ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 51

ເພງ​ທີ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນໃຈ​ຂອງ​ເຮົາ

ນ້ຳ​ຕາ​ຂອງ​ເຈົ້າ​ມີ​ຄ່າ​ສຳລັບ​ພະ​ເຢໂຫວາ

ນ້ຳ​ຕາ​ຂອງ​ເຈົ້າ​ມີ​ຄ່າ​ສຳລັບ​ພະ​ເຢໂຫວາ

“ຂໍ​ພະອົງ​ເກັບ​ນ້ຳ​ຕາ​ຂອງ​ລູກ​ໄວ້​ໃນ​ຖົງໜັງ​ຂອງ​ພະອົງ. ພະອົງ​ນັບ​ນ້ຳ​ຕາ​ທຸກ​ຢົດ​ຂອງ​ລູກ​ແລະ​ຈົດ​ໄວ້​ໃນ​ປຶ້ມ​ຂອງ​ພະອົງ.”ພສ. 56:8

ຈຸດ​ສຳຄັນ

ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ດີ​ຕອນ​ທີ່​ເຮົາ​ເສຍໃຈ ແລະ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ດີ​ຂຶ້ນ.

1-2. ມີ​ເລື່ອງ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮ້ອງໄຫ້?

 ເຮົາ​ທຸກ​ຄົນ​ເຄີຍ​ຮ້ອງໄຫ້. ບາງ​ເທື່ອ​ເຮົາ​ຮ້ອງໄຫ້​ຍ້ອນ​ມີ​ຄວາມ​ສຸກ​ເພາະ​ມີ​ສິ່ງ​ທີ່​ພິເສດ​ເກີດຂຶ້ນ ເຊັ່ນ: ຕອນ​ລູກ​ເກີດ​ມາ ຕອນ​ຄິດ​ເຖິງ​ຄວາມ​ຊົງ​ຈຳ​ດີໆ​ໃນ​ອະດີດ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ ຫຼື​ຕອນ​ທີ່​ເຈິ​ໝູ່​ທີ່​ບໍ່​ເຫັນ​ກັນ​ຫຼາຍ​ປີ.

2 ແຕ່​ສ່ວນ​ຫຼາຍ​ແລ້ວ​ເຮົາ​ຮ້ອງໄຫ້​ຍ້ອນ​ໂສກເສົ້າ​ແລະ​ທຸກໃຈ ເຊັ່ນ: ຕອນ​ທີ່​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼາຍ ຕອນ​ທີ່​ເຮົາ​ເຈັບ​ປວດ​ຫຼາຍ​ຍ້ອນ​ເຈັບ​ປ່ວຍ​ຮ້າຍ​ແຮງ ຫຼື​ຕອນ​ທີ່​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ. ໃນ​ເວລາ​ແບບ​ນີ້ ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ຜູ້​ພະຍາກອນ​ເຢເຣມີຢາ​ຕອນ​ທີ່​ພວກ​ບາບີໂລນ​ມາ​ທຳລາຍ​ເມືອງ​ເຢຣູຊາເລັມ. ລາວ​ເວົ້າ​ວ່າ: “ນ້ຳ​ຕາ​ຂ້ອຍ​ໄຫຼ​ຄື​ກັບ​ແມ່​ນ້ຳ . . . ຂ້ອຍ​ຈະ​ຮ້ອງໄຫ້​ບໍ່​ຢຸດ​ບໍ່​ເຊົາ.”—ສສ. 3:48, 49

3. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ເຮົາ​ທຸກໃຈ? (ເອຊາຢາ 63:9)

3 ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຮົາ​ຮ້ອງໄຫ້​ຫຼາຍ​ເທື່ອ​ຍ້ອນ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ທຸກໃຈ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ທຸກ​ເທື່ອ​ທີ່​ເຮົາ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ທຸກໃຈ ພະ​ເຢໂຫວາ​ຮູ້​ແລະ​ເພິ່ນ​ກໍ​ຟັງ​ເມື່ອ​ເຮົາ​ຮ້ອງ​ຂໍ​ໃຫ້​ເພິ່ນ​ຊ່ວຍ. (ພສ. 34:15) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຫັນ​ແລະ​ຟັງ​ເຮົາ​ເທົ່າ​ນັ້ນ ແຕ່​ເພິ່ນ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ເຮົາ​ຫຼາຍ. ສະນັ້ນ ເມື່ອ​ເພິ່ນ​ເຫັນ​ເຮົາ​ຮ້ອງໄຫ້ ເພິ່ນ​ກໍ​ຮູ້ສຶກ​ທຸກໃຈ​ແລະ​ຢາກ​ຊ່ວຍ​ເຮົາ​ທັນທີ.—ອ່ານ​ເອຊາຢາ 63:9

4. ເຮົາ​ຈະ​ຮຽນ​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ​ຈາກ​ຕົວຢ່າງ​ຂອງ​ບາງ​ຄົນ​ໃນ​ຄຳພີ​ໄບເບິນ?

