ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 45

ເພງ​ທີ 138 ຄວາມ​ງາມ​ຂອງ​ຄົນ​ຜົມ​ຫງອກ

ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່

ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່

“ຄົນ​ທີ່​ອາຍຸ​ຫຼາຍ​ກໍ​ມີ​ສະຕິ​ປັນຍາ​ຫຼາຍ ແລະ​ຄົນ​ທີ່​ມີ​ອາຍຸ​ຫຼາຍ​ຂຶ້ນ​ກໍ​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນ​ບໍ່​ແມ່ນ​ບໍ?”ໂຢບ 12:12

ຈຸດ​ສຳຄັນ

ການ​ເຊື່ອຟັງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ສິ່ງ​ດີໆ​ຕັ້ງແຕ່​ຕອນນີ້​ແລະ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໃນ​ອະນາຄົດ.

1. ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ຮູ້​ຈາກ​ພີ່ນ້ອງ​ທີ່​ສູງ​ອາຍຸ?

 ເຮົາ​ທຸກ​ຄົນ​ຕ້ອງການ​ຄຳ​ແນະນຳ​ທີ່​ດີ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ເຮົາ​ສາມາດ​ໄດ້​ຮັບ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ຈາກ​ຜູ້​ເບິ່ງແຍງ​ແລະ​ຈາກ​ພີ່ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ. ຖ້າ​ເຂົາເຈົ້າ​ອາຍຸ​ຫຼາຍ​ກວ່າ​ເຮົາ ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ຄຳ​ແນະນຳ​ຂອງ​ເຂົາເຈົ້າ​ຫຼ້າ​ສະໄໝ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຍ້ອນ​ເຂົາເຈົ້າ​ມີ​ປະສົບການ​ໃນ​ຊີວິດ ມີ​ຄວາມ​ເຂົ້າໃຈ ແລະ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ເຮົາ.—ໂຢບ 12:12

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ໃຊ້​ຜູ້​ສູງ​ອາຍຸ​ທີ່​ສັດຊື່ ເຊັ່ນ: ໂມເຊ ດາວິດ ແລະ​ໂຢຮັນ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ. ທັງ​ສາມ​ຄົນ​ນີ້​ມີ​ຊີວິດ​ຢູ່​ໃນ​ໄລຍະ​ເວລາ​ທີ່​ແຕກຕ່າງ​ກັນ​ແລະ​ມີ​ສະພາບການ​ໃນ​ຊີວິດ​ທີ່​ບໍ່​ຄື​ກັນ. ກ່ອນ​ຈະ​ຕາຍ ເຂົາເຈົ້າ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ສະຫຼາດ​ກັບ​ຄົນ​ໜຸ່ມ. ເຂົາເຈົ້າ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຊື່ອຟັງ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ໃຫ້​ຂຽນ​ຄຳເວົ້າ​ຂອງ​ເຂົາເຈົ້າ​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ເຮົາ​ຈະ​ຮຽນ​ຈາກ​ເຂົາເຈົ້າ​ໄດ້. ດັ່ງນັ້ນ ບໍ່​ວ່າ​ເຮົາ​ຈະ​ອາຍຸ​ໜ້ອຍ​ຫຼື​ຫຼາຍ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຮູ້​ຄຳ​ແນະນຳ​ຂອງ​ເຂົາເຈົ້າ. (ຣມ. 15:4; 2ຕມ. 3:16) ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ຄຳເວົ້າ​ສຸດທ້າຍ​ຂອງ​ໂມເຊ ດາວິດ ແລະ​ໂຢຮັນ ແລະ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຮຽນ​ຫຍັງ​ແດ່​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ.

“ເຈົ້າ​ຈະ​ມີ​ຊີວິດ​ຍືນ​ຍາວ”

3. ໂມເຊ​ເຮັດ​ໜ້າທີ່​ຫຍັງ​ແດ່?

3 ໂມເຊ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ​ຕະຫຼອດ​ຊີວິດ​ຂອງ​ລາວ. ລາວ​ເປັນ​ຜູ້​ພະຍາກອນ ຜູ້​ຕັດສິນ ຜູ້​ນຳ ແລະ​ນັກ​ປະຫວັດສາດ. ໂມເຊ​ມີ​ປະສົບການ​ໃນ​ຊີວິດ​ຫຼາຍ​ແທ້ໆ! ລາວ​ເຄີຍ​ພາ​ຊາດ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດ​ຢູ່​ເອຢິບ​ແລະ​ໄດ້​ເຫັນ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ. ພະ​ເຢໂຫວາ​ຍັງ​ໃຫ້​ລາວ​ຂຽນ​ປຶ້ມ 5 ຫົວ​ທຳອິດ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ເພງ​ສັນລະເສີນ​ບົດ 90 ແລະ​ລາວ​ອາດ​ຈະ​ຂຽນ​ເພງ​ສັນລະເສີນ​ບົດ 91 ແລະ​ປຶ້ມ​ໂຢບ​ນຳ.

