ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 47

ເພງ​ທີ 103 ຜູ້​ບຳລຸງ​ລ້ຽງ​ຂອງຂວັນ​ທີ່​ເປັນ​ມະນຸດ

ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ​ບໍ?

ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ​ບໍ?

“ຖ້າ​ຜູ້​ຊາຍ​ຄົນ​ໃດ​ພະຍາຍາມ​ທີ່​ຈະ​ໄດ້​ເປັນ​ຜູ້​ເບິ່ງແຍງ​ກໍ​ສະແດງ​ວ່າ​ລາວ​ຢາກ​ເຮັດ​ວຽກ​ທີ່​ດີ.”1ຕມ. 3:1

ຈຸດ​ສຳຄັນ

ໃນ​ບົດ​ນີ້​ຈະ​ເວົ້າ​ເຖິງ​ຄຸນສົມບັດ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ທີ່​ພີ່ນ້ອງ​ຊາຍ​ຕ້ອງ​ມີ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ເບິ່ງແຍງ.

1-2. ຜູ້​ເບິ່ງແຍງ​ເຮັດ “ວຽກ​ທີ່​ດີ” ຫຍັງ​ແດ່?

 ຖ້າ​ເຈົ້າ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ມາ​ໄລຍະ​ໜຶ່ງ​ແລ້ວ ເຈົ້າ​ຄື​ຊິ​ຢາກ​ປັບປຸງ​ໂຕເອງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ເບິ່ງແຍງ. ເຈົ້າ​ຢາກ​ເຮັດ “ວຽກ​ທີ່​ດີ” ນີ້​ບໍ?—1ຕມ. 3:1

2 ຜູ້​ເບິ່ງແຍງ​ເຮັດ​ວຽກ​ຫຍັງ​ແດ່? ລາວ​ນຳໜ້າ​ໃນ​ການ​ປະກາດ ສອນ​ພີ່ນ້ອງ​ໃນ​ປະຊາຄົມ ໃຫ້​ກຳລັງ​ໃຈ​ພີ່ນ້ອງ ແລະ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ລາວ. ຍ້ອນ​ເຫດຜົນ​ເຫຼົ່າ​ນີ້ ຄຳພີ​ໄບເບິນ​ຈຶ່ງ​ເອີ້ນ​ຜູ້​ເບິ່ງແຍງ​ທີ່​ເຮັດ​ວຽກ​ໜັກ​ວ່າ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ.”—ອຟຊ. 4:8

3. ພີ່ນ້ອງ​ຊາຍ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ເບິ່ງແຍງ? (1 ຕີໂມທຽວ 3:1-7; ຕີໂຕ 1:5-9)

3 ພີ່ນ້ອງ​ຊາຍ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ເບິ່ງແຍງ? ການ​ມີ​ຄຸນສົມບັດ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ເບິ່ງແຍງ​ຕ່າງ​ຈາກ​ການ​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ວຽກ​ອາຊີບ. ຕາມ​ປົກກະຕິ​ແລ້ວ ຕອນ​ທີ່​ໄປ​ສະໝັກ​ວຽກ ຖ້າ​ເຈົ້າ​ມີ​ຄວາມ​ສາມາດ​ຕາມ​ທີ່​ນາຍ​ຈ້າງ​ຕ້ອງການ ເຈົ້າ​ກໍ​ຈະ​ໄດ້​ວຽກ​ນັ້ນ. ແຕ່​ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ເບິ່ງແຍງ ເຈົ້າ​ບໍ່​ພຽງ​ແຕ່​ປະກາດ​ແລະ​ສອນ​ເກັ່ງ​ເທົ່າ​ນັ້ນ ເຈົ້າ​ຕ້ອງ​ມີ​ຄຸນສົມບັດ​ທີ່​ຜູ້​ເບິ່ງແຍງ​ຕ້ອງ​ມີ​ເຊິ່ງ​ບອກ​ໄວ້​ໃນ 1 ຕີໂມທຽວ 3:1-7 ແລະ ຕີໂຕ 1:5-9. (ອ່ານ) ໃນ​ບົດ​ນີ້​ຈະ​ເວົ້າ​ເຖິງ​ຄຸນສົມບັດ​ບາງ​ຢ່າງ​ໃນ​ຂໍ້​ຄຳພີ​ເຫຼົ່າ​ນີ້​ທີ່​ຜູ້​ເບິ່ງແຍງ​ຕ້ອງ​ມີ ເຊັ່ນ: ມີ​ຊື່​ສຽງ​ທີ່​ດີ​ທັງ​ໃນ​ແລະ​ນອກ​ປະຊາຄົມ ເປັນ​ຫົວໜ້າ​ຄອບຄົວ​ທີ່​ດີ ແລະ​ເຕັມໃຈ​ຮັບໃຊ້​ພີ່ນ້ອງ.

