ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະສັດ​ຄູ່​ແຂ່ງ​ໃນ​ສະໄໝ​ສຸດ​ທ້າຍ

ກະສັດ​ຄູ່​ແຂ່ງ​ໃນ​ສະໄໝ​ສຸດ​ທ້າຍ

ຄຳ​ພະຍາກອນ​ທີ່​ເວົ້າ​ເຖິງ​ໃນ​ແຜນ​ວາດ​ນີ້​ອະທິບາຍ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ເວລາ​ດຽວ​ກັນ. ເຫດການ​ເຫຼົ່າ​ນີ້​ພິສູດ​ວ່າ​ເຮົາ​ກຳລັງ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ.”—ດາ. 12:4, ລ.ມ.

  • ຂໍ້​ພະ​ຄຳພີ ພນມ. 11:7; 12:13, 17; 13:1-8, 12

    ຄຳ​ພະຍາກອນ “ສັດ​ຮ້າຍ” ປົກຄອງ​ຜູ້​ຄົນ​ໃນ​ໂລກ​ມາ​ຫຼາຍ​ພັນ​ປີ​ແລ້ວ. ໃນ​ສະໄໝ​ສຸດ​ທ້າຍ ຫົວ​ທີ 7 ຂອງ​ມັນ​ໄດ້​ຮັບ​ບາດເຈັບ. ຫຼັງ​ຈາກ​ນັ້ນ ຫົວ​ນັ້ນ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ​ແລະ “ຄົນ​ທົ່ວ​ໂລກ” ກໍ​ຕິດ​ຕາມ​ສັດ​ຮ້າຍ. ຊາຕານ​ໃຊ້​ສັດ​ຮ້າຍ​ໂຕ​ນີ້​ໃຫ້ “ອອກ​ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫຼານ​ຂອງ​ລາວ [ຜູ້​ຍິງ] ທີ່​ຍັງ​ເຫຼືອ​ຢູ່.”

    ເກີດ​ຂຶ້ນ​ແທ້ ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ ການ​ປົກຄອງ​ຂອງ​ມະນຸດ​ທີ່​ຕໍ່​ຕ້ານ​ພະ​ເຢໂຫວາ​ກໍ​ປົກຄອງ​ມະນຸດ. ຫຼາຍ​ພັນ​ປີ​ຕໍ່​ມາ ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ I ຈັກກະພັດ​ອັງກິດ​ສູນ​ເສຍ​ອຳນາດ ແຕ່​ເມື່ອ​ຮ່ວມ​ມື​ກັບ​ສະຫະລັດ​ອາເມຣິກາ ອັງກິດ​ກໍ​ເລີ່ມ​ມີ​ອຳນາດ​ອີກ​ເທື່ອ​ໜຶ່ງ. ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ​ນີ້ ຊາຕານ​ໃຊ້​ລະບົບ​ການ​ເມືອງ​ຂອງ​ມັນ​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ.

  • ຂໍ້​ພະ​ຄຳພີ ດາ. 11:25-45

    ຄຳ​ພະຍາກອນ ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ຕໍ່​ສູ້​ກັນ​ເພື່ອ​ຍາດ​ຊີງ​ອຳນາດ.

    ເກີດ​ຂຶ້ນ​ແທ້ ເຢຍລະມັນ​ຕໍ່​ສູ້​ກັບ​ມະຫາ​ອຳນາດ​ອັງກິດ-ອາເມຣິກາ. ໃນ​ປີ 1945 ສະຫະພາບ​ໂຊວຽດ​ແລະ​ພັນທະມິດ​ເປັນ​ກະສັດ​ທິດ​ເໜືອ. ໃນ​ປີ 1991 ສະຫະພາບ​ໂຊວຽດ​ລົ້ມ​ລະ​ລາຍ ແລະ​ຕໍ່​ມາ​ຣັດເຊຍ​ກັບ​ພັນທະມິດ​ກໍ​ຂຶ້ນ​ມາ​ເປັນ​ກະສັດ​ທິດ​ເໜືອ​ແທນ.

  • ຂໍ້​ພະ​ຄຳພີ ເອຊາ. 61:1; ມລກີ. 3:1; ລກ. 4:18

    ຄຳ​ພະຍາກອນ ພະ​ເຢໂຫວາ​ຈະ​ສົ່ງ “ຜູ້​ຮັບໃຊ້” ຫຼື​ທູດ​ຂອງ​ພະອົງ​ໃຫ້​ໄປ “ຈັດແຈ່ງ​ທາງ” ໄວ້​ກ່ອນ​ການ​ປົກຄອງ​ເມຊີ​ຈະ​ສ້າງ​ຕັ້ງ​ຂຶ້ນ. ຄົນ​ກຸ່ມ​ນີ້​ເລີ່ມ “ປະກາດ​ຂ່າວ​ດີ​ແກ່​ຄົນ​ທຸກ​ຍາກ.”

