ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 49

ເພງ​ທີ 147 ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ?

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ?

“ທຸກ​ຄົນ​ທີ່​ຍອມຮັບ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຂອງ​ເພິ່ນ [ຈະ] ມີ​ຊີວິດ​ຕະຫຼອດ​ໄປ.”ຢຮ. 6:40

ຈຸດ​ສຳຄັນ

ຜູ້​ຖືກ​ເລືອກ​ແລະ​ແກະ​ອື່ນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່​ຂອງ​ພະ​ເຢຊູ.

1. ບາງ​ຄົນ​ຄິດ​ແນວ​ໃດ​ກ່ຽວກັບ​ການ​ມີ​ຊີວິດ​ຕະຫຼອດ​ໄປ?

 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ພະຍາຍາມ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ແລະ​ອອກ​ກຳລັງ​ກາຍ​ເພື່ອ​ຈະ​ມີ​ສຸຂະພາບ​ແຂງແຮງ​ແລະ​ອາຍຸ​ຍືນ. ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຄາດໝາຍ​ວ່າ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ. ການ​ຄາດ​ຫວັງ​ແບບ​ນີ້​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ແລະ​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິງ ຍ້ອນ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ​ມາ​ພ້ອມ​ກັບ​ຄວາມ​ເຖົ້າ​ແກ່. ແຕ່​ພະ​ເຢຊູ​ບອກ​ວ່າ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ມີ “ຊີວິດ​ຕະຫຼອດ​ໄປ” ຕາມ​ທີ່​ເພິ່ນ​ບອກ​ໄວ້​ໃນ​ໂຢຮັນ 3:16 ແລະ 5:24.

2. ໂຢຮັນ​ບົດ 6 ເວົ້າ​ແນວ​ໃດ​ກ່ຽວກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ? (ໂຢຮັນ 6:39, 40)

2 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ກ່ອນ ພະ​ເຢຊູ​ໄດ້​ເຮັດ​ການ​ອັດສະຈັນ​ໃຫ້​ມີ​ເຂົ້າຈີ່​ກັບ​ປາ​ບັກ​ຫຼາຍໆ​ເພື່ອ​ລ້ຽງ​ຫຼາຍ​ພັນ​ຄົນ. a ເລື່ອງ​ນີ້​ເປັນ​ຕາ​ງຶດ​ຫຼາຍ ແຕ່​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ມື້​ຕໍ່​ມາ​ກັບ​ຄົນ​ກຸ່ມ​ນັ້ນ​ທີ່​ນຳ​ເພິ່ນ​ໄປ​ເມືອງ​ກາເປນາອູມ​ທີ່​ຢູ່​ໃກ້​ແຄມ​ຝັງ​ທະເລ​ຄາລີເລ​ແຮ່ງ​ເປັນ​ຕາ​ງຶດ​ຫຼາຍ​ກວ່າ​ອີກ. ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ ໃນ​ອະນາຄົດ​ເພິ່ນ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ແລະ​ເຂົາເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ອ່ານ​ໂຢຮັນ 6:39, 40) ເມື່ອ​ຄິດ​ເຖິງ​ຄຳເວົ້າ​ນີ້​ຂອງ​ພະ​ເຢຊູ ມັນ​ມີ​ຄວາມ​ໝາຍ​ແທ້ໆ​ສຳລັບ​ໝູ່​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໄປ​ແລ້ວ. ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ຫຼາຍ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ ແລະ​ເຈົ້າ​ກັບ​ຄົນ​ເຫຼົ່າ​ນັ້ນ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ. ແຕ່​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕໍ່​ຈາກ​ນັ້ນ​ໃນ​ໂຢຮັນ​ບົດ 6 ເຮັດ​ໃຫ້​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ເຂົ້າໃຈ ແລະ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ບໍ່​ເຂົ້າໃຈ​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ເວົ້າ​ຫຍັງ.

3. ໃນ​ໂຢຮັນ 6:51 ພະ​ເຢຊູ​ເວົ້າ​ແນວ​ໃດ​ກ່ຽວກັບ​ເພິ່ນ​ເອງ?

