮົາຫຼາຍຂຶ້ນເລື້ອຍໆ. ແຕ່ກ່ອນອື່ນເຮົາຈະມາເບິ່ງວ່າ ຄວາມຫວັງເລື່ອງຫຍັງທີ່ຈະເປັນຈິງ. 1-5
ຄວາມຫວັງທີ່ດີເລີດ
4. ໃນໂຣມ 5:1, 2 ເວົ້າເຖິງຫຍັງ?
4 ອ່ານໂຣມ 5:1, 2. ໂປໂລຂຽນໄປຫາຄລິດສະຕຽນທີ່ຢູ່ເມືອງໂຣມ ຄລິດສະຕຽນເຫຼົ່ານັ້ນໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຢຊູ. ເຂົາເຈົ້າໄດ້ສະແດງຄວາມເຊື່ອແລະໄດ້ເຂົ້າມາເປັນຄລິດສະຕຽນ. ເຂົາເຈົ້າ “ເປັນທີ່ຍອມຮັບຂອງພະອົງແລ້ວຍ້ອນ [ເຂົາເຈົ້າ] ມີຄວາມເຊື່ອ.” ພະເຢໂຫວາໄດ້ເລືອກຄລິດສະຕຽນເຫຼົ່ານີ້ໂດຍພະລັງບໍລິສຸດ ນີ້ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມຫວັງທີ່ດີເລີດ.
5. ພວກຜູ້ຖືກເລືອກມີຄວາມຫວັງຫຍັງ?
5 ຕໍ່ມາໂປໂລກໍໄດ້ຂຽນໄປຫາຄລິດສະຕຽນຜູ້ຖືກເລືອກທີ່ຢູ່ໃນເມືອງເອເຟໂຊກ່ຽວກັບຄວາມຫວັງທີ່ພະເຈົ້າໃຫ້ເຂົາເຈົ້າ. ຄວາມຫວັງນີ້ລວມເຖິງສິ່ງດີໆຫຼາຍຢ່າງທີ່ພະເຈົ້າຈະ “ໃຫ້ພວກຜູ້ບໍລິສຸດເປັນມໍລະດົກ.” (ອຟຊ. 1:18) ໂປໂລຍັງໄດ້ຂຽນໄປຫາຄລິດສະຕຽນທີ່ຢູ່ໃນເມືອງໂກໂລຊາຍນຳ. ລາວບອກວ່າ: “ພວກເຈົ້າຫວັງຈະໄດ້ສິ່ງທີ່ກຽມໃຫ້ພວກເຈົ້າໃນສະຫວັນ.” (ກລຊ. 1:4, 5) ຄວາມຫວັງຂອງຜູ້ຖືກເລືອກກໍຄື ເມື່ອເຂົາເຈົ້າຕາຍໄປ ເຂົາເຈົ້າຈະຖືກປຸກໃຫ້ຄືນມາຈາກຕາຍແລະໄປຮ່ວມປົກຄອງກັບພະເຢຊູຢູ່ໃນສະຫວັນ.—1ທຊ. 4:13-17; ພນມ. 20:6
6. ພີ່ນ້ອງຜູ້ຖືກເລືອກຄົນໜຶ່ງເວົ້າເຖິງຄວາມຫວັງຂອງລາວແນວໃດ?
6 ຄລິດສະຕຽນຜູ້ຖືກເລືອກໃນສະໄໝປັດຈຸບັນກໍເຫັນຄ່າຄວາມຫວັງຂອງເຂົາເຈົ້າ. ພີ່ນ້ອງເຟດເດີຣິກ ເຟຣນສ໌ ເຊິ່ງເປັນຜູ້ຖືກເລືອກທີ່ຮັບໃຊ້ມາຫຼາຍສິບປີ. ເຖິງວ່າຈະຮັບໃຊ້ດົນຂະໜາດນັ້ນ ລາວກໍຍັງເຫັນຄ່າຄວາມຫວັງຂອງລາວຢູ່ສະເໝີ. ໃນປີ 1991 ລາວເວົ້າເຖິງຄວາມຫວັງຂອງລາວວ່າ: “ຄວາມຫວັງຂອງເຮົາເປັນສິ່ງທີ່ແນ່ນອນ ແລະທຸກຄົນທີ່ເປັນສະມາຊິກຂອງແກະຝູງນ້ອຍຈຳນວນ 144.000 ຄົນຈະສົມຫວັງໃນແບບທີ່ ເຮົາບໍ່ສາມາດນຶກພາບອອກໄດ້.” ລາວຍັງບອກອີກວ່າ: “ເຮົາຍັງບໍ່ເຊົາຄິດກ່ຽວກັບຄ່ານິຍົມຂອງຄວາມຫວັງນັ້ນ . . . ແລະແຮ່ງເຮົາຕ້ອງລໍຖ້າດົນ ເຮົາກໍແຮ່ງຮູ້ຄຸນຄ່າໃນຄວາມຫວັງນັ້ນ. ມັນເປັນສິ່ງທີ່ມີຄ່າແລະສົມກັບການລໍຄອຍ. ເຖິງວ່າເຮົາຕ້ອງລໍຖ້າຮອດໜຶ່ງລ້ານປີ ແຕ່ຂ້ອຍກໍເຫັນຄ່າຄວາມຫວັງນັ້ນຫຼາຍຂຶ້ນເລື້ອຍໆ.”
