ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ໃນ​ການ​ສຶກສາ​ສ່ວນ​ໂຕ

ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ສັນຍາ​ໄວ້

ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ສັນຍາ​ໄວ້

ອ່ານ​ພວກ​ຜູ້​ຕັດສິນ 11:30-40 ກ່ຽວກັບ​ເລື່ອງ​ຂອງ​ເຢັບທາ​ແລະ​ລູກ​ສາວ​ທີ່​ເຮັດ​ຕາມ​ຄຳ​ສັນຍາ.

ວິເຄາະ​ເນື້ອ​ໃນ. ຄົນ​ອິດສະຣາເອນ​ຮູ້ສຶກ​ແນວ​ໃດ​ຕໍ່​ຄຳ​ສັນຍາ​ທີ່​ເຮັດ​ກັບ​ພະ​ເຢໂຫວາ? (ຈຊບ. 30:2) ເຢັບທາ​ກັບ​ລູກ​ສາວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ເຊື່ອ​ໃນ​ພະ​ເຢໂຫວາ?—ຜຕສ. 11:9-11, 19-24, 36

ຄົ້ນຄວ້າ​ໃຫ້​ເລິກ​ເຊິ່ງ​ກວ່າ​ເກົ່າ. ເຢັບທາ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕອນ​ທີ່​ລາວ​ສັນຍາ​ກັບ​ພະ​ເຢໂຫວາ? (ຫ16.04 ໜ້າ 6 ຂໍ້ 12) ເຢັບທາ​ກັບ​ລູກ​ສາວ​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ເຮັດ​ຕາມ​ທີ່​ສັນຍາ​ໄວ້? (ຫ16.04 ໜ້າ 6-7 ຂໍ້ 14-16) ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຄຳ​ສັນຍາ​ຫຍັງ​ທີ່​ສຳຄັນ​ຕໍ່​ເພິ່ນ?—ຫ17.04 ໜ້າ 6-9 ຂໍ້ 10-19

ໃຫ້​ເບິ່ງ​ວ່າ​ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ? ໃຫ້​ຖາມ​ໂຕເອງ​ວ່າ:

  • ‘ຂ້ອຍ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ຄຳ​ສັນຍາ​ຕອນ​ອຸທິດ​ໂຕ​ທີ່​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ?’ (ຫ20.03 ໜ້າ 13 ຂໍ້ 20)

  • ‘ຂ້ອຍ​ເສຍ​ສະລະ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?’

  • ‘ສິ່ງ​ໃດ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ຕາມ​ຄຳ​ສັນຍາ​ຕອນ​ແຕ່ງດອງ?’ (ມທ. 19:5, 6; ອຟຊ. 5:28-33)