ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ພະ​ເຢໂຫວາ​ໃຫ້​ກຳລັງ​ພວກ​ເຮົາ​ຕອນ​ທີ່​ມີ​ສົງຄາມ​ແລະ​ຕອນ​ທີ່​ສະຫງົບສຸກ

ພະ​ເຢໂຫວາ​ໃຫ້​ກຳລັງ​ພວກ​ເຮົາ​ຕອນ​ທີ່​ມີ​ສົງຄາມ​ແລະ​ຕອນ​ທີ່​ສະຫງົບສຸກ

ພໍລ໌: ໃນ​ເດືອນ​ພະຈິກ ປີ 1985 ເຮົາ​ຮູ້ສຶກ​ຕື່ນເຕັ້ນ​ຫຼາຍ​ແທ້ໆ​ທີ່​ໄດ້​ເດີນທາງ​ໄປ​ປະເທດ​ລີເບເຣຍ​ຢູ່​ອາຟຣິກາ​ຕາເວັນ​ຕົກ ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ຈະ​ເລີ່ມ​ວຽກ​ມິດຊັນນາຣີ​ເທື່ອ​ທຳອິດ. ຖ້ຽວ​ບິນ​ຂອງ​ເຮົາ​ລົງ​ຈອດ​ຢູ່​ເຊເນການ. ແອນ​ເວົ້າ​ວ່າ: “ອີກ​ຊົ່ວໂມງ​ດຽວ​ເຮົາ​ກະ​ຊິ​ຮອດ​ລີເບເຣຍ​ແລ້ວ!” ຈາກ​ນັ້ນ ເຮົາ​ກໍ​ໄດ້​ຍິນ​ຄຳ​ປະກາດ​ວ່າ: “ທ່ານ​ຜູ້​ໂດຍ​ສານ​ທີ່​ຈະ​ເດີນທາງ​ໄປ​ລີເບເຣຍ ຂໍ​ໃຫ້​ທ່ານ​ລົງ​ຈາກ​ຍົນ. ຍ້ອນ​ວ່າ​ມີ​ການ​ໂຄ່ນລົ້ມ​ລັດຖະບານ​ຢູ່​ລີເບເຣຍ ເຮົາ​ຈຶ່ງ​ບໍ່​ສາມາດ​ລົງ​ຈອດ​ຢູ່​ຫັ້ນ​ໄດ້.” ເຮົາ​ໄປ​ພັກ​ກັບ​ພີ່ນ້ອງ​ມິດຊັນນາຣີ​ທີ່​ຢູ່​ເຊເນການ 10 ມື້. ເຮົາ​ໄດ້​ຍິນ​ຢູ່​ໃນ​ຂ່າວ​ວ່າ​ມີ​ຫຼາຍ​ຄົນ​ຢູ່​ລີເບເຣຍ​ຖືກ​ຂ້າ​ແລະ​ລັດຖະບານ​ກໍ​ສັ່ງ​ປະຊາຊົນ​ບໍ່​ໃຫ້​ອອກ​ເຮືອນ​ໃນ​ຕອນ​ຄ່ຳ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຖ້າ​ໃຜ​ບໍ່​ຟັງ​ກໍ​ຈະ​ຖືກ​ຍິງ​ຕາຍ​ທັນທີ.

ແອນ: ເຮົາ​ບໍ່​ແມ່ນ​ສາຍ​ປະຈົນໄພ. ທີ່ຈິງ ຂ້ອຍ​ເປັນ​ຄົນ​ຂີ້​ຢ້ານ​ຕັ້ງແຕ່​ຍັງ​ນ້ອຍ​ຈົນ​ໄດ້​ສາຍາ​ວ່າ ແອນນີ້​ຂີ້​ຢ້ານ. ແມ່ນ​ແຕ່​ຂ້າມ​ທາງ​ຊື່ໆ ຂ້ອຍ​ກໍ​ຢ້ານ! ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ຍັງ​ຢາກ​ໄປ​ລີເບເຣຍ​ເຖິງ​ວ່າ​ຈະ​ອັນຕະລາຍ​ກໍ​ຕາມ.

ພໍລ໌: ຂ້ອຍ​ກັບ​ແອນ​ເກີດ​ຢູ່​ທາງ​ພາກ​ຕາເວັນ​ຕົກ​ຂອງ​ປະເທດ​ອັງກິດ. ເຮືອນ​ເຮົາ​ໄກ​ກັນ​ແຕ່ 8 ກິໂລແມັດ. ພໍ່​ແມ່​ຂອງ​ຂ້ອຍ​ແລະ​ແມ່​ຂອງ​ແອນ​ສະໜັບສະໜູນ​ເຮົາ​ຕະຫຼອດ​ໃຫ້​ເປັນ​ໄພໂອເນຍ ເຮົາ​ຈຶ່ງ​ເລີ່ມ​ເປັນ​ໄພໂອເນຍ​ຫຼັງ​ຈາກ​ຮຽນ​ຈົບ​ມັດທະຍົມ​ຕອນ​ປາຍ. ເຂົາເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ເຮົາ​ຢາກ​ຮັບໃຊ້​ເຕັມ​ເວລາ. ຕອນ​ອາຍຸ 19 ປີ ຂ້ອຍ​ໄດ້​ຮັບ​ສິດທິ​ພິເສດ​ຖືກ​ເຊີນ​ເຂົ້າ​ເບເທນ ແລະ​ແອນ​ກໍ​ເຂົ້າ​ເບເທນ​ຄື​ກັນ​ຫຼັງ​ຈາກ​ທີ່​ເຮົາ​ແຕ່ງດອງ​ກັນ​ໃນ​ປີ 1982.

ຮຽນ​ຈົບ​ຢູ່​ໂຮງຮຽນ​ກິລຽດ ວັນ​ທີ 8 ກັນຍາ 1985

ແອນ: ເຮົາ​ຮັກ​ການ​ເຮັດ​ວຽກ​ຢູ່​ເບເທນ​ຫຼາຍ ແຕ່​ເຮົາ​ກໍ​ຢາກ​ໄປ​ຮັບໃຊ້​ໃນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ການ​ໄດ້​ເຮັດ​ວຽກ​ຢູ່​ເບເທນ​ກັບ​ພີ່ນ້ອງ​ຊາຍ​ຍິງ​ທີ່​ເຄີຍ​ເປັນ​ມິດຊັນນາຣີ​ມາ​ກ່ອນ​ແຮ່ງ​ເຮັດ​ໃຫ້​ເຮົາ​ຢາກ​ເປັນ​ມິດຊັນນາຣີ. ເຮົາ​ອະທິດຖານ​ຫາ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້​ທຸກ​ຄືນ​ເປັນ​ເວລາ 3 ປີ. ເຮົາ​ດີ​ໃຈ​ຫຼາຍ​ທີ່​ຖືກ​ເຊີນ​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 79 ໃນ​ປີ 1985. ຫຼັງ​ຈາກ​ຮຽນ​ຈົບ ເຮົາ​ກໍ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ລີເບເຣຍ​ໃນ​ອາຟຣິກາ​ຕາເວັນ​ຕົກ.

