ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 48

ເພງ​ທີ 97 ຊີວິດ​ເຮົາ​ຕ້ອງ​ອາໄສ​ຄຳສອນ​ຂອງ​ພະເຈົ້າ

ເຮົາ​ຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ຂອງ​ພະ​ເຢຊູ​ເລື່ອງ​ເຂົ້າຈີ່?

ເຮົາ​ຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ຂອງ​ພະ​ເຢຊູ​ເລື່ອງ​ເຂົ້າຈີ່?

“ຂ້ອຍ​ນີ້​ແຫຼະ​ແມ່ນ​ອາຫານ​ທີ່​ໃຫ້​ຊີວິດ. ຄົນ​ທີ່​ມາ​ຫາ​ຂ້ອຍ​ຈະ​ບໍ່​ຫິວ​ເຂົ້າ​ອີກ​ເລີຍ.”ຢຮ. 6:35

ຈຸດ​ສຳຄັນ

ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂຢຮັນ​ບົດ 6 ເຊິ່ງ​ເວົ້າ​ເຖິງ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ​ຕອນ​ທີ່​ເພິ່ນ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ດ້ວຍ​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ.

1. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ເຂົ້າຈີ່​ສຳຄັນ​ສ່ຳ​ໃດ?

 ເຂົ້າຈີ່​ເປັນ​ອາຫານ​ຫຼັກ​ຂອງ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ. (ປຖກ. 18:6; ລກ. 9:3) ທີ່ຈິງ ມັນ​ສຳຄັນ​ຫຼາຍ​ຈົນ​ບາງ​ເທື່ອ​ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ເຂົ້າຈີ່” ເພື່ອ​ໝາຍ​ເຖິງ​ຂອງກິນ. (ມທ. 6:11; ກຈກ. 20:7 ເບິ່ງ​ຂໍ້ມູນ​ສຳລັບ​ສຶກສາ) a ພະ​ເຢຊູ​ກໍ​ໃຊ້​ເຂົ້າຈີ່​ເພື່ອ​ເຮັດ​ການ​ອັດສະຈັນ 2 ເທື່ອ​ເຊິ່ງ​ເປັນ​ເລື່ອງ​ທີ່​ເຮົາ​ຮູ້​ຈັກ​ດີ. (ມທ. 16:9, 10) ການ​ອັດສະຈັນ​ເທື່ອ​ໜຶ່ງ​ທີ່​ເພິ່ນ​ເຮັດ​ແມ່ນ​ຢູ່​ໂຢຮັນ​ບົດ 6. ຕອນນີ້​ເຮົາ​ຈະ​ເບິ່ງ​ເລື່ອງ​ນີ້​ນຳ​ກັນ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ມີ​ບົດ​ຮຽນ​ຫຍັງ​ແດ່​ທີ່​ເຮົາ​ຈະ​ເອົາ​ມາ​ໃຊ້​ໄດ້​ໃນ​ທຸກ​ມື້​ນີ້.

2. ເປັນ​ຫຍັງ​ຫຼາຍ​ພັນ​ຄົນ​ຈຶ່ງ​ຕ້ອງການ​ຂອງກິນ?

2 ມີ​ເທື່ອ​ໜຶ່ງ ຫຼັງ​ຈາກ​ພວກ​ອັກຄະສາວົກ​ກັບ​ມາ​ຈາກ​ການ​ປະກາດ ພະ​ເຢຊູ​ໄດ້​ພາ​ເຂົາເຈົ້າ​ຂຶ້ນ​ເຮືອ​ລຳ​ໜຶ່ງ​ຂ້າມ​ທະເລ​ຄາລີເລ​ເພື່ອ​ເຂົາເຈົ້າ​ຈະ​ໄດ້​ພັກຜ່ອນ. (ມຣກ. 6:7, 30-32; ລກ. 9:10) ເມື່ອ​ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ໄປ​ຮອດ​ບ່ອນ​ທີ່​ງຽບໆ​ຫ່າງ​ໄກ​ຈາກ​ຄົນ​ໃນ​ເຂດ​ໃກ້​ເມືອງ​ເບັດຊາອີດາ ບໍ່​ດົນ​ປະຊາຊົນ​ຫຼາຍ​ພັນ​ຄົນ​ກໍ​ໄປ​ຫາ​ເຂົາເຈົ້າ​ຢູ່​ຫັ້ນ. ພະ​ເຢຊູ​ບໍ່​ໄດ້​ລະເລີຍ​ຄົນ​ເຫຼົ່າ​ນັ້ນ. ເພິ່ນ​ສອນ​ເຂົາເຈົ້າ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ປົວ​ຄົນ​ທີ່​ເຈັບ​ປ່ວຍ. ຍ້ອນ​ໃກ້​ຊິ​ຄ່ຳ​ແລ້ວ ພວກ​ລູກສິດ​ຈຶ່ງ​ສົງໄສ​ວ່າ​ຄົນ​ເຫຼົ່າ​ນີ້​ຊິ​ກິນ​ຫຍັງ. ບາງ​ຄົນ​ອາດ​ເອົາ​ຂອງກິນ​ມາ​ນຳ​ໜ້ອຍ​ໜຶ່ງ ແຕ່​ຄົນ​ສ່ວນ​ຫຼາຍ​ຈະ​ຕ້ອງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ແຖວ​ນັ້ນ​ເພື່ອ​ຊື້​ຂອງກິນ. (ມທ. 14:15; ຢຮ. 6:4, 5) ເມື່ອ​ເປັນ​ແບບ​ນີ້ ພະ​ເຢຊູ​ຈະ​ເຮັດ​ແນວ​ໃດ?

