ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 46

ເພງ​ທີ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ?

ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ?

“ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”ກຈກ. 20:35

ຈຸດ​ສຳຄັນ

ກະຕຸ້ນ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ໃຫ້​ພະຍາຍາມ​ມີ​ຄຸນສົມບັດ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.

1. ອັກຄະສາວົກ​ໂປໂລ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

 ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ປະຊາຄົມ. ອັກຄະສາວົກ​ໂປໂລ​ເຫັນຄ່າ​ພີ່ນ້ອງ​ຊາຍ​ທີ່​ສັດຊື່​ເຫຼົ່າ​ນີ້​ແທ້ໆ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ຟີລິບປອຍ. ລາວ​ຂຽນ​ຄຳ​ທັກທາຍ​ເປັນ​ພິເສດ​ເຖິງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ຜູ້​ເບິ່ງແຍງ.—ຟລປ. 1:1

2. ພີ່ນ້ອງ​ລູອິດສ໌​ຮູ້ສຶກ​ແນວ​ໃດ​ກັບ​ການ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

2 ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ ບໍ່​ວ່າ​ຈະ​ອາຍຸ​ໜ້ອຍ​ຫຼື​ອາຍຸ​ຫຼາຍ​ກໍ​ມີ​ຄວາມ​ສຸກ​ກັບ​ການ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ເດເວນ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕອນ​ອາຍຸ 18 ປີ. ສ່ວນ​ພີ່ນ້ອງ​ລູອິດສ໌​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕອນ​ອາຍຸ 50 ປາຍ​ປີ. ລາວ​ເວົ້າ​ແທນ​ຄວາມ​ຮູ້ສຶກ​ຂອງ​ຫຼາຍ​ຄົນ​ທີ່​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ແທ້ໆ​ທີ່​ໄດ້​ເຮັດ​ວຽກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ພີ່ນ້ອງ​ໃນ​ປະຊາຄົມ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ​ຫຼາຍ ແລະ​ຕອນນີ້​ຂ້ອຍ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ​ໂດຍ​ຮັບໃຊ້​ເຂົາເຈົ້າ.”

3. ເຮົາ​ຈະ​ຕອບ​ຄຳ​ຖາມ​ຫຍັງ​ໃນ​ບົດ​ນີ້?

3 ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ແລະ​ຍັງ​ບໍ່​ທັນ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເທື່ອ ເຈົ້າ​ຈະ​ຕັ້ງ​ເປົ້າໝາຍ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໄດ້​ບໍ? ສິ່ງ​ໃດ​ຄວນ​ກະຕຸ້ນ​ເຈົ້າ​ໃຫ້​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້? ເຈົ້າ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່​ຕາມ​ຫຼັກການ​ໃນ​ພະຄຳພີ? ໃນ​ບົດ​ນີ້​ຈະ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້. ແຕ່​ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ມີ​ໜ້າທີ່​ຫຍັງ​ແດ່.

ຜູ້​ຊ່ວຍ​ວຽກ​ຮັບໃຊ້​ມີ​ໜ້າທີ່​ຫຍັງ​ແດ່?

4. ຜູ້​ຊ່ວຍ​ວຽກ​ຮັບໃຊ້​ມີ​ໜ້າທີ່​ຫຍັງ​ແດ່? (ເບິ່ງ​ຮູບ​ນຳ)

4 ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແມ່ນ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ທີ່​ຖືກ​ແຕ່ງຕັ້ງ​ດ້ວຍ​ພະລັງ​ບໍລິສຸດ. ເຂົາເຈົ້າ​ມີ​ໜ້າທີ່​ຊ່ວຍ​ຜູ້​ເບິ່ງແຍງ​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ປະຊາຄົມ ເຊັ່ນ: ບາງ​ຄົນ​ຊ່ວຍ​ຈັດ​ເຂດ​ປະກາດ​ໃຫ້​ພີ່ນ້ອງ​ແລະ​ຈັດ​ກຽມ​ປຶ້ມ​ໃຫ້​ພຽງ​ພໍ​ເພື່ອ​ພີ່ນ້ອງ​ຈະ​ໃຊ້​ໃນ​ການ​ປະກາດ. ບາງ​ຄົນ​ຊ່ວຍ​ອະນາໄມ​ແລະ​ເບິ່ງແຍງ​ຮັກສາ​ຫໍປະຊຸມ. ສ່ວນ​ບາງ​ຄົນ​ກໍ​ເຮັດ​ໜ້າທີ່​ຕ້ອນຮັບ ຄຸມ​ເຄື່ອງ​ສຽງ​ແລະ​ເປີດ​ວິດີໂອ​ໃນ​ການ​ປະຊຸມ. ທັງໝົດ​ນີ້​ແມ່ນ​ວຽກ​ທົ່ວໄປ​ທີ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕ້ອງ​ເຮັດ. ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ເຂົາເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ເພິ່ນ ແລະ​ຮັກ​ພີ່ນ້ອງ​ຫຼາຍ. (ມທ. 22:37-39) ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຮຽນ​ແບບ​ພະ​ເຢຊູ​ໂດຍ​ເຕັມໃຈ​ຮັບໃຊ້​ຄົນ​ອື່ນ (ເບິ່ງ​ຂໍ້ 4)


