ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 50

ເພງ​ທີ 135 ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

[ໃຫ້] ກວດ​ເບິ່ງ​ຈົນ​ໝັ້ນໃຈ​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ພວກ​ເຈົ້າ​ເຮັດ ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ເພິ່ນ​ພໍໃຈ.”ຣມ. 12:2

ຈຸດ​ສຳຄັນ

ໃນ​ບົດ​ນີ້ ພໍ່​ແມ່​ຈະ​ຮຽນ​ຮູ້​ວິທີ​ລົມ​ກັບ​ລູກ​ກ່ຽວກັບ​ເລື່ອງ​ພະ​ເຢໂຫວາ​ແລະ​ເລື່ອງ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.

1-2. ພໍ່​ແມ່​ຄວນ​ຮູ້ສຶກ​ແນວ​ໃດ​ເມື່ອ​ລູກ​ຖາມ​ຄຳ​ຖາມ​ກ່ຽວກັບ​ຄວາມ​ເຊື່ອ?

 ຫຼາຍ​ຄົນ​ເຫັນດີ​ວ່າ​ການ​ລ້ຽງ​ລູກ​ເປັນ​ວຽກ​ທີ່​ໜັກ​ຫຼາຍ. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຮົາ​ຂໍ​ຊົມເຊີຍ​ເຈົ້າ​ທີ່​ພະຍາຍາມ​ເຕັມທີ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (ພບຍ. 6:6, 7) ເມື່ອ​ລູກ​ໃຫຍ່​ຂຶ້ນ ລາວ​ອາດ​ມີ​ຄຳ​ຖາມ​ຕ່າງໆ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.

2 ທຳອິດ​ເມື່ອ​ລູກ​ຖາມ​ແບບ​ນີ້ ເຈົ້າ​ອາດ​ຄິດ​ວ່າ​ລູກ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ປານ​ໃດ. ທີ່ຈິງ ເມື່ອ​ເດັກນ້ອຍ​ໃຫຍ່​ຂຶ້ນ ເຂົາເຈົ້າ​ກໍ​ຕ້ອງ​ຖາມ​ຄຳ​ຖາມ​ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເປັນ​ຂອງ​ໂຕເອງ. (1ກຣ. 13:11) ສະນັ້ນ ເຈົ້າ​ບໍ່​ຕ້ອງ​ຢ້ານ. ຕອນ​ທີ່​ລູກ​ຖາມ ໃຫ້​ໃຊ້​ໂອກາດ​ນັ້ນ​ເພື່ອ​ຊ່ວຍ​ລູກ​ໃຫ້​ຝຶກ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ເພື່ອ​ລູກ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ວິທີ​ຕ່າງໆ​ທີ່​ພໍ່​ແມ່​ສາມາດ​ຊ່ວຍ​ລູກ​ໃຫ້ (1) ເຮັດ​ໃຫ້​ຄວາມ​ເຊື່ອ​ເປັນ​ຂອງ​ໂຕເອງ (2) ເຫັນຄ່າ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ (3) ຮູ້​ຈັກ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ໂຕເອງ. ນອກ​ຈາກ​ນັ້ນ ເຮົາ​ຈະ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ລູກ​ຕັ້ງ​ຄຳ​ຖາມ ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ມີ​ກິດຈະກຳ​ຫຍັງ​ແດ່​ທີ່​ພໍ່​ແມ່​ຈະ​ເຮັດ​ກັບ​ລູກ​ໄດ້​ເຊິ່ງ​ຈະ​ເປີດ​ໂອກາດ​ໃຫ້​ໄດ້​ລົມ​ກັບ​ລູກ​ກ່ຽວກັບ​ເລື່ອງ​ຄວາມ​ເຊື່ອ.

ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ເປັນ​ຂອງ​ໂຕເອງ

4. ລູກ​ອາດ​ຖາມ​ຄຳ​ຖາມ​ຫຍັງ​ແດ່ ແລະ​ຍ້ອນຫຍັງ?

4 ຄົນ​ທີ່​ເປັນ​ພໍ່​ແມ່​ຮູ້​ດີ​ວ່າ​ການ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ບໍ່​ແມ່ນ​ສິ່ງ​ທີ່​ເຂົາເຈົ້າ​ຈະ​ເອົາ​ໃຫ້​ລູກ​ໄດ້​ໂດຍ​ອັດຕະໂນມັດ. ເຈົ້າ​ເອງ​ກໍ​ບໍ່​ໄດ້​ເກີດ​ມາ​ພ້ອມ​ກັບ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. ລູກ​ຂອງ​ເຈົ້າ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ. ເມື່ອ​ໃຫຍ່​ຂຶ້ນ​ມາ​ລູກ​ອາດ​ຈະ​ຖາມ​ເຈົ້າ​ວ່າ: ‘ລູກ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ມີ​ແທ້? ລູກ​ຈະ​ເຊື່ອ​ໄດ້​ແທ້ໆ​ບໍ​ກ່ຽວກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ?’ ທີ່ຈິງ ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້​ໃຊ້​ການ “ຄິດ [ຫາ​ເຫດຜົນ]” ແລະ “ໃຫ້​ກວດ​ເບິ່ງ​ທຸກ​ສິ່ງ​ຈົນ​ໝັ້ນໃຈ.” (ຣມ. 12:1; 1ທຊ. 5:21) ຄັນຊັ້ນ ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

5. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ໝັ້ນ​ໃຈ​ໃນ​ຄຳພີ​ໄບເບິນ? (ໂຣມ 12:2)