ມີ​ຊື່​ສຽງ​ທີ່​ດີ

4. ການ “ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ” ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ເພື່ອ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ເບິ່ງແຍງ ເຈົ້າ​ຕ້ອງ “ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຕິ” ເຊິ່ງ​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ມີ​ຊື່​ສຽງ​ທີ່​ດີ​ໃນ​ປະຊາຄົມ​ຍ້ອນ​ການ​ປະພຶດ​ທີ່​ດີ​ຂອງ​ເຈົ້າ​ແລະ​ບໍ່​ຄວນ​ມີ​ໃຜ​ຕຳໜິ​ເຈົ້າ​ໄດ້. ນອກ​ຈາກ​ນັ້ນ ‘ຄົນ​ທີ່​ຢູ່​ນອກ​ປະຊາຄົມ​ຄວນ​ເຫັນ​ວ່າ​ເຈົ້າ​ມີ​ຊື່​ສຽງ​ທີ່​ດີ.’ ແນ່ນອນ​ວ່າ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ອາດ​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ ແຕ່​ເຂົາເຈົ້າ​ບໍ່​ຄວນ​ມີ​ເຫດຜົນ​ທີ່​ຈະ​ສົງໄສ​ວ່າ​ເຈົ້າ​ເປັນ​ຄົນ​ດີ​ແລະ​ສັດຊື່. (ດນອ. 6:4, 5) ດັ່ງນັ້ນ ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມີ​ຊື່​ສຽງ​ທີ່​ດີ​ທັງ​ໃນ​ແລະ​ນອກ​ປະຊາຄົມ​ບໍ?’

5. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ເປັນ​ຄົນ​ທີ່ “ຮັກ​ຄວາມ​ດີ”?

5 ຖ້າ​ເຈົ້າ​ເປັນ​ຄົນ​ທີ່ “ຮັກ​ຄວາມ​ດີ” ເຈົ້າ​ຈະ​ເບິ່ງ​ແຕ່​ຈຸດ​ດີ​ໃນ​ໂຕ​ຄົນ​ອື່ນ​ແລະ​ຊົມເຊີຍ​ເຂົາເຈົ້າ. ເຈົ້າ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ດີ​ເພື່ອ​ຄົນ​ອື່ນ​ແລະ​ເຮັດ​ຫຼາຍ​ກວ່າ​ທີ່​ເຂົາເຈົ້າ​ຂໍ​ຊ້ຳ. (1ທຊ. 2:8) ເປັນ​ຫຍັງ​ຄຸນລັກສະນະ​ນີ້​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ຜູ້​ເບິ່ງແຍງ? ຍ້ອນ​ເຂົາເຈົ້າ​ຍິນດີ​ທີ່​ຈະ​ໃຊ້​ເວລາ​ຂອງ​ໂຕເອງ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ເຮັດ​ວຽກ​ມອບໝາຍ​ຕ່າງໆ​ໃນ​ປະຊາຄົມ. (1ປຕ. 5:1-3) ເຖິງ​ວ່າ​ຈະ​ເຮັດ​ວຽກ​ຫຼາຍ​ຢ່າງ ແຕ່​ເຂົາເຈົ້າ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ.—ກຈກ. 20:35

6. ການ​ເປັນ​ຄົນ “ມີ​ນ້ຳໃຈ​ຕ້ອນຮັບ​ແຂກ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເຮັບເຣີ 13:2, 16; ເບິ່ງ​ຮູບ​ນຳ)