4 ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ເມື່ອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຮ້ອງໄຫ້. ເຮົາ​ເຫັນ​ເລື່ອງ​ນີ້​ຈາກ​ຕົວຢ່າງ​ຂອງ​ຮັນນາ ດາວິດ ແລະ​ກະສັດ​ເຮເຊກີຢາ. ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ຮ້ອງໄຫ້? ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ? ແລະ​ຕົວຢ່າງ​ຂອງ​ເຂົາເຈົ້າ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ຕອນ​ທີ່​ເຮົາ​ຮ້ອງໄຫ້​ຍ້ອນ​ໂສກເສົ້າ​ເສຍໃຈ ຖືກ​ທໍລະຍົດ ຫຼື​ຮູ້ສຶກ​ໝົດ​ຫວັງ?

ຮ້ອງໄຫ້​ຍ້ອນ​ໂສກເສົ້າ​ເສຍໃຈ

5. ເລື່ອງ​ທີ່​ຮັນນາ​ເຈິ​ເຮັດ​ໃຫ້​ລາວ​ຮູ້ສຶກ​ແນວ​ໃດ?

5 ຮັນນາ​ເຈິ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ລາວ​ທຸກໃຈ​ຫຼາຍ​ຈົນ​ຮ້ອງໄຫ້. ບັນຫາ​ຢ່າງ​ໜຶ່ງ​ແມ່ນ​ຜົວ​ຂອງ​ລາວ​ມີ​ເມຍ​ອີກ​ຄົນ​ໜຶ່ງ​ຊື່​ເປນິນນາ ແລະ​ເປນິນນາ​ກໍ​ຊັງ​ຮັນນາ. ຊ້ຳບໍ່ໜຳ​ຮັນນາ​ພັດ​ບໍ່​ມີ​ລູກ ແຕ່​ເປນິນນາ​ມີ​ລູກ​ຫຼາຍ​ຄົນ. (1ຊມ. 1:1, 2) ນອກ​ຈາກ​ນັ້ນ ເປນິນນາ​ຍັງ​ມັກ​ເວົ້າ​ເຍາະເຍີ້ຍ​ຮັນນາ​ທີ່​ເປັນ​ໝັນ. ຖ້າ​ເຈົ້າ​ເຈິ​ເລື່ອງ​ແບບ​ນີ້ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ຮັນນາ​ເສຍໃຈ​ຫຼາຍ​ຈົນ “ຮ້ອງໄຫ້​ແລະ​ບໍ່​ຍອມ​ກິນ [ເຂົ້າ].” ລາວ “ທຸກໃຈ​ຫຼາຍ.”—1ຊມ. 1:6, 7, 10

6. ຮັນນາ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້ສຶກ​ດີ​ຂຶ້ນ?

6 ຮັນນາ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້ສຶກ​ດີ​ຂຶ້ນ? ສິ່ງ​ໜຶ່ງ​ທີ່​ລາວ​ເຮັດ​ແມ່ນ​ໄປ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ. ຢູ່​ຫັ້ນ ອາດ​ຈະ​ເປັນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່​ຢູ່​ໃກ້​ກັບ​ທາງເຂົ້າ​ເຕັ້ນ​ສັກສິດ “ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ຮ້ອງໄຫ້​ສະອຶກ​ສະອື້ນ.” ລາວ​ອ້ອນວອນ​ພະ​ເຢໂຫວາ​ວ່າ: “[ຂໍ] ພະອົງ​ເຫັນ​ຄວາມ​ທຸກ​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ຄິດ​ເຖິງ​ລູກ.” (1ຊມ. 1:10ຂ, 11) ຮັນນາ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ. ເມື່ອ​ພະ​ເຢໂຫວາ​ເຫັນ​ຮັນນາ​ຮ້ອງໄຫ້​ສະອຶກ​ສະອື້ນ​ແບບ​ນັ້ນ ເພິ່ນ​ກໍ​ທຸກໃຈ​ຄື​ກັນ. ເພິ່ນ​ຮັກ​ລາວ​ຫຼາຍ​ແລະ​ຢາກ​ປອບ​ໃຈ​ລາວ.

7. ຮັນນາ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ?