5. ພີ່ນ້ອງ​ຊາຍ​ທີ່​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕ້ອງ​ເຮັດ​ຫຍັງ​ແດ່?

5 ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພີ່ນ້ອງ​ຊາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່. (1ຕມ. 3:8-10, 12, 13) ຖ້າ​ເຈົ້າ​ຢາກ​ໄດ້​ຮັບ​ສິດທິ​ພິເສດ​ນີ້ ເຈົ້າ​ຕ້ອງ​ສຶກສາ​ຄົ້ນຄວ້າ​ກ່ຽວກັບ​ຄຸນສົມບັດ​ເຫຼົ່າ​ນີ້​ແລະ​ພະຍາຍາມ​ເຮັດ​ຕາມ​ນັ້ນ​ໃຫ້​ໄດ້. ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ຕ້ອງ​ຮູ້​ກ່ອນ​ວ່າ​ສິ່ງ​ໃດ​ກະຕຸ້ນ​ເຈົ້າ​ໃຫ້​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.

ສິ່ງ​ໃດ​ຄວນ​ກະຕຸ້ນ​ເຈົ້າ​ໃຫ້​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

6. ສິ່ງ​ໃດ​ຄວນ​ກະຕຸ້ນ​ເຈົ້າ​ໃຫ້​ຢາກ​ຮັບໃຊ້​ພີ່ນ້ອງ? (ມັດທາຍ 20:28; ເບິ່ງ​ຮູບ​ໜ້າ​ປົກ​ນຳ)

6 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃຫ້​ເຮົາ. ເພິ່ນ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮັກ ເພິ່ນ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ. ຄວາມ​ຮັກ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ວຽກ​ໜັກ​ແລະ​ເຮັດ​ວຽກ​ທີ່​ຕ່ຳຕ້ອຍ​ເພື່ອ​ຄົນ​ອື່ນ. (ອ່ານ​ມັດທາຍ 20:28; ຢຮ. 13:5, 14, 15) ຖ້າ​ສິ່ງ​ທີ່​ເຈົ້າ​ເຮັດ​ຖືກ​ກະຕຸ້ນ​ຈາກ​ຄວາມ​ຮັກ ພະ​ເຢໂຫວາ​ກໍ​ຈະ​ອວຍພອນ​ເຈົ້າ​ແລະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຕາມ​ທີ່​ຕັ້ງ​ເປົ້າໝາຍ​ໄວ້.—1ກຣ. 16:14; 1ປຕ. 5:5

ພະ​ເຢຊູ​ສອນ​ພວກ​ອັກຄະສາວົກ​ໂດຍ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ວ່າ​ເຂົາເຈົ້າ​ຕ້ອງ​ຮັບໃຊ້​ຄົນ​ອື່ນ​ດ້ວຍ​ຄວາມ​ຖ່ອມ​ໂຕ ແທນ​ທີ່​ຈະ​ຢາກ​ໄດ້​ຕຳແໜ່ງ​ທີ່​ສຳຄັນ (ເບິ່ງ​ຂໍ້ 6)


7. ເປັນ​ຫຍັງ​ພີ່ນ້ອງ​ຊາຍ​ບໍ່​ຄວນ​ເປັນ​ຄົນ​ທີ່​ເຫັນ​ແກ່​ໂຕ​ແລະ​ທະເຍີທະຍານ?

