ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 44

ເພງ​ທີ 33 ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

ເຮົາ​ຈະ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ໄດ້​ແນວ​ໃດ?

ເຮົາ​ຈະ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ໄດ້​ແນວ​ໃດ?

“ຢ່າ​ໃຫ້​ຄວາມ​ຊົ່ວ​ຊະນະ​ພວກ​ເຈົ້າ​ໄດ້ ແຕ່​ໃຫ້​ເອົາ​ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ.”ຣມ. 12:21

ຈຸດ​ສຳຄັນ

ຮຽນ​ຮູ້​ວິທີ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ໂດຍ​ຫຼີກລ່ຽງ​ບໍ່​ເຮັດ​ໃຫ້​ເກີດ​ບັນຫາ​ຮ້າຍ​ແຮງ​ຫຼາຍ​ກວ່າ​ເກົ່າ.

1-2. ໃຜ​ທີ່​ອາດ​ປະຕິບັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ? ຂໍ​ໃຫ້​ອະທິບາຍ.

 ພະ​ເຢຊູ​ໄດ້​ເລົ່າ​ຕົວຢ່າງ​ປຽບທຽບ​ເລື່ອງ​ແມ່​ໝ້າຍ​ຄົນ​ໜຶ່ງ​ທີ່​ອ້ອນວອນ​ຂໍ​ຜູ້​ພິພາກສາ​ເລື້ອຍໆ​ໃຫ້​ຊ່ວຍ​ລາວ​ຍ້ອນ​ລາວ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ແນ່ນອນ​ວ່າ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ເຂົ້າໃຈ​ດີ​ວ່າ​ແມ່​ໝ້າຍ​ຜູ້​ນີ້​ຮູ້ສຶກ​ແນວ​ໃດ​ຍ້ອນ​ໃນ​ສະໄໝ​ນັ້ນ​ຫຼາຍ​ຄົນ​ກໍ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ. (ລກ. 18:1-5) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ແມ່​ໝ້າຍ​ຜູ້​ນັ້ນ​ຄື​ກັນ​ຍ້ອນ​ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ໃນ​ຊີວິດ.

2 ໃນ​ໂລກ​ທຸກ​ມື້​ນີ້ ຫຼາຍ​ຄົນ​ມີ​ອະຄະຕິ ລຳອຽງ ແລະ​ຂົ່ມເຫງ​ຄົນ​ອື່ນ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ບໍ່​ແປກໃຈ​ເລີຍ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. (ປຍຈ. 5:8) ເຮົາ​ອາດ​ບໍ່​ໄດ້​ຄິດ​ວ່າ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ປະຕິບັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ ແຕ່​ຄວາມ​ຈິງ​ກໍ​ຄື​ເລື່ອງ​ແບບ​ນີ້​ເກີດຂຶ້ນ​ໄດ້. ແນ່ນອນ​ວ່າ​ພີ່ນ້ອງ​ຂອງ​ເຮົາ​ບໍ່​ແມ່ນ​ຜູ້​ທີ່​ຕໍ່ຕ້ານ​ເຮົາ ເຂົາເຈົ້າ​ເປັນ​ພຽງ​ຄົນ​ທີ່​ບໍ່​ສົມບູນແບບ. ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະ​ເຢຊູ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເກີດ​ຈາກ​ພວກ​ຜູ້​ຕໍ່ຕ້ານ. ຖ້າ​ເຮົາ​ສາມາດ​ອົດທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເກີດ​ຈາກ​ຄົນ​ທີ່​ຕໍ່ຕ້ານ​ເຮົາ ເຮົາ​ກໍ​ແຮ່ງ​ຕ້ອງ​ອົດທົນ​ກັບ​ພີ່ນ້ອງ​ແມ່ນ​ບໍ? ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ຫຼື​ພີ່ນ້ອງ​ເຮັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ? ເພິ່ນ​ສົນໃຈ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ບໍ?

3. ພະ​ເຢໂຫວາ​ສົນໃຈ​ກ່ຽວກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ເຈິ​ບໍ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ?