7-8. ຜູ້ຮັບໃຊ້ຂອງພະເຢໂຫວາສ່ວນຫຼາຍມີຄວາມຫວັງຫຍັງ? (ໂຣມ 8:20, 21)
7 ເຮົາທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ສ່ວນຫຼາຍມີຄວາມຫວັງອີກແບບໜຶ່ງ ເຊິ່ງເປັນຄວາມຫວັງແບບດຽວກັບທີ່ອັບຣາຮາມມີ ນັ້ນກໍຄື ເຮົາມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປຢູ່ໃນໂລກພາຍໃຕ້ການປົກຄອງຂອງພະເຈົ້າ. (ຮຣ. 11:8-10, 13) ໂປໂລກໍເວົ້າເຖິງຄວາມຫວັງທີ່ດີເລີດແບບນີ້ຄືກັນ. (ອ່ານໂຣມ 8:20, 21) ຕອນທີ່ເຈົ້າໄດ້ຮຽນເລື່ອງຄຳສັນຍາໃນຄຳພີໄບເບິນໃໝ່ໆເຈົ້າປະທັບໃຈຄວາມຫວັງຫຍັງເປັນພິເສດ? ຄວາມຫວັງທີ່ວ່າເຈົ້າຈະໄດ້ເປັນຄົນສົມບູນແບບແລະບໍ່ຕ້ອງເປັນຄົນບາບອີກບໍ? ຫຼືເຈົ້າຕື່ນເຕັ້ນທີ່ຈະໄດ້ເຈິກັບຄົນທີ່ເຈົ້າຮັກເຊິ່ງກັບມາມີຊີວິດອີກແລະຈະໄດ້ຢູ່ໃນໂລກໃໝ່ທີ່ເປັນສວນງາມໆ? ສິ່ງເຫຼົ່ານີ້ຄືຊິເຮັດໃຫ້ເຈົ້າຕັ້ງໃຈລໍຖ້າໃຫ້ “ຄວາມຫວັງນັ້ນເປັນຈິງ.”
8 ບໍ່ວ່າເຮົາຈະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປຢູ່ສະຫວັນຫຼືໂລກນີ້ ຄວາມຫວັງເຫຼົ່ານີ້ກໍເຮັດໃຫ້ເຮົາມີຄວາມສຸກ ແລະເຮົາສາມາດໝັ້ນໃຈໃນຄວາມຫວັງຂອງເຮົາຫຼາຍຂຶ້ນໄດ້. ສິ່ງທີ່ໂປໂລຂຽນຈະຊ່ວຍໃຫ້ຮູ້ວ່າເຮົາຈະເຮັດແບບນັ້ນໄດ້ແນວໃດ. ໃຫ້ເຮົາມາເບິ່ງວ່າໂປໂລຂຽນກ່ຽວກັບຄວາມຫວັງແນວໃດ ເຊິ່ງສິ່ງນີ້ຈະຊ່ວຍເຮົາໃຫ້ໝັ້ນໃຈຫຼາຍຂຶ້ນວ່າຄວາມຫວັງຂອງເຮົາຈະເປັນຈິງແນ່ນອນ.
ເຮົາຈະໝັ້ນໃຈໃນຄວາມຫວັງຂອງເຮົາຫຼາຍຂຶ້ນໄດ້ແນວໃດ?