7 ຄົນ​ໃນ​ໂລກ​ນີ້​ມັກ​ຍົກຍ້ອງ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ໂຕເອງ​ເບິ່ງ​ເປັນ​ຄົນ​ທີ່​ສຳຄັນ. ແຕ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ. ພີ່ນ້ອງ​ຊາຍ​ທີ່​ຮັກ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢຊູ​ຮັກ ລາວ​ຈະ​ບໍ່​ເປັນ​ຄົນ​ທີ່​ຢາກ​ໄດ້​ອຳນາດ ບໍ່​ຢາກ​ເປັນ​ຄົນ​ສຳຄັນ ຫຼື​ບໍ່​ຢາກ​ມີ​ຕຳແໜ່ງ​ສູງ. ຖ້າ​ຄົນ​ທີ່​ທະເຍີທະຍານ​ຖືກ​ແຕ່ງຕັ້ງ​ໃຫ້​ເຮັດ​ວຽກ​ທີ່​ສຳຄັນ​ໃນ​ປະຊາຄົມ ລາວ​ຄື​ຊິ​ບໍ່​ຍອມ​ເຮັດ​ວຽກ​ທີ່​ຕ່ຳຕ້ອຍ​ຫຼື​ວຽກ​ອື່ນໆ​ທີ່​ຈຳເປັນ​ເພື່ອ​ຈະ​ເບິ່ງແຍງ​ແກະ​ທີ່​ມີ​ຄ່າ​ຂອງ​ພະ​ເຢໂຫວາ. ລາວ​ອາດ​ຄິດ​ວ່າ​ໂຕເອງ​ສຳຄັນ​ຫຼາຍ​ຈົນ​ບໍ່​ຢາກ​ເຮັດ​ວຽກ​ເຫຼົ່າ​ນັ້ນ. (ຢຮ. 10:12) ພະ​ເຢໂຫວາ​ຈະ​ບໍ່​ອວຍພອນ​ຄົນ​ທີ່​ເຮັດ​ວຽກ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ເຫັນ​ແກ່​ໂຕ ທະເຍີທະຍານ ແລະ​ຍິ່ງ ເຖິງ​ວ່າ​ລາວ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ.—1ກຣ. 10:24, 33; 13:4, 5

8. ພະ​ເຢຊູ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ອັກຄະສາວົກ​ຂອງ​ເພິ່ນ?

8 ບາງ​ເທື່ອ​ແມ່ນ​ແຕ່​ໝູ່​ທີ່​ສະໜິດ​ທີ່​ສຸດ​ຂອງ​ພະ​ເຢຊູ​ກໍ​ຍັງ​ຢາກ​ໄດ້​ສິດທິ​ພິເສດ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ບໍ່​ຖືກຕ້ອງ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ອັກຄະສາວົກ​ຢາໂກໂບ​ແລະ​ໂຢຮັນ​ໄດ້​ເຮັດ. ເຂົາເຈົ້າ​ມາ​ຂໍ​ຕຳແໜ່ງ​ທີ່​ສຳຄັນ​ໃນ​ການ​ປົກຄອງ​ຂອງ​ພະ​ເຢຊູ. ເພິ່ນ​ບໍ່​ໄດ້​ຍ້ອງ​ເຂົາເຈົ້າ​ທີ່​ມາ​ຂໍ​ແບບ​ນັ້ນ ແຕ່​ເພິ່ນ​ໄດ້​ອະທິບາຍ​ໃຫ້​ອັກຄະສາວົກ​ທັງ​ສິບ​ສອງ​ຄົນ​ຟັງ​ວ່າ: “ຜູ້​ໃດ​ຢາກ​ເປັນ​ໃຫຍ່​ກໍ​ຕ້ອງ​ຮັບໃຊ້​ຄົນ​ອື່ນ ແລະ​ຜູ້​ໃດ​ຢາກ​ເປັນ​ຄົນ​ສຳຄັນ​ທີ່​ສຸດ​ກໍ​ຕ້ອງ​ເປັນ​ທາດ​ຮັບໃຊ້​ຄົນ​ອື່ນ.” (ມຣກ. 10:35-37, 43, 44) ດັ່ງນັ້ນ ຖ້າ​ພີ່ນ້ອງ​ຊາຍ​ມີ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ​ເຊິ່ງ​ກໍ​ຄື​ຢາກ​ຮັບໃຊ້​ຄົນ​ອື່ນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ປະຊາຄົມ​ໄດ້​ຫຼາຍ​ແທ້ໆ.—1ທຊ. 2:8

ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ຮັບໃຊ້​ພີ່ນ້ອງ?

9. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ຮັບໃຊ້​ພີ່ນ້ອງ?

9 ແນ່ນອນ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ຮັບໃຊ້​ຄົນ​ອື່ນ ແຕ່​ເຈົ້າ​ອາດ​ຈະ​ບໍ່​ຢາກ​ເຮັດ​ວຽກ​ທີ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຮັດ. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ເຮັດ​ວຽກ​ນີ້? ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ເຮັດ​ວຽກ​ຮັບໃຊ້​ພີ່ນ້ອງ. ພະ​ເຢຊູ​ບອກ​ວ່າ: “ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.” (ກຈກ. 20:35) ພະ​ເຢຊູ​ໃຊ້​ຊີວິດ​ຕາມ​ຫຼັກການ​ນີ້ ແລະ​ເພິ່ນ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ. ຖ້າ​ເຈົ້າ​ເຮັດ​ແບບ​ເພິ່ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ.

10. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ? (ມາຣະໂກ 6:31-34)

10 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ. (ອ່ານ​ມາຣະໂກ 6:31-34) ມີ​ເທື່ອ​ໜຶ່ງ ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ເມື່ອຍ​ຫຼາຍ ແລະ​ເຂົາເຈົ້າ​ກຳລັງ​ເດີນທາງ​ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ​ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ. ແຕ່​ມີ​ຄົນ​ບັກ​ຫຼາຍໆ​ໄປ​ຖ້າ​ຢູ່​ຫັ້ນ​ກ່ອນ​ຍ້ອນ​ເຂົາເຈົ້າ​ຢາກ​ຟັງ​ພະ​ເຢຊູ​ສອນ. ເພິ່ນ​ຈະ​ປະຕິເສດ​ເຂົາເຈົ້າ​ກໍ​ໄດ້​ຍ້ອນ​ເພິ່ນ​ກັບ​ພວກ​ອັກຄະສາວົກ “ຮອດ​ບໍ່​ມີ​ເວລາ​ຈະ​ກິນ​ເຂົ້າ.” ຫຼື​ເພິ່ນ​ອາດ​ຈະ​ສອນ​ເຂົາເຈົ້າ​ໜ້ອຍ​ໜຶ່ງ ແລ້ວ​ບອກ​ເຂົາເຈົ້າ​ກັບ​ເມືອ​ເຮືອນ​ກໍ​ໄດ້. ແຕ່​ຍ້ອນ​ພະ​ເຢຊູ​ຮັກ​ຄົນ​ອື່ນ ເພິ່ນ​ຈຶ່ງ “ສອນ​ເຂົາເຈົ້າ​ຫຼາຍ​ເລື່ອງ” ແລະ​ເພິ່ນ​ຍັງ​ສອນ​ເຂົາເຈົ້າ​ຕໍ່​ໄປ​ຈົນ​ຮອດ “ຕອນ​ແລງ.” (ມຣກ. 6:35) ພະ​ເຢຊູ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ຍ້ອນ​ຈຳເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ເພິ່ນ “ຮູ້ສຶກ​ອີ່ຕົນ” ເຂົາເຈົ້າ. ເພິ່ນ​ຢາກ​ສອນ​ເຂົາເຈົ້າ​ຍ້ອນ​ເພິ່ນ​ຮັກ​ເຂົາເຈົ້າ. ການ​ຮັບໃຊ້​ຄົນ​ອື່ນ​ເຮັດ​ໃຫ້​ພະ​ເຢຊູ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.

11. ພະ​ເຢຊູ​ຮັບໃຊ້​ຄົນ​ອື່ນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

11 ພະ​ເຢຊູ​ຊ່ວຍ​ຄົນ​ອື່ນ​ໂດຍ​ສອນ​ເຂົາເຈົ້າ​ເລື່ອງ​ພະ​ເຢໂຫວາ ແຕ່​ເພິ່ນ​ຍັງ​ຊ່ວຍ​ເຂົາເຈົ້າ​ໃນ​ດ້ານ​ອື່ນ​ນຳ. ເພິ່ນ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ມີ​ອາຫານ​ສຳລັບ​ເຂົາເຈົ້າ ແລ້ວ​ກໍ​ໃຫ້​ພວກ​ລູກສິດ​ເອົາ​ໄປ​ຢາຍ. (ມຣກ. 6:41) ໂດຍ​ວິທີ​ນີ້ ພະ​ເຢຊູ​ສອນ​ພວກ​ລູກສິດ​ໃຫ້​ຮູ້​ວິທີ​ຮັບໃຊ້​ຄົນ​ອື່ນ. ນອກ​ຈາກ​ນັ້ນ ເພິ່ນ​ຍັງ​ເຮັດ​ໃຫ້​ພວກ​ລູກສິດ​ເຫັນ​ວ່າ​ການ​ເຮັດ​ວຽກ​ຮັບໃຊ້​ແບບ​ນີ້​ເປັນ​ວຽກ​ທີ່​ສຳຄັນ​ເຊິ່ງ​ເປັນ​ວຽກ​ທີ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຮັດ. ພວກ​ອັກຄະສາວົກ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ການ​ແຈກ​ຢາຍ​ອາຫານ​ທີ່​ອັດສະຈັນ​ນີ້​ຈົນ “ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ.” (ມຣກ. 6:42) ແນ່ນອນ​ວ່າ​ນີ້​ບໍ່​ແມ່ນ​ແຕ່​ເທື່ອ​ດຽວ​ທີ່​ພະ​ເຢຊູ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ໂຕເອງ. ເພິ່ນ​ຮັບໃຊ້​ຄົນ​ອື່ນ​ຕະຫຼອດ​ຊີວິດ​ທີ່​ເພິ່ນ​ຢູ່​ໃນ​ໂລກ​ນີ້. (ມທ. 4:23; 8:16) ພະ​ເຢຊູ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ສອນ​ແລະ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ. ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຄື​ກັນ​ຖ້າ​ເຈົ້າ​ເຕັມໃຈ​ຮັບໃຊ້​ຄົນ​ອື່ນ​ໃນ​ຖານະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.