6 ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຄົນ “ມີ​ນ້ຳໃຈ​ຕ້ອນຮັບ​ແຂກ” ເມື່ອ​ເຈົ້າ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ​ລວມ​ທັງ​ຄົນ​ທີ່​ບໍ່​ແມ່ນ​ໝູ່​ສະໜິດ​ຂອງ​ເຈົ້າ. (1ປຕ. 4:9) ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ກ່ຽວກັບ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄົນ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ວ່າ: “ລາວ​ໃຈ​ດີ​ກັບ​ທຸກ​ຄົນ​ແມ່ນ​ແຕ່​ກັບ​ຄົນ​ທີ່​ລາວ​ບໍ່​ຮູ້​ຈັກ​ແລະ​ຍິນດີ​ຊວນ​ເຂົາເຈົ້າ​ມາ​ເຮືອນ​ລາວ.” ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມີ​ຊື່​ສຽງ​ແນວ​ໃດ​ເລື່ອງ​ການ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ?’ (ອ່ານ​ເຮັບເຣີ 13:2, 16) ຄົນ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ຈະ​ຕ້ອນຮັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຄົນ​ຕ່ຳຕ້ອຍ​ຫຼື​ຄົນ​ທີ່​ເຮັດ​ວຽກ​ໜັກ​ໃນ​ການ​ຮັບໃຊ້ ເຊັ່ນ: ຜູ້​ເບິ່ງແຍງ​ໝວດ​ແລະ​ຜູ້​ທີ່​ຖືກ​ເຊີນ​ໃຫ້​ມາ​ບັນລະຍາຍ​ຈາກ​ປະຊາຄົມ​ອື່ນ.—ປຖກ. 18:2-8; ສພສ. 3:27; ລກ. 14:13, 14; ກຈກ. 16:15; ຣມ. 12:13

ຜົວ​ເມຍ​ຄູ່​ໜຶ່ງ​ສະແດງ​ນ້ຳໃຈ​ຕ້ອນ​ຮັບ​ຜູ້​ເບິ່ງແຍງ​ໝວດ​ກັບ​ເມຍ (ເບິ່ງ​ຂໍ້ 6)


7. ຜູ້​ເບິ່ງແຍງ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ “ບໍ່​ເປັນ​ຄົນ​ເຫັນ​ແກ່​ເງິນ”?

7 “ບໍ່​ເປັນ​ຄົນ​ເຫັນ​ແກ່​ເງິນ.” ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ໄດ້​ໃຫ້​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ບໍ່​ວ່າ​ເຈົ້າ​ຈະ​ຮັ່ງ​ຫຼື​ທຸກ ເຈົ້າ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ມທ. 6:33) ເຈົ້າ​ໃຊ້​ເວລາ ກຳລັງ ແລະ​ຊັບສິນ​ຂອງ​ເຈົ້າ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ເບິ່ງແຍງ​ຄອບຄົວ ແລະ​ຮັບໃຊ້​ພີ່ນ້ອງ​ໃນ​ປະຊາຄົມ. (ມທ. 6:24; 1ຢຮ. 2:15-17) ໃຫ້​ຖາມ​ໂຕເອງ​ວ່າ: ‘ເງິນ​ສຳຄັນ​ຫຼາຍ​ສ່ຳ​ໃດ​ສຳລັບ​ຂ້ອຍ? ຂ້ອຍ​ພໍໃຈ​ກັບ​ສິ່ງ​ທີ່​ມີ​ບໍ ຫຼື​ຂ້ອຍ​ສົນໃຈ​ແຕ່​ການ​ຫາ​ເງິນ​ແລະ​ຢາກ​ໄດ້​ຊັບ​ສົມບັດ​ຫຼາຍ​ຂຶ້ນ?’—1ຕມ. 6:6, 17-19

8. ການ “ຮູ້​ຈັກ​ຄວບຄຸມ​ໂຕເອງ” ໝາຍ​ຄວາມ​ວ່າ​ແນວ​ໃດ?

8 ຖ້າ​ເຈົ້າ “ຮູ້​ຈັກ​ຄວບຄຸມ​ໂຕເອງ” ເຈົ້າ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສົມດຸນ​ໃນ​ທຸກ​ເລື່ອງ​ຂອງ​ຊີວິດ. ຕົວຢ່າງ​ເຊັ່ນ: ເຈົ້າ​ຈະ​ບໍ່​ກິນ​ຫຼື​ດື່ມ​ຫຼາຍ​ໂພດ ເຈົ້າ​ຈະ​ນຸ່ງ​ເຄື່ອງ​ແລະ​ແຕ່ງ​ໂຕ​ໃນ​ແບບ​ທີ່​ເໝາະສົມ ແລະ​ເຈົ້າ​ຈະ​ເລືອກ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ດີ​ງາມ. ເຈົ້າ​ຈະ​ບໍ່​ຕົກ​ເປັນ​ທາດ​ຂອງ​ສິ່ງ​ທີ່​ຄົນ​ໃນ​ໂລກ​ນີ້​ນິຍົມ. (ລກ. 21:34; ຢກບ. 4:4) ເຈົ້າ​ຈະ​ໃຈ​ເຢັນ ເຖິງ​ວ່າ​ມີ​ຄົນ​ເຮັດ​ບໍ່​ດີ​ຕໍ່​ເຈົ້າ. ເຈົ້າ​ຈະ “ບໍ່​ເປັນ​ຄົນ​ຂີ້​ເຫຼົ້າ” ແລະ​ບໍ່​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ທີ່​ດື່ມ​ຫຼາຍ​ໂພດ. ໃຫ້​ຖາມ​ໂຕເອງ​ວ່າ: ‘ວິທີ​ທີ່​ຂ້ອຍ​ໃຊ້​ຊີວິດ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ຮູ້​ຈັກ​ຄວບຄຸມ​ໂຕເອງ?’