7 ຮັນນາ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ​ແລະ​ຫຼັງ​ຈາກ​ໄດ້​ຮັບ​ຄຳ​ຮັບຮອງ​ຈາກ​ປະໂລຫິດ​ໃຫຍ່​ເອລີ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ? ຄຳພີ​ໄບເບິນ​ບອກ​ວ່າ: “ລາວ​ກໍ​ກັບ​ເມືອ​ເຮືອນ​ແລະ​ກິນ​ເຂົ້າ ແລະ​ໜ້າ​ຕາ​ຂອງ​ລາວ​ກໍ​ບໍ່​ໂສກເສົ້າ​ອີກ​ຕໍ່​ໄປ.” (1ຊມ. 1:17, 18) ຮັນນາ​ຝາກ​ຄວາມ​ອຸກໃຈ​ທັງໝົດ​ໄວ້​ກັບ​ພະ​ເຢໂຫວາ. ເຖິງ​ວ່າ​ສະພາບການ​ຂອງ​ລາວ​ຍັງ​ບໍ່​ດີ​ຂຶ້ນ ແຕ່​ລາວ​ກໍ​ຮູ້ສຶກ​ສະຫງົບໃຈ​ໄດ້. ນີ້​ແມ່ນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຮັນນາ. ເພິ່ນ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ຕໍ່​ມາ​ເພິ່ນ​ກໍ​ອວຍພອນ​ໂດຍ​ໃຫ້​ລາວ​ມີ​ລູກ.—1ຊມ. 1:19, 20; 2:21

8-9. ຕາມ​ເຮັບເຣີ 10:24, 25 ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ເຕັມທີ​ທີ່​ຈະ​ໄປ​ປະຊຸມ? (ເບິ່ງ​ຮູບ​ນຳ)

8 ບົດ​ຮຽນ​ສຳລັບ​ເຮົາ. ເຈົ້າ​ກຳລັງ​ເຈິ​ກັບ​ບັນຫາ​ໜັກໆ​ທີ່​ເຮັດ​ໃຫ້​ເສຍໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ບໍ? ບາງ​ເທື່ອ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ທີ່​ເຈົ້າ​ຮັກ​ອາດຕາຍ​ຈາກ​ໄປ. ເມື່ອ​ເຈິ​ເລື່ອງ​ແບບ​ນີ້ ເປັນ​ເລື່ອງ​ທຳມະດາ​ທີ່​ເຈົ້າ​ອາດ​ຈະ​ຢາກ​ຢູ່​ຄົນ​ດຽວ. ແຕ່​ຄື​ກັບ​ຮັນນາ ລາວ​ໄດ້​ກຳລັງ​ໃຈ​ເມື່ອ​ໄປ​ເຕັ້ນ​ສັກສິດ ເຈົ້າ​ກໍ​ຈະ​ໄດ້​ກຳລັງ​ໃຈ​ຄື​ກັນ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ເຖິງ​ວ່າ​ຕອນ​ນັ້ນ​ເຈົ້າ​ຮູ້ສຶກ​ບໍ່​ຢາກ​ໄປ. (ອ່ານ​ເຮັບເຣີ 10:24, 25) ເມື່ອ​ເຮົາ​ໄດ້​ຍິນ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ຢູ່​ການ​ປະຊຸມ ເຮົາ​ກໍ​ຈະ​ຄິດ​ໃນ​ແງ່​ບວກ. ນີ້​ແມ່ນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຊົາ​ຄິດ​ກ່ຽວກັບ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ໂສກເສົ້າ. ຜົນ​ກໍ​ຄື ເຮົາ​ຈະ​ຄວບຄຸມ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ໄດ້​ເຖິງ​ວ່າ​ຕອນ​ນັ້ນ​ສະພາບການ​ຂອງ​ເຮົາ​ຈະ​ຍັງ​ບໍ່​ດີ​ຂຶ້ນ​ກໍ​ຕາມ.

9 ເມື່ອ​ໄປ​ປະຊຸມ ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ພີ່ນ້ອງ. ເຂົາເຈົ້າ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເຂົາເຈົ້າ​ຮັກ​ເຮົາ​ຫຼາຍ​ແທ້ໆ. (1ທຊ. 5:11, 14) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ພິເສດ​ທີ່​ເມຍ​ຂອງ​ລາວ​ຕາຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ຍັງ​ຮ້ອງໄຫ້​ຢູ່​ຍ້ອນ​ຄິດ​ຮອດ​ເມຍ. ບາງ​ເທື່ອ​ຂ້ອຍ​ຢາກ​ຢູ່​ຄົນ​ດຽວ​ຍ້ອນ​ເຊົາ​ຮ້ອງໄຫ້​ບໍ່​ໄດ້. ແຕ່​ການ​ໄປ​ປະຊຸມ​ເຮັດ​ໃຫ້​ຂ້ອຍ​ໄດ້​ກຳລັງ​ໃຈ​ຫຼາຍ. ເມື່ອ​ໄດ້​ເຈິ​ກັບ​ພີ່ນ້ອງ​ແລະ​ຟັງ​ຄຳເວົ້າ​ທີ່​ດີໆ​ແລະ​ຄຳ​ຄິດ​ເຫັນ​ຂອງ​ເຂົາເຈົ້າ​ຢູ່​ການ​ປະຊຸມ ມັນ​ເຮັດ​ໃຫ້​ຂ້ອຍ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ. ບໍ່​ວ່າ​ຂ້ອຍ​ຈະ​ອຸກໃຈ​ຫຼື​ເຄັ່ງ​ຕຶງ​ຫຼາຍ​ສ່ຳ​ໃດ ແຕ່​ເມື່ອ​ໄປ​ປະຊຸມ​ຂ້ອຍ​ກໍ​ຮູ້ສຶກ​ດີ​ຂຶ້ນ.” ເມື່ອ​ເຮົາ​ໄປ​ປະຊຸມ ພະ​ເຢໂຫວາ​ສາມາດ​ໃຊ້​ພີ່ນ້ອງ​ເພື່ອ​ຊ່ວຍ​ເຮົາ.