3 ພະ​ເຢໂຫວາ​ສົນໃຈ​ແທ້ໆ​ວ່າ​ເຮົາ​ຖືກ​ປະຕິບັດ​ແນວ​ໃດ ຍ້ອນ “ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ.” (ພສ. 37:28) ພະ​ເຢຊູ​ຮັບຮອງ​ກັບ​ເຮົາ​ວ່າ ພະ​ເຢໂຫວາ “ຈະ​ໃຫ້​ຄວາມ​ຍຸຕິທຳ . . . ທັນທີ” ເມື່ອ​ຮອດ​ເວລາ. (ລກ. 18:7, 8) ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ທຸກ​ຢ່າງ​ທີ່​ເຮົາ​ເຈິ​ໃຫ້​ໝົດ​ໄປ ແລະ​ເພິ່ນ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ທົນທຸກ​ກັບ​ຄວາມ​ບໍ່​ຍຸຕິທຳ​ອີກ​ຕໍ່​ໄປ.—ພສ. 72:1, 2

4. ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮູ້​ວິທີ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ?

4 ຕອນ​ທີ່​ເຮົາ​ລໍ​ຖ້າ​ໃຫ້​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ມີ​ແຕ່​ຄວາມ​ຍຸຕິທຳ ເພິ່ນ​ກໍ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ເຈິ​ໃນ​ຕອນນີ້. (2ປຕ. 3:13) ເພິ່ນ​ສອນ​ເຮົາ​ໃຫ້​ຫຼີກລ່ຽງ​ການ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ​ເມື່ອ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ສອນ​ເຮົາ​ແມ່ນ ເພິ່ນ​ໃຫ້​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ພະ​ເຢຊູ​ເຮັດ​ແນວ​ໃດ​ຕອນ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ພະ​ເຢໂຫວາ​ຍັງ​ໃຫ້​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ວ່າ​ເຮົາ​ຕ້ອງ​ເຮັດ​ຈັ່ງ​ໃດ​ເມື່ອ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ.

ລະວັງ​ສິ່ງ​ທີ່​ເຮົາ​ເຮັດ​ຕອນ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ

5. ເມື່ອ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ວິທີ​ທີ່​ເຮົາ​ຕອບ​ໂຕ້?

5 ເຮົາ​ອາດ​ຮູ້ສຶກ​ເສຍໃຈ​ຫຼາຍ​ແລະ​ທຸກໃຈ​ເມື່ອ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. (ປຍຈ. 7:7) ໂຢບ​ແລະ​ຮາບາກຸກ​ທີ່​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. (ໂຢບ 6:2, 3; ຮບກ. 1:1-3) ເຖິງ​ວ່າ​ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ອາດ​ຮູ້ສຶກ​ແບບ​ນີ້ ແຕ່​ເຮົາ​ຕ້ອງ​ລະວັງ​ວິທີ​ທີ່​ເຮົາ​ຕອບ​ໂຕ້​ເພື່ອ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຜິດ.

6. ຕົວຢ່າງ​ຂອງ​ອັບຊາໂລມ​ສອນ​ຫຍັງ​ເຮົາ? (ເບິ່ງ​ຮູບ​ນຳ)

6 ເມື່ອ​ເຮົາ​ຫຼື​ຄົນ​ທີ່​ເຮົາ​ຮັກ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ເຮົາ​ອາດ​ຢາກ​ຈັດການ​ເລື່ອງ​ນັ້ນ​ດ້ວຍ​ໂຕເອງ. ແຕ່​ການ​ເຮັດ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ເລື່ອງ​ຮ້າຍ​ແຮງ​ຫຼາຍ​ກວ່າ​ເກົ່າ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ອັບຊາໂລມ​ລູກ​ຊາຍ​ຂອງ​ກະສັດ​ດາວິດ. ລາວ​ຄຽດແຄ້ນ​ຫຼາຍ​ຕອນ​ທີ່​ຕາມາ​ນ້ອງ​ສາວ​ຂອງ​ລາວ​ຖືກ​ອຳໂນນ​ທີ່​ເປັນ​ອ້າຍ​ຄົນ​ລະ​ແມ່​ຂົ່ມຂືນ. ຕາມ​ກົດໝາຍ​ຂອງ​ໂມເຊ ອຳໂນນ​ມີ​ໂທດ​ເຖິງ​ຕາຍ​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ. (ລລວ. 20:17) ເຖິງ​ວ່າ​ອັບຊາໂລມ​ມີ​ສິດ​ທີ່​ຈະ​ໃຈ​ຮ້າຍ​ຂະໜາດ​ນັ້ນ ແຕ່​ລາວ​ບໍ່​ມີ​ສິດ​ທີ່​ຈະ​ຈັດການ​ເລື່ອງ​ນັ້ນ​ດ້ວຍ​ໂຕເອງ​ໂດຍ​ຂ້າ​ອຳໂນນ.—2ຊມ. 13:20-23, 28, 29