9. ການ “ມີ​ສະຕິ​ຮອບຄອບ” ແລະ​ເປັນ​ຄົນ​ທີ່ “ມີ​ລະບຽບ” ໝາຍ​ຄວາມ​ວ່າ​ແນວ​ໃດ?

9 ຖ້າ​ເຈົ້າ “ມີ​ສະຕິ​ຮອບຄອບ” ເຈົ້າ​ຈະ​ຄິດ​ເຖິງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ເມື່ອ​ເຈິ​ກັບ​ສະຖານະການ​ຕ່າງໆ​ໃນ​ຊີວິດ. ເຈົ້າ​ຈະ​ຄິດ​ຢ່າງ​ເລິກ​ເຊິ່ງ​ວ່າ​ຈະ​ເອົາ​ຫຼັກການ​ເຫຼົ່າ​ນີ້​ໄປ​ໃຊ້​ກັບ​ເລື່ອງ​ນັ້ນ​ແນວ​ໃດ ເຊິ່ງ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນ​ແລະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ເຈົ້າ​ຈະ​ບໍ່​ຟ້າວ​ຕັດສິນໃຈ​ໂດຍ​ອາໄສ​ຂໍ້ມູນ​ພຽງ​ເລັກ​ນ້ອຍ ແຕ່​ເຈົ້າ​ຈະ​ຊອກ​ຫາ​ຂໍ້ມູນ​ທຸກ​ຢ່າງ​ໃຫ້​ຄົບ​ຖ້ວນ​ກ່ອນ. (ສພສ. 18:13) ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຢໂຫວາ. ຖ້າ​ເຈົ້າ​ເປັນ​ຄົນ “ມີ​ລະບຽບ” ເຈົ້າ​ຈະ​ເຮັດ​ສິ່ງ​ຕ່າງໆ​ຢ່າງ​ເປັນ​ລະບຽບ​ແລະ​ກົງ​ຕໍ່​ເວລາ. ທຸກ​ຄົນ​ຈະ​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ເມື່ອ​ຜູ້​ເບິ່ງແຍງ​ໃຫ້​ເຈົ້າ​ເຮັດ​ວຽກ​ບາງ​ຢ່າງ. ຄຸນສົມບັດ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຈົ້າ​ມີ​ຊື່​ສຽງ​ທີ່​ດີ. ຕອນນີ້​ເຮົາ​ຈະ​ມາ​ເບິ່ງ​ຄຸນສົມບັດ​ຂອງ​ຜູ້​ເບິ່ງແຍງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ສຳລັບ​ການ​ເປັນ​ຫົວໜ້າ​ຄອບຄົວ​ທີ່​ດີ.

ເປັນ​ຫົວໜ້າ​ຄອບຄົວ​ທີ່​ດີ

10. ພີ່ນ້ອງ​ຊາຍ​ຈະ “ນຳໜ້າ​ຄອບຄົວ​ຂອງ​ໂຕເອງ​ຢ່າງ​ດີ” ໄດ້​ແນວ​ໃດ?

10 ຖ້າ​ເຈົ້າ​ເປັນ​ຜົວ​ແລະ​ຢາກ​ເປັນ​ຜູ້​ເບິ່ງແຍງ ຄອບຄົວ​ຂອງ​ເຈົ້າ​ຕ້ອງ​ມີ​ຊື່​ສຽງ​ທີ່​ດີ​ນຳ. ດັ່ງນັ້ນ ເຈົ້າ​ຕ້ອງ “ນຳໜ້າ​ຄອບຄົວ​ຂອງ​ໂຕເອງ​ຢ່າງ​ດີ.” ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ມີ​ຊື່​ສຽງ​ວ່າ​ເປັນ​ຫົວໜ້າ​ຄອບຄົວ​ທີ່​ມີ​ຄວາມ​ຮັກ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ. ເລື່ອງ​ນີ້​ລວມ​ເຖິງ​ການ​ນຳໜ້າ​ຄອບຄົວ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ໂປໂລ​ຫາ​ເຫດຜົນ​ວ່າ: “ຖ້າ​ຜູ້​ຊາຍ​ຄົນ​ໃດ​ບໍ່​ຮູ້​ຈັກ​ນຳໜ້າ​ຄອບຄົວ​ຂອງ​ໂຕເອງ ລາວ​ຈະ​ເບິ່ງແຍງ​ປະຊາຄົມ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?”—1ຕມ. 3:5