    ເກີດ​ຂຶ້ນ​ແທ້ ຕັ້ງ​ແຕ່​ປີ 1870 ພີ່ນ້ອງ​ຊີ ທີ ຣັດເຊວ ແລະ​ໝູ່​ໄດ້​ດຸ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ​ເພື່ອ​ຊອກ​ຫາ​ຄວາມ​ຈິງ. ໃນ​ປີ 1881 ພວກ​ເຂົາ​ກໍ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜູ້​ຮັບໃຊ້​ພະເຈົ້າ​ຈະ​ຕ້ອງ​ໄປ​ປະກາດ. ພວກ​ເຂົາ​ໄດ້​ພິມ​ຫຼາຍ​ບົດ​ຄວາມ​ອອກ​ມາ ເຊັ່ນ “ຕ້ອງການ​ຜູ້​ປະກາດ​ຫຼາຍ​ພັນ​ຄົນ” ແລະ “ໄດ້​ຮັບ​ການ​ເຈີມ​ໃຫ້​ປະກາດ.”

  • ຂໍ້​ພະ​ຄຳພີ ມທ. 13:24-30, 36-43

    ຄຳ​ພະຍາກອນ ສັດຕູ​ມາ​ລັກ​ຫວ່ານ​ຫຍ້າ​ໃນ​ທົ່ງ​ນາ​ເຂົ້າ ຫຍ້າ​ຈຶ່ງ​ປົ່ງ​ຂຶ້ນ​ມາ​ບັງ​ຕົ້ນ​ເຂົ້າ​ຈົນ​ຮອດ​ລະດູ​ກ່ຽວ ແລ້ວ​ຫຍ້າ​ກໍ​ຖືກ​ແຍກ​ອອກ​ຈາກ​ເຂົ້າ.

    ເກີດ​ຂຶ້ນ​ແທ້ ຕັ້ງ​ແຕ່​ປີ 1870 ຄວາມ​ແຕກຕ່າງ​ລະຫວ່າງ​ຄລິດສະຕຽນ​ແທ້​ກັບ​ຄລິດສະຕຽນ​ປອມ​ກໍ​ເຫັນ​ແຈ້ງ​ຂຶ້ນ​ເລື້ອຍໆ. ໃນ​ສະໄໝ​ສຸດ​ທ້າຍ ຄລິດສະຕຽນ​ແທ້​ຖືກ​ລວບລວມ​ແລະ​ແຍກ​ອອກ​ຈາກ​ຄລິດສະຕຽນ​ປອມ.

  • ຂໍ້​ພະ​ຄຳພີ ດາ. 2:31-33, 41-43

    ຄຳ​ພະຍາກອນ ຕີນ​ທີ່​ເປັນ​ເຫຼັກ​ປະສົມ​ກັບ​ດິນ​ໜຽວ​ຂອງ​ຮູບ​ປັ້ນ​ທີ່​ເຮັດ​ມາ​ຈາກ​ໂລຫະ​ຕ່າງໆ.

    ເກີດ​ຂຶ້ນ​ແທ້ ດິນ​ໜຽວ​ໝາຍ​ເຖິງ​ຄົນ​ທຳມະດາ​ສາມັນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເຊິ່ງ​ຕໍ່​ຕ້ານ​ການ​ປົກຄອງ​ນັ້ນ. ຄົນ​ເຫຼົ່າ​ນີ້​ເຮັດ​ໃຫ້​ມະຫາ​ອຳນາດ​ນີ້​ບໍ່​ສາມາດ​ປົກຄອງ​ໂດຍ​ໃຊ້​ອຳນາດ​ເດັດ​ຂາດ​ແລະ​ແຂງ​ຄື​ເຫຼັກ​ໄດ້.

  • ຂໍ້​ພະ​ຄຳພີ ມທ. 13:30; 24:14, 45; 28:19, 20

    ຄຳ​ພະຍາກອນ “ເຂົ້າ” ຖືກ​ລວບລວມ​ຢູ່​ໃນ “ເລົ້າ” ແລະ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ “ພວກ​ຄົນ​ຮັບໃຊ້.” ມີ​ການ​ເລີ່ມ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.”

