ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສຶກສາ​ສ່ວນ​ໂຕ​ໄດ້​ເປັນ​ປະຈຳ?

ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສຶກສາ​ສ່ວນ​ໂຕ​ໄດ້​ເປັນ​ປະຈຳ?

ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ເຮັດ​ໃຫ້​ໂຕເອງ​ມັກ​ສຶກສາ​ສ່ວນ​ໂຕ​ແລະ​ສຶກສາ​ເປັນ​ປະຈຳ? ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ. ແຕ່​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເປັນ​ປະຈຳ ເຊັ່ນ ການ​ອາບ​ນ້ຳ. ເຖິງ​ວ່າ​ການ​ອາບ​ນ້ຳ​ຕ້ອງ​ໃຊ້​ເວລາ​ແລະ​ຕ້ອງ​ອອກ​ຄວາມ​ພະຍາຍາມ ແຕ່​ຫຼັງ​ຈາກ​ອາບ​ນ້ຳ​ແລ້ວ​ເຮົາ​ກໍ​ຮູ້ສຶກ​ສົດ​ຊື່ນ. ການ​ສຶກສາ​ສ່ວນ​ໂຕ​ກໍ​ຄື​ກັນ ມັນ​ເປັນ​ຄື​ກັບ​ການ “ລ້າງ . . . ໃຫ້​ສະອາດ​ດ້ວຍ​ນ້ຳ​ທີ່​ເປັນ​ຄຳສອນ​ຂອງ​ພະເຈົ້າ.” (ອຟຊ. 5:26) ໃຫ້​ມາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ອາດ​ຊ່ວຍ​ໄດ້:

  •  ຈັດ​ເວລາ​ໄວ້​ເປັນ​ປະຈຳ. ການ​ສຶກສາ​ສ່ວນ​ໂຕ​ເປັນ​ສິ່ງ​ທີ່ “ສຳຄັນ​ກວ່າ” ທີ່​ເຮົາ​ທຸກ​ຄົນ​ຄວນ​ເອົາໃຈໃສ່. (ຟລປ. 1:10) ເພື່ອ​ຊ່ວຍ​ບໍ່​ໃຫ້​ລືມ​ເວລາ​ທີ່​ຈະ​ສຶກສາ​ສ່ວນ​ໂຕ ເຈົ້າ​ອາດ​ຂຽນ​ວັນ​ແລະ​ເວລາ​ໃສ່​ເຈ້ຍ​ແລ້ວ​ຕິດ​ໄວ້​ບ່ອນ​ທີ່​ເຈົ້າ​ຈະ​ເຫັນ​ໄດ້​ງ່າຍ ເຊັ່ນ: ກະດານ​ຫຼື​ຕູ້​ເຢັນ. ຫຼື​ເຈົ້າ​ອາດ​ຕັ້ງ​ເວລາ​ເຕືອນ​ໄວ້​ໃນ​ໂທລະສັບ​ມື​ຖື​ວ່າ​ຈະ​ສຶກສາ​ສ່ວນ​ໂຕ​ຕອນ​ໃດ.

  •  ປັບ​ຕາມ​ຄວາມ​ຈຳເປັນ. ສຳລັບ​ເຈົ້າ ສຶກສາ​ແບບ​ໃດ​ເຮັດ​ໃຫ້​ມີ​ສະມາທິ​ຫຼາຍ​ກວ່າ​ກັນ​ລະຫວ່າງ​ໃຊ້​ເວລາ​ດົນ​ໜ້ອຍ​ໜຶ່ງ​ຫຼື​ໃຊ້​ເວລາ​ສັ້ນໆ​ແຕ່​ເຮັດ​ເລື້ອຍໆ? ເຈົ້າ​ຮູ້​ດີ​ທີ່​ສຸດ​ວ່າ​ແບບ​ໃດ​ເໝາະ​ກັບ​ເຈົ້າ​ແລ້ວ​ກໍ​ປັບ​ຕາມ​ນັ້ນ. ເມື່ອ​ຮອດ​ເວລາ​ທີ່​ຕ້ອງ​ສຶກສາ ແຕ່​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ຢາກ​ເຮັດ ເຈົ້າ​ອາດ​ລອງ​ສຶກສາ​ຈັກ 10 ນາທີ​ກະ​ໄດ້ ຍ້ອນ​ວ່າ​ສຶກສາ 10 ນາທີ​ກໍ​ດີ​ກວ່າ​ບໍ່​ໄດ້​ສຶກສາ​ເລີຍ. ເມື່ອ​ເຈົ້າ​ເລີ່ມ​ຕົ້ນ​ແລ້ວ ເຈົ້າ​ກໍ​ຈະ​ມ່ວນ​ແລະ​ຈະ​ເຮັດ​ຕໍ່​ໄປ​ເລື້ອຍໆ.—ຟລປ. 2:13

  •  ເລືອກ​ເລື່ອງ​ທີ່​ຈະ​ສຶກສາ​ໄວ້​ລ່ວງ​ໜ້າ. ຖ້າ​ຮອດ​ເວລາ​ສຶກສາ​ສ່ວນ​ໂຕ​ແລ້ວ​ເຈົ້າ​ຈຶ່ງ​ມາ​ຊອກ​ວ່າ​ຈະ​ສຶກສາ​ເລື່ອງ​ຫຍັງ ເຈົ້າ​ອາດ​ບໍ່​ໄດ້ “ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ.” (ອຟຊ. 5:16) ເຈົ້າ​ອາດ​ຂຽນ​ເລື່ອງ​ທີ່​ຈະ​ສຶກສາ​ໄວ້ ຫຼື​ຖ້າ​ເຈົ້າ​ສົງໄສ​ເລື່ອງ​ຫຍັງ​ກໍ​ໃຫ້​ຈົດ​ໄວ້. ທຸກ​ເທື່ອ​ຫຼັງ​ຈາກ​ທີ່​ສຶກສາ​ແລ້ວໆ ເຈົ້າ​ອາດ​ຈະ​ຂຽນ​ເລື່ອງ​ທີ່​ເຈົ້າ​ຢາກ​ສຶກສາ​ຕື່ມ​ໃສ່​ໃນ​ລາຍການ​ທີ່​ເຈົ້າ​ໄດ້​ຈົດ​ໄວ້.

  •  ປັບ​ປ່ຽນ​ຕາມ​ຄວາມ​ຈຳເປັນ. ຕາຕະລາງ​ການ​ສຶກສາ​ສ່ວນ​ໂຕ​ຂອງ​ເຈົ້າ​ຄວນ​ປັບ​ປ່ຽນ​ໄດ້ ເຊັ່ນ ຖ້າ​ຈຳເປັນ​ອາດ​ປັບ​ເວລາ​ຫຼື​ປ່ຽນ​ເລື່ອງ​ທີ່​ເຈົ້າ​ຢາກ​ສຶກສາ​ໄດ້. ສິ່ງ​ສຳຄັນ​ບໍ່​ແມ່ນ​ສຶກສາ​ຕອນ​ໃດ ສຶກສາ​ດົນ​ສ່ຳ​ໃດ ຫຼື​ສຶກສາ​ເລື່ອງ​ຫຍັງ ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ສຶກສາ​ເປັນ​ປະຈຳ.

ຖ້າ​ເຮົາ​ສຶກສາ​ສ່ວນ​ໂຕ​ເປັນ​ປະຈຳ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ. ເຮົາ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ ຕັດສິນໃຈ​ຢ່າງ​ສະຫຼາດ ແລະ​ຮູ້ສຶກ​ສົດ​ຊື່ນ.—ຢຊ. 1:8