11-12. ເປັນ​ຫຍັງ​ການ​ປະພຶດ​ຂອງ​ລູກ​ຈຶ່ງ​ສົ່ງ​ຜົນ​ຕໍ່​ພີ່ນ້ອງ​ຊາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ? (ເບິ່ງ​ຮູບ​ນຳ)

11 ຖ້າ​ເຈົ້າ​ເປັນ​ພໍ່ ເຈົ້າ​ຕ້ອງ “ມີ​ລູກ​ທີ່​ເຊື່ອຟັງ​ແລະ​ປະພຶດ​ໂຕ​ດີ.” ເຈົ້າ​ຕ້ອງ​ຝຶກ​ແລະ​ສອນ​ລູກ​ດ້ວຍ​ຄວາມ​ຮັກ. ແນ່ນອນ​ວ່າ​ເຈົ້າ​ຢາກ​ໃຫ້​ລູກ​ມີ​ຄວາມ​ສຸກ​ແລະ​ໄດ້​ຫຼິ້ນ​ໄດ້​ຫົວ​ຢ່າງ​ມ່ວນ​ຊື່ນ​ຄື​ກັບ​ເດັກນ້ອຍ​ຄົນ​ອື່ນ. ແຕ່​ເຈົ້າ​ກໍ​ຕ້ອງ​ສອນ​ລູກ​ຢ່າງ​ດີ​ເພື່ອ​ເຂົາເຈົ້າ​ຈະ​ເຊື່ອຟັງ ນັບຖື​ຄົນ​ອື່ນ ແລະ​ປະພຶດ​ໂຕ​ດີ. ນອກ​ຈາກ​ນັ້ນ ເຈົ້າ​ຕ້ອງ​ພະຍາຍາມ​ເຕັມທີ​ເພື່ອ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ ແລະ​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ.

12 “ມີ​ລູກ​ທີ່​ມີ​ຄວາມ​ເຊື່ອ​ແລະ​ບໍ່​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ໃຈ​ໂຕເອງ​ຫຼື​ເປັນ​ຄົນ​ດື້​ດ້ານ.” ຖ້າ​ລູກ​ທີ່​ຮັບ​ບັບເຕມາ​ແລ້ວ​ຫຼື​ກ້າວໜ້າ​ຈົນ​ເຖິງຂັ້ນ​ຈະ​ຮັບ​ບັບເຕມາ​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ ເລື່ອງ​ນີ້​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຜູ້​ເປັນ​ພໍ່? ຖ້າ​ພໍ່​ບໍ່​ບອກ​ບໍ່​ສອນ​ລູກ ລາວ​ກໍ​ອາດ​ຈະ​ບໍ່​ໄດ້​ເປັນ​ຜູ້​ເບິ່ງແຍງ.—ເບິ່ງ​ຫໍສັງເກດການ 15 ຕຸລາ 1996 ໜ້າ 21 ຂໍ້ 6-7. (ພາສາ​ໄທ)

ພໍ່​ສອນ​ລູກ​ໃຫ້​ເຮັດ​ສິ່ງ​ດີໆ​ເພື່ອ​ພະ​ເຢໂຫວາ​ແລະ​ເພື່ອ​ພີ່ນ້ອງ​ໃນ​ປະຊາຄົມ (ເບິ່ງ​ຂໍ້ 11)


ຮັບໃຊ້​ປະຊາຄົມ

13. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ຄົນ “ມີ​ເຫດຜົນ” ແລະ “ບໍ່​ເອົາ​ຄວາມ​ຄິດ​ຂອງ​ໂຕເອງ​ເປັນ​ໃຫຍ່”?