3 ຄົນ​ກຸ່ມ​ໃຫຍ່​ຢູ່​ເມືອງ​ກາເປນາອູມ​ທີ່​ໄດ້​ກິນ​ເຂົ້າຈີ່​ຈາກ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ​ໄດ້​ຄິດ​ເຖິງ​ມານາ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ. ທີ່ຈິງ ຄຳພີ​ໄບເບິນ​ເອີ້ນ​ມານາ​ວ່າ “ອາຫານ​ຈາກ​ສະຫວັນ.” (ຢຮ. 6:31) ພະ​ເຢຊູ​ໃຊ້​ມານາ​ເພື່ອ​ສອນ​ກ່ຽວກັບ​ເລື່ອງ​ໜຶ່ງ​ທີ່​ສຳຄັນ. ເຖິງ​ວ່າ​ມານາ​ເປັນ​ການ​ອັດສະຈັນ​ຈາກ​ພະ​ເຢໂຫວາ ແຕ່​ໃນ​ທີ່​ສຸດ​ຄົນ​ທີ່​ກິນ​ກໍ​ຍັງ​ຕ້ອງ​ຕາຍ. (ຢຮ. 6:49) ແຕ່​ພະ​ເຢຊູ​ເວົ້າ​ເຖິງ​ເພິ່ນ​ເອງ​ວ່າ​ເປັນ “ອາຫານ​ແທ້​ຈາກ​ສະຫວັນ” ເປັນ “ອາຫານ​ຈາກ​ພະເຈົ້າ” ແລະ​ເປັນ “ອາຫານ​ທີ່​ໃຫ້​ຊີວິດ.” (ຢຮ. 6:32, 33, 35) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ກັບ​ມານາ​ຕ່າງ​ກັນ​ຫຼາຍ. ເພິ່ນ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ເປັນ​ອາຫານ​ທີ່​ໃຫ້​ຊີວິດ​ເຊິ່ງ​ລົງ​ມາ​ຈາກ​ສະຫວັນ. ຖ້າ​ຜູ້​ໃດ​ໄດ້​ກິນ​ອາຫານ​ນີ້ ລາວ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ.” (ອ່ານ​ໂຢຮັນ 6:51) ປະຊາຊົນ​ກຸ່ມ​ນີ້​ພາກັນ​ງົງ. ເຂົາເຈົ້າ​ບໍ່​ເຂົ້າໃຈ​ທີ່​ພະ​ເຢຊູ​ເວົ້າ​ວ່າ​ເພິ່ນ​ເປັນ​ອາຫານ​ທີ່​ມາ​ຈາກ​ສະຫວັນ​ເຊິ່ງ​ດີ​ກວ່າ​ມານາ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ. ຈາກ​ນັ້ນ ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ອາຫານ​ທີ່​ຂ້ອຍ​ຈະ​ໃຫ້​ແມ່ນ​ຮ່າງກາຍ​ຂອງ​ຂ້ອຍ.” ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຢາກ​ເຂົ້າໃຈ​ເລື່ອງ​ນີ້​ຍ້ອນ​ມັນ​ຈະ​ຊ່ວຍ​ທັງ​ເຮົາ​ແລະ​ຄົນ​ທີ່​ເຮົາ​ຮັກ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ.

ອາຫານ​ທີ່​ໃຫ້​ຊີວິດ​ແລະ​ຮ່າງກາຍ​ຂອງ​ພະ​ເຢຊູ​ໝາຍ​ເຖິງ​ຫຍັງ?

4. ເປັນ​ຫຍັງ​ບາງ​ຄົນ​ຕົກໃຈ​ເມື່ອ​ໄດ້​ຍິນ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ?

4 ບາງ​ຄົນ​ທີ່​ໄດ້​ຍິນ​ພະ​ເຢຊູ​ເວົ້າ​ກໍ​ຕົກໃຈ​ຫຼາຍ​ເມື່ອ​ເພິ່ນ​ບອກ​ວ່າ: “ອາຫານ​ທີ່​ຂ້ອຍ​ຈະ​ໃຫ້​ແມ່ນ​ຮ່າງກາຍ​ຂອງ​ຂ້ອຍ​ທີ່​ຈະ​ສະລະ​ເພື່ອ​ໃຫ້​ຄົນ​ໃນ​ໂລກ​ໄດ້​ຮັບ​ຊີວິດ.” ເຂົາເຈົ້າ​ອາດ​ຈະ​ຄິດ​ວ່າ​ພະ​ເຢຊູ​ຢາກ​ໃຫ້​ເຂົາເຈົ້າ​ກິນ​ຊີ້ນ​ຂອງ​ເພິ່ນ​ແທ້ໆ. (ຢຮ. 6:52) ແຕ່​ຈາກ​ນັ້ນ ພະ​ເຢຊູ​ເວົ້າ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຕົກໃຈ​ຫຼາຍ​ກວ່າ​ເກົ່າ. ເພິ່ນ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ບໍ່​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ລູກ​ມະນຸດ ພວກ​ເຈົ້າ​ຈະ​ບໍ່​ໄດ້​ຊີວິດ.”—ຢຮ. 6:53

5. ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ກິນ​ເລືອດ​ຂອງ​ເພິ່ນ​ແທ້ໆ?

