ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ບໍ່​ເຄີຍ​ເຊົາ​ຮຽນ​ຮູ້

ຂ້ອຍ​ບໍ່​ເຄີຍ​ເຊົາ​ຮຽນ​ຮູ້

ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ສິດທິ​ພິເສດ​ທີ່​ມີ​ເພິ່ນ​ເປັນ “ຄູ​ຜູ້​ຍິ່ງໃຫຍ່” ຂອງ​ຂ້ອຍ. (ອຊຢ. 30:20) ພະ​ເຢໂຫວາ​ສອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໂດຍ​ທາງ​ຄຳພີ​ໄບເບິນ ສິ່ງ​ທີ່​ເພິ່ນ​ສ້າງ ແລະ​ອົງການ​ຂອງ​ເພິ່ນ. ເພິ່ນ​ຍັງ​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ສອນ​ເຮົາ​ຄື​ກັນ. ເຖິງ​ວ່າ​ອາຍຸ 97 ປີ​ແລ້ວ ແຕ່​ຂ້ອຍ​ຍັງ​ໄດ້​ຮັບ​ປະໂຫຍດ​ສະເໝີ​ຈາກ​ການ​ສອນ​ຂອງ​ພະ​ເຢໂຫວາ​ຜ່ານ​ວິທີ​ເຫຼົ່າ​ນີ້. ຂ້ອຍ​ຊິ​ເລົ່າ​ໃຫ້​ຟັງ​ວ່າ​ເປັນ​ແບບ​ນັ້ນ​ໄດ້​ຈັ່ງ​ໃດ.

ຖ່າຍ​ຮູບ​ກັບ​ຄອບຄົວ​ຂອງ​ຂ້ອຍ​ໃນ​ປີ 1948

ຂ້ອຍ​ເກີດ​ໃນ​ປີ 1927 ຢູ່​ເມືອງ​ນ້ອຍໆ​ໃກ້​ກັບ​ຊິຄາໂກ້ ລັດ​ອີລີນອຍ ປະເທດ​ອາເມຣິກາ. ພໍ່​ແມ່​ມີ​ລູກ 5 ຄົນ​ຄື: ເອື້ອຍ​ເຈທາ ອ້າຍ​ດອນ ຂ້ອຍ ຄານ ແລະ ຈອຍສ໌. ພວກ​ເຮົາ​ທັງ​ຫ້າ​ຄົນ​ຕັ້ງໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ. ເອື້ອຍ​ເຈທາ​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 2 ໃນ​ປີ 1943. ອ້າຍ​ດອນ​ເຂົ້າ​ເບເທນ​ບຸກ​ລິນ​ຢູ່​ນິວຢອກ​ໃນ​ປີ 1944 ຄານ​ເຂົ້າ​ເບເທນ​ປີ 1947 ແລະ​ຈອຍສ໌​ເຂົ້າ​ເບເທນ​ປີ 1951. ຕົວຢ່າງ​ທີ່​ດີ​ຂອງ​ເຂົາເຈົ້າ​ແລະ​ຂອງ​ພໍ່​ແມ່​ກະຕຸ້ນ​ຂ້ອຍ​ໃຫ້​ເຮັດ​ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

ຄອບຄົວ​ຂອງ​ເຮົາ​ຮູ້​ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ພໍ່​ກັບ​ແມ່​ມັກ​ອ່ານ​ຄຳພີ​ໄບເບິນ. ພວກ​ເພິ່ນ​ຮັກ​ພະເຈົ້າ​ແລະ​ສອນ​ພວກ​ເຮົາ​ທີ່​ເປັນ​ລູກ​ໃຫ້​ຮັກ​ພະເຈົ້າ​ຄື​ກັນ. ແຕ່​ພໍ່​ໝົດ​ຄວາມ​ນັບຖື​ຕໍ່​ກັບ​ໂບດ​ຕ່າງໆ​ຫຼັງ​ຈາກ​ທີ່​ໄປ​ເປັນ​ທະຫານ​ຢູ່​ເອີຣົບ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1. ແມ່​ຂອບໃຈ​ພະເຈົ້າ​ແທ້ໆ​ທີ່​ພໍ່​ກັບ​ມາ​ເຮືອນ​ຢ່າງ​ປອດໄພ​ຈາກ​ສົງຄາມ ແມ່​ຈຶ່ງ​ເວົ້າ​ກັບ​ພໍ່​ວ່າ: “ຄານ ໄປ໋ ໄປ​ໂບດ​ຄື​ກັບ​ທີ່​ເຮົາ​ເຄີຍ​ໄປ.” ພໍ່​ຕອບ​ວ່າ: “ຂ້ອຍ​ຊິ​ຍ່າງ​ໄປ​ສົ່ງ​ເຈົ້າ ແຕ່​ຂ້ອຍ​ຊິ​ບໍ່​ເຂົ້າ​ໄປ.” ແມ່​ຖາມ​ວ່າ: “ເປັນ​ຫຍັງ​ຈຶ່ງ​ບໍ່​ເຂົ້າ​ໄປ?” ພໍ່​ຕອບ​ວ່າ: “ຕອນ​ທີ່​ມີ​ສົງຄາມ ພວກ​ຫົວໜ້າ​ສາສະໜາ​ທີ່​ນັບຖື​ສາສະໜາ​ດຽວ​ກັນ​ແຕ່​ຢູ່​ຄົນ​ລະ​ຝ່າຍ​ໃນ​ການ​ຕໍ່ສູ້​ໄດ້​ອວຍພອນ​ໃຫ້​ທະຫານ​ທີ່​ຢູ່​ຝ່າຍ​ຂອງ​ໂຕເອງ​ແລະ​ອາວຸດ​ຂອງ​ເຂົາເຈົ້າ. ພະເຈົ້າ​ຢູ່​ນຳ​ທັງ​ສອງ​ຝ່າຍ​ຫວາ?”