ອັບຊາໂລມ​ບໍ່​ໄດ້​ຄວບຄຸມ​ຄວາມ​ໃຈ​ຮ້າຍ​ຂອງ​ໂຕເອງ​ຕອນ​ທີ່​ຕາມາ​ນ້ອງ​ສາວ​ຂອງ​ລາວ​ຖືກ​ຂົ່ມຂືນ (ເບິ່ງ​ຂໍ້ 6)


7. ເມື່ອ​ຜູ້​ຂຽນ​ເພງ​ສັນລະເສີນ​ຄົນ​ໜຶ່ງ​ເຫັນ​ຄວາມ​ບໍ່​ຍຸຕິທຳ ລາວ​ຮູ້ສຶກ​ແນວ​ໃດ​ຕອນ​ທຳອິດ?

7 ເມື່ອ​ຄົນ​ທີ່​ເຮັດ​ຜິດ​ບໍ່​ໄດ້​ຖືກ​ລົງໂທດ ເຮົາ​ອາດ​ສົງໄສ​ວ່າ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກະ​ມີ​ປະໂຫຍດ​ຢູ່​ບໍ. ຜູ້​ຂຽນ​ເພງ​ສັນລະເສີນ​ຄົນ​ໜຶ່ງ​ສັງເກດ​ເຫັນ​ວ່າ​ຄົນ​ດີ​ຖືກ​ຄົນ​ຊົ່ວ​ເຮັດ​ແນວ​ບໍ່​ດີ​ໃຫ້ ແຕ່​ຄົນ​ຊົ່ວ​ກໍ​ເບິ່ງ​ຄື​ວ່າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ລາວ​ເວົ້າ​ວ່າ: “ຄົນ​ຊົ່ວ​ກໍ​ເປັນ​ແນວ​ນີ້​ແຫຼະ ອີ່ຫຍັງ​ກໍ​ງ່າຍ​ໝົດ​ສຳລັບ​ເຂົາເຈົ້າ.” (ພສ. 73:12) ລາວ​ທຸກໃຈ​ຫຼາຍ​ທີ່​ເຫັນ​ຄວາມ​ບໍ່​ຍຸຕິທຳ​ຈົນ​ເກືອບ​ຄິດ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ. ລາວ​ເວົ້າ​ວ່າ: “ເມື່ອ​ລູກ​ພະຍາຍາມ​ເຂົ້າໃຈ​ເລື່ອງ​ນີ້ ລູກ​ກໍ​ທຸກໃຈ​ຫຼາຍ.” (ພສ. 73:14, 16) ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ລູກ​ເກືອບ​ຈະ​ເຈີດ​ອອກ​ຈາກ​ທາງ​ໄປ​ແລ້ວ. ມັນ​ເປັນ​ຄື​ກັບ​ວ່າ​ລູກ​ກຳລັງ​ຈະ​ມື່ນ​ລົ້ມ.” (ພສ. 73:2) ພີ່ນ້ອງ​ຊາຍ​ຊື່​ອາ​ເບີ​ໂຕ້ aກໍ​ເຄີຍ​ເຈິ​ເລື່ອງ​ຄ້າຍໆ​ກັນ​ນີ້.

8. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຍັງ ແລະ​ມັນ​ສົ່ງ​ຜົນ​ຕໍ່​ລາວ​ແນວ​ໃດ?