ເມື່ອ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ຮັບໃຊ້​ພີ່ນ້ອງ ເຈົ້າ​ກໍ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ (ເບິ່ງ​ຂໍ້ 11) a


12. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ໂຕເອງ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ຊ່ວຍ​ປະຊາຄົມ​ໄດ້?

12 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄວາມ​ສາມາດ​ຫຍັງ​ທີ່​ພິເສດ ກໍ​ຢ່າ​ຟ້າວ​ທໍ້ໃຈ. ແນ່ນອນ​ວ່າ​ເຈົ້າ​ມີ​ຄຸນລັກສະນະ​ບາງ​ຢ່າງ​ທີ່​ເປັນ​ປະໂຫຍດ​ຕໍ່​ປະຊາຄົມ. ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ໂປໂລ​ເວົ້າ​ໃນ 1 ໂກຣິນໂທ 12:12-30 ແລະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ກົງ​ກັບ​ເຈົ້າ​ແນວ​ໃດ. ຄຳເວົ້າ​ຂອງ​ໂປໂລ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ເຈົ້າ​ມີ​ຄວາມ​ສຳຄັນ​ແລະ​ມີ​ຄ່າ​ຫຼາຍ​ໃນ​ປະຊາຄົມ​ຄື​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຄົນ​ອື່ນໆ. ຖ້າ​ຕອນນີ້​ເຈົ້າ​ຍັງ​ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ກໍ​ຢ່າ​ຟ້າວ​ທໍ້ໃຈ. ຂໍ​ໃຫ້​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ. ຂໍ​ໃຫ້​ໝັ້ນໃຈ​ວ່າ​ຜູ້​ເບິ່ງແຍງ​ຈະ​ຄິດ​ເຖິງ​ຄວາມ​ສາມາດ​ຂອງ​ເຈົ້າ​ແລະ​ຈະ​ເອົາ​ວຽກ​ທີ່​ເໝາະ​ກັບ​ເຈົ້າ​ໃຫ້​ເຈົ້າ​ເຮັດ​ກ່ອນ​ທີ່​ເຈົ້າ​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.—ຣມ. 12:4-8

13. ອັນ​ໃດ​ເປັນ​ອີກ​ເຫດຜົນ​ໜຶ່ງ​ທີ່​ພີ່ນ້ອງ​ຊາຍ​ຄວນ​ພະຍາຍາມ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

13 ອີກ​ເຫດຜົນ​ໜຶ່ງ​ທີ່​ພີ່ນ້ອງ​ຊາຍ​ຄວນ​ພະຍາຍາມ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ກໍ​ຄື ຄຸນສົມບັດ​ຫຼາຍ​ຢ່າງ​ຂອງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເປັນ​ຄຸນສົມບັດ​ທີ່​ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ມີ​ຢູ່​ແລ້ວ. ເຮົາ​ທຸກ​ຄົນ​ຄວນ​ສະໜິດ​ກັບ​ພະ​ເຢໂຫວາ ມີ​ຄວາມ​ສຸກ​ໃນ​ການ​ໃຫ້ ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ໃຊ້​ຊີວິດ​ແບບ​ທີ່​ພະ​ເຢໂຫວາ​ພໍໃຈ. ດັ່ງນັ້ນ ເບິ່ງ​ຄື​ວ່າ​ພີ່ນ້ອງ​ຊາຍ​ມີ​ຄຸນສົມບັດ​ຫຼາຍ​ຢ່າງ​ຂອງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຢູ່​ແລ້ວ. ແຕ່​ພີ່ນ້ອງ​ຊາຍ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

ສິ່ງ​ທີ່​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້

14. ການ​ເປັນ​ຄົນ “ເອົາ​ຈິງ​ເອົາ​ຈັງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ຕີໂມທຽວ 3:8-10, 12)