ເຮົາ​ສາມາດ​ໄດ້​ກຳລັງ​ໃຈ​ຈາກ​ຄຳເວົ້າ​ທີ່​ດີໆ​ຂອງ​ພີ່ນ້ອງ (ເບິ່ງ​ຂໍ້ 8-9)


10. ເຮົາ​ຈະ​ຮຽນ​ແບບ​ຮັນນາ​ແນວ​ໃດ​ຕອນ​ທີ່​ເຮົາ​ຮູ້ສຶກ​ເສຍໃຈ?

10 ຮັນນາ​ຍັງ​ໄດ້​ກຳລັງ​ໃຈ​ຈາກ​ການ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ. ເຈົ້າ​ກໍ​ສາມາດ “ຝາກ​ຄວາມ​ອຸກໃຈ​ທັງໝົດ​ໄວ້​ກັບ [ພະ​ເຢໂຫວາ]” ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຟັງ​ເຈົ້າ. (1ປຕ. 5:7) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຜົວ​ຂອງ​ລາວ​ຖືກ​ຂ້າ​ຕອນ​ທີ່​ໂຈນ​ປຸ້ນ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຫົວໃຈ​ແຕກ​ສະຫຼາຍ​ແລະ​ບໍ່​ມີ​ທາງ​ທີ່​ຈະ​ກັບ​ມາ​ເປັນ​ຄື​ເກົ່າ. ສິ່ງ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ແມ່ນ​ການ​ອະທິດຖານ​ຫາ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ບາງ​ເທື່ອ​ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ກັບ​ເພິ່ນ​ແນວ​ໃດ ແຕ່​ເພິ່ນ​ກໍ​ເຂົ້າໃຈ​ຂ້ອຍ. ຕອນ​ທີ່​ຂ້ອຍ​ເສຍໃຈ​ຫຼາຍ​ແລະ​ຄິດ​ຫຍັງ​ບໍ່​ອອກ ຂ້ອຍ​ຈະ​ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ສະຫງົບໃຈ. ຈາກ​ນັ້ນ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ໃຈ​ຂ້ອຍ​ເລີ່ມ​ສະຫງົບ​ລົງ​ແລະ​ເຮັດ​ໃຫ້​ຂ້ອຍ​ສາມາດ​ໃຊ້​ຊີວິດ​ຕໍ່​ໄປ​ໄດ້.” ຕອນ​ທີ່​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ ເພິ່ນ​ກໍ​ຮ່ວມ​ຄວາມ​ຮູ້ສຶກ​ກັບ​ເຈົ້າ​ແລະ​ເພິ່ນ​ເຂົ້າໃຈ​ດີ​ວ່າ​ເຈົ້າ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. ເຖິງ​ວ່າ​ບັນຫາ​ຂອງ​ເຈົ້າ​ຍັງ​ມີ​ຢູ່ ແຕ່​ພະ​ເຢໂຫວາ​ກໍ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ໃຈ​ແລະ​ສະຫງົບໃຈ​ໄດ້. (ພສ. 94:19; ຟລປ. 4:6, 7) ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ທີ່​ເຈົ້າ​ອົດທົນ​ຢ່າງ​ສັດຊື່.—ຮຣ. 11:6

ຮ້ອງໄຫ້​ຍ້ອນ​ຖືກ​ທໍລະຍົດ

11. ດາວິດ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຈິ​ເລື່ອງ​ທີ່​ໜັກໆ​ໃນ​ຊີວິດ?