9-10. ຄືກັບໂປໂລ ຄລິດສະຕຽນທຸກຄົນຄາດໝາຍວ່າຈະຕ້ອງເຈິກັບຫຍັງ? (ໂຣມ 5:3) (ເບິ່ງຮູບ)
9 ອ່ານໂຣມ 5:3. ໂປໂລບອກວ່າຄວາມທຸກລຳບາກອາດຈະຊ່ວຍເຮົາໃຫ້ໝັ້ນໃຈໃນຄວາມຫວັງຫຼາຍຂຶ້ນໄດ້ ຟັງເບິ່ງແລ້ວຮູ້ສຶກແປກໆ. ທີ່ຈິງ ລູກສິດຂອງພະເຢຊູທຸກຄົນຄາດໝາຍໄດ້ເລີຍວ່າຈະຕ້ອງເຈິກັບຄວາມທຸກລຳບາກ ເຊິ່ງໂປໂລກໍເຄີຍເຈິແບບນັ້ນຄືກັນ. ລາວບອກພີ່ນ້ອງທີ່ຢູ່ໃນເມືອງເທຊະໂລນິກວ່າ: “ຕອນທີ່ພວກເຮົາຢູ່ກັບພວກເຈົ້າ ພວກເຮົາເຄີຍບອກໄວ້ວ່າພວກເຮົາຈະຕ້ອງເຈິຄວາມທຸກລຳບາກ ແລ້ວກໍເປັນແນວນັ້ນແທ້ໆ.” (1ທຊ. 3:4) ໂປໂລຍັງຂຽນຫາພີ່ນ້ອງໃນເມືອງໂກຣິນໂທວ່າ: “ພວກເຮົາຢາກໃຫ້ພວກເຈົ້າຮູ້ເລື່ອງຄວາມຍາກລຳບາກທີ່ພວກເຮົາເຈິ . . . ຈົນຄິດວ່າຈະຕາຍແທ້ໆ.”—2ກຣ. 1:8; 11:23-27
10 ຄລິດສະຕຽນໃນທຸກມື້ນີ້ກໍຄາດໝາຍໄດ້ວ່າຈະຕ້ອງເຈິກັບຄວາມທຸກລຳບາກ. (2ຕມ. 3:12) ເຈົ້າເດ ເຈົ້າກຳລັງເຈິຄວາມທຸກລຳບາກຍ້ອນເຊື່ອໃນພະເຢຊູແລະເປັນລູກສິດຂອງເພິ່ນບໍ? ໝູ່ຫຼືຍາດຕິພີ່ນ້ອງອາດເຍາະເຍີ້ຍເຈົ້າ ຫຼືອາດເຖິງຂັ້ນຕໍ່ຕ້ານເຈົ້າດ້ວຍຊ້ຳ. ເຈົ້າເຈິບັນຫາຢູ່ບ່ອນເຮັດວຽກຍ້ອນຕັ້ງໃຈທີ່ຈະສັດຊື່ໃນທຸກເລື່ອງບໍ? (ຮຣ. 13:18) ເຈົ້າເຄີຍຖືກຕໍ່ຕ້ານຈາກລັດຖະບານຍ້ອນເຈົ້າບອກຄວາມຫວັງກັບຄົນອື່ນບໍ? ບໍ່ວ່າເຈົ້າຈະເຈິກັບຄວາມທຸກລຳບາກແບບໃດ ໂປໂລບອກວ່າເຮົາຄວນຈະມີຄວາມສຸກ. ຍ້ອນຫຍັງ?
11. ເປັນຫຍັງເຮົາຕ້ອງອົດທົນ ບໍ່ວ່າຈະເຈິຄວາມທຸກລຳບາກແບບໃດກໍຕາມ?