ຄວາມ​ຮັກ​ຂອງ​ພີ່ນ້ອງ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້

ພໍລ໌: ຕອນ​ທີ່​ຢູ່​ເຊເນການ ເມື່ອ​ເຮົາ​ໄດ້​ຍິນ​ວ່າ​ສາມາດ​ເຂົ້າ​ລີເບເຣຍ​ໄດ້​ແລ້ວ ເຮົາ​ກໍ​ຟ້າວ​ຊື້​ປີ້​ຍົນ​ຖ້ຽວ​ທຳອິດ​ໄປ​ຫັ້ນ​ເລີຍ. ຕອນ​ນັ້ນ​ສະພາບການ​ຢູ່​ລີເບເຣຍ​ຍັງ​ເຄັ່ງ​ຕຶງ​ຢູ່ ແລະ​ລັດຖະບານ​ກໍ​ຍັງ​ບໍ່​ອະນຸຍາດ​ໃຫ້​ໃຜ​ອອກ​ຈາກ​ເຮືອນ​ໃນ​ຕອນ​ຄ່ຳ​ເທື່ອ. ຄົນ​ຢູ່​ດ້ວຍ​ຄວາມ​ຢ້ານ ຢູ່​ຕາມ​ຕະຫຼາດ ຂະໜາດ​ສຽງ​ທໍ່​ລົດ​ແຕກ​ຊື່ໆ​ເຂົາເຈົ້າ​ກໍ​ພາກັນ​ຕົກໃຈ​ແລະ​ຮ້ອງ​ບັກ​ດັງໆ ແລ້ວ​ກໍ​ແລ່ນ​ໜີ​ໃຜ​ໜີ​ມັນ! ເພື່ອ​ຈະ​ສະຫງົບໃຈ​ໄດ້ ເຮົາ​ອ່ານ​ປຶ້ມ​ເພງ​ສັນລະເສີນ​ນຳ​ກັນ​ທຸກ​ຄືນ. ເຖິງ​ວ່າ​ສະພາບການ​ຢູ່​ລີເບເຣຍ​ຈະ​ຫຍຸ້ງ​ຍາກ ແຕ່​ເຮົາ​ກໍ​ຮັກ​ວຽກ​ມອບໝາຍ​ຢູ່​ຫັ້ນ​ຫຼາຍ. ແອນ​ອອກ​ໄປ​ປະກາດ​ທຸກ​ມື້ ສ່ວນ​ຂ້ອຍ​ເຮັດ​ວຽກ​ຢູ່​ເບເທນ​ນຳ​ກັນ​ກັບ​ພີ່ນ້ອງ​ຈອນ ຈາຣຸກ. a ຂ້ອຍ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ຈອນ​ຍ້ອນ​ລາວ​ເຄີຍ​ຢູ່​ລີເບເຣຍ​ມາ​ດົນ​ແລ້ວ​ແລະ​ຮູ້​ຈັກ​ສະພາບການ​ຂອງ​ພີ່ນ້ອງ​ດີ.

ແອນ: ອັນ​ໃດ​ເຮັດ​ໃຫ້​ເຮົາ​ຮັກ​ລີເບເຣຍ​ໄວ​ປານ​ນັ້ນ? ກໍ​ຍ້ອນ​ພີ່ນ້ອງ​ຢູ່​ຫັ້ນ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ຫຼາຍ​ແລະ​ເຂົາເຈົ້າ​ກໍ​ສັດຊື່​ຕໍ່​ພະ​ເຢໂຫວາ​ແທ້ໆ. ເຮົາ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຈົນ​ຮູ້ສຶກ​ວ່າ​ເຂົາເຈົ້າ​ເປັນ​ຄອບຄົວ​ໃໝ່​ຂອງ​ເຮົາ. ເຂົາເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ເຮົາ​ແລະ​ມັກ​ໃຫ້​ກຳລັງ​ໃຈ​ເຮົາ. ວຽກ​ປະກາດ​ຢູ່​ຫັ້ນ​ກໍ​ດີ​ຫຼາຍ​ແທ້ໆ. ເຈົ້າ​ຂອງ​ເຮືອນ​ມັກ​ໃຫ້​ເຮົາ​ຢູ່​ນຳ​ດົນໆ ແລະ​ເຂົາເຈົ້າ​ຈະ​ສະແດງ​ອາການ​ບໍ່​ພໍໃຈ​ຖ້າ​ເຮົາ​ຟ້າວ​ເມືອ​ເຮືອນ​ໄວ​ໂພດ. ຄົນ​ຢູ່​ລີເບເຣຍ​ມັກ​ລົມ​ເລື່ອງ​ຄຳພີ​ໄບເບິນ​ຫຼາຍ ຂະໜາດ​ຢູ່​ຕາມ​ຫົນທາງ​ກໍ​ຍັງ​ລົມ​ເລື່ອງ​ນີ້. ເຮົາ​ສາມາດ​ເຂົ້າ​ໄປ​ລົມ​ນຳ​ເຂົາເຈົ້າ​ໄດ້​ເລີຍ. ເຮົາ​ສອງ​ຄົນ​ມີ​ນັກສຶກສາ​ຫຼາຍ​ແທ້ໆ​ຈົນ​ບໍ່​ມີ​ເວລາ​ທີ່​ຈະ​ສອນ​ໃຫ້​ຄົບ​ໝົດ​ທຸກ​ຄົນ. ມັນ​ເປັນ​ເຂດ​ທີ່​ຄັກ​ອີ່ຫຼີ!

ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ເຖິງ​ວ່າ​ຈະ​ຮູ້ສຶກ​ຢ້ານ

ເບິ່ງແຍງ​ພີ່ນ້ອງ​ທີ່​ອົບພະຍົບ​ມາ​ພັກ​ຢູ່​ເບເທນ​ລີເບເຣຍ​ໃນ​ປີ 1990

ພໍລ໌: ລີເບເຣຍ​ສະຫງົບສຸກ​ປະມານ 4 ປີ ແຕ່​ເມື່ອ​ຮອດ​ປີ 1989 ກໍ​ເກີດ​ສົງຄາມ​ກາງ​ເມືອງ​ເຊິ່ງ​ເຮັດ​ໃຫ້​ທຸກ​ຢ່າງ​ປ່ຽນ​ໄປ ແລະ​ເຮົາ​ກໍ​ຢູ່​ທ່າມກາງ​ຄວາມ​ຂັດແຍ່ງ​ຂອງ​ສົງຄາມ​ນີ້. ໃນ​ວັນ​ທີ 2 ກໍລະກົດ 1990 ພວກ​ກະບົດ​ທີ່​ຕໍ່ຕ້ານ​ລັດຖະບານ​ໄດ້​ຍຶດ​ເອົາ​ເຂດ​ທີ່​ຢູ່​ໃກ້​ເບເທນ. ຕັ້ງແຕ່​ນັ້ນ​ມາ ເຮົາ​ກໍ​ຖືກ​ຕັດ​ຂາດ​ຈາກ​ໂລກ​ພາຍ​ນອກ​ລວມ​ທັງ​ຈາກ​ຄອບຄົວ​ແລະ​ສຳນັກງານ​ໃຫຍ່​ເປັນ​ເວລາ 3 ເດືອນ. ໃນ​ເມືອງ​ມີ​ແຕ່​ຄວາມ​ຮຸນແຮງ​ແລະ​ສັບສົນ​ວຸ່ນວາຍ ມີ​ຄວາມ​ອຶດຢາກ ແລະ​ຜູ້​ຍິງ​ຫຼາຍ​ຄົນ​ກໍ​ຖືກ​ຂົ່ມຂືນ. ເຫດການ​ທີ່​ໂຫດ​ຮ້າຍ​ແບບ​ນີ້​ເກີດຂຶ້ນ​ທົ່ວ​ປະເທດ​ຕະຫຼອດ​ໄລຍະ 14 ປີ.