5 ໃນ​ສະໄໝ​ໂນອາ ພະ​ເຢໂຫວາ​ຫ້າມ​ບໍ່​ໃຫ້​ມະນຸດ​ກິນ​ເລືອດ. (ປຖກ. 9:3, 4) ພະ​ເຢໂຫວາ​ຍັງ​ຫ້າມ​ເລື່ອງ​ນີ້​ຊ້ຳ​ອີກ​ໂດຍ​ທາງ​ກົດໝາຍ​ຂອງ​ໂມເຊ​ທີ່​ເພິ່ນ​ໃຫ້​ຊາດ​ອິດສະຣາເອນ​ທີ່​ບອກ​ວ່າ ຖ້າ​ຜູ້​ໃດ​ກິນ​ເລືອດ “ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.” (ລລວ. 7:27) ພະ​ເຢຊູ​ກໍ​ສອນ​ຄົນ​ຢິວ​ໃຫ້​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ. (ມທ. 5:17-19) ສະນັ້ນ ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢຊູ​ຈະ​ບອກ​ໃຫ້​ຄົນ​ຢິວ​ເຫຼົ່າ​ນັ້ນ​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ເພິ່ນ​ແທ້ໆ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ​ພະ​ເຢຊູ​ກໍ​ຍັງ​ໃຊ້​ຄຳເວົ້າ​ທີ່​ເປັນ​ຕາ​ຕົກໃຈ​ນີ້​ສອນ​ເຂົາເຈົ້າ​ໃຫ້​ຮູ້​ວິທີ​ທີ່​ຈະ​ໄດ້ “ຊີວິດ​ຕະຫຼອດ​ໄປ.”—ຢຮ. 6:54

6. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ທີ່​ພະ​ເຢຊູ​ບອກ​ໃຫ້​ກິນ​ຊີ້ນ​ແລະ​ເລືອດ​ຂອງ​ເພິ່ນ​ມີ​ຄວາມ​ໝາຍ​ເປັນ​ໄນ?

6 ຈຸດ​ສຳຄັນ​ທີ່​ພະ​ເຢຊູ​ສອນ​ແມ່ນ​ຫຍັງ? ເຫັນ​ໄດ້​ແຈ້ງ​ວ່າ​ເພິ່ນ​ເວົ້າ​ໃນ​ຄວາມ​ໝາຍ​ເປັນ​ໄນ​ຄື​ກັບ​ຕອນ​ທີ່​ເວົ້າ​ກັບ​ຜູ້​ຍິງ​ຄົນ​ຊາມາເຣຍ​ທີ່​ວ່າ: “ຄົນ​ທີ່​ກິນ​ນ້ຳ​ທີ່​ຂ້ອຍ​ເອົາ​ໃຫ້​ຈະ​ບໍ່​ຫິວ​ນ້ຳ​ອີກ​ເລີຍ ແລະ​ນ້ຳ​ນັ້ນ​ຈະ​ກາຍ​ເປັນ​ນ້ຳ​ພຸ​ໃນ​ໂຕ​ລາວ​ທີ່​ບຸ້ນ​ຂຶ້ນ​ມາ​ເລື້ອຍໆ​ແລະ​ເຮັດ​ໃຫ້​ລາວ​ໄດ້​ຊີວິດ​ຕະຫຼອດ​ໄປ.” (ຢຮ. 4:7, 14) b ພະ​ເຢຊູ​ບໍ່​ໄດ້​ບອກ​ຜູ້​ຍິງ​ຄົນ​ຊາມາເຣຍ​ວ່າ​ລາວ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ໂດຍ​ກິນ​ນ້ຳ​ແທ້ໆ. ຄ້າຍຄື​ກັນ ພະ​ເຢຊູ​ກໍ​ບໍ່​ໄດ້​ບອກ​ຄົນ​ກຸ່ມ​ໃຫຍ່​ໃນ​ເມືອງ​ກາເປນາອູມ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຖ້າ​ເຂົາເຈົ້າ​ກິນ​ຊີ້ນ​ແລະ​ເລືອດ​ຂອງ​ເພິ່ນ​ແທ້ໆ.