ພະ​ເຢຊູ​ລ້ຽງ​ເຂົ້າຈີ່​ຫຼາຍ​ພັນ​ຄົນ​ໂດຍ​ການ​ອັດສະຈັນ

3. ພະ​ເຢຊູ​ບອກ​ພວກ​ລູກສິດ​ໃຫ້​ເຮັດ​ຫຍັງ​ສຳລັບ​ປະຊາຊົນ​ຫຼາຍ​ພັນ​ຄົນ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

3 ພະ​ເຢຊູ​ບອກ​ພວກ​ອັກຄະສາວົກ​ວ່າ: “ບໍ່​ຕ້ອງ​ໃຫ້​ເຂົາເຈົ້າ​ໄປ​ໃສ​ດອກ. ໃຫ້​ພວກ​ເຈົ້າ​ຫັ້ນ​ແຫຼະ​ເອົາ​ຂອງກິນ​ໃຫ້​ເຂົາເຈົ້າ​ກິນ.” (ມທ. 14:16) ແຕ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ຍ້ອນ​ວ່າ​ສະເພາະ​ຜູ້​ຊາຍ​ກໍ​ມີ​ປະມານ 5.000 ຄົນ​ແລ້ວ. ຖ້າ​ນັບ​ຜູ້​ຍິງ​ກັບ​ເດັກນ້ອຍ​ລວມ​ກັນ​ອາດ​ຈະ​ປະມານ 15.000 ຄົນ​ທີ່​ຕ້ອງ​ລ້ຽງ​ອາຫານ. (ມທ. 14:21) ອັນເດອາ​ເວົ້າ​ວ່າ: “ເດັກນ້ອຍ​ຜູ້​ນີ້​ມີ​ເຂົ້າຈີ່​ບາເລ 5 ອັນ​ກັບ​ປາ​ນ້ອຍໆ 2 ໂຕ ແຕ່​ມັນ​ບໍ່​ພໍ​ສຳລັບ​ຄົນ​ຫຼາຍ​ປານ​ນີ້​ດອກ.” (ຢຮ. 6:9) ເຂົ້າຈີ່​ທີ່​ເຮັດ​ຈາກ​ເຂົ້າ​ບາເລ​ເປັນ​ອາຫານ​ທີ່​ຄົນ​ທົ່ວໄປ​ກິນ​ແລະ​ປາ​ນ້ອຍໆ 2 ໂຕ​ນັ້ນ​ອາດ​ຈະ​ເປັນ​ປາ​ທີ່​ເອືອບ​ເກືອ​ແລະ​ຕາກ​ແຫ້ງ. ແຕ່​ເຂົ້າຈີ່​ກັບ​ປາ​ສ່ຳ​ນັ້ນ​ຊິ​ພໍ​ສຳລັບ​ຫຼາຍ​ພັນ​ຄົນ​ໄດ້​ແນວ​ໃດ?

ພະ​ເຢຊູ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ປະຊາຊົນ​ທັງ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ທາງ​ດ້ານ​ຮ່າງກາຍ (ເບິ່ງ​ຂໍ້ 3)


4. ເຮົາ​ຮຽນ​ຫຍັງ​ຈາກ​ໂຢຮັນ 6:11-13? (ເບິ່ງ​ຮູບ​ນຳ)