ແອນ: ບາງ​ຄົນ​ໃນ​ບາງ​ຊົນ​ເຜົ່າ​ໄດ້​ຕໍ່ສູ້​ແລະ​ຂ້າ​ຄົນ​ຊົນ​ເຜົ່າ​ອື່ນ. ມີ​ແຕ່​ທະຫານ​ຂອງ​ຝ່າຍ​ກະບົດ​ຢູ່​ຕາມ​ຫົນທາງ ເຂົາເຈົ້າ​ມີ​ອາວຸດ​ແລະ​ແຕ່ງ​ໂຕ​ແປກໆ. ເຂົາເຈົ້າ​ບຸກ​ເຂົ້າ​ໄປ​ເຮືອນ​ຂອງ​ປະຊາຊົນ​ແລະ​ຖ້າ​ຢາກ​ໄດ້​ຫຍັງ​ເຂົາເຈົ້າ​ກໍ​ຈັບ​ເອົາ​ໄປ​ໂລດ. ທະຫານ​ບາງ​ຄົນ​ຂ້າ​ຄົນ​ຄື​ກັບ​ຂ້າ​ໄກ່. ເຂົາເຈົ້າ​ຕັ້ງ​ດ່ານ​ຕາມ​ຫົນທາງ​ເພື່ອ​ຄວບຄຸມ​ປະຊາຊົນ​ທີ່​ເດີນທາງ​ໄປ​ມາ. ມີ​ປະຊາຊົນ​ຫຼາຍ​ຄົນ​ຖືກ​ຂ້າ ແລ້ວ​ພວກ​ທະຫານ​ກໍ​ເອົາ​ສົບ​ຂອງ​ເຂົາເຈົ້າ​ໄປ​ກອງ​ຊ້ອນກັນ. ເຫດການ​ທີ່​ເປັນ​ຕາ​ຢ້ານ​ແບບ​ນີ້​ໄດ້​ເກີດຂຶ້ນ​ຢູ່​ໃກ້​ເບເທນ​ນຳ. ພີ່ນ້ອງ​ທີ່​ສັດຊື່​ບາງ​ຄົນ​ຖືກ​ຂ້າ​ແລະ​ໝູ່​ມິດຊັນນາຣີ 2 ຄົນ​ທີ່​ເຮົາ​ຮັກ​ຫຼາຍ​ກໍ​ຖືກ​ຂ້າ​ຄື​ກັນ.

ຖ້າ​ພວກ​ທະຫານ​ເຫັນ​ຄົນ​ໃນ​ຊົນ​ເຜົ່າ​ທີ່​ເຂົາເຈົ້າ​ຊັງ ເຂົາເຈົ້າ​ກໍ​ຈະ​ຂ້າ​ໂລດ. ແຕ່​ພີ່ນ້ອງ​ຂອງ​ເຮົາ​ຍອມ​ສ່ຽງ​ຊີວິດ​ເພື່ອ​ຈະ​ປົກປ້ອງ​ແລະ​ຊອກ​ບ່ອນ​ລີ້​ທີ່​ປອດໄພ​ໃຫ້​ພີ່ນ້ອງ​ເຫຼົ່າ​ນັ້ນ. ພີ່ນ້ອງ​ທີ່​ເປັນ​ມິດຊັນນາຣີ​ແລະ​ພີ່ນ້ອງ​ເບເທນ​ກໍ​ຊ່ວຍ​ພີ່ນ້ອງ​ຄົນ​ອື່ນໆ​ແບບ​ນີ້​ຄື​ກັນ. ຢູ່​ເບເທນ​ຊັ້ນ​ລຸ່ມ ພີ່ນ້ອງ​ບາງ​ຄົນ​ທີ່​ຕ້ອງ​ໜີ​ໄດ້​ນອນ​ຢູ່​ຕາມ​ທາງ​ຍ່າງ​ແລະ​ໃນ​ຫ້ອງ​ເຮັດ​ວຽກ ແລະ​ບາງ​ຄົນ​ກໍ​ພັກ​ຢູ່​ຊັ້ນ​ເທິງ​ກັບ​ພີ່ນ້ອງ​ເບເທນ. ເຮົາ​ໃຫ້​ຄອບຄົວ​ໜຶ່ງ​ທີ່​ມີ 7 ຄົນ​ມາ​ພັກ​ຢູ່​ຫ້ອງ​ດຽວ​ກັນ​ກັບ​ເຮົາ.

ພໍລ໌: ແຕ່​ລະ​ມື້​ພວກ​ທະຫານ​ພະຍາຍາມ​ຈະ​ເຂົ້າ​ມາ​ເບເທນ​ເພື່ອ​ເບິ່ງ​ວ່າ​ເຮົາ​ເຊື່ອງ​ໃຜ​ໄວ້​ບໍ່ ເຮົາ​ຈຶ່ງ​ໃຫ້​ມີ​ພີ່ນ້ອງ 4 ຄົນ​ເຝົ້າ​ເບິ່ງ​ຄວາມ​ປອດໄພ. ພີ່ນ້ອງ 2 ຄົນ​ເຝົ້າ​ເບິ່ງ​ຢູ່​ປ່ອງ​ຢ້ຽມ ແລ້ວ​ອີກ 2 ຄົນ​ຈະ​ຍ່າງ​ໄປ​ລົມ​ກັບ​ທະຫານ​ຢູ່​ປະຕູ​ຮົ້ວ​ຕອນ​ທີ່​ເຂົາເຈົ້າ​ມາ. ຖ້າ​ພີ່ນ້ອງ​ທີ່​ຢູ່​ປະຕູ​ຮົ້ວ​ເຮັດ​ສັນຍາລັກ​ເອົາ​ມື​ໄວ້​ທາງ​ໜ້າ​ກໍ​ສະແດງ​ວ່າ​ປອດໄພ​ແລ້ວ. ແຕ່​ຖ້າ​ເຂົາເຈົ້າ​ເອົາ​ມື​ໄວ້​ທາງ​ຫຼັງ​ກໍ​ສະແດງ​ວ່າ​ພວກ​ທະຫານ​ກຳລັງ​ໃຈ​ຮ້າຍ. ດັ່ງນັ້ນ ພີ່ນ້ອງ​ທີ່​ເຝົ້າ​ຢູ່​ປ່ອງ​ຢ້ຽມ​ກໍ​ຈະ​ຟ້າວ​ພາ​ພີ່ນ້ອງ​ໄປ​ລີ້.