4. ໂມເຊ​ໄດ້​ໃຫ້​ກຳລັງ​ໃຈ​ໃຜ ແລະ​ຍ້ອນຫຍັງ?

4 ບໍ່​ດົນ​ກ່ອນ​ທີ່​ໂມເຊ​ຈະ​ຕາຍ ຕອນ​ນັ້ນ​ລາວ​ອາຍຸ 120 ປີ ລາວ​ໄດ້​ເອີ້ນ​ຄົນ​ອິດສະຣາເອນ​ທັງໝົດ​ມາ​ລວມ​ກັນ​ເພື່ອ​ເຕືອນ​ເຂົາເຈົ້າ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດ​ເພື່ອ​ເຂົາເຈົ້າ. ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ບາງ​ຄົນ​ໄດ້​ເຫັນ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ແລະ​ເຫັນ​ວ່າ​ເພິ່ນ​ລົງໂທດ​ພວກ​ເອຢິບ​ແນວ​ໃດ. (ອພຍ. 7:3, 4) ເຂົາເຈົ້າ​ເຄີຍ​ຍ່າງ​ຜ່ານ​ທະເລ​ແດງ​ທີ່​ຖືກ​ແຍກ​ອອກ​ແລະ​ເຫັນ​ກອງທັບ​ຂອງ​ຟາໂຣ​ຖືກ​ທຳລາຍ. (ອພຍ. 14:29-31) ຕອນ​ທີ່​ຢູ່​ບ່ອນ​ກັນດານ ເຂົາເຈົ້າ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ແລະ​ປົກປ້ອງ​ເຂົາເຈົ້າ. (ພບຍ. 8:3, 4) ຄົນ​ອິດສະຣາເອນ​ໃກ້​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້ ໂມເຊ​ຈຶ່ງ​ໃຊ້​ໂອກາດ​ສຸດທ້າຍ​ນີ້​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. a

5. ຄຳເວົ້າ​ສຸດທ້າຍ​ຂອງ​ໂມເຊ​ໃນ​ພະ​ບັນຍັດ 30:19, 20 ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

5 ໂມເຊ​ໄດ້​ເວົ້າ​ຫຍັງ? (ອ່ານ​ພະ​ບັນຍັດ 30:19, 20) ໂມເຊ​ບອກ​ຊາດ​ອິດສະຣາເອນ​ວ່າ​ເຂົາເຈົ້າ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ. ພະ​ເຢໂຫວາ​ຈະ​ອວຍພອນ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ທີ່​ຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ງາມ​ຫຼາຍ​ແລະ​ອຸດົມ​ສົມບູນ. ໂມເຊ​ເວົ້າ​ເຖິງ​ແຜ່ນດິນ​ນັ້ນ​ວ່າ: “ເປັນ​ແຜ່ນດິນ​ທີ່​ມີ​ເມືອງ​ໃຫຍ່ໆ​ງາມໆ​ທີ່​ເຈົ້າ​ບໍ່​ໄດ້​ສ້າງ ມີ​ເຮືອນ​ທີ່​ເຕັມ​ແຕ່​ສິ່ງ​ດີໆ​ທີ່​ເຈົ້າ​ບໍ່​ໄດ້​ອອກ​ແຮງ​ຫາ​ມາ ມີ​ນ້ຳ​ສ້າງ​ທີ່​ເຈົ້າ​ບໍ່​ໄດ້​ຂຸດ ມີ​ສວນ​ໝາກ​ລະແຊັງ​ແລະ​ຕົ້ນ​ໝາກກອກ​ທີ່​ເຈົ້າ​ບໍ່​ໄດ້​ປູກ.”—ພບຍ. 6:10, 11

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ຊາດ​ອື່ນ​ມາ​ໂຈມຕີ​ຊາດ​ອິດສະຣາເອນ?

6 ໂມເຊ​ໄດ້​ເຕືອນ​ຄົນ​ອິດສະຣາເອນ​ນຳ​ວ່າ ເພື່ອ​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ອຸດົມ​ສົມບູນ​ຕໍ່ໆ​ໄປ ເຂົາເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ໂມເຊ​ກະຕຸ້ນ​ເຂົາເຈົ້າ​ໃຫ້ “ເລືອກ​ຊີວິດ” ໂດຍ​ເຊື່ອຟັງ​ພະ​ເຢໂຫວາ​ແລະ “ສັດຊື່​ຕໍ່​ເພິ່ນ​ສະເໝີ.” ແຕ່​ຄົນ​ອິດສະຣາເອນ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. ດັ່ງນັ້ນ ເພິ່ນ​ຈຶ່ງ​ປ່ອຍ​ໃຫ້​ພວກ​ອັດຊີເຣຍ​ແລະ​ຕໍ່​ມາ​ກໍ​ແມ່ນ​ພວກ​ບາບີໂລນ​ມາ​ໂຈມຕີ​ເຂົາເຈົ້າ​ແລະ​ຈັບ​ເຂົາເຈົ້າ​ໄປ​ເປັນ​ຊະເລີຍ.—2ກສ. 17:6-8, 13, 14; 2ຂຄ. 36:15-17, 20

7. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ໂມເຊ? (ເບິ່ງ​ຮູບ​ນຳ)

7 ເຮົາ​ໄດ້​ຮຽນ​ຫຍັງ? ການ​ເຊື່ອຟັງ​ເຮັດ​ໃຫ້​ໄດ້​ຊີວິດ. ຄື​ກັບ​ທີ່​ຄົນ​ອິດສະຣາເອນ​ໃກ້​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້ ເຮົາ​ກໍ​ໃກ້​ຈະ​ໄດ້​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ທີ່​ພະເຈົ້າ​ສັນຍາ​ໄວ້​ຄື​ກັນ ເຊິ່ງ​ຢູ່​ຫັ້ນ​ເຮົາ​ຈະ​ເຫັນ​ທົ່ວ​ໂລກ​ກາຍ​ເປັນ​ສວນ​ທີ່​ງາມໆ. (ອຊຢ. 35:1; ລກ. 23:43) ຊາຕານ​ແລະ​ພວກ​ທີ່​ຢູ່​ຝ່າຍ​ມັນ​ຈະ​ຖືກ​ທຳລາຍ. (ພນມ. 20:2, 3) ຈະ​ບໍ່​ມີ​ສາສະໜາ​ປອມ​ທີ່​ສອນ​ເລື່ອງ​ຕົວະ​ກ່ຽວກັບ​ພະ​ເຢໂຫວາ. (ພນມ. 17:16) ຈະ​ບໍ່​ມີ​ລັດຖະບານ​ຂອງ​ມະນຸດ​ທີ່​ກົດຂີ່​ຂົ່ມເຫງ​ປະຊາຊົນ. (ພນມ. 19:19, 20) ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ໃຜ​ກໍ​ຕາມ​ມາ​ສ້າງ​ບັນຫາ​ໃນ​ໂລກ​ທີ່​ເປັນ​ສວນ​ທີ່​ງາມໆ. (ພສ. 37:10, 11) ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ໃໝ່​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ເຊິ່ງ​ຈະ​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແລະ​ມີ​ຄວາມ​ສະຫງົບສຸກ. ທຸກ​ຄົນ​ຈະ​ຮັກ​ແລະ​ໄວ້ໃຈ​ກັນ. (ອຊຢ. 11:9) ນີ້​ເປັນ​ຄວາມ​ຫວັງ​ທີ່​ດີ​ເລີດ​ແທ້ໆ! ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ໄດ້​ຢູ່​ຕໍ່​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ທີ່​ງາມໆ​ບໍ່​ແມ່ນ​ແຕ່​ຫຼາຍ​ຮ້ອຍ​ປີ​ເທົ່າ​ນັ້ນ ແຕ່​ຈະ​ຢູ່​ຕະຫຼອດ​ໄປ!—ພສ. 37:29; ຢຮ. 3:16

ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ໂລກ​ທີ່​ເປັນ​ສວນ​ທີ່​ງາມໆ​ບໍ່​ແມ່ນ​ແຕ່​ຫຼາຍ​ຮ້ອຍ​ປີ ແຕ່​ຈະ​ຢູ່​ຕະຫຼອດ​ໄປ! (ເບິ່ງ​ຂໍ້ 7)


8. ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ຊ່ວຍ​ມິດຊັນນາຣີ​ຄົນ​ໜຶ່ງ​ແນວ​ໃດ? (ຢູດາ 20, 21)

8 ຖ້າ​ເຮົາ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ຢູ່​ສະເໝີ ມັນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອຟັງ​ບໍ່​ວ່າ​ຈະ​ເຈິ​ບັນຫາ​ຫຍັງ​ກໍ​ຕາມ. (ອ່ານ​ຢູດາ 20, 21) ຄຳ​ສັນຍາ​ນັ້ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ຕໍ່ສູ້​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ​ນຳ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ມິດຊັນນາຣີ​ຢູ່​ອາຟຣິກາ​ຫຼາຍ​ປີ​ຕ້ອງ​ຕໍ່ສູ້​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ​ເລື້ອຍໆ ລາວ​ເວົ້າ​ວ່າ: “ການ​ຄິດ​ຢູ່​ສະເໝີ​ວ່າ​ຖ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ກໍ​ຈະ​ບໍ່​ໄດ້​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ຊ່ວຍ​ຂ້ອຍ​ໃຫ້​ຕັ້ງໃຈ​ທີ່​ຈະ​ຕໍ່ສູ້​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ​ແລະ​ເພິ່ງ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ສະເໝີ. ເມື່ອ​ເພິ່ນ​ຊ່ວຍ ຂ້ອຍ​ກໍ​ເອົາ​ຊະນະ​ຈຸດ​ອ່ອນ​ນັ້ນ​ໄດ້.”