5 ສະໜັບສະໜູນ​ລູກ​ໃຫ້​ຊອກ​ຫາ​ຫຼັກຖານ​ທີ່​ສະແດງ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. (ອ່ານ​ໂຣມ 12:2) ເມື່ອ​ລູກ​ຖາມ​ຄຳ​ຖາມ ໃຫ້​ໃຊ້​ໂອກາດ​ນັ້ນ​ຊ່ວຍ​ລູກ​ໃຫ້​ຮູ້​ວິທີ​ຊອກ​ຄຳ​ຕອບ​ໂດຍ​ໃຊ້​ເຄື່ອງມື​ຄົ້ນຄວ້າ​ຕ່າງໆ​ຂອງ​ອົງການ ເຊັ່ນ ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ. ໃນ​ຄູ່ມື​ຄົ້ນຄວ້າ​ນີ້ ໃນ​ສ່ວນ “ຫົວ​ເລື່ອງ” ມີ​ຫົວຂໍ້​ທີ່​ຊື່​ວ່າ “ຄຳພີ​ໄບເບິນ” ລູກ​ຂອງ​ເຈົ້າ​ອາດ​ຈະ​ເບິ່ງ​ໃນ​ຫົວຂໍ້​ຍ່ອຍ​ທີ່​ຊື່​ວ່າ “ໄດ້​ຮັບ​ການ​ດົນໃຈ​ຈາກ​ພະເຈົ້າ” ເພື່ອ​ເບິ່ງ​ຫຼັກຖານ​ທີ່​ບອກ​ໃຫ້​ຮູ້​ວ່າ​ຄຳພີ​ໄບເບິນ​ບໍ່​ແມ່ນ​ປຶ້ມ​ທີ່​ຂຽນ​ໂດຍ​ມະນຸດ ແຕ່​ແມ່ນ “ຄຳສອນ​ຂອງ​ພະເຈົ້າ​ແທ້ໆ.” (1ທຊ. 2:13) ຕົວຢ່າງ​ເຊັ່ນ: ລາວ​ອາດ​ຄົ້ນຄວ້າ​ຫຼາຍ​ຂຶ້ນ​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ​ກ່ຽວກັບ​ເມືອງ​ນີເນເວ​ທີ່​ຢູ່​ອັດຊີເຣຍ​ໃນ​ສະໄໝ​ບູຮານ. ແຕ່​ກີ້​ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ເວົ້າ​ວ່າ​ບໍ່​ເຄີຍ​ມີ​ເມືອງ​ນີເນເວ ແຕ່​ປະມານ​ປີ 1850 ນັກ​ຄົ້ນຄວ້າ​ໄດ້​ຄົ້ນພົບ​ຊາກຫັກພັງ​ຂອງ​ເມືອງ​ນີ້​ຢູ່​ໃຕ້​ພື້ນ​ດິນ​ເຊິ່ງ​ເລື່ອງ​ນີ້​ພິສູດ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ຖືກຕ້ອງ. (ຊຟຢ. 2:13-15) ສຳລັບ​ຂໍ້ມູນ​ເພີ່ມເຕີມ​ກ່ຽວກັບ​ການ​ທຳລາຍ​ເມືອງ​ນີເນເວ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້​ແນວ​ໃດ ລູກ​ຂອງ​ເຈົ້າ​ອາດ​ຈະ​ເບິ່ງ​ບົດ​ຄວາມ “ເຈົ້າ​ຮູ້​ບໍ?” ໃນ​ຫໍສັງເກດການ​ເດືອນ​ພະຈິກ ປີ 2021. ເມື່ອ​ລູກ​ສົມທຽບ​ສິ່ງ​ທີ່​ປຶ້ມ​ຕ່າງໆ​ຂອງ​ອົງການ​ເວົ້າ​ກັບ​ປຶ້ມ​ອ້າງອີງ​ອື່ນໆ​ທີ່​ເຊື່ອຖື​ໄດ້ ລູກ​ກໍ​ແຮ່ງ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ຖືກຕ້ອງ.

6. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຝຶກ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ? ຂໍ​ໃຫ້​ອະທິບາຍ. (ເບິ່ງ​ຮູບ​ນຳ)