11 ດາວິດ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ຮ້ອງໄຫ້. ຫຼາຍ​ຄົນ​ຊັງ​ລາວ ແລະ​ຄົນ​ທີ່​ລາວ​ໄວ້ໃຈ​ກໍ​ທໍລະຍົດ​ລາວ. (1ຊມ. 19:10, 11; 2ຊມ. 15:10-14, 30) ຕອນ​ທີ່​ດາວິດ​ເຈິ​ເລື່ອງ​ທີ່​ໜັກໆ​ແບບ​ນີ້ ລາວ​ຂຽນ​ວ່າ: “ລູກ​ຖອນ​ຫາຍໃຈ​ຈົນ​ເມື່ອຍ​ຫຼາຍ. ລູກ​ຮ້ອງໄຫ້​ຢູ່​ບ່ອນ​ນອນ​ໝົດ​ຄືນ. ຕັ່ງ​ຍາວ​ທີ່​ລູກ​ນັ່ງ​ກໍ​ປຽກ​ນ້ຳ​ຕາ​ໄປ​ໝົດ​ແລ້ວ.” ເປັນ​ຫຍັງ​ດາວິດ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ? ລາວ​ເວົ້າ​ວ່າ: “ຍ້ອນ​ມີ​ຫຼາຍ​ຄົນ​ມາ​ຂົ່ມເຫງ​ລູກ.” (ພສ. 6:6, 7) ສິ່ງ​ບໍ່​ດີ​ທີ່​ຄົນ​ອື່ນ​ເຮັດ​ກັບ​ດາວິດ​ເຮັດ​ໃຫ້​ລາວ​ເຈັບ​ປວດ​ໃຈ​ຫຼາຍ​ຈົນ​ຮ້ອງໄຫ້.

12. ໃນ​ເພງ​ສັນລະເສີນ 56:8 ດາວິດ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

12 ເຖິງ​ວ່າ​ດາວິດ​ເຈິ​ເລື່ອງ​ທີ່​ໜັກໆ​ໃນ​ຊີວິດ ແຕ່​ລາວ​ກໍ​ຍັງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ. ລາວ​ຂຽນ​ວ່າ: “ພະ​ເຢໂຫວາ​ຈະ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ແນ່ນອນ.” (ພສ. 6:8) ມີ​ເທື່ອ​ໜຶ່ງ ດາວິດ​ໄດ້​ຂຽນ​ຄຳເວົ້າ​ທີ່​ໜ້າ​ປະທັບໃຈ​ໃນ​ເພງ​ສັນລະເສີນ 56:8. (ອ່ານ) ຄຳເວົ້າ​ຂອງ​ດາວິດ​ໃນ​ຂໍ້​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ສ່ຳ​ໃດ. ດາວິດ​ບອກ​ວ່າ​ພະ​ເຢໂຫວາ​ເກັບ​ນ້ຳ​ຕາ​ຂອງ​ລາວ​ໄວ້​ໃນ​ຖົງໜັງ​ຂອງ​ເພິ່ນ ຫຼື​ນັບ​ນ້ຳ​ຕາ​ທຸກ​ຢົດ​ຂອງ​ລາວ​ແລ້ວ​ຈົດ​ໄວ້​ໃນ​ປຶ້ມ​ຂອງ​ເພິ່ນ. ດາວິດ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮູ້​ແລະ​ບໍ່​ລືມ​ວ່າ​ລາວ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. ລາວ​ຍັງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຫັນ​ວ່າ​ລາວ​ກຳລັງ​ເຈິ​ຫຍັງ ແຕ່​ເພິ່ນ​ຍັງ​ເຂົ້າໃຈ​ດີ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ.

13. ເມື່ອ​ມີ​ຄົນ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼື​ທໍລະຍົດ​ເຮົາ ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ເບິ່ງ​ຮູບ​ນຳ)