8 ອາ​ເບີ​ໂຕ້​ຖືກ​ກ່າວຫາ​ແບບ​ຜິດໆ​ວ່າ​ລັກ​ເງິນ​ຂອງ​ປະຊາຄົມ. ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ສູນ​ເສຍ​ສິດທິ​ພິເສດ​ບໍ່​ໄດ້​ເປັນ​ຜູ້​ເບິ່ງແຍງ ແລະ​ພີ່ນ້ອງ​ຫຼາຍ​ຄົນ​ໃນ​ປະຊາຄົມ​ທີ່​ຮູ້​ເລື່ອງ​ນີ້​ກໍ​ເຊົາ​ນັບຖື​ລາວ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຄຽດ​ແຮງ ໃຈ​ຮ້າຍ ແລະ​ເສຍໃຈ​ຫຼາຍ.” ລາວ​ປ່ອຍ​ໃຫ້​ຄວາມ​ຮູ້ສຶກ​ນີ້​ສົ່ງ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ຈົນ​ເຊົາ​ໄປ​ປະຊຸມ​ແລະ​ເຊົາ​ໄປ​ປະກາດ​ເປັນ​ເວລາ 5 ປີ. ປະສົບການ​ນີ້​ເປັນ​ຕົວຢ່າງ​ໃຫ້​ເຫັນ​ວ່າ​ອາດ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ບໍ່​ຄວບຄຸມ​ຄວາມ​ໃຈ​ຮ້າຍ​ຕອນ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ.

ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ

9. ພະ​ເຢຊູ​ຕ້ອງ​ອົດທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຍັງ​ແດ່? (ເບິ່ງ​ຮູບ​ນຳ)

9 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ໃນ​ການ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຍັງ​ແດ່​ຈາກ​ຄົນ​ໃນ​ຄອບຄົວ​ແລະ​ຈາກ​ຄົນ​ອື່ນ. ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢຊູ​ເວົ້າ​ໃຫ້​ເພິ່ນ​ວ່າ​ເປັນ​ບ້າ ພວກ​ຫົວໜ້າ​ສາສະໜາ​ກໍ​ກ່າວຫາ​ວ່າ​ເພິ່ນ​ເປັນ​ພວກ​ດຽວ​ກັນ​ກັບ​ພວກ​ປີສາດ ແລະ​ພວກ​ທະຫານ​ໂຣມ​ກໍ​ເຍາະເຍີ້ຍ​ເພິ່ນ ຕີ​ເພິ່ນ ແລ້ວ​ກໍ​ຂ້າ​ເພິ່ນ. (ມຣກ. 3:21, 22; 14:55; 15:16-20, 35-37) ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ກໍ​ອົດທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ທັງໝົດ​ໂດຍ​ບໍ່​ໄດ້​ຕອບ​ໂຕ້​ຄືນ. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ​ໃນ​ເລື່ອງ​ນີ້?

ພະ​ເຢຊູ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ການ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ (ເບິ່ງ​ຂໍ້ 9-10)


10. ພະ​ເຢຊູ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ແນວ​ໃດ? (1 ເປໂຕ 2:21-23)

10 ອ່ານ 1 ເປໂຕ 2:21-23. b ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ. ເພິ່ນ​ຮູ້​ວ່າ​ຕອນ​ໃດ​ຄວນ​ມິດ​ແລະ​ຕອນ​ໃດ​ຄວນ​ເວົ້າ. (ມທ. 26:62-64) ຕອນ​ທີ່​ມີ​ຄົນ​ເວົ້າ​ໃສ່​ຮ້າຍ​ເພິ່ນ​ໃນ​ເລື່ອງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ ເພິ່ນ​ກໍ​ບໍ່​ຕອບ​ຫຍັງ. (ມທ. 11:19) ເມື່ອ​ເພິ່ນ​ຕ້ອງ​ເວົ້າ ເພິ່ນ​ກໍ​ບໍ່​ໄດ້​ເວົ້າ​ດູຖູກ​ຄົນ​ທີ່​ຂົ່ມເຫງ​ເພິ່ນ​ຫຼື​ບໍ່​ໄດ້​ຂົ່ມ​ຂູ່​ເຂົາເຈົ້າ. ພະ​ເຢຊູ​ຄວບຄຸມ​ຄຳເວົ້າ​ຂອງ​ເພິ່ນ​ໄດ້​ສະເໝີ ຍ້ອນ​ເພິ່ນ “ຝາກ​ໂຕເອງ​ໄວ້​ກັບ​ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ.” ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ທີ່​ເພິ່ນ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ແລະ​ເພິ່ນ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຈັດການ​ກັບ​ເລື່ອງ​ນັ້ນ​ໃນ​ເວລາ​ທີ່​ເໝາະສົມ.