ຄວາມ​ແຕກຕ່າງ​ລະຫວ່າງ​ສອງ​ເຫດການ

7. ບາງ​ຄົນ​ເວົ້າ​ແນວ​ໃດ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ໂຢຮັນ 6:53?

7 ບາງ​ຄົນ​ເວົ້າ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ໂຢຮັນ 6:53 ກ່ຽວກັບ​ການ​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ເພິ່ນ​ເປັນ​ຕົວຢ່າງ​ຂອງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ຍ້ອນ​ພະ​ເຢຊູ​ໃຊ້​ຄຳເວົ້າ​ທີ່​ຄ້າຍໆ​ກັນ. (ມທ. 26:26-28) ເຂົາເຈົ້າ​ເວົ້າ​ວ່າ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ຄວນ​ກິນ​ເຂົ້າຈີ່​ແລະ​ກິນ​ເຫຼົ້າແວງ​ທີ່​ສົ່ງ​ຕໍ່​ໃຫ້​ກັນ. ການ​ເຂົ້າໃຈ​ແບບ​ນັ້ນ​ຖືກຕ້ອງ​ບໍ? ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ມີ​ຄວາມ​ເຂົ້າໃຈ​ທີ່​ຖືກຕ້ອງ ຍ້ອນ​ວ່າ​ໃນ​ແຕ່ລະປີ​ມີ​ຫຼາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກ​ເຂົ້າ​ຮ່ວມ​ວັນ​ອະນຸສອນ​ກັບ​ເຮົາ. ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ໂຢຮັນ 6:53 ມີ​ຄວາມ​ໝາຍ​ຕ່າງ​ກັນ​ແນວ​ໃດ​ກັບ​ສິ່ງ​ທີ່​ເພິ່ນ​ເວົ້າ​ຕອນ​ກິນ​ອາຫານ​ແລງ​ຂອງ​ພະຄລິດ.

8. ມີ​ຄວາມ​ແຕກຕ່າງ​ກັນ​ແນວ​ໃດ​ລະຫວ່າງ 2 ເຫດການ? (ເບິ່ງ​ຮູບ​ນຳ)

8 ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ແຕກຕ່າງ​ລະຫວ່າງ 2 ເຫດການ​ນີ້. ຈຸດ​ທີ 1: ໃນ​ໂຢຮັນ 6:53-56 ພະ​ເຢຊູ​ເວົ້າ​ຕອນ​ໃດ​ແລະ​ເວົ້າ​ຢູ່​ໃສ? ເພິ່ນ​ເວົ້າ​ກັບ​ຄົນ​ກຸ່ມ​ໃຫຍ່​ຢູ່​ແຂວງ​ຄາລີເລ​ໃນ​ປີ 32 ເຊິ່ງ​ເປັນ​ເວລາ​ປະມານ 1 ປີ​ກ່ອນ​ທີ່​ເພິ່ນ​ຈະ​ຕັ້ງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ຢູ່​ເມືອງ​ເຢຣູຊາເລັມ. ຈຸດ​ທີ 2: ພະ​ເຢຊູ​ເວົ້າ​ເລື່ອງ​ນີ້​ກັບ​ໃຜ? ເພິ່ນ​ເວົ້າ​ກັບ​ຄົນ​ກຸ່ມ​ໃຫຍ່​ທີ່​ຢູ່​ແຂວງ​ຄາລີເລ​ທີ່​ສົນໃຈ​ແຕ່​ເລື່ອງ​ອາຫານ​ຫຼາຍ​ກວ່າ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. (ຢຮ. 6:26) ທີ່ຈິງ ເມື່ອ​ພະ​ເຢຊູ​ເວົ້າ​ບາງ​ຢ່າງ​ທີ່​ເຂົາເຈົ້າ​ບໍ່​ເຂົ້າໃຈ ເຂົາເຈົ້າ​ກໍ​ເຊົາ​ເຊື່ອ​ໃນ​ເພິ່ນ​ທັນທີ. ແມ່ນ​ແຕ່​ພວກ​ລູກສິດ​ບາງ​ຄົນ​ກໍ​ເຊົາ​ຕິດຕາມ​ເພິ່ນ. (ຢຮ. 6:14, 36, 42, 60, 64, 66) ຄົນ​ເຫຼົ່າ​ນັ້ນ​ຕ່າງ​ກັນ​ຫຼາຍ​ແທ້ໆ​ກັບ​ອັກຄະສາວົກ 11 ຄົນ​ທີ່​ສັດຊື່​ເຊິ່ງ​ຢູ່​ກັບ​ພະ​ເຢຊູ​ຕອນ​ທີ່​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ປະມານ 1 ປີ​ຕໍ່​ມາ​ເຊິ່ງ​ກໍ​ຄື​ໃນ​ປີ 33. ເຂົາເຈົ້າ​ຢູ່​ກັບ​ພະ​ເຢຊູ​ເຖິງ​ວ່າ​ບໍ່​ເຂົ້າໃຈ​ທຸກ​ເລື່ອງ​ທີ່​ເພິ່ນ​ສອນ. ເຂົາເຈົ້າ​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ​ທີ່​ລົງ​ມາ​ຈາກ​ສະຫວັນ. (ມທ. 16:16) ພະ​ເຢຊູ​ຊົມເຊີຍ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຢູ່​ຄຽງ​ຂ້າງ​ຂ້ອຍ​ສະເໝີ​ຕອນ​ທີ່​ຂ້ອຍ​ລຳບາກ.” (ລກ. 22:28) ພຽງ​ແຕ່ 2 ຈຸດ​ນີ້​ກໍ​ເຮັດ​ໃຫ້​ເຫັນ​ແລ້ວ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ໂຢຮັນ 6:53 ບໍ່​ແມ່ນ​ຕົວຢ່າງ​ຂອງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ. ນອກ​ຈາກ 2 ຈຸດ​ນີ້​ຍັງ​ມີ​ຈຸດ​ອື່ນ​ອີກ​ທີ່​ຕ່າງ​ກັນ.