13 ບົດ​ຮຽນ​ສຳລັບ​ເຮົາ. ເຈົ້າ​ກຳລັງ​ເຈັບ​ປວດ​ໃຈ​ຍ້ອນ​ຜິດ​ຫວັງ​ຫຼື​ຖືກ​ຄົນ​ທີ່​ເຈົ້າ​ໄວ້ໃຈ​ທໍລະຍົດ​ບໍ? ເຈົ້າ​ອາດ​ເສຍໃຈ​ຫຼາຍ​ຍ້ອນ​ຄົນ​ທີ່​ເຈົ້າ​ຈະ​ແຕ່ງດອງ​ນຳ​ເລີກ​ກັບ​ເຈົ້າ​ຫຼື​ຄູ່​ຂອງ​ເຈົ້າ​ຖິ້ມ​ເຈົ້າ​ໄປ ຫຼື​ຄົນ​ທີ່​ເຈົ້າ​ຮັກ​ອາດ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເມຍ​ຂອງ​ລາວ​ນອກ​ໃຈ​ແລະ​ຖິ້ມ​ລາວ​ໄປ​ເວົ້າ​ວ່າ: “ຂ້ອຍ​ເສຍໃຈ​ຫຼາຍ. ຂ້ອຍ​ບໍ່​ເຄີຍ​ຄິດ​ວ່າ​ເລື່ອງ​ແບບ​ນີ້​ຈະ​ເກີດຂຶ້ນ​ກັບ​ຂ້ອຍ. ຂ້ອຍ​ຮູ້ສຶກ​ບໍ່​ມີ​ຄ່າ ໃຈ​ຮ້າຍ ແລະ​ໂສກເສົ້າ​ຫຼາຍ.” ຖ້າ​ມີ​ຄົນ​ທໍລະຍົດ​ເຈົ້າ​ຫຼື​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ຫຼາຍ ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ຖິ້ມ​ເຈົ້າ. ພີ່ນ້ອງ​ຊາຍ​ຜູ້​ນີ້​ເວົ້າ​ຕໍ່​ວ່າ: “ຄົນ​ເຮົາ​ຫັກ​ຫຼັງ​ກັນ​ໄດ້ ແຕ່​ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ສຳລັບ​ເຮົາ. ບໍ່​ວ່າ​ເຮົາ​ຈະ​ເຈິ​ຫຍັງ​ໃນ​ຊີວິດ ເພິ່ນ​ຈະ​ຊ່ວຍ​ເຮົາ​ສະເໝີ. ເພິ່ນ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ.” (ພສ. 37:28) ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ໃນ​ໂລກ​ນີ້​ຈະ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ກັບ​ພະ​ເຢໂຫວາ. ເຖິງ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ທີ່​ຖືກ​ທໍລະຍົດ ແຕ່​ຄວາມ​ຮູ້ສຶກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຈົ້າ​ຍັງ​ຄື​ເກົ່າ​ບໍ່​ເຄີຍ​ປ່ຽນແປງ. ເຈົ້າ​ມີ​ຄ່າ​ສຳລັບ​ເພິ່ນ​ສະເໝີ. (ຣມ. 8:38, 39) ສະນັ້ນ ເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ບໍ່​ວ່າ​ຄົນ​ອື່ນ​ຈະ​ປະຕິບັດ​ກັບ​ເຈົ້າ​ແນວ​ໃດ ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ກໍ​ຍັງ​ຮັກ​ເຈົ້າ​ຢ່າງ​ໝັ້ນຄົງ.

ປຶ້ມ​ເພງ​ສັນລະເສີນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ (ເບິ່ງ​ຂໍ້ 13)


14. ເພງ​ສັນລະເສີນ 34:18 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

14 ຖ້າ​ເຈົ້າ​ຖືກ​ທໍລະຍົດ ເຈົ້າ​ຍັງ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ການ​ອ່ານ​ຄຳເວົ້າ​ຂອງ​ດາວິດ​ໃນ​ເພງ​ສັນລະເສີນ 34:18. (ອ່ານ) ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ບອກ​ວ່າ ຄົນ​ທີ່ “ທໍ້ໃຈ​ແຮງ” ອາດ​ໝາຍ​ເຖິງ “ຄົນ​ທີ່​ຄິດ​ວ່າ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ອີກ​ແລ້ວ​ໃນ​ອະນາຄົດ.” ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ທີ່​ຮູ້ສຶກ​ຜິດ​ຫວັງ​ແບບ​ນີ້​ໄດ້​ແນວ​ໃດ? ໃຫ້​ຄິດ​ເຖິງ​ພໍ່​ແມ່​ທີ່​ຮັກ​ລູກ​ຫຼາຍ. ຕອນ​ທີ່​ລູກ​ຮ້ອງໄຫ້​ເສຍໃຈ ພໍ່​ແມ່​ຈະ​ກອດ​ແລະ​ອອຍ​ລູກ. ຄ້າຍຄື​ກັນ ຖ້າ​ເຮົາ​ຫົວໃຈ​ແຕກ​ສະຫຼາຍ​ຍ້ອນ​ຖືກ​ທໍລະຍົດ​ຫຼື​ຖືກ​ປະຖິ້ມ ພະ​ເຢໂຫວາ​ກໍ​ຈະ “ຢູ່​ໃກ້” ເຮົາ ປອບ​ໃຈ​ເຮົາ ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ຄວາມ​ຫວັງ​ທີ່​ດີ​ກັບ​ເຮົາ​ກ່ຽວກັບ​ອະນາຄົດ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ກຳລັງ​ເຈິ​ໄດ້.—ອຊຢ. 65:17

ຮ້ອງໄຫ້​ຍ້ອນ​ຮູ້ສຶກ​ໝົດ​ຫວັງ

15. ເຮເຊກີຢາ​ເຈິ​ບັນຫາ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ຮ້ອງໄຫ້​ເສຍໃຈ?