6 ຊ່ວຍ​ລູກ​ໃຫ້​ຝຶກ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ກ່ຽວກັບ​ຫຼັກຖານ​ທີ່​ສະແດງ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ຖືກຕ້ອງ. ພໍ່​ແມ່​ມີ​ຫຼາຍ​ໂອກາດ​ທີ່​ຈະ​ລົມ​ກັບ​ລູກ​ກ່ຽວກັບ​ເລື່ອງ​ຄຳພີ​ໄບເບິນ​ແລະ​ເລື່ອງ​ພະ​ເຢໂຫວາ​ຕອນ​ໄປ​ຫໍ​ພິພິທະພັນ ໄປ​ຍ່າງ​ຫຼິ້ນ​ຢູ່​ສວນ​ສາທາລະນະ ຫຼື​ໄປ​ທົວ​ເບເທນ. ຕົວຢ່າງ​ເຊັ່ນ: ເຈົ້າ​ກັບ​ລູກ​ອາດ​ເບິ່ງ​ປຶ້ມ​ຫຼື​ວິດີໂອ​ທີ່​ເວົ້າ​ເຖິງ​ວັດຖຸ​ບູຮານ​ໃດ​ໜຶ່ງ​ຫຼື​ເຫດການ​ໃດ​ໜຶ່ງ​ທີ່​ເກີດຂຶ້ນ​ໃນ​ປະຫວັດສາດ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ເຫັນ​ແລະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ຖືກຕ້ອງ. ລູກ​ຂອງ​ເຈົ້າ​ຮູ້​ບໍ​ວ່າ​ມີ​ຊື່​ຂອງ​ພະ​ເຢໂຫວາ​ຂຽນ​ໄວ້​ໃນ​ແຜ່ນ​ຫີນ​ແກະ​ສະຫຼັກ​ຂອງ​ຄົນ​ໂມອາບ​ເຊິ່ງ​ມີ​ອາຍຸ 3.000 ປີ? ແຜ່ນ​ຫີນ​ຂອງ​ແທ້​ແມ່ນ​ຢູ່​ຫໍ​ພິພິທະພັນ​ລູບ​ຢູ່​ປະເທດ​ຝຣັ່ງ. ນອກ​ຈາກ​ນັ້ນ ແບບ​ຈຳລອງ​ຂອງ​ແຜ່ນ​ຫີນ​ແກະ​ສະຫຼັກ​ນີ້​ຍັງ​ວາງ​ສະແດງ​ຢູ່​ຫໍ​ພິພິທະພັນ “ຄຳພີ​ໄບເບິນ​ແລະ​ຊື່​ຂອງ​ພະເຈົ້າ” ຢູ່​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ວໍ​ວິກ ນິວຢອກ. ເຈົ້າ​ກັບ​ລູກ​ສາມາດ​ເບິ່ງ​ວັດຖຸ​ບູຮານ​ຕ່າງໆ ເຊັ່ນ: ແຜ່ນ​ຫີນ​ແກະ​ສະຫຼັກ​ຂອງ​ຄົນ​ໂມອາບ​ໃນ​ອິນເຕີເນັດ​ຫຼື​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ. ແຜ່ນ​ຫີນ​ນີ້​ບອກ​ໃຫ້​ຮູ້​ວ່າ​ເມຊາ​ກະສັດ​ຂອງ​ໂມອາບ​ໄດ້​ກະບົດ​ຕໍ່​ອິດສະຣາເອນ​ເຊິ່ງ​ເປັນ​ຕາມ​ທີ່​ຄຳພີ​ໄບເບິນ​ເວົ້າ. (2ກສ. 3:4, 5) ເມື່ອ​ລູກ​ເຫັນ​ກັບ​ຕາ​ໂຕເອງ​ກ່ຽວກັບ​ຫຼັກຖານ​ຕ່າງໆ​ທີ່​ສະແດງ​ວ່າ​ຄຳພີ​ໄບເບິນ​ເວົ້າ​ຄວາມ​ຈິງ​ແລະ​ຖືກຕ້ອງ ຄວາມ​ເຊື່ອ​ຂອງ​ລາວ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ.—ສົມທຽບ​ກັບ 2 ຂ່າວຄາວ 9:6

ເຈົ້າ​ຈະ​ຝຶກ​ລູກ​ໃຫ້​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ໄດ້​ບໍ​ໂດຍ​ໃຫ້​ລູກ​ສັງເກດ​ເບິ່ງ​ຫຼັກຖານ​ທາງ​ປະຫວັດສາດ​ໃນ​ຫໍ​ພິພິທະພັນ? (ເບິ່ງ​ຂໍ້ 6)


7-8. (ກ) ເຮົາ​ຮຽນ​ຫຍັງ​ຈາກ​ຮູບ​ຊົງ​ງາມໆ​ທີ່​ເຮົາ​ເຫັນ​ໃນ​ທຳມະຊາດ? ຂໍ​ໃຫ້​ອະທິບາຍ (ເບິ່ງ​ຮູບ​ນຳ) (ຂ) ມີ​ຄຳ​ຖາມ​ຫຍັງ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ມີ​ຜູ້​ສ້າງ?

7 ກະຕຸ້ນ​ລູກ​ໃຫ້​ສັງເກດ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ. ຕອນ​ທີ່​ໄປ​ຍ່າງ​ຫຼິ້ນ​ກັບ​ລູກ​ຢູ່​ສວນ​ສາທາລະນະ​ຫຼື​ພາ​ລູກ​ໄປ​ທ່ຽວ​ຢູ່​ນອກ​ເມືອງ ໃຫ້​ເຈົ້າ​ຊ່ວຍ​ລູກ​ໃຫ້​ສັງເກດ​ເບິ່ງ​ຮູບ​ຊົງ​ຕ່າງໆ​ທີ່​ເປັນ​ຕາ​ງຶດ​ຂອງ​ສິ່ງ​ທີ່​ເຫັນ​ໃນ​ທຳມະຊາດ. ຍ້ອນຫຍັງ? ຍ້ອນ​ຮູບ​ຊົງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ມັນ​ບໍ່​ໄດ້​ເກີດຂຶ້ນ​ມາ​ເອງ ແຕ່​ມີ​ຜູ້​ສ້າງ​ທີ່​ມີ​ສະຕິ​ປັນຍາ​ແລະ​ສະຫຼາດ​ຫຼາຍ​ອອກ​ແບບ​ພວກ​ມັນ. ຕົວຢ່າງ​ເຊັ່ນ: ຫຼາຍ​ຢ່າງ​ໃນ​ທຳມະຊາດ​ມີ​ຮູບ​ຊົງ​ແບບ​ກົ້ນ​ຫອຍ ນັກ​ວິທະຍາສາດ​ໃຊ້​ເວລາ​ຫຼາຍ​ປີ​ເພື່ອ​ສຶກສາ​ຄົ້ນຄວ້າ​ກ່ຽວກັບ​ຮູບ​ຊົງ​ເຫຼົ່າ​ນີ້. ນັກ​ວິທະຍາສາດ​ຄົນ​ໜຶ່ງ​ຊື່​ນິໂຄ​ລາ ຟາ​ເມລີ​ອະທິບາຍ​ວ່າ​ເມື່ອ​ເຮົາ​ນັບ​ຈຳນວນ​ເສັ້ນ​ໂຄ້ງ​ກົ້ນ​ຫອຍ​ຂອງ​ສິ່ງ​ໜຶ່ງ​ທີ່​ມີ​ຢູ່​ໃນ​ທຳມະຊາດ ເຮົາ​ກໍ​ຈະ​ເຫັນ​ວ່າ​ມັນ​ກົງ​ກັບ​ໂຕ​ເລກ​ໜຶ່ງ​ສະເພາະ ຊຸດ​ໂຕ​ເລກ​ນີ້​ເອີ້ນ​ວ່າ​ລຳດັບ​ຟີໂບນັກຊີ. ເຮົາ​ສາມາດ​ເຫັນ​ຮູບ​ຊົງ​ແບບ​ກົ້ນ​ຫອຍ​ໃນ​ຫຼາຍ​ຢ່າງ​ເຊັ່ນ: ໃນ​ບາງ​ກາແລັກຊີ ເປືອກ​ຫອຍ ໃບ​ໄມ້ ແລະ​ແກ່ນ​ດອກ​ຕາເວັນ. a