    ເກີດ​ຂຶ້ນ​ແທ້ ໃນ​ປີ 1919 ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະເຈົ້າ. ຕັ້ງ​ແຕ່​ນັ້ນ​ມາ ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ປະກາດ​ຫຼາຍ​ຂຶ້ນ​ເລື້ອຍໆ. ປັດຈຸບັນ ພະຍານ​ພະ​ເຢໂຫວາ​ປະກາດ​ໃນ​ຫຼາຍ​ກວ່າ 200 ດິນແດນ ແລະ​ຜະລິດ​ປຶ້ມ​ແລະ​ສື່​ຕ່າງໆກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 1.000 ພາສາ.

  • ຂໍ້​ພະ​ຄຳພີ ດາ. 12:11; ພນມ. 13:11, 14, 15

    ຄຳ​ພະຍາກອນ ສັດ​ຮ້າຍ​ທີ່​ມີ 2 ເຂົາ​ບອກ​ຜູ້​ຄົນ​ໃນ​ໂລກ​ໃຫ້​ເຮັດ “ຮູບ​ປັ້ນ​ຂອງ​ສັດ​ຮ້າຍ” ທີ່​ມີ 7 ຫົວ ແລະ​ໃຫ້ “ລົມ​ຫາຍ​ໃຈ​ແກ່​ຮູບ​ປັ້ນ” ນັ້ນ.

    ເກີດ​ຂຶ້ນ​ແທ້ ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເປັນ​ຜູ້​ນຳ​ໃນ​ການ​ສ້າງ​ຕັ້ງ​ອົງການ​ສັນນິບາດ​ຊາດ. ຊາດ​ຕ່າງໆໄດ້​ຮ່ວມ​ມື​ກັບ​ອົງການ​ນີ້.ກະສັດ​ທິດ​ເໜືອ​ກໍ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ສັນນິບາດ​ຊາດ​ໃນ​ປີ 1926-1933. ຜູ້​ຄົນ​ເຊື່ອ​ວ່າ​ອົງການ​ສັນນິບາດ​ຊາດ​ເຊິ່ງ​ຕໍ່​ມາ​ເປັນ​ສະຫະປະຊາຊາດ​ຈະ​ເຮັດ​ໃຫ້​ໂລກ​ມີ​ສັນຕິສຸກ ເຊິ່ງ​ຄວາມ​ຈິງ​ແລ້ວ​ມີ​ພຽງ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້.

  • ຂໍ້​ພະ​ຄຳພີ ດາ. 8:23, 24

    ຄຳ​ພະຍາກອນ ກະສັດ​ອົງ​ໜຶ່ງ​ທີ່​ເປັນ​ຕາ​ຢ້ານ “ຈະ​ທຳລາຍ​ດ້ວຍ​ການ​ອັນ​ອັດສະຈັນ​ໃຈ.”

    ເກີດ​ຂຶ້ນ​ແທ້ ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ​ແທ້ໆເຊັ່ນ ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II ສະຫະລັດ​ອາເມຣິກາ​ຖິ້ມ​ລະເບີດ​ນິວເຄຼຍ 2 ລູກ​ເພື່ອ​ໂຈມຕີ​ປະເທດ​ໜຶ່ງ​ທີ່​ເປັນ​ສັດຕູ​ຂອງ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຮ້າຍແຮງ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ.

  • ຂໍ້​ພະ​ຄຳພີ ດາ. 11:31; ພນມ. 17:3, 7-11, 16

    ຄຳ​ພະຍາກອນ “ສັດ​ຮ້າຍ​ສີ​ແດງ​ສົດ” ທີ່​ມີ​ເຂົາ 10 ເຂົາ​ຂຶ້ນ​ມາ​ຈາກ​ເຫວ​ເລິກ​ແລະ​ເປັນ​ກະສັດ​ອົງ​ທີ 8. ປຶ້ມ​ດານຽນ​ເວົ້າ​ເຖິງ​ກະສັດ​ອົງ​ນີ້​ວ່າ​ເປັນ “ຂອງ​ອັນ​ຫນ້າ​ກຽດ​ຫນ້າ​ຊັງ​ທີ່​ທຳລາຍ​ໃຫ້​ຈິບຫາຍ.”

    ເກີດ​ຂຶ້ນ​ແທ້ ອົງການ​ສັນນິບາດ​ຊາດ​ຖືກ​ຍົກ​ເລີກ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II. ຫຼັງ​ຈາກ​ນັ້ນ ອົງການ​ສະຫະປະຊາຊາດ​ກໍ​ຖືກ ‘ຕັ້ງ​ຂຶ້ນ.’ ຄື​ກັບ​ທີ່​ຜູ້​ຄົນ​ເຄີຍ​ເຊື່ອ​ໃນ​ອົງການ​ສັນນິບາດ​ຊາດ ຜູ້​ຄົນ​ກໍ​ເຊື່ອ​ວ່າ​ອົງການ​ສະຫະປະຊາຊາດ​ຈະ​ເຮັດ​ໃຫ້​ໂລກ​ມີ​ສັນຕິພາບ​ເຊິ່ງ​ຄວາມ​ຈິງ​ແລ້ວ​ມີ​ພຽງ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້. ສະຫະປະຊາຊາດ​ຈະ​ໂຈມຕີ​ສາສະໜາ.