13 ພີ່ນ້ອງ​ຊາຍ​ທີ່​ມີ​ຄຸນລັກສະນະ​ທີ່​ດີ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ​ຕໍ່​ປະຊາຄົມ. ຄົນ​ທີ່ “ມີ​ເຫດຜົນ” ຈະ​ພະຍາຍາມ​ສ້າງ​ສັນຕິສຸກ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ສັນຕິສຸກ​ຕໍ່​ກັນ. ຄົນ​ທີ່​ມີ​ເຫດຜົນ​ຈະ​ຟັງ​ແລະ​ພະຍາຍາມ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ນຳ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຄະນະ​ຜູ້​ເບິ່ງແຍງ​ປະຊຸມ​ກັນ. ຖ້າ​ຜູ້​ເບິ່ງແຍງ​ສ່ວນ​ຫຼາຍ​ເຫັນດີ​ກັບ​ການ​ຕັດສິນໃຈ​ທີ່​ສອດ​ຄ່ອງ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ ເຈົ້າ​ຈະ​ສະໜັບສະໜູນ​ການ​ຕັດສິນໃຈ​ນັ້ນ​ບໍ​ເຖິງ​ວ່າ​ເຈົ້າ​ບໍ່​ເຫັນດີ​ນຳ? ການ “ບໍ່​ເອົາ​ຄວາມ​ຄິດ​ຂອງ​ໂຕເອງ​ເປັນ​ໃຫຍ່” ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ບໍ່​ຮຽກ​ຮ້ອງ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ທີ່​ເຈົ້າ​ຕ້ອງການ ແຕ່​ເຈົ້າ​ຈະ​ເຫັນຄ່າ​ແລະ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ຄົນ​ອື່ນ. (ປຖກ. 13:8, 9; ສພສ. 15:22) ເຈົ້າ​ຈະ “ບໍ່​ເປັນ​ຄົນ​ມັກ​ຜິດ​ຖຽງ” ຫຼື “ບໍ່​ໃຈ​ຮ້າຍ​ງ່າຍ.” ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ບໍ່​ເວົ້າ​ແຮງໆ​ຫຼື​ບໍ່​ຜິດ​ຖຽງ​ກັບ​ຄົນ​ອື່ນ ແຕ່​ຈະ​ເວົ້າ​ແບບ​ອ່ອນໂຍນ​ແລະ​ມີ​ເຫດ​ມີ​ຜົນ. ຖ້າ​ເຈົ້າ​ເປັນ​ຄົນ​ມີ​ສັນຕິສຸກ ເຈົ້າ​ຈະ​ເປັນ​ຝ່າຍ​ເລີ່ມ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ​ແມ່ນ​ແຕ່​ໃນ​ສະຖານະການ​ທີ່​ເຄັ່ງ​ຕຶງ. (ຢກບ. 3:17, 18) ຄຳເວົ້າ​ທີ່​ອ່ອນໂຍນ​ຂອງ​ເຈົ້າ​ສາມາດ​ເຮັດ​ໃຫ້​ຄົນ​ອື່ນ​ໃຈ​ເຢັນ​ລົງ​ລວມ​ທັງ​ຄົນ​ທີ່​ຕໍ່ຕ້ານ​ນຳ.—ຜຕສ. 8:1-3; ສພສ. 20:3; 25:15; ມທ. 5:23, 24

14. “ບໍ່​ແມ່ນ​ຄົນ​ທີ່​ຫາກໍ​ເຂົ້າ​ມາ​ເຊື່ອ” ແລະ​ຄົນ​ທີ່ “ພັກດີ” ໝາຍ​ຄວາມ​ວ່າ​ແນວ​ໃດ?

14 ພີ່ນ້ອງ​ຊາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ​ຕ້ອງ “ບໍ່​ແມ່ນ​ຄົນ​ທີ່​ຫາກໍ​ເຂົ້າ​ມາ​ເຊື່ອ.” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ຮັບ​ບັບເຕມາ​ຫຼາຍໆ​ປີ​ຈຶ່ງ​ຈະ​ເປັນ​ຜູ້​ເບິ່ງແຍງ​ໄດ້ ແຕ່​ເຈົ້າ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ. ກ່ອນ​ທີ່​ເຈົ້າ​ຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ ເຈົ້າ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄື​ກັບ​ພະ​ເຢຊູ​ໂດຍ​ເປັນ​ຄົນ​ຖ່ອມ​ແລະ​ພ້ອມ​ທີ່​ຈະ​ລໍ​ຖ້າ​ພະ​ເຢໂຫວາ​ເອົາ​ວຽກ​ມອບໝາຍ​ໃນ​ປະຊາຄົມ​ໃຫ້​ເຈົ້າ. (ມທ. 20:23; ຟລປ. 2:5-8) ເຈົ້າ​ເປັນ​ຄົນ “ພັກດີ” ເມື່ອ​ເຈົ້າ​ສັດຊື່​ຕໍ່​ພະ​ເຢໂຫວາ​ໂດຍ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ເພິ່ນ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ​ທີ່​ໃຫ້​ຜ່ານ​ທາງ​ອົງການ.—1ຕມ. 4:15

15. ຜູ້​ເບິ່ງແຍງ​ຕ້ອງ​ບັນລະຍາຍ​ເກັ່ງ​ບໍ? ຂໍ​ໃຫ້​ອະທິບາຍ.

