ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 46

ພະ​ເຢໂຫວາ​ຮັບປະກັນ​ແນວ​ໃດ​ວ່າ​ຄຳ​ສັນຍາ​ເລື່ອງ​ໂລກ​ໃໝ່​ຈະ​ເກີດຂຶ້ນ​ແທ້?

ພະ​ເຢໂຫວາ​ຮັບປະກັນ​ແນວ​ໃດ​ວ່າ​ຄຳ​ສັນຍາ​ເລື່ອງ​ໂລກ​ໃໝ່​ຈະ​ເກີດຂຶ້ນ​ແທ້?

“ທຸກ​ຄົນ​ໃນ​ໂລກ​ທີ່​ຂໍ​ພອນ​ໃຫ້​ໂຕເອງ​ຈະ​ໄດ້​ພອນ​ຈາກ​ພະເຈົ້າ​ແຫ່ງ​ຄວາມ​ຈິງ.”—ອຊຢ. 65:16

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1. ສິ່ງ​ທີ່​ຜູ້​ພະຍາກອນ​ເອຊາຢາ​ບອກ​ພວກ​ອິດສະຣາເອນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

 ຜູ້​ພະຍາກອນ​ເອຊາຢາ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ຈິງ.” ຄຳ​ວ່າ “ຄວາມ​ຈິງ” ແປ​ຕາມ​ໂຕ​ແມ່ນ “ອາແມນ.” (ອຊຢ. 65:16) ຄຳ​ວ່າ “ອາແມນ” ໝາຍ​ຄວາມ​ວ່າ “ຂໍ​ໃຫ້​ເປັນ​ແນວ​ນັ້ນ” ຫຼື “ແນ່ນອນ.” ໃນ​ຄຳພີ​ໄບເບິນ ເມື່ອ​ໃຊ້​ຄຳ​ວ່າ “ອາແມນ” ກັບ​ພະ​ເຢໂຫວາ​ຫຼື​ພະ​ເຢຊູ ໝາຍ​ຄວາມ​ວ່າ​ສິ່ງ​ທີ່​ພວກ​ເພິ່ນ​ເວົ້າ​ຫຼື​ເຮັດ​ຈະ​ເກີດຂຶ້ນ​ແທ້. ດັ່ງນັ້ນ ສິ່ງ​ທີ່​ເອຊາຢາ​ບອກ​ພວກ​ອິດສະຣາເອນ​ໝາຍ​ຄວາມ​ວ່າ ຖ້າ​ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈະ​ເກີດຂຶ້ນ ມັນ​ກໍ​ຈະ​ເກີດຂຶ້ນ​ແທ້. ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ.

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ອະນາຄົດ​ຂອງ​ເຮົາ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ຫຍັງ?

2 ເຮົາ​ໝັ້ນໃຈ​ໄດ້​ຄື​ກັນ​ບໍ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ກ່ຽວກັບ​ອະນາຄົດ​ຈະ​ເກີດຂຶ້ນ​ແທ້? ເກືອບ 800 ປີ​ຫຼັງ​ຈາກ​ສະໄໝ​ຂອງ​ເອຊາຢາ ໂປໂລ​ເວົ້າ​ເຖິງ​ເຫດຜົນ​ທີ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຈະ​ເກີດຂຶ້ນ​ແທ້​ສະເໝີ. ໂປໂລ​ເວົ້າ​ວ່າ: “ພະເຈົ້າ​ບໍ່​ມີ​ທາງ​ເວົ້າ​ຕົວະ.” (ຮຣ. 6:18) ຄື​ກັບ​ທີ່​ຕົ້ນ​ໝາກ​ມ່ວງ​ບໍ່​ສາມາດ​ອອກ​ໝາກ​ເປັນ​ໝາກ​ກ້ຽງ​ໄດ້ ພະ​ເຢໂຫວາ​ຜູ້​ເປັນ​ບໍ່​ເກີດ​ຂອງ​ຄວາມ​ຈິງ​ກໍ​ເວົ້າ​ຕົວະ​ບໍ່​ໄດ້. ຍ້ອນ​ແນວ​ນີ້ ເຮົາ​ສາມາດ​ໝັ້ນໃຈ​ໄດ້​ເຕັມທີ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ ລວມ​ເຖິງ​ຄຳ​ສັນຍາ​ທຸກ​ຢ່າງ​ກ່ຽວກັບ​ອະນາຄົດ​ຂອງ​ເຮົາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ຫຍັງ​ກັບ​ເຮົາ​ໃນ​ອະນາຄົດ ແລະ​ພະ​ເຢໂຫວາ​ຮັບປະກັນ​ກັບ​ເຮົາ​ແນວ​ໃດ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້.

ພະ​ເຢໂຫວາ​ໄດ້​ສັນຍາ​ເລື່ອງ​ຫຍັງ?

3. (ກ) ຄຳ​ສັນຍາ​ຫຍັງ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມັກ​ຫຼາຍ? (ພະ​ນິມິດ 21:3, 4) (ຂ) ບາງ​ຄົນ​ເວົ້າ​ແນວ​ໃດ​ເມື່ອ​ເຮົາ​ອ່ານ​ຄຳ​ສັນຍາ​ເຫຼົ່າ​ນີ້​ໃຫ້​ເຂົາເຈົ້າ​ຟັງ?

3 ຄຳ​ສັນຍາ​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ​ເປັນ​ຄຳ​ສັນຍາ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ມັກ​ຫຼາຍ. (ອ່ານ​ພະ​ນິມິດ 21:3, 4) ພະ​ເຢໂຫວາ​ສັນຍາ​ວ່າ: “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.” ເຮົາ​ອ່ານ​ຂໍ້​ຄຳພີ​ເຫຼົ່າ​ນີ້​ເພື່ອ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ເຮົາ​ປະກາດ​ນຳ ແລະ​ເພື່ອ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ບາງ​ຄົນ​ເວົ້າ​ແນວ​ໃດ​ເມື່ອ​ເຮົາ​ອ່ານ​ຄຳ​ສັນຍາ​ເຫຼົ່າ​ນີ້​ໃຫ້​ເຂົາເຈົ້າ​ຟັງ? ເຂົາເຈົ້າ​ອາດ​ເວົ້າ​ວ່າ: “ມັນ​ກະ​ດີ​ແທ້ ແຕ່​ຂ້ອຍ​ບໍ່​ເຊື່ອ​ດອກ​ວ່າ​ມັນ​ຊິ​ເກີດຂຶ້ນ​ແທ້.”

4. (ກ) ຕອນ​ທີ່​ພະ​ເຢໂຫວາ​ສັນຍາ​ເລື່ອງ​ໂລກ​ໃໝ່ ເພິ່ນ​ຮູ້​ຫຍັງ​ລ່ວງ​ໜ້າ? (ຂ) ນອກ​ຈາກ​ເຮັດ​ຄຳ​ສັນຍາ​ແລ້ວ ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ອີກ?

4 ຕອນ​ທີ່​ພະ​ເຢໂຫວາ​ດົນໃຈ​ໂຢຮັນ​ໃຫ້​ຂຽນ​ຄຳ​ສັນຍາ​ນີ້​ກ່ຽວກັບ​ໂລກ​ໃໝ່ ເພິ່ນ​ຮູ້​ວ່າ​ໃນ​ທຸກ​ມື້​ນີ້​ເຮົາ​ຈະ​ບອກ​ເລື່ອງ​ຄວາມ​ຫວັງ​ນີ້​ໃຫ້​ຄົນ​ອື່ນ​ຮູ້​ເມື່ອ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ. ພະ​ເຢໂຫວາ​ຮູ້​ວ່າ​ມັນ​ຍາກ​ສຳລັບ​ຫຼາຍ​ຄົນ​ທີ່​ຈະ​ເຊື່ອ​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. (ອຊຢ. 42:9; 60:2; 2ກຣ. 4:3, 4) ຄັນຊັ້ນ ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແລະ​ລວມ​ທັງ​ໂຕ​ເຮົາ​ເອງ​ແນວ​ໃດ​ໃຫ້​ໝັ້ນ​ໃຈ​ໄດ້​ວ່າ​ສິ່ງ​ທີ່​ເວົ້າ​ໃນ​ພະ​ນິມິດ 21:3, 4 ຈະ​ເກີດຂຶ້ນ​ແທ້? ນອກ​ຈາກ​ເຮັດ​ຄຳ​ສັນຍາ​ແລ້ວ ພະ​ເຢໂຫວາ​ຍັງ​ໃຫ້​ເຫດຜົນ​ທີ່​ໜັກແໜ້ນ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ. ພະ​ເຢໂຫວາ​ໃຫ້​ເຫດຜົນ​ຫຍັງ​ແດ່?

ພະ​ເຢໂຫວາ​ຮັບປະກັນ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້

5. ພະຄຳພີ​ຂໍ້​ໃດ​ທີ່​ໃຫ້​ເຫດຜົນ​ວ່າ​ເຮົາ​ສາມາດ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໄດ້? ແລະ​ຂໍ້​ເຫຼົ່າ​ນັ້ນ​ເວົ້າ​ແນວ​ໃດ?

5 ໃນ​ພະ​ຄຳພີ​ຂໍ້​ຕໍ່​ໆ​ມາ ເຮົາ​ເຫັນ​ເຫດຜົນ​ຕ່າງ​ໆ​ທີ່​ຈະ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່. ຂໍ້​ເຫຼົ່າ​ນັ້ນ​ເວົ້າ​ຈັ່ງ​ຊີ້: “ພະອົງ​ຜູ້​ນັ່ງ​ເທິງ​ບັນລັງ​ນັ້ນ​ເວົ້າ​ວ່າ: ‘ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.’ ພະອົງ​ເວົ້າ​ອີກ​ວ່າ: ‘ຂຽນ​ໄວ້​ເດີ້! ເພາະ​ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ.’ ແລ້ວ​ພະອົງ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: ‘ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ! ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ ເປັນ​ຈຸດ​ເລີ່ມ​ຕົ້ນ​ແລະ​ຈຸດຈົບ.’”—ພນມ. 21:5, 6

6. ເປັນ​ຫຍັງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະ​ນິມິດ 21:5, 6 ຈຶ່ງ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

6 ເປັນ​ຫຍັງ​ຄຳເວົ້າ​ທີ່​ຢູ່​ໃນ​ຂໍ້​ພະຄຳພີ​ເຫຼົ່າ​ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ? ປຶ້ມ​ວິວອນ​ໃກ້​ຈະ​ຮອດ​ຈຸດ​ສຸດ​ຍອດ​ເວົ້າ​ເຖິງ​ຂໍ້​ເຫຼົ່າ​ນີ້​ວ່າ: “ມັນ​ເປັນ​ຄື​ກັບ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເຊັນ​ໃສ່​ໃບ​ຮັບ​ປະກັນ​ຫຼື​ໃບ​ສະແດງ​ກຳມະສິດ​ໃຫ້​ມະນຸດ​ທີ່​ສັດຊື່​ໄດ້​ສິ່ງ​ດີ​ໆ​ເຫຼົ່າ​ນີ້​ໃນ​ອະນາຄົດ.” b ໃນ​ພະ​ນິມິດ 21:3, 4 ຂຽນ​ກ່ຽວກັບ​ຄຳ​ສັນຍາ​ຂອງ​ພະເຈົ້າ ແລະ​ໃນ​ຂໍ້ 5-6 ເປັນ​ຄື​ກັບ​ເພິ່ນ​ເຊັນ​ຮັບປະກັນ​ວ່າ​ສິ່ງ​ທີ່​ເພິ່ນ​ສັນຍາ​ໄວ້​ຈະ​ເກີດຂຶ້ນ​ແທ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮັບປະກັນ​ແນວ​ໃດ​ທີ່​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ເພິ່ນ​ໄດ້.

7. ໃນ​ພະ​ນິມິດ 21:5 ໃຜ​ເປັນ​ຜູ້​ເວົ້າ? ແລະ​ເປັນ​ຫຍັງ​ຄຳເວົ້າ​ນີ້​ຈຶ່ງ​ພິເສດ?

7 ໃນ​ພະ​ນິມິດ 21:5 ເລີ່ມ​ຕົ້ນ​ວ່າ: “ພະອົງ​ຜູ້​ນັ່ງ​ເທິງ​ບັນລັງ​ນັ້ນ​ເວົ້າ​ວ່າ.” ຄຳເວົ້າ​ນີ້​ພິເສດ​ຫຼາຍ​ຍ້ອນ​ໃນ​ປຶ້ມ​ພະ​ນິມິດ​ມີ​ແຕ່ 3 ເທື່ອ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ເອງ. ຄຳ​ເວົ້າ​ນີ້​ບໍ່​ແມ່ນ​ທູດສະຫວັນ​ແລະ​ບໍ່​ແມ່ນ​ພະ​ເຢຊູ​ເປັນ​ຜູ້​ເວົ້າ ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ເອງ! ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ເຊື່ອ​ໄດ້​ແທ້​ໆ​ໃນ​ສິ່ງ​ທີ່​ເພິ່ນ​ເວົ້າ​ຕໍ່​ຈາກນັ້ນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ພະ​ເຢໂຫວາ “ເວົ້າ​ຕົວະ​ບໍ່​ໄດ້.” (ຕຕ. 1:2) ດັ່ງນັ້ນ ສິ່ງ​ທີ່​ເຮົາ​ອ່ານ​ໃນ​ພະ​ນິມິດ 21:5, 6 ຈຶ່ງ​ເຊື່ອ​ໄດ້​ແທ້​ໆ.

“ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່”

8. ພະ​ເຢໂຫວາ​ເວົ້າ​ຫຍັງ​ເພື່ອ​ເນັ້ນ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້? (ເອຊາຢາ 46:10)

8 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.” ພະ​ເຢໂຫວາ​ກຳລັງ​ເວົ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ແຕ່​ຍ້ອນ​ເພິ່ນ​ໝັ້ນໃຈ​ແທ້​ໆ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້ ເພິ່ນ​ຈຶ່ງ​ເວົ້າ​ຄື​ກັບ​ວ່າ​ມັນ​ກຳລັງ​ເກີດຂຶ້ນ​ແລ້ວ.—ອ່ານ​ເອຊາຢາ 46:10

9. (ກ) ຄຳ​ວ່າ “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່” ໝາຍເຖິງ​ຫຍັງ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ “ຟ້າ​ສະຫວັນ” ແລະ “ໂລກ” ທີ່​ມີ​ຢູ່​ໃນ​ຕອນນີ້?

9 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.” ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍເຖິງ 2 ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ ນັ້ນ​ຄື​ການ​ປ່ຽນ​ແທນ​ແລະ​ການ​ຟື້ນຟູ. ພະ​ເຢໂຫວາ​ຈະ​ປ່ຽນ​ຫຍັງ? ໃນ​ພະ​ນິມິດ 21:1 ເວົ້າ​ວ່າ: “ຟ້າ​ສະຫວັນ​ເກົ່າ​ແລະ​ໂລກ​ເກົ່າ​ນັ້ນ​ກໍ​ຫາຍ​ສາບ​ສູນ​ໄປ​ແລ້ວ.” “ຟ້າ​ສະຫວັນ​ເກົ່າ” ໝາຍເຖິງ​ລັດຖະບານ​ຕ່າງ​ໆ​ທີ່​ຄວບຄຸມ​ໂດຍ​ຊາຕານ​ແລະ​ພວກ​ປີສາດ​ຂອງ​ມັນ. (ມທ. 4:8, 9; 1ຢຮ. 5:19) ຕາມ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ “ໂລກ” ອາດ​ໝາຍເຖິງ​ຄົນ​ທີ່​ຢູ່​ໃນ​ໂລກ. (ພບຍ. 32:1; ເພ​ງ. 96:1, ລ.ມ.) ແຕ່ “ໂລກ​ເກົ່າ” ໝາຍເຖິງ​ສັງຄົມ​ມະນຸດ​ທີ່​ບໍ່​ດີ​ໃນ​ທຸກ​ມື້​ນີ້. ພະ​ເຢໂຫວາ​ຈະ​ບໍ່​ປັບປຸງ​ຫຼື​ປ່ຽນແປງ “ຟ້າ​ສະຫວັນ” ແລະ “ໂລກ” ທີ່​ມີ​ຢູ່​ຕອນນີ້ ແຕ່​ເພິ່ນ​ຈະ​ທຳລາຍ​ບໍ່​ໃຫ້​ເຫຼືອ. ຈາກນັ້ນ ເພິ່ນ​ຈະ​ປ່ຽນ​ແທນ​ດ້ວຍ “ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່” ເຊິ່ງ​ໝາຍເຖິງ​ລັດຖະບານ​ໃໝ່​ແລະ​ສັງຄົມ​ມະນຸດ​ໃໝ່.

10. ພະ​ເຢໂຫວາ​ຈະ​ສ້າງ​ຫຍັງ​ຂຶ້ນ​ໃໝ່?

10 ມີ​ຫຍັງ​ອີກ​ທີ່​ພະ​ເຢໂຫວາ​ຈະ​ສ້າງ​ຂຶ້ນ​ໃໝ່? (ພນມ. 21:5) ເພິ່ນ​ຈະ​ເຮັດ​ໃຫ້​ໂລກ​ເປັນ​ບ່ອນ​ທີ່​ງາມ​ໆ​ແລະ​ເຮັດ​ໃຫ້​ມະນຸດ​ເປັນ​ຄົນ​ສົມບູນ​ແບບ. ຄື​ກັບ​ເອຊາຢາ​ໄດ້​ບອກ​ໄວ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ງາມ​ຄື​ກັບ​ສວນ​ເອເດັນ ແລະ​ເພິ່ນ​ຈະ​ຟື້ນຟູ​ເຮົາ​ໃຫ້​ມີ​ຮ່າງກາຍ​ທີ່​ສົມບູນແບບ​ໂດຍ​ປົວ​ແຕ່​ລະ​ຄົນ​ໃຫ້​ດີ​ເປັນ​ປົກກະຕິ. ຄົນ​ເປັນ​ລ່ອຍ ຄົນ​ຕາບອດ ແລະ​ຄົນ​ຫູ​ໜວກ​ຈະ​ດີ​ເປັນ​ປົກກະຕິ ແລະ​ແມ່ນ​ແຕ່​ຄົນ​ຕາຍ​ກໍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ.—ອຊຢ. 25:8; 35:1-7

“ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ. . . . ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ!”

11. ພະ​ເຢໂຫວາ​ບອກ​ໂຢຮັນ​ໃຫ້​ເຮັດ​ຫຍັງ? ແລະ​ຍ້ອນຫຍັງ?

11 ພະ​ເຢໂຫວາ​ເວົ້າ​ຫຍັງ​ອີກ​ເພື່ອ​ຮັບປະກັນ​ວ່າ​ເຮົາ​ສາມາດ​ເຊື່ອ​ເພິ່ນ​ໄດ້? ເພິ່ນ​ບອກ​ໂຢຮັນ​ວ່າ: “ຂຽນ​ໄວ້​ເດີ້! ເພາະ​ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ.” (ພນມ. 21:5) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສັ່ງ​ໂຢຮັນ​ໃຫ້ “ຂຽນ” ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ບອກ​ເຫດຜົນ​ນຳ​ວ່າ​ເປັນ​ຫຍັງ​ຕ້ອງ​ຂຽນ. ເພິ່ນ​ເວົ້າ​ວ່າ: “ເພາະ​ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ.” ເຮົາ​ດີໃຈ​ແທ້​ໆ​ທີ່​ໂຢຮັນ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ຍ້ອນ​ເຮົາ​ສາມາດ​ອ່ານ​ເລື່ອງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວກັບ​ໂລກ​ໃໝ່​ແລະ​ຄິດ​ເຖິງ​ສິ່ງ​ດີ​ໆ​ທີ່​ກຳລັງ​ຖ້າ​ເຮົາ​ຢູ່​ໃນ​ອະນາຄົດ.

12. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເວົ້າ​ໄດ້​ວ່າ “ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ!”?

12 ພະ​ເຢໂຫວາ​ເວົ້າ​ຕໍ່​ວ່າ: “ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ!” (ພນມ. 21:6) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເວົ້າ​ຄື​ກັບ​ວ່າ​ຄຳ​ສັນຍາ​ເຫຼົ່າ​ນີ້​ເກີດຂຶ້ນ​ແລ້ວ? ພະ​ເຢໂຫວາ​ເວົ້າ​ແບບ​ນີ້​ໄດ້ ຍ້ອນ​ບໍ່​ມີ​ຫຍັງ​ຈະ​ຂັດຂວາງ​ເພິ່ນ​ບໍ່​ໃຫ້​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ. ຈາກນັ້ນ ພະ​ເຢໂຫວາ​ເວົ້າ​ອີກ​ສິ່ງ​ໜຶ່ງ​ທີ່​ຢືນ​ຢັນ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້. ເພິ່ນ​ໄດ້​ເວົ້າ​ຫຍັງ?

“ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ”

13. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ”?

13 ຕາມ​ທີ່​ໄດ້​ເວົ້າ​ມາ​ແລ້ວ ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ເອງ 3 ເທື່ອ​ໃນ​ນິມິດ​ທີ່​ເພິ່ນ​ໃຫ້​ໂຢຮັນ​ເຫັນ. (ພນມ. 1:8; 21:5, 6; 22:13) ໃນ​ແຕ່​ລະ​ເທື່ອ ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ.” ໃນ​ພາສາ​ກຣີກ ອັນຟາ​ເປັນ​ໂຕ​ອັກສອນ​ໂຕ​ທຳອິດ​ແລະ​ໂອເມກາ​ເປັນ​ໂຕ​ອັກສອນ​ໂຕ​ສຸດທ້າຍ ຄື​ກັບ​ໂຕ​ອັກສອນ ກ ແລະ ຮ ໃນ​ພາສາ​ລາວ. ເມື່ອ​ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ” ກໍ​ໝາຍ​ຄວາມ​ວ່າ​ເມື່ອ​ເພິ່ນ​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເພິ່ນ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້​ສຳເລັດ.

ເມື່ອ​ພະ​ເຢໂຫວາ​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ສິ່ງ​ນັ້ນ​ສຳເລັດ (ເບິ່ງ​ຂໍ້ 14, 17)

14. (ກ) ຕອນ​ໃດ​ທີ່​ພະ​ເຢໂຫວາ​ເວົ້າ​ວ່າ “ອັນຟາ” ແລະ “ໂອເມກາ”? (ຂ) ປະຖົມມະການ 2:1-3 ຮັບປະກັນ​ເລື່ອງ​ຫຍັງ?

14 ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ອາດາມ​ກັບ​ເອວາ ເພິ່ນ​ບອກ​ເຂົາເຈົ້າ​ໃຫ້​ຮູ້​ກ່ຽວກັບ​ຈຸດປະສົງ​ຂອງ​ເພິ່ນ​ສຳລັບ​ມະນຸດ​ໃນ​ໂລກ. ຄຳພີ​ໄບເບິນ​ເວົ້າ​ວ່າ: “ພະເຈົ້າ​ອວຍພອນ​ເຂົາເຈົ້າ​ແລະ​ບອກ​ວ່າ ‘ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ຈົນ​ເຕັມ​ໂລກ ແລະ​ໃຫ້​ເບິ່ງແຍງ​ໂລກ.’” (ປຖກ. 1:28) ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ເລື່ອງ​ນີ້ ມັນ​ເປັນ​ຄື​ກັບ​ເພິ່ນ​ເວົ້າ​ວ່າ “ອັນຟາ.” ພະ​ເຢໂຫວາ​ເວົ້າ​ແຈ້ງ​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ວ່າ ເມື່ອ​ຮອດ​ເວລາ​ນັ້ນ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເປັນ​ຄົນ​ສົມບູນແບບ​ແລະ​ເຊື່ອຟັງ​ຈະ​ເຕັມ​ໂລກ​ນີ້ ແລະ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ບ່ອນ​ທີ່​ງາມ​ໆ. ໃນ​ອະນາຄົດ ເມື່ອ​ຈຸດປະສົງ​ຂອງ​ພະ​ເຢໂຫວາ​ສຳເລັດ ມັນ​ກໍ​ຈະ​ເປັນ​ຄື​ກັບ​ເພິ່ນ​ເວົ້າ​ວ່າ “ໂອເມກາ.” ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ເທິງ​ຟ້າ​ແລະ​ຢູ່​ໃນ​ໂລກ​ແລ້ວ​ໆ​ເພິ່ນ​ໄດ້​ເວົ້າ​ບາງ​ຢ່າງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້. ຄຳເວົ້າ​ນັ້ນ​ຢູ່​ໃນ​ປະຖົມມະການ 2:1-3. (ອ່ານ) ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳລັບ​ມະນຸດ​ແລະ​ໂລກ​ຈະ​ເກີດຂຶ້ນ​ແທ້​ໃນ​ຕອນ​ທ້າຍ​ຂອງ​ມື້​ທີ 7.

15. ເປັນ​ຫຍັງ​ຊາຕານ​ຈຶ່ງ​ຄິດ​ວ່າ​ມັນ​ສາມາດ​ຂັດຂວາງ​ບໍ່​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ?

15 ຫຼັງ​ຈາກ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ ເຂົາເຈົ້າ​ກໍ​ກາຍ​ເປັນ​ຄົນ​ບາບ​ແລະ​ຖ່າຍທອດ​ບາບ​ກັບ​ຄວາມ​ຕາຍ​ໃຫ້​ລູກ​ຫຼານ​ຂອງ​ເຂົາເຈົ້າ. (ຣມ. 5:12) ຍ້ອນ​ແນວ​ນີ້​ຈຶ່ງ​ເບິ່ງ​ຄື​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ໂລກ​ນີ້​ມີ​ແຕ່​ຄົນ​ທີ່​ສົມບູນແບບ​ແລະ​ເຊື່ອຟັງ​ເພິ່ນ. ຊາຕານ​ສາມາດ​ຢຸດ​ພະ​ເຢໂຫວາ​ໄດ້​ບໍ​ຈາກ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ​ເປັນ​ຈິງ? ຊາຕານ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ເຫຼືອ​ແຕ່​ສອງ​ສາມ​ທາງ​ເລືອກ​ເທົ່າ​ນັ້ນ. ທາງ​ເລືອກ​ໜຶ່ງ​ກໍ​ຄື ຂ້າ​ອາດາມ​ກັບ​ເອວາ​ແລ້ວ​ສ້າງ​ມະນຸດ​ທີ່​ສົມບູນແບບ​ຄູ່​ໃໝ່​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ແຕ່​ຖ້າ​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ ຊາຕານ​ກໍ​ຈະ​ເວົ້າ​ໃຫ້​ເພິ່ນ​ວ່າ​ເປັນ​ພະເຈົ້າ​ທີ່​ຂີ້​ຕົວະ. ຍ້ອນຫຍັງ? ຍ້ອນ​ວ່າ​ໃນ​ປະຖົມມະການ 1:28 ພະ​ເຢໂຫວາ​ບອກ​ອາດາມ​ກັບ​ເອວາ​ວ່າ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ຈະ​ເຕັມ​ໂລກ.

16. ເປັນ​ຫຍັງ​ຊາຕານ​ຈຶ່ງ​ຄິດ​ວ່າ​ມັນ​ຈະ​ເວົ້າ​ໃຫ້​ພະ​ເຢໂຫວາ​ໄດ້​ວ່າ​ເປັນ​ພະເຈົ້າ​ທີ່​ລົ້ມເຫຼວ?

16 ອີກ​ທາງ​ເລືອກ​ໜຶ່ງ​ທີ່​ຊາຕານ​ຄິດ​ວ່າ​ພະ​ເຢໂຫວາ​ເລືອກ​ທີ່​ຈະ​ເຮັດ​ແມ່ນ​ຫຍັງ? ມັນ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ປ່ອຍ​ໃຫ້​ອາດາມ​ກັບ​ເອວາ​ມີ​ລູກ​ມີ​ຫຼານ ແຕ່​ລູກ​ຫຼານ​ຂອງ​ເຂົາເຈົ້າ​ຈະ​ບໍ່​ມີ​ທາງ​ເປັນ​ຄົນ​ສົມບູນແບບ. (ຜູ້ປ 7:20; ຣມ. 3:23) ຖ້າ​ເປັນ​ແບບ​ນັ້ນ ແນ່ນອນ​ວ່າ​ຊາຕານ​ຈະ​ເວົ້າ​ໃຫ້​ພະ​ເຢໂຫວາ​ວ່າ​ເປັນ​ພະເຈົ້າ​ທີ່​ລົ້ມເຫຼວ. ຍ້ອນຫຍັງ? ຍ້ອນ​ທາງ​ເລືອກ​ນີ້​ຈະ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເກີດຂຶ້ນ​ແທ້ ເຊິ່ງ​ກໍ​ຄື​ໃຫ້​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເປັນ​ຄົນ​ສົມບູນແບບ​ແລະ​ເຊື່ອຟັງ​ມີ​ຢູ່​ເຕັມ​ໂລກ​ທີ່​ງາມ​ໆ​ນີ້.

17. ເມື່ອ​ຊາຕານ ອາດາມ ແລະ​ເອວາ​ບໍ່​ເຊື່ອຟັງ ພະ​ເຢໂຫວາ​ມີ​ວິທີ​ແກ້ໄຂ​ແນວ​ໃດ? ແລະ​ໃນ​ທີ່​ສຸດ​ຜົນ​ຈະ​ເປັນ​ແນວ​ໃດ? (ເບິ່ງ​ຮູບ)

17 ຊາຕານ​ບໍ່​ມີ​ທາງ​ຄິດ​ພໍ້​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ. ພະ​ເຢໂຫວາ​ມີ​ວິທີ​ແກ້ໄຂ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. (ເພ​ງ. 92:5) ການ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ອາດາມ​ກັບ​ເອວາ​ມີ​ລູກ​ມີ​ຫຼານ​ສະແດງ​ວ່າ​ເພິ່ນ​ບໍ່​ໄດ້​ເວົ້າ​ຕົວະ. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ຖ້າ​ເພິ່ນ​ເວົ້າ​ວ່າ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ກໍ​ບໍ່​ມີ​ຫຍັງ​ຢຸດ​ເພິ່ນ​ໄດ້. ພະ​ເຢໂຫວາ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ໂດຍ​ໃຫ້​ມີ “ເຊື້ອສາຍ” ເຊິ່ງ​ຈະ​ຊ່ວຍ​ຊີວິດ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເຊື່ອຟັງ. (ປຖກ. 3:15) ເຊື້ອ​ສາຍ​ຜູ້​ນີ້​ຈະ​ຍອມ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ລອດ. ຊາຕານ​ບໍ່​ມີ​ທາງ​ຄິດ​ພໍ້​ວິທີ​ແກ້ໄຂ​ບັນຫາ​ແບບ​ນີ້. ຍ້ອນຫຍັງ? ຍ້ອນ​ຄ່າໄຖ່​ອາໄສ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ. (ມທ. 20:28; ຢຮ. 3:16) ຊາຕານ​ບໍ່​ມີ​ຄຸນລັກສະນະ​ນີ້ ຍ້ອນ​ມັນ​ເຫັນ​ແກ່​ໂຕ. ແລ້ວ​ຄ່າໄຖ່​ຈະ​ເຮັດ​ໃຫ້​ສິ່ງ​ໃດ​ເກີດ​ຂຶ້ນ? ໃນ​ຕອນ​ທ້າຍ​ການ​ປົກຄອງ 1.000 ປີ​ຂອງ​ພະຄລິດ ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເປັນ​ຄົນ​ສົມບູນແບບ​ແລະ​ເຊື່ອຟັງ​ຈະ​ໄດ້​ຢູ່​ໃນ​ໂລກ​ທີ່​ງາມ​ໆ​ຄື​ກັບ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ໃນ​ຕອນ​ທຳອິດ. ໃນ​ຕອນ​ນັ້ນ ມັນ​ຈະ​ເປັນ​ຄື​ກັບ​ວ່າ​ພະ​ເຢໂຫວາ​ເວົ້າ​ວ່າ: “ໂອເມກາ.”

ເຮົາ​ຈະ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

18. ມີ 3 ເຫດຜົນ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ? (ເບິ່ງ​ຂອບ “ ເຫດຜົນ 3 ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ”)

18 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ເບິ່ງ​ເຫດຜົນ​ຕ່າງ​ໆ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ໂລກ​ຈະ​ກາຍ​ເປັນ​ສວນ​ທີ່​ງາມ​ໆ. ແຕ່​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ມັນ​ຈະ​ເກີດຂຶ້ນ​ແທ້? ເຫດຜົນ​ທຳອິດ ພະ​ເຢໂຫວາ​ເປັນ​ຜູ້​ເຮັດ​ຄຳ​ສັນຍາ​ເອງ. ປຶ້ມ​ພະ​ນິມິດ​ເວົ້າ​ວ່າ: “ພະອົງ​ຜູ້​ນັ່ງ​ເທິງ​ບັນລັງ​ນັ້ນ​ເວົ້າ​ວ່າ ‘ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.’” ພະ​ເຢໂຫວາ​ມີ​ສະຕິ​ປັນຍາ ມີ​ລິດເດດ ແລະ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ເຫດຜົນ​ທີ 2 ພະ​ເຢໂຫວາ​ຮູ້​ວ່າ​ສິ່ງ​ທີ່​ເພິ່ນ​ເວົ້າ​ຈະ​ເກີດຂຶ້ນ​ແທ້. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ. . . . ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ!” ເຫດຜົນ​ທີ 3 ເມື່ອ​ພະ​ເຢໂຫວາ​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ສິ່ງ​ນັ້ນ​ສຳເລັດ​ແລະ​ບໍ່​ມີ​ຫຍັງ​ຈະ​ຂັດຂວາງ​ເພິ່ນ​ໄດ້. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ.” ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ​ແລະ​ສິ່ງ​ທີ່​ມັນ​ເຮັດ​ກໍ​ລົ້ມເຫຼວ.

19. ຖ້າ​ມີ​ຄົນ​ບອກ​ວ່າ​ບໍ່​ເຊື່ອ​ເລື່ອງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວກັບ​ໂລກ​ໃໝ່ ເຈົ້າ​ຈະ​ເຮັດ​ແນວ​ໃດ?

19 ຂໍ​ໃຫ້​ຈື່​ໄວ້​ວ່າ​ທຸກ​ເທື່ອ​ທີ່​ເຈົ້າ​ບອກ​ຄົນ​ອື່ນ​ກ່ຽວກັບ​ຄຳ​ຮັບປະກັນ​ຂອງ​ພະ​ເຢໂຫວາ​ທີ່​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້ ເຈົ້າ​ກໍ​ຈະ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ເທື່ອ​ໜ້າ ຖ້າ​ເຈົ້າ​ອ່ານ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່​ທີ່​ຢູ່​ໃນ​ພະ​ນິມິດ 21:4 ໃຫ້​ບາງ​ຄົນ​ຟັງ​ແລະ​ລາວ​ເວົ້າ​ວ່າ: “ມັນ​ກໍ​ດີ​ແທ້ ແຕ່​ຂ້ອຍ​ບໍ່​ເຊື່ອ​ດອກ​ວ່າ​ມັນ​ຈະ​ເກີດຂຶ້ນ​ແທ້.” ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ເຈົ້າ​ອ່ານ​ແລະ​ອະທິບາຍ​ຂໍ້ 5-6 ໃຫ້​ລາວ​ຟັງ​ນຳ​ເພື່ອ​ໃຫ້​ລາວ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຮັບປະກັນ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້​ໂດຍ​ເພິ່ນ​ເອງ​ເປັນ​ຜູ້​ເຊັນ​ຮັບຮອງ​ແລ້ວ.—ອຊຢ. 65:16

ເພງ 145 ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ອຸທິຍານ

a ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮັບປະກັນ​ກັບ​ເຮົາ​ແນວ​ໃດ​ວ່າ​ຄຳ​ສັນຍາ​ເລື່ອງ​ໂລກ​ໃໝ່​ຈະ​ເກີດຂຶ້ນ​ແທ້. ທຸກ​ເທື່ອ​ທີ່​ເຮົາ​ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ນີ້ ເຮົາ​ກໍ​ແຮ່ງ​ຈະ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

b ເບິ່ງ​ປຶ້ມ​ວິວອນ​ໃກ້​ຈະ​ເຖິງ​ຈຸດ​ສຸດ​ຍອດ ໜ້າ 303-304 ຂໍ້ 8-9