  • ຂໍ້​ພະ​ຄຳພີ 1 ທຊ. 5:3; ພນມ. 17:16

    ຄຳ​ພະຍາກອນ ຊາດ​ຕ່າງໆຈະ​ປະກາດ​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ” ແລະ “ເຂົາ 10 ເຂົາ” ກັບ “ສັດ​ຮ້າຍ” ຈະ​ໂຈມຕີ “ຜູ້​ຍິງ​ໂສເພນີ” ແລະ​ທຳລາຍ​ຍິງ​ນັ້ນ. ຫຼັງ​ຈາກ​ນັ້ນ​ຊາດ​ຕ່າງໆຈະ​ຖືກ​ທຳລາຍ.

    ເກີດ​ຂຶ້ນ​ແທ້ ຊາດ​ຕ່າງໆອາດ​ອ້າງ​ວ່າ​ພວກ​ເຂົາ​ເຮັດ​ໃຫ້​ໂລກ​ສະຫງົບ​ສຸກ​ແລະ​ປອດໄພ​ໄດ້​ແລ້ວ. ຫຼັງ​ຈາກ​ນັ້ນ ປະເທດ​ຕ່າງໆທີ່​ສະໜັບສະໜູນ​ອົງການ​ສະຫະປະຊາຊາດ​ຈະ​ທຳລາຍ​ສາສະໜາ​ປອມ. ນີ້​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ຈົບ​ລົງ​ໂດຍ​ການ​ທຳລາຍ​ສ່ວນ​ທີ່​ຍັງ​ເຫຼືອ​ຂອງ​ໂລກ​ຊາຕານ​ທັງ​ໝົດ​ໃນ​ອາມາເຄໂດນ.

  • ຂໍ້​ພະ​ຄຳພີ ເອເຊກ. 38:11, 14-17; ມທ. 24:31

    ຄຳ​ພະຍາກອນ ໂຄກ​ບຸກ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ. ຈາກ​ນັ້ນ ພວກ​ທູດ​ສະຫວັນ​ກໍ​ລວບລວມ “ຄົນ​ທີ່​ພະເຈົ້າ​ເລືອກ​ໄວ້.”

    ເກີດ​ຂຶ້ນ​ແທ້ ກະສັດ​ທິດ​ເໜືອ​ແລະ​ການ​ປົກຄອງ​ຕ່າງໆຂອງ​ໂລກ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ. ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ຖືກ​ລວບລວມ​ໄປ​ສະຫວັນ​ຫຼັງ​ຈາກ​ການ​ໂຈມຕີ​ນີ້​ເລີ່ມ​ຕົ້ນ.

  • ຂໍ້​ພະ​ຄຳພີ ເອເຊກ. 38:18-23; ດາ. 2:34, 35, 44, 45; ພນມ. 6:2; 16:14, 16; 17:14; 19:20

    ຄຳ​ພະຍາກອນ ‘ຄົນ​ທີ່​ຂີ່​ມ້າ​ສີ​ຂາວ’ ໄດ້ “ໄຊ​ຊະນະ​ຢ່າງ​ເດັດ​ຂາດ” ໂດຍ​ທຳລາຍ​ໂຄກ​ແລະ​ກອງທັບ​ຂອງ​ມັນ. “ສັດ​ຮ້າຍ” ຖືກ​ໂຍນ “ລົງ​ໄປ​ໃນ​ບຶງ​ໄຟ” ແລະ​ຫີນ​ກ້ອນ​ໜຶ່ງ​ໄດ້​ເຮັດ​ໃຫ້​ຮູບ​ປັ້ນ​ຂະໜາດ​ໃຫຍ່​ແຕກ​ຈົນ​ມຸ່ນ.

    ເກີດ​ຂຶ້ນ​ແທ້ ພະ​ເຢຊູ​ເຊິ່ງ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ລອດ. ເພິ່ນ​ກັບ​ກອງທັບ​ທູດ​ສະຫວັນ​ແລະ 144.000 ຄົນ​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ​ທຳລາຍ​ກຸ່ມ​ຊາດ​ຕ່າງໆທີ່​ຮ່ວມ​ມື​ກັນ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ນີ້​ຈະ​ເປັນ​ຈຸດ​ຈົບ​ຂອງ​ໂລກ​ຊາຕານ.