15 ຕອນ​ທີ່​ກະສັດ​ເຮເຊກີຢາ​ອາຍຸ 39 ປີ ລາວ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ. ຜູ້​ພະຍາກອນ​ເອຊາຢາ​ໄດ້​ເອົາ​ຂ່າວ​ຈາກ​ພະ​ເຢໂຫວາ​ໄປ​ບອກ​ລາວ​ວ່າ​ລາວ​ຊິ​ຕາຍ​ແທ້ໆ. (2ກສ. 20:1) ເມື່ອ​ເຮເຊກີຢາ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ໂສກເສົ້າ​ເສຍໃຈ​ຫຼາຍ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ຂົມຂື່ນ. ລາວ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ.—2ກສ. 20:2, 3

16. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮເຊກີຢາ​ແນວ​ໃດ?

16 ພະ​ເຢໂຫວາ​ອີ່ຕົນ​ເຮເຊກີຢາ​ຫຼາຍ​ທີ່​ເຫັນ​ລາວ​ຮ້ອງໄຫ້. ເພິ່ນ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ເອຊາຢາ​ໃຫ້​ກັບ​ໄປ​ບອກ​ລາວ​ວ່າ: “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ ແລະ​ເຫັນ​ນ້ຳ​ຕາ​ຂອງ​ເຈົ້າ​ແລ້ວ. ເຮົາ​ຈະ​ປົວ​ເຈົ້າ​ໃຫ້​ເຊົາ.” ພະ​ເຢໂຫວາ​ສັນຍາ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາຢາ​ວ່າ​ເພິ່ນ​ຈະ​ໃຫ້​ເຮເຊກີຢາ​ມີ​ຊີວິດ​ຢູ່​ຕໍ່​ອີກ ແລະ​ເພິ່ນ​ຈະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ພວກ​ອັດຊີເຣຍ.—2ກສ. 20:4-6

17. ຕອນ​ທີ່​ເຮົາ​ເຈັບ​ປ່ວຍ​ຮ້າຍ​ແຮງ ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ? (ເພງ​ສັນລະເສີນ 41:3) (ເບິ່ງ​ຮູບ​ນຳ)

17 ບົດ​ຮຽນ​ສຳລັບ​ເຮົາ. ເຈົ້າ​ກຳລັງ​ເຈັບ​ປ່ວຍ​ຮ້າຍ​ແຮງ​ຈົນ​ປົວ​ບໍ່​ໄດ້​ບໍ? ໃຫ້​ບອກ​ພະ​ເຢໂຫວາ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ. ເຈົ້າ​ອາດ​ເຖິງຂັ້ນ​ຮ້ອງໄຫ້​ຕອນ​ທີ່​ລະບາຍ​ໃຫ້​ເພິ່ນ​ຟັງ. ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ ພະ​ເຢໂຫວາ​ເປັນ “ພໍ່​ທີ່​ມີ​ຄວາມ​ເມດຕາ​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.” ເພິ່ນ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ຕອນ​ທີ່​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ. (2ກຣ. 1:3, 4) ຕອນນີ້​ເຮົາ​ບໍ່​ສາມາດ​ຄາດໝາຍ​ໃຫ້​ພະ​ເຢໂຫວາ​ກຳຈັດ​ບັນຫາ​ທຸກ​ຢ່າງ​ຂອງ​ເຮົາ​ໃຫ້​ໝົດ​ໄປ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຮົາ​ສະເໝີ. (ອ່ານ​ເພງ​ສັນລະເສີນ 41:3) ເພິ່ນ​ຈະ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ ມີ​ສະຕິ​ປັນຍາ ແລະ​ມີ​ຄວາມ​ສະຫງົບໃຈ​ເພື່ອ​ຈະ​ຮັບມື​ກັບ​ບັນຫາ​ໄດ້. (ສພສ. 18:14; ຟລປ. 4:13) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ກຳລັງ​ໃຈ​ເຮົາ​ໂດຍ​ໃຫ້​ຄວາມ​ຫວັງ​ດີໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເຊິ່ງ​ບອກ​ວ່າ​ອີກ​ບໍ່​ດົນ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.—ອຊຢ. 33:24

ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ ມີ​ສະຕິ​ປັນຍາ ແລະ​ມີ​ຄວາມ​ສະຫງົບໃຈ (ເບິ່ງ​ຂໍ້ 17)


18. ຕອນ​ທີ່​ເຈິ​ບັນຫາ​ໜັກໆ​ໃນ​ຊີວິດ ພະຄຳພີ​ຂໍ້​ໃດ​ທີ່​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ໃຈ? (ເບິ່ງ​ຂອບ “ ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ຕອນ​ທີ່​ເຮົາ​ຮ້ອງໄຫ້”)