“ລູກ​ຈະ​ປະສົບ​ຜົນ​ສຳເລັດ”

9. ດາວິດ​ເຈິ​ບັນຫາ​ຫຍັງ​ແດ່​ໃນ​ຊີວິດ?

9 ດາວິດ​ເປັນ​ກະສັດ​ທີ່​ດີ​ຫຼາຍ. ລາວ​ຍັງ​ເປັນ​ນັກ​ດົນຕີ ນັກ​ກະວີ ນັກຮົບ ແລະ​ຜູ້​ພະຍາກອນ. ດາວິດ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ ເຊັ່ນ: ເປັນ​ເວລາ​ຫຼາຍ​ປີ​ທີ່​ລາວ​ຕ້ອງ​ໜີ​ຈາກ​ການ​ໄລ່ລ່າ​ຂອງ​ກະສັດ​ຊາອູນ​ແລະ​ຕ້ອງ​ໄປ​ລີ້​ຢູ່​ຕາມ​ບ່ອນ​ຕ່າງໆ. ຫຼັງ​ຈາກ​ໄດ້​ເປັນ​ກະສັດ​ແລ້ວ ດາວິດ​ກໍ​ຍັງ​ຕ້ອງ​ໜີ​ອີກ​ຍ້ອນ​ອັບຊາໂລມ​ລູກ​ຊາຍ​ຂອງ​ລາວ​ຢາກ​ເປັນ​ກະສັດ​ແທນ​ແລະ​ພະຍາຍາມ​ຈະ​ຂ້າ​ລາວ. ເຖິງ​ວ່າ​ດາວິດ​ເຈິ​ບັນຫາ​ເຫຼົ່າ​ນີ້​ແລະ​ເຄີຍ​ເຮັດ​ຜິດ​ຮ້າຍ​ແຮງ ແຕ່​ລາວ​ຍັງ​ສັດຊື່​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ຈົນ​ຮອດ​ມື້​ຕາຍ. ພະ​ເຢໂຫວາ​ເວົ້າ​ເຖິງ​ດາວິດ​ວ່າ ລາວ “ເປັນ​ຄົນ​ທີ່ [ເພິ່ນ] ພໍໃຈ.” ດັ່ງນັ້ນ ເຮົາ​ຄວນ​ຟັງ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຂອງ​ດາວິດ.—ກຈກ. 13:22; 1ກສ. 15:5

10. ກ່ອນ​ໂຊໂລໂມນ​ຈະ​ເປັນ​ກະສັດ ເປັນ​ຫຍັງ​ດາວິດ​ຈຶ່ງ​ໃຫ້​ຄຳ​ແນະນຳ​ລາວ?

10 ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ທີ່​ດາວິດ​ໃຫ້​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ທີ່​ຈະ​ເປັນ​ກະສັດ​ຄົນ​ຕໍ່​ໄປ​ຂອງ​ອິດສະຣາເອນ. ພະ​ເຢໂຫວາ​ໄດ້​ເລືອກ​ໂຊໂລໂມນ​ໃຫ້​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ປະຊາຊົນ​ຈະ​ມາ​ນະມັດສະການ​ເພິ່ນ​ໄດ້. (1ຂຄ. 22:5) ໂຊໂລໂມນ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ແລະ​ລາວ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພື່ອ​ປົກຄອງ​ຊາດ​ອິດສະຣາເອນ. ດາວິດ​ເວົ້າ​ຫຍັງ​ກັບ​ໂຊໂລໂມນ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

11. ຕາມ 1 ກະສັດ 2:2, 3 ດາວິດ​ໃຫ້​ຄຳ​ແນະນຳ​ຫຍັງ​ໂຊໂລໂມນ ແລະ​ເມື່ອ​ໂຊໂລໂມນ​ເຮັດ​ຕາມ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