ຕໍ່​ມາ ຕອນ​ທີ່​ແມ່​ໄປ​ໂບດ​ມີ​ພະຍານ​ພະ​ເຢໂຫວາ 2 ຄົນ​ມາ​ເຮືອນ​ເຮົາ. ເຂົາເຈົ້າ​ເອົາ​ປຶ້ມ 2 ຫົວ​ໃຫ້​ພໍ່. ປຶ້ມ​ນັ້ນ​ຊື່​ວ່າ​ຄວາມ​ສະຫວ່າງ ເຊິ່ງ​ເວົ້າ​ເລື່ອງ​ປຶ້ມ​ພະ​ນິມິດ​ໃນ​ຄຳພີ​ໄບເບິນ. ພໍ່​ສົນໃຈ​ແລະ​ເອົາ​ປຶ້ມ​ນັ້ນ​ນຳ​ເຂົາເຈົ້າ. ເມື່ອ​ແມ່​ເຫັນ​ປຶ້ມ 2 ຫົວ​ນີ້ ເພິ່ນ​ກໍ​ເລີ່ມ​ອ່ານ. ມີ​ມື້​ໜຶ່ງ​ແມ່​ເຫັນ​ໂຄສະນາ​ໃນ​ໜັງສື​ພິມ​ທ້ອງຖິ່ນ​ເຊີນ​ຄົນ​ທີ່​ສົນໃຈ​ໃຫ້​ມາ​ຮຽນ​ຄຳພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ຄວາມ​ສະຫວ່າງ. ແມ່​ຕັດສິນໃຈ​ໄປ​ຮຽນ. ເມື່ອ​ໄປ​ຮອດ ຜູ້​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ມາ​ເປີດ​ປະຕູ. ແມ່​ຈັບ​ປຶ້ມ​ຄວາມ​ສະຫວ່າງ​ຫົວ​ໜຶ່ງ​ຂຶ້ນ​ມາ ແລະ​ຖາມ​ວ່າ: “ຮຽນ​ປຶ້ມ​ນີ້​ຢູ່​ນີ້​ບໍ?” ລາວ​ຕອບ​ວ່າ: “ແມ່ນ​ແລ້ວ​ລູກ. ເຂົ້າ​ມາ​ແມ້.” ອາທິດ​ຕໍ່​ມາ ແມ່​ພາ​ເຮົາ​ທັງ​ຫ້າ​ຄົນ​ໄປ​ນຳ ແລະ​ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ໄປ​ທຸກ​ອາທິດ.

ມີ​ເທື່ອ​ໜຶ່ງ​ຢູ່​ການ​ປະຊຸມ ຜູ້​ນຳ​ຂໍ​ໃຫ້​ຂ້ອຍ​ອ່ານ​ເພງ​ສັນລະເສີນ 144:15 ທີ່​ບອກ​ວ່າ ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ກໍ​ມີ​ຄວາມ​ສຸກ. ຂ້ອຍ​ມັກ​ຂໍ້​ນັ້ນ​ຫຼາຍ ແລະ​ຍັງ​ມີ​ອີກ 2 ຂໍ້​ທີ່​ຂ້ອຍ​ມັກ ນັ້ນ​ຄື: 1 ຕີໂມທຽວ 1:11 ທີ່​ເວົ້າ​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ເອເຟໂຊ 5:1 ທີ່​ຊວນ​ເຮົາ “ໃຫ້​ຮຽນ​ແບບ​ພະເຈົ້າ.” ຂ້ອຍ​ໄດ້​ເຂົ້າໃຈ​ວ່າ​ຂ້ອຍ​ຄວນ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຜູ້​ສ້າງ​ຂອງ​ຂ້ອຍ ແລະ​ຂ້ອຍ​ຄວນ​ຂອບໃຈ​ເພິ່ນ​ສຳລັບ​ສິດທິ​ພິເສດ​ນີ້. ສອງ​ສິ່ງ​ນີ້​ແຫຼະ​ທີ່​ຂ້ອຍ​ພະຍາຍາມ​ເຮັດ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ.