14 ໃຫ້​ເຮົາ​ມາ​ເບິ່ງ​ຄຸນສົມບັດ​ບາງ​ຢ່າງ​ທີ່​ບອກ​ໄວ້​ໃນ 1 ຕີໂມທຽວ 3:8-10, 12. (ອ່ານ) ຜູ້​ຊ່ວຍ​ວຽກ​ຮັບໃຊ້ “ຕ້ອງ​ເປັນ​ຄົນ​ເອົາ​ຈິງ​ເອົາ​ຈັງ.” ສຳນວນ​ນີ້​ຍັງ​ອາດ​ແປ​ວ່າ “ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື” “ມີ​ກຽດ” ຫຼື “ເຊື່ອຖື​ໄດ້.” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຊິ​ມ່ວນ​ຊິ​ຫົວ​ບໍ່​ໄດ້​ເລີຍ. (ປຍຈ. 3:1, 4) ແຕ່​ມັນ​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ເອົາໃຈໃສ່​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ໂຕເອງ​ຢ່າງ​ດີ. ຖ້າ​ເຈົ້າ​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ແລະ​ເພິ່ງພາ​ໄດ້ ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຈະ​ນັບຖື​ເຈົ້າ.

15. ການ “ບໍ່​ເປັນ​ຄົນ​ເວົ້າ​ຫຼົບ​ລີ້ນ​ປີ້ນ​ຄວາມ” ແລະ “ບໍ່​ໂລບ​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕເອງ” ໝາຍ​ຄວາມ​ວ່າ​ແນວ​ໃດ?

15 ການ “ບໍ່​ເປັນ​ຄົນ​ເວົ້າ​ຫຼົບ​ລີ້ນ​ປີ້ນ​ຄວາມ” ໝາຍ​ຄວາມ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ຈິງໃຈ ສັດຊື່ ແລະ​ເຊື່ອຖື​ໄດ້. ເຈົ້າ​ຈະ​ຮັກສາ​ຄຳເວົ້າ​ແລະ​ບໍ່​ຫຼອກລວງ​ຄົນ​ອື່ນ. (ສພສ. 3:32) ການ “ບໍ່​ໂລບ​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕເອງ” ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ສັດຊື່​ເມື່ອ​ເຮັດ​ທຸລະກິດ​ແລະ​ເຮັດ​ວຽກ​ທີ່​ກ່ຽວກັບ​ເງິນ. ເຈົ້າ​ຈະ​ບໍ່​ໃຊ້​ຄວາມ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ເພື່ອ​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕເອງ​ໃນ​ເລື່ອງ​ເງິນ.

16. (ກ) ການ “ບໍ່​ກິນ​ເຫຼົ້າ​ຫຼາຍ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂ) ການ “ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ” ໝາຍ​ຄວາມ​ວ່າ​ແນວ​ໃດ?

16 ການ “ບໍ່​ກິນ​ເຫຼົ້າ​ຫຼາຍ” ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ບໍ່​ກິນ​ເຫຼົ້າ​ຫຼາຍ​ໂພດ ຫຼື​ບໍ່​ມີ​ຊື່​ສຽງ​ວ່າ​ເປັນ​ຄໍ​ທອງແດງ. ການ “ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ” ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ເຖິງ​ວ່າ​ເຈົ້າ​ບໍ່​ສົມບູນແບບ ແຕ່​ເຈົ້າ​ກໍ​ມີ​ໃຈ​ທີ່​ສະຫງົບ​ໄດ້​ຍ້ອນ​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ.

17. ການ “ທົດລອງ​ເບິ່ງ​ຄວາມ​ເໝາະສົມ” ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ຕີໂມທຽວ 3:10; ເບິ່ງ​ຮູບ​ນຳ)