11. ເຮົາ​ຈະ​ຄວບຄຸມ​ຄຳເວົ້າ​ຂອງ​ໂຕເອງ​ແນວ​ໃດ​ແດ່? (ເບິ່ງ​ຮູບ​ນຳ)

11 ເມື່ອ​ເຮົາ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ເຮົາ​ສາມາດ​ຮຽນ​ແບບ​ພະ​ເຢຊູ​ໄດ້​ໂດຍ​ຄວບຄຸມ​ຄຳເວົ້າ​ຂອງ​ເຮົາ. ເລື່ອງ​ບໍ່​ດີ​ບາງ​ຢ່າງ​ທີ່​ເຮົາ​ເຈິ​ອາດ​ເປັນ​ເລື່ອງ​ເລັກ​ນ້ອຍ​ແລະ​ເຮົາ​ສາມາດ​ເບິ່ງ​ຂ້າມ​ໄດ້ ຫຼື​ເຮົາ​ອາດ​ມິດ​ຢູ່​ເພື່ອ​ຈະ​ບໍ່​ເວົ້າ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ສະຖານະການ​ຮ້າຍ​ແຮງ​ກວ່າ​ເກົ່າ. (ປຍຈ. 3:7; ຢກບ. 1:19, 20) ແຕ່​ບາງ​ເທື່ອ​ເຮົາ​ອາດ​ຈຳເປັນ​ຕ້ອງ​ເວົ້າ​ເມື່ອ​ເຫັນ​ວ່າ​ບາງ​ຄົນ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ຫຼື​ອາດ​ຕ້ອງ​ເວົ້າ​ເພື່ອ​ປົກປ້ອງ​ຄວາມ​ເຊື່ອ​ຂອງ​ເຮົາ. (ກຈກ. 6:1, 2) ຕອນ​ທີ່​ເຮົາ​ເວົ້າ ເຮົາ​ຄວນ​ພະຍາຍາມ​ເຕັມທີ​ທີ່​ຈະ​ເວົ້າ​ແບບ​ໃຈ​ເຢັນໆ​ແລະ​ເວົ້າ​ດ້ວຍ​ຄວາມ​ນັບຖື.—1ປຕ. 3:15 c

ເມື່ອ​ເຮົາ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ເຮົາ​ຄວນ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ຄິດ​ຢ່າງ​ຮອບຄອບ​ວ່າ​ຈະ​ເວົ້າ​ຕອນ​ໃດ​ແລະ​ຈະ​ເວົ້າ​ແນວ​ໃດ (ເບິ່ງ​ຂໍ້ 11-12)


12. ເຮົາ​ຈະ​ຝາກ​ໂຕເອງ​ໄວ້​ກັບ “ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ” ໄດ້​ແນວ​ໃດ?

12 ເຮົາ​ຍັງ​ສາມາດ​ຮຽນ​ແບບ​ພະ​ເຢຊູ​ໄດ້​ໂດຍ​ຝາກ​ໂຕເອງ​ໄວ້​ກັບ “ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ.” ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ຕໍ່​ເຮົາ ຫຼື​ຕັດສິນ​ເຮົາ​ແບບ​ບໍ່​ຍຸຕິທຳ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮູ້​ຄວາມ​ຈິງ​ທຸກ​ຢ່າງ. ການ​ໝັ້ນໃຈ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້​ເມື່ອ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ​ຍ້ອນ​ເຮົາ​ຮູ້​ວ່າ​ໃນ​ທີ່​ສຸດ​ພະ​ເຢໂຫວາ​ຈະ​ແກ້ໄຂ​ບັນຫາ​ທັງໝົດ. ຖ້າ​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ແລະ​ຝາກ​ເລື່ອງ​ຕ່າງໆ​ໄວ້​ກັບ​ເພິ່ນ ເຮົາ​ກໍ​ຈະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ໃຈ​ຮ້າຍ​ຫຼື​ເກັບ​ຄວາມ​ຄຽດແຄ້ນ​ໄວ້​ໃນ​ໃຈ. ຄວາມ​ຮູ້ສຶກ​ເຫຼົ່າ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ລົງມື​ເຮັດ​ສິ່ງ​ທີ່​ບໍ່​ດີ ບໍ່​ມີ​ຄວາມ​ສຸກ ແລະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.—ພສ. 37:8

13. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ອົດທົນ​ກັບ​ຄວາມ​ບໍ່​ຍຸຕິທຳ ເຈົ້າ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