ໃນ​ໂຢຮັນ​ບົດ 6 ພະ​ເຢຊູ​ເວົ້າ​ກັບ​ຫຼາຍ​ພັນ​ຄົນ​ຢູ່​ແຂວງ​ຄາລີເລ (ຮູບ​ເບື້ອງ​ຊ້າຍ). ໜຶ່ງ​ປີ​ຕໍ່​ມາ​ເພິ່ນ​ເວົ້າ​ກັບ​ອັກຄະສາວົກ​ທີ່​ສັດຊື່ 11 ຄົນ​ຢູ່​ເມືອງ​ເຢຣູຊາເລັມ (ຮູບ​ເບື້ອງ​ຂວາ). (ເບິ່ງ​ຂໍ້ 8)


ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ?

9. ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕອນ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ແມ່ນ​ສຳລັບ​ຄົນ​ກຸ່ມ​ໃດ?

9 ຕອນ​ທີ່​ກິນ​ອາຫານ​ແລງ​ຂອງ​ພະຄລິດ ພະ​ເຢຊູ​ໄດ້​ຍື່ນ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ​ໃຫ້​ພວກ​ອັກຄະສາວົກ​ແລະ​ບອກ​ເຂົາເຈົ້າ​ວ່າ ເຂົ້າຈີ່​ໝາຍ​ເຖິງ​ຮ່າງກາຍ​ຂອງ​ເພິ່ນ. ຈາກ​ນັ້ນ ເພິ່ນ​ກໍ​ຍື່ນ​ເຫຼົ້າແວງ​ໃຫ້​ເຂົາເຈົ້າ​ແລະ​ບອກ​ວ່າ ເຫຼົ້າແວງ​ໝາຍ​ເຖິງ “ເລືອດ​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້.” (ມຣກ. 14:22-25; ລກ. 22:20; 1ກຣ. 11:24) ນີ້​ເປັນ​ສັນຍາ​ທີ່​ສຳຄັນ​ຫຼາຍ​ຍ້ອນ​ເປັນ​ສັນຍາ​ໃໝ່​ທີ່​ພະ​ເຢຊູ​ເຮັດ​ກັບ “ຄົນ​ອິດສະຣາເອນ [ໂດຍ​ໄນ]” ເຊິ່ງ​ຈະ​ຮ່ວມ​ປົກຄອງ​ກັບ​ເພິ່ນ​ໃນ “ການ​ປົກຄອງ​ຂອງ​ພະເຈົ້າ.” ສັນຍາ​ນີ້​ບໍ່​ແມ່ນ​ສັນຍາ​ທີ່​ເຮັດ​ກັບ​ມະນຸດ​ທົ່ວໄປ. (ຮຣ. 8:6, 10; 9:15) ຕອນ​ນັ້ນ ພວກ​ອັກຄະສາວົກ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ ແຕ່​ອີກ​ບໍ່​ດົນ​ເຂົາເຈົ້າ​ຈະ​ຖືກ​ເລືອກ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ສັນຍາ​ໃໝ່​ເພື່ອ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ.—ຢຮ. 14:2, 3