17 ການ “ທົດລອງ​ເບິ່ງ​ຄວາມ​ເໝາະສົມ” ໝາຍ​ຄວາມ​ວ່າ​ຜູ້​ເບິ່ງແຍງ​ໄດ້​ເຫັນ​ແລ້ວ​ວ່າ​ເຈົ້າ​ເຮັດ​ວຽກ​ມອບໝາຍ​ໄດ້​ດີ​ແລະ​ເຂົາເຈົ້າ​ສາມາດ​ໄວ້ໃຈ​ເຈົ້າ​ໄດ້. ດັ່ງນັ້ນ ເມື່ອ​ຜູ້​ເບິ່ງແຍງ​ເອົາ​ວຽກ​ໃຫ້​ເຈົ້າ​ເຮັດ ໃຫ້​ເຈົ້າ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາເຈົ້າ​ແລະ​ຂອງ​ອົງການ. ເຈົ້າ​ຕ້ອງ​ຮູ້​ວ່າ​ຄວນ​ເຮັດ​ວຽກ​ນັ້ນ​ແນວ​ໃດ​ແລະ​ຄວນ​ເຮັດ​ໃຫ້​ແລ້ວ​ຕອນ​ໃດ. ເມື່ອ​ເຈົ້າ​ເຮັດ​ວຽກ​ມອບໝາຍ​ທີ່​ໄດ້​ຮັບ​ຢ່າງ​ດີ​ແລະ​ເຮັດ​ດ້ວຍ​ຄວາມ​ກະຕືລືລົ້ນ ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຈະ​ເຫັນ​ຄວາມ​ກ້າວໜ້າ​ຂອງ​ເຈົ້າ​ແລະ​ເຫັນຄ່າ​ສິ່ງ​ທີ່​ເຈົ້າ​ເຮັດ. ຜູ້​ເບິ່ງແຍງ​ຕ້ອງ​ຕື່ນ​ໂຕ​ແລະ​ຝຶກ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ. (ອ່ານ 1 ຕີໂມທຽວ 3:10) ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ເຊິ່ງ​ມີ​ອາຍຸ 10 ຫາ 14 ປີ​ບໍ? ເຂົາເຈົ້າ​ມີ​ນິດໄສ​ສຶກສາ​ສ່ວນ​ໂຕ​ທີ່​ດີ​ບໍ? ເຂົາເຈົ້າ​ມັກ​ອອກ​ຄຳ​ຄິດ​ເຫັນ​ຢູ່​ການ​ປະຊຸມ​ແລະ​ມັກ​ໄປ​ປະກາດ​ບໍ? ຖ້າ​ມີ ໃຫ້​ລອງ​ເອົາ​ວຽກ​ທີ່​ເໝາະ​ກັບ​ອາຍຸ​ແລະ​ຄວາມ​ສາມາດ​ຂອງ​ເຂົາເຈົ້າ​ໃຫ້​ເຂົາເຈົ້າ​ເຮັດ. ການ​ເຮັດ​ແບບ​ນີ້​ເປັນ​ການ “ທົດລອງ​ເບິ່ງ​ຄວາມ​ເໝາະສົມ” ຂອງ​ພີ່ນ້ອງ​ຊາຍ​ທີ່​ຍັງ​ນ້ອຍ​ເຫຼົ່າ​ນີ້ ແລະ​ເມື່ອ​ເຂົາເຈົ້າ​ອາຍຸ​ປະມານ 17 ຫາ 19 ປີ ເຂົາເຈົ້າ​ກໍ​ອາດ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໄດ້.

ຜູ້​ເບິ່ງແຍງ​ສາມາດ “ທົດລອງ​ເບິ່ງ​ຄວາມ​ເໝາະສົມ” ຂອງ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ໂດຍ​ເອົາ​ວຽກ​ໃຫ້​ເຂົາເຈົ້າ​ເຮັດ (ເບິ່ງ​ຂໍ້ 17)


18. ການ​ເປັນ​ຄົນ “ບໍ່​ມີ​ບ່ອນ​ຕິ” ໝາຍ​ຄວາມ​ວ່າ​ແນວ​ໃດ?

18 ການ​ເປັນ​ຄົນ “ບໍ່​ມີ​ບ່ອນ​ຕິ” ໝາຍ​ຄວາມ​ວ່າ​ບໍ່​ຄວນ​ມີ​ໃຜ​ກ່າວຫາ​ເຈົ້າ​ໄດ້​ວ່າ​ເຈົ້າ​ເຮັດ​ຜິດ​ຮ້າຍ​ແຮງ. ແນ່ນອນ​ວ່າ​ເຮົາ​ອາດ​ຈະ​ຖືກ​ກ່າວຫາ​ແບບ​ຜິດໆ. ພະ​ເຢຊູ​ກໍ​ເຄີຍ​ຖືກ​ກ່າວຫາ​ແບບ​ຜິດໆ ແລະ​ເພິ່ນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ພວກ​ລູກສິດ​ຂອງ​ເພິ່ນ​ກໍ​ຈະ​ເຈິ​ແບບ​ນີ້​ຄື​ກັນ. (ຢຮ. 15:20) ແຕ່​ຖ້າ​ເຈົ້າ​ປະພຶດ​ໂຕ​ດີ​ຢູ່​ສະເໝີ​ຄື​ກັບ​ພະ​ເຢຊູ ເຈົ້າ​ກໍ​ຈະ​ມີ​ຊື່​ສຽງ​ທີ່​ດີ​ໃນ​ປະຊາຄົມ.—ມທ. 11:19

19. ການ “ມີ​ເມຍ​ຄົນ​ດຽວ” ໝາຍ​ຄວາມ​ວ່າ​ແນວ​ໃດ?