11 ດາວິດ​ໄດ້​ເວົ້າ​ຫຍັງ? (ອ່ານ 1 ກະສັດ 2:2, 3) ດາວິດ​ບອກ​ໂຊໂລໂມນ​ວ່າ​ຖ້າ​ລາວ​ເຊື່ອຟັງ​ພະ​ເຢໂຫວາ ລາວ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ. ເປັນ​ເວລາ​ຫຼາຍ​ປີ​ທີ່​ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ກັບ​ໂຊໂລໂມນ​ແລະ​ຊ່ວຍ​ລາວ​ໃນ​ຫຼາຍ​ດ້ານ. (1ຂຄ. 29:23-25) ລາວ​ໄດ້​ສ້າງ​ວິຫານ​ທີ່​ງາມໆ​ແລະ​ໄດ້​ຂຽນ​ປຶ້ມ​ຫຼາຍ​ຫົວ​ໃນ​ຄຳພີ​ໄບເບິນ. ລາວ​ມີ​ຊື່​ສຽງ​ເລື່ອງ​ສະຕິ​ປັນຍາ​ແລະ​ຮັ່ງ​ຫຼາຍ. (1ກສ. 4:34) ແຕ່​ຄື​ກັບ​ທີ່​ດາວິດ​ບອກ ໂຊໂລໂມນ​ຈະ​ປະສົບ​ຄວາມ​ສຳເລັດ​ໄດ້​ກໍ​ຕໍ່​ເມື່ອ​ລາວ​ເຊື່ອຟັງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ເປັນ​ຕາ​ເສຍດາຍ ຕອນ​ທີ່​ໂຊໂລໂມນ​ເຖົ້າ​ແລ້ວ ລາວ​ກໍ​ເລີ່ມ​ໄປ​ນະມັດສະການ​ພະເຈົ້າ​ອື່ນ. ພະ​ເຢໂຫວາ​ຈຶ່ງ​ບໍ່​ພໍໃຈ​ລາວ​ຫຼາຍ​ແລະ​ບໍ່​ໄດ້​ໃຫ້​ສະຕິ​ປັນຍາ​ກັບ​ລາວ​ເພື່ອ​ຈະ​ປົກຄອງ​ປະຊາຊົນ​ດ້ວຍ​ຄວາມ​ຖືກຕ້ອງ​ແລະ​ຍຸຕິທຳ.—1ກສ. 11:9, 10; 12:4

ຄຳເວົ້າ​ສຸດທ້າຍ​ທີ່​ດາວິດ​ເວົ້າ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ​ເພື່ອ​ຈະ​ຕັດສິນໃຈ​ໄດ້​ດີ (ເບິ່ງ​ຂໍ້ 11-12) b


12. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ດາວິດ?

12 ເຮົາ​ໄດ້​ຮຽນ​ຫຍັງ? ການ​ເຊື່ອຟັງ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຄວາມ​ສຳເລັດ. (ພສ. 1:1-3) ແນ່ນອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ຮັ່ງ​ແລະ​ມີ​ຊື່​ສຽງ​ຄື​ກັບ​ໂຊໂລໂມນ. ແຕ່​ຖ້າ​ເຮົາ​ເຊື່ອຟັງ​ເພິ່ນ ເພິ່ນ​ກໍ​ຈະ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ. (ສພສ. 2:6, 7; ຢກບ. 1:5) ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຕອນ​ທີ່​ຕ້ອງ​ຕັດສິນໃຈ​ເລື່ອງ​ວຽກ​ອາຊີບ ການ​ຮຽນ​ຕໍ່ ຄວາມ​ບັນເທີງ ແລະ​ເລື່ອງ​ເງິນ. ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ກໍ​ຈະ​ຊ່ວຍ​ປົກປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແລະ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. (ສພສ. 2:10, 11) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມີ​ໝູ່​ທີ່​ດີ​ແລະ​ມີ​ຄອບຄົວ​ທີ່​ມີ​ຄວາມ​ສຸກ.

13. ສິ່ງ​ໃດ​ຊ່ວຍ​ຄາເມນ​ໃຫ້​ປະສົບ​ຄວາມ​ສຳເລັດ​ໃນ​ຊີວິດ?

13 ຄາເມນ​ທີ່​ຢູ່​ປະເທດ​ໂມຊຳບິກ​ຄິດ​ວ່າ​ການ​ຮຽນ​ສູງໆ​ຈະ​ຊ່ວຍ​ໃຫ້​ປະສົບ​ຄວາມ​ສຳເລັດ​ໃນ​ຊີວິດ. ລາວ​ຈຶ່ງ​ໄປ​ຮຽນ​ຢູ່​ມະຫາວິທະຍາໄລ​ກ່ຽວກັບ​ການ​ອອກ​ແບບ. ລາວ​ເວົ້າ​ວ່າ: “ຂ້ອຍ​ມັກ​ສິ່ງ​ທີ່​ຮຽນ ແຕ່​ມັນ​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ອີ່ຫຼີ. ຂ້ອຍ​ຮຽນ​ຕັ້ງແຕ່ 7 ໂມງ​ເຄິ່ງ​ຕອນ​ເຊົ້າ​ຮອດ 6 ໂມງ​ຕອນ​ແລງ ມັນ​ຈຶ່ງ​ຍາກ​ຫຼາຍ​ທີ່​ຈະ​ໄປ​ປະຊຸມ ແລະ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ກໍ​ຄ່ອຍໆ​ອ່ອນ​ລົງ. ເລິກໆ​ໃນ​ໃຈ ຂ້ອຍ​ຮູ້​ໂຕ​ວ່າ​ກຳລັງ​ຮັບໃຊ້​ນາຍ 2 ຄົນ.” (ມທ. 6:24) ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ກ່ຽວກັບ​ສະພາບການ​ຂອງ​ໂຕເອງ​ແລະ​ຄົ້ນຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ. ລາວ​ເວົ້າ​ຕື່ມ​ວ່າ: “ຫຼັງ​ຈາກ​ຂ້ອຍ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ດີ​ຈາກ​ຜູ້​ເບິ່ງແຍງ​ແລະ​ຈາກ​ແມ່ ຂ້ອຍ​ກໍ​ຕັດສິນໃຈ​ລາ​ອອກ​ຈາກ​ມະຫາວິທະຍາໄລ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ໄດ້​ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ​ແລະ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເລືອກ​ແບບ​ນັ້ນ. ຂ້ອຍ​ບໍ່​ເສຍໃຈ​ເລີຍ.”