10. ອັນ​ໃດ​ແມ່ນ​ອີກ​ຈຸດ​ໜຶ່ງ​ທີ່​ຕ່າງ​ກັນ​ລະຫວ່າງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕອນ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ກັບ​ສິ່ງ​ທີ່​ເພິ່ນ​ເວົ້າ​ຢູ່​ແຂວງ​ຄາລີເລ? (ເບິ່ງ​ຮູບ​ນຳ)

10 ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕອນ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ແມ່ນ​ສຳລັບ​ຄົນ​ກຸ່ມ​ນ້ອຍ ເຊິ່ງ​ກໍ​ຄື “ແກະ​ຝູງ​ນ້ອຍ.” ພວກ​ອັກຄະສາວົກ​ທີ່​ສັດຊື່​ທີ່​ຢູ່​ໃນ​ຫ້ອງ​ນັ້ນ​ກັບ​ພະ​ເຢຊູ​ເປັນ​ພວກ​ທຳອິດ​ທີ່​ຢູ່​ໃນ​ກຸ່ມ​ນ້ອຍ​ນັ້ນ. (ລກ. 12:32) ເຂົາເຈົ້າ​ກັບ​ຄົນ​ອື່ນໆ​ທີ່​ໃນ​ເວລາ​ຕໍ່​ມາ​ຈະ​ໄດ້​ຢູ່​ໃນ​ກຸ່ມ​ນ້ອຍ​ນັ້ນ​ຈະ​ກິນ​ເຂົ້າຈີ່​ແລະ​ເຫຼົ້າແວງ. ຄົນ​ເຫຼົ່າ​ນີ້​ຈະ​ໄດ້​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ. ສະນັ້ນ ນີ້​ແມ່ນ​ອີກ​ຈຸດ​ໜຶ່ງ​ທີ່​ຕ່າງ​ກັນ​ລະຫວ່າງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ກັບ​ເຫດການ​ທີ່​ເກີດຂຶ້ນ​ຢູ່​ແຂວງ​ຄາລີເລ. ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕອນ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ແມ່ນ​ສຳລັບ​ຄົນ​ກຸ່ມ​ນ້ອຍ. ແຕ່​ສິ່ງ​ທີ່​ເພິ່ນ​ເວົ້າ​ຢູ່​ແຂວງ​ຄາລີເລ​ແມ່ນ​ສຳລັບ​ຄົນ​ທີ່​ມີ​ຈຳນວນ​ນັບ​ບໍ່​ຖ້ວນ.

ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າແວງ​ເປັນ​ຄົນ​ກຸ່ມ​ນ້ອຍ​ເທົ່າ​ນັ້ນ. ແຕ່​ຄົນ​ຈຳນວນ​ຫຼາຍ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ເບິ່ງ​ຂໍ້ 10)


11. ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຢູ່​ແຂວງ​ຄາລີເລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ໄດ້​ໝາຍ​ເຖິງ​ຄົນ​ຈຳນວນ​ຈຳກັດ​ເທົ່າ​ນັ້ນ?