4 ພະ​ເຢຊູ​ຢາກ​ສະແດງ​ຄວາມ​ໃຈ​ກວ້າງ​ຕໍ່​ຄົນ​ເຫຼົ່າ​ນັ້ນ ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ໃຫ້​ນັ່ງ​ລົງ​ເປັນ​ກຸ່ມ​ຢູ່​ພື້ນ​ທີ່​ເປັນ​ຫຍ້າ. (ມຣກ. 6:39, 40; ອ່ານ​ໂຢຮັນ 6:11-13) ຈາກ​ນັ້ນ ພະ​ເຢຊູ​ໄດ້​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ເຂົ້າຈີ່​ແລະ​ປາ. ພະ​ເຢຊູ​ເຮັດ​ແບບ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ມີ​ອາຫານ​ແລະ​ເພິ່ນ​ຢາກ​ຂອບໃຈ​ສຳລັບ​ເລື່ອງ​ນີ້. ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ກ່ອນ​ກິນ​ເຂົ້າ ບໍ່​ວ່າ​ເຮົາ​ຈະ​ຢູ່​ຄົນ​ດຽວ​ຫຼື​ຢູ່​ກັບ​ຄົນ​ອື່ນ. ເມື່ອ​ອະທິດຖານ​ແລ້ວໆ ພະ​ເຢຊູ​ບອກ​ພວກ​ອັກຄະສາວົກ​ໃຫ້​ຢາຍ​ອາຫານ​ໃຫ້​ຄົນ​ເຫຼົ່າ​ນັ້ນ ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ​ແລະ​ອາຫານ​ກໍ​ຍັງ​ເຫຼືອ​ບັກ​ຫຼາຍໆ. ແຕ່​ພະ​ເຢຊູ​ບໍ່​ໃຫ້​ຖິ້ມ ເພິ່ນ​ບອກ​ພວກ​ອັກຄະສາວົກ​ໃຫ້​ທ້ອນ​ອາຫານ​ໄວ້​ເຊິ່ງ​ອາດ​ຈະ​ເອົາ​ໄວ້​ກິນ​ຫຼັງ​ຈາກ​ນັ້ນ. ພະ​ເຢຊູ​ວາງ​ຕົວຢ່າງ​ໃຫ້​ເຮົາ​ໃນ​ການ​ໃຊ້​ສິ່ງ​ຕ່າງໆ​ແບບ​ບໍ່​ຖິ້ມ​ບໍ່​ເສຍ. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ສາມາດ​ໃຊ້​ເລື່ອງ​ນີ້​ສອນ​ລູກ​ໃຫ້​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ອະທິດຖານ​ກ່ອນ​ກິນ​ເຂົ້າ ເຮັດ​ດີ​ຕໍ່​ຄົນ​ອື່ນ ແລະ​ເປັນ​ຄົນ​ໃຈ​ກວ້າງ.

ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ອະທິດຖານ​ກ່ອນ​ກິນ​ເຂົ້າ​ຄື​ກັບ​ທີ່​ພະ​ເຢຊູ​ເຮັດ​ບໍ?’ (ເບິ່ງ​ຂໍ້ 4)


5. ເມື່ອ​ເຫັນ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ໃນ​ມື້​ນັ້ນ ປະຊາຊົນ​ພະຍາຍາມ​ເຮັດ​ຫຍັງ​ກັບ​ເພິ່ນ ແຕ່​ເພິ່ນ​ໄດ້​ເຮັດ​ແນວ​ໃດ?

5 ປະຊາຊົນ​ເຫຼົ່າ​ນີ້​ງຶດ​ຫຼາຍ​ໃນ​ວິທີ​ທີ່​ພະ​ເຢຊູ​ສອນ​ແລະ​ວິທີ​ທີ່​ເພິ່ນ​ເຮັດ​ການ​ອັດສະຈັນ. ເຂົາເຈົ້າ​ຮູ້​ວ່າ​ໂມເຊ​ເຄີຍ​ບອກ​ວ່າ​ພະເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ພະຍາກອນ​ທີ່​ຍິ່ງໃຫຍ່ ສະນັ້ນ​ເຂົາເຈົ້າ​ອາດ​ຈະ​ຄິດ​ວ່າ ‘ພະ​ເຢຊູ​ຊິ​ແມ່ນ​ຜູ້​ພະຍາກອນ​ຄົນ​ນັ້ນ​ບໍ?’ (ພບຍ. 18:15-18) ຖ້າ​ແມ່ນ ເພິ່ນ​ຄື​ຊິ​ເປັນ​ຜູ້​ປົກຄອງ​ທີ່​ດີ​ແທ້ໆ​ແລະ​ຄື​ຊິ​ສາມາດ​ໃຫ້​ທຸກ​ຄົນ​ໃນ​ອິດສະຣາເອນ​ມີ​ອາຫານ​ກິນ​ຢ່າງ​ເຫຼືອ​ເຟືອ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ “ພະຍາຍາມ​ຈະ​ຕັ້ງ [ພະ​ເຢຊູ] ໃຫ້​ເປັນ​ກະສັດ.” (ຢຮ. 6:14, 15) ຖ້າ​ພະ​ເຢຊູ​ຍອມ​ໃຫ້​ເຂົາເຈົ້າ​ຕັ້ງ​ເພິ່ນ​ເປັນ​ກະສັດ ເພິ່ນ​ກໍ​ຈະ​ເຂົ້າ​ໄປ​ມີ​ສ່ວນ​ໃນ​ເລື່ອງ​ການເມືອງ​ຂອງ​ຄົນ​ຢິວ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ໂຣມ. ພະ​ເຢຊູ​ເຮັດ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢຊູ​ແຍກ “ໄປ​ຢູ່​ພູ​ຄົນ​ດຽວ.” ດັ່ງນັ້ນ ເຖິງ​ວ່າ​ຈະ​ຖືກ​ຄົນ​ອື່ນ​ກົດ​ດັນ ແຕ່​ພະ​ເຢຊູ​ກໍ​ບໍ່​ຍອມ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການເມືອງ. ນີ້​ເປັນ​ຕົວຢ່າງ​ທີ່​ສຳຄັນ​ແທ້ໆ​ສຳລັບ​ເຮົາ!

6. ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢຊູ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

6 ແນ່ນອນ​ວ່າ​ບໍ່​ມີ​ໃຜ​ຈະ​ມາ​ຂໍ​ໃຫ້​ເຮົາ​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ມີ​ອາຫານ ປົວ​ຄົນ​ເຈັບ​ປ່ວຍ ຫຼື​ພະຍາຍາມ​ຕັ້ງ​ເຮົາ​ໃຫ້​ເປັນ​ກະສັດ​ຫຼື​ເປັນ​ປະທານ​ປະເທດ. ແຕ່​ເຂົາເຈົ້າ​ອາດ​ພະຍາຍາມ​ຊວນ​ເຮົາ​ໃຫ້​ມີ​ສ່ວນ​ໃນ​ເລື່ອງ​ການເມືອງ​ໂດຍ​ໄປ​ເລືອກ​ຕັ້ງ ຫຼື​ໃຫ້​ເຮົາ​ສະໜັບສະໜູນ​ຄົນ​ທີ່​ເຂົາເຈົ້າ​ຄິດ​ວ່າ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ດີ. ແນວ​ໃດ​ກໍ​ຕາມ ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ໃນ​ເລື່ອງ​ນີ້. ເພິ່ນ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ເລື່ອງ​ການເມືອງ​ເລີຍ ຕໍ່​ມາ​ເພິ່ນ​ເຖິງຂັ້ນ​ເວົ້າ​ວ່າ: “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.” (ຢຮ. 17:14; 18:36) ໃນ​ທຸກ​ມື້​ນີ້ ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ຮຽນ​ແບບ​ພະ​ເຢຊູ​ທັງ​ທາງ​ຄວາມ​ຄິດ​ແລະ​ການ​ກະທຳ. ຄື​ກັບ​ພະ​ເຢຊູ ເຮົາ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະເຈົ້າ ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ນີ້ ແລະ​ອະທິດຖານ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ປົກຄອງ​ໂລກ​ນີ້. (ມທ. 6:10) ຕອນນີ້​ໃຫ້​ເຮົາ​ກັບ​ມາ​ເບິ່ງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່​ທີ່​ພະ​ເຢຊູ​ເຮັດ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ອີກ​ຈາກ​ເລື່ອງ​ນີ້.

ພະ​ເຢຊູ​ວາງ​ຕົວຢ່າງ​ໃຫ້​ພວກ​ລູກສິດ​ໂດຍ​ບໍ່​ຫຍຸ້ງ​ກ່ຽວກັບ​ເລື່ອງ​ການເມືອງ​ຂອງ​ຄົນ​ຢິວ​ຫຼື​ຂອງ​ພວກ​ໂຣມ (ເບິ່ງ​ຂໍ້ 6)


“ຄວາມ​ໝາຍ​ຂອງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່”

7. ພະ​ເຢຊູ​ໄດ້​ເຮັດ​ຫຍັງ ແລະ​ພວກ​ອັກຄະສາວົກ​ມີ​ທ່າທີ​ແນວ​ໃດ? (ໂຢຮັນ 6:16-20)

7 ຫຼັງ​ຈາກ​ພະ​ເຢຊູ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ແລ້ວ ເພິ່ນ​ໄດ້​ບອກ​ພວກ​ອັກຄະສາວົກ​ໃຫ້​ຂີ່​ເຮືອ​ອອກ​ຈາກ​ເຂດ​ນັ້ນ​ແລະ​ກັບ​ໄປ​ເມືອງ​ກາເປນາອູມ ແລະ​ເພິ່ນ​ໄປ​ຢູ່​ພູ​ຄົນ​ດຽວ​ຍ້ອນ​ວ່າ​ຢາກ​ໜີ​ຈາກ​ຄົນ​ກຸ່ມ​ນັ້ນ​ທີ່​ພະຍາຍາມ​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ. (ອ່ານ​ໂຢຮັນ 6:16-20) ຕອນ​ທີ່​ພວກ​ອັກຄະສາວົກ​ກຳລັງ​ພາຍ​ເຮືອ​ຢູ່ ກໍ​ເກີດ​ພາຍຸ​ເຊິ່ງ​ເຮັດ​ໃຫ້​ທະເລ​ປັ່ນປ່ວນ​ແລະ​ມີ​ຄື້ນ​ໃຫຍ່. ຈາກ​ນັ້ນ ພະ​ເຢຊູ​ໄດ້​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ເຂົາເຈົ້າ ແລະ​ເພິ່ນ​ໄດ້​ຊວນ​ເປໂຕ​ໃຫ້​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ຄື​ກັນ. (ມທ. 14:22-31) ເມື່ອ​ພະ​ເຢຊູ​ຂຶ້ນ​ມາ​ຢູ່​ເທິງ​ເຮືອ​ແລ້ວ ພາຍຸ​ກໍ​ສະຫງົບ​ລົງ. ພວກ​ອັກຄະສາວົກ​ພາກັນ​ງຶດ​ແລະ​ເວົ້າ​ວ່າ: “ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ.” b (ມທ. 14:33) ເປັນ​ຕາ​ໜ້າສົນໃຈ ພວກ​ອັກຄະສາວົກ​ເວົ້າ​ແບບ​ນີ້​ຫຼັງ​ຈາກ​ທີ່​ເຫັນ​ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ ແຕ່​ເຂົາເຈົ້າ​ບໍ່​ໄດ້​ເວົ້າ​ຫຍັງ​ຫຼັງ​ຈາກ​ທີ່​ເພິ່ນ​ເຮັດ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່. ມາຣະໂກ​ເວົ້າ​ວ່າ: “[ພວກ​ອັກຄະສາວົກ] ຮູ້ສຶກ​ງຶດ​ຫຼາຍ ຍ້ອນ​ເຂົາເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່​ນັ້ນ.” (ມຣກ. 6:50-52) ແມ່ນ​ແລ້ວ ພວກ​ອັກຄະສາວົກ​ບໍ່​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ສາມາດ​ໃຫ້​ພະ​ເຢຊູ​ມີ​ລິດເດດ​ທີ່​ຈະ​ເຮັດ​ຫຼາຍ​ຢ່າງ​ນອກ​ຈາກ​ເຮັດ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່. ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່​ອີກ ແລະ​ເພິ່ນ​ໄດ້​ສອນ​ເຮົາ​ອີກ​ບົດ​ຮຽນ​ໜຶ່ງ.