ປະຊາຄົມ​ທີ່​ຢູ່​ໃກ້​ຊິຄາໂກ້​ທີ່​ສຸດ​ແມ່ນ 32 ກິໂລແມັດ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ຂ້ອຍ​ກໍ​ເຂົ້າໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ຂ້ອຍ​ຈື່​ໄດ້​ວ່າ​ມີ​ເທື່ອ​ໜຶ່ງ​ຜູ້​ນຳ​ການ​ປະຊຸມ​ເອີ້ນ​ເອື້ອຍ​ເຈທາ​ໃຫ້​ຕອບ ຕອນ​ທີ່​ຟັງ​ລາວ​ເວົ້າ ຂ້ອຍ​ຄິດ​ໃນ​ໃຈ​ວ່າ: ‘ຂ້ອຍ​ຮູ້​ຄຳ​ຕອບ. ຂ້ອຍ​ຄວນ​ຈະ​ຍົກ​ມື​ຕອບ.’ ຂ້ອຍ​ເລີ່ມ​ກຽມ​ການ​ປະຊຸມ​ແລະ​ຕອບ​ເປັນ​ຄຳເວົ້າ​ຂອງ​ໂຕເອງ. ສິ່ງ​ທີ່​ສຳຄັນ​ກວ່າ​ແມ່ນ ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຄື​ກັບ​ທີ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້ອຍ​ສະໜິດ​ກັບ​ເພິ່ນ. ຂ້ອຍ​ຮັບ​ບັບເຕມາ​ປີ 1941.

ສິ່ງ​ທີ່​ໄດ້​ຮຽນ​ຈາກ​ພະ​ເຢໂຫວາ​ຢູ່​ການ​ປະຊຸມ​ໃຫຍ່

ຂ້ອຍ​ບໍ່​ເຄີຍ​ລືມ​ການ​ປະຊຸມ​ພາກ​ປີ 1942 ທີ່​ເຮົາ​ເຂົ້າ​ຮ່ວມ​ຢູ່​ເມືອງ​ຄລີບແລນ ລັດ​ໂອໄຮໂອ. ຄອບຄົວ​ຂອງ​ເຮົາ​ແລະ​ຄອບຄົວ​ອື່ນໆ​ນອນ​ຢູ່​ເຕັ້ນ​ໃກ້​ກັບ​ບ່ອນ​ປະຊຸມ. ນອກ​ຈາກ​ນັ້ນ​ຍັງ​ມີ​ພີ່ນ້ອງ​ໃນ​ຫຼາຍ​ກວ່າ 50 ເມືອງ​ຢູ່​ທົ່ວ​ອາເມຣິກາ​ຟັງ​ການ​ປະຊຸມ​ຜ່ານ​ທາງ​ໂທລະສັບ. ສົງຄາມ​ໂລກ​ຄັ້ງ​ທີ 2 ຍັງ​ມີ​ຢູ່​ແລະ​ພະຍານ​ພະ​ເຢໂຫວາ​ຖືກ​ຂົ່ມເຫງ​ໜັກ​ຂຶ້ນ​ເລື້ອຍໆ. ຕອນ​ແລງ ຂ້ອຍ​ເຫັນ​ພວກ​ພີ່ນ້ອງ​ຈອດ​ລົດ​ໃຫຍ່​ປິ່ນ​ກົ້ນ​ໃສ່​ເຕັ້ນ​ແລະ​ໃຫ້​ຫົວ​ລົດ​ປິ່ນ​ອອກ​ໄປ​ທາງ​ນອກ. ທຸກ​ຄົນ​ເຫັນດີ​ທີ່​ຈະ​ໃຫ້​ມີ​ຜູ້​ໜຶ່ງ​ຍາມ​ໝົດ​ຄືນ​ຢູ່​ໃນ​ລົດ​ແຕ່​ລະ​ຄັນ. ຖ້າ​ເບິ່ງ​ຄື​ວ່າ​ຊິ​ມີ​ບັນຫາ​ເກີດຂຶ້ນ ພີ່ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ຈະ​ເປີດ​ຕາ​ໄຟ​ລົດ​ສ່ອງ​ໃສ່​ຜູ້​ທີ່​ມາ​ກໍ່​ກວນ​ເພື່ອ​ໃຫ້​ເຂົາເຈົ້າ​ເຫຼື້ອມ​ຕາ ແລະ​ພີ່ນ້ອງ​ເຫຼົ່າ​ນັ້ນ​ກໍ​ຈະ​ບີບ​ແກ​ລົດ​ດັງໆ ແລ້ວ​ພີ່ນ້ອງ​ຄົນ​ອື່ນ​ກໍ​ຈະ​ຟ້າວ​ໄປ​ຊ່ວຍ. ຂ້ອຍ​ຄິດ​ໃນ​ໃຈ​ວ່າ: ‘ປະຊາຊົນ​ຂອງ​ພະ​ເຢໂຫວາ​ກຽມ​ພ້ອມ​ດີ​ແທ້ໆ​ສຳລັບ​ທຸກ​ຢ່າງ!’ ບໍ່​ມີ​ຫຍັງ​ຮ້າຍ​ແຮງ​ເກີດຂຶ້ນ. ຍ້ອນ​ຮູ້ສຶກ​ປອດໄພ ຂ້ອຍ​ຈຶ່ງ​ນອນ​ຫຼັບ​ໄດ້.