11 ເຮົາມີຄວາມສຸກໄດ້ເຖິງວ່າຈະຕ້ອງເຈິກັບຄວາມທຸກລຳບາກ ຍ້ອນຄວາມທຸກລຳບາກຊ່ວຍເຮົາໃຫ້ມີຄຸນລັກສະນະທີ່ສຳຄັນຢ່າງໜຶ່ງຕາມທີ່ບອກໄວ້ໃນໂຣມ 5:3 ນັ້ນກໍຄື “ຄວາມທຸກລຳບາກຝຶກພວກເຮົາໃຫ້ມີຄວາມອົດທົນ.” ຄລິດສະຕຽນທຸກຄົນຈະຕ້ອງເຈິກັບຄວາມທຸກລຳບາກ. ດັ່ງນັ້ນ ເຮົາທຸກຄົນຕ້ອງມີຄວາມອົດທົນ. ຖ້າເຮົາເຮັດແບບນີ້ ເຮົາກໍຈະມີໂອກາດໄດ້ເຫັນຄວາມຫວັງຂອງເຮົາເປັນຈິງ. ເຮົາບໍ່ຢາກເປັນຄືກັບຄົນທີ່ພະເຢຊູເວົ້າເຖິງເຊິ່ງປຽບຄືກັບເມັດພືດທີ່ຕົກລົງພື້ນຫີນທີ່ມີດິນຕື້ນໆ. ຕອນທຳອິດເຂົາເຈົ້າສົນໃຈຟັງຂ່າວດີ ແຕ່ “ເມື່ອເຈິຄວາມທຸກລຳບາກຫຼືການຂົ່ມເຫງ” ເຂົາເຈົ້າກໍເຊົາເຊື່ອທັນທີ. (ມທ. 13:5, 6, 20, 21) ກໍແມ່ນຢູ່ວ່າຕອນທີ່ເຮົາເຈິການຕໍ່ຕ້ານຫຼືຄວາມທຸກລຳບາກມັນບໍ່ແມ່ນເລື່ອງງ່າຍແລະເຮົາອາດບໍ່ມີຄວາມສຸກ ແຕ່ຖ້າເຮົາອົດທົນເຮົາກໍຈະໄດ້ຮັບປະໂຫຍດຫຼາຍຢ່າງ. ແລ້ວເຮົາຈະໄດ້ຮັບປະໂຫຍດຫຍັງແດ່?
12. ເມື່ອເຮົາອົດທົນກັບຄວາມທຸກລຳບາກ ເຮົາຈະໄດ້ຮັບປະໂຫຍດຫຍັງ?
12 ຢາໂກໂບບອກໃຫ້ຮູ້ວ່າຄວາມອົດທົນກັບຄວາມທຸກລຳບາກມີປະໂຫຍດແນວໃດແດ່. ລາວບອກວ່າ: “ໃຫ້ອົດທົນຈົນເຖິງທີ່ສຸດເພາະນັ້ນຈະເປັນການຝຶກພວກເຈົ້າ ເພື່ອພວກເຈົ້າຈະເປັນຄົນດີພ້ອມບໍ່ຂາດຕົກບົກພ່ອງຫຍັງເລີຍ.” (ຢກບ. 1:2-4) ຢາໂກໂບຍັງບອກອີກວ່າຄວາມອົດທົນມີຜົນດີຕໍ່ເຮົາ. ຜົນດີນັ້ນຈະຊ່ວຍເຮົາໃຫ້ພັດທະນາຄຸນລັກສະນະຕ່າງໆໃຫ້ດີຂຶ້ນ ເຊັ່ນ: ຄວາມເຊື່ອ ຄວາມໄວ້ວາງໃຈພະເຈົ້າ ແລະຮູ້ຈັກອົດທົນ. ນອກຈາກນີ້ຍັງມີປະໂຫຍດທີ່ສຳຄັນອີກຢ່າງໜຶ່ງຄືກັນ.