19 “ມີ​ເມຍ​ຄົນ​ດຽວ.” ຖ້າ​ເຈົ້າ​ແຕ່ງດອງ​ແລ້ວ ເຈົ້າ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ແຕ່ງດອງ​ທີ່​ເພິ່ນ​ກຳນົດ​ໄວ້​ຕັ້ງແຕ່​ທຳອິດ​ທີ່​ວ່າ​ໃຫ້​ມີ​ຜົວ​ດຽວ​ເມຍ​ດຽວ. ນີ້​ເປັນ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຕາມ. (ມທ. 19:3-9) ພີ່ນ້ອງ​ຊາຍ​ຕ້ອງ​ບໍ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ຮຣ. 13:4) ນີ້​ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ສັດຊື່​ຕໍ່​ເມຍ​ແລະ​ບໍ່​ສະແດງ​ຄວາມ​ສົນໃຈ​ຕໍ່​ຜູ້​ຍິງ​ຄົນ​ອື່ນ​ແບບ​ບໍ່​ເໝາະສົມ.—ໂຢບ 31:1

20. ພີ່ນ້ອງ​ຊາຍ​ຈະ​ເບິ່ງແຍງ​ຄອບຄົວ​ຢ່າງ​ດີ​ໄດ້​ແນວ​ໃດ?

20 “ໃຫ້​ນຳໜ້າ​ຄອບຄົວ​ແລະ​ສັ່ງ​ສອນ​ລູກ​ຂອງ​ໂຕເອງ​ຢ່າງ​ດີ.” ຖ້າ​ເຈົ້າ​ເປັນ​ຫົວໜ້າ​ຄອບຄົວ ເຈົ້າ​ຕ້ອງ​ຖື​ວ່າ​ໜ້າທີ່​ນີ້​ເປັນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ຫຼາຍ. ໃຫ້​ເຈົ້າ​ຈັດການ​ນະມັດສະການ​ຄອບຄົວ​ເປັນ​ປະຈຳ ໄປ​ປະກາດ​ກັບ​ຄອບຄົວ​ເລື້ອຍໆ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້ ແລະ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ. (ອຟຊ. 6:4) ຜູ້​ຊາຍ​ທີ່​ເບິ່ງແຍງ​ຄອບຄົວ​ໄດ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ສາມາດ​ເບິ່ງແຍງ​ປະຊາຄົມ​ໄດ້.—ສົມທຽບ​ກັບ 1 ຕີໂມທຽວ 3:5

21. ຖ້າ​ເຈົ້າ​ຍັງ​ບໍ່​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ເຈົ້າ​ຄວນ​ເຮັດ​ຫຍັງ​ແດ່?

21 ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ ແຕ່​ຍັງ​ບໍ່​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຂໍ​ໃຫ້​ອ່ານ​ບົດ​ຄວາມ​ນີ້​ຢ່າງ​ລະອຽດ​ແລະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ກ່ຽວກັບ​ເລື່ອງ​ນີ້. ນອກ​ຈາກ​ນັ້ນ ຂໍ​ໃຫ້​ສຶກສາ​ຄົ້ນຄວ້າ​ຄຸນສົມບັດ​ຂອງ​ຄົນ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ພະຍາຍາມ​ເຕັມທີ​ທີ່​ຈະ​ມີ​ຄຸນສົມບັດ​ເຫຼົ່າ​ນີ້. ຂໍ​ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ ແລະ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ຮັບໃຊ້​ເຂົາເຈົ້າ. (1ປຕ. 4:8, 10) ຂໍ​ໃຫ້​ເຈົ້າ​ພະຍາຍາມ​ທີ່​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ພີ່ນ້ອງ​ໃນ​ປະຊາຄົມ. ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ທີ່​ຈະ​ເຮັດ​ໜ້າທີ່​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້!—ຟລປ. 2:13

ເພງ​ທີ 17 “ເຮົາ​ຢາກ​ຊ່ວຍ”

a ຄຳ​ອະທິບາຍ​ຮູບ: ຮູບ​ເບື້ອງ​ຊ້າຍ: ພະ​ເຢຊູ​ຖ່ອມ​ໂຕ​ຮັບໃຊ້​ຄົນ​ອື່ນ. ຮູບ​ເບື້ອງ​ຂວາ: ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ສູງ​ອາຍຸ​ໃນ​ປະຊາຄົມ.