ແອນ: ມື້​ໜຶ່ງ ພີ່ນ້ອງ​ຊາຍ​ທີ່​ເຮັດ​ໜ້າທີ່​ເຝົ້າ​ເບິ່ງ​ຄວາມ​ປອດໄພ​ບໍ່​ສາມາດ​ຫ້າມ​ພວກ​ທະຫານ​ທີ່​ກຳລັງ​ໃຈ​ຮ້າຍ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ເບເທນ​ໄດ້. ຂ້ອຍ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຈຶ່ງ​ຟ້າວ​ໄປ​ລີ້​ຢູ່​ຫ້ອງ​ນ້ຳ​ແລະ​ລ໋ອກ​ປະຕູ​ໄວ້. ຢູ່​ຫ້ອງ​ນ້ຳ​ມີ​ຕູ້​ໜ່ວຍ​ໜຶ່ງ​ທີ່​ມີ​ບ່ອນ​ລີ້​ໄດ້ ແລະ​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ກໍ​ພະຍາຍາມ​ເຂົ້າ​ໄປ​ລີ້​ຢູ່​ຫັ້ນ. ພວກ​ທະຫານ​ໄດ້​ຂຶ້ນ​ມາ​ຊັ້ນ​ເທິງ​ຈົນ​ຮອດ​ຫ້ອງ​ນ້ຳ​ທີ່​ພວກ​ເຮົາ​ຢູ່ ເຂົາເຈົ້າ​ຖື​ປືນ​ມາ​ນຳ. ເຂົາເຈົ້າ​ເຄາະ​ປະຕູ​ບັກ​ດັງໆ. ພໍລ໌​ພະຍາຍາມ​ຂໍ​ພວກ​ທະຫານ​ບໍ່​ໃຫ້​ເຂົ້າ​ໄປ​ຫ້ອງ​ນ້ຳ​ແລະ​ບອກ​ວ່າ: “ເມຍ​ຂ້ອຍ​ກຳລັງ​ເຂົ້າ​ຫ້ອງ​ນ້ຳ​ຢູ່.” ເມື່ອ​ຂ້ອຍ​ພະຍາຍາມ​ເອົາ​ເຄື່ອງ​ທີ່​ຂົນ​ອອກ​ຈາກ​ຕູ້​ທີ່​ພີ່ນ້ອງ​ຄົນ​ນັ້ນ​ລີ້​ຢູ່​ໄປ​ໄວ້​ຢູ່​ເທິງ​ຊັ້ນ​ວາງ​ເຄື່ອງ​ໃນ​ຕູ້ ມັນ​ຈຶ່ງ​ມີ​ສຽງ​ດັງ​ແລະ​ເສຍ​ເວລາ​ໜ້ອຍ​ໜຶ່ງ. ຂ້ອຍ​ໝັ້ນໃຈ​ວ່າ​ພວກ​ທະຫານ​ຕ້ອງ​ສົງໄສ​ແຫຼະ​ວ່າ​ຂ້ອຍ​ກຳລັງ​ເຮັດ​ຫຍັງ​ຢູ່. ຂ້ອຍ​ຢ້ານ​ຫຼາຍ​ຈົນ​ໂຕ​ສັ່ນ. ຂ້ອຍ​ຊິ​ເປີດ​ປະຕູ​ໄດ້​ຈັ່ງ​ໃດ? ຂ້ອຍ​ອະທິດຖານ​ສັ້ນໆ​ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ສະຫງົບໃຈ. ແລ້ວ​ຂ້ອຍ​ກໍ​ເປີດ​ປະຕູ​ອອກ​ມາ ແລ້ວ​ຖາມ​ສະບາຍ​ດີ​ເຂົາເຈົ້າ​ແລະ​ເຮັດ​ຄື​ກັບ​ວ່າ​ບໍ່​ມີ​ຫຍັງ​ເກີດຂຶ້ນ. ທະຫານ​ຜູ້​ໜຶ່ງ​ຊຸກ​ຂ້ອຍ​ອອກ​ຈາກ​ຫ້ອງ​ນ້ຳ ແລ້ວ​ກໍ​ເຂົ້າ​ໄປ. ລາວ​ເປີດ​ເບິ່ງ​ຕູ້​ໜ່ວຍ​ນັ້ນ​ແລະ​ຮື້​ເຄື່ອງ​ທີ່​ຢູ່​ເທິງ​ຊັ້ນ​ອອກ​ມາ​ຈົນ​ໝົດ. ລາວ​ບໍ່​ຢາກ​ເຊື່ອ​ວ່າ​ບໍ່​ມີ​ໃຜ​ລີ້​ຢູ່​ຫັ້ນ. ແລ້ວ​ລາວ​ກັບ​ພວກ​ທະຫານ​ກໍ​ໄປ​ຄົ້ນ​ຢູ່​ຫ້ອງ​ອື່ນ​ແລະ​ຫ້ອງ​ຢູ່​ເທິງ​ເພດານ​ນຳ ແຕ່​ກໍ​ບໍ່​ເຈິ​ໃຜ.

ຄວາມ​ຈິງ​ຍັງ​ສ່ອງ​ແສງ​ຕໍ່​ໄປ

ພໍລ໌: ເຮົາ​ເກືອບ​ຊິ​ບໍ່​ມີ​ຫຍັງ​ກິນ​ເລີຍ​ເປັນ​ເວລາ​ຫຼາຍ​ເດືອນ ແຕ່​ເຮົາ​ກໍ​ໄດ້​ຮັບ​ອາຫານ​ທີ່​ເສີມ​ຄວາມ​ເຊື່ອ​ບໍ່​ຂາດ. ຫຼາຍ​ເທື່ອ​ເຮົາ​ບໍ່​ມີ​ຫຍັງ​ກິນ​ຕອນ​ເຊົ້າ ແຕ່​ການ​ນະມັດສະການ​ຕອນ​ເຊົ້າ​ຢູ່​ເບເທນ​ເປັນ​ຄື​ກັບ​ເຂົ້າ​ເຊົ້າ​ຂອງ​ເຮົາ. ເຮົາ​ທຸກ​ຄົນ​ຮູ້​ວ່າ​ການ​ອ່ານ​ແລະ​ການ​ສຶກສາ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ເພື່ອ​ຈະ​ອົດທົນ​ໄດ້​ໃນ​ແຕ່​ລະ​ມື້.

ເຮົາ​ຮູ້​ວ່າ​ຖ້າ​ອາຫານ​ແລະ​ນ້ຳ​ຢູ່​ໃນ​ເບເທນ​ໝົດ ເຮົາ​ກໍ​ຈຳເປັນ​ຕ້ອງ​ອອກ​ໄປ​ທາງ​ນອກ ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ປົກປ້ອງ​ພີ່ນ້ອງ​ທີ່​ໜີ​ມາ​ລີ້​ຢູ່​ນີ້​ໄດ້​ແລະ​ເຂົາເຈົ້າ​ກໍ​ອາດ​ຈະ​ຖືກ​ຂ້າ. ແຕ່​ຫຼາຍ​ເທື່ອ ພະ​ເຢໂຫວາ​ກໍ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ເວລາ​ທີ່​ເໝາະສົມ​ແລະ​ໃນ​ແບບ​ທີ່​ຄິດ​ບໍ່​ເຖິງ! ພະ​ເຢໂຫວາ​ເບິ່ງແຍງ​ເຮົາ​ສະເໝີ​ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ໃຈ​ທີ່​ສະຫງົບ.