8 ຢູ່​ໂຮງຮຽນ ໃນ​ວິຊາ​ຊີວະ​ສາດ​ລູກ​ອາດ​ຈະ​ໄດ້​ຮຽນ​ກ່ຽວກັບ​ຮູບ​ຊົງ​ອື່ນໆ​ອີກ​ທີ່​ເຫັນ​ເລື້ອຍໆ​ໃນ​ທຳມະຊາດ. ຕົວຢ່າງ​ເຊັ່ນ: ເກັດ​ຫິມະ. ເກັດ​ຫິມະ​ແຕ່​ລະ​ເກັດ​ຈະ​ມີ​ລັກສະນະ​ພິເສດ​ທີ່​ແຕກ​ເປັນ​ກິ່ງ​ກ້ານ​ແລະ​ກິ່ງ​ກ້ານ​ນັ້ນ​ກໍ​ແຕກ​ເປັນ​ກິ່ງ​ນ້ອຍໆ​ແລະ​ມີ​ຂະໜາດ​ນ້ອຍ​ລົງ​ເລື້ອຍໆ. ຂະບວນການ​ນີ້​ເອີ້ນ​ວ່າ​ແຟັກໂທ້​ເຊິ່ງ​ເປັນ​ຄຳ​ທີ່​ໃຊ້​ເພື່ອ​ບອກ​ຮູບ​ຊົງ​ທີ່​ເປັນ​ແບບ​ເກົ່າ​ສະເໝີ ເປັນ​ຮູບ​ແບບ​ຊ້ຳໆ​ກັນ ແລະ​ມີ​ຫຼາຍ​ຂະໜາດ​ຮຽງ​ຊ້ອນກັນ. ໃຜ​ເປັນ​ຜູ້​ສ້າງ​ແລະ​ອອກ​ແບບ​ລວດລາຍ​ທີ່​ງາມໆ​ແບບ​ນີ້​ໃນ​ທຳມະຊາດ? ແຮ່ງ​ລູກ​ຄິດ​ເຖິງ​ຄຳ​ຖາມ​ນີ້​ແລະ​ຄິດ​ເລິກ​ເຊິ່ງ​ກ່ຽວກັບ​ສິ່ງ​ຕ່າງໆ​ທີ່​ມີ​ໃນ​ທຳມະຊາດ ມັນ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. (ຮຣ. 3:4) ເມື່ອ​ລູກ​ໃຫຍ່​ຂຶ້ນ ເຈົ້າ​ຕ້ອງ​ຊ່ວຍ​ລູກ​ໃຫ້​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ການ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ. ເຈົ້າ​ອາດ​ຖາມ​ລູກ​ວ່າ: “ຖ້າ​ພະ​ເຢໂຫວາ​ສ້າງ​ເຮົາ ມັນ​ກໍ​ມີ​ເຫດຜົນ​ແມ່ນ​ບໍ​ທີ່​ເພິ່ນ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ?” ຈາກ​ນັ້ນ ເຈົ້າ​ກໍ​ບອກ​ລູກ​ວ່າ​ຄຳ​ແນະນຳ​ທີ່​ດີ​ນັ້ນ​ຢູ່​ໃນ​ຄຳພີ​ໄບເບິນ.

NASA, ESA, and the Hubble Heritage (STScl/AURA)-ESA/Hubble Collaboration

ໃຜ​ເປັນ​ຜູ້​ອອກ​ແບບ​ຮູບ​ຊົງ​ທີ່​ງາມໆ​ໃນ​ທຳມະຊາດ? (ເບິ່ງ​ຂໍ້ 7-8)


ຊ່ວຍ​ລູກ​ໃຫ້​ເຫັນຄ່າ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ

9. ອັນ​ໃດ​ອາດ​ເຮັດ​ໃຫ້​ລູກ​ສົງໄສ​ກ່ຽວກັບ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ?

9 ຖ້າ​ລູກ​ສົງໄສ​ເລື່ອງ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ໃຫ້​ພະຍາຍາມ​ຊອກ​ຫາ​ເຫດຜົນ​ວ່າ​ເປັນ​ຫຍັງ​ລູກ​ຈຶ່ງ​ສົງໄສ​ແບບ​ນັ້ນ. ລູກ​ສົງໄສ​ຍ້ອນ​ບໍ່​ເຊື່ອ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ເປັນ​ຄວາມ​ຈິງ​ບໍ ຫຼື​ຍ້ອນ​ບໍ່​ຮູ້​ວິທີ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ໂຕເອງ​ກັບ​ຄົນ​ອື່ນ? ບໍ່​ວ່າ​ຈະ​ກໍລະນີ​ໃດ ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ການ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ຈຶ່ງ​ສຳຄັນ. ເຈົ້າ​ສາມາດ​ເຮັດ​ແບບ​ນັ້ນ​ໂດຍ​ສຶກສາ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! b ກັບ​ລູກ.

10. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ເຫັນຄ່າ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ?

10 ຊ່ວຍ​ລູກ​ໃຫ້​ເຫັນຄ່າ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ. ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ​ກັບ​ລູກ ໃຫ້​ເຈົ້າ​ໃຊ້​ຄຳ​ຖາມ​ທີ່​ກະຕຸ້ນ​ຄວາມ​ຄິດ​ແລະ​ໃຊ້​ຕົວຢ່າງ​ປຽບທຽບ​ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເພື່ອ​ຈະ​ຮູ້​ວ່າ​ລູກ​ຮູ້ສຶກ​ແນວ​ໃດ. (ສພສ. 20:5) ຕົວຢ່າງ​ເຊັ່ນ: ໃນ​ບົດ​ທີ 8 ໄດ້​ສົມທຽບ​ພະ​ເຢໂຫວາ​ວ່າ​ເປັນ​ໝູ່​ທີ່​ດີ​ທີ່​ເປັນ​ຫ່ວງ​ເຮົາ​ແລະ​ເຕືອນ​ເຮົາ​ສະເໝີ. ຫຼັງ​ຈາກ​ອ່ານ 1 ໂຢຮັນ 5:3 ກັບ​ລູກ​ແລ້ວ ເຈົ້າ​ອາດ​ຖາມ​ວ່າ: “ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ທີ່​ດີ​ແບບ​ນີ້ ເຮົາ​ຄວນ​ເບິ່ງ​ຄຳ​ແນະນຳ​ຂອງ​ເພິ່ນ​ແນວ​ໃດ?” ການ​ຖາມ​ແບບ​ນີ້​ເບິ່ງ​ຄື​ວ່າ​ເປັນ​ຄຳ​ຖາມ​ທີ່​ງ່າຍໆ ແຕ່​ມັນ​ອາດ​ຊ່ວຍ​ລູກ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ມີ​ກົດ​ບາງ​ຢ່າງ​ກໍ​ຍ້ອນ​ເພິ່ນ​ຮັກ​ເຮົາ.—ອຊຢ. 48:17, 18

11. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ເຫັນຄ່າ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ? (ສຸພາສິດ 2:10, 11)

11 ໃຫ້​ລົມ​ກັບ​ລູກ​ວ່າ​ການ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ເປັນ​ປະໂຫຍດ​ແນວ​ໃດ. ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ​ຫຼື​ອ່ານ​ຂໍ້​ພະຄຳພີ​ປະຈຳ​ວັນ​ກັບ​ລູກ ໃຫ້​ລົມ​ກັນ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ຄອບຄົວ​ຂອງ​ເຈົ້າ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ລູກ​ເຫັນ​ບໍ​ວ່າ​ການ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ສັດຊື່​ເປັນ​ປະໂຫຍດ​ແນວ​ໃດ? (ຮຣ. 13:18) ນອກ​ຈາກ​ນັ້ນ ເຈົ້າ​ອາດ​ເນັ້ນ​ກັບ​ລູກ​ວ່າ​ການ​ເອົາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ປົກປ້ອງ​ເຮົາ​ທາງ​ດ້ານ​ຮ່າງກາຍ​ແລະ​ທາງ​ດ້ານ​ອາລົມ​ແນວ​ໃດ. (ສພສ. 14:29, 30) ການ​ລົມ​ກັນ​ແບບ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ເຫັນຄ່າ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.—ອ່ານ​ສຸພາສິດ 2:10, 11

12. ພີ່ນ້ອງ​ສະ​ຕີບ​ກັບ​ເມຍ​ໄດ້​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ເຫັນຄ່າ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ?

12 ພີ່ນ້ອງ​ສະ​ຕີບ​ພໍ່​ຄົນ​ໜຶ່ງ​ຢູ່​ປະເທດ​ຝຣັ່ງ​ເວົ້າ​ເຖິງ​ວິທີ​ທີ່​ລາວ​ກັບ​ເມຍ​ຊ່ວຍ​ອີຕັ້ນ​ລູກ​ຊາຍ​ຂອງ​ເຂົາເຈົ້າ​ທີ່​ເປັນ​ໄວລຸ້ນ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຕັ້ງ​ກົດ​ຕ່າງໆ​ກໍ​ຍ້ອນ​ເພິ່ນ​ຮັກ​ເຮົາ. ພີ່ນ້ອງ​ສະ​ຕີບ​ເວົ້າ​ວ່າ: “ເຮົາ​ຖາມ​ລູກ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ? ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ເຮົາ? ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ລູກ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ນັ້ນ?’” ການ​ລົມ​ກັນ​ແບບ​ນີ້​ຊ່ວຍ​ອີຕັ້ນ​ໃຫ້​ເຫັນ​ວ່າ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ເປັນ​ປະໂຫຍດ​ຕໍ່​ລາວ​ແທ້ໆ. ພີ່ນ້ອງ​ສະ​ຕີບ​ເວົ້າ​ຕື່ມ​ອີກ​ວ່າ: “ເປົ້າໝາຍ​ຂອງ​ເຮົາ​ແມ່ນ​ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ​ສະຕິ​ປັນຍາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເໜືອ​ກວ່າ​ສະຕິ​ປັນຍາ​ຂອງ​ມະນຸດ​ຫຼາຍ.”