13 ແນ່ນອນ​ວ່າ​ເຮົາ​ບໍ່​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້​ຮ້ອຍ​ເປີເຊັນ. ບາງ​ເທື່ອ​ເຮົາ​ອາດ​ຈະ​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເສຍໃຈ​ພາຍ​ຫຼັງ. (ຢກບ. 3:2) ບາງ​ເທື່ອ​ວິທີ​ທີ່​ຄົນ​ອື່ນ​ເຮັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ​ກໍ​ອາດ​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ​ເຊິ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ອົດທົນ​ໄດ້. ຖ້າ​ເລື່ອງ​ນີ້​ເກີດຂຶ້ນ​ກັບ​ເຈົ້າ ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຈົ້າ​ກຳລັງ​ເຈິ​ຫຍັງ​ຢູ່ ແລະ​ພະ​ເຢຊູ​ກໍ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ເພາະ​ເພິ່ນ​ກໍ​ເຄີຍ​ເຈັບ​ປວດ​ຍ້ອນ​ຄວາມ​ບໍ່​ຍຸຕິທຳ​ຄື​ກັນ. (ຮຣ. 4:15, 16) ນອກ​ຈາກ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ຕົວຢ່າງ​ທີ່​ດີ​ຂອງ​ພະ​ເຢຊູ​ແລ້ວ ເພິ່ນ​ກໍ​ຍັງ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ 2 ຂໍ້​ນຳ​ກັນ​ຈາກ​ປຶ້ມ​ໂຣມ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເລື່ອງ​ນີ້.

“ປ່ອຍ​ໃຫ້​ພະເຈົ້າ​ສະແດງ​ຄວາມ​ໃຈ​ຮ້າຍ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ດີ​ກວ່າ”

14. ການ​ທີ່​ເຮົາ “ປ່ອຍ​ໃຫ້​ພະເຈົ້າ​ສະແດງ​ຄວາມ​ໃຈ​ຮ້າຍ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ດີ​ກວ່າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຣມ 12:19)

14 ອ່ານ​ໂຣມ 12:19. ອັກຄະສາວົກ​ໂປໂລ​ກະຕຸ້ນ​ຄລິດສະຕຽນ​ວ່າ: “ປ່ອຍ​ໃຫ້​ພະເຈົ້າ​ສະແດງ​ຄວາມ​ໃຈ​ຮ້າຍ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ດີ​ກວ່າ.” ເຮົາ​ປ່ອຍ​ໃຫ້​ພະ​ເຢໂຫວາ​ສະແດງ​ຄວາມ​ໃຈ​ຮ້າຍ​ແທນ​ເຮົາ​ໂດຍ​ໃຫ້​ເພິ່ນ​ຈັດການ​ກັບ​ຄວາມ​ບໍ່​ຍຸຕິທຳ​ນັ້ນ​ຕາມ​ວິທີ​ຂອງ​ເພິ່ນ​ແລະ​ໃນ​ເວລາ​ທີ່​ເພິ່ນ​ເຫັນ​ວ່າ​ເໝາະສົມ. ຫຼັງ​ຈາກ​ພີ່ນ້ອງ​ຊາຍ​ທີ່​ຊື່​ຈອນ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ລາວ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ຢາກ​ຈັດການ​ກັບ​ຄວາມ​ບໍ່​ຍຸຕິທຳ​ດ້ວຍ​ໂຕເອງ ແຕ່​ໂຣມ 12:19 ໄດ້​ຊ່ວຍ​ຂ້ອຍ​ໃຫ້​ລໍ​ຖ້າ​ຢ່າງ​ອົດທົນ​ແລະ​ໄວ້ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຈັດການ​ເລື່ອງ​ນີ້.”

15. ເປັນ​ຫຍັງ​ການ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ​ກັບ​ບັນຫາ​ຈຶ່ງ​ດີ​ທີ່​ສຸດ?