8-9. ເປັນ​ຫຍັງ​ປະຊາຊົນ​ກຸ່ມ​ໃຫຍ່​ຈຶ່ງ​ຊອກ​ຫາ​ພະ​ເຢຊູ? (ໂຢຮັນ 6:26, 27)

8 ມື້​ຕໍ່​ມາ ຄົນ​ກຸ່ມ​ນັ້ນ​ກໍ​ກັບ​ມາ​ບ່ອນ​ທີ່​ພະ​ເຢຊູ​ລ້ຽງ​ອາຫານ​ເຂົາເຈົ້າ ແຕ່​ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ບໍ່​ໄດ້​ຢູ່​ຫັ້ນ​ແລ້ວ. ເຂົາເຈົ້າ​ຈຶ່ງ​ຂຶ້ນ​ເຮືອ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ແລ້ວ​ຂີ່​ໄປ​ເມືອງ​ກາເປນາອູມ​ເພື່ອ​ຊອກ​ຫາ​ພະ​ເຢຊູ. (ຢຮ. 6:22-24) ເຂົາເຈົ້າ​ເຮັດ​ແບບ​ນີ້​ຍ້ອນ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ບໍ? ບໍ່​ແມ່ນ. ເຂົາເຈົ້າ​ມີ​ແຕ່​ຢາກ​ໃຫ້​ພະ​ເຢຊູ​ລ້ຽງ​ອາຫານ​ເຂົາເຈົ້າ​ຕື່ມ​ອີກ. ເຮົາ​ຮູ້​ໄດ້​ແນວ​ໃດ?

9 ຕອນ​ທີ່​ຄົນ​ກຸ່ມ​ນັ້ນ​ເຈິ​ກັບ​ພະ​ເຢຊູ​ຢູ່​ໃກ້​ເມືອງ​ກາເປນາອູມ ເພິ່ນ​ເວົ້າ​ກົງໆ​ວ່າ​ເຂົາເຈົ້າ​ມາ​ຫາ​ເພິ່ນ​ຍ້ອນ​ຕ້ອງການ​ອາຫານ​ເທົ່າ​ນັ້ນ. ພະ​ເຢຊູ​ຍອມຮັບ​ວ່າ​ເຂົາເຈົ້າ “ໄດ້​ກິນ​ອີ່ມ” ແຕ່​ອາຫານ​ທີ່​ເຂົາເຈົ້າ​ໄດ້​ກິນ​ນັ້ນ​ເປັນ “ອາຫານ​ທີ່​ເນົ່າ​ເປື່ອຍ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ເພື່ອ​ຈະ​ໄດ້ “ອາຫານ​ທີ່​ບໍ່​ເນົ່າ​ເປື່ອຍ​ເຊິ່ງ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ.” (ອ່ານ​ໂຢຮັນ 6:26, 27) ພະ​ເຢຊູ​ບອກ​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຈະ​ໃຫ້​ອາຫານ​ແບບ​ນີ້. ເມື່ອ​ປະຊາຊົນ​ໄດ້​ຍິນ​ວ່າ​ມີ​ອາຫານ​ທີ່​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ ເຂົາເຈົ້າ​ກໍ​ຮູ້ສຶກ​ງຶດ​ຫຼາຍ. ອາຫານ​ແບບ​ໃດ​ທີ່​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ ແລະ​ເຂົາເຈົ້າ​ຈະ​ໄດ້​ອາຫານ​ນັ້ນ​ແນວ​ໃດ?

10. ຄົນ​ຢິວ​ກຸ່ມ​ນີ້​ຕ້ອງ​ເຮັດ​ຫຍັງ​ເພື່ອ “ຈະ​ມີ​ຊີວິດ​ຕະຫຼອດ​ໄປ”?

