ຫໍສັງເກດການສະບັບສຶກສາ ພຶດສະພາ 2020

ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 6 ກໍລະກົດ—2 ສິງຫາ 2020.

“ກະສັດ​ທິດ​ເໜືອ” ໃນ​ສະໄໝ​ສຸດ​ທ້າຍ

ບົດ​ຄວາມ​ສຶກສາ​ທີ 19: ວັນ​ທີ 6-12 ກໍລະກົດ 2020. ເຮົາ​ເຫັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ຄຳ​ພະຍາກອນ​ຂອງ​ດານີເອນ​ກ່ຽວ​ກັບ “ກະສັດ​ທິດ​ເໜືອ” ແລະ “ກະສັດ​ທິດ​ໃຕ້” ກຳລັງ​ເກີດ​ຂຶ້ນ​ແທ້. ເຮົາ​ຮູ້​ໄດ້​ແນວ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຂົ້າ​ໃຈ​ລາຍ​ລະອຽດ​ກ່ຽວ​ກັບ​ຄຳ​ພະຍາກອນ​ນີ້?

ກະສັດ​ຄູ່​ແຂ່ງ​ໃນ​ສະໄໝ​ສຸດ​ທ້າຍ

ຄຳ​ພະຍາກອນ​ກ່ຽວ​ກັບ “ກະສັດ​ທິດ​ເໜືອ” ແລະ “ກະສັດ​ທິດ​ໃຕ້” ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ເວລາ​ດຽວ​ກັນ​ກັບ​ຄຳ​ພະຍາກອນ​ອື່ນໆ. ຄຳ​ພະຍາກອນ​ເຫຼົ່າ​ນີ້​ພິສູດ​ວ່າ​ລະບົບ​ຂອງ​ໂລກ​ນີ້​ກຳລັງ​ຈະ​ເຖິງ​ຈຸດ​ຈົບ​ແນວ​ໃດ?

ໃຜ​ແມ່ນ “ກະສັດ​ທິດ​ເໜືອ” ໃນ​ປັດຈຸບັນ?

ບົດ​ຄວາມ​ສຶກສາ​ທີ 20: ວັນ​ທີ 13-19 ກໍລະກົດ 2020. ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ ແລະ​ກະສັດ​ທິດ​ເໜືອ​ຈະ​ຖືກ​ທຳລາຍ​ແນວ​ໃດ? ການ​ຮູ້​ຄຳຕອບ​ນີ້​ຈະ​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ຊ່ວຍ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ປະສົບ​ກັບ​ການ​ທົດ​ສອບ​ໃນ​ອີກ​ບໍ່​ດົນ.

ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ບໍ?

ບົດ​ຄວາມ​ສຶກສາ​ທີ 21: ວັນ​ທີ 20-26 ກໍລະກົດ 2020. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ແລະ​ເຫັນ​ຄ່າ​ສິ່ງ​ດີ​ຕ່າງໆ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ພະອົງ​ໃຫ້​ເຮົາ. ນອກ​ຈາກ​ນັ້ນ ບົດ​ຄວາມ​ນີ້​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຫາ​ເຫດຜົນ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ.

ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ຈາກ​ພະເຈົ້າ

ບົດ​ຄວາມ​ສຶກສາ​ທີ 22: ວັນ​ທີ 27 ກໍລະກົດ–2 ສິງຫາ 2020. ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ​ຫຼາຍ​ຢ່າງ​ທີ່​ເຮົາ​ເບິ່ງ​ເຫັນ​ໄດ້​ເຊິ່ງ​ພະເຈົ້າ​ໃຫ້​ເຮົາ. ແຕ່​ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ແລະ​ວິທີ​ທີ່​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ນັ້ນ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ທີ່​ໃຫ້​ຂອງ​ຂວັນ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ກັບ​ເຮົາ.