ເຖິງ​ວ່າ​ສະພາບການ​ໃນ​ປະເທດ​ນີ້​ຈະ​ຮ້າຍ​ແຮງ​ຫຼາຍ​ຂຶ້ນ​ເລື້ອຍໆ​ຈົນ​ເບິ່ງ​ຄື​ວ່າ​ບໍ່​ມີ​ຄວາມ​ຫວັງ​ຫຍັງ ແຕ່​ຄວາມ​ຈິງ​ກໍ​ເຮັດ​ໃຫ້​ເຮົາ​ທຸກ​ຄົນ​ມີ​ຄວາມ​ຫວັງ. ພີ່ນ້ອງ​ຕ້ອງ​ໜີ​ເອົາ​ຊີວິດ​ລອດ​ຫຼາຍ​ເທື່ອ ແຕ່​ເຂົາເຈົ້າ​ກໍ​ຍັງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ສະຫງົບໃຈ​ໄດ້​ເຖິງ​ວ່າ​ຈະ​ລຳບາກ​ຫຼາຍ. ພີ່ນ້ອງ​ບາງ​ຄົນ​ເວົ້າ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເຈິ​ໃນ​ໄລຍະ​ສົງຄາມ​ເປັນ “ການ​ຝຶກ​ສຳລັບ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.” ຜູ້​ເບິ່ງແຍງ​ແລະ​ພີ່ນ້ອງ​ຊາຍ​ທີ່​ເປັນ​ໄວລຸ້ນ​ໄດ້​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄົນ​ອື່ນ​ຢ່າງ​ກ້າຫານ. ຕອນ​ທີ່​ອົບພະຍົບ​ໄປ​ຢູ່​ເຂດ​ອື່ນ ພີ່ນ້ອງ​ໄດ້​ຊ່ວຍ​ເຫຼືອ​ກັນ ແລະ​ເຂົາເຈົ້າ​ເລີ່ມ​ປະກາດ​ຢູ່​ເຂດ​ນັ້ນ. ເຂົາເຈົ້າ​ໃຊ້​ທຸກ​ສິ່ງ​ທີ່​ຊອກ​ໄດ້​ເພື່ອ​ສ້າງ​ຫໍປະຊຸມ​ແບບ​ງ່າຍໆ​ຢູ່​ໃນ​ປ່າ​ແລະ​ຈັດການ​ປະຊຸມ​ຢູ່​ຫັ້ນ. ໃນ​ໄລຍະ​ເວລາ​ທີ່​ເປັນ​ຕາ​ຢ້ານ​ແບບ​ນັ້ນ ການ​ປະຊຸມ​ແລະ​ການ​ປະກາດ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ມີ​ຄວາມ​ຫວັງ​ແລະ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ. ຕອນ​ທີ່​ເຮົາ​ແຈກ​ຢາຍ​ອາຫານ ເຄື່ອງນຸ່ງ ແລະ​ສິ່ງ​ອື່ນໆ​ໃຫ້​ພີ່ນ້ອງ​ເຫຼົ່າ​ນັ້ນ ຫຼາຍ​ຄົນ​ຂໍ​ກະເປົາ​ປະກາດ​ແທນ​ທີ່​ຈະ​ຂໍ​ເຄື່ອງນຸ່ງ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ປະທັບໃຈ​ຫຼາຍ​ອີ່ຫຼີ! ຫຼາຍ​ຄົນ​ທີ່​ເຈິ​ເຫດການ​ທີ່​ໂຫດ​ຮ້າຍ​ໃນ​ສົງຄາມ​ຢາກ​ໄດ້​ຍິນ​ຂ່າວ​ດີ. ເຂົາເຈົ້າ​ຮູ້ສຶກ​ແປກໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ຍັງ​ມີ​ຄວາມ​ສຸກ​ແລະ​ຄິດ​ໃນ​ແງ່​ບວກ. ພີ່ນ້ອງ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ໃນ​ຄວາມ​ມືດ. (ມທ. 5:14-16) ຍ້ອນ​ພີ່ນ້ອງ​ປະກາດ​ຢ່າງ​ກະຕືລືລົ້ນ​ຈຶ່ງ​ເຮັດ​ໃຫ້​ທະຫານ​ບາງ​ຄົນ​ທີ່​ໂຫດໆ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ຕອນ​ທີ່​ຕ້ອງ​ໄປ​ຈາກ​ພີ່ນ້ອງ

ພໍລ໌: ໃນ​ໄລຍະ 14 ປີ​ທີ່​ມີ​ຄວາມ​ວຸ່ນວາຍ. ເຮົາ​ຕ້ອງ​ໄດ້​ອອກ​ຈາກ​ລີເບເຣຍ 5 ເທື່ອ. ມີ 3 ເທື່ອ​ທີ່​ເຮົາ​ອອກ​ໄປ​ໄລຍະ​ສັ້ນໆ ແລະ​ມີ 2 ເທື່ອ​ທີ່​ເຮົາ​ຕ້ອງ​ອອກ​ໄປ​ເປັນ​ປີ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ມິດຊັນນາຣີ​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໄດ້​ດີ​ຫຼາຍ​ຕອນ​ທີ່​ເຮົາ​ຕ້ອງ​ອອກ​ຈາກ​ປະເທດ​ນັ້ນ. ລາວ​ເວົ້າ​ວ່າ: “ໂຮງຮຽນ​ກິລຽດ​ໄດ້​ສອນ​ເຮົາ​ໃຫ້​ຮັກ​ພີ່ນ້ອງ​ຢູ່​ເຂດ​ມອບໝາຍ​ສຸດ​ຫົວໃຈ ແລະ​ເຮົາ​ກໍ​ໄດ້​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ຕ້ອງ​ໄປ​ຈາກ​ພີ່ນ້ອງ​ໃນ​ສະພາບການ​ທີ່​ຍາກ​ລຳບາກ​ແບບ​ນີ້ ເຮົາ​ຈຶ່ງ​ຮູ້ສຶກ​ເສຍໃຈ​ຫຼາຍ​ປານ​ຖືກ​ຄວັກ​ຫົວໃຈ​ອອກ​ມາ!” ແຕ່​ເຮົາ​ດີ​ໃຈ​ຫຼາຍ​ທີ່​ຍັງ​ສາມາດ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຢູ່​ລີເບເຣຍ​ແລະ​ສະໜັບສະໜູນ​ວຽກ​ປະກາດ​ຢູ່​ຫັ້ນ​ໄດ້​ຕອນ​ທີ່​ເຮົາ​ຢູ່​ປະເທດ​ທີ່​ຢູ່​ໃກ້​ກັບ​ລີເບເຣຍ.

ມີ​ຄວາມ​ສຸກ​ທີ່​ໄດ້​ກັບ​ໄປ​ລີເບເຣຍ​ອີກ​ໃນ​ປີ 1997

ແອນ: ໃນ​ເດືອນ​ພຶດສະພາ ປີ 1996 ຂ້ອຍ ພໍລ໌ ກັບ​ພີ່ນ້ອງ​ອີກ 2 ຄົນ​ໄດ້​ຂັບ​ລົດ​ຂອງ​ສາຂາ​ໄປ​ບ່ອນ​ທີ່​ປອດໄພ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ເມືອງ​ເຊິ່ງ​ຢູ່​ໄກ 16 ກິໂລແມັດ ແລະ​ໃນ​ລົດ​ກໍ​ມີ​ເອກະສານ​ສຳຄັນ​ກ່ຽວກັບ​ວຽກ​ທີ່​ຢູ່​ລີເບເຣຍ​ບັກ​ຫຼາຍໆ. ເມື່ອ​ຂັບ​ລົດ​ອອກ​ໄປ​ໄດ້​ບໍ່​ດົນ​ກໍ​ມີ​ການ​ຍິງ​ກັນ. ພວກ​ທະຫານ​ຂອງ​ຝ່າຍ​ກະບົດ​ໄດ້​ຍິງ​ປືນ​ຂຶ້ນ​ຟ້າ​ເພື່ອ​ໃຫ້​ເຮົາ​ຈອດ​ລົດ ແລ້ວ​ເຂົາເຈົ້າ​ກໍ​ດຶງ​ເຮົາ 3 ຄົນ​ລົງ​ລົດ ແລະ​ຂັບ​ລົດ​ເຮົາ​ອອກ​ໄປ ແຕ່​ພໍລ໌​ຍັງ​ຢູ່​ໃນ​ລົດ​ຄັນ​ນັ້ນ. ຕອນ​ນັ້ນ​ເຮົາ​ພາກັນ​ຕົກໃຈ​ຫຼາຍ ທັນໃດ​ນັ້ນ​ກໍ​ເຫັນ​ພໍລ໌​ຍ່າງ​ຜ່າ​ຄົນ​ບັກ​ຫຼາຍໆ​ມາ​ຫາ​ເຮົາ​ແລະ​ມີ​ເລືອດ​ຍ້ອຍ​ຢູ່​ໜ້າ​ຜາກ. ທຳອິດ​ເຮົາ​ຄິດ​ວ່າ​ລາວ​ຖືກ​ຍິງ​ຢູ່​ຫົວ ແຕ່​ກໍ​ຄິດ​ໄດ້​ວ່າ​ຖ້າ​ລາວ​ຖືກ​ຍິງ​ຢູ່​ຫົວ ລາວ​ຄື​ຊິ​ມາ​ຫາ​ເຮົາ​ບໍ່​ໄດ້​ດອກ! ທີ່ຈິງ​ແລ້ວ ທະຫານ​ຜູ້​ໜຶ່ງ​ໄດ້​ຕີ​ລາວ​ເພື່ອ​ຈະ​ໃຫ້​ລາວ​ອອກ​ຈາກ​ລົດ. ເຮົາ​ດີ​ໃຈ​ທີ່​ລາວ​ບາດເຈັບ​ແຕ່​ໜ້ອຍ​ດຽວ.