10 ເບິ່ງ​ຄື​ວ່າ​ຄົນ​ຢິວ​ກຸ່ມ​ນີ້​ຄິດ​ວ່າ​ເຂົາເຈົ້າ​ຕ້ອງ​ເຮັດ​ວຽກ​ບາງ​ຢ່າງ​ເພື່ອ​ຈະ​ໄດ້​ອາຫານ​ທີ່​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ. ເຂົາເຈົ້າ​ອາດ​ຄິດ​ເຖິງ​ການ​ເຮັດ​ສິ່ງ​ຕ່າງໆ​ໃນ​ກົດໝາຍ​ຂອງ​ໂມເຊ. ແຕ່​ພະ​ເຢຊູ​ບອກ​ວ່າ: “ວຽກ​ທີ່​ພະເຈົ້າ​ພໍໃຈ​ແມ່ນ​ໃຫ້​ພວກ​ເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ທີ່​ເພິ່ນ​ໃຊ້​ມາ.” (ຢຮ. 6:28, 29) ທີ່ຈິງ ກ່ອນ​ໜ້າ​ນີ້​ພະ​ເຢຊູ​ເຄີຍ​ເນັ້ນ​ແລ້ວ​ວ່າ​ການ​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເປັນ​ສິ່ງ​ສຳຄັນ​ເພື່ອ “ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” (ຢຮ. 3:16-18, 36) ຕໍ່​ມາ ພະ​ເຢຊູ​ກໍ​ເວົ້າ​ຕື່ມ​ອີກ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.—ຢຮ. 17:3

11. ຄົນ​ຢິວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ສົນໃຈ​ແຕ່​ອາຫານ​ທີ່​ລ້ຽງ​ຮ່າງກາຍ​ເທົ່າ​ນັ້ນ? (ເພງ​ສັນລະເສີນ 78:24, 25)

11 ຄົນ​ຢິວ​ເຫຼົ່າ​ນີ້​ບໍ່​ຍອມຮັບ​ວ່າ​ເຂົາເຈົ້າ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ເຂົາເຈົ້າ​ຖາມ​ວ່າ: “ທ່ານ​ຈະ​ເຮັດ​ການ​ອັດສະຈັນ​ຫຍັງ​ໃຫ້​ພວກ​ເຮົາ​ເຫັນ ພວກ​ເຮົາ​ຈະ​ໄດ້​ເຊື່ອ​ທ່ານ?” (ຢຮ. 6:30) ຈາກ​ນັ້ນ ເຂົາເຈົ້າ​ກໍ​ເວົ້າ​ວ່າ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ໃນ​ສະໄໝ​ໂມເຊ​ໄດ້​ຮັບ​ມານາ​ແບບ​ອັດສະຈັນ​ເຊິ່ງ​ເປັນ​ອາຫານ​ທີ່​ເຂົາເຈົ້າ​ກິນ​ໃນ​ແຕ່​ລະ​ມື້. (ນຮຢ. 9:15; ອ່ານ​ເພງ​ສັນລະເສີນ 78:24, 25) ເຫັນ​ໄດ້​ແຈ້ງ​ວ່າ​ເຂົາເຈົ້າ​ສົນໃຈ​ແຕ່​ອາຫານ​ທີ່​ລ້ຽງ​ຮ່າງກາຍ​ເທົ່າ​ນັ້ນ. ຕອນ​ທີ່​ພະ​ເຢຊູ​ເວົ້າ​ເຖິງ “ອາຫານ​ແທ້​ຈາກ​ສະຫວັນ” ທີ່​ສາມາດ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ເຊິ່ງ​ມານາ​ໃຫ້​ບໍ່​ໄດ້ ເຂົາເຈົ້າ​ບໍ່​ໄດ້​ຖາມ​ພະ​ເຢຊູ​ຊ້ຳ​ວ່າ​ເພິ່ນ​ໝາຍ​ຄວາມ​ວ່າ​ແນວ​ໃດ. (ຢຮ. 6:32) ເຂົາເຈົ້າ​ສົນໃຈ​ແຕ່​ການ​ສະໜອງ​ຄວາມ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ ແຕ່​ບໍ່​ສົນໃຈ​ຟັງ​ສິ່ງ​ທີ່​ພະ​ເຢຊູ​ກຳລັງ​ພະຍາຍາມ​ສອນ​ເຂົາເຈົ້າ​ກ່ຽວກັບ​ການ​ໄດ້​ຊີວິດ​ຕະຫຼອດ​ໄປ. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

ອັນ​ໃດ​ຄວນ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ?

12. ພະ​ເຢຊູ​ບອກ​ວ່າ​ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ?

12 ບົດ​ຮຽນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຈາກ​ໂຢຮັນ​ບົດ 6 ແມ່ນ ການ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ເພິ່ນ​ຄວນ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ. ຕອນ​ທີ່​ພະ​ເຢຊູ​ຖືກ​ຊາຕານ​ລໍ້ໃຈ ເພິ່ນ​ເຮັດ​ໃຫ້​ເຫັນ​ວ່າ​ການ​ເຊື່ອຟັງ​ພະ​ເຢໂຫວາ​ສຳຄັນ​ກວ່າ​ອາຫານ. (ມທ. 4:3, 4) ໃນ​ຄຳ​ບັນລະຍາຍ​ຢູ່​ເທິງ​ພູ ພະ​ເຢຊູ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. (ມທ. 5:3) ສະນັ້ນ ເຮົາ​ຄວນ​ຖາມ​ໂຕເອງ​ວ່າ: ‘ການ​ໃຊ້​ຊີວິດ​ຂອງ​ຂ້ອຍ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ສົນໃຈ​ເລື່ອງ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ຂອງ​ໂຕເອງ?’