11 ຕອນ​ທີ່​ພະ​ເຢຊູ​ຢູ່​ແຂວງ​ຄາລີເລ​ໃນ​ປີ 32 ເພິ່ນ​ເວົ້າ​ກັບ​ຄົນ​ຢິວ​ທີ່​ມີ​ແຕ່​ຕ້ອງການ​ອາຫານ​ຈາກ​ເພິ່ນ​ເທົ່າ​ນັ້ນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ກໍ​ພະຍາຍາມ​ຊ່ວຍ​ເຂົາເຈົ້າ​ໃຫ້​ສົນໃຈ​ສິ່ງ​ທີ່​ສຳຄັນ​ກວ່າ​ອາຫານ ນັ້ນ​ຄື​ການ​ຈັດ​ກຽມ​ທີ່​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ເຢຊູ​ເຖິງຂັ້ນ​ເວົ້າ​ວ່າ​ຄົນ​ທີ່​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ໃນ​ວັນ​ສຸດທ້າຍ​ແລະ​ເຂົາເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ສິ່ງ​ດີໆ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ນີ້​ບໍ່​ແມ່ນ​ມີ​ແຕ່​ຄົນ​ຈຳນວນ​ຈຳກັດ​ທີ່​ເພິ່ນ​ບອກ​ໃນ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຮັບ ແຕ່​ເພິ່ນ​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ. ທີ່ຈິງ ພະ​ເຢຊູ​ເວົ້າ​ວ່າ: “ຖ້າ​ຜູ້​ໃດ​ໄດ້​ກິນ​ອາຫານ​ນີ້ ລາວ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ອາຫານ​ທີ່​ຂ້ອຍ​ຈະ​ໃຫ້​ແມ່ນ​ຮ່າງກາຍ​ຂອງ​ຂ້ອຍ​ທີ່​ຈະ​ສະລະ​ເພື່ອ​ໃຫ້​ຄົນ​ໃນ​ໂລກ​ໄດ້​ຮັບ​ຊີວິດ.”—ຢຮ. 6:51

12. ພະ​ເຢຊູ​ບອກ​ວ່າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ?

12 ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກັບ​ຄົວ​ຢິວ​ກຸ່ມ​ໃຫຍ່​ຢູ່​ແຂວງ​ຄາລີເລ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ທີ່ຈິງ ສະເພາະ​ຄົນ​ທີ່ ‘ກິນ​ເຂົ້າຈີ່’ ເທົ່າ​ນັ້ນ ເຊິ່ງ​ກໍ​ຄື​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຈຶ່ງ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເວົ້າ​ວ່າ​ເຂົາເຈົ້າ​ເຊື່ອ​ໃນ​ພະ​ເຢຊູ​ແລະ​ເອີ້ນ​ເພິ່ນ​ວ່າ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ. (ຢຮ. 6:29) ແຕ່​ເຂົາເຈົ້າ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ. ມີ​ຫຼາຍ​ຄົນ​ຢູ່​ແຂວງ​ຄາລີເລ​ເຊິ່ງ​ຕອນ​ທຳອິດ​ເຊື່ອ​ໃນ​ພະ​ເຢຊູ ແລ້ວ​ຕໍ່​ມາ​ກໍ​ເຊົາ​ເຊື່ອ​ໃນ​ເພິ່ນ​ແລະ​ເຊົາ​ຕິດຕາມ​ເພິ່ນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ?

13. ຄົນ​ທີ່​ຈະ​ມາ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ​ຕ້ອງ​ເຮັດ​ຫຍັງ?

13 ຄົນ​ສ່ວນ​ຫຼາຍ​ໃນ​ຄົນ​ກຸ່ມ​ໃຫຍ່​ນັ້ນ​ຍັງ​ຕິດຕາມ​ພະ​ເຢຊູ​ຍ້ອນ​ເພິ່ນ​ໃຫ້​ໃນ​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງການ. ເຂົາເຈົ້າ​ສົນໃຈ​ແຕ່​ການ​ປິ່ນປົວ​ແບບ​ອັດສະຈັນ ໄດ້​ກິນ​ອາຫານ​ຟຣີ ແລະ​ໄດ້​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ຟັງ. ແຕ່​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ຈະ​ມາ​ເປັນ​ລູກສິດ​ແທ້​ຂອງ​ເພິ່ນ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ. ເພິ່ນ​ບໍ່​ໄດ້​ມາ​ໂລກ​ນີ້​ເພື່ອ​ໃຫ້​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງການ​ເທົ່າ​ນັ້ນ. ເພິ່ນ​ມາ​ເພື່ອ​ສອນ​ເຂົາເຈົ້າ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ລູກສິດ​ແທ້​ຂອງ​ເພິ່ນ. ເຂົາເຈົ້າ​ຕ້ອງ “ມາ​ຫາ” ເພິ່ນ ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຕ້ອງ​ຍອມຮັບ​ແລະ​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເພິ່ນ​ສອນ.—ຢຮ. 5:40; 6:44

14. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ເລືອດ​ເນື້ອ​ຂອງ​ພະ​ເຢຊູ?