14. ອັນ​ໃດ​ແມ່ນ​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ໂມເຊ​ກັບ​ດາວິດ​ເວົ້າ​ເຖິງ?

14 ໂມເຊ​ກັບ​ດາວິດ​ຮັກ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ການ​ເຊື່ອຟັງ​ເພິ່ນ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ແທ້ໆ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ເຂົາເຈົ້າ​ແລະ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ສະເໝີ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ເຕືອນ​ວ່າ​ຖ້າ​ໃຜ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ບໍ່​ພໍໃຈ​ຜູ້​ນັ້ນ​ແລະ​ຈະ​ບໍ່​ອວຍພອນ​ລາວ​ຕາມ​ທີ່​ສັນຍາ​ໄວ້. ຄຳ​ແນະນຳ​ຂອງ​ໂມເຊ​ກັບ​ດາວິດ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຫຼາຍ​ໃນ​ທຸກ​ມື້​ນີ້. ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ຜູ້​ຮັບໃຊ້​ອີກ​ຄົນ​ໜຶ່ງ​ຂອງ​ພະ​ເຢໂຫວາ​ກໍ​ເວົ້າ​ຄື​ກັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ.

“ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ”

15. ອັກຄະສາວົກ​ໂຢຮັນ​ມີ​ປະສົບການ​ຫຍັງ​ແດ່​ໃນ​ຊີວິດ?

15 ໂຢຮັນ​ເປັນ​ອັກຄະສາວົກ​ທີ່​ພະ​ເຢຊູ​ຮັກ​ຫຼາຍ. (ມທ. 10:2; ຢຮ. 19:26) ໂຢຮັນ​ເຮັດ​ວຽກ​ຮັບໃຊ້​ນຳ​ກັນ​ກັບ​ພະ​ເຢຊູ​ຕະຫຼອດ​ການ​ຮັບໃຊ້​ຂອງ​ເພິ່ນ ໄດ້​ເຫັນ​ການ​ອັດສະຈັນ​ຕ່າງໆ​ທີ່​ພະ​ເຢຊູ​ເຮັດ ແລະ​ໄດ້​ຢູ່​ຄຽງ​ຂ້າງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ເຈິ​ຄວາມ​ຍາກ​ລຳບາກ. ລາວ​ເຫັນ​ພະ​ເຢຊູ​ຖືກ​ປະຫານ​ຊີວິດ​ແລະ​ໄດ້​ເຈິ​ກັບ​ເພິ່ນ​ຫຼັງ​ຈາກ​ທີ່​ເພິ່ນ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ລາວ​ຍັງ​ໄດ້​ເຫັນ​ວ່າ​ປະຊາຄົມ​ຄລິດສະຕຽນ​ເຕີບໃຫຍ່​ຂະຫຍາຍ​ໂຕ ແລະ​ລາວ​ກໍ​ມີ​ອາຍຸ​ຍືນ​ຈົນ​ໄດ້​ເຫັນ​ຂ່າວ​ດີ​ໄດ້​ຮັບ​ການ “ປະກາດ​ໄປ​ທົ່ວ​ໂລກ.”—ກລຊ. 1:23

16. ໃຜ​ແດ່​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ຈົດໝາຍ​ຂອງ​ໂຢຮັນ?

