ບົດຄວາມສຶກສາທີ 50
ຄວາມເຊື່ອແລະການກະທຳເຮັດໃຫ້ເຮົາເປັນຄົນທີ່ພະເຈົ້າຍອມຮັບ
‘ຄົນທີ່ໃຊ້ຊີວິດຕາມຄວາມເຊື່ອເຊິ່ງເປັນຄວາມເຊື່ອທີ່ອັບຣາຮາມພໍ່ຂອງພວກເຮົາມີ.’—ຣມ. 4:12
ເພງ 119 ພວກເຮົາຕ້ອງມີຄວາມເຊື່ອ
ໃຈຄວາມສຳຄັນ a
1. ເມື່ອເວົ້າເຖິງຄວາມເຊື່ອຂອງອັບຣາຮາມ ເຮົາອາດຖາມໂຕເອງແນວໃດ?
ຫຼາຍຄົນເຄີຍໄດ້ຍິນຊື່ຂອງອັບຣາຮາມ ແຕ່ບໍ່ຮູ້ວ່າລາວເປັນແນວໃດແທ້ໆ. ແຕ່ເຈົ້າຮູ້ຫຼາຍຢ່າງກ່ຽວກັບອັບຣາຮາມເຊັ່ນ ເຈົ້າຮູ້ວ່າຄຳພີໄບເບິນເອີ້ນລາວວ່າ: “ພໍ່ຂອງທຸກຄົນທີ່ມີຄວາມເຊື່ອ.” (ຣມ. 4:11) ເຖິງຈະເປັນແນວນັ້ນເຈົ້າກໍອາດສົງໄສວ່າ: ‘ຂ້ອຍຈະຮຽນແບບອັບຣາຮາມແລະມີຄວາມເຊື່ອທີ່ເຂັ້ມແຂງຄືກັບລາວໄດ້ບໍ?’ ຄຳຕອບກໍຄື ໄດ້ແທ້.
2. ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະຮຽນກ່ຽວກັບເລື່ອງຂອງອັບຣາຮາມ? (ຢາໂກໂບ 2:22, 23)
2 ວິທີໜຶ່ງທີ່ເຮົາຈະມີຄວາມເຊື່ອຄືກັບອັບຣາຮາມກໍຄື ຮຽນກ່ຽວກັບເລື່ອງຂອງລາວ. ພະເຢໂຫວາສັ່ງໃຫ້ອັບຣາຮາມເຮັດຫຍັງ ລາວກໍເຮັດທຸກຢ່າງ. ຕົວຢ່າງເຊັ່ນ: ລາວຕ້ອງຍ້າຍໄປຢູ່ບ່ອນທີ່ໄກໆຕ້ອງອາໄສຢູ່ໃນເຕັ້ນຫຼາຍສິບປີ ແລະຕອນທີ່ພະເຢໂຫວາບອກໃຫ້ລາວມອບອີຊາກເປັນເຄື່ອງບູຊາ ລາວກໍເຕັມໃຈເຮັດ. ທັງໝົດນີ້ສະແດງວ່າອັບຣາຮາມມີຄວາມເຊື່ອແລະເຮັດຕາມສິ່ງທີ່ລາວເຊື່ອແທ້ໆ. ຍ້ອນແນວນີ້ ລາວຈຶ່ງເປັນຄົນທີ່ພະເຢໂຫວາຍອມຮັບແລະເພິ່ນກໍພໍໃຈລາວຫຼາຍ. (ອ່ານຢາໂກໂບ 2:22, 23) ພະເຢໂຫວາຢາກໃຫ້ເຮົາທຸກຄົນລວມເຖິງເຈົ້ານຳໄດ້ຮັບສິ່ງດີໆຄືກັບອັບຣາຮາມ. ເພິ່ນຈຶ່ງໃຫ້ໂປໂລກັບຢາໂກໂບເວົ້າເຖິງອັບຣາຮາມໃນໂຣມບົດ 4 ແລະຢາໂກໂບບົດ 2. ທັງສອງບົດນີ້ໄດ້ຍົກຂໍ້ຄວາມທີ່ໜ້າສົນໃຈກ່ຽວກັບອັບຣາຮາມ.