15 ເຮົາ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຮົາ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ​ກັບ​ບັນຫາ. ຖ້າ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ບໍ່​ເຄັ່ງ​ຕຶງ​ແລະ​ບໍ່​ຕ້ອງ​ແບກ​ພາລະ​ທີ່​ຕ້ອງ​ແກ້​ບັນຫາ​ດ້ວຍ​ໂຕເອງ. ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ​ແທ້ໆ ມັນ​ເປັນ​ຄື​ກັບ​ເພິ່ນ​ກຳລັງ​ບອກ​ເຮົາ​ວ່າ: ‘ປະ​ຄວາມ​ບໍ່​ຍຸຕິທຳ​ໄວ້​ກັບ​ພໍ່ ພໍ່​ຊິ​ຈັດການ​ເອງ.’ ຖ້າ​ເຮົາ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ “ເຮົາ​ຈະ​ເປັນ​ຜູ້​ຕອບ​ແທນ​ເອງ” ເຮົາ​ກໍ​ຈະ​ປ່ອຍ​ວາງ​ເລື່ອງ​ນັ້ນ​ຍ້ອນ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຈັດການ​ໃນ​ວິທີ​ທີ່​ດີ​ທີ່​ສຸດ. ສິ່ງ​ນີ້​ໄດ້​ຊ່ວຍ​ພີ່ນ້ອງ​ຈອນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ລາວ​ເວົ້າ​ວ່າ: “ຖ້າ​ຂ້ອຍ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ​ກັບ​ບັນຫາ ເພິ່ນ​ຈະ​ເຮັດ​ໄດ້​ດີ​ກວ່າ​ຂ້ອຍ​ແນ່ນອນ.”

“ໃຫ້​ເອົາ​ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ”

16-17. ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ “ໃຫ້​ເອົາ​ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ”? (ໂຣມ 12:21)

16 ອ່ານ​ໂຣມ 12:21. ໂປໂລ​ຍັງ​ກະຕຸ້ນ​ຄລິດສະຕຽນ “ໃຫ້​ເອົາ​ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ.” ໃນ​ຄຳ​ບັນລະຍາຍ​ເທິງ​ພູ​ຂອງ​ພະ​ເຢຊູ ເພິ່ນ​ບອກ​ວ່າ: “ໃຫ້​ຮັກ​ສັດຕູ​ຂອງ​ພວກ​ເຈົ້າ​ແລະ​ອະທິດຖານ​ເພື່ອ​ຄົນ​ທີ່​ຂົ່ມເຫງ​ພວກ​ເຈົ້າ.” (ມທ. 5:44) ພະ​ເຢຊູ​ໄດ້​ເຮັດ​ແບບ​ນັ້ນ​ແທ້ໆ. ເຮົາ​ອາດ​ຄິດ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ພະ​ເຢຊູ​ຕ້ອງ​ອົດທົນ​ຕອນ​ທີ່​ພວກ​ທະຫານ​ໂຣມ​ຕອກ​ເພິ່ນ​ໄວ້​ເທິງ​ເສົາ. ພະ​ເຢຊູ​ຖືກ​ປະຕິບັດ​ແບບ​ໂຫດ​ຮ້າຍ​ອີ່ຫຼີ​ແລະ​ຕ້ອງ​ທົນທຸກ​ກັບ​ຄວາມ​ເຈັບ​ປວດ​ທໍລະມານ​ສຸດ​ຂີດ​ເຊິ່ງ​ເຮົາ​ບໍ່​ມີ​ທາງ​ເຂົ້າ​ໃຈ​ເລີຍ​ວ່າ​ເພິ່ນ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ.

17 ພະ​ເຢຊູ​ຍັງ​ຮັກ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ເພິ່ນ​ຈະ​ເຈັບ​ປວດ​ທໍລະມານ​ຫຼາຍ. ແທນ​ທີ່​ພະ​ເຢຊູ​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ພວກ​ທະຫານ ແຕ່​ເພິ່ນ​ພັດ​ອະທິດຖານ​ວ່າ: “ພໍ່​ເອີ້ຍ ຍົກໂທດ​ໃຫ້​ເຂົາເຈົ້າ​ແດ່. ເຂົາເຈົ້າ​ບໍ່​ຮູ້​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່.” (ລກ. 23:34) ເມື່ອ​ເຮົາ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ເຮັດ​ບໍ່​ດີ​ຕໍ່​ເຮົາ ມັນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ສະຫງົບໃຈ​ແລະ​ໃຈ​ຮ້າຍ​ໜ້ອຍ​ລົງ ແລະ​ອາດ​ເຖິງຂັ້ນ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ເຂົາເຈົ້າ.