ຫຼາຍ​ປີ​ຕໍ່​ມາ ເມື່ອ​ຄິດ​ເຖິງ​ການ​ປະຊຸມ​ໃຫຍ່​ເທື່ອ​ນັ້ນ​ຂ້ອຍ​ເຫັນ​ວ່າ​ແມ່​ບໍ່​ໄດ້​ຢ້ານ​ຫຼື​ວຸ່ນວາຍ​ໃຈ. ແມ່​ໄວ້ໃຈ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ເຕັມທີ. ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ຕົວຢ່າງ​ທີ່​ດີ​ຂອງ​ແມ່.

ບໍ່​ດົນ​ກ່ອນ​ການ​ປະຊຸມ​ໃຫຍ່​ເທື່ອ​ນັ້ນ ແມ່​ໄດ້​ສະໝັກ​ເປັນ​ໄພໂອເນຍ​ປະຈຳ. ດັ່ງນັ້ນ ແມ່​ຈຶ່ງ​ຕັ້ງໃຈ​ຟັງ​ຄຳ​ບັນລະຍາຍ​ທີ່​ເວົ້າ​ເຖິງ​ການ​ຮັບໃຊ້​ເຕັມ​ເວລາ. ຕອນ​ເມືອ​ເຮືອນ ເພິ່ນ​ເວົ້າ​ວ່າ: “ແມ່​ຢາກ​ເປັນ​ໄພໂອເນຍ​ຕໍ່​ໄປ ແຕ່​ຊິ​ເຮັດ​ທັງ​ວຽກ​ນີ້​ແລະ​ຕ້ອງ​ເບິ່ງແຍງ​ເຮືອນ​ຢ່າງ​ດີ​ນຳ ແມ່​ເຮັດ​ບໍ່​ໄດ້.” ແລ້ວ​ແມ່​ກໍ​ຖາມ​ພວກ​ເຮົາ​ວ່າ​ຊິ​ຊ່ວຍ​ໄດ້​ບໍ່. ພວກ​ເຮົາ​ຕອບ​ວ່າ​ຊ່ວຍ​ໄດ້ ສະນັ້ນ​ແມ່​ຈຶ່ງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ອະນາໄມ​ຫ້ອງ​ໜຶ່ງ​ຫຼື​ສອງ​ຫ້ອງ​ກ່ອນ​ກິນ​ເຂົ້າ​ເຊົ້າ. ຫຼັງ​ຈາກ​ເຮົາ​ໄປ​ໂຮງຮຽນ ແມ່​ຈະ​ກວດ​ເບິ່ງ​ວ່າ​ເຮືອນ​ສະອາດ​ດີ​ແລ້ວ​ບໍ ແລະ​ຈາກ​ນັ້ນ​ແມ່​ກໍ​ຈະ​ອອກ​ໄປ​ປະກາດ. ແມ່​ຫຍຸ້ງ​ຫຼາຍ ແຕ່​ກໍ​ບໍ່​ເຄີຍ​ປ່ອຍ​ປະ​ລະເລີຍ​ລູກ. ເມື່ອ​ເຮົາ​ມາ​ກິນ​ເຂົ້າ​ສວາຍ​ຢູ່​ເຮືອນ​ແລະ​ຕອນ​ເລີກ​ໂຮງຮຽນ ແມ່​ຊິ​ຢູ່​ເຮືອນ​ຕະຫຼອດ. ບາງ​ມື້​ເຮົາ​ໄປ​ປະກາດ​ນຳ​ແມ່​ຫຼັງ​ຈາກ​ເລີກ​ໂຮງຮຽນ ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວຽກ​ທີ່​ໄພໂອເນຍ​ເຮັດ.

ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ

ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ຕອນ​ອາຍຸ 16 ປີ. ເຖິງ​ວ່າ​ພໍ່​ຍັງ​ບໍ່​ທັນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ເພິ່ນ​ກໍ​ສົນໃຈ​ວ່າ​ຂ້ອຍ​ເປັນ​ແນວ​ໃດ​ໃນ​ວຽກ​ປະກາດ. ຕອນ​ແລງ​ມື້​ໜຶ່ງ​ຂ້ອຍ​ບອກ​ພໍ່​ວ່າ ທັງໆ​ທີ່​ຂ້ອຍ​ພະຍາຍາມ​ເຕັມທີ​ແລ້ວ​ແຕ່​ກໍ​ຍັງ​ບໍ່​ທັນ​ເຈິ​ຈັກ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ. ຂ້ອຍ​ຢຸດ​ບຶດ​ໜຶ່ງ​ແລ້ວ​ກໍ​ຖາມ​ພໍ່​ວ່າ: “ພໍ່​ຢາກ​ຮຽນ​ຄຳພີ​ໄບເບິນ​ກັບ​ລູກ​ບໍ່?” ພໍ່​ຄິດ​ບຶດ​ໜຶ່ງ​ແລ້ວ​ກໍ​ຕອບ​ວ່າ: “ຮຽນ​ກະ​ຮຽນ.” ສະນັ້ນ ພໍ່​ຈຶ່ງ​ເປັນ​ນັກສຶກສາ​ຄົນ​ທຳອິດ​ຂອງ​ຂ້ອຍ. ນັ້ນ​ເປັນ​ສິ່ງ​ທີ່​ພິເສດ​ຫຼາຍ​ສຳລັບ​ຂ້ອຍ!

ເຮົາ​ຮຽນ​ປຶ້ມ “ຄວາມ​ຈິງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ອິດສະຫຼະ.” ຫຼັງ​ຈາກ​ຮຽນ​ໄປ​ໄດ້​ໄລຍະ​ໜຶ່ງ ຂ້ອຍ​ກໍ​ສຳນຶກ​ວ່າ​ພໍ່​ກຳລັງ​ຊ່ວຍ​ຂ້ອຍ​ໃຫ້​ປັບປຸງ​ວິທີ​ທີ່​ຂ້ອຍ​ສຶກສາ​ຄຳພີ​ໄບເບິນ​ແລະ​ສອນ​ເລື່ອງ​ນັ້ນ​ໃຫ້​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ຕອນ​ແລງ​ມື້​ໜຶ່ງ​ຫຼັງ​ຈາກ​ທີ່​ເຮົາ​ອ່ານ​ຂໍ້​ໜຶ່ງ​ແລ້ວ ພໍ່​ເວົ້າ​ວ່າ: “ພໍ່​ເຫັນ​ແລ້ວ​ວ່າ​ໃນ​ປຶ້ມ​ເວົ້າ​ແນວ​ໃດ ແຕ່​ລູກ​ຊິ​ຮູ້​ໄດ້​ຈັ່ງ​ໃດ​ວ່າ​ປຶ້ມ​ນີ້​ເວົ້າ​ຖືກ?” ຂ້ອຍ​ບໍ່​ໄດ້​ກຽມ​ໂຕ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ພໍ່ ຂ້ອຍ​ຈຶ່ງ​ບອກ​ເພິ່ນ​ວ່າ: “ລູກ​ພິສູດ​ໃຫ້​ພໍ່​ເຫັນ​ບໍ່​ໄດ້​ຕອນນີ້ ແຕ່​ໃນ​ການ​ສຶກສາ​ເທື່ອ​ໜ້າ​ລູກ​ຊິ​ມີ​ຄຳ​ຕອບ​ໃຫ້​ພໍ່​ແນ່ນອນ.” ຂ້ອຍ​ກະ​ມີ​ຄຳ​ຕອບ​ໃຫ້​ພໍ່​ແທ້ໆ ຂ້ອຍ​ເຫັນ​ຂໍ້​ພະຄຳພີ​ຕ່າງໆ​ທີ່​ສະໜັບສະໜູນ​ຈຸດ​ທີ່​ເຮົາ​ໄດ້​ລົມ​ກັນ. ຫຼັງ​ຈາກ​ນັ້ນ ຂ້ອຍ​ໄດ້​ກຽມ​ໂຕ​ດີໆ​ສຳລັບ​ການ​ສຶກສາ​ໂດຍ​ຄົ້ນຄວ້າ​ກ່ຽວກັບ​ຈຸດ​ຕ່າງໆ. ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ນັກສຶກສາ​ຄຳພີ​ໄບເບິນ​ທີ່​ດີ​ຂຶ້ນ​ແລະ​ທັງ​ຊ່ວຍ​ພໍ່​ຂ້ອຍ​ຄື​ກັນ. ພໍ່​ໄດ້​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ໃນ​ຊີວິດ​ແລະ​ຮັບ​ບັບເຕມາ​ໃນ​ປີ 1952.