3. ໂປໂລກັບຢາໂກໂບຍົກຂໍ້ຄວາມມາຈາກໃສ?
3 ທັງໂປໂລແລະຢາໂກໂບຍົກຂໍ້ຄວາມຈາກປະຖົມມະການ 15:6 ທີ່ບອກວ່າ: “ອັບຣາຮາມເຊື່ອໃນພະເຢໂຫວາ ແລະເພິ່ນກໍຖືວ່າລາວເຮັດສິ່ງທີ່ດີ.” ພະເຢໂຫວາບໍ່ໄດ້ພໍໃຈແຕ່ຄົນທີ່ເຮັດສິ່ງທີ່ດີເທົ່ານັ້ນ ແຕ່ເພິ່ນພໍໃຈຄົນທີ່ບໍ່ມີຕຳໜິນຳ. ເຮົາດີໃຈແທ້ໆທີ່ພະເຢໂຫວາເບິ່ງວ່າຄົນທີ່ບໍ່ສົມບູນແບບເປັນຄົນທີ່ບໍ່ມີຕຳໜິ. ເຈົ້າຢາກໃຫ້ພະເຢໂຫວາເບິ່ງເຈົ້າແບບນັ້ນຄືກັນບໍ? ເປັນໄປໄດ້ທີ່ພະເຢໂຫວາຈະເບິ່ງເຈົ້າແບບນັ້ນ. ຖ້າເຈົ້າຢາກຮູ້ວ່າມັນເປັນໄປໄດ້ແນວໃດ ໃຫ້ເຮົາມາເບິ່ງວ່າອັນໃດເຮັດໃຫ້ອັບຣາຮາມເປັນຄົນທີ່ພະເຢໂຫວາຍອມຮັບ.
ຄວາມເຊື່ອເຮັດໃຫ້ເຮົາເປັນຄົນທີ່ພະເຈົ້າຍອມຮັບ
4. ສິ່ງໃດເຮັດໃຫ້ມະນຸດບໍ່ໄດ້ເປັນທີ່ຍອມຮັບຂອງພະເຈົ້າ?
4 ໃນຈົດໝາຍທີ່ໂປໂລຂຽນໄປຫາຄລິດສະຕຽນໃນເມືອງໂຣມ ລາວບອກວ່າທຸກຄົນເປັນຄົນບາບ. (ຣມ. 3:23) ຄົນບາບຈະເປັນຄົນທີ່ພະເຈົ້າຍອມຮັບແລະເບິ່ງວ່າບໍ່ມີຕຳໜິໄດ້ບໍ? ເພື່ອຈະຮູ້ຄຳຕອບ ໃຫ້ເຮົາມາເບິ່ງຕົວຢ່າງຂອງອັບຣາຮາມທີ່ໂປໂລຍົກຂຶ້ນມາ.
5. ເປັນຫຍັງອັບຣາຮາມຈຶ່ງເປັນຄົນທີ່ພະເຢໂຫວາຍອມຮັບ? (ໂຣມ 4:2, 4)
5 ອັບຣາຮາມເປັນຄົນທີ່ພະເຢໂຫວາຍອມຮັບຕັ້ງແຕ່ຕອນທີ່ລາວຢູ່ແຜ່ນດິນການາອານແລ້ວ. ເປັນຫຍັງລາວຈຶ່ງເປັນຄົນທີ່ພະເຈົ້າຍອມຮັບ? ຍ້ອນລາວເຮັດຕາມກົດໝາຍຂອງໂມເຊຢ່າງຄົບຖ້ວນບໍ? ບໍ່ແມ່ນ. (ຣມ. 4:13) ທີ່ຈິງ ຕອນທີ່ອັບຣາຮາມມີຊີວິດຢູ່ ຍັງບໍ່ມີກົດໝາຍຂອງໂມເຊຊ້ຳ. ກົດໝາຍນີ້ມາຫຼັງຈາກທີ່ລາວຕາຍໄປແລ້ວ 400 ປີ. ອັບຣາຮາມເປັນຄົນທີ່ພະເຈົ້າຍອມຮັບກໍຍ້ອນລາວມີຄວາມເຊື່ອ.—ອ່ານໂຣມ 4:2-4
6. ເປັນຫຍັງພະເຢໂຫວາຈຶ່ງຍອມຮັບຄົນບາບ?
