ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ໄດ້​ອ່ານ​ຫໍສັງເກດການ​ຂອງ​ປີ​ນີ້​ຢ່າງ​ລະອຽດ​ບໍ?ໃຫ້​ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້​ໄດ້​ຫຼື​ບໍ່.

ພະ​ເຢໂຫວາ​ວາງ​ຕົວຢ່າງ​ແນວ​ໃດ​ໃນ​ການ​ປະຕິບັດ​ກັບ​ຜູ້​ຍິງ?

ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຍິງ​ແບບ​ບໍ່​ລຳອຽງ. ເພິ່ນ​ບໍ່​ໄດ້​ມັກ​ຜູ້​ຊາຍ​ຫຼາຍ​ກວ່າ​ຜູ້​ຍິງ. ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຍິງ​ແລະ​ສົນໃຈ​ຄວາມ​ຮູ້ສຶກ​ແລະ​ບັນຫາ​ທີ່​ເຂົາເຈົ້າ​ເຈິ. ເພິ່ນ​ໄວ້ໃຈ​ຜູ້​ຍິງ​ໂດຍ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ຫຼາຍ​ຢ່າງ​ທີ່​ສຳຄັນ.—ຫ24.01 ໜ້າ 15-16

ເຮົາ​ຈະ​ເອົາ​ຄຳ​ແນະນຳ​ໃນ​ເອເຟໂຊ 5:7 ທີ່​ບອກ​ວ່າ “ຢ່າ​ເຮັດ​ຄື​ກັບ​ເຂົາເຈົ້າ” ໄປ​ໃຊ້​ແນວ​ໃດ?

ໂປໂລ​ເຕືອນ​ເຮົາ​ບໍ່​ໃຫ້​ເປັນ​ໝູ່​ກັບ​ຄົນ​ທີ່​ບໍ່​ຮັກ​ພະ​ເຢໂຫວາ​ເຊິ່ງ​ເຮັດ​ໃຫ້​ມັນ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ. ການ​ເປັນ​ໝູ່​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ບໍ່​ແມ່ນ​ສະເພາະ​ຄົນ​ທີ່​ເຮົາ​ເຫັນ​ໜ້າ​ຕໍ່​ໜ້າ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ຄົນ​ທີ່​ເຮົາ​ຫຼິ້ນ​ນຳ​ໃນ​ສື່​ສັງຄົມ​ອອນລາຍ​ນຳ.—ຫ24.03 ໜ້າ 22-23

ເຮົາ​ຕ້ອງ​ລະວັງ​ເລື່ອງ​ຕົວະ​ແບບ​ໃດ?

ເຮົາ​ຕ້ອງ​ລະວັງ​ເລື່ອງ​ທີ່​ບໍ່​ໄດ້​ຮັບ​ການ​ກວດ​ເບິ່ງ​ກ່ອນ​ວ່າ​ເປັນ​ຄວາມ​ຈິງ​ຫຼື​ບໍ່​ທີ່​ພີ່ນ້ອງ​ທີ່​ຫວັງ​ດີ​ສົ່ງ​ໃຫ້​ເຮົາ ອີເມວ​ຈາກ​ຄົນ​ທີ່​ເຮົາ​ບໍ່​ຮູ້​ຈັກ ແລະ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ທີ່​ເຮັດ​ທຳທ່າ​ສົນໃຈ​ຄວາມ​ຈິງ.—ຫ24.04 ໜ້າ 12

ມີ​ຫຍັງ​ແດ່​ທີ່​ເຮົາ​ຮູ້​ແລະ​ມີ​ຫຍັງ​ແດ່​ທີ່​ເຮົາ​ບໍ່​ຮູ້​ກ່ຽວກັບ​ວິທີ​ທີ່​ພະ​ເຢໂຫວາ​ຈະ​ຕັດສິນ​ກະສັດ​ໂຊໂລໂມນ​ລວມ​ທັງ​ຄົນ​ທີ່​ຕາຍ​ໃນ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ແລະ​ຄົນ​ທີ່​ຕາຍ​ຕອນ​ນ້ຳຖ້ວມ​ໂລກ?

ເຮົາ​ບໍ່​ຮູ້​ແທ້ໆ​ວ່າ​ພະ​ເຢໂຫວາ​ໄດ້​ຕັດສິນໃຈ​ແລ້ວ​ບໍ​ວ່າ​ຄົນ​ເຫຼົ່າ​ນີ້​ຈະ​ຕາຍ​ຕະຫຼອດ​ໄປ ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ຄວາມ​ຈິງ​ທຸກ​ຢ່າງ​ແລະ​ເພິ່ນ​ມີ​ຄວາມ​ເມດຕາ​ຫຼາຍ.—ຫ24.05 ໜ້າ 3-4

ການ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ “ຫີນ​ຜາ” ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ໃດ? (ພບຍ. 32:4)

ພະ​ເຢໂຫວາ​ເປັນ​ບ່ອນ​ລີ້ໄພ​ຂອງ​ເຮົາ. ເຮົາ​ໄວ້ໃຈ​ເພິ່ນ​ໄດ້​ຍ້ອນ​ເພິ່ນ​ເຮັດ​ຕາມ​ຄຳ​ສັນຍາ​ສະເໝີ. ເພິ່ນ​ໝັ້ນຄົງ ຄຸນລັກສະນະ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ບໍ່​ເຄີຍ​ປ່ຽນແປງ.—ຫ24.06 ໜ້າ 26-28

ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປັບ​ໂຕ​ເຂົ້າ​ກັບ​ປະຊາຄົມ​ໃໝ່?

ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ ເພິ່ນ​ຈະ​ຊ່ວຍ​ເຈົ້າ​ຄື​ກັບ​ທີ່​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ສະໄໝ​ກ່ອນ. ຢ່າ​ປຽບທຽບ​ປະຊາຄົມ​ໃໝ່​ກັບ​ປະຊາຄົມ​ເກົ່າ. ໃຊ້​ເວລາ​ກັບ​ພີ່ນ້ອງ​ແລະ​ມີ​ສ່ວນ​ຮ່ວມ​ກັບ​ປະຊາຄົມ​ໃໝ່ ແລະ​ພະຍາຍາມ​ຊອກ​ໝູ່​ໃໝ່.—ຫ24.07 ໜ້າ 26-28

ມີ​ບົດ​ຮຽນ​ຫຍັງ​ແດ່​ໃນ​ຕົວຢ່າງ​ປຽບທຽບ 3 ເລື່ອງ​ໃນ​ມັດທາຍ​ບົດ 25?

ຕົວຢ່າງ​ປຽບທຽບ​ເລື່ອງ​ແກະ​ກັບ​ແບ້​ເນັ້ນ​ກ່ຽວກັບ​ການ​ເປັນ​ຄົນ​ທີ່​ສັດຊື່​ແລະ​ພັກດີ. ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ​ກັບ​ຜູ້​ສາວ​ບໍລິສຸດ​ທີ່​ໂງ່​ເນັ້ນ​ກ່ຽວກັບ​ການ​ເປັນ​ຄົນ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ ແລະ​ຕົວຢ່າງ​ປຽບທຽບ​ເລື່ອງ​ເງິນ​ຕະລັນ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ຫ້າວຫັນ.—ຫ24.09 ໜ້າ 20-24

ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ​ສູງ​ສ່ຳ​ໃດ?

ໃນ 2 ຂ່າວຄາວ 3:4 ສຳເນົາ​ພະຄຳພີ​ບາງ​ສະບັບ​ບອກ​ວ່າ​ສູງ “120 ສອກ” ຫຼື 53 ແມັດ. ແຕ່​ຂໍ້​ຄວາມ​ໃນ​ພະຄຳພີ​ສະບັບ​ອື່ນ​ຢືນຢັນ​ວ່າ​ຫ້ອງ​ນີ້​ສູງ “20 ສອກ” ຫຼື​ປະມານ 9 ແມັດ. ຄວາມ​ສູງ 9 ແມັດ​ນີ້​ເບິ່ງ​ຄື​ວ່າ​ພໍ​ດີ​ກັບ​ຄວາມ​ໜາ​ຂອງ​ຝາ​ວິຫານ.—ຫ24.10 ໜ້າ 31

ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕ້ອງ “ມີ​ເມຍ​ຄົນ​ດຽວ” ໝາຍ​ຄວາມ​ວ່າ​ແນວ​ໃດ? (1ຕມ. 3:12)

ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ແຕ່ງດອງ​ກັບ​ຜູ້​ຍິງ​ຄົນ​ດຽວ​ເທົ່າ​ນັ້ນ​ແລະ​ຕ້ອງ​ບໍ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ນອກ​ຈາກ​ນັ້ນ ລາວ​ບໍ່​ຄວນ​ສະແດງ​ຄວາມ​ສົນໃຈ​ຕໍ່​ຜູ້​ຍິງ​ຄົນ​ອື່ນ​ໃນ​ແບບ​ທີ່​ບໍ່​ເໝາະສົມ.—ຫ24.11 ໜ້າ 19

ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ໂຢຮັນ 6:53 ບໍ່​ແມ່ນ​ຕົວຢ່າງ​ຂອງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ?

ໃນ​ໂຢຮັນ 6:53 ພະ​ເຢຊູ​ບອກ​ໃຫ້​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ເພິ່ນ. ພະ​ເຢຊູ​ເວົ້າ​ເລື່ອງ​ນີ້​ໃນ​ປີ 32 ຢູ່​ແຂວງ​ຄາລີເລ​ກັບ​ຄົນ​ຢິວ​ທີ່​ຍັງ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ. ແຕ່​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ຖືກ​ຕັ້ງ​ຂຶ້ນ​ໃນ 1 ປີ​ຕໍ່​ມາ​ຢູ່​ເມືອງ​ເຢຣູຊາເລັມ. ຕອນ​ທີ່​ກິນ​ອາຫານ​ແລງ​ນັ້ນ ພະ​ເຢຊູ​ເວົ້າ​ກັບ​ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ເພິ່ນ​ໃນ​ສະຫວັນ.—ຫ24.12 ໜ້າ 10-11