16 ຕອນ​ທີ່​ໂຢຮັນ​ເຖົ້າ​ຫຼາຍ​ແລ້ວ ລາວ​ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ຂຽນ​ປຶ້ມ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ເຊິ່ງ​ກໍ​ຄື​ປຶ້ມ​ພະ​ນິມິດ. (ພນມ. 1:1) ໂຢຮັນ​ໄດ້​ຂຽນ​ປຶ້ມ​ຂ່າວ​ດີ​ທີ່​ເປັນ​ຊື່​ຂອງ​ລາວ​ເອງ​ແລະ​ຍັງ​ໄດ້​ຂຽນ​ຈົດໝາຍ 3 ສະບັບ​ເຊິ່ງ​ຕອນນີ້​ແມ່ນ 1 ໂຢຮັນ 2 ໂຢຮັນ ແລະ 3 ໂຢຮັນ. ໃນ​ຈົດໝາຍ​ສະບັບ​ທີ 3 ລາວ​ຂຽນ​ໄປ​ຫາ​ຄລິດສະຕຽນ​ທີ່​ສັດຊື່​ຄົນ​ໜຶ່ງ​ຊື່​ຄາໂຢ​ເຊິ່ງ​ລາວ​ຮັກ​ຄື​ລູກ. (3ຢຮ. 1) ໃນ​ຕອນ​ນັ້ນ​ຄື​ຊິ​ມີ​ອີກ​ຫຼາຍ​ຄົນ​ທີ່​ໂຢຮັນ​ຖື​ວ່າ​ເປັນ​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ລາວ. ສິ່ງ​ທີ່​ໂຢຮັນ​ຂຽນ​ໄດ້​ໃຫ້​ກຳລັງ​ໃຈ​ລູກສິດ​ຂອງ​ພະ​ເຢຊູ​ທຸກ​ຄົນ​ຈົນ​ຮອດ​ທຸກ​ມື້​ນີ້.

17. ຕາມ 3 ໂຢຮັນ 4 ສິ່ງ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ?

17 ໂຢຮັນ​ໄດ້​ຂຽນ​ຫຍັງ? (ອ່ານ 3 ໂຢຮັນ 4) ໃນ​ຈົດໝາຍ​ສະບັບ​ທີ 3 ຂອງ​ໂຢຮັນ ລາວ​ບອກ​ວ່າ​ລາວ​ມີ​ຄວາມ​ສຸກ​ທີ່​ເຫັນ​ພີ່ນ້ອງ​ເຊື່ອຟັງ​ພະ​ເຢໂຫວາ. ໃນ​ຕອນ​ນັ້ນ ມີ​ບາງ​ຄົນ​ສອນ​ຄຳສອນ​ຕົວະ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ. ແຕ່​ກໍ​ມີ​ບາງ​ຄົນ​ທີ່​ຍັງ “ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.” ເຂົາເຈົ້າ​ເຊື່ອຟັງ​ພະ​ເຢໂຫວາ​ແລະ “ໃຊ້​ຊີວິດ​ຕາມ​ກົດໝາຍ​ຂອງ [ເພິ່ນ].” (2ຢຮ. 4, 6) ຄລິດສະຕຽນ​ທີ່​ສັດຊື່​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ໂຢຮັນ​ມີ​ຄວາມ​ສຸກ ແຕ່​ຍັງ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ນຳ.—ສພສ. 27:11

18. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ໂຢຮັນ?

18 ເຮົາ​ໄດ້​ຮຽນ​ຫຍັງ? ການ​ຮັກສາ​ຄວາມ​ສັດຊື່​ເຮັດ​ໃຫ້​ມີ​ຄວາມ​ສຸກ. (1ຢຮ. 5:3) ຕົວຢ່າງ​ເຊັ່ນ: ເຮົາ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ​ເຮົາ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ເຮົາ​ບໍ່​ເຮັດ​ສິ່ງ​ທີ່​ຊົ່ວ​ແລະ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ. (ສພສ. 23:15) ພວກ​ທູດສະຫວັນ​ກໍ​ມີ​ຄວາມ​ສຸກ​ຄື​ກັນ​ທີ່​ເຫັນ​ແບບ​ນີ້. (ລກ. 15:10) ເຮົາ​ເອງ​ກໍ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ພີ່ນ້ອງ​ຍັງ​ຮັກສາ​ຄວາມ​ສັດຊື່​ເຖິງ​ວ່າ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຫຼື​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ. (2ທຊ. 1:4) ເມື່ອ​ໂລກ​ທີ່​ຊາຕານ​ປົກຄອງ​ຖືກ​ທຳລາຍ ເຮົາ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ສະເໝີ.

19. ພີ່ນ້ອງ​ເຣໂຊ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ຄວາມ​ຈິງ? (ເບິ່ງ​ຮູບ​ນຳ)

19 ເຮົາ​ມີ​ຄວາມ​ສຸກ​ເປັນ​ພິເສດ​ເມື່ອ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ຄວາມ​ຈິງ. ພີ່ນ້ອງ​ເຣໂຊ​ທີ່​ຢູ່​ສາທາລະນະລັດ​ໂດມິນິກັນ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ໄດ້​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ. ເມື່ອ​ຄິດ​ເຖິງ​ຫຼາຍ​ຄົນ​ທີ່​ລາວ​ໄດ້​ຊ່ວຍ​ໃຫ້​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ ລາວ​ກໍ​ເວົ້າ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ຈົນ​ບໍ່​ຮູ້​ວ່າ​ຊິ​ພັນລະນາ​ແນວ​ໃດ​ເມື່ອ​ເຫັນ​ຄົນ​ທີ່​ຂ້ອຍ​ສອນ​ຄ່ອຍໆ​ຮັກ​ພະ​ເຢໂຫວາ ຮຽນ​ຮູ້​ທີ່​ຈະ​ໄວ້ໃຈ​ເພິ່ນ ແລະ​ປ່ຽນແປງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ຂ້ອຍ​ຮູ້ສຶກ​ວ່າ​ສິ່ງ​ທີ່​ຂ້ອຍ​ໄດ້​ພະຍາຍາມ​ແລະ​ເສຍ​ສະລະ​ໄປ​ມັນ​ຄຸ້ມ​ຄ່າ​ແທ້ໆ​ເພາະ​ມັນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.”

ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ສອນ​ຄົນ​ອື່ນ​ໃຫ້​ຮັກ​ແລະ​ເຊື່ອຟັງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 19)


ໄດ້​ຮັບ​ປະໂຫຍດ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່

20. ເຮົາ​ມີ​ຫຍັງ​ແດ່​ທີ່​ຄ້າຍຄື​ກັບ​ໂມເຊ ດາວິດ ແລະ​ໂຢຮັນ?

20 ເຖິງ​ວ່າ​ໂມເຊ ດາວິດ ແລະ​ໂຢຮັນ​ຈະ​ຢູ່​ຄົນ​ລະ​ຍຸກ​ຄົນ​ລະ​ສະໄໝ​ກັບ​ເຮົາ​ແລະ​ມີ​ສະພາບການ​ຕ່າງ​ຈາກ​ເຮົາ ແຕ່​ເຂົາເຈົ້າ​ກໍ​ມີ​ຫຼາຍ​ຢ່າງ​ທີ່​ຄ້າຍຄື​ກັບ​ເຮົາ ເຊັ່ນ: ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ເຂົາເຈົ້າ​ອະທິດຖານ​ຫາ​ເພິ່ນ ໄວ້​ວາງໃຈ​ເພິ່ນ ແລະ​ຂໍ​ການ​ຊີ້ນຳ​ຈາກ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ກໍ​ຍັງ​ເປັນ​ຄື​ກັບ​ເຂົາເຈົ້າ​ໃນ​ຈຸດ​ທີ່​ວ່າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ຄົນ​ທີ່​ເຊື່ອຟັງ​ເພິ່ນ.

21. ຄົນ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂມເຊ ດາວິດ ແລະ​ໂຢຮັນ​ຈະ​ໄດ້​ຮັບ​ພອນ​ຫຍັງ?

21 ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ຊາຍ​ສູງ​ອາຍຸ​ເຫຼົ່າ​ນີ້​ໂດຍ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ຖ້າ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ປະສົບ​ຄວາມ​ສຳເລັດ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ ແລະ​ເຮົາ​ຈະ​ມີ “ຊີວິດ​ຍືນ​ຍາວ” ເຊິ່ງ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ. (ພບຍ. 30:20) ເຮົາ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ​ພໍໃຈ ເພິ່ນ​ຈະ​ໃຫ້​ລາງວັນ​ເຮົາ​ຫຼາຍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ນຶກພາບ​ອອກ​ໄດ້.—ອຟຊ. 3:20

ເພງ​ທີ 129 ເຮົາ​ຈະ​ອົດທົນ​ຕໍ່​ໄປ

a ຄົນ​ອິດສະຣາເອນ​ສ່ວນ​ຫຼາຍ​ທີ່​ເຫັນ​ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ​ຢູ່​ທະເລ​ແດງ​ໄດ້​ຕາຍ​ກ່ອນ​ທີ່​ຈະ​ເຫັນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້. (ຈຊບ. 14:22, 23) ພະ​ເຢໂຫວາ​ບອກ​ວ່າ​ທຸກ​ຄົນ​ທີ່​ອາຍຸ​ຕັ້ງແຕ່ 20 ປີ​ຂຶ້ນ​ໄປ​ຈະ​ຕ້ອງ​ຕາຍ​ຢູ່​ບ່ອນ​ກັນດານ. (ຈຊບ. 14:29) ແຕ່​ໂຢຊວຍ ກາເລັບ ຫຼາຍ​ຄົນ​ທີ່​ອາຍຸ​ບໍ່​ຮອດ 20 ປີ ແລະ​ຫຼາຍ​ຄົນ​ໃນ​ຕະກູນ​ເລວີ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເປັນ​ຈິງ​ຕອນ​ທີ່​ເຂົາເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ແລະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້.—ພບຍ. 1:24-40

b ຄຳ​ອະທິບາຍ​ຮູບ​ໜ້າ 11: ຮູບ​ເບື້ອງ​ຊ້າຍ: ດາວິດ​ໃຫ້​ຄຳ​ແນະນຳ​ສຸດທ້າຍ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ. ຮູບ​ເບື້ອງ​ຂວາ: ພີ່ນ້ອງ​ຊາຍ​ຍິງ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ​ທີ່​ສຸດ​ຈາກ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຢູ່​ໂຮງຮຽນ​ໄພໂອເນຍ.