ຢູ່​ໃກ້ໆ​ແຖວ​ນັ້ນ ເຮົາ​ເຫັນ​ລົດ​ບັນທຸກ​ຄັນ​ໜຶ່ງ​ທີ່​ເປັນ​ຂອງ​ທະຫານ​ຝ່າຍ​ລັດຖະບານ​ແລະ​ມີ​ປະຊາຊົນ​ນັ່ງ​ຢູ່​ເຕັມ​ລົດ​ດ້ວຍ​ສີ​ໜ້າທີ່​ຢ້ານ​ຫຼາຍ. ເຮົາ​ຕັດສິນໃຈ​ຂຶ້ນ​ລົດ​ຄັນ​ນັ້ນ. ແຕ່​ຍ້ອນ​ລົດ​ເຕັມ​ເອົາ​ແທ້​ເອົາ​ວ່າ ເຮົາ​ຈຶ່ງ​ຕ້ອງ​ຈ່ອງ​ຢູ່​ທາງ​ນອກ​ລົດ​ແລະ​ເກືອບ​ຊິ​ບໍ່​ມີ​ບ່ອນ​ໃຫ້​ຈ່ອງ​ຊ້ຳ. ທະຫານ​ຂັບ​ລົດ​ອອກ​ໄປ​ບັກ​ໄວໆ​ຈົນ​ເຮົາ​ເກືອບ​ຕົກ​ລົດ. ເຮົາ​ຮ້ອງ​ບອກ​ໃຫ້​ລາວ​ຈອດ ແຕ່​ລາວ​ກໍ​ຢ້ານ​ທີ່​ຈະ​ເຮັດ​ແບບ​ນັ້ນ. ເຮົາ​ຈຶ່ງ​ພະຍາຍາມ​ສຸດ​ຂີດ​ທີ່​ຈະ​ຈ່ອງ​ລົດ​ໄວ້​ແໜ້ນໆ​ເພື່ອ​ບໍ່​ໃຫ້​ຕົກ. ເມື່ອ​ຮອດ​ຈຸດ​ໝາຍ​ປາຍ​ທາງ ເຮົາ​ກໍ​ໝົດ​ແຮງ​ຍ້ອນ​ຕ້ອງ​ຈ່ອງ​ລົດ​ໄວ້​ຕະຫຼອດ. ເຮົາ​ຢ້ານ​ຫຼາຍ​ຈົນ​ໂຕ​ສັ່ນ.

ພໍລ໌: ເມື່ອ​ເບິ່ງ​ໜ້າ​ກັນ ເຮົາ​ກໍ​ເຫັນ​ວ່າ​ສະພາບ​ແຕ່​ລະ​ຄົນ​ເປື້ອນ​ຂະໜາດ​ແລະ​ເຄື່ອງນຸ່ງ​ກໍ​ຂາດ ແລະ​ບໍ່​ຢາກ​ເຊື່ອ​ວ່າ​ໂຕເອງ​ລອດ​ມາ​ໄດ້​ຈັ່ງ​ໃດ. ເຮົາ​ນອນ​ຢູ່​ທົ່ງ​ຫຍ້າ​ໃກ້​ກັບ​ຍົນ​ເຮລີຄົບເຕີ້​ລຳ​ໜຶ່ງ​ທີ່​ເກົ່າໆ​ແລະ​ເຕັມ​ແຕ່​ຮອຍ​ລູກ​ປືນ. ຍົນ​ລຳ​ນີ້​ແຫຼະ​ທີ່​ຈະ​ພາ​ເຮົາ​ໄປ​ເຊຍຣາລີໂອນ​ມື້​ອື່ນ. ເມື່ອ​ໄປ​ຮອດ​ເຊຍຣາລີໂອນ​ແລ້ວ ເຮົາ​ກໍ​ດີ​ໃຈ​ຫຼາຍ​ທີ່​ລອດ​ຊີວິດ​ມາ​ໄດ້ ແຕ່​ກໍ​ເປັນ​ຫ່ວງ​ພີ່ນ້ອງ​ຢູ່​ລີເບເຣຍ​ຫຼາຍ​ແທ້ໆ.

ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ເພື່ອ​ຈະ​ອົດທົນ​ກັບ​ບັນຫາ​ແນວ​ອື່ນ

ແອນ: ເມື່ອ​ໄປ​ຮອດ​ເບເທນ​ຢູ່​ເມືອງ​ຟຣີທາວ ປະເທດ​ເຊຍຣາລີໂອນ ເຮົາ​ຮູ້ສຶກ​ປອດໄພ​ແລະ​ພີ່ນ້ອງ​ກໍ​ເບິ່ງແຍງ​ເຮົາ​ຢ່າງ​ດີ. ແຕ່​ບໍ່​ດົນ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ໂຕເອງ​ມີ​ບາງ​ຢ່າງ​ຜິດ​ປົກກະຕິ. ຢູ່​ດີໆ​ຂ້ອຍ​ກໍ​ເຫັນ​ພາບ​ຄວາມ​ໂຫດ​ຮ້າຍ​ທີ່​ເກີດຂຶ້ນ​ຢູ່​ລີເບເຣຍ​ໃນ​ຫົວ​ຂ້ອຍ. ທຸກ​ມື້​ຕອນ​ກາງເວັນ ເປັນ​ໄລຍະໆ​ຂ້ອຍ​ມັກ​ຕົກໃຈ​ແລະ​ລະ​ແວງ​ຢູ່​ຕະຫຼອດ​ວ່າ​ສິ່ງ​ທີ່​ບໍ່​ດີ​ຈະ​ເກີດຂຶ້ນ ແລະ​ຂ້ອຍ​ເຫັນ​ສິ່ງ​ທີ່​ຢູ່​ອ້ອມ​ໂຕ​ມົວ​ໝົດ​ເລີຍ​ແລະ​ເປັນ​ຄື​ກັບ​ຝັນ. ຕອນ​ກາງຄືນ ຂ້ອຍ​ຈະ​ສະດຸ້ງ​ຕື່ນ​ຕະຫຼອດ​ແລະ​ຢ້ານ​ຈົນ​ເຫື່ອ​ອອກ​ເຕັມ​ໂຕ ແລະ​ຂ້ອຍ​ກໍ​ຮູ້ສຶກ​ຫາຍໃຈ​ຝືດ. ພໍລ໌​ກອດ​ຂ້ອຍ​ໄວ້​ແລະ​ອະທິດຖານ​ກັບ​ຂ້ອຍ. ເຮົາ​ຮ້ອງ​ເພງ​ລາຊະອານາຈັກ​ນຳ​ກັນ​ຈົນ​ຂ້ອຍ​ເຊົາ​ໂຕ​ສັ່ນ. ຂ້ອຍ​ຮູ້ສຶກ​ຄື​ຊິ​ເປັນ​ບ້າ​ແລະ​ຄິດ​ວ່າ​ຄື​ຊິ​ຮັບໃຊ້​ເປັນ​ມິດຊັນນາຣີ​ຕໍ່​ໄປ​ບໍ່​ໄດ້​ແລ້ວ.