13. (ກ) ເປັນ​ຫຍັງ​ຈຶ່ງ​ບໍ່​ຜິດ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ກິນ​ອາຫານ? (ຂ) ເຮົາ​ຕ້ອງ​ລະວັງ​ເລື່ອງ​ຫຍັງ? (1 ໂກຣິນໂທ 10:6, 7, 11)

13 ມັນ​ບໍ່​ຜິດ​ທີ່​ເຮົາ​ຈະ​ອະທິດຖານ​ຂໍ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ​ແລະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ. (ລກ. 11:3) ຄຳພີ​ໄບເບິນ​ບອກ​ວ່າ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ມະນຸດ​ທີ່ “ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທີ່​ໂຕເອງ​ເຮັດ” ຍ້ອນ “ສິ່ງ​ເຫຼົ່າ​ນີ້​ແມ່ນ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ມະນຸດ.” (ປຍຈ. 2:24; 8:15; ຢກບ. 1:17) ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຫ້​ວັດຖຸ​ເງິນ​ຄຳ​ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ອັກຄະສາວົກ​ໂປໂລ​ເນັ້ນ​ເລື່ອງ​ນີ້​ຕອນ​ທີ່​ລາວ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ. ລາວ​ເວົ້າ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ອິດສະຣາເອນ​ຕອນ​ຢູ່​ບ່ອນ​ກັນດານ ແລະ​ລາວ​ຍັງ​ເວົ້າ​ເຖິງ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໃກ້​ກັບ​ພູ​ຊີນາຍ. ລາວ​ເຕືອນ​ຄລິດສະຕຽນ​ວ່າ: “ບໍ່ [ໃຫ້] ເຮັດ​ສິ່ງ​ທີ່​ຊົ່ວ​ຄື [ຄົນ​ອິດສະຣາເອນ].” (ອ່ານ 1 ໂກຣິນໂທ 10:6, 7, 11) ພະ​ເຢໂຫວາ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ມີ​ອາຫານ​ສຳລັບ​ຄົນ​ອິດສະຣາເອນ​ເຫຼົ່າ​ນັ້ນ ແຕ່​ຍ້ອນ​ເຂົາເຈົ້າ​ໂລບມາກ​ໃນ​ເລື່ອງ​ຂອງກິນ ມັນ​ຈຶ່ງ​ກາຍ​ເປັນ “ສິ່ງ​ທີ່​ຊົ່ວ” ສຳລັບ​ເຂົາເຈົ້າ. (ຈຊບ. 11:4-6, 31-34) ຕອນ​ທີ່​ເຂົາເຈົ້າ​ເຮັດ​ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ​ເພື່ອ​ນະມັດສະການ ເຂົາເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ສົນໃຈ​ການ​ກິນ ການ​ດື່ມ ແລະ​ການ​ມ່ວນ​ຊື່ນ​ຫຼາຍ​ກວ່າ​ການ​ເຊື່ອຟັງ​ພະ​ເຢໂຫວາ. (ອພຍ. 32:4-6) ໂປໂລ​ເວົ້າ​ເຖິງ​ຕົວຢ່າງ​ເຫຼົ່າ​ນີ້​ເພື່ອ​ເຕືອນ​ຄລິດສະຕຽນ​ທີ່​ກຳລັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຂອງ​ເມືອງ​ນັ້ນ​ໃກ້​ຈະ​ຖືກ​ທຳລາຍ​ໃນ​ປີ 70. ຕອນນີ້​ເຮົາ​ກໍ​ກຳລັງ​ມີ​ຊີວິດ​ຢູ່​ໃກ້​ກັບ​ຈຸດຈົບ​ຂອງ​ລະບົບ​ທີ່​ຊາຕານ​ປົກຄອງ. ສະນັ້ນ ເຮົາ​ຕ້ອງ​ເອົາໃຈໃສ່​ຕໍ່​ຄຳ​ເຕືອນ​ຂອງ​ໂປໂລ​ຢ່າງ​ຈິງ​ຈັງ.

14. ໃນ​ໂລກ​ໃໝ່ ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ອາຫານ?