ຂ້ອຍ​ຮຽນ​ຮູ້​ຕໍ່ໆ​ໄປ​ຢູ່​ເບເທນ

ຂ້ອຍ​ອອກ​ຈາກ​ເຮືອນ​ຕອນ​ອາຍຸ 17 ປີ. ເອື້ອຍ​ເຈທາ a​ເປັນ​ມິດຊັນນາຣີ ແລະ​ອ້າຍ​ດອນ​ເຂົ້າ​ເບເທນ. ທັງ​ສອງ​ຄົນ​ຮັກ​ວຽກ​ມອບໝາຍ​ຂອງ​ເຂົາເຈົ້າ​ເຊິ່ງ​ເລື່ອງ​ນີ້​ກະຕຸ້ນ​ຂ້ອຍ​ຫຼາຍ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ສະໝັກ​ເຂົ້າ​ເບເທນ​ແລະ​ໂຮງຮຽນ​ກິລຽດ ແລ້ວ​ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ​ໃຫ້​ເພິ່ນ​ຕັດສິນໃຈ​ວ່າ​ຂ້ອຍ​ຄວນ​ຮັບໃຊ້​ຢູ່​ໃສ. ຜົນ​ເປັນ​ແນວ​ໃດ? ຂ້ອຍ​ຖືກ​ເຊີນ​ເຂົ້າ​ເບເທນ​ປີ 1946.

ໃນ​ຫຼາຍ​ປີ​ຜ່ານ​ມາ ຂ້ອຍ​ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ​ຢູ່​ເບເທນ ສະນັ້ນ​ຂ້ອຍ​ຈຶ່ງ​ໄດ້​ຮຽນ​ສິ່ງ​ໃໝ່ໆ​ຫຼາຍ​ຢ່າງ. ທີ່ຈິງ ໃນ​ໄລຍະ 75 ປີ​ທີ່​ຢູ່​ເບເທນ ຂ້ອຍ​ໄດ້​ຮຽນ​ພິມ​ປຶ້ມ​ແລະ​ເຮັດ​ບັນຊີ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ໄດ້​ຮຽນ​ຮູ້​ວິທີ​ຊື້​ເຄື່ອງ​ເຂົ້າ​ເບເທນ​ແລະ​ສົ່ງ​ເຄື່ອງ​ທີ່​ຈຳເປັນ​ໄປ​ບ່ອນ​ຕ່າງໆ. ສິ່ງ​ສຳຄັນ​ທີ່​ສຸດ ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ຄວາມ​ຮູ້​ຈາກ​ຄຳພີ​ໄບເບິນ​ຜ່ານ​ທາງ​ການ​ນະມັດສະການ​ຕອນ​ເຊົ້າ​ແລະ​ຄຳ​ບັນລະຍາຍ​ສຳລັບ​ຄອບຄົວ​ເບເທນ.

ສອນ​ຢູ່​ໂຮງຮຽນ​ຜູ້​ເບິ່ງແຍງ

ຂ້ອຍ​ຍັງ​ໄດ້​ຮຽນ​ຈາກ​ຄານ​ນ້ອງ​ຊາຍ​ຂອງ​ຂ້ອຍ​ທີ່​ເຂົ້າ​ເບເທນ​ປີ 1947. ລາວ​ເປັນ​ນັກສຶກສາ​ຄຳພີ​ໄບເບິນ​ທີ່​ດີ​ຫຼາຍ​ແລະ​ເປັນ​ຜູ້​ສອນ​ທີ່​ເກັ່ງ​ນຳ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ຂໍ​ໃຫ້​ລາວ​ຊ່ວຍ​ເລື່ອງ​ຄຳ​ບັນລະຍາຍ​ທີ່​ຂ້ອຍ​ໄດ້​ຮັບ. ຂ້ອຍ​ບອກ​ລາວ​ວ່າ​ຂ້ອຍ​ຊອກ​ຂໍ້ມູນ​ໄດ້​ບັກ​ຫຼາຍໆ​ແຕ່​ບໍ່​ຮູ້​ວ່າ​ຊິ​ເອົາ​ໄປ​ໃຊ້​ແນວ​ໃດ. ຄານ​ຖາມ​ຂ້ອຍ​ວ່າ: “ອ້າຍ​ໂຈແອວ ຫົວຂໍ້​ຄຳ​ບັນລະຍາຍ​ແມ່ນ​ຫຍັງ?” ຂ້ອຍ​ເຂົ້າໃຈ​ຈຸດ​ທີ່​ລາວ​ເວົ້າ​ທັນທີ. ຂ້ອຍ​ຕ້ອງ​ໃຊ້​ສະເພາະ​ຂໍ້ມູນ​ທີ່​ຊ່ວຍ​ອະທິບາຍ​ເລື່ອງ​ທີ່​ບັນລະຍາຍ​ແລະ​ສິ່ງ​ທີ່​ບໍ່​ກ່ຽວ​ຂ້ອງ​ຕ້ອງ​ຕັດ​ອອກ. ຂ້ອຍ​ບໍ່​ເຄີຍ​ລືມ​ບົດ​ຮຽນ​ນັ້ນ.