13. ພໍ່​ແມ່​ຈະ​ຝຶກ​ລູກ​ແນວ​ໃດ​ໃຫ້​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ຝຶກ​ລູກ​ໃຫ້​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ. ບາງ​ເທື່ອ​ນາຍ​ຄູ​ອາດ​ບອກ​ລູກ​ຂອງ​ເຈົ້າ​ໃຫ້​ອ່ານ​ປຶ້ມ​ຫົວ​ໜຶ່ງ ແຕ່​ໃນ​ປຶ້ມ​ນັ້ນ​ອາດ​ມີ​ໂຕ​ລະຄອນ​ທີ່​ເຮັດ​ບາງ​ຢ່າງ​ທີ່​ພະ​ເຢໂຫວາ​ບໍ່​ມັກ ເຊັ່ນ: ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຫຼື​ມັກ​ໃຊ້​ຄວາມ​ຮຸນແຮງ. ປຶ້ມ​ນັ້ນ​ຍັງ​ຂຽນ​ໃນ​ແບບ​ທີ່​ເຮັດ​ໃຫ້​ຜູ້​ອ່ານ​ຮູ້ສຶກ​ວ່າ​ການ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ຜິດ. ເຈົ້າ​ອາດ​ໃຫ້​ລູກ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ການ​ກະທຳ​ຂອງ​ໂຕ​ລະຄອນ​ເຫຼົ່າ​ນັ້ນ. (ສພສ. 22:24, 25; 1ກຣ. 15:33; ຟລປ. 4:8) ການ​ເຮັດ​ແບບ​ນີ້​ອາດ​ຈະ​ຊ່ວຍ​ລູກ​ໃຫ້​ປະກາດ​ກັບ​ນາຍ​ຄູ​ແລະ​ໝູ່​ຢູ່​ໃນ​ຫ້ອງ​ຕອນ​ທີ່​ລົມ​ກັນ​ກ່ຽວກັບ​ເລື່ອງ​ທີ່​ຖືກ​ມອບໝາຍ​ໃຫ້​ອ່ານ.

ຊ່ວຍ​ລູກ​ໃຫ້​ຮູ້​ຈັກ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ໂຕເອງ

14. ເລື່ອງ​ໃດ​ທີ່​ຍາກ​ສຳລັບ​ໄວລຸ້ນ​ທີ່​ຈະ​ບອກ​ຄົນ​ອື່ນ ແລະ​ເປັນ​ຫຍັງ​ຈຶ່ງ​ຍາກ?

14 ບາງ​ເທື່ອ​ໄວລຸ້ນ​ອາດ​ຮູ້ສຶກ​ຢ້ານ​ທີ່​ຈະ​ບອກ​ຄົນ​ອື່ນ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ໂຕເອງ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ອາດ​ບໍ່​ກ້າ​ເມື່ອ​ຕ້ອງ​ອະທິບາຍ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ເຊື່ອ​ທິດສະດີ​ເລື່ອງ​ວິວັດທະນາການ. ຍ້ອນຫຍັງ​ຈຶ່ງ​ບໍ່​ກ້າ? ຍ້ອນ​ອາຈານ​ອາດ​ເວົ້າ​ວ່າ​ເລື່ອງ​ວິວັດທະນາການ​ເປັນ​ຄວາມ​ຈິງ ບໍ່​ແມ່ນ​ທິດສະດີ​ຊື່ໆ. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເຊື່ອ​ເປັນ​ຄວາມ​ຈິງ?

15. ອັນ​ໃດ​ຈະ​ຊ່ວຍ​ໄວລຸ້ນ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ລາວ​ເຊື່ອ​ເປັນ​ຄວາມ​ຈິງ?

15 ຊ່ວຍ​ລູກ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່​ລາວ​ເຊື່ອ. ລູກ​ຂອງ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ອາຍ​ຍ້ອນ​ລາວ​ເຊື່ອ​ວ່າ​ມີ​ຜູ້​ສ້າງ. (2ຕມ. 1:8) ເປັນ​ຫຍັງ​ຈຶ່ງ​ບໍ່​ຕ້ອງ​ອາຍ? ນັກ​ວິທະຍາສາດ​ຫຼາຍ​ຄົນ​ກໍ​ເຊື່ອ​ວ່າ​ສິ່ງ​ມີ​ຊີວິດ​ບໍ່​ໄດ້​ເກີດຂຶ້ນ​ມາ​ດ້ວຍ​ໂຕ​ມັນ​ເອງ​ແບບ​ກະທັນຫັນ​ຫຼື​ແບບ​ບັງເອີນ. ເຂົາເຈົ້າ​ເຫັນ​ຫຼັກຖານ​ຢ່າງ​ຈະ​ແຈ້ງ​ວ່າ​ຕ້ອງ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ສະຫຼາດ​ແລະ​ມີ​ສະຕິ​ປັນຍາ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ທີ່​ສະຫຼັບ​ຊັບຊ້ອນ​ເຫຼົ່າ​ນີ້. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ເຊື່ອ​ທິດສະດີ​ເລື່ອງ​ວິວັດທະນາການ​ທີ່​ສອນ​ຢູ່​ໂຮງຮຽນ​ໃນ​ທົ່ວ​ໂລກ. ສິ່ງ​ໜຶ່ງ​ທີ່​ອາດ​ຈະ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ມີ​ຄວາມ​ກ້າ​ແມ່ນ ໃຫ້​ຖາມ​ພີ່ນ້ອງ​ຄົນ​ອື່ນ​ວ່າ​ອັນ​ໃດ​ເຮັດ​ໃຫ້​ເຂົາເຈົ້າ​ເຊື່ອ​ວ່າ​ຊີວິດ​ເກີດຂຶ້ນ​ມາ​ຍ້ອນ​ມີ​ຜູ້​ສ້າງ. c

16. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຮູ້​ອະທິບາຍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ​ວ່າ​ມີ​ຜູ້​ສ້າງ? (1 ເປໂຕ 3:15) (ເບິ່ງ​ຮູບ​ນຳ)