18. ການ​ອະທິດຖານ​ຊ່ວຍ​ອາ​ເບີ​ໂຕ້​ແລະ​ຈອນ​ແນວ​ໃດ​ໃຫ້​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ?

18 ການ​ອະທິດຖານ​ໄດ້​ຊ່ວຍ​ພີ່ນ້ອງ​ຊາຍ 2 ຄົນ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້​ໃຫ້​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເຂົາເຈົ້າ​ເຈິ. ພີ່ນ້ອງ​ອາ​ເບີ​ໂຕ້​ເວົ້າ​ວ່າ: “ຂ້ອຍ​ອະທິດຖານ​ເພື່ອ​ພີ່ນ້ອງ​ທີ່​ເຮັດ​ກັບ​ຂ້ອຍ​ແບບ​ບໍ່​ຍຸຕິທຳ. ຂ້ອຍ​ຂໍ​ພະ​ເຢໂຫວາ​ບັກ​ຫຼາຍໆ​ເທື່ອ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ເຊົາ​ໃຈ​ຮ້າຍ​ກ່ຽວກັບ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຂ້ອຍ.” ເປັນ​ຕາ​ດີ​ໃຈ​ທີ່​ຕອນນີ້​ອາ​ເບີ​ໂຕ້​ໄດ້​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ຄືນ​ອີກ. ສ່ວນ​ພີ່ນ້ອງ​ຈອນ​ກໍ​ເວົ້າ​ວ່າ: “ຂ້ອຍ​ໄດ້​ອະທິດຖານ​ຫາ​ພະ​ເຢໂຫວາ​ຫຼາຍ​ເທື່ອ​ເພື່ອ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ພີ່ນ້ອງ​ທີ່​ເຮັດ​ບໍ່​ດີ​ຕໍ່​ຂ້ອຍ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ຍົກໂທດ​ໃຫ້​ລາວ. ພະ​ເຢໂຫວາ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເຊົາ​ໃຈ​ຮ້າຍ​ໃຫ້​ພີ່ນ້ອງ​ຜູ້​ນັ້ນ​ແລະ​ເຊົາ​ຕັດສິນ​ລາວ. ການ​ອະທິດຖານ​ແບບ​ນັ້ນ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ສະຫງົບໃຈ​ນຳ.”

19. ເຮົາ​ຕ້ອງ​ເຮັດ​ຫຍັງ​ຕໍ່​ໄປ​ຈົນ​ກວ່າ​ໂລກ​ຊົ່ວ​ນີ້​ຈະ​ເຖິງ​ຈຸດຈົບ? (1 ເປໂຕ 3:8, 9)

19 ຈົນ​ກວ່າ​ໂລກ​ຊົ່ວ​ນີ້​ຈະ​ເຖິງ​ຈຸດຈົບ ເຮົາ​ອາດ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ແຕ່​ບໍ່​ວ່າ​ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ຫຍັງ​ກໍ​ຕາມ ຂໍ​ຢ່າ​ເຊົາ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ນອກ​ຈາກ​ນັ້ນ ຂໍ​ໃຫ້​ເຮົາ​ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ຮັບມື​ກັບ​ຄວາມ​ບໍ່​ຍຸຕິທຳ ແລະ​ໃຫ້​ເຮົາ​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ຕໍ່ໆ​ໄປ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ​ແນ່ນອນ.—ອ່ານ 1 ເປໂຕ 3:8, 9

ເພງ​ທີ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

a ຊື່​ສົມມຸດ.

b ໃນ 1 ເປໂຕ ບົດ 2 ແລະ 3 ເປໂຕ​ເວົ້າ​ເຖິງ​ສະຖານະການ​ທີ່​ຄລິດສະຕຽນ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ​ຈາກ​ພວກ​ເຈົ້າ​ນາຍ​ທີ່​ໂຫດຫ້ຽມ​ແລະ​ຈາກ​ຜົວ​ທີ່​ມີ​ຄວາມ​ເຊື່ອ​ຕ່າງ​ກັນ.—1ປຕ. 2:18-20; 3:1-6, 8, 9

c ເບິ່ງ​ວິດີໂອ​ຄວາມ​ຮັກ​ເຮັດ​ໃຫ້​ເກີດ​ສັນຕິສຸກ​ແທ້ ໃນ​ເວັບໄຊ jw.org.