ຖ້າ​ຢາກ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ຢູ່​ເບເທນ​ເຮົາ​ຕ້ອງ​ເຮັດ​ວຽກ​ປະກາດ​ຢ່າງ​ເຕັມທີ. ຖ້າ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ມີ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ. ປະສົບການ​ໜຶ່ງ​ທີ່​ຂ້ອຍ​ຈື່​ບໍ່​ລືມ​ເກີດຂຶ້ນ​ຫຼາຍ​ປີ​ແລ້ວ​ໃນ​ຕອນ​ແລງ​ມື້​ໜຶ່ງ​ຢູ່​ນິວຢອກ. ຂ້ອຍ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄປ​ຢາມ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຄີຍ​ຮັບ​ເອົາ​ຫໍສັງເກດການ​ແລະ​ຕື່ນເຖີດ! ເຮົາ​ແນະນຳ​ໂຕເອງ​ໂດຍ​ເວົ້າ​ວ່າ: “ຕອນ​ແລງ​ມື້​ນີ້​ເຮົາ​ກຳລັງ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ສິ່ງ​ດີໆ​ຈາກ​ຄຳພີ​ໄບເບິນ.” ລາວ​ເວົ້າ​ວ່າ: “ຄັນ​ພວກ​ເຈົ້າ​ຢາກ​ລົມ​ເລື່ອງ​ຄຳພີ​ໄບເບິນ ເຂົ້າ​ມາ​ໂລດ!” ເຮົາ​ອ່ານ​ແລະ​ລົມ​ກັນ​ກ່ຽວກັບ​ພະຄຳພີ​ຫຼາຍ​ຂໍ້​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ເລື່ອງ​ໂລກ​ໃໝ່​ທີ່​ກຳລັງ​ໃກ້​ເຂົ້າ​ມາ. ລາວ​ມັກ​ເລື່ອງ​ນັ້ນ​ຫຼາຍ​ຈົນ​ຊວນ​ໝູ່​ຫຼາຍ​ຄົນ​ໃຫ້​ມາ​ຮ່ວມ​ນຳ​ໃນ​ອາທິດ​ຕໍ່​ມາ. ຕໍ່​ມາ ຜູ້​ຍິງ​ຄົນ​ນັ້ນ​ກັບ​ຜົວ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ຮຽນ​ຮູ້​ຈາກ​ເມຍ​ຂອງ​ຂ້ອຍ

ກ່ອນ​ເຈິ​ກັບ​ເມຍ ຂ້ອຍ​ໃຊ້​ເວລາ​ປະມານ 10 ປີ​ເພື່ອ​ຊອກ​ຫາ​ຄູ່. ສິ່ງ​ໃດ​ຊ່ວຍ​ຂ້ອຍ​ໃຫ້​ເຈິ​ເມຍ​ທີ່​ດີ? ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ນຳ​ກັນ​ກັບ​ເມຍ​ຫຼັງ​ຈາກ​ແຕ່ງດອງ​ແລ້ວ.