15 ຄຳພີ​ໄບເບິນ​ບອກ​ຈະ​ແຈ້ງ​ວ່າ​ຜູ້​ເບິ່ງແຍງ​ຕ້ອງ “ມີ​ຄວາມ​ສາມາດ​ໃນ​ການ​ສອນ.” ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ບັນລະຍາຍ​ເກັ່ງ​ບໍ? ບໍ່​ແມ່ນ. ຜູ້​ເບິ່ງແຍງ​ທີ່​ດີ​ຫຼາຍ​ຄົນ​ເຖິງ​ວ່າ​ຈະ​ບັນລະຍາຍ​ບໍ່​ເກັ່ງ ແຕ່​ເຂົາເຈົ້າ​ກໍ​ສອນ​ໄດ້​ດີ​ໃນ​ການ​ປະກາດ​ແລະ​ຕອນ​ໄປ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. (1ຕມ. 3:2 ສົມທຽບ​ກັບ 1 ໂກຣິນໂທ 12:28, 29 ແລະ​ເອເຟໂຊ 4:11) ເຖິງ​ວ່າ​ເຈົ້າ​ບັນລະຍາຍ​ບໍ່​ເກັ່ງ ແຕ່​ເຈົ້າ​ຕ້ອງ​ພະຍາຍາມ​ຕໍ່ໆ​ໄປ​ທີ່​ຈະ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ເປັນ​ຜູ້​ສອນ​ທີ່​ດີ. ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

16. ເຈົ້າ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

16 “ຍຶດ​ໝັ້ນ​ກັບ​ຖ້ອຍຄຳ​ທີ່​ເປັນ​ຄວາມ​ຈິງ.” ເພື່ອ​ຈະ​ເປັນ​ຜູ້​ສອນ​ທີ່​ດີ ຄຳສອນ​ແລະ​ຄຳ​ແນະນຳ​ຂອງ​ເຈົ້າ​ຕ້ອງ​ມາ​ຈາກ​ຄຳພີ​ໄບເບິນ. ເຈົ້າ​ຕ້ອງ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. (ສພສ. 15:28; 16:23; ຕຕ. 1:9) ຕອນ​ທີ່​ເຈົ້າ​ສຶກສາ ໃຫ້​ສັງເກດ​ເບິ່ງ​ດີໆ​ວ່າ​ຈະ​ເອົາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ຢ່າງ​ຖືກຕ້ອງ​ໄດ້​ແນວ​ໃດ. ຕອນ​ທີ່​ສອນ ໃຫ້​ເຈົ້າ​ພະຍາຍາມ​ຊ່ວຍ​ຜູ້​ທີ່​ເຈົ້າ​ສອນ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ເຈົ້າ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ຖ້າ​ເຈົ້າ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ​ທີ່​ມີ​ປະສົບການ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນັ້ນ. (1ຕມ. 5:17) ຜູ້​ເບິ່ງແຍງ​ຕ້ອງ “ສາມາດ​ໃຫ້​ກຳລັງ​ໃຈ” ພີ່ນ້ອງ​ໄດ້ ແຕ່​ບາງ​ເທື່ອ​ຜູ້​ເບິ່ງແຍງ​ກໍ​ຕ້ອງ​ໃຫ້​ຄຳ​ແນະນຳ​ຫຼື​ເຖິງຂັ້ນ “ຕັກ​ເຕືອນ” ເຂົາເຈົ້າ​ນຳ. ໃນ​ກໍລະນີ​ແບບ​ນີ້ ຜູ້​ເບິ່ງແຍງ​ຕ້ອງ​ເປັນ​ຄົນ​ອ່ອນໂຍນ​ສະເໝີ. ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນໂຍນ ສະແດງ​ຄວາມ​ຮັກ ແລະ​ສອນ​ຈາກ​ຄຳພີ​ໄບເບິນ ເຈົ້າ​ກໍ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຍ້ອນ​ເຈົ້າ​ກຳລັງ​ຮຽນ​ແບບ​ພະ​ເຢຊູ​ຄູ​ຜູ້​ຍິ່ງໃຫຍ່.—ມທ. 11:28-30; 2ຕມ. 2:24

ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃຊ້​ໂອກາດ​ຕອນ​ທີ່​ຢູ່​ກັບ​ຜູ້​ເບິ່ງແຍງ​ທີ່​ມີ​ປະສົບການ​ເພື່ອ​ຮຽນ​ຮູ້​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ໃຊ້​ຄຳພີ​ໄບເບິນ. ລາວ​ຍັງ​ຝຶກ​ຊ້ອມ​ຄຳ​ບັນລະຍາຍ​ຢູ່​ຕໍ່​ໜ້າ​ແວ່ນ. (ເບິ່ງ​ຂໍ້ 16)


ພະຍາຍາມ​ຕໍ່ໆ​ໄປ

17. (ກ) ອັນ​ໃດ​ຈະ​ຊ່ວຍ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃຫ້​ພະຍາຍາມ​ຕໍ່ໆ​ໄປ​ເພື່ອ​ຈະ​ໄດ້​ເຮັດ​ໜ້າທີ່​ຜູ້​ເບິ່ງແຍງ? (ຂ) ຜູ້​ເບິ່ງແຍງ​ຄວນ​ຄິດ​ເຖິງ​ຫຍັງ​ແດ່​ເມື່ອ​ພິຈາລະນາ​ຄຸນສົມບັດ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ? (ເບິ່ງ​ຂອບ “ ໃຫ້​ເປັນ​ຄົນ​ມີ​ເຫດຜົນ​ຕອນ​ທີ່​ພິຈາລະນາ​ຄຸນສົມບັດ​ຂອງ​ພີ່ນ້ອງ​ຊາຍ”)

17 ຫຼັງ​ຈາກ​ໄດ້​ເບິ່ງ​ຄຸນສົມບັດ​ຕ່າງໆ​ຂອງ​ການ​ເປັນ​ຜູ້​ເບິ່ງແຍງ ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ເຂົາເຈົ້າ​ຄື​ຊິ​ບໍ່​ສາມາດ​ເປັນ​ຜູ້​ເບິ່ງແຍງ​ໄດ້​ຍ້ອນ​ມີ​ຄຸນສົມບັດ​ຫຼາຍ​ຢ່າງ​ອີ່ຫຼີ​ທີ່​ເຂົາເຈົ້າ​ຕ້ອງ​ມີ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ບໍ່​ໄດ້​ຄາດໝາຍ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຸນລັກສະນະ​ເຫຼົ່າ​ນີ້​ໄດ້​ຮ້ອຍ​ເປີເຊັນ. (1ປຕ. 2:21) ພະ​ເຢໂຫວາ​ຈະ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ສາມາດ​ພັດທະນາ​ຄຸນລັກສະນະ​ເຫຼົ່າ​ນີ້​ໄດ້. (ຟລປ. 2:13) ມີ​ຄຸນລັກສະນະ​ໃດ​ບໍ​ທີ່​ເຈົ້າ​ຢາກ​ປັບປຸງ​ເປັນ​ພິເສດ? ໃຫ້​ອະທິດຖານ​ຫາ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້ ຄົ້ນຄວ້າ​ກ່ຽວກັບ​ຄຸນລັກສະນະ​ນັ້ນ ແລະ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ​ຜູ້​ໃດ​ຜູ້​ໜຶ່ງ​ເພື່ອ​ເຈົ້າ​ຈະ​ຮູ້​ວິທີ​ປັບປຸງ.

18. ຜູ້​ຊ່ວຍ​ວຽກ​ຮັບໃຊ້​ທຸກ​ຄົນ​ຄວນ​ພະຍາຍາມ​ເຮັດ​ຫຍັງ?

18 ພີ່ນ້ອງ​ຊາຍ​ທຸກ​ຄົນ​ລວມ​ທັງ​ຜູ້​ທີ່​ເປັນ​ຜູ້​ເບິ່ງແຍງ​ແລ້ວ ຂໍ​ໃຫ້​ຕັ້ງໃຈ​ທີ່​ຈະ​ພັດທະນາ​ຄຸນສົມບັດ​ຕ່າງໆ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້​ຕໍ່ໆ​ໄປ. (ຟລປ. 3:16) ເຈົ້າ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ? ຂໍ​ໃຫ້​ພະຍາຍາມ​ກ້າວໜ້າ​ຕໍ່ໆ​ໄປ! ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຝຶກ​ແລະ​ນວດ​ປັ້ນ​ເຈົ້າ​ໃຫ້​ເປັນ​ຄົນ​ທີ່​ເພິ່ນ​ສາມາດ​ໃຊ້​ວຽກ​ໄດ້​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ. (ອຊຢ. 64:8) ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ທີ່​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ເບິ່ງແຍງ.

ເພງ​ທີ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