ແຕ່​ຂ້ອຍ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຈາກ​ນັ້ນ. ໃນ​ອາທິດ​ຕໍ່​ມາ​ເຮົາ​ໄດ້​ຮັບ​ປຶ້ມ 2 ຫົວ. ຫົວ​ທຳອິດ​ແມ່ນ​ປຶ້ມ​ຕື່ນເຖີດ! ສະບັບ​ວັນ​ທີ 8 ມິຖຸນາ 1996. ໃນ​ສະບັບ​ນັ້ນ​ມີ​ບົດ​ຄວາມ​ທີ່​ຊື່​ວ່າ: “ການ​ຮັບມື​ກັບ​ໂລກ​ແພນິກ.” b ຕອນນີ້​ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຢ້ານ​ຈົນ​ໂຕ​ສັ່ນ​ຂະໜາດ​ນີ້. ປຶ້ມ​ຫົວ​ທີ 2 ແມ່ນ​ຫໍສັງເກດການ​ສະບັບ​ວັນ​ທີ 15 ພຶດສະພາ 1996 ເຊິ່ງ​ມີ​ບົດ​ຄວາມ​ທີ່​ຊື່​ວ່າ: “ພວກ​ເຂົາ​ໄດ້​ກຳລັງ​ເຂັ້ມແຂງ​ມາ​ຈາກ​ໃສ? c ບົດ​ຄວາມ​ນັ້ນ​ມີ​ຮູບ​ແມງ​ກະເບື້ອ​ທີ່​ປີກ​ຫັກ​ແລະ​ອະທິບາຍ​ວ່າ ເຖິງ​ວ່າ​ແມງ​ກະເບື້ອ​ຈະ​ປີກ​ຫັກ ແຕ່​ມັນ​ກໍ​ຍັງ​ສາມາດ​ຊອກ​ຫາ​ອາຫານ​ແລະ​ບິນ​ຕໍ່​ໄປ​ໄດ້. ຄ້າຍຄື​ກັນ ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ອ່ອນແອ​ຍ້ອນ​ເຄີຍ​ເຈິ​ສິ່ງ​ທີ່​ໂຫດ​ຮ້າຍ​ໃນ​ຊີວິດ ແຕ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຊ່ວຍ​ຄົນ​ອື່ນ​ຕໍ່ໆ​ໄປ​ໄດ້. ໂດຍ​ທາງ​ບົດ​ຄວາມ​ເຫຼົ່າ​ນີ້ ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ເຂັ້ມແຂງ​ໃນ​ເວລາ​ທີ່​ເໝາະ​ແທ້ໆ. (ມທ. 24:45) ຂ້ອຍ​ໄດ້​ຊອກ​ຫາ​ບົດ​ຄວາມ​ທີ່​ເວົ້າ​ເຖິງ​ເລື່ອງ​ນີ້​ແລະ​ລວບລວມ​ໄວ້​ໃນ​ແຟ້ມ. ບົດ​ຄວາມ​ເຫຼົ່າ​ນີ້​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ອີ່ຫຼີ. ເມື່ອ​ເວລາ​ຜ່ານ​ໄປ ອາການ​ຂອງ​ຂ້ອຍ​ກໍ​ຄ່ອຍໆ​ດີ​ຂຶ້ນ.

ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ເມື່ອ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່

ພໍລ໌: ຫຼັງ​ຈາກ​ທີ່​ຕ້ອງ​ອອກ​ຈາກ​ລີເບເຣຍ​ຫຼາຍ​ປີ ເຮົາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ກັບ​ໄປ. ໃນ​ທ້າຍ​ປີ 2004 ເກືອບ​ຮອດ 20 ປີ​ທີ່​ເຮົາ​ໄດ້​ເຮັດ​ວຽກ​ຮັບໃຊ້​ຕາມ​ທີ່​ຖືກ​ມອບໝາຍ. ຕອນ​ນັ້ນ​ຢູ່​ລີເບເຣຍ​ບໍ່​ມີ​ສົງຄາມ​ແລ້ວ ແລະ​ເຮົາ​ກໍ​ມີ​ແຜນທີ່​ຈະ​ສ້າງ​ສຳນັກງານ​ສາຂາ. ແຕ່​ຢູ່​ດີໆ​ເຮົາ​ກໍ​ຖືກ​ຂໍ​ໃຫ້​ໄປ​ເຮັດ​ວຽກ​ມອບໝາຍ​ໃໝ່.

ນີ້​ເປັນ​ການ​ທົດສອບ​ທີ່​ໃຫຍ່​ຫຼາຍ​ສຳລັບ​ເຮົາ. ເຮົາ​ສະໜິດ​ກັບ​ພີ່ນ້ອງ​ຢູ່​ລີເບເຣຍ​ຫຼາຍ​ແລະ​ເຂົາເຈົ້າ​ກໍ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຮົາ ເຮົາ​ຈຶ່ງ​ບໍ່​ຢາກ​ໄປ​ຈາກ​ເຂົາເຈົ້າ. ແຕ່​ເຮົາ​ໄດ້​ເຫັນ​ມາ​ແລ້ວ​ວ່າ​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ໃຫ້​ຮັບມື​ໄດ້​ຕອນ​ທີ່​ຕ້ອງ​ຈາກ​ຄອບຄົວ​ຂອງ​ໂຕເອງ​ເພື່ອ​ໄປ​ໂຮງຮຽນ​ກິລຽດ ເຮົາ​ກໍ​ເລີຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ອີກ. ສະນັ້ນ ເຮົາ​ຈຶ່ງ​ກ້າ​ຮັບ​ເອົາ​ວຽກ​ມອບໝາຍ​ໃໝ່​ແລະ​ຖືກ​ສົ່ງ​ໄປ​ປະເທດ​ການາ.

ແອນ: ເຮົາ​ໄຫ້​ແທ້​ໄຫ້​ວ່າ​ຕອນ​ທີ່​ອອກ​ຈາກ​ລີເບເຣຍ. ເຮົາ​ແປກໃຈ​ທີ່​ພີ່ນ້ອງ​ແຟ໋ງ​ເຊິ່ງ​ເປັນ​ຜູ້​ເບິ່ງແຍງ​ທີ່​ເຖົ້າ​ແລ້ວ​ແລະ​ສະຫຼາດ​ໄດ້​ບອກ​ເຮົາ​ວ່າ: “ພວກ​ເຈົ້າ​ຕ້ອງ​ລືມ​ພວກ​ເຮົາ​ເດີ້!” ລາວ​ເວົ້າ​ອີກ​ວ່າ: “ເຮົາ​ຮູ້​ວ່າ​ພວກ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ພວກ​ເຮົາ​ດອກ ແຕ່​ພວກ​ເຈົ້າ​ຕ້ອງ​ທຸ່ມເທ​ກັບ​ວຽກ​ມອບໝາຍ​ໃໝ່​ສຸດ​ຫົວໃຈ​ຍ້ອນ​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ເຈົ້າ​ເຮັດ​ວຽກ​ນີ້. ໃຫ້​ພວກ​ເຈົ້າ​ຮັກ​ພີ່ນ້ອງ​ຢູ່​ຫັ້ນ​ແລະ​ເບິ່ງແຍງ​ເຂົາເຈົ້າ​ດີໆ​ເດີ້.” ຄຳເວົ້າ​ນີ້​ຊ່ວຍ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ມີ​ໝູ່​ໃໝ່​ໃນ​ປະເທດ​ທີ່​ມີ​ຄົນ​ຮູ້​ຈັກ​ເຮົາ​ພຽງ​ແຕ່​ໜ້ອຍ​ດຽວ​ແລະ​ທຸກ​ຢ່າງ​ກໍ​ເປັນ​ເລື່ອງ​ໃໝ່​ສຳລັບ​ເຮົາ.