16 ຊ່ວຍ​ລູກ​ໃຫ້​ສາມາດ​ອະທິບາຍ​ກັບ​ຄົນ​ອື່ນ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ​ວ່າ​ມີ​ຜູ້​ສ້າງ. (ອ່ານ 1 ເປໂຕ 3:15) ເຈົ້າ​ອາດ​ເຫັນ​ວ່າ​ມີ​ປະໂຫຍດ​ທີ່​ຈະ​ເບິ່ງ​ນຳ​ກັນ​ກັບ​ລູກ​ໃນ​ບົດ​ຄວາມ​ຊຸດ “ໜຸ່ມ​ສາວ​ຖາມ​ວ່າ—ມີ​ພະເຈົ້າ​ສ້າງ​ຫຼື​ວິວັດທະນາການ?” ໃນ​ເວັບໄຊ jw.org. ຈາກ​ນັ້ນ ໃຫ້​ລູກ​ເລືອກ​ຄຳ​ອະທິບາຍ​ທີ່​ລາວ​ຮູ້ສຶກ​ວ່າ​ອາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າໃຈ​ວ່າ​ມີ​ຜູ້​ສ້າງ. ໃຫ້​ລູກ​ຝຶກ​ອະທິບາຍ​ເລື່ອງ​ນັ້ນ​ກັບ​ເຈົ້າ. ໃຫ້​ເຕືອນ​ລູກ​ວ່າ​ບໍ່​ຕ້ອງ​ຖຽງ​ກັບ​ໝູ່​ຢູ່​ໂຮງຮຽນ​ກ່ຽວກັບ​ເລື່ອງ​ນັ້ນ ແຕ່​ບອກ​ລູກ​ໃຫ້​ອະທິບາຍ​ແບບ​ງ່າຍໆ​ແລະ​ແບບ​ມີ​ເຫດຜົນ​ຖ້າ​ມີ​ໝູ່​ສົນໃຈ​ຢາກ​ລົມ​ໃນ​ເລື່ອງ​ນັ້ນ. ຕົວຢ່າງ​ເຊັ່ນ: ໝູ່​ອາດ​ເວົ້າ​ວ່າ: “ຂ້ອຍ​ເຊື່ອ​ແຕ່​ສິ່ງ​ທີ່​ຂ້ອຍ​ເຫັນ​ເທົ່າ​ນັ້ນ ຂ້ອຍ​ບໍ່​ເຄີຍ​ເຫັນ​ພະເຈົ້າ​ຈ້າງ​ຂ້ອຍ​ກະ​ບໍ່​ເຊື່ອ​ດອກ!” ລູກ​ຂອງ​ເຈົ້າ​ອາດ​ຖາມ​ວ່າ: “ສົມມຸດ​ວ່າ​ເຈົ້າ​ຍ່າງ​ເຂົ້າ​ໄປ​ໃນ​ປ່າ​ທີ່​ເລິກໆ​ແລະ​ເຫັນ​ເຮືອນ​ຫຼັງ​ໜຶ່ງ​ທີ່​ງາມໆ​ຢູ່​ຫັ້ນ. ເຈົ້າ​ຄິດ​ວ່າ​ເຮືອນ​ຫຼັງ​ນັ້ນ​ເກີດຂຶ້ນ​ມາ​ເອງ​ບໍ? ແນ່ນອນ​ວ່າ​ຕ້ອງ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ສ້າງ​ເຮືອນ​ຫຼັງ​ນັ້ນ. ຄ້າຍຄື​ກັນ ໂລກ​ຂອງ​ເຮົາ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທຸກ​ຢ່າງ​ກໍ​ຕ້ອງ​ມີ​ຜູ້​ສ້າງ​ຄື​ກັນ.”

ໃຫ້​ອະທິບາຍ​ແບບ​ງ່າຍໆ​ແລະ​ແບບ​ມີ​ເຫດຜົນ​ເມື່ອ​ລົມ​ກັບ​ໝູ່​ຢູ່​ໂຮງຮຽນ (ເບິ່ງ​ຂໍ້ 16-17) d


17. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຊອກ​ວິທີ​ບອກ​ຄົນ​ອື່ນ​ເລື່ອງ​ຄຳພີ​ໄບເບິນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