6 ໂປໂລບອກວ່າຖ້າຄົນເຮົາມີຄວາມເຊື່ອໃນພະເຈົ້າ “ພະອົງກໍຍັງຖືວ່າລາວເປັນຄົນທີ່ພະອົງຍອມຮັບ.” (ຣມ. 4:5) ໂປໂລຍັງບອກອີກວ່າ: “ດາວິດເຄີຍເວົ້າເຖິງຄວາມສຸກຂອງຄົນທີ່ພະເຈົ້າຍອມຮັບທັງໆທີ່ຄົນນັ້ນເຮັດຕາມກົດໝາຍໄດ້ບໍ່ຄົບຖ້ວນ. ດາວິດບອກວ່າ: ‘ຄົນທີ່ໄດ້ຮັບການຍົກໂທດຄວາມຜິດ ແລະຄົນທີ່ບາບຂອງລາວຖືກປົກຄຸມໄວ້ແລ້ວ ຜູ້ນັ້ນກໍມີຄວາມສຸກ. ຄົນທີ່ພະເຢໂຫວາບໍ່ຖືໂທດບາບຂອງລາວກໍມີຄວາມສຸກ.’ ” (ຣມ. 4:6-8; ເພງ. 32:1, 2, ລ.ມ) ຖ້າໃຜມີຄວາມເຊື່ອໃນພະເຢໂຫວາ ເພິ່ນກໍຈະຍົກໂທດຄວາມຜິດຫຼືປົກຄຸມບາບຂອງເຂົາເຈົ້າ. ເພິ່ນຈະໃຫ້ອະໄພເຂົາເຈົ້າແທ້ໆແລະຈະບໍ່ເບິ່ງວ່າເຂົາເຈົ້າເປັນຄົນບາບອີກຕໍ່ໄປ. ເພິ່ນຈະຖືວ່າເຂົາເຈົ້າບໍ່ມີຕຳໜິແລະຍອມຮັບເຂົາເຈົ້າຍ້ອນເຂົາເຈົ້າມີຄວາມເຊື່ອ.
7. ສິ່ງໃດເຮັດໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາເປັນຄົນທີ່ເພິ່ນຍອມຮັບ?
7 ເຖິງວ່າອັບຣາຮາມ ດາວິດ ແລະຜູ້ຮັບໃຊ້ຄົນອື່ນໆຂອງພະເຢໂຫວາເປັນຄົນທີ່ເພິ່ນຍອມຮັບ ແຕ່ເຂົາເຈົ້າກໍເປັນຄົນບໍ່ສົມບູນແບບ. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍເປັນຄົນທີ່ມີຄວາມເຊື່ອເມື່ອທຽບກັບຄົນທີ່ບໍ່ມີຄວາມເຊື່ອ ສິ່ງນີ້ເຮັດໃຫ້ພະເຈົ້າຖືວ່າເຂົາເຈົ້າເປັນຄົນທີ່ບໍ່ມີຕຳໜິ. (ອຟຊ. 2:12) ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງໂຣມລາວບອກວ່າເຮົາຕ້ອງມີຄວາມເຊື່ອເພື່ອຈະເປັນໝູ່ກັບພະເຈົ້າ. ອັບຣາຮາມກັບດາວິດໄດ້ເປັນໝູ່ກັບພະເຈົ້າຍ້ອນເຂົາເຈົ້າມີຄວາມເຊື່ອ. ເຮົາກໍສາມາດເປັນໝູ່ກັບພະເຈົ້າໄດ້ຄືກັນຖ້າເຮົາມີຄວາມເຊື່ອ.
ຄວາມເຊື່ອແລະການກະທຳກ່ຽວຂ້ອງກັນແນວໃດ?
8-9. ບາງຄົນຫາເຫດຜົນຜິດໆແນວໃດຈາກຄຳເວົ້າຂອງໂປໂລກັບຢາໂກໂບ? ແລະຍ້ອນຫຍັງ?
8 ພວກນັກເທດນັກບວດຖຽງກັນມາຫຼາຍຮ້ອຍປີແລ້ວກ່ຽວກັບຄວາມເຊື່ອແລະການກະທຳ. ຄຸນພໍ່ບາງຄົນສອນວ່າພຽງແຕ່ເຊື່ອໃນພະເຢຊູກໍລອດແລ້ວ. ເຂົາເຈົ້າອາດຍົກຄຳເວົ້າຂອງໂປໂລທີ່ບອກວ່າພະເຈົ້າຍອມຮັບຄົນເຮົາ “ທັງໆທີ່ຄົນນັ້ນເຮັດຕາມກົດໝາຍໄດ້ບໍ່ຄົບຖ້ວນ.” (ຣມ. 4:6) ແຕ່ຄຸນພໍ່ບາງຄົນພັດຖຽງວ່າ ເຮົາສາມາດຊ່ວຍຕົວເອງໃຫ້ລອດໄດ້ຖ້າເຮົາມັກເຮັດບຸນ ແລະເຮັດພີທີກຳຕ່າງໆຂອງຄລິດຕະຈັກ. ເຂົາເຈົ້າອາດຍົກຂໍ້ຄວາມຈາກຢາໂກໂບ 2:24 ທີ່ບອກວ່າ: “ສິ່ງທີ່ເຮັດໃຫ້ພະເຈົ້າຖືວ່າຄົນເຮົາເປັນທີ່ຍອມຮັບຂອງພະອົງກໍຄືການກະທຳ ບໍ່ແມ່ນຄວາມເຊື່ອພຽງຢ່າງດຽວ.”
9 ຍ້ອນແນວນີ້ ນັກຄົ້ນຄວ້າດ້ານຄຳພີໄບເບິນບາງຄົນຈຶ່ງບອກວ່າໂປໂລກັບຢາໂກໂບມີຄວາມຄິດເຫັນທີ່ບໍ່ຄືກັນໃນເລື່ອງຄວາມເຊື່ອແລະການກະທຳ. ຄຸນພໍ່ບາງຄົນເຊື່ອວ່າໂປໂລບອກວ່າຖ້າຈະເປັນຄົນທີ່ພະເຈົ້າຍອມຮັບ ພຽງແຕ່ມີຄວາມເຊື່ອກໍພໍແລ້ວ ແຕ່ຢາໂກໂບບອກວ່າຕ້ອງມີການກະທຳນຳ. ສາສະດາຈານດ້ານເທວະວິທະຍາຄົນໜຶ່ງເວົ້າໄວ້ວ່າ: “ຢາໂກໂບບໍ່ເຂົ້າໃຈຄວາມຄິດຂອງໂປໂລທີ່ບອກວ່າ ຄົນເຮົາຈະເປັນທີ່ຍອມຮັບຂອງພະເຈົ້າໄດ້ ພຽງແຕ່ມີຄວາມເຊື່ອກໍພໍແລ້ວ ບໍ່ຕ້ອງມີການກະທຳ.” ແຕ່ເຮົາຮູ້ວ່າພະເຢໂຫວາດົນໃຈທັງໂປໂລກັບຢາໂກໂບໃຫ້ຂຽນຂໍ້ຄວາມເຫຼົ່ານີ້. (2ຕມ. 3:16) ເລື່ອງນີ້ເຮັດໃຫ້ເຫັນວ່າຕ້ອງມີບາງຢ່າງທີ່ຊ່ວຍເຮົາໃຫ້ເຂົ້າໃຈວ່າ ເປັນຫຍັງທັງສອງຄົນຈຶ່ງຂຽນແບບນັ້ນ. ສິ່ງທີ່ຈະຊ່ວຍເຮົາໄດ້ກໍຄືການເບິ່ງແວດບົດ.
10. “ການກະທຳ” ແບບໃດທີ່ໂປໂລເວົ້າເຖິງ? (ໂຣມ 3:21, 28) (ເບິ່ງຮູບ)
10 “ການກະທຳ” ແບບໃດທີ່ໂປໂລເວົ້າເຖິງໃນໂຣມບົດ 3 ແລະ 4? ລາວກຳລັງເວົ້າເຖິງການ “ເຮັດຕາມກົດໝາຍ” ທີ່ພະເຈົ້າໄດ້ໃຫ້ກັບຄົນອິດສະຣາເອນ. (ອ່ານໂຣມ 3:21, 28) ເບິ່ງຄືວ່າຄລິດສະຕຽນຄົນຢິວບາງຄົນໃນສະໄໝນັ້ນຍັງຄິດວ່າເຂົາເຈົ້າຕ້ອງເຮັດຕາມກົດໝາຍຂອງໂມເຊຢູ່. ໂປໂລຈຶ່ງຍົກຕົວຢ່າງຂອງອັບຣາຮາມເພື່ອພິສູດວ່າຄົນເຮົາບໍ່ຈຳເປັນຕ້ອງ “ເຮັດຕາມກົດໝາຍ” ຂອງໂມເຊເພື່ອຈະເປັນຄົນທີ່ພະເຈົ້າຍອມຮັບ ແຕ່ສິ່ງທີ່ສຳຄັນກໍຄືຕ້ອງມີຄວາມເຊື່ອ. ເລື່ອງນີ້ໃຫ້ກຳລັງໃຈເຮົາໃນທຸກມື້ນີ້ຄືກັນ ຍ້ອນວ່າຖ້າເຮົາມີຄວາມເຊື່ອໃນພະເຢໂຫວາແລະພະເຢຊູ ເຮົາກໍເປັນຄົນທີ່ພະເຈົ້າຍອມຮັບໄດ້.
11. “ການກະທຳ” ແບບໃດທີ່ຢາໂກໂບເວົ້າເຖິງ?
11 “ການກະທຳ” ທີ່ເວົ້າເຖິງໃນຢາໂກໂບບົດ 2 ບໍ່ໄດ້ໝາຍເຖິງການ “ເຮັດຕາມກົດໝາຍ” ຂອງໂມເຊ ແຕ່ໝາຍເຖິງການເຮັດແນວອື່ນທີ່ຄລິດສະຕຽນຄວນເຮັດເຊິ່ງສະແດງວ່າລາວມີຄວາມເຊື່ອແທ້. ໃຫ້ເຮົາມາເບິ່ງ 2 ຕົວຢ່າງທີ່ຢາໂກໂບເວົ້າເຖິງ.
12. ຢາໂກໂບບອກວ່າຄວາມເຊື່ອແລະການກະທຳກ່ຽວຂ້ອງກັນແນວໃດ? (ເບິ່ງຮູບ)
12 ຕົວຢ່າງທຳອິດ: ຢາໂກໂບບອກວ່າຄລິດສະຕຽນຕ້ອງບໍ່ລຳອຽງ. ລາວຍົກຕົວຢ່າງຜູ້ຊາຍຄົນໜຶ່ງທີ່ເອົາໃຈຄົນຮັ່ງມີ ແຕ່ດູຖູກຄົນທຸກ. ຢາໂກໂບຊີ້ໃຫ້ເຫັນວ່າຜູ້ຊາຍຄົນນີ້ອາດຈະເວົ້າວ່າມີຄວາມເຊື່ອ ແຕ່ສິ່ງທີ່ລາວເຮັດບໍ່ໄດ້ສະແດງວ່າລາວມີຄວາມເຊື່ອ. (ຢກບ. 2:1-5, 9) ຕົວຢ່າງທີສອງ: ຢາໂກໂບເວົ້າເຖິງຄົນທີ່ເຫັນພີ່ນ້ອງບໍ່ມີເຄື່ອງນຸ່ງໃສ່ແລະບໍ່ມີອາຫານກິນ ແຕ່ບໍ່ໄດ້ຊ່ວຍເຫຼືອ. ເຖິງລາວຈະເວົ້າວ່າມີຄວາມເຊື່ອ ແຕ່ຖ້າບໍ່ມີການກະທຳ ກໍບໍ່ມີປະໂຫຍດຫຍັງ. ຄືກັບທີ່ຢາໂກໂບບອກໄວ້ວ່າ: “ຖ້າມີຄວາມເຊື່ອ ແຕ່ບໍ່ໄດ້ເຮັດຕາມ ຄວາມເຊື່ອນັ້ນກໍຕາຍແລ້ວ.”—ຢກບ. 2:14-17
13. ຢາໂກໂບຍົກຕົວຢ່າງຫຍັງທີ່ສະແດງໃຫ້ເຫັນວ່າຄວາມເຊື່ອຕ້ອງສະແດງອອກໂດຍການກະທຳ? (ຢາໂກໂບ 2:25, 26)
13 ຢາໂກໂບເວົ້າເຖິງຣາຮາບວ່າເປັນຄົນທີ່ມີຄວາມເຊື່ອທີ່ສະແດງອອກໂດຍການກະທຳ. (ອ່ານຢາໂກໂບ 2:25, 26) ຣາຮາບເຄີຍໄດ້ຍິນກ່ຽວກັບພະເຢໂຫວາແລະຮູ້ວ່າເພິ່ນກຳລັງຊ່ວຍຄົນອິດສະຣາເອນຢູ່. (ຢຊ. 2:9-11) ລາວສະແດງຄວາມເຊື່ອໃນພະເຢໂຫວາໂດຍປົກປ້ອງຄົນອິດສະຣາເອນ 2 ຄົນທີ່ເປັນຄົນສອດແນມ ເຊິ່ງຕົກຢູ່ໃນອັນຕະລາຍ. ຍ້ອນແນວນີ້ ຣາຮາບຈຶ່ງເປັນຄົນທີ່ພະເຈົ້າຍອມຮັບຄືກັບອັບຣາຮາມ. ຈາກຕົວຢ່າງຂອງຣາຮາບເຮົາເຫັນໄດ້ແຈ້ງວ່າ ຄວາມເຊື່ອຕ້ອງສະແດງອອກໂດຍການກະທຳ.
14. ເປັນຫຍັງຈຶ່ງເວົ້າໄດ້ວ່າຄຳເວົ້າຂອງໂປໂລກັບຢາໂກໂບບໍ່ໄດ້ຂັດແຍ່ງກັນ?
14 ໂປໂລກັບຢາໂກໂບເວົ້າເຖິງຄວາມເຊື່ອແລະການກະທຳໃນແງ່ມຸມທີ່ແຕກຕ່າງກັນ. ໂປໂລບອກຄລິດສະຕຽນຄົນຢິວວ່າ ຢ່າຄິດວ່າພຽງແຕ່ເຮັດຕາມກົດໝາຍຂອງໂມເຊແລ້ວພະເຈົ້າຈະພໍໃຈ ແຕ່ສິ່ງສຳຄັນກໍຄືເຂົາເຈົ້າຕ້ອງມີຄວາມເຊື່ອ. ສ່ວນຢາໂກໂບເນັ້ນວ່າ ຄລິດສະຕຽນທຸກຄົນຕ້ອງສະແດງຄວາມເຊື່ອໂດຍການເຮັດສິ່ງທີ່ດີເພື່ອຄົນອື່ນ.
15. ເຮົາຈະເຮັດຫຍັງໄດ້ແດ່ທີ່ສະແດງວ່າເຮົາມີຄວາມເຊື່ອ? (ເບິ່ງຮູບ)
15 ພະເຢໂຫວາບໍ່ໄດ້ບອກວ່າເຮົາຕ້ອງເຮັດສິ່ງຕ່າງໆຄືກັບທີ່ອັບຣາຮາມເຮັດ ເຮົາຈຶ່ງຈະເປັນຄົນທີ່ເພິ່ນຍອມຮັບ. ທີ່ຈິງ ມີຫຼາຍຢ່າງທີ່ເຮົາເຮັດໄດ້ເຊິ່ງສະແດງວ່າເຮົາມີຄວາມເຊື່ອ ເຊັ່ນ: ເຮົາສາມາດຕ້ອນຮັບຄົນໃໝ່ໃນປະຊາຄົມ ຊ່ວຍພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ ແລະເຮັດສິ່ງດີໆເພື່ອຄົນໃນຄອບຄົວຂອງເຮົາ. ການເຮັດສິ່ງເຫຼົ່ານີ້ເຮັດໃຫ້ພະເຈົ້າພໍໃຈແລະເພິ່ນຈະອວຍພອນເຮົາ. (ຣມ. 15:7; 1ຕມ. 5:4, 8; 1ຢຮ. 3:18) ນອກຈາກນັ້ນ ຍັງມີອີກສິ່ງໜຶ່ງທີ່ເຮົາເຮັດໄດ້ເຊິ່ງເປັນສິ່ງທີ່ສຳຄັນຫຼາຍ ນັ້ນຄືການປະກາດຂ່າວດີກັບຄົນອື່ນ. (1ຕມ. 4:16) ເຮົາທຸກຄົນສາມາດສະແດງອອກໂດຍການກະທຳວ່າ ເຮົາເຊື່ອວ່າຄຳສັນຍາຕ່າງໆຂອງພະເຢໂຫວາຈະເກີດຂຶ້ນແທ້ ແລະວິທີຂອງເພິ່ນກໍດີທີ່ສຸດ. ຖ້າເຮົາເຮັດແບບນີ້ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຍອມຮັບເຮົາແລະເອີ້ນເຮົາວ່າໝູ່.
ຄວາມຫວັງເຮັດໃຫ້ເຮົາມີຄວາມເຊື່ອ
16. ອັບຣາຮາມມີຄວາມຫວັງຫຍັງ? ແລະຄວາມເຊື່ອຂອງລາວເປັນແນວໃດ?
16 ໃນໂຣມບົດ 4 ເຮົາໄດ້ຮຽນເລື່ອງທີ່ສຳຄັນອີກເລື່ອງໜຶ່ງຈາກອັບຣາຮາມນັ້ນຄື ຄວາມຫວັງ. ພະເຢໂຫວາສັນຍາວ່າ “ຄົນຫຼາຍຊົນຊາດ” ຈະໄດ້ພອນໂດຍທາງອັບຣາຮາມ. ລອງຄິດເບິ່ງວ່າຄວາມຫວັງນີ້ຈະເຮັດໃຫ້ອັບຣາຮາມ ມີຄວາມສຸກຫຼາຍສ່ຳໃດ! (ປຖກ. 12:3; 15:5; 17:4; ຣມ. 4:17) ເຖິງຈະເປັນແບບນັ້ນ ຕອນທີ່ອັບຣາຮາມອາຍຸ 100 ປີ ແລະຊາຣາອາຍຸ 90 ປີ ເຂົາເຈົ້າກໍຍັງບໍ່ມີລູກ. ໃນຄວາມຄິດຂອງມະນຸດ ຄົນອາຍຸຫຼາຍສ່ຳນີ້ຄືຊິໝົດຫວັງແລ້ວທີ່ຈະມີລູກ. ເລື່ອງນີ້ທົດສອບຄວາມເຊື່ອຂອງອັບຣາຮາມແທ້ໆແຕ່ “ອັບຣາຮາມຫວັງແລະເຊື່ອວ່າລາວຈະໄດ້ເປັນພໍ່ຂອງຄົນຫຼາຍຊົນຊາດ.” (ຣມ. 4:18, 19) ໃນທີ່ສຸດຄວາມຫວັງຂອງອັບຣາຮາມກໍເປັນຈິງ. ລາວມີລູກຊາຍຊື່ອີຊາກ.—ຣມ. 4:20-22
17. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຈະຍອມຮັບເຮົາເປັນໝູ່?
17 ພະເຢໂຫວາຈະພໍໃຈແລະຍອມຮັບເຮົາເປັນໝູ່ຄືກັບທີ່ເພິ່ນຍອມຮັບອັບຣາຮາມ. ໂປໂລບອກວ່າ: “ ‘ພະເຈົ້າຖືວ່າອັບຣາຮາມເປັນຄົນທີ່ພະອົງຍອມຮັບ’ ບໍ່ໄດ້ຂຽນໄວ້ສຳລັບອັບຣາຮາມເທົ່ານັ້ນ ແຕ່ຂຽນໄວ້ສຳລັບພວກເຮົາຄືກັນ ພະເຈົ້າຈະຖືວ່າພວກເຮົາເປັນຄົນທີ່ພະອົງຍອມຮັບຍ້ອນພວກເຮົາເຊື່ອໃນພະອົງຜູ້ທີ່ປຸກພະເຢຊູຜູ້ເປັນນາຍຂອງພວກເຮົາໃຫ້ຄືນມາຈາກຕາຍ.” (ຣມ. 4:23, 24) ດັ່ງນັ້ນ ເຮົາຕ້ອງມີທັງຄວາມເຊື່ອແລະການກະທຳຄືກັບທີ່ອັບຣາຮາມມີ ແລະໝັ້ນໃຈວ່າສິ່ງທີ່ພະເຢໂຫວາສັນຍາໄວ້ຈະເກີດຂຶ້ນແທ້. ໂປໂລຍັງເວົ້າເຖິງຄວາມຫວັງຕໍ່ໃນໂຣມບົດ 5 ເຊິ່ງເຮົາຈະຮຽນເລື່ອງນີ້ໃນບົດຄວາມຕໍ່ໄປ.
ເພງ 28 ໄດ້ເປັນເພື່ອນກັບພະເຢໂຫວາ
a ເຮົາທຸກຄົນຢາກເປັນຄົນທີ່ພະເຢໂຫວາຍອມຮັບແລະຢາກເຮັດໃຫ້ເພິ່ນພໍໃຈ. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ບົດຄວາມນີ້ເຮົາຈະມາເບິ່ງສິ່ງທີ່ໂປໂລແລະຢາໂກໂບເວົ້າກ່ຽວກັບຄວາມເຊື່ອແລະການກະທຳ. ເຮົາຈະເບິ່ງນຳກັນວ່າ 2 ຢ່າງນີ້ກ່ຽວຂ້ອງກັນແນວໃດແລະຈະຊ່ວຍເຮົາໃຫ້ເປັນຄົນທີ່ພະເຢໂຫວາຍອມຮັບໄດ້ແນວໃດ.
b ຄຳອະທິບາຍຮູບ: ໂປໂລກະຕຸ້ນຄລິດສະຕຽນຄົນຢິວໃຫ້ສົນໃຈການມີຄວາມເຊື່ອ ບໍ່ແມ່ນການ “ເຮັດຕາມກົດໝາຍ” ເຊັ່ນ: ການຫຍິບດ້າຍສີຟ້າໃສ່ຍອຍເສື້ອ ການສະຫຼອງເທດສະການປັດສະຄາ ແລະການເຮັດໃຫ້ໂຕເອງສະອາດຕາມພິທີກຳ.
c ຄຳອະທິບາຍຮູບ: ຢາໂກໂບສະໜັບສະໜູນໃຫ້ສະແດງຄວາມເຊື່ອໂດຍການເຮັດດີຕໍ່ຄົນອື່ນເຊັ່ນ ການຊ່ວຍເຫຼືອຄົນທຸກ.