18 ກະສັດ​ເຮເຊກີຢາ​ໄດ້​ກຳລັງ​ໃຈ​ຈາກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ. ເຮົາ​ກໍ​ສາມາດ​ໄດ້​ກຳລັງ​ໃຈ​ຈາກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຄື​ກັນ. ພະ​ເຢໂຫວາ​ໃຫ້​ຮັກສາ​ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ເຫຼົ່າ​ນີ້​ໄວ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ຕອນ​ທີ່​ເຮົາ​ຮັບມື​ກັບ​ບັນຫາ​ທີ່​ເຮັດ​ໃຫ້​ທຸກໃຈ. (ຣມ. 15:4) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ອາຟຣິກາ​ຕາເວັນ​ຕົກ​ໄດ້​ກວດ​ພໍ້​ວ່າ​ເປັນ​ມະເຮັງ. ລາວ​ຮ້ອງໄຫ້​ເສຍໃຈ​ຕະຫຼອດ. ລາວ​ເວົ້າ​ວ່າ: “ເອຊາຢາ 26:3 ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ​ແທ້ໆ. ເຖິງ​ວ່າ​ຂ້ອຍ​ຈະ​ຄວບຄຸມ​ຫຼາຍ​ຢ່າງ​ບໍ່​ໄດ້ ແຕ່​ຂໍ້​ຄຳພີ​ນີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ສະຫງົບໃຈ​ແລະ​ສາມາດ​ຄວບຄຸມ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ໄດ້​ຕອນ​ທີ່​ຮັບມື​ກັບ​ບັນຫາ.” ມີ​ພະຄຳພີ​ຂໍ້​ໃດ​ບໍ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ​ເປັນ​ພິເສດ​ຕອນ​ທີ່​ກຳລັງ​ເຈິ​ບັນຫາ​ໜັກໆ​ທີ່​ເຮັດ​ໃຫ້​ໝົດ​ຫວັງ?

19. ມີ​ຄວາມ​ຫວັງ​ຫຍັງ​ທີ່​ລໍ​ຖ້າ​ເຮົາ​ຢູ່?

19 ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ຕອນ​ທ້າຍ​ຂອງ​ສະໄໝ​ສຸດທ້າຍ. ເຮົາ​ຄາດໝາຍ​ໄດ້​ວ່າ​ຈະ​ຕ້ອງ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ທຸກໃຈ​ຈົນ​ຮ້ອງໄຫ້​ຫຼາຍ​ກວ່າ​ນີ້​ອີກ. ແຕ່​ຈາກ​ຕົວຢ່າງ​ຂອງ​ຮັນນາ ດາວິດ ແລະ​ກະສັດ​ເຮເຊກີຢາ ເມື່ອ​ພະ​ເຢໂຫວາ​ເຫັນ​ນ້ຳ​ຕາ​ຂອງ​ເຮົາ ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ​ກັບ​ເຮົາ​ຄື​ກັນ. ນ້ຳ​ຕາ​ຂອງ​ເຮົາ​ມີ​ຄ່າ​ຕໍ່​ເພິ່ນ​ແທ້ໆ. ສະນັ້ນ ຕອນ​ທີ່​ເຈິ​ກັບ​ເລື່ອງ​ທີ່​ເຮັດ​ໃຫ້​ທຸກໃຈ ເຮົາ​ຢາກ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ ບໍ່​ແຍກ​ໂຕ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ ແລະ​ພະຍາຍາມ​ຊອກ​ຫາ​ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ​ສະເໝີ. ຖ້າ​ເຮົາ​ອົດທົນ​ຕໍ່ໆ​ໄປ​ຢ່າງ​ສັດຊື່ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຮົາ​ແນ່ນອນ. ລາງວັນ​ນັ້ນ​ລວມ​ເຖິງ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ວ່າ​ໃນ​ອະນາຄົດ​ເພິ່ນ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ເຮົາ​ທີ່​ເກີດ​ຈາກ​ຄວາມ​ໂສກເສົ້າ​ເສຍໃຈ ຖືກ​ທໍລະຍົດ ແລະ​ຮູ້ສຶກ​ໝົດ​ຫວັງ. (ພນມ. 21:4) ເມື່ອ​ຮອດ​ຕອນ​ນັ້ນ ເຮົາ​ຈະ​ບໍ່​ຮ້ອງໄຫ້​ຍ້ອນ​ທຸກໃຈ ແຕ່​ເຮົາ​ຈະ​ຮ້ອງໄຫ້​ຍ້ອນ​ດີ​ໃຈ.

ເພງ​ທີ 4 “ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ອຍ”