14 ຕອນ​ທີ່​ພະ​ເຢຊູ​ສອນ​ເຮົາ​ໃຫ້​ອະທິດຖານ​ວ່າ: “ຂໍ​ໃຫ້​ພວກ​ເຮົາ​ມີ​ຂອງກິນ​ໃນ​ມື້​ນີ້” ເພິ່ນ​ຍັງ​ສອນ​ເຮົາ​ໃຫ້​ອະທິດຖານ​ວ່າ: “ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່ [ພະ​ເຢໂຫວາ] ຕ້ອງການ​ໃຫ້​ເປັນ.” (ມທ. 6:9-11) ເຈົ້າ​ຄິດ​ວ່າ​ຕອນ​ນັ້ນ​ໂລກ​ຈະ​ເປັນ​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແມ່ນ​ລວມ​ເຖິງ​ໃຫ້​ໂລກ​ນີ້​ມີ​ອາຫານ​ຢ່າງ​ເຫຼືອ​ເຟືອ. ເອຊາຢາ 25:6-8 ບອກ​ວ່າ ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມີ​ອາຫານ​ທີ່​ແຊບໆ​ຢ່າງ​ອຸດົມ​ສົມບູນ​ໃຫ້​ເຮົາ​ໄດ້​ກິນ. ໃນ​ເພງ​ສັນລະເສີນ 72:16 ບອກ​ວ່າ: “ແຜ່ນດິນ​ໂລກ​ຈະ​ມີ​ເຂົ້າ​ອຸດົມ​ສົມບູນ. ຂະໜາດ​ຢູ່​ເທິງ​ຈອມພູ​ກໍ​ຍັງ​ມີ​ເຂົ້າ​ຫຼາຍ​ແທ້​ຫຼາຍ​ວ່າ.” ເຈົ້າ​ລໍ​ຖ້າ​ທີ່​ຈະ​ໄດ້​ເຮັດ​ອາຫານ​ທີ່​ເຈົ້າ​ມັກ​ຫຼື​ເຮັດ​ບາງ​ສິ່ງ​ທີ່​ເຈົ້າ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ​ບໍ? ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ລໍ​ຖ້າ​ທີ່​ຈະ​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ໄດ້​ກິນ​ໝາກ​ຂອງ​ມັນ. (ອຊຢ. 65:21, 22) ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນີ້!

15. ຄົນ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ໄດ້​ຮຽນ​ເລື່ອງ​ຫຍັງ? (ໂຢຮັນ 6:35)

15 ອ່ານ​ໂຢຮັນ 6:35. ໃຫ້​ຄິດ​ເຖິງ​ຄົນ​ກຸ່ມ​ນັ້ນ​ທີ່​ໄດ້​ກິນ​ເຂົ້າຈີ່​ກັບ​ປາ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ. ເຖິງ​ວ່າ​ເຂົາເຈົ້າ​ຫຼາຍ​ຄົນ​ອາດ​ບໍ່​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ ແຕ່​ເຂົາເຈົ້າ​ອາດ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແລະ​ເຮົາ​ອາດ​ຈະ​ໄດ້​ເຈິ​ກັບ​ເຂົາເຈົ້າ​ບາງ​ຄົນ. (ຢຮ. 5:28, 29) ແຕ່​ຄົນ​ເຫຼົ່າ​ນັ້ນ​ຈະ​ຕ້ອງ​ຮຽນ​ຮູ້​ຄວາມ​ໝາຍ​ຂອງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ທີ່​ວ່າ: “ຂ້ອຍ​ນີ້​ແຫຼະ​ແມ່ນ​ອາຫານ​ທີ່​ໃຫ້​ຊີວິດ. ຄົນ​ທີ່​ມາ​ຫາ​ຂ້ອຍ​ຈະ​ບໍ່​ຫິວ​ເຂົ້າ​ອີກ​ເລີຍ.” ເຂົາເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ​ແລະ​ເຊື່ອ​ວ່າ​ເພິ່ນ​ໄດ້​ສະລະ​ຊີວິດ​ເພື່ອ​ເຂົາເຈົ້າ. ໃນ​ຕອນ​ນັ້ນ​ຈະ​ມີ​ໂຄງ​ການ​ສອນ​ສຳລັບ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ເດັກນ້ອຍ​ທີ່​ເກີດ​ໃນ​ໂລກ​ໃໝ່. ການ​ໄດ້​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໃຫ້​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ໄດ້​ກິນ​ອາຫານ​ທີ່​ແຊບໆ​ຢູ່​ໃນ​ໂລກ​ໃໝ່.

16. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

16 ເຮົາ​ໄດ້​ເບິ່ງ​ບາງ​ເລື່ອງ​ໃນ​ໂຢຮັນ​ບົດ 6 ແລ້ວ ແຕ່​ພະ​ເຢຊູ​ຍັງ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ຈະ​ສອນ​ເຮົາ​ກ່ຽວກັບ “ຊີວິດ​ຕະຫຼອດ​ໄປ.” ຄົນ​ຢິວ​ກຸ່ມ​ນັ້ນ​ຄວນ​ສົນໃຈ​ຟັງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ ແລະ​ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ໃນ​ບົດ​ຕໍ່​ໄປ ເຮົາ​ຍັງ​ຈະ​ຮຽນ​ອີກ​ບາງ​ເລື່ອງ​ໃນ​ໂຢຮັນ​ບົດ 6.

ເພງ​ທີ 20 ພະອົງ​ເສຍ​ສະລະ​ລູກ​ຊາຍ​ສຸດ​ທີ່​ຮັກ

a ພາສາ​ໄທ

b ສຳລັບ​ຂໍ້ມູນ​ເພີ່ມເຕີມ​ໃຫ້​ເບິ່ງ​ປຶ້ມ​ພະ​ເຢຊູ—ທາງ​ນັ້ນ ຄວາມ​ຈິງ ຊີວິດ ໜ້າ 131 ແລະ​ປຶ້ມ​ຈົ່ງ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ ໜ້າ 213. (ພາສາ​ໄທ)