13-14. ຄວາມອົດທົນສົ່ງຜົນແນວໃດ? ແລະເລື່ອງນີ້ກ່ຽວຂ້ອງກັບຄວາມຫວັງຂອງເຮົາແນວໃດ? (ໂຣມ 5:4)
13 ອ່ານໂຣມ 5:4. ໂປໂລບອກວ່າຄວາມອົດທົນຈະ “ເຮັດໃຫ້ພະເຈົ້າພໍໃຈ.” ຖ້າເຈົ້າອົດທົນ ເຈົ້າກໍຈະເປັນຄົນທີ່ພະເຈົ້າພໍໃຈແລະເປັນຄົນທີ່ເພິ່ນຍອມຮັບ. ແຕ່ກໍບໍ່ໄດ້ໝາຍຄວາມວ່າພະເຢໂຫວາພໍໃຈທີ່ເຫັນເຈົ້າຕ້ອງເຈິກັບຄວາມທຸກລຳບາກແລະບັນຫາຫຼາຍຢ່າງ. ສິ່ງທີ່ພະເຈົ້າພໍໃຈກໍຄືໂຕເຈົ້າ. ການຮູ້ແບບນີ້ຄືຊິເຮັດໃຫ້ເຈົ້າໄດ້ກຳລັງໃຈຫຼາຍແທ້ໆ!—ເພງ. 5:12
14 ອັບຣາຮາມເຈິກັບຄວາມທຸກລຳບາກຫຼາຍຢ່າງ ແຕ່ລາວອົດທົນໄດ້. ຜົນກໍຄື ລາວເຮັດໃຫ້ພະເຢໂຫວາພໍໃຈແລະເປັນຄົນທີ່ເພິ່ນຍອມຮັບແລະເປັນໝູ່ກັບເພິ່ນ. (ປຖກ. 15:6; ຣມ. 4:13, 22) ເຮົາກໍເປັນແບບນັ້ນໄດ້ຄືກັນ. ພະເຢໂຫວາບໍ່ໄດ້ພໍໃຈເຮົາຍ້ອນເຮົາເຮັດວຽກຮັບໃຊ້ຫຼາຍ ຫຼືຍ້ອນເຮົາມີສິດທິພິເສດບາງຢ່າງ. ແຕ່ເພິ່ນພໍໃຈເຮົາຍ້ອນເຮົາອົດທົນຢ່າງສັດຊື່ ແລະບໍ່ວ່າເຮົາຈະອາຍຸເທົ່າໃດ ມີຊີວິດແບບໃດ ຫຼືມີຄວາມສາມາດຫຼາຍໜ້ອຍສ່ຳໃດ ເຮົາທຸກຄົນກໍອົດທົນໄດ້. ຕອນນີ້ເຈົ້າກຳລັງເຈິກັບຄວາມທຸກລຳບາກແລະກຳລັງອົດທົນຢ່າງສັດຊື່ຢູ່ບໍ? ຖ້າແມ່ນ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາພໍໃຈໃນໂຕເຈົ້າ. ການຮູ້ເລື່ອງນີ້ຈະຊ່ວຍເຮົາໃຫ້ໝັ້ນໃຈໃນຄວາມຫວັງຫຼາຍຂຶ້ນ.
ຄວາມຫວັງທີ່ຊັດເຈນຂຶ້ນ
15. ໃນໂຣມ 5:4, 5 ໂປໂລເວົ້າຫຍັງ? ແລະເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ບາງຄົນສັບສົນ?
15 ຄືກັບທີ່ໂປໂລເວົ້າກ່ອນໜ້ານີ້ ເມື່ອເຮົາອົດທົນກໍເຮັດໃຫ້ພະເຈົ້າພໍໃຈ. ແຕ່ຂໍໃຫ້ສັງເກດສິ່ງທີ່ລາວຂຽນຕໍ່ຈາກນັ້ນ. ລາວບອກວ່າ: “ເມື່ອພະເຈົ້າພໍໃຈກໍເຮັດໃຫ້ພວກເຮົາມີຄວາມຫວັງ ແລະພວກເຮົາໝັ້ນໃຈວ່າຄວາມຫວັງນັ້ນຈະເປັນຈິງແນ່ນອນ.” (ຣມ. 5:4, 5) ເລື່ອງນີ້ອາດເຮັດໃຫ້ບາງຄົນສັບສົນ. ຍ້ອນຫຍັງ? ຍ້ອນວ່າກ່ອນໜ້ານີ້ໃນໂຣມ 5:2 ໂປໂລບອກວ່າຄລິດສະຕຽນໃນເມືອງໂຣມມີຄວາມຫວັງຢູ່ແລ້ວ ນັ້ນກໍຄືຄວາມຫວັງທີ່ວ່າ “ພະເຈົ້າຈະແຕ່ງຕັ້ງ [ເຂົາເຈົ້າ] ໃຫ້ມີຕຳແໜ່ງທີ່ສູງສົ່ງ.” ເມື່ອເປັນແນວນີ້ບາງຄົນອາດຖາມວ່າ: ‘ຖ້າຄລິດສະຕຽນເຫຼົ່ານັ້ນມີຄວາມຫວັງຢູ່ແລ້ວ ເປັນຫຍັງໂປໂລຈຶ່ງເວົ້າເລື່ອງຄວາມຫວັງອີກ?’
16. ເຮົາຈະໝັ້ນໃຈໃນຄວາມຫວັງຫຼາຍຂຶ້ນໄດ້ແນວໃດ? (ເບິ່ງຮູບ)
16 ເພື່ອຈະເຂົ້າໃຈສິ່ງທີ່ໂປໂລເວົ້າ ຂໍໃຫ້ເຈົ້າຄິດເຖິງຕອນທີ່ຮຽນຄວາມຈິງໃໝ່ໆ. ເມື່ອເຈົ້າໄດ້ຮຽນກ່ຽວກັບຄວາມຫວັງເລື່ອງຊີວິດຕະຫຼອດໄປໃນໂລກໃໝ່ ເຈົ້າຮູ້ສຶກແນວໃດ? ເຈົ້າອາດຈະຄິດວ່ານີ້ເປັນຄວາມຫວັງທີ່ດີຫຼາຍແທ້ໆແຕ່ມັນຈະເປັນໄປໄດ້ແທ້ບໍ? ແນວໃດກໍຕາມ ເມື່ອເຈົ້າຮູ້ຈັກພະເຢໂຫວາຫຼາຍຂຶ້ນແລະໄດ້ຮຽນຮູ້ກ່ຽວກັບຄຳສັນຍາຂອງເພິ່ນ ເຈົ້າກໍໝັ້ນໃຈຫຼາຍຂຶ້ນວ່າຄວາມຫວັງນີ້ຈະເປັນຈິງແນ່ນອນ.
17. ເຈົ້າຈະໝັ້ນໃຈໃນຄວາມຫວັງຂອງເຈົ້າຫຼາຍຂຶ້ນໄດ້ແນວໃດ ເຖິງວ່າຈະຮັບບັບເຕມາແລ້ວ?
17 ແມ່ນແຕ່ຫຼັງຈາກທີ່ເຈົ້າຮັບບັບເຕມາແລ້ວ ຖ້າເຈົ້າຕັ້ງໃຈສະໜິດກັບພະເຢໂຫວາແລະຮັກເພິ່ນຫຼາຍຂຶ້ນ ເຈົ້າກໍໝັ້ນໃຈໃນຄວາມຫວັງຂອງເຈົ້າຫຼາຍຂຶ້ນຄືກັນ. (ຮຣ. 5:13–6:1) ເຈົ້າອາດຮູ້ສຶກວ່າໂຣມ 5:2-4 ເປັນຈິງກັບຊີວິດຂອງເຈົ້າ. ເຈົ້າເຈິກັບຄວາມທຸກລຳບາກຫຼາຍຢ່າງ ແຕ່ກໍຍັງອົດທົນໄດ້ແລະຮູ້ສຶກໄດ້ວ່າພະເຢໂຫວາພໍໃຈໃນໂຕເຈົ້າ. ແຮ່ງເຈົ້າຮູ້ວ່າພະເຢໂຫວາຮັກເຈົ້າ ເຈົ້າກໍແຮ່ງໝັ້ນໃຈຫຼາຍຂຶ້ນວ່າເພິ່ນຢາກຈະເຮັດຕາມທີ່ເພິ່ນສັນຍາໄວ້. ເຈົ້າໝັ້ນໃຈໃນຄວາມຫວັງຂອງເຈົ້າຫຼາຍກວ່າຕອນທີ່ເຈົ້າຮຽນຄຳພີໄບເບິນໃໝ່ໆ. ຄວາມຫວັງຂອງເຈົ້າຊັດເຈນຫຼາຍຂຶ້ນ ເຈົ້າເຫັນຄ່າມັນຫຼາຍຂຶ້ນ ແລະຮູ້ສຶກວ່າ ພະເຈົ້າຢາກໃຫ້ສິ່ງດີໆເກີດຂຶ້ນກັບເຈົ້າ. ເມື່ອເປັນແບບນີ້ ຄວາມຫວັງກໍຈະມີຜົນກັບທຸກແງ່ມຸມໃນຊີວິດຂອງເຈົ້າ ບໍ່ວ່າຈະເປັນວິທີທີ່ເຈົ້າປະຕິບັດກັບຄົນໃນຄອບຄົວ ການຕັດສິນໃຈເລື່ອງຕ່າງໆໃນຊີວິດ ຫຼືແມ່ນແຕ່ການໃຊ້ເວລາຂອງເຈົ້າ.
18. ເຮົາໄດ້ຮັບຄຳຮັບຮອງຫຍັງ?
18 ຫຼັງຈາກທີ່ໂປໂລບອກວ່າເມື່ອພະເຈົ້າພໍໃຈກໍເຮັດໃຫ້ພວກເຮົາມີຄວາມຫວັງ ໂປໂລຍັງເວົ້າເຖິງຈຸດສຳຄັນອີກຢ່າງໜຶ່ງກ່ຽວກັບຄວາມຫວັງຄືກັນ. ລາວບອກວ່າຄວາມຫວັງຂອງເຈົ້າຈະເປັນຈິງ. ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້? ເຮົາໝັ້ນໃຈໄດ້ກໍຍ້ອນໂປໂລບອກຄລິດສະຕຽນໃນເມືອງໂຣມວ່າ: “ພວກເຮົາໝັ້ນໃຈວ່າຄວາມຫວັງນັ້ນຈະເປັນຈິງແນ່ນອນ ຍ້ອນພະເຈົ້າໃຫ້ພະລັງບໍລິສຸດຂອງພະອົງແກ່ພວກເຮົາເພື່ອສະແດງວ່າພະອົງຮັກພວກເຮົາ.” (ຣມ. 5:5) ດັ່ງນັ້ນ ເຈົ້າໝັ້ນໃຈໄດ້ວ່າຄວາມຫວັງທີ່ພະເຢໂຫວາໃຫ້ກັບເຈົ້າຈະເປັນຈິງແນ່ນອນ.
19. ເຈົ້າສາມາດໝັ້ນໃຈໃນເລື່ອງຫຍັງ?
19 ຂໍໃຫ້ຄິດເຖິງຄຳສັນຍາທີ່ພະເຢໂຫວາໃຫ້ກັບອັບຣາຮາມ. ລາວເປັນຄົນທີ່ພະເຈົ້າພໍໃຈ ແລະເພິ່ນຖືວ່າລາວເປັນໝູ່. ສິ່ງນີ້ເຮັດໃຫ້ຄວາມຫວັງຂອງອັບຣາຮາມເປັນຈິງ. ຄຳພີໄບເບິນບອກວ່າ: “ຫຼັງຈາກທີ່ອັບຣາຮາມລໍຖ້າດ້ວຍຄວາມອົດທົນ ລາວກໍໄດ້ຮັບສິ່ງທີ່ພະເຈົ້າສັນຍາ.” (ຮຣ. 6:15; 11:9, 18; ຣມ. 4:20-22) ອັບຣາຮາມບໍ່ເຄີຍຜິດຫວັງເລີຍ ເຈົ້າກໍຈະບໍ່ຜິດຫວັງຄືກັນ. ຖ້າເຈົ້າອົດທົນຢ່າງສັດຊື່ ເຈົ້າກໍຈະໄດ້ຮັບສິ່ງທີ່ຫວັງໄວ້ເປັນລາງວັນແນ່ນອນ. ຄວາມຫວັງຂອງເຈົ້າເປັນເລື່ອງຈິງ ເຊິ່ງເຮັດໃຫ້ເຈົ້າມີຄວາມສຸກ ບໍ່ໄດ້ເຮັດໃຫ້ຜິດຫວັງ. (ຣມ. 12:12) ໂປໂລຂຽນວ່າ: “ຂໍໃຫ້ພະເຈົ້າຜູ້ຊ່ວຍໃຫ້ພວກເຈົ້າມີຄວາມຫວັງເຮັດໃຫ້ພວກເຈົ້າມີຄວາມຍິນດີແລະຄວາມສະຫງົບສຸກຢ່າງລົ້ນເຫຼືອ ຍ້ອນພວກເຈົ້າໄວ້ວາງໃຈພະອົງ ເພື່ອພວກເຈົ້າຈະມີຄວາມຫວັງຊັດເຈນຍິ່ງຂຶ້ນໂດຍທາງພະລັງບໍລິສຸດ.”—ຣມ. 15:13
ເພງ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
a ບົດຄວາມນີ້ຈະມາເບິ່ງວ່າ ເຮົາທີ່ເປັນຄລິດສະຕຽນມີຄວາມຫວັງຫຍັງແດ່ ແລະເປັນຫຍັງຈຶ່ງໝັ້ນໃຈໄດ້ວ່າຄວາມຫວັງເຫຼົ່ານັ້ນຈະເປັນຈິງ. ນອກຈາກນັ້ນ ໂຣມບົດ 5 ຈະຊ່ວຍໃຫ້ເຫັນວ່າຄວາມຫວັງທີ່ເຮົາມີຕອນທີ່ເຮົາຮຽນຄຳພີໄບເບິນໃໝ່ໆກັບຄວາມຫວັງທີ່ເຮົາມີໃນຕອນນີ້ຕ່າງກັນແນວໃດ.