14 ພະ​ເຢຊູ​ເນັ້ນ​ກັບ​ຄົນ​ຢິວ​ກຸ່ມ​ນັ້ນ​ວ່າ​ເຂົາເຈົ້າ​ຕ້ອງ​ສະແດງ​ຄວາມ​ເຊື່ອ. ຄວາມ​ເຊື່ອ​ໃນ​ເລື່ອງ​ຫຍັງ? ຄວາມ​ເຊື່ອ​ທີ່​ວ່າ​ພະ​ເຢຊູ​ສະລະ​ເລືອດ​ເນື້ອ​ຂອງ​ເພິ່ນ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ. ຄວາມ​ເຊື່ອ​ແບບ​ນີ້​ສຳຄັນ​ຫຼາຍ​ສຳລັບ​ຄົນ​ຢິວ​ເຫຼົ່າ​ນັ້ນ ແລະ​ສຳຄັນ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ. (ຢຮ. 6:40) ແມ່ນ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ເລືອດ​ເນື້ອ​ຂອງ​ພະ​ເຢຊູ​ຕາມ​ທີ່​ບອກ​ໄວ້​ໃນ​ໂຢຮັນ 6:53 ເຮົາ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່. ການ​ມີ​ຊີວິດ​ຕະຫຼອດ​ໄປ​ເປັນ​ໄປ​ໄດ້​ສຳລັບ​ຄົນ​ຈຳນວນ​ນັບ​ບໍ່​ຖ້ວນ.—ອຟຊ. 1:7

15-16. ເຮົາ​ໄດ້​ຮຽນ​ເລື່ອງ​ທີ່​ສຳຄັນ​ຫຍັງ​ຈາກ​ໂຢຮັນ​ບົດ 6?

15 ເລື່ອງ​ໃນ​ໂຢຮັນ​ບົດ 6 ມີ​ຄ່າ​ຫຼາຍ​ສຳລັບ​ເຮົາ​ແລະ​ຄົນ​ທີ່​ເຮົາ​ຮັກ. ມັນ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢຊູ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ຄົນ​ຫຼາຍ​ແທ້ໆ. ຕອນ​ທີ່​ຢູ່​ແຂວງ​ຄາລີເລ ເພິ່ນ​ໄດ້​ປົວ​ຄົນ​ທີ່​ເຈັບ​ປ່ວຍ ສອນ​ເຂົາເຈົ້າ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ລ້ຽງ​ອາຫານ​ເຂົາເຈົ້າ. (ລກ. 9:11; ຢຮ. 6:2, 11, 12) ສຳຄັນ​ຫຼາຍ​ກວ່າ​ນັ້ນ​ອີກ ພະ​ເຢຊູ​ສອນ​ວ່າ​ເພິ່ນ “ເປັນ​ອາຫານ​ທີ່​ໃຫ້​ຊີວິດ.”—ຢຮ. 6:35, 48

16 ຄົນ​ທີ່​ພະ​ເຢຊູ​ເອີ້ນ​ວ່າ “ແກະ​ອື່ນ” ບໍ່​ຄວນ​ກິນ​ເຂົ້າຈີ່​ແລະ​ເຫຼົ້າແວງ​ໃນ​ວັນ​ອະນຸສອນ. (ຢຮ. 10:16) ແຕ່​ເຂົາເຈົ້າ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ເລືອດ​ເນື້ອ​ຂອງ​ພະ​ເຢຊູ​ໂດຍ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ເພິ່ນ. (ຢຮ. 6:53) ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າແວງ​ໃນ​ວັນ​ອະນຸສອນ​ແມ່ນ​ຜູ້​ທີ່​ມີ​ສ່ວນ​ໃນ​ສັນຍາ​ໃໝ່​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ. ສະນັ້ນ ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຖືກ​ເລືອກ​ຫຼື​ເປັນ​ແກະ​ອື່ນ ໂຢຮັນ​ບົດ 6 ກໍ​ມີ​ຄວາມ​ສຳຄັນ​ຕໍ່​ເຮົາ​ຍ້ອນ​ເລື່ອງ​ນີ້​ສອນ​ເຮົາ​ວ່າ​ທຸກ​ຄົນ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

ເພງ​ທີ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

a ໃນ​ບົດ​ແລ້ວ​ນີ້​ໄດ້​ເວົ້າ​ເຖິງ​ໂຢຮັນ 6:5-35.

b ນ້ຳ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ໝາຍ​ເຖິງ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ.