ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ຊອກ​ບ່ອນ​ທີ່​ດີ​ສຳລັບ​ສຶກສາ​ສ່ວນ​ໂຕ

ຊອກ​ບ່ອນ​ທີ່​ດີ​ສຳລັບ​ສຶກສາ​ສ່ວນ​ໂຕ

ເຈົ້າ​ຢາກ​ສຶກສາ​ສ່ວນ​ໂຕ​ແບບ​ທີ່​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ບໍ? ລອງ​ເຮັດ​ຕາມ​ເຄັດລັບ​ຕໍ່​ໄປ​ນີ້​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ບ່ອນ​ທີ່​ດີ​ສຳລັບ​ສຶກສາ​ສ່ວນ​ໂຕ:

  •  ເລືອກ​ບ່ອນ​ທີ່​ເໝາະສົມ. ຖ້າ​ເປັນ​ໄປ​ໄດ້ ໃຫ້​ຊອກ​ບ່ອນ​ທີ່​ສະອາດ​ແລະ​ມີ​ແສງ​ພຽງ​ພໍ. ເຈົ້າ​ອາດ​ນັ່ງ​ຢູ່​ໂຕະ​ໃນ​ເຮືອນ ຫຼື​ນັ່ງ​ຢູ່​ບ່ອນ​ໂລ່ງໆ​ຢູ່​ນອກ​ເຮືອນ​ກໍ​ໄດ້.

  •  ຊອກ​ບ່ອນ​ທີ່​ເປັນ​ສ່ວນ​ໂຕ. ພະ​ເຢຊູ​ເລືອກ​ທີ່​ຈະ​ອະທິດຖານ “ຕອນ​ເຊົ້າໆ” ໃນ “ບ່ອນ​ທີ່​ບໍ່​ມີ​ຄົນ​ຢູ່.” (ມຣກ. 1:35) ຖ້າ​ເຈົ້າ​ບໍ່​ມີ​ບ່ອນ​ທີ່​ເປັນ​ສ່ວນ​ໂຕ ໃຫ້​ບອກ​ຄົນ​ໃນ​ເຮືອນ​ຫຼື​ໝູ່​ທີ່​ຢູ່​ນຳ​ກັນ​ວ່າ​ເຈົ້າ​ສຶກສາ​ສ່ວນ​ໂຕ​ຕອນ​ໃດ​ແລະ​ຂໍ​ເຂົາເຈົ້າ​ບໍ່​ໃຫ້​ລົບກວນ.

  •  ຫຼີກລ່ຽງ​ສິ່ງ​ທີ່​ລົບກວນ. ຖ້າ​ເຈົ້າ​ສຶກສາ​ສ່ວນ​ໂຕ​ໂດຍ​ໃຊ້​ໂທລະສັບ​ມື​ຖື​ຫຼື​ແທັບເລັດ ໃຫ້​ປິດ​ການ​ແຈ້ງ​ເຕືອນ​ຫຼື​ຕັ້ງ​ຄ່າ​ເປັນ​ໂໝດ​ຍົນ​ເພື່ອ​ບໍ່​ໃຫ້​ມີ​ຫຍັງ​ມາ​ລົບກວນ​ຕອນ​ທີ່​ເຈົ້າ​ສຶກສາ. ຕອນ​ທີ່​ກຳລັງ​ສຶກສາ ຖ້າ​ເຈົ້າ​ຄິດ​ພໍ້​ວ່າ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ເຮັດ ໃຫ້​ຈົດ​ໄວ້​ແລ້ວ​ຈຶ່ງ​ເຮັດ​ຫຼັງ​ຈາກ​ສຶກສາ​ສ່ວນ​ໂຕ​ແລ້ວ. ຖ້າ​ເຈົ້າ​ບໍ່​ມີ​ສະມາທິ ໃຫ້​ຢຸດ​ບຶດ​ໜຶ່ງ​ເພື່ອ​ໄປ​ຍ່າງ​ຫຼິ້ນ​ຫຼື​ຍືດ​ເສັ້ນ​ຍືດ​ສາຍ.