ຖ່າຍ​ຮູບ​ກັບ​ເມຣີ​ຕອນ​ເຮັດ​ວຽກ​ເບິ່ງແຍງ​ໝວດ

ຫຼັງ​ຈາກ​ການ​ປະຊຸມ​ພາກ​ຢູ່​ສະໜາມ​ກິລາ​ແຢງກີ້​ໃນ​ປີ 1953 ຂ້ອຍ​ເຈິ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເມຣີ ອັນໂຢນ. ເມຣີ​ກັບ​ເອື້ອຍ​ເຈທາ​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 2 ນຳ​ກັນ ແລະ​ລາວ​ກໍ​ເປັນ​ຄູ່​ມິດຊັນນາຣີ​ຂອງ​ເອື້ອຍ​ເຈທາ. ເມຣີ​ເລົ່າ​ໃຫ້​ຂ້ອຍ​ຟັງ​ດ້ວຍ​ຄວາມ​ກະຕືລືລົ້ນ​ກ່ຽວກັບ​ວຽກ​ມິດຊັນນາຣີ​ຂອງ​ລາວ​ຢູ່​ໝູ່​ເກາະ​ຄາ​ເລ​ບຽນ​ແລະ​ຄົນ​ທີ່​ລາວ​ສຶກສາ​ນຳ​ໃນ​ຫຼາຍ​ປີ​ຜ່ານ​ມາ. ເມື່ອ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ ເຮົາ 2 ຄົນ​ກໍ​ເຫັນ​ວ່າ​ເຮົາ​ມີ​ເປົ້າໝາຍ​ດຽວ​ກັນ ນັ້ນ​ຄື​ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ຕໍ່ໆ​ໄປ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ​ແລ້ວ​ເຮົາ​ກໍ​ແຕ່ງດອງ​ກັນ​ໃນ​ປີ 1955. ໃນ​ຫຼາຍໆ​ແງ່ ເມຣີ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ​ແລະ​ເປັນ​ຕົວຢ່າງ​ໃຫ້​ຂ້ອຍ. ລາວ​ມີ​ຄວາມ​ສຸກ​ກັບ​ວຽກ​ມອບໝາຍ​ທຸກ​ຢ່າງ​ທີ່​ລາວ​ໄດ້​ຮັບ. ລາວ​ເປັນ​ຄົນ​ດຸ​ໝັ່ນ ເປັນ​ຫ່ວງ​ຄົນ​ອື່ນ ແລະ​ໃຫ້​ພະ​ເຢໂຫວາ​ກັບ​ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ. (ມທ. 6:33) ເຮົາ​ເຮັດ​ວຽກ​ເບິ່ງແຍງ​ໝວດ 3 ປີ ແລະ​ໃນ​ປີ 1958 ເຮົາ​ກໍ​ຖືກ​ເຊີນ​ເຂົ້າ​ເບເທນ.

ຂ້ອຍ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ເມຣີ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ແຕ່ງດອງ​ກັນ​ໃໝ່ໆ ເຮົາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ ແຕ່​ລະ​ເທື່ອ​ເຮົາ​ອ່ານ​ປະມານ 15 ຂໍ້. ຫຼັງ​ຈາກ​ແຕ່​ລະ​ຄົນ​ອ່ານ​ສ່ວນ​ໜຶ່ງ​ແລ້ວ ເຮົາ​ຈະ​ລົມ​ກັນ​ກ່ຽວກັບ​ຂໍ້​ພະຄຳພີ​ເຫຼົ່າ​ນັ້ນ​ແລະ​ເບິ່ງ​ວ່າ​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ແນວ​ໃດ. ເມຣີ​ມັກ​ເລົ່າ​ໃຫ້​ຂ້ອຍ​ຟັງ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຢູ່​ໂຮງຮຽນ​ກິລຽດ​ຫຼື​ຈາກ​ການ​ຮັບໃຊ້​ເປັນ​ມິດຊັນນາຣີ. ການ​ລົມ​ກັນ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນ ຊ່ວຍ​ຂ້ອຍ​ໃຫ້​ປັບປຸງ​ຄຳ​ບັນລະຍາຍ​ຂອງ​ໂຕເອງ ແລະ​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ.—ສພສ. 25:11

ເມຣີ​ເມຍ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ຕາຍ​ປີ 2013. ແຕ່​ຂ້ອຍ​ລໍ​ຖ້າ​ທີ່​ຈະ​ເຈິ​ກັບ​ລາວ​ໃນ​ໂລກ​ໃໝ່! ໃນ​ຕອນນີ້ ຂ້ອຍ​ຕັ້ງໃຈ​ທີ່​ຈະ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ແລະ​ໄວ້​ວາງໃຈ​ເພິ່ນ​ສຸດ​ຫົວໃຈ. (ສພສ. 3:5, 6) ຂ້ອຍ​ໄດ້​ກຳລັງ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ໂລກ​ໃໝ່. ແນ່ນອນ​ວ່າ​ນັ້ນ​ຈະ​ລວມ​ເຖິງ​ການ​ຮຽນ​ຮູ້​ສິ່ງ​ໃໝ່ໆ​ຈາກ​ຄູ​ຜູ້​ຍິ່ງໃຫຍ່​ແລະ​ຮຽນ​ຮູ້​ສິ່ງ​ໃໝ່ໆ​ກ່ຽວກັບ​ເພິ່ນ. ແມ່ນ​ແລ້ວ ຂ້ອຍ​ບໍ່​ຮູ້​ວ່າ​ຊິ​ຂອບໃຈ​ພະ​ເຢໂຫວາ​ແນວ​ໃດ​ສຳລັບ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ສອນ​ຂ້ອຍ​ຈົນ​ຮອດ​ຕອນນີ້​ແລະ​ສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຫຼາຍ​ຢ່າງ​ທີ່​ເພິ່ນ​ສະແດງ​ຕໍ່​ຂ້ອຍ.

a ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ເຈທາ ຊຸເນນ ໃນ​ຫໍສັງເກດການ 1 ມີນາ 2003 ໜ້າ 23-29. (ພາສາ​ໄທ)