17 ຊ່ວຍ​ລູກ​ໃຫ້​ຊອກ​ວິທີ​ທີ່​ຈະ​ບອກ​ຄົນ​ອື່ນ​ເລື່ອງ​ຄຳພີ​ໄບເບິນ. (ຣມ. 10:10) ເຈົ້າ​ອາດ​ສົມທຽບ​ການ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ​ວ່າ​ເປັນ​ຄື​ກັບ​ເດັກນ້ອຍ​ຮຽນ​ຍ່າງ. ທຳອິດ ເດັກນ້ອຍ​ຮຽນ​ຢືນ​ກ່ອນ ແລ້ວ​ຈາກ​ນັ້ນ​ກໍ​ຈະ​ຮຽນ​ຍ່າງ​ເທື່ອ​ລະ​ກ້າວ​ສອງ​ກ້າວ. ຄ້າຍຄື​ກັນ ລູກ​ຂອງ​ເຈົ້າ​ອາດ​ເລີ່ມ​ປະກາດ​ກັບ​ຄົນ​ອື່ນ​ແບບ​ງ່າຍໆ​ກ່ອນ. ຕົວຢ່າງ​ເຊັ່ນ: ລາວ​ອາດ​ຖາມ​ໝູ່​ຢູ່​ໂຮງຮຽນ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ​ເວລາ​ນັກ​ວິສະວະກອນ​ສ້າງ​ບາງ​ຢ່າງ​ຂຶ້ນ​ມາ ເຂົາເຈົ້າ​ມັກ​ຮຽນ​ແບບ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ. ຂ້ອຍ​ຊິ​ເປີດ​ວິດີໂອ​ໜຶ່ງ​ໃຫ້​ເຈົ້າ​ເບິ່ງ.” ຫຼັງ​ຈາກ​ເປີດ​ວິດີໂອ​ເລື່ອງ​ໜຶ່ງ​ໃນ​ວິດີໂອ​ຊຸດ​ທີ່​ຊື່​ວ່າ​ມີ​ຜູ້​ອອກ​ແບບ​ບໍ? ລູກ​ຂອງ​ເຈົ້າ​ອາດ​ຖາມ​ວ່າ: “ຖ້າ​ຄົນ​ທີ່​ອອກ​ແບບ​ສິ່ງ​ປະດິດ​ທີ່​ຮຽນ​ແບບ​ທຳມະຊາດ​ຍັງ​ໄດ້​ຮັບ​ຄຳ​ຊົມເຊີຍ​ວ່າ​ເກັ່ງ ຄັນຊັ້ນ​ຜູ້​ທີ່​ສ້າງ​ສິ່ງ​ຕ່າງໆ​ໃນ​ທຳມະຊາດ​ກໍ​ແຮ່ງ​ຕ້ອງ​ໄດ້​ຮັບ​ຄຳ​ຊົມເຊີຍ​ຫຼາຍ​ກວ່າ​ນັ້ນ​ອີກ​ບໍ່​ແມ່ນ​ບໍ?” ການ​ລົມ​ກັນ​ງ່າຍໆ​ແບບ​ນີ້​ອາດ​ກະຕຸ້ນ​ຄວາມ​ສົນໃຈ​ຂອງ​ໝູ່​ແລະ​ອາດ​ເຮັດ​ໃຫ້​ລາວ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ.

ຊ່ວຍ​ລູກ​ຕໍ່ໆ​ໄປ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ

18. ພໍ່​ແມ່​ຈະ​ຊ່ວຍ​ລູກ​ຕໍ່ໆ​ໄປ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

18 ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ. (2ປຕ. 3:3) ສະນັ້ນ ຕອນ​ທີ່​ພໍ່​ແມ່​ສຶກສາ​ຄຳພີ​ໄບເບິນ​ກັບ​ລູກ ໃຫ້​ກະຕຸ້ນ​ລູກ​ທີ່​ຈະ​ຄົ້ນຄວ້າ​ເລື່ອງ​ທີ່​ຈະ​ຊ່ວຍ​ລາວ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳພີ​ໄບເບິນ​ແລະ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ຊ່ວຍ​ລູກ​ໃຫ້​ຝຶກ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ໂດຍ​ສັງເກດ​ເບິ່ງ​ການ​ສ້າງ​ທີ່​ເປັນ​ຕາ​ງຶດ​ຂອງ​ພະ​ເຢໂຫວາ. ຊ່ວຍ​ລູກ​ໃຫ້​ເຂົ້າໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່​ເກີດຂຶ້ນ​ແທ້​ແລ້ວ. ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ໃຫ້​ອະທິດຖານ​ກັບ​ລູກ​ແລະ​ອະທິດຖານ​ເພື່ອ​ລູກ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ທີ່​ເຈົ້າ​ພະຍາຍາມ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.—2ຂຄ. 15:7

ເພງ​ທີ 133 ນະມັດສະການ​ພະ​ເຢໂຫວາ​ຕັ້ງແຕ່​ຍັງ​ໜຸ່ມ

a ສຳລັບ​ຂໍ້ມູນ​ເພີ່ມເຕີມ​ໃຫ້​ເບິ່ງ​ວິດີໂອ​ສິ່ງ​ໜ້າ​ອັດສະຈັນ​ທີ່​ພະເຈົ້າ​ສ້າງ​ບອກ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ—ຮູບ​ແບບ ໃນ​ເວັບໄຊ jw.org.

b ຖ້າ​ລູກ​ຂອງ​ເຈົ້າ​ຮຽນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ຈົບ​ແລ້ວ ເຈົ້າ​ອາດ​ຈະ​ທົບທວນ​ກັບ​ລາວ​ບາງ​ບົດ​ໃນ​ຕອນ 3 ແລະ​ຕອນ 4 ເຊິ່ງ​ເວົ້າ​ເຖິງ​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.

c ເບິ່ງ​ບົດ​ຄວາມ “ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ວ່າ​ມີ​ຜູ້​ສ້າງ” ໃນ​ຕື່ນເຖີດ! ເດືອນ​ກັນຍາ ປີ 2006 ແລະ​ປຶ້ມ​ຕົ້ນກຳເນີດ​ຂອງ​ຊີວິດ—ຫ້າ​ຄຳ​ຖາມ​ທີ່​ໜ້າ​ຄິດ. ສຳລັບ​ຕົວຢ່າງ​ເພີ່ມເຕີມ ເບິ່ງ​ວິດີໂອ​ຊຸດ​ມຸມມອງ​ເລື່ອງ​ຕົ້ນກຳເນີດ​ຂອງ​ຊີວິດ ໃນ​ເວັບໄຊ jw.org. (ພາສາ​ໄທ)

d ຄຳ​ອະທິບາຍ​ຮູບ: ໄວລຸ້ນ​ຄົນ​ໜຶ່ງ​ທີ່​ເປັນ​ພະຍານ​ເປີດ​ວິດີໂອ​ເລື່ອງ​ໜຶ່ງ​ຈາກ​ວິດີໂອ​ຊຸດ​ທີ່​ຊື່​ວ່າ​ມີ​ຜູ້​ອອກ​ແບບ​ບໍ? ໃຫ້​ໝູ່​ນັກ​ຮຽນ​ເບິ່ງ.