ພໍລ໌: ເມື່ອ​ໄປ​ຮອດ​ການາ​ໄດ້​ບໍ່​ດົນ ເຮົາ​ກໍ​ຮັກ​ພີ່ນ້ອງ​ຫຼາຍ. ຢູ່​ຫັ້ນ​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ແທ້ໆ! ເຮົາ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ໝູ່​ໃໝ່​ຂອງ​ເຮົາ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ. ຫຼັງ​ຈາກ​ຮັບໃຊ້​ຢູ່​ການາ​ໄດ້ 13 ປີ ສິ່ງ​ທີ່​ເຮົາ​ບໍ່​ຄາດ​ຄິດ​ກໍ​ເກີດຂຶ້ນ​ອີກ. ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ເຄນຍາ​ໃນ​ອາຟຣິກາ​ຕາເວັນ​ອອກ. ເຖິງ​ວ່າ​ເຮົາ​ຈະ​ຄິດ​ຮອດ​ພີ່ນ້ອງ​ຢູ່​ການາ​ຫຼາຍ ແຕ່​ເມື່ອ​ໄປ​ຮອດ​ເຄນຍາ​ໄດ້​ບໍ່​ດົນ ເຮົາ​ກໍ​ຮູ້ສຶກ​ຮັກ​ພີ່ນ້ອງ​ທີ່​ສັດຊື່​ຢູ່​ຫັ້ນ​ນຳ. ຕອນນີ້​ເຮົາ​ກໍ​ຍັງ​ຮັບໃຊ້​ຢູ່​ໃນ​ເຂດ​ນີ້​ທີ່​ມີ​ວຽກ​ປະກາດ​ໃຫ້​ເຮັດ​ຫຼາຍ​ແທ້ໆ​ຄື​ກັບ​ຢູ່​ລີເບເຣຍ​ແລະ​ການາ.

ກັບ​ໝູ່​ໃໝ່​ໃນ​ເຂດ​ຂອງ​ສຳນັກງານ​ສາຂາ​ອາຟຣິກາ​ຕາເວັນ​ອອກ​ໃນ​ປີ 2023

ເບິ່ງ​ຄືນ​ຫຼັງ

ແອນ: ຕະຫຼອດ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ ຂ້ອຍ​ເຈິ​ກັບ​ປະສົບການ​ທີ່​ຍາກ​ລຳບາກ​ຫຼາຍ​ຢ່າງ​ແລະ​ບາງ​ເທື່ອ​ກໍ​ຢ້ານ​ຫຼາຍ​ຄື​ກັນ. ສະພາບການ​ທີ່​ອັນຕະລາຍ​ຫຼື​ສະພາບການ​ທີ່​ເຄັ່ງ​ຕຶງ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ຮ່າງກາຍ​ແລະ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ເຮົາ​ບໍ່​ສາມາດ​ຄາດໝາຍ​ໃຫ້​ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ເຮົາ. ຕອນ​ໃດ​ກໍ​ຕາມ​ທີ່​ໄດ້​ຍິນ​ສຽງ​ປືນ ຂ້ອຍ​ກໍ​ຈະ​ຮູ້ສຶກ​ປຸ້ນ​ທ້ອງ​ແລະ​ມື​ຊາ. ແຕ່​ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ເພິ່ງ​ການ​ຈັດ​ກຽມ​ທຸກ​ຢ່າງ​ຈາກ​ພະ​ເຢໂຫວາ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເຂັ້ມແຂງ ລວມ​ທັງ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ນຳ. ຂ້ອຍ​ຍັງ​ໄດ້​ເຫັນ​ວ່າ​ການ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ເປັນ​ປະຈຳ​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຕໍ່ໆ​ໄປ​ໄດ້.

ພໍລ໌: ພີ່ນ້ອງ​ບາງ​ຄົນ​ຖາມ​ວ່າ: “ເຈົ້າ​ຮັກ​ວຽກ​ມອບໝາຍ​ຂອງ​ເຈົ້າ​ບໍ?” ສຳລັບ​ຂ້ອຍ ປະເທດ​ຕ່າງໆ​ອາດ​ຈະ​ງາມ ແຕ່​ກໍ​ອາດ​ເກີດ​ຄວາມ​ບໍ່​ໝັ້ນຄົງ​ແລະ​ອັນຕະລາຍ. ດັ່ງນັ້ນ ສິ່ງ​ທີ່​ເຮົາ​ຮັກ​ຫຼາຍ​ກວ່າ​ປະເທດ​ແມ່ນ​ພີ່ນ້ອງ​ທີ່​ມີ​ຄ່າ​ຂອງ​ເຮົາ. ເຂົາເຈົ້າ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຮົາ​ແທ້ໆ. ເຖິງ​ວ່າ​ເຮົາ​ຈະ​ມາ​ຈາກ​ພູມ​ຫຼັງ​ທີ່​ແຕກຕ່າງ​ກັນ ແຕ່​ເຮົາ​ກໍ​ມີ​ຄວາມ​ຄິດ​ແບບ​ດຽວ​ກັນ. ເຮົາ​ເຄີຍ​ຄິດ​ວ່າ​ເຮົາ​ຖືກ​ສົ່ງ​ໄປ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ ແຕ່​ຄວາມ​ຈິງ​ແລ້ວ​ພີ່ນ້ອງ​ພັດ​ເປັນ​ຝ່າຍ​ໃຫ້​ກຳລັງ​ໃຈ​ເຮົາ.

ທຸກ​ເທື່ອ​ທີ່​ເຮົາ​ປ່ຽນ​ວຽກ​ມອບໝາຍ ເຮົາ​ກໍ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ພະ​ເຢໂຫວາ​ເຮັດ​ໃນ​ປັດຈຸບັນ​ເຊິ່ງ​ກໍ​ຄື​ພີ່ນ້ອງ​ທີ່​ຮັກ​ກັນ​ຢູ່​ທົ່ວ​ໂລກ. ຕາບ​ໃດ​ທີ່​ເຮົາ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ ເຮົາ​ກໍ​ຈະ​ມີ​ຄອບຄົວ​ແລະ​ມີ​ບ້ານ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປອດໄພ. ເຮົາ​ໝັ້ນໃຈ​ວ່າ​ຖ້າ​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ ເພິ່ນ​ກໍ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ອົດທົນ​ໄດ້​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ.—ຟລປ. 4:13

a ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ຈອນ ຈາຣຸກ​ໃນ​ບົດ​ຄວາມ​ຊື່ “ຂ້ອຍ​ຂອບໃຈ​ພະເຈົ້າ​ແລະ​ພະຄລິດ” ໃນ​ຫໍສັງເກດການ 15 ມີນາ 1973. (ພາສາ​ອັງກິດ)

b ພາສາ​ໄທ

c ພາສາ​ໄທ